ພຣະ​ຄຳ​ພີ
ໂມ​ໄຊ​ຢາ 19


ບົດ​ທີ 19

ກີເດໂອນ​ພະ​ຍາ​ຍາມ​ຂ້າ​ກະສັດ​ໂນອາ—ຊາວ​ເລມັນ​ມາ​ຮຸກ​ຮານ​ແຜ່ນ​ດິນ—ກະສັດ​ໂນອາ​ຕາຍ​ຢ່າງ​ທຸກ​ທໍ​ລະ​ມານ​ຍ້ອນ​ໄຟ—ລິມໄຮ​ປົກ​ຄອງ​ຢ່າງ​ຂູດ​ຮີດ​ພາ​ສີ​ອາ​ກອນ. ປະ​ມານ 145–121 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທັບ​ຂອງ​ກະສັດ​ໄດ້​ກັບ​ຄືນ​ມາ​ຈາກ​ການ​ຊອກ​ຫາ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແຕ່​ບໍ່​ໄດ້​ຮັບ​ຜົນ.

2 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ກຳ​ລັງ​ກອງ​ທັບ​ຂອງ​ກະສັດ​ມີ​ໜ້ອຍ​ດຽວ​ໂດຍ​ລົດ​ຈຳນວນ​ລົງ, ແລະ ເລີ່ມ​ມີ​ການ​ແບ່ງ​ແຍກ​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ເຫລືອ​ຢູ່.

3 ແລະ ຄົນ​ສ່ວນ​ໜ້ອຍ​ເລີ່ມ​ເວົ້າ​ຄຸກ​ຄາມ​ກະສັດ, ແລະ ເລີ່ມ​ມີ​ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ພວກ​ເຂົາ.

4 ແລະ ບັດ​ນີ້​ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ​ຊື່​ວ່າ ກີເດໂອນ ແລະ ລາວ​ເປັນ​ຄົນ​ແຂງ​ແຮງ ແລະ ເປັນ​ສັດ​ຕູ​ຂອງ​ກະສັດ, ສະນັ້ນ ລາວ​ຈຶ່ງ​ຖອດ​ດາບ​ຂອງ​ລາວ​ອອກ​ມາ, ແລະ ສາບານ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ວ່າ ລາວ​ຈະ​ຂ້າ​ກະສັດ​ຖິ້ມ​ເສຍ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກີເດໂອນ​ໄດ້​ຕໍ່​ສູ້​ກັບ​ກະສັດ; ແລະ ເມື່ອ​ກະສັດ​ເຫັນ​ວ່າ​ກີເດໂອນ​ມີ​ກຳ​ລັງ​ຫລາຍ​ກວ່າ​ເພິ່ນ, ຈຶ່ງ​ໄດ້​ປົບ​ໜີ ແລະ ຂຶ້ນ​ໄປ​ເທິງ ຫໍ​ສູງ​ໃກ້​ພຣະ​ວິຫານ.

6 ແລະ ກີເດໂອນ​ໄດ້​ໄລ່​ຕາມ​ກະສັດ​ໄປ ແລະ ກຳ​ລັງ​ຈະ​ຂຶ້ນ​ຫໍ​ສູງ​ເພື່ອ​ໄປ​ຂ້າ​ກະສັດ, ແລະ ກະສັດ​ໄດ້​ກວາດ​ສາຍ​ຕາ​ໄປ​ທາງ​ແຜ່ນ​ດິນ​ເຊັມ​ລອນ, ແລະ ຈົ່ງ​ເບິ່ງ, ກອງ​ທັບ​ຂອງ​ຊາວ​ເລມັນ​ຢູ່​ໃນ​ຊາຍ​ແດນ​ຂອງ​ແຜ່ນ​ດິນ​ຂອງ​ຕົນ​ແລ້ວ.

7 ແລະ ບັດ​ນີ້​ກະສັດ​ໄດ້​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ເຈັບ​ປວດ​ຂອງ​ຈິດ​ວິນ​ຍານ​ວ່າ: ກີເດໂອນ, ຈົ່ງ​ໄວ້​ຊີ​ວິດ​ຂອງ​ເຮົາ​ເຖີດ, ເພາະ​ວ່າ​ຊາວ​ເລມັນ​ກຳ​ລັງ​ເຂົ້າ​ມາ ແລະ ພວກ​ເຂົາ​ຈະ​ທຳ​ລາຍ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ທຳ​ລາຍ​ຜູ້​ຄົນ​ຂອງ​ເຮົາ.

8 ແລະ ບັດ​ນີ້​ກະສັດ​ບໍ່​ໄດ້​ເປັນ​ຫ່ວງ​ຜູ້​ຄົນ​ຫລາຍ​ກວ່າ​ເປັນ​ຫ່ວງ​ນຳ​ຊີ​ວິດ​ຂອງ​ຕົນ​ເອງ​ເລີຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ ກີເດໂອນ​ກໍ​ໄດ້​ໄວ້​ຊີ​ວິດ​ຂອງ​ກະສັດ.

9 ແລະ ກະສັດ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ໜີ​ໄປ​ກ່ອນ​ຊາວ​ເລມັນ​ຈະ​ມາ​ຮອດ, ແລະ ຕົວ​ເພິ່ນ​ເອງ​ໄດ້​ອອກ​ໄປ​ກ່ອນ​ແລ້ວ, ແລະ ພວກ​ເຂົາ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ພ້ອມ​ດ້ວຍ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ໄດ້​ໄລ່​ຕາມ​ພວກ​ເຂົາ​ໄປ​ຈົນ​ທັນ ແລະ ເລີ່ມ​ຂ້າ​ພວກ​ເຂົາ.

11 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ອອກ​ຄຳ​ສັ່ງ​ກັບ​ຜູ້​ຄົນ​ວ່າ ຜູ້​ຊາຍ​ທັງ​ໝົດ​ຄວນ​ປະ​ຖິ້ມ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ໄວ້, ແລະ ໜີ​ໄປ​ກ່ອນ​ຊາວ​ເລມັນ​ຈະ​ມາ​ຮອດ.

12 ແລະ ບັດ​ນີ້​ມີ​ຫລາຍ​ຄົນ​ທີ່​ບໍ່​ຍອມ​ປະ​ຖິ້ມ​ພວກ​ເຂົາ, ແຕ່​ຈະ​ຢູ່​ນຳ ແລະ ຕາຍ​ນຳ​ພວກ​ເຂົາ​ດີ​ກວ່າ. ສ່ວນ​ຄົນ​ອື່ນໆ​ໄດ້​ປະ​ຖິ້ມ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ ແລະ ໜີ​ໄປ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ທີ່​ຢູ່​ກັບ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ໄດ້​ບອກ​ໃຫ້​ພວກ​ລູກ​ສາວ​ຜູ້​ສວຍ​ງາມ​ຂອງ​ພວກ​ເຂົາ​ອອກ​ໄປ ແລະ ວິງ​ວອນ​ຊາວ​ເລມັນ​ເພື່ອ​ບໍ່​ໃຫ້​ຂ້າ​ພວກ​ເຂົາ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລມັນ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ພວກ​ເຂົາ​ເພາະ​ພວກ​ເຂົາ​ຫລົງ​ໄຫລ​ກັບ​ຄວາມ​ສວຍ​ງາມ​ຂອງ​ພວກ​ຜູ້​ຍິງ​ເຫລົ່າ​ນັ້ນ.

15 ສະນັ້ນ ຊາວ​ເລມັນ​ຈຶ່ງ​ໄວ້​ຊີ​ວິດ​ພວກ​ເຂົາ, ແລະ ຈັບ​ເອົາ​ພວກ​ເຂົາ​ໄປ​ເປັນ​ຊະ​ເລີຍ ແລະ ພາ​ພວກ​ເຂົາ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ, ແລະ ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂດຍ​ມີ​ເງື່ອນ​ໄຂ​ວ່າ ພວກ​ເຂົາ​ຕ້ອງ​ມອບ​ກະສັດ​ໂນອາ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລມັນ, ພ້ອມ​ທັງ​ຊັບ​ສົມ​ບັດ​ຂອງ​ພວກ​ເຂົາ ຈົນ​ກະ​ທັ້ງ​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ຂອງ​ທັງ​ໝົດ​ທີ່​ຜູ້​ຄົນ​ເປັນ​ເຈົ້າ​ຂອງ, ເຄິ່ງ​ໜຶ່ງ​ຂອງ​ຄຳ​ຂອງ​ພວກ​ເຂົາ, ແລະ ເຄິ່ງ​ໜຶ່ງ​ຂອງ​ເງິນ​ຂອງ​ພວກ​ເຂົາ, ແລະ ສິ່ງ​ທີ່​ມີ​ຄ່າ​ທັງ​ໝົດ, ແລະ ພວກ​ເຂົາ​ຕ້ອງ​ເສຍ​ຊ່ວຍ​ໃຫ້​ແກ່​ກະສັດ​ຂອງ​ຊາວ​ເລມັນ​ແຕ່​ລະ​ປີ.

16 ແລະ ບັດ​ນີ້​ໃນ​ບັນ​ດາ​ພວກ​ທີ່​ຖືກ​ເອົາ​ໄປ​ເປັນ​ຊະ​ເລີຍ​ນັ້ນ ມີ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ກະສັດ​ຊື່​ວ່າ ລິມໄຮ.

17 ແລະ ບັດ​ນີ້​ລິມໄຮ​ບໍ່​ຢາກ​ໃຫ້​ບິດາ​ຂອງ​ເພິ່ນ​ຖືກ​ທຳ​ລາຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ກໍ​ຮູ້​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ບິດາ​ຕົນ, ຕົວ​ເພິ່ນ​ເອງ​ເປັນ​ຄົນ​ຊອບ​ທຳ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກີເດໂອນ​ໄດ້​ສົ່ງ​ຄົນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ການ​ລັບ​ເພື່ອ​ຄົ້ນ​ຫາ​ກະສັດ ແລະ ຜູ້​ທີ່​ຢູ່​ກັບ​ເພິ່ນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ຂອງ​ກີເດໂອນ​ໄດ້​ພົບ​ຄົນ​ທັງ​ໝົດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຍົກ​ເວັ້ນ​ແຕ່​ກະສັດ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ເທົ່າ​ນັ້ນ.

19 ບັດ​ນີ້​ຄົນ​ເຫລົ່າ​ນັ້ນ​ໄດ້​ສາບານ​ຢູ່​ໃນ​ໃຈ​ວ່າ ພວກ​ເຂົາ​ຈະ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ, ແລະ ຖ້າ​ຫາກ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ຖືກ​ຂ້າ​ຕາຍ, ແລະ ຄົນ​ທີ່​ຢູ່​ກັບ​ພວກ​ເຂົາ​ຖືກ​ຂ້າ​ຕາຍ, ແລ້ວ​ພວກ​ເຂົາ​ຈະ​ພະ​ຍາ​ຍາມ​ແກ້​ແຄ້ນ​ແທນ, ແລະ ຕາຍ​ກັບ​ພວກ​ນັ້ນ​ສາ​ດີ​ກວ່າ.

20 ແລະ ກະສັດ​ໄດ້​ສັ່ງ​ພວກ​ເຂົາ​ບໍ່​ໃຫ້​ກັບ​ຄືນ​ໄປ; ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຄຽດ​ແຄ້ນ​ໃຫ້​ເພິ່ນ, ແລະ ພວກ​ເຂົາ​ໄດ້​ທໍ​ລະ​ມານ ແລະ ຂ້າ​ກະສັດ​ດ້ວຍ​ໄຟ.

21 ແລະ ພວກ​ເຂົາ​ກຳ​ລັງ​ຈະ​ເອົາ​ພວກ​ປະ​ໂລ​ຫິດ​ໄປ​ຂ້າ​ນຳ​ອີກ, ແຕ່​ພວກ​ເຂົາ​ໄດ້​ປົບ​ໜີ​ໄປ​ກ່ອນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ກຳ​ລັງ​ຈະ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ, ແລະ ພວກ​ເຂົາ​ໄດ້​ພົບ​ກັບ​ຄົນ​ຂອງ​ກີເດໂອນ. ແລະ ຄົນ​ຂອງ​ກີເດໂອນ​ໄດ້​ເລົ່າ​ເລື່ອງ​ທັງ​ໝົດ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ໃຫ້​ພວກ​ເຂົາ​ຟັງ; ແລະ ວ່າ​ຊາວ​ເລມັນ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂດຍ​ເສຍ​ຊ່ວຍ​ໃຫ້​ແກ່​ຊາວ​ເລມັນ​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ຂອງ​ທັງ​ໝົດ​ທີ່​ພວກ​ເຂົາ​ມີ.

23 ແລະ ພວກ​ເຂົາ​ໄດ້​ບອກ​ກັບ​ຄົນ​ຂອງ​ກີເດໂອນ​ວ່າ ພວກ​ເຂົາ​ໄດ້​ຂ້າ​ກະສັດ​ແລ້ວ, ແລະ ພວກ​ປະ​ໂລ​ຫິດ​ເຫລົ່າ​ນັ້ນ​ໄດ້​ປົບ​ໜີ​ໄປ​ໄກ ແລະ ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຂົາ​ເສັດ​ພິ​ທີ​ແລ້ວ, ພວກ​ເຂົາ​ກໍ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ນີໄຟ​ດ້ວຍ​ຄວາມ​ຊື່ນ​ຊົມ, ເພາະ​ວ່າ​ເມຍ​ຂອງ​ພວກ​ເຂົາ ແລະ ລູກ​ຂອງ​ພວກ​ເຂົາ​ບໍ່​ໄດ້​ຖືກ​ຂ້າ; ແລະ ພວກ​ເຂົາ​ໄດ້​ເລົ່າ​ໃຫ້​ກີເດໂອນ​ຟັງ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ​ກັບ​ກະສັດ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ຂອງ​ຊາວ​ເລມັນ​ໃຫ້ ຄຳ​ສາບານ​ແກ່​ພວກ​ເຂົາ​ວ່າ ຜູ້​ຄົນ​ຂອງ​ເພິ່ນ​ຈະ​ບໍ່​ຂ້າ​ພວກ​ເຂົາ​ອີກ.

26 ແລະ ລິມໄຮ​ໂດຍ​ທີ່​ເປັນ​ລູກ​ຊາຍ​ຂອງ​ກະສັດ, ດັ່ງ​ນັ້ນ​ຜູ້​ຄົນ ຈຶ່ງ​ໄດ້​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້​ເພິ່ນ, ແລະ ເພິ່ນ​ໄດ້​ໃຫ້​ຄຳ​ສາບານ​ຕໍ່​ກະສັດ​ຂອງ​ຊາວ​ເລມັນ​ອີກ​ວ່າ ຜູ້​ຄົນ​ຂອງ​ເພິ່ນ​ຈະ​ຕ້ອງ​ເສຍ​ຊ່ວຍ​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ຂອງ​ທັງ​ໝົດ​ທີ່​ພວກ​ເຂົາ​ມີ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລິມໄຮ​ເລີ່ມ​ສະຖາ​ປະນາ​ອາ​ນາ​ຈັກ ແລະ ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ.

28 ແລະ ກະສັດ​ຂອງ​ຊາວ​ເລມັນ​ໄດ້​ຈັດ​ຍາມ​ໄວ້​ທົ່ວ​ແຜ່ນ​ດິນ ເພື່ອ​ກັກ​ຜູ້​ຄົນ​ຂອງ​ລິມໄຮ​ໄວ້​ໃນ​ແຜ່ນ​ດິນ ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ເພິ່ນ​ໄດ້​ລ້ຽງ​ດູ​ພວກ​ຍາມ​ນັ້ນ​ດ້ວຍ​ເຄື່ອງ​ຊ່ວຍ​ຈາກ​ຊາວ​ນີໄຟ.

29 ແລະ ບັດ​ນີ້​ກະສັດ​ລິມໄຮ​ໄດ້​ມີ​ສັນ​ຕິ​ສຸກ​ຢູ່​ໃນ​ລາ​ຊາ​ອາ​ນາ​ຈັກ​ຂອງ​ເພິ່ນ​ຕິດ​ຕໍ່​ກັນ​ເປັນ​ເວລາ​ສອງ​ປີ, ຊຶ່ງ​ຊາວ​ເລມັນ​ບໍ່​ໄດ້​ບຽດ​ບຽນ ແລະ ບໍ່​ພະ​ຍາ​ຍາມ​ທຳ​ຮ້າຍ​ພວກ​ເຂົາ.