​2010–2019
ໃຫ້ກຽດພຣະນາມຂອງພຣະອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ໃຫ້ກຽດພຣະນາມຂອງພຣະອົງ

ດ້ວຍເອກະລັກແຫ່ງພັນທະສັນຍາ ແລະ ການເປັນພາກສ່ວນ, ເຮົາຈຶ່ງຖືກເອີ້ນຕາມພຣະນາມຂອງພຣະເຢຊູຄຣິດ.

ຂະນະທີ່ພໍ່ແມ່ລໍຖ້າການເກີດຂອງລູກດ້ວຍຄວາມຕື່ນເຕັ້ນ, ເຂົາເຈົ້າມີຄວາມຮັບຜິດຊອບໃນການເລືອກຊື່ ໃຫ້ແກ່ລູກນ້ອຍຄົນໃໝ່ຂອງເຂົາເຈົ້າ. ບາງທີເມື່ອທ່ານເກີດມາ, ທ່ານໄດ້ຮັບຊື່ທີ່ໄດ້ສືບທອດກັນມາໃນຄອບຄົວຂອງທ່ານ ເປັນເວລາຫລາຍລຸ້ນຄົນ. ຫລື ບາງທີຊື່ທີ່ທ່ານໄດ້ຮັບນັ້ນແມ່ນເປັນທີ່ນິຍົມຊົມຊອບໃນປີ ຫລື ໃນເຂດທີ່ທ່ານໄດ້ເກີດມາ.

ສາດສະດາຮີລາມັນ ແລະ ພັນລະຍາຂອງເພິ່ນ ໄດ້ຕັ້ງຊື່ທີ່ມີຄວາມໝາຍໃຫ້ແກ່ລູກຊາຍນ້ອຍສອງຄົນ ຂອງພວກເພິ່ນວ່າ ນີໄຟ ແລະ ລີໄຮ. ຕໍ່​ມາ ຮີລາມັນໄດ້ບອກລູກຊາຍຂອງເພິ່ນວ່າ:

“ພໍ່ໄດ້ຕັ້ງຊື່ໃຫ້ລູກຕາມຊື່ຂອງບິດາມານດາຄົນທຳອິດ … ເພື່ອຢາກໃຫ້ລູກຈື່ຈຳຊື່ຂອງລູກ ແລ້ວລູກກໍຈະຈື່ຈຳພວກເພິ່ນ; ແລະ ເວລາລູກຈື່ຈຳພວກເພິ່ນ ລູກກໍຈະຈື່ຈຳຜົນງານຂອງພວກເພິ່ນ … ວ່າມັນຖືກເວົ້າເຖິງ, ແລະ ຂຽນໄວ້ວ່າພວກເພິ່ນນັ້ນເປັນຜູ້ປະເສີດ.

“ສະນັ້ນ, ລູກຂອງພໍ່, ພໍ່ຢາກໃຫ້ລູກເຮັດສິ່ງທີ່ດີ.”1

ຊື່ຂອງ ນີໄຟ ແລະ ລີໄຮ ໄດ້ຊ່ວຍພວກເພິ່ນໃຫ້ຈື່ຈຳຜົນງານທີ່ດີຂອງບັນພະບຸລຸດຂອງພວກເພິ່ນ ແລະ ຊຸກຍູ້ພວກເພິ່ນໃຫ້ເຮັດສິ່ງທີ່ດີຄືກັນ.

ເອື້ອຍນ້ອງທັງຫລາຍ, ບໍ່ວ່າເຮົາຈະອາໄສຢູ່ໃສກໍຕາມ, ບໍ່ວ່າເຮົາຈະເວົ້າພາສາໃດກໍຕາມ, ຫລື ບໍ່ວ່າເຮົາຈະມີອາຍຸ 8 ປີ ຫລື 108 ກໍຕາມ, ເຮົາທຸກ​ຄົນກໍມີຊື່ພິເສດຮ່ວມກັນ ທີ່ມີຈຸດປະສົງອັນດຽວກັນ.

“ເພາະວ່າ ຄົນໃດໃນ [ພວກ​ເຮົາ] ໄດ້ຮັບບັບຕິສະມາໃນ​ພຣະຄຣິດແລ້ວ ຄົນນັ້ນກໍໄດ້ສວມຊີວິດຂອງພຣະຄຣິດ … : ເພາະ [ພວກເຮົາ] ທຸກຄົນເປັນອັນໜຶ່ງອັນດຽວກັນໃນພຣະເຢຊູຄຣິດ.”2

ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, “ທຳອິດເຮົາໃຫ້ສັນຍາເຖິງຄວາມເຕັມໃຈທີ່ຈະຮັບເອົາພຣະນາມຂອງພຣະຄຣິດ … ໂດຍພິທີການແຫ່ງການບັບຕິສະມາ.”3 ຜ່ານພັນທະສັນຍາຂໍ້ນີ້, ເຮົາໄດ້ສັນຍາວ່າຈະລະນຶກເຖິງພຣະອົງຕະຫລອດເວລາ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ຮັບໃຊ້ຄົນອື່ນ. ຄວາມເຕັມໃຈຂອງເຮົາທີ່ຈະຮັກສາພັນທະສັນຍາກໍຖືກສືບຕໍ່ທຸກໆວັນຊະບາໂຕ ເມື່ອເຮົາຮັບສ່ວນສິນລະລຶກ ແລະ ຊື່ນຊົມອີກຄັ້ງກັບ ພອນ ຂອງການ “[ດຳເນີນ] ຕາມຊີວິດໃໝ່.”4

ຊື່ທີ່ເຮົາໄດ້ຮັບຕອນເຮົາເກີດ ສະທ້ອນເຖິງເອກະລັກສ່ວນຕົວຂອງເຮົາ ແລະ ໃຫ້ເຮົາເປັນພາກສ່ວນພາຍໃນຄອບຄົວຂອງເຮົາຢູ່ເທິງໂລກ. ເຖິງຢ່າງໃດກໍຕາມ, ເມື່ອເຮົາ “ເກີດໃໝ່” ຕອນຮັບບັບຕິສະມາ, ຄວາມເຂົ້າໃຈວ່າເຮົາເປັນໃຜຂະຫຍາຍກວ້າງ. “ເພາະພັນທະສັນຍາທີ່ພວກທ່ານເຮັດໄວ້ ທ່ານຈະຖືກເອີ້ນວ່າລູກຂອງພຣະຄຣິດ, ... ເພາະຈົ່ງເບິ່ງ, ... ພຣະອົງໄດ້ໃຫ້ກຳເນີດພວກທ່ານທາງວິນຍານ; ເພາະພວກທ່ານເວົ້າວ່າ ໃຈຂອງພວກທ່ານປ່ຽນແປງແລ້ວ ໂດຍມີສັດທາໃນພຣະນາມຂອງພຣະອົງ; ສະນັ້ນ, ພວກທ່ານຈຶ່ງຖືກກຳເນີດຈາກພຣະອົງ.”5

ສະນັ້ນ, ດ້ວຍເອກະລັກແຫ່ງພັນທະສັນຍາ ແລະ ການເປັນພາກສ່ວນ, ເຮົາຈຶ່ງຖືກເອີ້ນຕາມພຣະນາມຂອງພຣະເຢຊູຄຣິດ. ແລະ “ບໍ່ມີນາມອື່ນໃດໃຫ້ໄວ້ ຫລື ທາງອື່ນໃດ ຫລື ວິທີໃດທີ່ຄວາມລອດຈະມາຫາລູກຫລານມະນຸດໄດ້ ນອກຈາກໃນ ແລະ ໂດຍພຣະນາມຂອງພຣະຄຣິດ, ພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່.”6

ພຣະນາມຂອງພຣະເຢຊູແມ່ນຖືກຮັບຮູ້ດົນນານກ່ອນການກຳເນີດຂອງພຣະອົງ. ຕໍ່ກະສັດເບັນຢາ​ມິນ, ທູດສະຫວັນໄດ້ພະຍາກອນວ່າ, “ແລະ ພຣະອົງຈະໄດ້ຮັບພຣະນາມວ່າ ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ... ແລະ ມານດາຂອງພຣະອົງຈະມີຊື່ວ່າ ມາຣີ.”7 ວຽກງານແຫ່ງ “ຄວາມຮັກທີ່ໄຖ່” ຂອງພຣະອົງ8 ກໍເປັນທີ່ຮູ້ຈັກຕໍ່ລູກໆຂອງພຣະເຈົ້າ ໃນບ່ອນໃດກໍຕາມທີ່ພຣະກິດຕິຄຸນໄດ້​ມີຢູ່ເທິງໂລກ, ຈາກວັນເວລາຂອງອາດາມ ແລະ ເອວາ ຈົນເຖິງວັນເວລາຂອງເຮົາ, ເພື່ອວ່າ​ພວກ​ເຂົາຈະ “ຮູ້ໄດ້ວ່າ ພວກເຂົາຈະຫລຽວຫາແຫລ່ງໃດເພື່ອການປົດບາດຂອງພວກເຂົາ.”9

ປີແລ້ວນີ້, ປະທານ ຣະໂຊ ເອັມ ແນວສັນ ໄດ້ເຊື້ອເຊີນ​ເອື້ອຍ​ນ້ອງ “ດ້ວຍ​ຄຳ​ຂໍ​ຮ້ອງ​ຂອງ​ສາດ​ສະ​ດາ” ໃຫ້ “ຫລໍ່ຫລອມອະນາຄົດ ໂດຍການຊ່ວຍເຕົ້າໂຮມອິດສະຣາເອນທີ່ກະຈັດກະຈາຍໄປ.” ເພິ່ນໄດ້ເຊື້ອເຊີນເຮົາໃຫ້ອ່ານພຣະຄຳພີມໍມອນ ແລະ “ໝາຍແຕ່ລະຂໍ້ທີ່ເຮັດໃຫ້ທ່ານປະທັບໃຈ ຫລື ອ້າງເຖິງພຣະຜູ້ຊ່ວຍໃຫ້ລອດ.” ເພິ່ນໄດ້ຂໍໃຫ້ເຮົາ “ມີຄວາມຕັ້ງໃຈກ່ຽວກັບການເວົ້າເຖິງພຣະຄຣິດ, ການປິຕິຍິນດີໃນພຣະຄຣິດ, ແລະ ການສັ່ງສອນເລື່ອງພຣະຄຣິດກັບ [ຄອບຄົວ​ຂອງ​ເຮົາ] ແລະ ໝູ່ເພື່ອນຂອງເຮົາ.” ບາງທີທ່ານໄດ້ເລີ່ມຮັບຮູ້ໝາກຜົນຂອງຄຳສັນຍາຂອງເພິ່ນທີ່ວ່າ “ທ່ານ ແລະ ເຂົາເຈົ້າຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ … ແລະ ການປ່ຽນແປງ, ແມ່ນແຕ່ສິ່ງມະຫັດສະຈັນ, ກໍຈະ​ເລີ່ມເກີດຂຶ້ນ.”10

ຄຳສັນຍາຂອງເຮົາທີ່ຈະລະນຶກເຖິງພຣະຜູ້ຊ່ວຍໃຫ້ລອດຕະຫລອດເວລາ ໃຫ້ເຮົາມີພະລັງທີ່ຈະຢຶດໝັ້ນຢູ່​ໃນຄວາມຈິງ ແລະ ຄວາມຊອບທຳ—ບໍ່ວ່າເຮົາຈະຢູ່ໃນກຸ່ມໃຫຍ່ ຫລື ຢູ່ຕາມລຳພັງ, ບ່ອນທີ່ບໍ່ມີໃຜຮູ້ຈັກການກະທຳຂອງເຮົາ ຍົກເວັ້ນ​ແຕ່ພຣະເຈົ້າ​ເທົ່າ​ນັ້ນ. ເມື່ອເຮົາລະນຶກເຖິງພຣະອົງ ແລະ ພຣະນາມຂອງພຣະອົງທີ່ເຮົາຮັບເອົາໄວ້, ເຮົາຈະບໍ່ມີບ່ອນໃຫ້ແກ່ການດູຖູກ ປຽບ​ທຽບຕົວເອງ ຫລື ການຕັດສິນຢ່າງອວດອົ່ງ. ດ້ວຍ​ການຈ້ອງ​ຕາ​ຢູ່​ທີ່ພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະເຫັນຕົວເອງເປັນຜູ້ຄົນທີ່ເຮົາເປັນແທ້ໆ—​ເປັນລູກຜູ້ລ້ຳຄ່າຂອງພຣະເຈົ້າ.

ການຈື່​ຈຳພັນທະສັນຍາຂອງເຮົາຈະເຮັດໃຫ້ຄວາມກັງວົນທາງໂລກສະຫງົບລົງ, ປ່ຽນຄວາມສົງໃສຕົວເອງໃຫ້ກາຍເປັນຄວາມກ້າຫານ, ແລະ ໃຫ້ຄວາມຫວັງໃນຊ່ວງເວລາທີ່ມີ​ການ​ທົດ​ລອງ.

ແລະ ເມື່ອເຮົາສະດຸດ ແລະ ລົ້ມລົງໃນຄວາມກ້າວໜ້າຂອງເຮົາຕາມເສັ້ນທາງແຫ່ງພັນທະສັນຍາ, ເຮົາພຽງແຕ່ລະນຶກເຖິງພຣະນາມຂອງພຣະອົງ ແລະ ຄວາມຮັກທີ່ເມດຕາທີ່ພຣະອົງມີໃຫ້ເຮົາ. “ເພາະພຣະອົງມີອຳນາດທຸກຢ່າງ, ມີຄວາມສະຫລຽວສະຫລາດທຸກຢ່າງ, ແລະ ມີຄວາມເຂົ້າໃຈທຸກຢ່າງ; ແລະ ມີຄວາມເມດຕາ … ໃຫ້ແກ່ຜູ້ທີ່ກັບໃຈ ແລະ ເຊື່ອໃນພຣະນາມຂອງພຣະອົງ.”11 ແນ່ນອນວ່າບໍ່ມີສຽງໃດທີ່ຫວານຊື່ນໄປກວ່າພຣະນາມຂອງພຣະເຢຊູ ສຳລັບທຸກຄົນຜູ້ທີ່ມີຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ເພື່ອສະແຫວງຫາທີ່ຈະ “ເຮັດໃຫ້ດີກວ່າເກົ່າ ແລະ ເປັນຄົນດີກວ່າເກົ່າ.”12

ປະທານແນວສັນ ໄດ້ສິດສອນວ່າ: “ວັນເວລາທີ່ທ່ານສາມາດເປັນຊາວຄຣິດຢູ່ງຽບໆ ແລະ ເພິ່ງພໍໃຈນັ້ນໄດ້ສິ້ນສຸດລົງແລ້ວ. ສາດສະໜາຂອງທ່ານບໍ່ໄດ້ເປັນພຽງແຕ່ການໄປໂບດໃນວັນອາທິດເທົ່ານັ້ນ. ມັນກ່ຽວຂ້ອງກັບການເປັນສານຸສິດທີ່ແທ້ຈິງຈາກເຊົ້າວັນອາທິດ ຈົນ​ເຖິງຄືນວັນເສົາ. … ຈະບໍ່ມີການເປັນສານຸສິດຂອງອົງພຣະເຢຊູຄຣິດ​ພຽງ​ແຕ່ ‘ບາງ​ເວ​ລາ’ ເທົ່າ​ນັ້ນ.”13

ຄວາມເຕັມໃຈຂອງເຮົາທີ່ຈະຮັບເອົາພຣະນາມຂອງພຣະຄຣິດ ແມ່ນສຳຄັນໄປກວ່າການປະຕິສຳພັນທາງການ. ມັນບໍ່ໄດ້ເປັນຄຳສັນຍາທີ່ຈະຢູ່ຢ່າງງຽບໆ ຫລື ວັດທະນະທຳປອມໆ. ມັນບໍ່ໄດ້ເປັນຂັ້ນຕອນຂອງພິທີທີ່ຕ້ອງຜ່ານຜ່າຕາມໄວ ຫລື ປ້າຍຊື່ທີ່ເຮົາໃສ່. ມັນບໍ່ໄດ້​ເປັນຄຳເວົ້າທີ່ເຮົາວາງ​ໄວ້​ຢູ່ຖ້ານວາງຂອງ ຫລື ແຂວນຢູ່ທີ່ຝາເຮືອນ. ພຣະນາມຂອງພຣະອົງຄື​ພຣະນາມທີ່ ເຮົາ “ສວມ​ໃສ່,”14 ຊຶ່ງຈາລຶກໄວ້ໃນຫົວໃຈຂອງເຮົາ, ແລະ “ຈາລຶກໄວ້ໃນໃບໜ້າ [ຂອງເຮົາ].”15

ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຄວນຖືກລະນຶກເຖິງ, ຢູ່ສະເໝີ, ຜ່ານ​ທາງຄວາມນຶກຄິດ, ການກະທຳ, ແລະ ການປະຕິບັດຕໍ່ກັນກັບຄົນອື່ນ. ພຣະອົງບໍ່ພຽງແຕ່ຈື່ຈຳ ຊື່​ຂອງ​ເຮົາ, ເທົ່າ​ນັ້ນ ແຕ່​ພຣະ​ອົງ​ຍັງ​ຈື່​ຈຳ ເຮົາ ສະ​ເໝີ ນຳ​ອີກ. ພຣະຜູ້ຊ່ວຍໃຫ້ລອດ ໄດ້ປະກາດວ່າ:

“ຜູ້ຍິງຈະລືມລູກທີ່ຍັງກິນນົມຂອງນາງ ແລະ ຈະບໍ່ມີເມດຕາສົງສານລູກທີ່ເກີດຈາກອຸທອນຂອງນາງບໍ? ແທ້ຈິງແລ້ວ, ນາງອາດລືມໄດ້, ແຕ່ເຮົາຈະບໍ່ລືມເຈົ້າ, ໂອ້ ເຊື້ອສາຍອິດສະຣາເອນ.

“ຈົ່ງເບິ່ງ, ເຮົາຈາລຶກເຈົ້າໄວ້ໃນຝາມືຂອງເຮົາ.”16

ປະທານ ໂຈດ ອາວເບີດ ສະມິດ ໄດ້​ສິດສອນວ່າ, “ຈົ່ງໃຫ້ກຽດຊື່ທີ່ທ່ານໄດ້ຮັບ, ເພາະວ່າມື້ໜຶ່ງທ່ານຈະມີສິດທິພິເສດ ແລະ ຂໍ້ຜູກມັດຂອງການລາຍງານ … ຕໍ່ພຣະບິດາ​ຜູ້​ສະ​ຖິດ​ຢູ່ໃນສະຫວັນຂອງທ່ານ … ເຖິງສິ່ງທີ່ທ່ານໄດ້ເຮັດລົງໄປກັບ [ຊື່ເຫລົ່ານັ້ນ].”17

ເໝືອນດັ່ງທີ່ຊື່ຂອງ ນີໄຟ ແລະ ລີໄຮ ທີ່ຖືກເລືອກຢ່າງລະມັດລະວັງ, ມັນຈະຖືກກ່າວເຖິງ ແລະ ຂຽນໄວ້ວ່າ ເຮົາເປັນສານຸສິດທີ່ແທ້ຈິງຂອງອົງພຣະ​ເຢ​ຊູ​ຄຣິດເຈົ້າຢູ່ບໍ? ເຮົາໃຫ້ກຽດ​ແກ່ພຣະນາມຂອງພຣະເຢຊູຄຣິດ ທີ່ເຮົາໄດ້ຮັບເອົາໄວ້ຢ່າງເຕັມໃຈ​ບໍ? ເຮົາບໍ່ໄດ້ເປັນທັງ “ຜູ້ປະຕິບັດ ແລະ ພະຍານ”18 ເຖິງຄວາມຮັກທີ່ເມດຕາ ແລະ ອຳນາດທີ່ໄຖ່ຂອງພຣະອົງບໍ?

ເມື່ອບໍ່ດົນມານີ້, ຂ້າພະເຈົ້າໄດ້ຟັງພຣະຄຳພີມໍມອນ. ຢູ່ໃນບົດສຸດທ້າຍຂອງ 2 ນີໄຟ, ຂ້າພະເຈົ້າ ໄດ້​ຍິນ ນີໄຟ ກ່າວເຖິງສິ່ງທີ່ຂ້າພະເຈົ້າບໍ່ເຄີຍໄດ້ ອ່ານ ມາກ່ອນ ໃນວິທີດຽວກັນກັບຕັ້ງແຕ່ກ່ອນ. ຕະຫລອດທັງບັນ​ທຶກຂອງເພິ່ນ, ເພິ່ນໄດ້​ສິດສອນ ແລະ ເປັນພະຍານເຖິງ “ພຣະຜູ້ໄຖ່,” “ພຣະອົງທີ່ສັກສິດແຫ່ງອິດສະຣາເອນ,” “ພຣະເມສານ້ອຍຂອງພຣະເຈົ້າ,” ແລະ “ພຣະເມຊີ​ອາ.” ແຕ່ຕອນເພິ່ນໄດ້ຈົບບັນທຶກຂອງເພິ່ນ, ຂ້າພະເຈົ້າໄດ້ຍິນເພິ່ນກ່າວຖ້ອຍຄຳເຫລົ່ານີ້ວ່າ: “ຂ້າພະເຈົ້າປາບປື້ມໃນຄວາມແຈ່ມແຈ້ງ; ຂ້າພະເຈົ້າປາບປື້ມໃຈຄວາມຈິງ; ຂ້າພະເຈົ້າປາບປື້ມໃນ ພຣະເຢຊູຂອງຂ້າພະເຈົ້າ, ເພາະພຣະອົງໄດ້ໄຖ່ຈິດວິນຍານຂອງຂ້າພະເຈົ້າ.”19 ເມື່ອຂ້າພະເຈົ້າໄດ້ຍິນຖ້ອຍຄຳເຫລົ່ານີ້, ຫົວໃຈຂອງຂ້າພະເຈົ້າກໍປິຕິຍິນດີ ແລະ ຂ້າພະເຈົ້າຕ້ອງໄດ້ກັບໄປຟັງອີກຫລາຍເທື່ອ. ຂ້າພະເຈົ້າໄດ້ຮັບຮູ້ ແລະ ຂານຕອບຕໍ່ຂໍ້ນັ້ນ ດັ່ງທີ່ຂ້າພະເຈົ້າຮັບຮູ້ ແລະ ຂານຕອບຕໍ່ຊື່ຂອງຂ້າພະເຈົ້າເອງ.

ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ແທ້​ຈິງ​ແລ້ວ, ຜູ້​ຄົນ​ພວກ​ນີ້ຜູ້​ທີ່​ເຕັມ​ໃຈ​ຮັບ ພຣະ​ນາມ​ຂອງ​ເຮົາ​ຈະ​ໄດ້​ຮັບ​ພອນ; ເພາະວ່າ​ພວກ​ເຂົາຈະ​ຖືກ​ເອີ້ນ​ໃນ​ພຣະນາມ​ຂອງ​ເຮົາ; ແລະ ພວກ​ເຂົາ​ເປັນ​ຂອງ​ເຮົາ.”20

ໃນຖານະສະມາຊິກຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຂໍໃຫ້ເຮົາຈົ່ງ “[ຮັບເອົາ] ພຣະນາມຂອງພຣະຄຣິດດ້ວຍຄວາມຍິນດີ”21 ໂດຍການໃຫ້ກຽດພຣະນາມຂອງພຣະອົງດ້ວຍຄວາມຮັກ, ຄວາມອຸທິດຕົນ, ແລະ ວຽກງານດີ. ຂ້າພະເຈົ້າເປັນພະຍານວ່າພຣະອົງຄື “ພຣະເມສານ້ອຍຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນພຣະບຸດຂອງພຣະບິດາຜູ້ສະຖິດນິລັນດອນ.”22 ໃນພຣະນາມຂອງພຣະບຸດອົງສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.