ພຣະ​ຄຳ​ພີ
ໂມ​ໄຊ​ຢາ 28


ບົດ​ທີ 28

ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄປ​ສັ່ງ​ສອນ​ຊາວ​ເລມັນ—ໂດຍ​ໃຊ້​ຫີນ​ຜູ້​ພະ​ຍາ​ກອນ​ສອງ​ກ້ອນ​ນັ້ນ ໂມ​ໄຊ​ຢາ​ແປ​ແຜ່ນ​ຈາລຶກ​ຂອງ​ຊາວ​ຢາເຣັດ. ປະ​ມານ 92 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ກະ​ທຳ​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ, ພວກ​ເຂົາ​ໄດ້​ພາ​ຄົນ​ຈຳນວນ​ໜຶ່ງ​ໄປ​ກັບ​ພວກ​ເຂົາ ແລະ ໄດ້​ກັບ​ຄືນ​ໄປ​ຫາ​ກະສັດ, ຊຶ່ງ​ເປັນ​ບິດາ​ຂອງ​ພວກ​ເຂົາ, ແລະ ຂໍ​ຮ້ອງ​ເພິ່ນ​ໃຫ້​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ກັບ​ຄົນ​ທີ່​ພວກ​ເຂົາ​ໄດ້​ເລືອກ​ໄວ້​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ ນີໄຟ ເພື່ອ​ພວກ​ເຂົາ​ຈະ​ໄດ້​ສັ່ງ​ສອນ​ເລື່ອງ​ທີ່​ພວກ​ເຂົາ​ໄດ້​ຍິນ​ມາ, ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພີ່​ນ້ອງ​ຂອງ​ພວກ​ເຂົາ ຜູ້​ຊຶ່ງ​ເປັນ​ຊາວ​ເລມັນ—

2 ເພື່ອ​ພວກ​ເຂົາ​ອາດ​ຈະ​ນຳ​ພວກ​ເຂົາ​ມາ​ສູ່​ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພວກ​ເຂົາ​ສຳ​ນຶກ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແລະ ເພື່ອ​ພວກ​ເຂົາ​ອາດ​ຈະ​ເຮັດ​ໃຫ້ ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຊາວ​ນີໄຟ​ໝົດ​ໄປ, ເພື່ອ​ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ນຳ​ອີກ, ເພື່ອ​ພວກ​ເຂົາ​ຈະ​ກັບ​ມາ​ເປັນ​ເພື່ອນ​ມິດ​ທີ່​ດີ​ຕໍ່​ກັນ, ແລະ ເພື່ອ​ຈະ​ບໍ່​ໃຫ້​ມີ​ການ​ຂັດ​ແຍ້ງ​ກັນ​ອີກ​ຕໍ່​ໄປ​ໃນ​ທົ່ວ​ແຜ່ນ​ດິນ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໄດ້​ປະທານ​ໃຫ້​ພວກ​ເຂົາ.

3 ບັດ​ນີ້​ພວກ​ເຂົາ​ປາດ​ຖະ​ໜາ​ຈະ​ປະ​ກາດ​ຄວາມ​ລອດ​ໃຫ້​ແກ່​ມະນຸດ​ທຸກ​ຄົນ, ເພາະ​ວ່າ​ພວກ​ເຂົາ ທົນ​ບໍ່​ໄດ້​ທີ່ ຈິດ​ວິນ​ຍານ​ຂອງ​ຜູ້​ໜຶ່ງ​ຈະ​ຕ້ອງ​ຕາຍ; ແທ້​ຈິງ​ແລ້ວ, ພຽງ​ແຕ່​ຄິດ​ວ່າ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ຈະ​ຕ້ອງ​ທໍ​ລະ​ມານ​ທີ່ ບໍ່​ມີ​ວັນ​ສິ້ນ​ສຸດ​ກໍ​ເຮັດ​ໃຫ້​ພວກ​ເຂົາ​ຫວັ່ນ​ໄຫວ ແລະ ຕົວ​ສັ່ນ​ແລ້ວ.

4 ແລະ ດັ່ງນັ້ນ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ກັບ​ພວກ​ເຂົາ, ເພາະວ່າ​ພວກ​ເຂົາ​ເປັນ​ຄົນ ຊົ່ວຮ້າຍ​ແທ້ໆ​ໃນ​ຄົນ​ບາບ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ເໝາະ​ສົມ​ໃນ ພຣະ​ເມດຕາ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ​ທີ່​ຈະ​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ຕ້ອງ​ທົນ​ກັບ​ຄວາມ​ເຈັບ​ປວດ​ຢ່າງ​ໜັກ​ໃນ​ຈິດ​ວິນ​ຍານ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ຢ້ານ​ວ່າ​ພວກ​ເຂົາ​ຈະ​ຖືກ​ປະ​ຖິ້ມ​ຕະຫລອດ​ໄປ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ວິງ​ວອນ​ບິດາ​ຂອງ​ພວກ​ເຂົາ​ຕັ້ງ​ຫລາຍ​ມື້ ຂໍ​ໃຫ້​ພວກ​ເຂົາ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ.

6 ແລະ ກະສັດ​ໂມ​ໄຊ​ຢາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ຖ້າ​ຫາກ​ວ່າ​ເພິ່ນ​ຄວນ​ຈະ​ໃຫ້​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ຂຶ້ນ​ໄປ​ຫາ​ບັນ​ດາ​ຊາວ​ເລມັນ​ເພື່ອ​ສັ່ງ​ສອນ​ພຣະ​ຄຳ​ຫລື​ບໍ່.

7 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ໄຊ​ຢາ​ວ່າ: ຈົ່ງ​ໃຫ້​ພວກ​ເຂົາ​ຂຶ້ນ​ໄປ​ເຖີດ, ເພາະ​ວ່າ​ຫລາຍ​ຄົນ​ຈະ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ; ແລະ ເຮົາ​ຈະ ປົດ​ປ່ອຍ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເລມັນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂມ​ໄຊ​ຢາ​ໄດ້​ອະ​ນຸ​ຍາດ​ພວກ​ເຂົາ​ເພື່ອ​ຈະ​ໄດ້​ໄປ ແລະ ເຮັດ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ເຂົາ.

9 ແລະ ພວກ​ເຂົາ​ໄດ້ ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຂຶ້ນ​ໄປ​ສັ່ງ​ສອນ​ພຣະ​ຄຳ​ໃນ​ບັນ​ດາ​ຊາວ​ເລມັນ; ແລະ ຂ້າ​ພະ​ເຈົ້າ​ຈະ​ໃຫ້ ເລື່ອງ​ລາວ​ເຖິງ​ການ​ປະ​ຕິ​ບັດ​ຂອງ​ພວກ​ເຂົາ​ໃນ​ພາຍ​ຫລັງ.

10 ບັດ​ນີ້​ກະສັດ​ໂມ​ໄຊ​ຢາ​ບໍ່​ມີ​ຜູ້​ໃດ​ທີ່​ຈະ​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້ ເພາະ​ບໍ່​ມີ​ລູກ​ຊາຍ​ຄົນ​ໃດ​ຂອງ​ເພິ່ນ​ທີ່​ຍອມ​ຮັບ​ເອົາ​ອາ​ນາ​ຈັກ.

11 ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ເອົາ​ບັນ​ທຶກ​ຊຶ່ງ​ມີ​ຂຽນ​ໄວ້​ຢູ່​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ມາ, ແລະ ແຜ່ນ​ຈາລຶກ​ຂອງ​ນີໄຟ​ນຳ​ອີກ, ແລະ ສິ່ງ​ຂອງ​ທັງ​ໝົດ​ທີ່​ເພິ່ນ​ໄດ້​ປົກ​ປັກ​ຮັກ​ສາ​ໄວ້​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ຫລັງ​ຈາກ​ໄດ້​ແປ ແລະ ບັນ​ທຶກ​ສິ່ງ​ທີ່​ມີ​ຢູ່​ໃນ ແຜ່ນ​ຈາລຶກ​ຄຳ​ຊຶ່ງ​ຜູ້​ຄົນ​ຂອງ​ລິມໄຮ​ໄດ້​ພົບ​ພໍ້, ຊຶ່ງ​ເພິ່ນ​ໄດ້​ຮັບ​ຈາກ​ມື​ຂອງ​ລິມໄຮ​ເອງ;

12 ແລະ ການ​ນີ້​ເພິ່ນ​ເຮັດ​ໄປ​ເພາະ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ; ເພາະ​ພວກ​ເຂົາ​ປາດ​ຖະ​ໜາ​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້ ທີ່​ຈະ​ຮູ້​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນັ້ນ​ຊຶ່ງ​ຖືກ​ທຳ​ລາຍ​ໄປ​ແລ້ວ.

13 ແລະ ບັດ​ນີ້​ເພິ່ນ​ໄດ້​ແປ​ແຜ່ນ​ຈາລຶກ​ເຫລົ່າ​ນັ້ນ​ໂດຍ​ອາ​ໄສ ຫີນ​ສອງ​ກ້ອນ​ນັ້ນ ຊຶ່ງ​ຕິດ​ຢູ່​ກັບ​ຂອບ​ໂຄ້ງ​ຄັນ​ທະ​ນູ​ສອງ​ຂ້າງ.

14 ບັດ​ນີ້​ຂອງ​ເຫລົ່າ​ນີ້​ຖືກ​ຕຽມ​ໄວ້​ແລ້ວ​ຕັ້ງ​ແຕ່​ຕົ້ນ, ແລະ ມອບ​ໃຫ້​ຕໍ່ໆ​ກັນ​ມາ​ຈາກ​ລຸ້ນ​ສູ່​ລຸ້ນ, ເພື່ອ​ຈຸດ​ປະສົງ​ໃນ​ການ​ແປ​ພາ​ສາ​ຕ່າງໆ;

15 ແລະ ຂອງ​ເຫລົ່າ​ນີ້​ໄດ້​ຖືກ​ຮັກ​ສາ​ໄວ້​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ພຣະ​ອົງ​ຈະ​ໄດ້​ເປີດ​ເຜີຍ​ໃຫ້​ທຸກ​ຄົນ​ທີ່​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ຮູ້​ຈັກ​ເຖິງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ;

16 ແລະ ຜູ້​ໃດ​ກໍ​ຕາມ​ທີ່​ມີ​ສິ່ງ​ຂອງ​ເຫລົ່າ​ນີ້​ຈະ​ຖືກ​ເອີ້ນ​ວ່າ ຜູ້​ພະ​ຍາ​ກອນ, ຕາມ​ການ​ເອີ້ນ​ຂອງ​ສະ​ໄໝ​ບູຮານ.

17 ບັດ​ນີ້​ຫລັງ​ຈາກ​ໂມ​ໄຊ​ຢາ​ໄດ້​ແປ​ບັນ​ທຶກ​ເຫລົ່າ​ນັ້ນ​ໝົດ​ແລ້ວ, ຈົ່ງ​ເບິ່ງ, ມັນ​ໄດ້​ໃຫ້​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ທີ່​ຖືກ ທຳລາຍ, ນັບ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຂົາ​ຖືກ​ທຳ​ລາຍຄືນ​ໄປ​ເຖິງ​ການ​ສ້າງ ຫໍ​ສູງ,ໃຫຍ່ ອັນ​ເປັນ​ເວລາ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພາ​ສາ​ຂອງ​ຜູ້​ຄົນ ສັບສົນ, ແລະ ພວກ​ເຂົາ​ຈຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ​ທັງ​ໝົດ, ແທ້​ຈິງ​ແລ້ວ, ແລະ ແມ່ນ​ແຕ່​ນັບ​ຈາກ​ນັ້ນ​ຄືນ​ໄປ​ເຖິງ​ການ​ສ້າງ​ອາດາມ.

18 ບັດ​ນີ້​ເລື່ອງ​ລາວ​ນີ້​ໄດ້​ເປັນ​ເຫດ​ໃຫ້​ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ເປັນ​ທຸກ​ຢ່າງ​ໃຫຍ່​ຫລວງ, ແທ້​ຈິງ​ແລ້ວ, ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ໄດ້​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ ຊຶ່ງ​ໃນ​ນັ້ນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ.

19 ແລະ ເລື່ອງ​ລາວ​ນີ້​ຈະ​ມີ​ຂຽນ​ໄວ້​ພາຍ​ຫລັງ; ເພາະ​ຈົ່ງ​ເບິ່ງ, ມັນ​ສົມ​ຄວນ​ທີ່​ຜູ້​ຄົນ​ທັງ​ປວງ​ຄວນ​ຮູ້​ເລື່ອງ​ຊຶ່ງ​ມີ​ຂຽນ​ຢູ່​ໃນ​ເລື່ອງ​ນັ້ນ.

20 ແລະ ບັດນີ້, ດັ່ງ​ເຊັ່ນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ທ່ານ​ແລ້ວ, ຫລັງ​ຈາກ​ກະສັດ​ໂມ​ໄຊ​ຢາ​ກະ​ທຳ​ສິ່ງ​ເຫລົ່າ​ນີ້​ແລ້ວ, ເພິ່ນ​ໄດ້​ເອົາ​ແຜ່ນ​ຈາລຶກ ທອງ​ເຫລືອງ ແລະ ສິ່ງ​ຂອງ​ທັງ​ໝົດ​ຊຶ່ງ​ເພິ່ນ​ໄດ້​ເກັບ​ກຳ​ໄວ້​ມາ, ແລ້ວ​ມອບ​ມັນ​ໃຫ້​ແອວມາ, ຜູ້​ເປັນ​ລູກ​ຂອງ​ແອວມາ; ແທ້​ຈິງ​ແລ້ວ, ບັນ​ທຶກ​ທັງ​ໝົດ ແລະ ສິ່ງ​ແປ​ຄວາມ​ໝາຍ​ນຳ​ອີກ, ແລະ ໄດ້​ມອບ​ສິ່ງ​ທັງ​ໝົດ​ໃຫ້​ລາວ, ແລະ ສັ່ງ​ລາວ​ວ່າ ລາວ​ຄວນ​ເກັບ​ກຳ ແລະ ຮັກສາ​ມັນ​ໄວ້​ໃຫ້​ດີ, ແລະ ໃຫ້​ເຮັດ​ບັນ​ທຶກ​ກ່ຽວ​ກັບ​ຜູ້​ຄົນ​ໄວ້​ນຳ​ອີກ, ໂດຍ​ມອບ​ໃຫ້​ຕໍ່ໆ​ກັນ​ໄປ​ຈາກ​ຄົນ​ລຸ້ນ​ໜຶ່ງ​ຫາ​ຄົນ​ອີກ​ລຸ້ນ​ໜຶ່ງ, ດັ່ງ​ເຊັ່ນ​ທີ່​ໄດ້​ມອບ​ຕໍ່ໆ​ກັນ​ມາ​ຕັ້ງ​ແຕ່​ເວລາ​ທີ່​ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ.