ພຣະ​ຄຳ​ພີ
ໂມ​ໄຊ​ຢາ 17


ບົດ​ທີ 17

ແອວມາ​ເຊື່ອ ແລະ ຂຽນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ​ໄວ້—ອະ​ບີ​ນາ​ໄດ​ຕາຍ​ຢ່າງ​ທໍ​ລະ​ມານ​ຢູ່​ໃນ​ກອງ​ໄຟ—ເພິ່ນ​ທຳ​ນາຍ​ເຖິງ​ພະ​ຍາດ ແລະ ຄວາມ​ຕາຍ​ໃນ​ຂະນະ​ທີ່​ເພິ່ນ​ຖືກ​ເຜົາ​ຢູ່​ໃນ​ກອງ​ໄຟ. ປະ​ມານ 148 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອະ​ບີ​ນາ​ໄດ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ຈົບ​ແລ້ວ, ກະສັດ​ໄດ້​ສັ່ງ​ໃຫ້ ພວກ​ປະ​ໂລ​ຫິດ​ເອົາ​ເພິ່ນ​ໄປ ແລະ ໃຫ້​ຂ້າ​ເພິ່ນ​ຖິ້ມ​ເສຍ.

2 ແຕ່​ມີ​ຄົນ​ໜຶ່ງ​ໃນ​ບັນ​ດາ​ພວກ​ປະ​ໂລ​ຫິດ​ນັ້ນ​ຊື່​ວ່າ ແອວມາ, ລາວ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ນີໄຟ​ຄື​ກັນ. ແລະ ລາວ​ເປັນ​ຄົນ​ໜຸ່ມ​ແໜ້ນ, ແລະ ລາວ ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ອະ​ບີ​ນາ​ໄດ, ເພາະ​ລາວ​ຮູ້​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ ຊຶ່ງ​ອະ​ບີ​ນາ​ໄດ​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ຄົນ​ເຫລົ່າ​ນັ້ນ; ສະນັ້ນ ລາວ​ຈຶ່ງ​ວິງ​ວອນ​ກະສັດ​ເພື່ອ​ບໍ່​ໃຫ້​ກະສັດ​ຄຽດ​ແຄ້ນ​ໃຫ້​ອະ​ບີ​ນາ​ໄດ, ແຕ່​ໃຫ້​ປ່ອຍ​ເພິ່ນ​ໄປ​ຢ່າງ​ສັນ​ຕິ.

3 ແຕ່​ກະສັດ​ໄດ້​ຄຽດ​ແຄ້ນ​ຫລາຍ​ຂຶ້ນ ແລະ ສັ່ງ​ໃຫ້​ຂັບ​ໄລ່​ແອວມາ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ, ແລະ ໄດ້​ສົ່ງ​ຂ້າ​ໃຊ້​ໃຫ້​ຕິດ​ຕາມ​ໄປ​ເພື່ອ​ຈະ​ໄດ້​ຂ້າ​ລາວ​ເສຍ.

4 ແຕ່​ລາວ​ໄດ້​ໜີ​ໄປ​ກ່ອນ ແລະ ລີ້​ຊ່ອນ​ຕົວ​ຢູ່​ຈົນ​ພວກ​ເຂົາ​ຫາ​ບໍ່​ເຫັນ. ແລະ ໂດຍ​ທີ່​ລີ້​ຊ່ອນ​ຕົວ​ຢູ່​ຫລາຍ​ມື້ ລາວ​ໄດ້ ຂຽນ​ຂໍ້​ຄວາມ​ຊຶ່ງ​ອະ​ບີ​ນາ​ໄດ​ເວົ້າ​ໄວ້​ທັງ​ໝົດ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໃຫ້​ທະ​ຫານ​ຍາມ​ຂອງ​ຕົນ​ລ້ອມ​ອະ​ບີ​ນາ​ໄດ​ໄວ້ ແລະ ຈັບ​ເພິ່ນ; ແລະ ພວກ​ເຂົາ​ມັດ​ເພິ່ນ ແລະ ເອົາ​ເພິ່ນ​ເຂົ້າ​ຄຸກ.

6 ແລະ ສາມ​ມື້​ຕໍ່​ມາ, ກະສັດ​ໄດ້​ປຶກ​ສາ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ຕົນ, ແລ້ວ​ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ເອົາ​ເພິ່ນ​ມາ​ຢູ່​ຕໍ່​ໜ້າ​ເພິ່ນ​ອີກ.

7 ແລະ ເພິ່ນ​ກ່າວ​ກັບ​ເພິ່ນ​ວ່າ: ອະ​ບີ​ນາ​ໄດ, ພວກ​ເຮົາ​ພົບ​ຂໍ້​ກ່າວ​ຫາ​ເຈົ້າ​ແລ້ວ, ແລະ ເຈົ້າ​ສົມ​ຄວນ​ທີ່​ຈະ​ຕາຍ.

8 ເພາະ​ເຈົ້າ​ເວົ້າ​ວ່າ ພຣະ​ເຈົ້າ​ພຣະ​ອົງ​ເອງ​ຈະ​ສະ​ເດັດ​ລົງ​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ; ແລະ ບັດ​ນີ້, ເພາະ​ເຫດ​ນີ້​ເຈົ້າ​ຈະ​ຕ້ອງ​ຕາຍ ເວັ້ນ​ເສຍ​ແຕ່​ເຈົ້າ​ຈະ​ຖອນ​ຄຳ​ເວົ້າ​ທັງ​ໝົດ​ຊຶ່ງ​ເຈົ້າ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ພວກ​ເຮົາ ແລະ ຜູ້​ຄົນ​ຂອງ​ເຮົາ.

9 ບັດ​ນີ້​ອະ​ບີ​ນາ​ໄດ​ກ່າວ​ກັບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ກ່າວ​ກັບ​ທ່ານ​ວ່າ, ຂ້າ​ນ້ອຍ​ຈະ​ບໍ່​ຖອນ​ຄຳ​ເວົ້າ​ຊຶ່ງ​ຂ້າ​ນ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້, ເພາະ​ມັນ​ເປັນ​ຄວາມ​ຈິງ; ແລະ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ແນ່​ນອນ​ຂອງ​ມັນ ຂ້າ​ນ້ອຍ​ຈຶ່ງ​ຍອມ​ຕົວ​ໃຫ້​ຢູ່​ໃນ​ມື​ຂອງ​ທ່ານ.

10 ແທ້​ຈິງ​ແລ້ວ, ແລະ ຂ້າ​ນ້ອຍ​ຈະ​ຍອມ​ເຖິງ​ແມ່ນ​ຈົນ​ເຖິງ​ສິ້ນ​ລົມ​ຫາຍ​ໃຈ, ແລະ ຂ້າ​ນ້ອຍ​ຈະ​ບໍ່​ຖອນ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ, ແລະ ມັນ​ຈະ​ຢືນ​ເປັນ​ປະຈັກ​ພະຍານ​ກ່າວ​ໂທດ​ທ່ານ. ແລະ ຖ້າ​ຫາກ​ທ່ານ​ສັ່ງ​ປະ​ຫານ​ຂ້າ​ນ້ອຍ ທ່ານ​ກໍ​ເຮັດ​ໃຫ້ ຜູ້​ບໍ​ລິ​ສຸດ​ຕ້ອງ​ເສຍ​ຊີ​ວິດ, ແລະ ການ​ກະ​ທຳ​ເຊັ່ນ​ນີ້​ຈະ​ຢືນ​ເປັນ​ປະຈັກ​ພະຍານ​ກ່າວ​ໂທດ​ທ່ານ​ໃນ​ວັນ​ສຸດ​ທ້າຍ​ນຳ​ອີກ.

11 ແລະ ບັດ​ນີ້​ກະສັດ​ໂນອາ​ເກືອບ​ຈະ​ປ່ອຍ​ຕົວ​ເພິ່ນ​ໄປ ເພາະ​ເພິ່ນ​ຢ້ານ​ກົວ​ຄຳ​ເວົ້າ​ຂອງ​ເພິ່ນ; ເພາະ​ເພິ່ນ​ຢ້ານ​ວ່າ ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ຈະ​ເກີດ​ກັບ​ເພິ່ນ.

12 ແຕ່​ພວກ​ປະ​ໂລ​ຫິດ​ເປັ່ງ​ສຽງ​ກ່າວ​ໂທດ​ເພິ່ນ, ແລະ ເລີ່ມ​ກ່າວ​ຫາ​ເພິ່ນ, ມີ​ຄຳ​ວ່າ: ມັນ​ໝິ່ນ​ປະ​ໝາດ​ກະສັດ. ສະນັ້ນ ກະສັດ​ຈຶ່ງ​ຖືກ​ຍຸ​ຍົງ​ໃຫ້​ມີ​ຄວາມ​ຄຽດ​ແຄ້ນ​ໃຫ້​ເພິ່ນ, ແລະ ເພິ່ນ​ຈຶ່ງ​ປ່ອຍ​ເພິ່ນ​ໃຫ້​ຖືກ​ປະ​ຫານ​ຊີ​ວິດ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຈັບ​ເພິ່ນ​ໄປ, ແລ້ວ​ມັດ​ເພິ່ນ ແລະ ໂບຍ​ຕີ​ຮ່າງ​ກາຍ​ຂອງ​ເພິ່ນ​ດ້ວຍ​ຫວາຍ, ແທ້​ຈິງ​ແລ້ວ, ຈົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.

14 ແລະ ບັດ​ນີ້​ເມື່ອ​ແປວ​ໄຟ​ເລີ່ມ​ຈະ​ໄໝ້​ເພິ່ນ, ເພິ່ນ​ໄດ້​ຮ້ອງ​ໃສ່​ພວກ​ເຂົາ, ມີ​ຄວາມ​ວ່າ:

15 ຈົ່ງ​ເບິ່ງ, ສິ່ງ​ທີ່​ພວກ​ທ່ານ​ກະ​ທຳ​ກັບ​ຂ້າ​ພະ​ເຈົ້າ​ສັນ​ໃດ, ມັນ​ກໍ​ຈະ​ເກີດ​ກັບ​ພວກ​ທ່ານ​ສັນ​ນັ້ນ ຄື​ລູກ​ຫລານ​ຂອງ​ພວກ​ທ່ານ​ຈະ​ເຮັດ​ໃຫ້​ຄົນ​ຈຳນວນ​ຫລວງ​ຫລາຍ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ເຖິງ​ແມ່ນ​ດ້ວຍ​ຄວາມ​ເຈັບ​ປວດ​ຂອງ ຄວາມ​ຕາຍ​ດ້ວຍ​ໄຟ; ແລະ ນີ້​ເປັນ​ເພາະ​ພວກ​ເຂົາ​ເຊື່ອ​ໃນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

16 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ທ່ານ​ຈະ​ເປັນ​ທຸກ​ດ້ວຍ​ພະ​ຍາດ​ນາໆ​ປະ​ການ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ທ່ານ.

17 ແທ້​ຈິງ​ແລ້ວ, ແລະ ພວກ​ທ່ານ​ຈະ​ຖືກ ລົງ​ໂທດ​ຮອບ​ດ້ານ ແລະ ຖືກ​ຂັບ​ໄລ່​ຕ້ອນ​ໄປ ແລະ ກະ​ຈັດ​ກະ​ຈາຍ​ໄປ​ທາງ​ນັ້ນ​ທາງ​ນີ້, ຈະ​ເປັນ​ເໝືອນ​ດັ່ງ​ຝູງ​ແກະ​ປ່າ​ທີ່​ຖືກ​ສັດ​ປ່າ​ຂັບ​ໄລ່​ປອງ​ຮ້າຍ.

18 ແລະ ໃນ​ມື້​ນັ້ນ​ພວກ​ທ່ານ​ຈະ​ຖືກ​ລ່າ, ແລະ ພວກ​ທ່ານ​ຈະ​ຖືກ​ຈັບ​ໄປ​ໂດຍ​ມື​ສັດ​ຕູ​ຂອງ​ພວກ​ທ່ານ, ແລະ ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ຮັບ​ທຸກ​ທໍ​ລະ​ມານ​ດ້ວຍ​ຄວາມ​ເຈັບ​ປວດ​ຂອງ ຄວາມ​ຕາຍ​ດ້ວຍ​ໄຟ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ຂະນະ​ນີ້.

19 ພຣະ​ເຈົ້າ​ຈະ ແກ້​ແຄ້ນ​ຄົນ​ທີ່​ທຳ​ລາຍ​ຜູ້​ຄົນ​ຂອງ​ພຣະ​ອົງ​ດັ່ງ​ນັ້ນ. ໂອ້ ພຣະ​ອົງ​ເຈົ້າ, ຂໍ​ຈົ່ງ​ຮັບ​ເອົາ​ຈິດ​ວິນ​ຍານ​ຂອງ​ຂ້າ​ນ້ອຍ​ດ້ວຍ​ເທີ້ນ.

20 ແລະ ບັດ​ນີ້​ເມື່ອ​ອະ​ບີ​ນາ​ໄດ​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ເພິ່ນ​ກໍ​ລົ້ມ​ລົງ​ຮັບ​ຄວາມ​ຕາຍ​ດ້ວຍ​ໄຟ; ແທ້​ຈິງ​ແລ້ວ, ເພິ່ນ​ຖືກ​ປະ​ຫານ​ເພາະ​ເພິ່ນ​ບໍ່​ຍອມ​ປະ​ຕິ​ເສດ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ໂດຍ​ໄດ້​ຜະ​ນຶກ​ຄວາມ​ຈິງ​ຂອງ​ຄຳ​ເວົ້າ​ຂອງ​ເພິ່ນ​ດ້ວຍ​ຄວາມ​ຕາຍ.