ພຣະ​ຄຳ​ພີ
ໂມ​ໄຊ​ຢາ 7


ບົດ​ທີ 7

ອຳໂມນ​ພົບ​ພໍ້​ແຜ່ນ​ດິນ​ລີໄຮ​-​ນີໄຟ ຊຶ່ງ​ລິມໄຮ​ເປັນ​ກະສັດ​ຢູ່​ທີ່​ນັ້ນ—ຜູ້​ຄົນ​ຂອງ​ລິມໄຮ​ເປັນ​ທາດ​ຂອງ​ຊາວ​ເລມັນ—ລິ​ມ​ໄຮ​ທົບ​ທວນ​ປະຫວັດ​ສາດ​ຂອງ​ເພິ່ນ—ສາດ​ສະ​ດາ (ອະ​ບີ​ນາ​ໄດ) ໄດ້​ເປັນ​ພະຍານ​ວ່າ ພຣະ​ຄຣິດ​ຄື​ພຣະ​ເຈົ້າ​ຂອງ​ທຸກ​ສິ່ງ—ຜູ້​ທີ່​ຫວ່ານ​ຄວາມ​ສົກ​ກະ​ປົກ​ຈະ​ເກັບ​ກ່ຽວ​ແກບ​ຂອງ​ມັນ​ໃນ​ລົມ​ບ້າ​ໝູ, ແລະ ຜູ້​ທີ່​ໝັ້ນ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ. ປະ​ມານ 121 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ກະສັດ​ໂມ​ໄຊ​ຢາ​ໄດ້​ຢູ່​ຢ່າງ​ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ​ເປັນ​ເວລາ​ສາມ​ປີ, ເພິ່ນ​ຈຶ່ງ​ປາດ​ຖະ​ໜາ​ຢາກ​ຮູ້​ຈັກ​ກ່ຽວ​ກັບ​ຜູ້​ຄົນ​ທີ່ ຂຶ້ນ​ໄປ​ໃນ​ແຜ່ນ​ດິນ​ລີໄຮ​-​ນີໄຟ, ຫລື ວ່າ​ຢູ່​ໃນ​ເມືອງ​ລີໄຮ​-​ນີໄຟ, ເພາະ​ວ່າ​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໄດ້​ຍິນ​ຂ່າວ​ຄາວ​ອັນ​ໃດ​ຈາກ​ພວກ​ເຂົາ​ເລີຍ ນັບ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຂົາ​ໜີ​ຈາກ ເຊຣາ​ເຮັມລາ​ໄປ, ສະນັ້ນ, ຜູ້​ຄົນ​ຂອງ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ເພິ່ນ​ເມື່ອຍ​ໃຈ​ໃນ​ການ​ລົບ​ກວນ​ຂອງ​ພວກ​ເຂົາ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ໂມ​ໄຊ​ຢາ​ໄດ້​ໃຫ້​ຊາຍ​ສະ​ກັນ​ສິບ​ຫົກ​ຄົນ​ຂຶ້ນ​ໄປ​ຍັງ​ແຜ່ນ​ດິນ​ລີໄຮ​-​ນີໄຟ ເພື່ອ​ສືບ​ຖາມ​ກ່ຽວ​ກັບ​ພີ່​ນ້ອງ​ຂອງ​ຕົນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ ພວກ​ເຂົາ​ເລີ່ມ​ຂຶ້ນ​ໄປ​ໂດຍ​ມີ​ຄົນ​ຜູ້​ໜຶ່ງ​ຊື່​ວ່າ​ອຳໂມນ​ໄປ​ນຳ, ລາວ​ເປັນ​ຄົນ​ແຂງ​ແຮງ ແລະ ມີ​ພະ​ລັງ ຊຶ່ງ​ເປັນ​ເຊື້ອ​ສາຍ​ຂອງ​ເຊຣາ​ເຮັມລາ, ແລະ ລາວ​ເປັນ​ຫົວ​ໜ້າ​ຂອງ​ຄົນ​ພວກ​ນັ້ນ.

4 ແລະ ບັດ​ນີ້, ພວກ​ເຂົາ​ບໍ່​ຮູ້​ຫົນ​ທາງ​ທີ່​ຈະ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ຈະ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ລີໄຮ​-​ນີໄຟ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວລາ​ສີ່​ສິບ​ມື້​ທີ່​ພວກ​ເຂົາ​ໄດ້​ໄປ​ແບບ​ນັ້ນ.

5 ເວລາ​ທີ່​ພວກ​ເຂົາ​ໄປ​ແບບ​ນັ້ນ​ຢູ່​ເປັນ​ເວລາ​ສີ່​ສິບ​ມື້ ພວກ​ເຂົາ​ໄດ້​ມາ​ເຖິງ​ເນີນ​ພູ​ໜ່ວຍ​ໜຶ່ງ ຊຶ່ງ​ຢູ່​ທາງ​ເໜືອ​ຂອງ​ແຜ່ນ​ດິນ ໄຊ​ລຳ, ແລ້ວ​ພວກ​ເຂົາ​ຈຶ່ງ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ​ຢູ່​ທີ່​ນັ້ນ.

6 ແລະ ອຳໂມນ​ໄດ້​ພາ​ພີ່​ນ້ອງ​ຜູ້​ທີ່​ມາ​ນຳ​ລາວ​ໄປ​ນຳ​ສາມ​ຄົນ, ແລະ ຊື່​ຂອງ​ພວກ​ເຂົາ​ຄື ອາມາ​ລະໄຄ, ເຮ​ເລັມ, ແລະ ເຮັມ, ແລະ ພວກ​ເຂົາ​ໄດ້​ລົງ​ໄປ​ຫາ​ແຜ່ນ​ດິນ ນີໄຟ.

7 ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ພົບ​ກັບ​ກະສັດ​ຜູ້​ປົກ​ຄອງ​ຜູ້​ຄົນ​ຢູ່​ໃນ​ແຜ່ນ​ດິນ​ນີໄຟ, ແລະ ໃນ​ແຜ່ນ​ດິນ​ໄຊ​ລຳ; ແລະ ພວກ​ເຂົາ​ຖືກ​ທະ​ຫານ​ອາ​ລັກ​ຂາ​ຂອງ​ກະສັດ​ລ້ອມ​ໄວ້, ແລະ ຖືກ​ຈັບ​ມັດ​ສອກ​ໄວ້​ແລ້ວ​ນຳ​ເອົາ​ໄປ​ເຂົ້າ​ຄຸກ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ຢູ່​ໃນ​ຄຸກ​ໄດ້​ສອງ​ມື້ ພວກ​ເຂົາ​ກໍ​ຖືກ​ນຳ​ໄປ​ຢູ່​ຕໍ່​ໜ້າ​ກະສັດ ແລະ ເຊືອກ​ມັດ​ພວກ​ເຂົາ​ໄດ້​ຖືກ​ແກ້​ອອກ; ແລະ ພວກ​ເຂົາ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ກະສັດ ແລະ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຕອບ​ຄຳ​ຖາມ ຊຶ່ງ​ກະສັດ​ຈະ​ຖາມ​ພວກ​ເຂົາ.

9 ແລະ ເພິ່ນ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເຮົາ​ຄື ລິມໄຮ, ລູກ​ຊາຍ​ຂອງ​ໂນອາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຊີ​ນິບ, ຜູ້​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ ເພື່ອ​ຮັບ​ເອົາ​ແຜ່ນ​ດິນ​ນີ້​ມາ​ເປັນ​ມູນ​ມໍ​ລະ​ດົກ ຊຶ່ງ​ເປັນ​ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ໂດຍ​ສຽງ​ຂອງ​ຜູ້​ຄົນ.

10 ແລະ ບັດ​ນີ້, ເຮົາ​ປາດ​ຖະ​ໜາ​ຢາກ​ຮູ້​ວ່າ​ເປັນ​ດ້ວຍ​ເຫດ​ໃດ​ພວກ​ເຈົ້າ​ຈຶ່ງ​ບັງ​ອາດ​ເຂົ້າ​ມາ​ໃກ້​ກຳ​ແພງ​ເມືອງ​ຕອນ​ທີ່​ເຮົາ​ກັບ​ທະ​ຫານ​ອາ​ລັກ​ຂາ​ຂອງ​ເຮົາ​ຢູ່​ນອກ​ກຳ​ແພງ​ເມືອງ?

11 ແລະ ບັດ​ນີ້​ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເຈົ້າ​ມີ​ຊີ​ວິດ​ຢູ່​ເພາະ​ວ່າ​ເຮົາ​ຈະ​ໄດ້​ສອບ​ສວນ​ພວກ​ເຈົ້າ, ຖ້າ​ບໍ່​ດັ່ງ​ນັ້ນ​ເຮົາ​ກໍ​ຄົງ​ໃຫ້​ທະ​ຫານ​ຂອງ​ເຮົາ​ຂ້າ​ພວກ​ເຈົ້າ​ເສຍ​ແລ້ວ. ພວກ​ເຈົ້າ​ຖືກ​ອະ​ນຸ​ຍາດ​ໃຫ້​ເວົ້າ.

12 ແລະ ບັດ​ນີ້, ອຳໂມນ​ເຫັນ​ວ່າ​ລາວ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເວົ້າ​ແລ້ວ, ລາວ​ຈຶ່ງ​ອອກ​ໄປ ແລະ ກົ້ມ​ຫົວ​ລົງ​ຕໍ່​ໜ້າ​ກະສັດ; ແລະ ເວລາ​ເງີຍ​ໜ້າ​ຂຶ້ນ ລາວ​ກໍ​ກ່າວ​ວ່າ: ໂອ້ ກະສັດ​ເອີຍ ຂ້າ​ນ້ອຍ​ຮູ້​ສຶກ​ຂອບ​ພຣະ​ໄທ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ຢ່າງ​ລົ້ນ​ເຫລືອ​ທີ່​ຍັງ​ມີ​ຊີ​ວິດ​ຢູ່, ແລະ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເວົ້າ ແລະ ຂ້າ​ນ້ອຍ​ຈະ​ພະ​ຍາ​ຍາມ​ເວົ້າ​ດ້ວຍ​ຄວາມ​ອາດ​ຫານ;

13 ເພາະ​ວ່າ​ຂ້າ​ນ້ອຍ​ໝັ້ນ​ໃຈ​ວ່າ ຖ້າ​ຫາກ​ທ່ານ​ຮູ້​ຈັກ​ຂ້າ​ນ້ອຍ ທ່ານ​ຄົງ​ບໍ່​ປ່ອຍ​ໃຫ້​ຂ້າ​ນ້ອຍ​ຖືກ​ມັດ​ສອກ​ຢູ່​ແບບ​ນີ້. ເພາະ​ວ່າ​ຂ້າ​ນ້ອຍ​ຄື​ອຳໂມນ, ແລະ ເປັນ​ເຊື້ອ​ສາຍ​ຂອງ ເຊຣາ​ເຮັມລາ, ແລະ ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ, ເພື່ອ​ສອບ​ຖາມ​ຄວາມ​ສຸກ​ທຸກ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ, ຜູ້​ຊຶ່ງ​ຊີ​ນິບ​ພາ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ນັ້ນ.

14 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ລິມໄຮ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ອຳໂມນ​ແລ້ວ, ເພິ່ນ​ກໍ​ມີ​ຄວາມ​ຍິນ​ດີ​ຢ່າງ​ຍິ່ງ, ແລະ ເວົ້າ​ວ່າ: ບັດ​ນີ້, ເຮົາ​ຮູ້​ຈັກ​ແນ່​ນອນ​ແລ້ວ​ວ່າ​ພີ່​ນ້ອງ​ຂອງ​ເຮົາ​ຜູ້​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ຍັງ​ມີ​ຊີ​ວິດ​ຢູ່. ແລະ ບັດ​ນີ້​ເຮົາ​ຈະ​ປິ​ຕິ​ຍິນ​ດີ; ແລະ ໃນ​ມື້​ອື່ນ​ເຮົາ​ຈະ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ປິ​ຕິ​ຍິນ​ດີ​ນຳ​ອີກ.

15 ຈົ່ງ​ເບິ່ງ, ພວກ​ເຮົາ​ໄດ້​ເປັນ​ທາດ​ຂອງ​ຊາວ​ເລມັນ, ແລະ ຖືກ​ເກັບ ພາ​ສີ​ດ້ວຍ​ອັດ​ຕາ​ສູງ​ເກີນ​ກວ່າ​ຈະ​ທົນ​ໄດ້. ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຈະ​ປົດ​ປ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ ແລະ ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເລມັນ, ພວກ​ເຮົາ​ຈະ​ເປັນ​ທາດ​ຂອງ​ຊາວ​ນີໄຟ​ດີ​ກວ່າ​ຈະ​ເສຍ​ຊ່ວຍ​ໃຫ້​ແກ່​ກະສັດ​ຂອງ​ຊາວ​ເລມັນ.

16 ແລະ ບັດ​ນີ້​ກະສັດ​ລິມໄຮ​ໄດ້​ສັ່ງ​ທະ​ຫານ​ອາ​ລັກ​ຂາ​ຂອງ​ເພິ່ນ​ບໍ່​ໃຫ້​ຜູກ​ສອກ​ອຳໂມນ​ກັບ​ພີ່​ນ້ອງ​ຂອງ​ລາວ​ອີກ​ຕໍ່​ໄປ, ແຕ່​ໄດ້​ສັ່ງ​ໃຫ້​ພວກ​ທະ​ຫານ​ໄປ​ຫາ​ເນີນ​ພູ ຊຶ່ງ​ຢູ່​ທາງ​ເໜືອ​ຂອງ​ເມືອງ​ໄຊ​ລຳ ເພື່ອ​ນຳ​ເອົາ​ພີ່​ນ້ອງ​ຄົນ​ອື່ນໆ​ຂອງ​ລາວ​ເຂົ້າ​ມາ​ໃນ​ເມືອງ​ເພື່ອ​ຈະ​ໄດ້​ກິນ​ດື່ມ ແລະ ພັກ​ຜ່ອນ​ຈາກ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ; ເພາະ​ພວກ​ເຂົາ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຫລາຍ; ພວກ​ເຂົາ​ໄດ້​ທົນ​ກັບ​ຄວາມ​ຫິວ, ຄວາມ​ກະ​ຫາຍ, ແລະ ອິດ​ເມື່ອຍ.

17 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ມື້​ຕໍ່​ມາ​ຄື ກະສັດ​ລິມໄຮ​ໄດ້​ອອກ​ປະ​ກາດ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ​ທັງ​ໝົດ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ທີ່ ພຣະ​ວິຫານ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ເພິ່ນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຄົນ​ທັງ​ຫລາຍ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ຢ່າງ​ຮອບ​ຄອບ, ມີ​ຄວາມ​ວ່າ: ໂອ້ ພວກ​ທ່ານ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ສະ​ບາຍ​ໃຈ​ເຖີດ; ເພາະ​ຈົ່ງ​ເບິ່ງ, ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ ຫລື ມັນ​ຍັງ​ຢູ່​ບໍ່​ໄກ​ເທົ່າ​ໃດ​ທີ່​ພວກ​ເຮົາ​ຈະ​ບໍ່​ໄດ້​ຢູ່​ໃຕ້​ອຳນາດ​ຂອງ​ສັດ​ຕູ​ຂອງ​ພວກ​ເຮົາ​ອີກ​ຕໍ່​ໄປ; ທັງໆ​ທີ່​ພວກ​ເຮົາ​ດີ້ນ​ຮົນ​ຢ່າງ​ບໍ່​ໄດ້​ຮັບ​ຜົນ​ມາ​ຫລາຍ​ເທື່ອ​ແລ້ວ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ວາງ​ໃຈ​ວ່າ​ພວກ​ເຮົາ​ຕ້ອງ​ດີ້ນ​ຮົນ​ຕໍ່​ໄປ​ເພື່ອ​ຈະ​ໄດ້​ຮັບ​ຜົນ.

19 ສະນັ້ນ, ຈົ່ງ​ເງີຍ​ໜ້າ​ຂຶ້ນ​ເຖີດ ແລະ ປິ​ຕິ​ຍິນ​ດີ ແລະ ໝັ້ນ​ໃຈ​ໃນ ພຣະ​ເຈົ້າ, ຊຶ່ງ​ໃນ​ພຣະ​ເຈົ້າ​ອົງ​ນັ້ນ​ຜູ້​ເປັນ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ແລະ ອີ​ຊາກ, ແລະ ຢາໂຄບ, ແລະ ພຣະ​ເຈົ້າ​ອົງ​ນັ້ນ​ແຫລະ​ຜູ້ ນຳ​ພາ​ລູກ​ຫລານ​ຂອງ​ອິດສະ​ຣາເອນ​ອອກ​ມາ​ຈາກ​ແຜ່ນ​ດິນ​ເອຢິບ, ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຍ່າງ​ຜ່ານ​ທະເລ​ແດງ​ເທິງ​ແຜ່ນ​ດິນ​ແຫ້ງ​ໄປ, ແລະ ລ້ຽງ​ພວກ​ເຂົາ​ດ້ວຍ ມານາ​ເພື່ອ​ພວກ​ເຂົາ​ຈະ​ບໍ່​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ມີ​ອີກ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ພຣະ​ອົງ​ໄດ້​ເຮັດ​ເພື່ອ​ພວກ​ເຂົາ.

20 ແລະ ອີກ​ເທື່ອ​ໜຶ່ງ, ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ​ທີ່​ໄດ້​ນຳ​ພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ ແລະ ໄດ້​ຮັກ​ສາ ແລະ ປົກ​ປ້ອງ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້; ແລະ ຈົ່ງ​ເບິ່ງ, ເປັນ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຮົາ ພຣະ​ອົງ​ຈຶ່ງ​ພາ​ພວກ​ເຮົາ​ມາ​ຫາ​ຄວາມ​ເປັນ​ທາດ.

21 ແລະ ທ່ານ​ທັງ​ຫລາຍ​ເປັນ​ພະຍານ​ໃນ​ມື້​ນີ້, ວ່າ​ຊີ​ນິບ, ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກະສັດ​ປົກ​ຄອງ​ຜູ້​ຄົນ​ພວກ​ນີ້, ແລະ ໂດຍ​ທີ່​ເພິ່ນ ມີ​ໃຈ​ຈົດ​ຈໍ່​ຢ່າງ​ແຮງ​ກ້າ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ​ມາ​ເປັນ​ມູນ​ມໍ​ລະ​ດົກ, ສະນັ້ນ ເພິ່ນ​ຈຶ່ງ​ຖືກ​ຫລອກ​ລວງ​ໂດຍ​ເລ່​ຫລ່ຽມ ແລະ ກົນ​ອຸ​ບາຍ​ຂອງ​ກະສັດ​ເລມັນ ໃຫ້​ເຂົ້າ​ເຮັດ​ຂໍ້​ຕົກ​ລົງ​ກັບ​ກະສັດ​ຊີ​ນິບ, ແລະ ຍອມ​ໃຫ້​ພາກ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ກະສັດ​ເລມັນ ຈົນ​ກະ​ທັ້ງ​ເມືອງ​ລີໄຮ​-​ນີໄຟ, ແລະ ເມືອງ​ໄຊ​ລຳ; ແລະ ແຜ່ນ​ດິນ​ອ້ອມ​ແອ້ມ​ນັ້ນ—

22 ແລະ ທັງ​ໝົດ​ນີ້​ກະສັດ​ເລມັນ​ໄດ້​ເຮັດ​ໄປ​ເພື່ອ​ຈຸດ​ປະສົງ​ຢ່າງ​ດຽວ​ຄື ນຳ​ເອົາ​ຜູ້​ຄົນ​ພວກ​ນີ້​ມາ​ຢູ່​ພາຍ​ໃຕ້​ອຳນາດ ຫລື ມາ​ເປັນ​ທາດ. ແລະ ຈົ່ງ​ເບິ່ງ, ໃນ​ເວລາ​ນີ້​ພວກ​ເຮົາ​ໄດ້​ເສຍ​ຊ່ວຍ​ໃຫ້​ກະສັດ​ຂອງ​ຊາວ​ເລມັນ​ເປັນ​ຈຳນວນ​ເຄິ່ງ​ໜຶ່ງ​ຂອງ​ເຂົ້າ​ສາ​ລີ​ກັບ​ເຂົ້າ​ບາ​ເລ, ແລະ ຈົນ​ກະ​ທັ້ງ​ພືດ​ພັນ​ທັງ​ໝົດ​ຂອງ​ພວກ​ເຮົາ​ທຸກ​ຊະ​ນິດ, ແລະ ເຄິ່ງ​ໜຶ່ງ​ຂອງ​ຈຳນວນ​ສັດ​ລ້ຽງ​ທີ່​ເພີ່ມ​ຂຶ້ນ​ຂອງ​ພວກ​ເຮົາ ແລະ ຝູງ​ສັດ​ທີ່​ໃຊ້​ລາກ​ແກ່​ຂອງ​ພວກ​ເຮົາ; ແລະ ກະສັດ​ຂອງ​ຊາວ​ເລມັນ​ໄດ້​ຮຽກ​ຮ້ອງ​ເອົາ​ຈາກ​ພວກ​ເຮົາ​ຈົນ​ກະ​ທັ້ງ​ເຄິ່ງ​ໜຶ່ງ​ຂອງ​ສິ່ງ​ຂອງ​ທີ່​ພວກ​ເຮົາ​ມີ ຫລື ເປັນ​ເຈົ້າ​ຂອງ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ກໍ​ຈະ​ຂ້າ​ພວກ​ເຮົາ​ຖິ້ມ.

23 ແລະ ບັດ​ນີ້, ນີ້​ບໍ່​ແມ່ນ​ເປັນ​ສິ່ງ​ເຫລືອ​ທີ່​ຈະ​ທົນ​ໄດ້​ບໍ? ແລະ ນີ້​ບໍ່​ແມ່ນ​ຄວາມ​ທຸກ​ຢ່າງ​ສາ​ຫັດ​ຂອງ​ພວກ​ເຮົາ​ບໍ? ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ມີ​ເຫດ​ຜົນ​ອັນ​ໃດ​ທີ່​ຈະ​ເປັນ​ທຸກ​ແບບ​ນີ້​ເລີຍ.

24 ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ມັນ​ມີ​ເຫດ​ຜົນ​ຫລາຍ​ຢ່າງ​ທີ່​ພວກ​ເຮົາ​ຈະ​ເປັນ​ທຸກ​ຢູ່​ໃນ​ຂະນະ​ນີ້; ເພາະ​ຈົ່ງ​ເບິ່ງ ພີ່​ນ້ອງ​ຂອງ​ພວກ​ເຮົາ​ຖືກ​ຂ້າ​ຕາຍ​ມາ​ຫລາຍ​ປານ​ໃດ​ແລ້ວ ແລະ ເລືອດ​ຂອງ​ພວກ​ເຂົາ​ຫລັ່ງ​ໄຫລ​ໂດຍ​ບໍ່​ມີ​ປະ​ໂຫຍດ, ແລະ ທັງ​ໝົດ​ນີ້​ເປັນ​ເພາະ​ຄວາມ​ຊົ່ວ​ຮ້າຍ​ສາ​ມານ.

25 ເພາະ​ຖ້າ​ຫາກ​ຜູ້​ຄົນ​ພວກ​ນີ້​ບໍ່​ຕົກ​ຢູ່​ໃນ​ການ​ລ່ວງ​ລະເມີດ​ແລ້ວ ພຣະ​ເຈົ້າ​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ຊົ່ວ​ອັນ​ໃຫຍ່​ຫລວງ​ນີ້​ເກີດ​ກັບ​ພວກ​ເຂົາ​ດອກ. ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ບໍ່​ຍອມ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ອົງ; ມີ​ແຕ່​ຂັດ​ແຍ້ງ​ກັນ ຊຶ່ງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ, ຈົນ​ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ຕ້ອງ​ຂ້າ​ຟັນ​ກັນ​ໃນ​ບັນ​ດາ​ພັກ​ພວກ​ຕົນ​ເອງ.

26 ແລະ ສາດ​ສະ​ດາ​ຜູ້​ໜຶ່ງ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ພວກ​ເຂົາ​ຂ້າ​ຕາຍ​ໄປ; ແທ້​ຈິງ​ແລ້ວ, ເພິ່ນ​ເປັນ​ຄົນ​ທີ່​ພຣະ​ເຈົ້າ​ເລືອກ​ໄວ້, ຜູ້​ຊຶ່ງ​ໄດ້​ບອກ​ພວກ​ເຂົາ​ເຖິງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ພວກ​ເຂົາ ແລະ ທຳ​ນາຍ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ມາ​ເຖິງ, ແທ້​ຈິງ​ແລ້ວ, ຈົນ​ກະ​ທັ້ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

27 ເພາະ​ຍ້ອນ​ວ່າ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ພຣະ​ຄຣິດ​ຄື ພຣະ​ເຈົ້າ, ພຣະ​ບິດາ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ, ແລະ ໄດ້​ເວົ້າ​ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຮູບ​ລັກ​ສະ​ນະ​ຂອງ​ມະນຸດ ແລະ ຈະ​ເປັນ ຮູບ​ລັກ​ສະ​ນະ​ຕາມ​ທີ່​ມະນຸດ​ຖືກ​ສ້າງ​ຂຶ້ນ​ແຕ່​ຕອນ​ຕົ້ນ; ຫລື ອີກ​ຄຳ​ໜຶ່ງ, ເພິ່ນ​ເວົ້າ​ວ່າ ມະນຸດ​ຖືກ​ສ້າງ​ຂຶ້ນ​ຕາມ​ຮູບ​ລັກ​ສະ​ນະ​ຂອງ ພຣະ​ເຈົ້າ, ແລະ ວ່າ​ພຣະ​ເຈົ້າ​ຈະ​ສະ​ເດັດ​ລົງ​ມາ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ ແລະ ຈະ​ຮັບ​ເອົາ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ມະນຸດ, ແລະ ຈະ​ສະ​ເດັດ​ອອກ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ—

28 ແລະ ບັດ​ນີ້​ເປັນ​ຍ້ອນ​ເພິ່ນ​ເວົ້າ​ເລື່ອງ​ເຫລົ່າ​ນີ້ ພວກ​ເຂົາ​ຈຶ່ງ​ໄດ້​ຂ້າ​ເພິ່ນ​ເສຍ; ແລະ ພວກ​ເຂົາ​ໄດ້​ກະ​ທຳ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ເພື່ອ​ນຳ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ມາ​ຫາ​ພວກ​ເຂົາ. ສະນັ້ນ, ມີ​ຜູ້​ໃດ​ແດ່​ທີ່​ແປກ​ໃຈ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ເປັນ​ທາດ, ແລະ ທີ່​ຖືກ​ລົງ​ໂທດ​ດ້ວຍ​ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ​ແບບ​ນີ້.

29 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ບໍ່ ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເຮົາ​ໃນ​ວັນ​ແຫ່ງ​ການ​ລ່ວງ​ລະເມີດ​ຂອງ​ພວກ​ເຂົາ; ແຕ່​ເຮົາ​ຈະ​ລ້ອມ​ຮົ້ວ​ເສັ້ນ​ທາງ​ຂອງ​ພວກ​ເຂົາ​ໄວ້ ເພື່ອ​ພວກ​ເຂົາ​ຈະ​ບໍ່​ຈະ​ເລີນ​ຮຸ່ງ​ເຮືອງ; ແລະ ການ​ກະ​ທຳ​ຂອງ​ພວກ​ເຂົາ​ເຫລົ່າ​ນີ້​ຈະ​ເປັນ​ຄື​ກັນ​ກັບ​ຕໍ​ທີ່​ໃຫ້​ພວກ​ເຂົາ​ສະ​ດຸດ ເພື່ອ​ສຳ​ນຶກ​ເຖິງ​ໜ້າ​ທີ່​ຂອງ​ພວກ​ເຂົາ.

30 ແລະ ອີກ​ຢ່າງ​ໜຶ່ງ, ພຣະ​ອົງ​ກ່າວ​ວ່າ: ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ຫວ່ານ ຄວາມ​ສົກ​ກະ​ປົກ ແລ້ວ​ພວກ​ເຂົາ​ຈະ ເກັບ​ກ່ຽວ​ຂີ້​ແກບ​ຂອງ​ມັນ​ໃນ​ລົມ​ບ້າ​ໝູ; ແລະ ໝາກ​ຜົນ​ຂອງ​ມັນ​ຈະ​ເປັນ​ຄື​ຢາ​ພິດ.

31 ແລະ ອີກ​ຢ່າງ​ໜຶ່ງ ພຣະ​ອົງ​ກ່າວ​ວ່າ: ຖ້າ​ຫາກ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຫວ່ານ​ຄວາມ​ສົກ​ກະ​ປົກ​ຂອງ​ພວກ​ເຂົາ ແລະ ຈະ​ເກັບ​ກ່ຽວ​ມັນ​ແລ້ວ ລົມ​ຕາ​ເວັນ​ອອກ​ຈະ​ນຳ​ເອົາ​ຄວາມ​ພິນາດ​ມາ​ທັນ​ທີ.

32 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ເລັດ​ແລ້ວ, ແລະ ພວກ​ເຂົາ​ຖືກ​ລົງ​ໂທດ ແລະ ເປັນ​ທຸກ​ແລ້ວ.

33 ແຕ່​ຖ້າ​ຫາກ​ພວກ​ທ່ານ​ຈະ ຫັນ​ໜ້າ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ວາງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ພວກ​ທ່ານ​ໃນ​ພຣະ​ອົງ, ແລະ ຮັບ​ໃຊ້​ພຣະ​ອົງ​ດ້ວຍ​ຄວາມ​ພາກ​ພຽນ​ແຫ່ງ​ຈິດ​ໃຈ, ຖ້າ​ຫາກ​ພວກ​ທ່ານ​ເຮັດ​ສິ່ງ​ເຫລົ່າ​ນີ້, ແລ້ວ​ພຣະ​ອົງ​ຈະ​ປົດ​ປ່ອຍ​ພວກ​ທ່ານ​ໃຫ້​ພົ້ນ​ຈາກ​ຄວາມ​ເປັນ​ທາດ​ຕາມ​ພຣະ​ປະສົງ ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ.