ພຣະ​ຄຳ​ພີ
ໂມ​ໄຊ​ຢາ 10


ບົດ​ທີ 10

ກະສັດ​ເລມັນ​ໄດ້​ເສຍ​ຊີ​ວິດ​ໄປ—ຜູ້​ຄົນ​ຂອງ​ເພິ່ນ​ເປັນ​ຄົນ​ປ່າ​ເຖື່ອນ ແລະ ໂຫດ​ຮ້າຍ ແລະ ເຊື່ອ​ຖື​ໃນ​ປະ​ເພ​ນີ​ທີ່​ບໍ່​ຖືກ​ຕ້ອງ—ຊີ​ນິບ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ເດັ່ນ​ກວ່າ​ພວກ​ເຂົາ. ປະ​ມານ 187–160 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເລີ່ມ​ສະຖາ​ປະນາ​ລາ​ຊາ​ອາ​ນາ​ຈັກ​ຂຶ້ນ ແລະ ພວກ​ເຮົາ​ເລີ່ມ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຢ່າງ​ສັນ​ຕິ​ສຸກ​ອີກ. ແລະ ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ອາ​ວຸດ​ແຫ່ງ​ສົງ​ຄາມ​ຂຶ້ນ​ຫລາຍ​ຊະ​ນິດ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ມີ​ອາ​ວຸດ​ໃຫ້​ແກ່​ຜູ້​ຄົນ​ເພື່ອ​ຕໍ່​ສູ້​ໃນ​ເວລາ​ທີ່​ຊາວ​ເລມັນ​ຂຶ້ນ​ມາ​ກໍ່​ສົງ​ຄາມ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

2 ແລະ ຂ້າ​ພະ​ເຈົ້າ​ໄດ້​ຈັດ​ຍາມ​ໄວ້​ຮອບ​ແຜ່ນ​ດິນ ເພື່ອ​ຊາວ​ເລມັນ​ຈະ​ບໍ່​ໄດ້​ມາ​ໂຈມ​ຕີ ແລະ ມາ​ທຳ​ລາຍ​ພວກ​ເຮົາ​ໂດຍ​ບໍ່​ຮູ້​ສຶກ​ຕົວ; ແລະ ໃນ​ວິ​ທີ​ນີ້​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ປ້ອງ​ກັນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ແລະ ຝູງ​ສັດ​ລ້ຽງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຮັກ​ສາ​ມັນ​ໄວ້​ບໍ່​ໃຫ້​ຕົກ​ໄປ​ຢູ່​ໃນ​ກຳ​ມື​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ມາ​ເປັນ​ມູນ​ມໍ​ລະ​ດົກ​ຢູ່​ຫລາຍ​ປີ, ແທ້​ຈິງ​ແລ້ວ, ເປັນ​ເວລາ​ເຖິງ​ຊາວ​ສອງ​ປີ.

4 ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ຜູ້​ຊາຍ​ໄຖ​ດິນ, ແລະ ປູກ ພືດ​ພັນ ແລະ ແນວ​ໝາກ​ໄມ້​ທຸກ​ຊະ​ນິດ.

5 ແລະ ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ພວກ​ຜູ້​ຍິງ​ເຂັນ​ຝ້າຍ ແລະ ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ, ແລະ ຕ່ຳ​ຜ້າ​ລີ​ນິນ​ຢ່າງ​ດີ​ທຸກ​ຊະ​ນິດ, ແທ້​ຈິງ​ແລ້ວ, ຕ່ຳ ຜ້າ​ທຸກ​ຊະ​ນິດ​ເພື່ອ​ພວກ​ເຮົາ​ຈະ​ໄດ້​ຫຸ້ມ​ຫໍ່​ຄວາມ​ເປືອຍ​ເປົ່າ​ຂອງ​ພວກ​ເຮົາ; ແລະ ພວກ​ເຮົາ​ໄດ້​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ—​ແລະ ພວກ​ເຮົາ​ໄດ້​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ຊາວ​ສອງ​ປີ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ ເລມັນ​ໄດ້​ສິ້ນ​ຊີ​ວິດ, ແລະ ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ປົກ​ຄອງ​ແທນ. ແລະ ເພິ່ນ​ເລີ່ມ​ຍຸ​ຍົງ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ເກີດ​ມີ​ການ​ກະ​ບົດ​ຂຶ້ນ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ສະນັ້ນ ພວກ​ເຂົາ​ຈຶ່ງ​ເລີ່ມ​ຕຽມ​ການ​ສູ້​ຮົບ ແລະ ຂຶ້ນ​ມາ​ຕໍ່​ສູ້​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

7 ແຕ່​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ພວກ​ນັກ​ສືບ​ສອດ​ແນມ​ຂອງ​ຂ້າ​ພະ​ເຈົ້າ​ອອກ​ໄປ​ຮອບ​ແຜ່ນ​ດິນ ເຊັມ​ລອນ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ການ​ຕຽມ​ພ້ອມ​ຂອງ​ພວກ​ເຂົາ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ປ້ອງ​ກັນ​ຕ້ານ​ທານ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ມາ​ໂຈມ​ຕີ ແລະ ທຳ​ລາຍ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຍົກ​ທັບ​ຂຶ້ນ​ມາ​ທາງ​ເໜືອ​ຂອງ​ແຜ່ນ​ດິນ​ໄຊ​ລຳ, ດ້ວຍ​ກອງ​ທະ​ຫານ​ເປັນ​ຈຳນວນ​ຫລວງ​ຫລາຍ​ປະກອບ​ດ້ວຍ ອາ​ວຸດ, ທະ​ນູ, ແລະ ລູກ​ທະ​ນູ, ແລະ ດາບ, ແລະ ດາບ​ສອງ​ຄົມ, ແລະ ກ້ອນ​ຫີນ, ແລະ ກະ​ຖຸນ; ແລະ ພວກ​ເຂົາ​ແຖ​ຫົວ ແລະ ເປືອຍ​ກາຍ ມີ​ແຕ່​ແຜ່ນ​ໜັງ​ຄຽນ​ແອວ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຊື່ອງ​ພວກ​ຜູ້​ຍິງ​ກັບ​ເດັກ​ນ້ອຍ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ຂ້າ​ພະ​ເຈົ້າ​ໄດ້​ມອບ​ອາ​ວຸດ​ໃຫ້​ພວກ​ຜູ້​ຊາຍ​ແກ່ ແລະ ຊາຍ​ສະ​ກັນ, ແລະ ທັງ​ໝົດ​ທີ່​ສາ​ມາດ​ໃຊ້​ອາ​ວຸດ​ໄດ້​ໃຫ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ; ແລະ ຂ້າ​ພະ​ເຈົ້າ​ໃຫ້​ຊັ້ນ​ແກ່​ເຂົາ, ແຕ່​ລະ​ຄົນ​ຕາມ​ອາ​ຍຸ​ຂອງ​ໃຜ​ລາວ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ; ແລະ ຂ້າ​ພະ​ເຈົ້າ​ເຖິງ​ວ່າ​ຈະ​ມີ​ອາ​ຍຸ​ຫລາຍ​ແລ້ວ, ແຕ່​ກໍ​ຍັງ​ໄດ້​ຂຶ້ນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຂຶ້ນ​ໄປ​ຕໍ່​ສູ້​ດ້ວຍ ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

11 ບັດ​ນີ້, ຊາວ​ເລມັນ​ບໍ່​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ຫລື ບໍ່​ຮູ້​ຈັກ​ຫຍັງ​ກ່ຽວ​ກັບ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ສະນັ້ນ ພວກ​ເຂົາ​ຈຶ່ງ​ອາ​ໄສ​ແຕ່​ກຳ​ລັງ​ຂອງ​ຕົນ​ເອງ. ເຖິງ​ຢ່າງ​ໃດ​ກໍ​ຕາມ​ພວກ​ເຂົາ​ກໍ​ແຂງ​ແຮງ​ຕາມ​ກຳ​ລັງ​ຂອງ​ມະນຸດ.

12 ພວກ​ເຂົາ​ເປັນ​ຄົນ ປ່າ​ເຖື່ອນ, ໂຫດ​ຮ້າຍ ແລະ ກະ​ຫາຍ​ເລືອດ, ເຊື່ອ​ຖື​ໃນ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ຄື​ແນວ​ນີ້—ພວກ​ເຂົາ​ຖືກ​ໄລ່​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ຖືກ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໃສ່​ຮ້າຍ​ປ້າຍ​ສີ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຖືກ​ໃສ່​ຮ້າຍ​ປ້າຍ​ສີ​ເວລາ​ທີ່​ຂ້າມ​ນ້ຳ​ທະເລ​ນຳ​ອີກ;

13 ແລະ ອີກ​ເທື່ອ​ໜຶ່ງ, ວ່າ​ພວກ​ເຂົາ​ຖືກ​ໃສ່​ຮ້າຍ​ປ້າຍ​ສີ​ເວລາ​ທີ່​ຢູ່​ໃນ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ແຫ່ງ ທຳ​ອິດ​ຂອງ​ພວກ​ເຂົາ, ຫລັງ​ຈາກ​ຂ້າມ​ນ້ຳ​ທະເລ​ມາ​ແລ້ວ, ແລະ ທັງ​ໝົດ​ນີ້​ເປັນ​ເພາະ​ນີໄຟ​ເປັນ​ຄົນ​ຊື່​ສັດ​ກວ່າ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ສະນັ້ນ ເພິ່ນ​ຈຶ່ງ​ເປັນ​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ ໂປດ​ປານ ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ ແລະ ຕອບ​ເພິ່ນ, ແລະ ເພິ່ນ​ຈຶ່ງ​ໄດ້​ນຳ​ພາ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

14 ແລະ ພວກ​ອ້າຍ​ຂອງ​ເພິ່ນ​ຮ້າຍ​ໃຫ້​ເພິ່ນ ເພາະ​ພວກ​ເຂົາ​ບໍ່ ເຂົ້າ​ໃຈ​ວິ​ທີ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເຂົາ ຮ້າຍ​ໃຫ້​ເພິ່ນ​ເວລາ​ທີ່​ຢູ່​ໃນ​ຜືນ​ນ້ຳ ເພາະ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

15 ແລະ ອີກ​ຢ່າງ​ໜຶ່ງ, ພວກ​ເຂົາ​ຮ້າຍ​ໃຫ້​ເພິ່ນ​ໃນ​ເວລາ​ມາ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ພວກ​ເຂົາ​ຫາ​ວ່າ​ເພິ່ນ​ໄດ້​ເອົາ​ອຳນາດ ປົກ​ຄອງ​ຜູ້​ຄົນ​ໄປ​ຈາກ​ມື​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ຂ້າ​ເພິ່ນ​ເສຍ.

16 ແລະ ອີກ​ຢ່າງ​ໜຶ່ງ, ພວກ​ເຂົາ​ໄດ້​ຮ້າຍ​ໃຫ້​ເພິ່ນ ເພາະ​ວ່າ​ເພິ່ນ​ໄດ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເພິ່ນ, ແລະ ນຳ​ເອົາ ແຜ່ນ​ຈາລຶກ ຊຶ່ງ​ມີ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ​ທອງ​ເຫລືອງ​ໄປ​ນຳ, ເພາະ​ພວກ​ເຂົາ​ກ່າວ​ວ່າ ເພິ່ນ ລັກ​ແຜ່ນ​ຈາລຶກ​ຂອງ​ພວກ​ເຂົາ​ໄປ.

17 ແລະ ພວກ​ເຂົາ​ໄດ້​ສິດ​ສອນ​ລູກ​ຫລານ​ຂອງ​ພວກ​ເຂົາ​ໃຫ້​ກຽດ​ຊັງ​ຊາວ​ນີໄຟ​ແນວ​ນັ້ນ, ແລະ ໃຫ້​ຂ້າ, ໃຫ້​ລັກ ແລະ ໃຫ້​ປຸ້ນ​ພວກ​ເຂົາ, ແລະ ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ເພື່ອ​ທຳ​ລາຍ​ພວກ​ເຂົາ; ສະນັ້ນ, ຊາວ​ເລມັນ ຈຶ່ງ​ມີ​ຄວາມ​ກຽດ​ຊັງ​ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ​ຕໍ່​ລູກ​ຫລານ​ຂອງ​ນີໄຟ.

18 ເພາະ​ດ້ວຍ​ເຫດ​ນີ້ ກະສັດ​ເລມັນ​ຈຶ່ງ​ຫລອກ​ລວງ​ຂ້າ​ພະ​ເຈົ້າ​ດ້ວຍ​ເລ່​ຫລ່ຽມ ແລະ ກົນ​ອຸ​ບາຍ​ຂີ້​ຕົວະ​ຂອງ​ເພິ່ນ, ແລະ ເຮັດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈົບ​ງາມ, ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ເອົາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ມາ​ຫາ​ແຜ່ນ​ດິນ​ນີ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ທຳ​ລາຍ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ແຜ່ນ​ດິນ​ນີ້​ມາ​ຫລາຍ​ປີ​ແລ້ວ.

19 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຊີ​ນິບ​ຫລັງ​ຈາກ​ເລົ່າ​ເລື່ອງ​ທັງ​ໝົດ​ກ່ຽວ​ກັບ​ຊາວ​ເລມັນ​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຟັງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ຈິດ​ໃຈ​ພວກ​ເຂົາ​ໃຫ້​ໄປ​ສູ້​ຮົບ​ດ້ວຍ​ພະ​ລັງ​ຂອງ​ພວກ​ເຂົາ ໂດຍ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ສະນັ້ນ, ພວກ​ເຮົາ​ຈຶ່ງ​ໄດ້​ໄປ​ຕໍ່​ສູ້​ກັບ​ພວກ​ເຂົາ​ໜ້າ​ຕໍ່​ໜ້າ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຮົາ; ແລະ ພວກ​ເຮົາ​ໄດ້​ຂ້າ​ພວກ​ເຂົາ​ດ້ວຍ​ການ​ຂ້າ​ອັນ​ຍິ່ງ​ໃຫຍ່​ຈົນ​ກະ​ທັ້ງ​ພວກ​ເຮົາ​ບໍ່​ສາ​ມາດ​ນັບ​ໄດ້.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຮົາ, ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ​ລ້ຽງ​ສັດ, ແລະ ໄຖ​ດິນ​ອີກ.

22 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ແກ່​ຫລາຍ​ແລ້ວ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ມອບ​ອາ​ນາ​ຈັກ​ໃຫ້​ແກ່​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ; ສະນັ້ນ ຂ້າ​ພະ​ເຈົ້າ​ຈະ​ບໍ່​ກ່າວ​ຕື່ມ​ອີກ. ແລະ ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ໂປດ​ປະທານ​ພອນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ເທີ້ນ. ອາ​ແມນ.