ບົດທີ 3
ຄຳປາໄສຂອງກະສັດເບັນຢາມິນຕໍ່—ພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ຈະປະຕິບັດຢູ່ໃນບັນດາປວງຊົນ—ໂລຫິດຈະໄຫລອອກມາຈາກທຸກຂຸມຂົນໃນຂະນະທີ່ພຣະອົງຊົດໃຊ້ແທນບາບຂອງໂລກ—ພຣະນາມຂອງພຣະອົງເທົ່ານັ້ນທີ່ຈະນຳຄວາມລອດມາໄດ້—ມະນຸດສາມາດປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລ້ວກາຍມາເປັນໄພ່ພົນຂອງພຣະເຈົ້າໂດຍຜ່ານການຊົດໃຊ້—ຄວາມທໍລະມານຂອງຄົນຊົ່ວຈະເປັນເໝືອນດັ່ງທະເລໄຟ ແລະ ມາດ. ປະມານ 124 ປີ ກ່ອນ ຄ.ສ.
1 ແລະ ອີກຢ່າງໜຶ່ງພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານຕັ້ງໃຈຟັງ, ເພາະວ່າຂ້າພະເຈົ້າຍັງມີສິ່ງທີ່ຈະກ່າວກັບພວກທ່ານອີກ; ເພາະຈົ່ງເບິ່ງ, ຂ້າພະເຈົ້າມີເລື່ອງຈະບອກພວກທ່ານກ່ຽວກັບສິ່ງທີ່ຈະມາເຖິງ.
2 ແລະ ເລື່ອງທີ່ຂ້າພະເຈົ້າຈະບອກພວກທ່ານນັ້ນແມ່ນກ່ຽວກັບ ກທູດອົງໜຶ່ງ ຊຶ່ງຈາກພຣະເຈົ້າມາ ແລະ ເຮັດໃຫ້ຂ້າພະເຈົ້າຮູ້ຈັກ. ແລະ ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງຕື່ນເຖີດ, ແລະ ຂ້າພະເຈົ້າໄດ້ຕື່ນຂຶ້ນ, ແລະ ຈົ່ງເບິ່ງ ເພິ່ນໄດ້ຢືນຢູ່ຕໍ່ໜ້າຂ້າພະເຈົ້າ.
3 ແລະ ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງຕື່ນເຖີດ, ແລະ ຈົ່ງຟັງຄຳທີ່ຂ້າພະເຈົ້າຈະບອກທ່ານ; ເພາະຈົ່ງເບິ່ງ, ຂ້າພະເຈົ້າມາເພື່ອປະກາດຂ່າວ ກອັນໜ້າຊື່ນຊົມແຫ່ງຄວາມສຸກອັນຍິ່ງໃຫຍ່ຕໍ່ທ່ານ.
4 ເພາະພຣະຜູ້ເປັນເຈົ້າໄດ້ຍິນຄຳອະທິຖານຂອງທ່ານແລ້ວ, ແລະ ໄດ້ພິຈາລະນາຄວາມຊອບທຳຂອງທ່ານ, ແລະ ໄດ້ສັ່ງຂ້າພະເຈົ້າໃຫ້ມາເພື່ອປະກາດກັບທ່ານວ່າ ທ່ານຈົ່ງປິຕິຍິນດີເຖີດ; ແລະ ວ່າໃຫ້ທ່ານປະກາດກັບຜູ້ຄົນຂອງທ່ານເພື່ອພວກເຂົາຈະເຕັມໄປດ້ວຍຄວາມສຸກເຊັ່ນດຽວກັນ.
5 ເພາະຈົ່ງເບິ່ງ, ເວລາຈະມາເຖິງ, ແລະ ຍັງອີກບໍ່ດົນ, ຊຶ່ງພ້ອມດ້ວຍອຳນາດຂອງ ກພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່, ຜູ້ຄອບຄອງ, ຜູ້ເປັນມາແລ້ວ ແລະ ເປັນຢູ່ຈາກຊົ່ວນິລັນດອນເຖິງຊົ່ວນິລັນດອນ ຈະສະເດັດຈາກສະຫວັນລົງມາຢູ່ໃນບັນດາລູກຫລານມະນຸດ, ແລະ ຈະຢູ່ໃນ ຂຮ່າງກາຍທີ່ເຮັດດ້ວຍດິນໜຽວ, ແລະ ຈະສະເດັດອອກໄປໃນບັນດາມະນຸດ ແລະ ເຮັດ ຄສິ່ງມະຫັດສະຈັນອັນຍິ່ງໃຫຍ່ເຊັ່ນ ປິ່ນປົວຄົນເຈັບປ່ວຍ, ເຮັດໃຫ້ຄົນຕາຍຄືນມີຊີວິດ, ເຮັດໃຫ້ຄົນເປ້ຍລ່ອຍຍ່າງໄດ້, ຄົນຕາບອດເຫັນຮຸ່ງ, ແລະ ຄົນຫູໜວກໄດ້ຍິນ, ແລະ ປິ່ນປົວພະຍາດທຸກຢ່າງ.
6 ແລະ ພຣະອົງຈະຂັບໄລ່ ກຜີປີສາດ ຫລື ວິນຍານຊົ່ວທີ່ຢູ່ໃນໃຈຂອງລູກຫລານມະນຸດໃຫ້ອອກໄປ.
7 ແລະ ແລ້ວພຣະອົງຈະອົດທົນຕໍ່ ກການລໍ້ລວງ, ແລະ ຄວາມເຈັບປວດທາງຮ່າງກາຍ, ແລະ ອົດທົນຕໍ່ຄວາມ ຂຫິວເຂົ້າ, ຄວາມກະຫາຍນ້ຳ, ແລະ ຄວາມອິດເມື່ອຍຫລາຍກວ່າມະນຸດຈະ ຄທົນໄດ້, ນອກຈາກຈະເຖິງແກ່ຄວາມຕາຍ; ເພາະຈົ່ງເບິ່ງ, ງຄວາມເຈັບປວດຂອງພຣະອົງຈະໃຫຍ່ຫລວງທີ່ສຸດຈົນ ຈໂລຫິດໄຫລອອກຈາກທຸກຂຸມຂົນ, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຜູ້ຄົນຂອງພຣະອົງ.
8 ແລະ ພຣະອົງຈະໄດ້ຮັບພຣະນາມວ່າ ກພຣະເຢຊູຄຣິດ, ຂພຣະບຸດຂອງພຣະເຈົ້າ, ຄພຣະບິດາແຫ່ງສະຫວັນ ແລະ ແຜ່ນດິນໂລກ, ພຣະຜູ້ສ້າງທຸກສິ່ງຕັ້ງແຕ່ຕົ້ນ; ແລະ ງມານດາຂອງພຣະອົງຈະມີຊື່ວ່າ ຈມາຣີ.
9 ແລະ ແລ້ວພຣະອົງຈະສະເດັດໄປຫາຜູ້ຄົນຂອງພຣະອົງເພື່ອ ກຄວາມລອດຈະໄດ້ມາເຖິງລູກຫລານມະນຸດ ເຖິງແມ່ນໂດຍທາງ ຂສັດທາໃນພຣະນາມຂອງພຣະອົງ; ແລະ ເຖິງແມ່ນຫລັງຈາກທັງໝົດນີ້ແລ້ວ ພວກເຂົາກໍຈະຖືວ່າ ພຣະອົງເປັນມະນຸດທຳມະດາຜູ້ໜຶ່ງ, ແລະ ກ່າວວ່າມີ ຄຜີສິງຢູ່ໃນພຣະອົງ, ແລະ ຈະ ງຂ້ຽນຕີພຣະອົງ, ແລະ ຈະ ຈຄຶງພຣະອົງໄວ້ເທິງໄມ້ກາງແຂນ.
10 ແລະ ໃນມື້ ກທີສາມພຣະອົງຈະ ຂລຸກຂຶ້ນຈາກຄວາມຕາຍ; ແລະ ຈົ່ງເບິ່ງ, ພຣະອົງຈະປະທັບຢືນຢູ່ເພື່ອ ຄພິພາກສາໂລກ; ແລະ ຈົ່ງເບິ່ງ, ເລື່ອງທັງໝົດນີ້ຈະເປັນໄປເພື່ອການພິພາກສາອັນຊອບທຳຈະໄດ້ມາເຖິງລູກຫລານມະນຸດ.
11 ເພາະຈົ່ງເບິ່ງ, ແລະ ກໂລຫິດຂອງພຣະອົງຈະ ຂຊົດໃຊ້ແທນບາບຂອງຄົນທີ່ ຄຕົກໄປຍ້ອນການລ່ວງລະເມີດຂອງອາດາມນຳອີກ, ຜູ້ທີ່ຕາຍໂດຍບໍ່ຮູ້ຈັກພຣະປະສົງຂອງພຣະເຈົ້າກ່ຽວກັບພວກເຂົາ, ຫລື ຜູ້ທີ່ເຮັດບາບ ງໂດຍບໍ່ຮູ້.
12 ແຕ່ວິບັດ, ວິບັດແກ່ຜູ້ທີ່ຮູ້ວ່າຕົນ ກກະບົດຕໍ່ພຣະເຈົ້າ! ເພາະຄວາມລອດຈະບໍ່ມາຫາຄົນແນວນັ້ນ ນອກຈາກຈະເປັນໂດຍທາງການກັບໃຈ ແລະ ມີສັດທາໃນ ຂອົງພຣະເຢຊູຄຣິດເຈົ້າເທົ່ານັ້ນ.
13 ແລະ ອົງພຣະຜູ້ເປັນເຈົ້າໄດ້ສົ່ງສາດສະດາຜູ້ບໍລິສຸດຂອງພຣະອົງມາໃນບັນດາລູກຫລານມະນຸດທັງປວງ ເພື່ອປະກາດເລື່ອງເຫລົ່ານີ້ກັບທຸກຕະກຸນ, ທຸກປະຊາຊາດ, ທຸກພາສາ, ຍ້ອນເຫດນີ້ຜູ້ໃດກໍຕາມທີ່ເຊື່ອວ່າ ພຣະຄຣິດຈະສະເດັດມາ, ຜູ້ນັ້ນຈະໄດ້ຮັບ ກການປົດບາບຂອງພວກເຂົາ, ແລະ ປິຕິຍິນດີດ້ວຍຄວາມຊື່ນຊົມຢ່າງຍິ່ງ, ແມ່ນແຕ່ ຂຄືກັບວ່າພຣະອົງໄດ້ສະເດັດມາໃນບັນດາພວກເຂົາແລ້ວ.
14 ແຕ່ອົງພຣະຜູ້ເປັນເຈົ້າກໍຍັງເຫັນວ່າຜູ້ຄົນຂອງພຣະອົງເປັນຄົນແຂງຄໍ, ແລະ ພຣະອົງໄດ້ກຳນົດກົດໄວ້ໃຫ້ພວກເຂົາ, ແມ່ນແຕ່ ກກົດຂອງໂມເຊ.
15 ແລະ ເຄື່ອງໝາຍ, ແລະ ການແປກປະຫລາດ, ແລະ ກແບບຢ່າງ, ແລະ ເງົາຫລາຍຢ່າງທີ່ພຣະອົງໄດ້ສະແດງແກ່ພວກເຂົາກ່ຽວກັບການສະເດັດມາຂອງພຣະອົງ; ແລະ ສາດສະດາຜູ້ບໍລິສຸດຈະເວົ້າກັບພວກເຂົາກ່ຽວກັບການສະເດັດມາຂອງພຣະອົງນຳອີກ; ແຕ່ພວກເຂົາກໍເຮັດໃຈແຂງກະດ້າງຢູ່ ແລະ ບໍ່ເຂົ້າໃຈວ່າ ຂກົດຂອງໂມເຊບໍ່ມີຜົນອັນໃດເລີຍນອກຈາກຈະເປັນໂດຍທາງການຊົດໃຊ້ດ້ວຍໂລຫິດຂອງພຣະອົງເທົ່ານັ້ນ.
16 ແລະ ເຖິງແມ່ນຖ້າຫາກເປັນໄປວ່າ ກເດັກນ້ອຍໆເຮັດບາບໄດ້ ພວກເຂົາຈະລອດບໍ່ໄດ້; ແຕ່ຂ້າພະເຈົ້າກ່າວກັບພວກທ່ານວ່າ ພວກເຂົາໄດ້ ຂຮັບພອນແລ້ວ; ເພາະຈົ່ງເບິ່ງ, ເໝືອນດັ່ງເຊັ່ນໃນອາດາມໂດຍທຳມະຊາດເຂົາຕົກ, ເຖິງແມ່ນເປັນເຊັ່ນນັ້ນ ໂລຫິດຂອງພຣະຄຣິດກໍຊົດໃຊ້ແທນບາບຂອງພວກເຂົາ.
17 ແລະ ຍິ່ງກວ່ານັ້ນ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຈະ ກບໍ່ມີນາມອື່ນໃດໃຫ້ໄວ້ ຫລື ທາງອື່ນໃດ ຫລື ວິທີໃດທີ່ ຂຄວາມລອດຈະມາຫາລູກຫລານມະນຸດໄດ້ ນອກຈາກໃນ ແລະ ໂດຍພຣະນາມຂອງ ຄພຣະຄຣິດພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່.
18 ເພາະຈົ່ງເບິ່ງ, ພຣະອົງພິພາກສາ ແລະ ການພິພາກສາຂອງພຣະອົງທ່ຽງທຳກັບທຸກຄົນ; ແລະ ເດັກແດງທາລົກທີ່ເສຍຊີວິດນັ້ນບໍ່ໄດ້ຕາຍເລີຍ; ມະນຸດຈະກິນຄວາມອັບປະໂຫຍດເຂົ້າໄປໃນຈິດວິນຍານຂອງຕົນ ຖ້າຫາກພວກເຂົາບໍ່ຖ່ອມຕົວ ແລະ ກກາຍເປັນຄືກັນກັບເດັກນ້ອຍໆ, ແລະ ເຊື່ອວ່າຄວາມລອດມີມາແລ້ວ ແລະ ມີຢູ່ ແລະ ຈະມາເຖິງໃນ ແລະ ໂດຍໂລຫິດທີ່ ຂຊົດໃຊ້ຂອງພຣະຄຣິດພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່.
19 ເພາະມະນຸດທີ່ມີ ກຈິດໃຈທຳມະດາເປັນສັດຕູກັບພຣະເຈົ້າ, ແລະ ເປັນມາແລ້ວຕັ້ງແຕ່ ຂການຕົກຂອງອາດາມ, ແລະ ຈະເປັນໄປຕະຫລອດການ ແລະ ຕະຫລອດໄປ, ເວັ້ນເສຍແຕ່ພວກເຂົາຈະ ຄຍອມຕໍ່ການຊັກຈູງຂອງ ງພຣະວິນຍານສັກສິດ, ແລະ ປະຖິ້ມມະນຸດທີ່ມີຈິດໃຈທຳມະດາ ແລະ ກາຍມາເປັນ ຈໄພ່ພົນຂອງພຣະເຈົ້າໂດຍການຊົດໃຊ້ຂອງອົງພຣະຄຣິດ, ແລະ ກາຍເປັນຄືກັນກັບ ສເດັກນ້ອຍ, ບອກລອນສອນງ່າຍ, ອ່ອນໂຍນ, ຖ່ອມຕົວ, ອົດທົນ, ເຕັມໄປດ້ວຍຄວາມຮັກ, ເຕັມໃຈໃນທຸກສິ່ງທີ່ພຣະຜູ້ເປັນເຈົ້າເຫັນສົມຄວນທີ່ຈະໃຫ້ເກີດກັບພວກເຂົາ, ເໝືອນດັ່ງເດັກນ້ອຍຍິນຍອມຕໍ່ບິດາຂອງຕົນ.
20 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ເວລາຈະມາເຖິງເມື່ອ ກຄວາມຮູ້ເລື່ອງຂອງພຣະຜູ້ຊ່ວຍໃຫ້ລອດຈະແຜ່ໄປທົ່ວ ຂທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ.
21 ແລະ ຈົ່ງເບິ່ງ, ເມື່ອເວລານັ້ນມາເຖິງຈະບໍ່ມີຜູ້ໃດເລີຍທີ່ ກບໍ່ມີຂໍ້ຕຳນິຕໍ່ພຣະພັກຂອງພຣະເຈົ້າ ນອກຈາກຈະເປັນດັ່ງເດັກນ້ອຍໆ, ພຽງແຕ່ໂດຍການກັບໃຈ ແລະ ມີສັດທາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່.
22 ແລະ ເຖິງແມ່ນໃນເວລານີ້ ເມື່ອພວກທ່ານສິດສອນຜູ້ຄົນຂອງພວກທ່ານເຖິງສິ່ງທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າໄດ້ບັນຊາພວກທ່ານ, ຈົນຮອດເວລານັ້ນ ຈະພົບວ່າ ພວກເຂົາບໍ່ມີຂໍ້ຕຳນິອີກຕໍ່ໄປ ໃນສາຍພຣະເນດຂອງພຣະເຈົ້າ, ພຽງແຕ່ ຕາມຄຳທີ່ຂ້າພະເຈົ້າໄດ້ກ່າວກັບພວກທ່ານເທົ່ານັ້ນ.
23 ແລະ ບັດນີ້ ຂ້າພະເຈົ້າໄດ້ກ່າວຄຳຊຶ່ງອົງພຣະຜູ້ເປັນເຈົ້າໄດ້ບັນຊາຂ້າພະເຈົ້າແລ້ວ.
24 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ຄຳເຫລົ່ານັ້ນຈະຢືນເປັນປະຈັກພະຍານທີ່ແຈ່ມແຈ້ງຕໍ່ຜູ້ຄົນພວກນີ້ໃນວັນພິພາກສາ; ຊຶ່ງແຕ່ລະຄົນຈະຖືກພິພາກສາຕາມຄຳເຫລົ່ານັ້ນ ຕາມວຽກງານຂອງພວກເຂົາ, ບໍ່ວ່າດີ ຫລື ຊົ່ວ.
25 ແລະ ຖ້າຫາກພວກເຂົາຊົ່ວ ພວກເຂົາຈະຖືກສົ່ງໄປຫາ ກຄວາມຫລັງອັນເປັນຕາຢ້ານກ່ຽວກັບຄວາມຜິດ ແລະ ຄວາມໜ້າກຽດຊັງຂອງພວກເຂົາ ຊຶ່ງເຮັດໃຫ້ພວກເຂົາຖອຍອອກໄປຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ ໄປຫາສະພາບແຫ່ງ ຂຄວາມທຸກຍາກ ແລະ ຄວາມທໍລະມານທີ່ບໍ່ມີວັນສິ້ນສຸດ ຊຶ່ງຈາກນັ້ນພວກເຂົາຈະກັບມາອີກບໍ່ໄດ້; ສະນັ້ນພວກເຂົາຈຶ່ງໄດ້ກິນຄວາມອັບປະໂຫຍດເຂົ້າໄປສູ່ຈິດວິນຍານຂອງພວກເຂົາແລ້ວ.
26 ສະນັ້ນ ພວກເຂົາໄດ້ດື່ມຈາກຈອກແຫ່ງພຣະພິໂລດຂອງພຣະເຈົ້າແລ້ວ, ຊຶ່ງຄວາມຍຸດຕິທຳນັ້ນປະຕິເສດພວກເຂົາບໍ່ໄດ້ດັ່ງທີ່ປະຕິເສດບໍ່ໄດ້ວ່າ ກອາດາມຈະຕົກເພາະການຮັບສ່ວນ ຂໝາກໄມ້ທີ່ຕ້ອງຫ້າມນັ້ນ; ສະນັ້ນ, ຄຄວາມເມດຕາຈະມີສິດເໜືອພວກເຂົາອີກບໍ່ໄດ້ຕະຫລອດການ.
27 ແລະ ກຄວາມທຸກທໍລະມານຂອງພວກເຂົາຈະເປັນເໝືອນດັ່ງ ຂທະເລໄຟ ແລະ ມາດ ຊຶ່ງແປວໄຟນັ້ນບໍ່ຮູ້ຈັກມອດ ແລະ ຄວັນມັນລອຍຂຶ້ນຢູ່ຕະຫລອດການ ແລະ ຕະຫລອດໄປ. ພຣະຜູ້ເປັນເຈົ້າໄດ້ບັນຊາຂ້າພະເຈົ້າດັ່ງນີ້. ອາແມນ.