ພຣະ​ຄຳ​ພີ
ໂມ​ໄຊ​ຢາ 8


ບົດ​ທີ 8

ອຳໂມນ​ສິດ​ສອນ​ຜູ້​ຄົນ​ຂອງ​ລິມໄຮ—ລາວ​ໄດ້​ຮູ້​ເຖິງ​ແຜ່ນ​ຈາລຶກ​ຊາວ​ສີ່​ແຜ່ນ​ຂອງ​ຊາວ​ຢາເຣັດ—ບັນ​ທຶກ​ສະ​ໄໝ​ບູຮານ​ສາ​ມາດ​ແປ​ໄດ້​ໂດຍ​ຜູ້​ພະ​ຍາ​ກອນ​ເທົ່າ​ນັ້ນ—ບໍ່​ມີ​ຂອງ​ປະທານ​ໃດ​ເໜືອ​ກວ່າ​ຂອງ​ປະທານ​ແຫ່ງ​ການ​ເປັນ​ຜູ້​ພະ​ຍາ​ກອນ. ປະ​ມານ 121 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ກະສັດ​ລິມໄຮ​ເວົ້າ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຈົບ​ແລ້ວ ຊຶ່ງ​ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ຫລາຍ​ເລື່ອງ ແຕ່​ຂ້າ​ພະ​ເຈົ້າ​ຂຽນ​ໄວ້​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ​ໃນ​ໜັງ​ສື​ເຫລັ້ມ​ນີ້, ເພິ່ນ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ກ່ຽວ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ.

2 ແລະ ເພິ່ນ​ໄດ້​ໃຫ້​ອຳໂມນ​ຢືນ​ຂຶ້ນ​ຕໍ່​ໜ້າ​ຝູງ​ຊົນ, ແລະ ເລົ່າ​ເລື່ອງ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ ນັບ​ຕັ້ງ​ແຕ່​ເວລາ​ທີ່​ຊີ​ນິບ​ໜີ​ຈາກ​ແຜ່ນ​ດິນ​ນັ້ນ ຈົນ​ເຖິງ​ເວລາ​ທີ່​ຕົວ​ລາວ​ເອງ​ຂຶ້ນ​ມາ​ຈາກ​ແຜ່ນ​ດິນ​ນັ້ນ​ໃຫ້​ພວກ​ເຂົາ​ຟັງ.

3 ແລະ ລາວ​ໄດ້​ເລົ່າ​ໃຫ້​ພວກ​ເຂົາ​ຟັງ​ເຖິງ​ຄຳ​ສຸດ​ທ້າຍ ຊຶ່ງ​ກະສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ຄົນ​ພວກ​ນັ້ນ​ນຳ​ອີກ, ແລະ ໄດ້​ອະ​ທິ​ບາຍ​ຂໍ້​ຄວາມ​ແກ່​ຜູ້​ຄົນ​ຂອງ​ກະສັດ​ລິມໄຮ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໃຈ​ເຖິງ​ຂໍ້​ຄວາມ​ທັງ​ໝົດ​ທີ່​ລາວ​ໄດ້​ເວົ້າ​ໄປ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ລາວ​ເຮັດ​ທຸກ​ສິ່ງ​ນີ້​ແລ້ວ, ກະສັດ​ລິມໄຮ​ໄດ້​ໃຫ້​ຝູງ​ຊົນ​ເລີກ​ລາ​ກັນ​ໄປ, ແລະ ໃຫ້​ທຸກ​ຄົນ​ກັບ​ບ້ານ​ເຮືອນ​ຂອງ​ໃຜ​ລາວ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ລິມໄຮ​ໄດ້​ນຳ​ເອົາ ແຜ່ນ​ຈາລຶກ​ມາ​ຢູ່​ຕໍ່​ໜ້າ​ອຳໂມນ​ຊຶ່ງ​ມີ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຂົາ​ໜີ​ມາ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ ເພື່ອ​ລາວ​ຈະ​ໄດ້​ອ່ານ​ຂໍ້​ຄວາມ​ທີ່​ບັນ​ທຶກ​ຢູ່​ໃນ​ນັ້ນ.

6 ບັດ​ນີ້, ທັນ​ທີ​ທີ່​ອຳໂມນ​ໄດ້​ອ່ານ​ບັນ​ທຶກ​ຈົບ​ແລ້ວ, ກະສັດ​ກໍ​ຢາກ​ຮູ້​ວ່າ​ລາວ​ຮູ້​ຈັກ​ແປ​ຄວາມ​ໝາຍ​ຂອງ​ພາ​ສາ​ນັ້ນ​ບໍ່, ແລະ ອຳໂມນ​ບອກ​ເພິ່ນ​ວ່າ​ລາວ​ແປ​ບໍ່​ໄດ້.

7 ແລະ ກະສັດ​ໄດ້​ເວົ້າ​ກັບ​ລາວ​ວ່າ: ໂດຍ​ທີ່​ໂສກ​ເສົ້າ​ຫລາຍ​ເພາະ​ຄວາມ​ທຸກ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ເຮົາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ຄົນ​ຂອງ​ເຮົາ​ສີ່​ສິບ​ສາມ​ຄົນ​ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ອອກ​ໄປ​ຊອກ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ, ເພື່ອ​ພວກ​ເຮົາ​ຈະ​ໄດ້​ວິງ​ວອນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ໃຫ້​ມາ​ປົດ​ປ່ອຍ​ພວກ​ເຮົາ​ອອກ​ຈາກ​ຄວາມ​ເປັນ​ທາດ​ນີ້.

8 ແລະ ພວກ​ເຂົາ​ໄດ້​ຫລົງ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວລາ​ຫລາຍ​ມື້, ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເຂົາ​ຍັງ​ມີ​ຄວາມ​ພາກ​ພຽນ, ແລະ ພວກ​ເຂົາ​ບໍ່​ໄດ້​ພົບ​ພໍ້​ແຜ່ນ​ດິນ​ເຊຣາ​ເຮັມລາ​ເລີຍ ແຕ່​ໄດ້​ກັບ​ຄືນ​ມາ​ຫາ​ແຜ່ນ​ດິນ​ນີ້, ໂດຍ​ທີ່​ໄດ້​ເດີນ​ທາງ​ໄປ​ໃນ​ແຜ່ນ​ດິນ​ແຫ່ງ​ໜຶ່ງ​ຢູ່​ລະຫວ່າງ​ແມ່​ນ້ຳ​ຫລາຍ​ສາຍ, ຄົ້ນ​ພົບ​ແຜ່ນ​ດິນ​ແຫ່ງ​ໜຶ່ງ​ຊຶ່ງ​ເຕັມ​ໄປ​ດ້ວຍ​ຊາກ​ກະ​ດູກ​ຄົນ, ແລະ ສັດ, ແລະ ເຕັມ​ໄປ​ດ້ວຍ​ຊາກ​ເຮືອນ​ຊານ​ທຸກ​ຊະ​ນິດ​ທີ່​ເພ​ພັງ​ນຳ​ອີກ, ຄົ້ນ​ພົບ​ແຜ່ນ​ດິນ​ແຫ່ງ​ໜຶ່ງ​ທີ່​ເຄີຍ​ມີ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ອາ​ໄສ​ຢູ່​ດັ່ງ​ຝູງ​ຊົນ​ຂອງ​ອິດສະ​ຣາເອນ.

9 ແລະ ເພື່ອ​ໃຫ້​ເປັນ​ປະຈັກ​ພະຍານ​ເຖິງ​ເລື່ອງ​ນີ້​ວ່າ​ມັນ​ເປັນ​ຄວາມ​ຈິງ ພວກ​ເຂົາ​ໄດ້​ນຳ​ເອົາ​ແຜ່ນ​ຈາລຶກ ຊາວ​ສີ່​ແຜ່ນ​ຊຶ່ງ​ເຕັມ​ໄປ​ດ້ວຍ​ຕົວ​ອັກຂະລະ​ມາ​ນຳ, ແລະ ມັນ​ເຮັດ​ດ້ວຍ​ຄຳ​ສົດ.

10 ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເອົາ ແຜ່ນ​ປົກ​ເອິກ​ມາ​ນຳ​ອີກ, ມັນ​ໃຫຍ່ ແລະ ເຮັດ​ດ້ວຍ ທອງ​ເຫລືອງ, ແລະ ທອງ​ແດງ, ແລະ ຢູ່​ໃນ​ສະພາບ​ດີ.

11 ແລະ ອີກ​ຢ່າງ​ໜຶ່ງ, ພວກ​ເຂົາ​ໄດ້​ນຳ​ເອົາ​ດາບ​ທີ່​ບໍ່​ມີ​ດ້າມ, ແລະ ໃບ​ຂອງ​ມັນ​ເຂົ້າ​ຂີ້​ໝ້ຽງ​ມາ​ນຳ, ແລະ ບໍ່​ມີ​ຜູ້​ໃດ​ເລີຍ​ໃນ​ແຜ່ນ​ດິນ​ທີ່​ສາ​ມາດ​ແປ​ພາ​ສາ​ທີ່​ຖືກ​ສະ​ຫລັກ​ໄວ້​ໃນ​ແຜ່ນ​ຈາລຶກ​ນັ້ນ. ສະນັ້ນ ເຮົາ​ຈຶ່ງ​ເວົ້າ​ກັບ​ເຈົ້າ​ວ່າ: ເຈົ້າ​ແປ​ມັນ​ໄດ້​ບໍ?

12 ແລະ ເຮົາ​ກ່າວ​ກັບ​ເຈົ້າ​ອີກ​ວ່າ: ເຈົ້າ​ຮູ້​ຈັກ​ຜູ້​ໃດ​ບໍ​ທີ່​ແປ​ໄດ້? ເພາະ​ວ່າ​ເຮົາ​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ແປ​ບັນ​ທຶກ​ນີ້​ເປັນ​ພາ​ສາ​ຂອງ​ພວກ​ເຮົາ; ເພາະ​ບາງ​ທີ​ມັນ​ອາດ​ຈະ​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຮົາ​ເຖິງ​ຄົນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຈາກ​ພວກ​ທີ່​ຖືກ​ທຳ​ລາຍ​ໄປ, ຊຶ່ງ​ເປັນ​ທີ່​ມາ​ຂອງ​ບັນ​ທຶກ​ເຫລົ່າ​ນີ້; ຫລື ບາງ​ທີ​ມັນ​ອາດ​ຈະ​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຮົາ​ເຖິງ​ການ​ທຳ​ລາຍ​ຂອງ​ຄົນ​ພວກ​ນີ້; ແລະ ເຮົາ​ປາດ​ຖະ​ໜາ​ຢາກ​ຮູ້​ຈັກ​ເຫດ​ຜົນ​ແຫ່ງ​ຄວາມ​ພິນາດ​ຂອງ​ພວກ​ເຂົາ.

13 ບັດ​ນີ້​ອຳໂມນ​ກ່າວ​ກັບ​ເພິ່ນ​ວ່າ: ໂອ້ ກະສັດ​ເອີຍ ຂ້າ​ນ້ອຍ​ບອກ​ທ່ານ​ໄດ້​ຢ່າງ​ແນ່​ນອນ ເພາະ​ຂ້າ​ນ້ອຍ​ຮູ້​ຈັກ​ຊາຍ​ຜູ້​ໜຶ່ງ​ທີ່​ຈະ ແປ​ບັນ​ທຶກ​ນີ້​ໄດ້, ເພາະ​ຄວາມ​ຮູ້​ທີ່​ເພິ່ນ​ມີ; ເພິ່ນ​ສາ​ມາດ​ແປ​ບັນ​ທຶກ​ຂອງ​ສະ​ໄໝ​ບູຮານ​ນີ້​ໄດ້​ທັງ​ໝົດ; ແລະ ສິ່ງ​ເຫລົ່າ​ນີ້​ແມ່ນ​ຂອງ​ປະທານ​ຈາກ​ພຣະ​ເຈົ້າ. ແລະ ມັນ​ເອີ້ນ​ວ່າ ສິ່ງ​ແປ​ຄວາມ​ໝາຍ ແລະ ບໍ່​ມີ​ຜູ້​ໃດ​ສາ​ມາດ​ສ່ອງ​ເບິ່ງ​ໃນ​ນັ້ນ​ໄດ້​ນອກ​ຈາກ​ຈະ​ໄດ້​ຮັບ​ພຣະ​ບັນ​ຊາ​ເສຍ​ກ່ອນ, ຖ້າ​ຜູ້​ໃດ​ສ່ອງ​ເບິ່ງ​ໂດຍ​ການ​ລ່ວງ​ລະເມີດ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ. ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຮັບ​ບັນ​ຊາ​ໃຫ້​ສ່ອງ​ເບິ່ງ ກໍ​ເອີ້ນ​ຜູ້​ນັ້ນ​ວ່າ ຜູ້​ພະ​ຍາ​ກອນ.

14 ແລະ ຈົ່ງ​ເບິ່ງ, ກະສັດ​ຂອງ​ຜູ້​ຄົນ​ຊຶ່ງ​ຢູ່​ໃນ​ແຜ່ນ​ດິນ​ເຊຣາ​ເຮັມລາ​ເປັນ​ຜູ້​ທີ່​ໄດ້​ຮັບ​ບັນ​ຊາ​ໃຫ້​ເຮັດ​ສິ່ງ​ເຫລົ່າ​ນີ້, ແລະ ເປັນ​ຜູ້​ທີ່​ມີ​ຂອງ​ປະທານ​ອັນ​ສູງ​ສົ່ງ​ຈາກ​ພຣະ​ເຈົ້າ.

15 ແລະ ກະສັດ​ເວົ້າ​ວ່າ ຜູ້​ພະ​ຍາ​ກອນ​ນັ້ນ​ຍິ່ງ​ໃຫຍ່​ກວ່າ​ສາດ​ສະ​ດາ.

16 ແລະ ອຳໂມນ​ເວົ້າ​ວ່າ​ຜູ້​ພະ​ຍາ​ກອນ​ເປັນ​ຜູ້​ເປີດ​ເຜີຍ ແລະ ເປັນ​ສາດ​ສະ​ດາ​ນຳ​ອີກ; ແລະ ບໍ່​ມີ​ຜູ້​ໃດ​ຈະ​ມີ​ຂອງ​ປະທານ​ທີ່​ຍິ່ງ​ໃຫຍ່​ກວ່າ​ນີ້​ໄດ້​ເວັ້ນ​ເສຍ​ແຕ່​ເຂົາ​ຈະ​ມີ​ອຳນາດ​ຂອງ​ພຣະ​ເຈົ້າ ຊຶ່ງ​ບໍ່​ມີ​ຜູ້​ໃດ​ຈະ​ມີ​ໄດ້; ເຖິງ​ປານ​ນັ້ນ​ມະນຸດ​ອາດ​ມີ​ອຳນາດ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ເຈົ້າ​ປະທານ​ໃຫ້​ເຂົາ.

17 ແຕ່​ຜູ້​ພະ​ຍາ​ກອນ​ຈະ​ຮູ້​ຈັກ​ເຖິງ​ສິ່ງ​ທີ່​ຜ່ານ​ມາ ແລະ ເຖິງ​ສິ່ງ​ທີ່​ຈະ​ມາ​ເຖິງ​ນຳ​ອີກ, ແລະ ໂດຍ​ຜ່ານ​ສິ່ງ​ເຫລົ່າ​ນັ້ນ​ທຸກ​ສິ່ງ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ, ຫລື ທີ່​ຈິງ​ແລ້ວ​ສິ່ງ​ລີ້​ລັບ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ, ແລະ ສິ່ງ​ທີ່​ຊ້ອນ​ຢູ່​ກໍ​ຈະ​ມາ​ຢູ່​ໃນ​ບ່ອນ​ແຈ້ງ, ແລະ ສິ່ງ​ທີ່​ຍັງ​ບໍ່​ເປັນ​ທີ່​ຮູ້​ຈັກ​ກໍ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໂດຍ​ຜ່ານ​ສິ່ງ​ເຫລົ່າ​ນັ້ນ, ແລະ ສິ່ງ​ທີ່​ຈະ​ຮູ້​ຈັກ​ບໍ່​ໄດ້ ບໍ່​ວ່າ​ໃນ​ທາງ​ໃດ ໂດຍ​ຜ່ານ​ສິ່ງ​ເຫລົ່າ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ນຳ.

18 ພຣະ​ເຈົ້າ​ໄດ້​ຈັດ​ຫາ​ວິ​ທີ​ໄວ້​ດັ່ງ​ນີ້​ເພື່ອ​ມະນຸດ​ຈະ​ໄດ້​ເຮັດ​ການ​ອັນ​ຍິ່ງ​ໃຫຍ່ ແລະ ສິ່ງ​ມະຫັດ​ສະຈັນ​ດ້ວຍ​ສັດທາ; ສະນັ້ນ​ເຂົາ​ຈຶ່ງ​ກັບ​ເປັນ​ປະ​ໂຫຍດ​ອັນ​ຍິ່ງ​ໃຫຍ່​ຕໍ່​ເພື່ອນ​ມະນຸດ​ດ້ວຍ​ກັນ.

19 ແລະ ບັດ​ນີ້​ເມື່ອ​ອຳໂມນ​ເວົ້າ​ຂໍ້​ຄວາມ​ຈົບ​ລົງ​ແລ້ວ ກະສັດ​ກໍ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ ແລະ ຖວາຍ​ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ, ໂດຍ​ກ່າວ​ວ່າ: ຄວາມ​ລຶກ​ລັບ ອັນ​ຍິ່ງ​ໃຫຍ່​ມີ​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຢ່າງ​ບໍ່​ຕ້ອງ​ສົງ​ໃສ, ແລະ ສິ່ງ​ແປ​ຄວາມ​ໝາຍ​ເຫລົ່າ​ນີ້​ຖືກ​ຕຽມ​ໄວ້​ດ້ວຍ​ຈຸດ​ປະສົງ​ທີ່​ຈະ​ເປີດ​ເຜີຍ​ຄວາມ​ລຶກ​ລັບ​ເຊັ່ນ​ນີ້​ທັງ​ໝົດ​ຕໍ່​ລູກ​ຫລານ​ມະນຸດ​ຢ່າງ​ບໍ່​ຕ້ອງ​ສົງ​ໃສ.

20 ໂອ້ ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໜ້າ​ອັດ​ສະ​ຈັນ​ໃຈ​ພຽງ​ໃດ, ແລະ ພຣະ​ອົງ​ທົນ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ມານານ​ພຽງ​ໃດ; ແທ້​ຈິງ​ແລ້ວ, ລູກ​ຫລານ​ມະນຸດ​ຕາ​ບອດ ແລະ ຍາກ​ທີ່​ຈະ​ເຂົ້າ​ໃຈ​ພຽງ​ໃດ; ເພາະ​ພວກ​ເຂົາ​ບໍ່​ສະແຫວງ​ຫາ​ປັນ​ຍາ ແລະ ບໍ່​ປາດ​ຖະ​ໜາ​ໃຫ້ ປັນ​ຍາ​ຄວບ​ຄຸມ​ພວກ​ເຂົາ​ເລີຍ!

21 ແທ້​ຈິງ​ແລ້ວ, ພວກ​ເຂົາ​ເປັນ​ຄື​ກັນ​ກັບ​ຝູງ​ແກະ​ປ່າ​ຊຶ່ງ​ໜີ​ຈາກ​ຜູ້​ລ້ຽງ, ແລະ ກະ​ຈັດ​ກະ​ຈາຍ​ໄປ, ແລະ ສັດ​ໃນ​ປ່າ​ໄລ່​ກິນ.