ພຣະ​ຄຳ​ພີ
ໂມ​ໄຊ​ຢາ 6


ບົດ​ທີ 6

ກະສັດ​ເບັນ​ຢາ​ມິນ​ບັນ​ທຶກ​ຊື່​ຂອງ​ຜູ້​ຄົນ ແລະ ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ເພື່ອ​ສິດ​ສອນ​ພວກ​ເຂົາ—ໂມ​ໄຊ​ຢາ​ເປັນ​ກະສັດ​ປົກ​ຄອງ​ດ້ວຍ​ຄວາມ​ຊອບ​ທຳ. ປະ​ມານ 124–121 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຫລັງ​ຈາກ​ກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ຈົບ​ແລ້ວ, ເພິ່ນ​ຄິດ​ວ່າ​ມັນ​ສົມ​ຄວນ​ທີ່​ເພິ່ນ​ຈະ ຈົດ​ຊື່​ຄົນ​ທັງ​ປວງ​ໄວ້​ຜູ້​ທີ່​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ເພື່ອ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ມີ​ຈັກ​ຄົນ ເວັ້ນ​ເສຍ​ແຕ່​ເດັກ​ນ້ອຍໆ​ທີ່​ບໍ່​ໄດ້​ເຂົ້າ​ເຮັດ​ພັນທະ​ສັນ​ຍາ ແລະ ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

3 ແລະ ອີກ​ເທື່ອ​ໜຶ່ງ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ທີ່​ກະສັດ​ເບັນ​ຢາ​ມິນ​ກະ​ທຳ​ເລື່ອງ​ທັງ​ໝົດ​ນີ້​ຈົບ​ແລ້ວ, ແລະ ໄດ້​ແຕ່ງ​ຕັ້ງ ໂມ​ໄຊ​ຢາ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເປັນ​ກະສັດ ແລະ ເປັນ​ຜູ້​ດູ​ແລ​ຜູ້​ຄົນ​ຂອງ​ເພິ່ນ, ແລະ ມອບ​ໝາຍ​ໜ້າ​ທີ່​ທັງ​ໝົດ​ກ່ຽວ​ກັບ​ອາ​ນາ​ຈັກ​ໃຫ້, ແລະ ໄດ້ ແຕ່ງ​ຕັ້ງ​ປະ​ໂລ​ຫິດ​ເພື່ອ ສິດ​ສອນ​ຜູ້​ຄົນ​ນຳ​ອີກ ເພື່ອ​ໃຫ້​ພວກ​ເຂົາ​ໄດ້​ຍິນ ແລະ ຮູ້​ຈັກ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ເຮັດ​ໃຫ້​ພວກ​ເຂົາ​ສຳ​ນຶກ​ເຖິງ ຄຳ​ສາບານ​ທີ່​ພວກ​ເຂົາ​ໄດ້​ເຮັດ​ໄວ້, ເພິ່ນ​ໄດ້​ໃຫ້​ຜູ້​ຄົນ​ເລີກ​ລາ​ກັນ​ໄປ, ແລະ ທຸກ​ຄົນ​ໄດ້​ກັບ​ໄປ​ພ້ອມ​ກັບ​ຄອບ​ຄົວ​ເພື່ອ​ໄປ​ສູ່​ບ້ານ​ເຮືອນ​ຂອງ​ໃຜ​ລາວ.

4 ແລະ ໂມ​ໄຊ​ຢາ​ເລີ່ມ​ປົກ​ຄອງ​ແທນ​ບິດາ​ຂອງ​ເພິ່ນ. ແລະ ເພິ່ນ​ໄດ້​ເລີ່ມ​ປົກ​ຄອງ​ໃນ​ເວລາ​ເພິ່ນ​ມີ​ອາ​ຍຸ​ໄດ້​ສາມ​ສິບ​ປີ, ລວມ​ເປັນ​ເວລາ​ປະ​ມານ​ສີ່​ຮ້ອຍ​ເຈັດ​ສິບ​ຫົກ​ປີ​ນັບ​ຕັ້ງ​ແຕ່ ເວລາ​ທີ່​ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ​ມາ.

5 ແລະ ກະສັດ​ເບັນ​ຢາ​ມິນ​ມີ​ອາ​ຍຸ​ຕື່ມ​ພຽງ​ສາມ​ປີ ແລະ ເພິ່ນ​ກໍ​ສິ້ນ​ຊີ​ວິດ​ໄປ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂມ​ໄຊ​ຢາ​ໄດ້​ເດີນ​ໃນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຍຶດ​ຖື​ການ​ພິ​ພາກ​ສາ​ຂອງ​ພຣະ​ອົງ ແລະ ຂໍ້​ກຳ​ນົດ​ຂອງ​ພຣະ​ອົງ, ແລະ ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ທຸກ​ຢ່າງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ແລ້ວ​ແຕ່​ພຣະ​ອົງ​ຈະ​ບັນ​ຊາ​ເພິ່ນ.

7 ແລະ ກະສັດ​ໂມ​ໄຊ​ຢາ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ໄຖ​ດິນ ແລະ ເພິ່ນ​ເອງ​ກໍ​ກະ​ທຳ​ເຊັ່ນ​ດຽວ​ກັນ. ເພິ່ນ​ໄດ້​ໄຖ​ດິນ​ເພື່ອ​ໂດຍ​ການ​ນັ້ນ ເພິ່ນ​ຈະ ບໍ່​ກາຍ​ເປັນ​ພາ​ລະ ແກ່​ຜູ້​ຄົນ​ຂອງ​ເພິ່ນ, ເພື່ອ​ເພິ່ນ​ຈະ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ບິດາ​ຂອງ​ເພິ່ນ​ໄດ້​ເຮັດ​ໄວ້​ທຸກ​ຢ່າງ. ແລະ ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ເລີຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ.