ພຣະ​ຄຳ​ພີ
ໂມ​ໄຊ​ຢາ 15


ບົດ​ທີ 15

ພຣະ​ເຢຊູ​ເປັນ​ທັງ​ພຣະ​ບິດາ ແລະ ພຣະ​ບຸດ​ໄດ້​ແນວ​ໃດ—ພຣະ​ອົງ​ຈະ​ວິງ​ວອນ​ແທນ ແລະ ແບກ​ຫາບ​ການ​ລ່ວງ​ລະເມີດ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ—ພວກ​ເຂົາ​ກັບ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ​ເປັນ​ລູກ​ຫລານ​ຂອງ​ພຣະ​ອົງ—ພຣະ​ອົງ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ—ເດັກ​ນ້ອຍໆ​ມີ​ຊີ​ວິດ​ນິ​ລັນ​ດອນ. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ອະ​ບີ​ນາ​ໄດ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ເຂົ້າ​ໃຈ​ວ່າ ພຣະ​ເຈົ້າ​ພຣະ​ອົງ​ເອງ​ຈະ​ສະ​ເດັດ​ມາ​ຫາ​ບັນ​ດາ​ລູກ​ຫລານ​ມະນຸດ ແລະ ຈະ ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ.

2 ແລະ ຍ້ອນ​ວ່າ​ພຣະ​ອົງ​ຈະ​ໄດ້ ຢູ່​ໃນ​ເນື້ອ​ໜັງ ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ຂຶ້ນ​ກັບ​ເນື້ອ​ໜັງ ແລະ ຕາມ​ພຣະ​ປະສົງ​ຂອງ ພຣະ​ບິດາ, ຈຶ່ງ​ເປັນ​ທັງ​ພຣະ​ບິດາ ແລະ ພຣະ​ບຸດ—

3 ພຣະ​ບິດາ, ເພາະ​ວ່າ​ພຣະ​ອົງ ແຕ່ງ​ຂຶ້ນ​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ; ແລະ ພຣະ​ບຸດ, ຍ້ອນ​ວ່າ​ມີ​ຮ່າງ​ກາຍ​ທາງ​ເນື້ອ​ໜັງ; ຈຶ່ງ​ເປັນ​ທັງ​ພຣະ​ບຸດ ແລະ ພຣະ​ບິດາ​ແນວ​ນັ້ນ—

4 ແລະ ທັງ​ສອງ​ພຣະ​ອົງ​ເປັນ ພຣະ​ເຈົ້າ​ອົງ​ດຽວ, ແທ້​ຈິງ​ແລ້ວ, ເປັນ ພຣະ​ບິດາ ຜູ້​ສະ​ຖິດ​ນິ​ລັນ​ດອນ​ແຫ່ງ​ສະຫວັນ ແລະ ແຜ່ນ​ດິນ​ໂລກ.

5 ແລະ ເນື້ອ​ໜັງ​ຈຶ່ງ​ຂຶ້ນ​ຢູ່​ກັບ​ພຣະ​ວິນ​ຍານ​ດັ່ງ​ນັ້ນ, ຫລື ພຣະ​ບຸດ​ກັບ​ພຣະ​ບິດາ, ໂດຍ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ດຽວ ທີ່ ທົນ​ກັບ​ການ​ລໍ້​ລວງ, ແລະ ບໍ່​ຍອມ​ຜ່າຍ​ແພ້​ຕໍ່​ການ​ລໍ້​ລວງ, ແຕ່​ພຣະ​ອົງ​ຍອມ​ທົນ​ທຸກ​ຕໍ່​ການ​ເຍາະ​ເຍີ້ຍ, ແລະ ການ ຂ້ຽນ​ຕີ, ແລະ ຖືກ​ຂັບ​ໄລ່​ອອກ​ໄປ, ແລະ ຖືກ​ຜູ້​ຄົນ​ຂອງ​ພຣະ​ອົງ ປະ​ຕິ​ເສດ.

6 ແລະ ຫລັງ​ຈາກ​ສິ່ງ​ທັງ​ໝົດ​ນີ້, ຫລັງ​ຈາກ​ໄດ້​ເຮັດ​ສິ່ງ​ມະຫັດ​ສະຈັນ​ອັນ​ຍິ່ງ​ໃຫຍ່​ຫລາຍ​ຢ່າງ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ​ແລ້ວ, ພຣະ​ອົງ​ຈະ​ຖືກ​ນຳ​ໄປ, ແທ້​ຈິງ​ແລ້ວ, ແມ່ນ ດັ່ງ​ເອຊາ​ຢາ​ກ່າວ​ເໝືອນ​ດັ່ງ​ໂຕ​ແກະ​ທີ່​ຢືນ​ເສີຍ​ຢູ່​ຕໍ່​ໜ້າ​ຄົນ​ຕັດ​ຂົນ​ຂອງ​ມັນ​ສັນ​ໃດ, ພຣະ​ອົງ​ຈະ​ບໍ່ ເປີດ​ພຣະ​ໂອດ​ຂອງ​ພຣະ​ອົງ​ສັນ​ນັ້ນ.

7 ແທ້​ຈິງ​ແລ້ວ, ເຖິງ​ປານ​ນັ້ນ​ພຣະ​ອົງ​ຍັງ​ຖືກ​ນຳ​ໄປ ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ ແລະ ຖືກ​ຂ້າ, ແລະ ເນື້ອ​ໜັງ​ຂອງ​ພຣະ​ອົງ​ຈະ​ກັບ​ກາຍ​ມາ​ເປັນ​ຄວາມ​ຕາຍ, ເພື່ອ ປະສົງ​ຂອງ​ພຣະ​ບຸດ​ຈະ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະສົງ​ຂອງ​ພຣະ​ບິດາ.

8 ແລະ ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້ ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ, ມີ ໄຊ​ຊະນະ​ຕໍ່​ຄວາມ​ຕາຍ, ປະທານ​ອຳນາດ​ໃຫ້​ພຣະ​ບຸດ​ເພື່ອ ວິງ​ວອນ​ແທນ​ລູກ​ຫລານ​ມະນຸດ—

9 ໂດຍ​ທີ່​ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະຫວັນ, ໂດຍ​ທີ່​ມີ​ອຸ​ທອນ​ແຫ່ງ​ຄວາມ​ເມດ​ຕາ​ສົງ​ສານ; ເຕັມ​ໄປ​ດ້ວຍ​ຄວາມ​ກະ​ລຸ​ນາ, ຮັກ​ຫອມ​ລູກ​ຫລານ​ມະນຸດ ຊຶ່ງ​ຢູ່​ລະຫວ່າງ​ພວກ​ເຂົາ; ແລະ ຄວາມ​ຍຸດ​ຕິ​ທຳ​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຂາດ​ອອກ; ຮັບ​ເອົາ​ຄວາມ​ຊົ່ວ​ຮ້າຍ ແລະ ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ​ມາ​ໄວ້​ນຳ ພຣະ​ອົງ​ເອງ, ແລະ ໄຖ່​ພວກ​ເຂົາ, ແລະ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄວາມ​ຍຸດ​ຕິ​ທຳ.

10 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ແມ່ນ​ໃຜ​ຈະ​ປະ​ກາດ​ຊົ່ວ​ລຸ້ນ​ຄົນ​ຂອງ​ພຣະ​ອົງ​ໄດ້? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເວລາ​ທີ່​ພຣະ​ອົງ​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ບາບ ແລ້ວ​ພຣະ​ອົງ​ຈະ​ຫລຽວ​ເຫັນ ລູກ​ຫລານ​ຂອງ​ພຣະ​ອົງ. ແລະ ບັດ​ນີ້​ພວກ​ທ່ານ​ຈະ​ວ່າ​ແນວ​ໃດ? ແລະ ຜູ້​ໃດ​ຈະ​ເປັນ​ລູກ​ຫລານ​ຂອງ​ພຣະ​ອົງ?

11 ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ໄດ້​ຍິນ​ຄຳ​ເວົ້າ​ຂອງ ສາດ​ສະ​ດາ, ແທ້​ຈິງ​ແລ້ວ, ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ ຊຶ່ງ​ໄດ້​ທຳ​ນາຍ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຄົນ​ທັງ​ຫລາຍ​ຜູ້​ທີ່​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ, ແລະ ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ລໍ​ຖ້າ​ມື້​ນັ້ນ​ເພື່ອ​ການ​ປົດ​ບາບ​ຂອງ​ພວກ​ເຂົາ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຄົນ​ພວກ​ນີ້​ຄື​ລູກ​ຫລານ​ຂອງ​ພຣະ​ອົງ, ຫລື ວ່າ​ທາ​ຍາດ​ຂອງ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

12 ເພາະ​ວ່າ​ຄົນ​ພວກ​ນີ້​ຄື​ຄົນ​ທີ່ ພຣະ​ອົງ​ຈະ​ແບກ​ບາບ​ຂອງ​ພວກ​ເຂົາ​ໄວ້; ແລະ ຄົນ​ພວກ​ນີ້​ຄື​ຄົນ​ທີ່​ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ແທນ​ເພື່ອ​ໄຖ່​ພວກ​ເຂົາ​ອອກ​ຈາກ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ. ແລະ ບັດ​ນີ້, ພວກ​ເຂົາ​ບໍ່​ແມ່ນ​ລູກ​ຫລານ​ຂອງ​ພຣະ​ອົງ​ບໍ?

13 ແທ້​ຈິງ​ແລ້ວ, ສາດ​ສະ​ດາ​ທຸກ​ຄົນ​ບໍ່​ໄດ້​ເປີດ​ປາກ​ທຳ​ນາຍ​ບໍ, ຊຶ່ງ​ບໍ່​ໄດ້​ຕົກ​ຢູ່​ໃນ​ການ​ລ່ວງ​ລະເມີດ, ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ໝົດ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ພວກ​ເພິ່ນ​ແມ່ນ​ລູກ​ຫລານ​ຂອງ​ພຣະ​ອົງ.

14 ແລະ ຄົນ​ເຫລົ່າ​ນີ້​ຄື ຜູ້ ປະ​ກາດ​ສັນ​ຕິ​ສຸກ ແລະ ນຳ​ເອົາ​ຂ່າວ​ປະ​ເສີດ​ຂອງ​ຄວາມ​ດີ​ມາ, ຜູ້​ປະ​ກາດ​ຄວາມ​ລອດ; ແລະ ກ່າວ​ກັບ​ຊີໂອນ​ວ່າ: ພຣະ​ເຈົ້າ​ຊົງ​ປົກ​ຄອງ!

15 ແລະ ໂອ້ ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ​ນັ້ນ​ງາມ​ພຽງ​ໃດ!

16 ແລະ ອີກ​ເທື່ອ​ໜຶ່ງ, ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ ຊຶ່ງ​ປະ​ກາດ​ສັນ​ຕິ​ສຸກ​ນັ້ນ​ງາມ​ພຽງ​ໃດ!

17 ແລະ ອີກ​ເທື່ອ​ໜຶ່ງ, ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ ຊຶ່ງ​ປະ​ກາດ​ສັນ​ຕິ​ສຸກ​ຕັ້ງ​ແຕ່​ເວລາ​ນັ້ນ​ມາ​ງາມ​ພຽງ​ໃດ, ແທ້​ຈິງ​ແລ້ວ, ຕັ້ງ​ແຕ່​ເວລາ​ນີ້ ແລະ ຕະຫລອດ​ໄປ!

18 ແລະ ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ນີ້​ຍັງ​ບໍ່​ທັນ​ໝົດ, ເພາະ​ວ່າ ໂອ້ ພຣະ​ບາດ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ​ທີ່​ນຳ​ຂ່າວ​ປະ​ເສີດ​ມາ​ນັ້ນ​ງາມ​ພຽງ​ໃດ, ນັ້ນ​ຄື​ຜູ້​ກໍ່​ຕັ້ງ ສັນ​ຕິ​ສຸກ, ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ໄດ້​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ພຣະ​ອົງ​ຜູ້​ປະທານ​ຄວາມ​ລອດ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ;

19 ເພາະ​ວ່າ ຖ້າ​ຫາກ​ບໍ່​ມີ​ການ​ໄຖ່​ທີ່​ພຣະ​ອົງ​ເຮັດ​ເພື່ອ​ຜູ້​ຄົນ​ຂອງ​ພຣະ​ອົງ ຊຶ່ງ​ຖືກ​ຕຽມ​ໄວ້​ແລ້ວ​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ​ນັ້ນ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ຖ້າ​ຫາກ​ບໍ່​ມີ​ການ​ໄຖ່​ນີ້​ແລ້ວ, ມະນຸດ​ທັງ​ໝົດ ຕ້ອງ​ຕາຍ.

20 ແຕ່​ຈົ່ງ​ເບິ່ງ, ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ຈະ​ຂາດ​ອອກ ແລະ ພຣະ​ບຸດ​ຈະ​ປົກ​ຄອງ ແລະ ມີ​ອຳນາດ​ເໜືອ​ກວ່າ​ຄວາມ​ຕາຍ; ສະນັ້ນ, ພຣະ​ອົງ​ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ​ມີ​ຂຶ້ນ.

21 ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຈະ​ເກີດ​ຂຶ້ນ, ແມ່ນ ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ; ແທ້​ຈິງ​ແລ້ວ, ແມ່ນ​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຜູ້​ທີ່​ເປັນ​ມາ​ແລ້ວ, ແລະ ທີ່​ເປັນ, ແລະ ທີ່​ຈະ​ເປັນ ແມ່ນ​ແຕ່​ຈົນ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ—ເພາະ​ເຊັ່ນ​ນີ້​ພຣະ​ອົງ​ຈະ​ຊົງ​ໄດ້​ຮັບ​ເອີ້ນ.

22 ແລະ ບັດ​ນີ້​ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ສາດ​ສະ​ດາ​ທັງ​ໝົດ, ແລະ ຄົນ​ທັງ​ຫລາຍ​ທີ່​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ, ຫລື ຄົນ​ທັງ​ຫລາຍ​ທີ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຈະ​ອອກ​ມາ​ຫາ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ມີ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

23 ພວກ​ເຂົາ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້ ຢູ່​ກັບ​ພຣະ​ເຈົ້າ​ຜູ້​ໄຖ່​ພວກ​ເຂົາ; ດ້ວຍ​ວິ​ທີ​ນີ້​ພວກ​ເຂົາ​ຈຶ່ງ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ​ໂດຍ​ພຣະ​ຄຣິດ​ຜູ້​ເຮັດ​ໃຫ້​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ​ນັ້ນ ຂາດ​ອອກ.

24 ແລະ ຄົນ​ເຫລົ່າ​ນີ້​ຄື​ຄົນ​ທີ່​ມີ​ສ່ວນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ; ແລະ ຄົນ​ພວກ​ນີ້​ຄື​ຄົນ​ທີ່​ຕາຍ​ໃນ​ຄວາມ​ໂງ່​ຈ້າ​ຂອງ​ພວກ​ເຂົາ​ກ່ອນ​ພຣະ​ຄຣິດ​ສະ​ເດັດ​ມາ, ໂດຍ​ທີ່​ພວກ​ເຂົາ​ບໍ່​ໄດ້​ຮັບ​ປະ​ກາດ​ເລື່ອງ ຄວາມ​ລອດ​ເລີຍ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເອົາ​ການ​ກັບ​ຄືນ​ຂອງ​ຄົນ​ເຫລົ່າ​ນີ້; ແລະ ພວກ​ເຂົາ​ຈຶ່ງ​ມີ​ສ່ວນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ, ຫລື ມີ​ຊີ​ວິດ​ນິ​ລັນ​ດອນ, ໂດຍ​ຖືກ​ໄຖ່​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ.

25 ແລະ ເດັກ​ນ້ອຍໆ​ກໍ​ມີ​ຊີ​ວິດ​ນິ​ລັນ​ດອນ​ຄື​ກັນ.

26 ແຕ່​ຈົ່ງ​ເບິ່ງ, ແລະ ຈົ່ງ ຢ້ານ​ກົວ ແລະ ຕົວ​ສັ່ນ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ; ເພາະ​ພວກ​ທ່ານ​ຄວນ​ຈະ​ສັ່ນ​ສະ​ທ້ານ; ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ໄຖ່​ຜູ້​ໃດ​ທີ່ ກະ​ບົດ​ຕໍ່​ພຣະ​ອົງ ແລະ ຕາຍ​ໄປ​ໃນ​ບາບ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຄົນ​ທັງ​ຫລາຍ​ຜູ້​ທີ່​ຕາຍ​ໄປ​ໃນ​ບາບ​ຂອງ​ພວກ​ເຂົາ ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ, ທີ່​ກະ​ບົດ​ຕໍ່​ພຣະ​ເຈົ້າ​ໂດຍ​ເຈດ​ຕະ​ນາ, ໂດຍ​ທີ່​ຮູ້​ຈັກ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແລ້ວ​ແຕ່​ບໍ່​ຮັກ​ສາ​ມັນ; ຄົນ​ເຫລົ່າ​ນີ້​ຄື​ພວກ​ທີ່ ບໍ່​ມີ​ສ່ວນ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ຄັ້ງ​ທຳ​ອິດ.

27 ສະນັ້ນ ພວກ​ທ່ານ​ບໍ່​ຄວນ​ຕົວ​ສັ່ນ​ບໍ? ເພາະ​ວ່າ​ຄວາມ​ລອດ​ຈະ​ບໍ່​ມາ​ເຖິງ​ຄົນ​ເຊັ່ນ​ນັ້ນ; ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່​ໄຖ່​ຄົນ​ເຊັ່ນ​ນັ້ນ; ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄຖ່​ຄົນ​ເຊັ່ນ​ນັ້ນ​ບໍ່​ໄດ້; ເພາະ​ວ່າ​ພຣະ​ອົງ​ປະ​ຕິ​ເສດ​ພຣະ​ອົງ​ເອງ​ບໍ່​ໄດ້; ເພາະ​ພຣະ​ອົງ​ປະ​ຕິ​ເສດ ຄວາມ​ຍຸດ​ຕິ​ທຳ​ບໍ່​ໄດ້​ເມື່ອ​ມີ​ການ​ຮຽກ​ຮ້ອງ.

28 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ ເວລາ​ຈະ​ມາ​ເຖິງ​ທີ່​ຄວາມ​ລອດ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ ປ່າວ​ປະ​ກາດ​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

29 ແທ້​ຈິງ​ແລ້ວ, ຂ້າ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ຄົນ​ຍາມ​ຂອງ​ພຣະ​ອົງ​ຈະ​ຮ້ອງ​ດ້ວຍ​ສຽງ​ດັງ​ຂອງ​ພວກ​ເຂົາ; ພວກ​ເຂົາ​ຈະ​ຮ້ອງ​ເພງ​ເປັນ​ສຽງ​ດຽວ​ກັນ; ເພາະ​ວ່າ​ພວກ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເອົາ​ຊີໂອນ​ຄືນ​ມາ.

30 ຈົ່ງ​ເປັ່ງ​ສຽງ​ປິ​ຕິ​ຍິນ​ດີ, ຮ້ອງ​ເພງ​ນຳ​ກັນ, ກຸງ​ເຢຣູ​ຊາເລັມ​ເອີຍ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ຮົກ​ຮ້າງ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອຍ​ໃຈ​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ໄຖ່​ກຸງ​ເຢຣູ​ຊາເລັມ​ແລ້ວ.

31 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກາງ​ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ, ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ.