ພຣະ​ຄຳ​ພີ
ໂມ​ໄຊ​ຢາ 9


ບັນ​ທຶກ​ຂອງ​ຊີ​ນິບ—​ເລື່ອງ​ລາວ​ຂອງ​ຜູ້​ຄົນ​ຂອງ​ລາວ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຂົາ​ໜີ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ ມາ​ຈົນ​ເຖິງ​ເວລາ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ຊາວ​ເລມັນ.

ມີ​ຢູ່​ໃນ​ບົດ​ທີ 9 ຈົນ​ເຖິງ​ບົດ​ທີ 22.

ບົດ​ທີ 9

ຊີ​ນິບ​ນຳ​ພາ​ຄົນ​ກຸ່ມ​ໜຶ່ງ​ອອກ​ຈາກ​ເຊຣາ​ເຮັມລາ​ເພື່ອ​ໄປ​ຍຶດ​ເອົາ​ແຜ່ນ​ດິນ​ລີໄຮ​-​ນີໄຟ—ກະສັດ​ຊາວ​ເລມັນ​ອະ​ນຸ​ຍາດ​ໃຫ້​ພວກ​ເຂົາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ອັນ​ເປັນ​ມູນ​ມໍ​ລະ​ດົກ—ມັນ​ໄດ້​ມີ​ສົງ​ຄາມ​ລະຫວ່າງ​ຊາວ​ເລມັນ​ກັບ​ຜູ້​ຄົນ​ຂອງ​ຊີ​ນິບ. ປະ​ມານ 200–187 ປີ ກ່ອນ ຄ.ສ.

1 ຂ້າ​ພະ​ເຈົ້າ​ຊີ​ນິບ​ໂດຍ​ທີ່​ໄດ້​ຮັບ​ການ​ສິດ​ສອນ​ໃນ​ພາ​ສາ​ທັງ​ໝົດ​ຂອງ​ຊາວ​ນີໄຟ, ແລະ ມີ​ຄວາມ​ຮູ້​ເຖິງ ແຜ່ນ​ດິນ​ນີໄຟ, ຫລື ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຕັ້ງ​ແຕ່​ຕົ້ນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ສົ່ງ​ມາ​ໃຫ້​ເປັນ​ຜູ້​ສອດ​ແນມ​ເພື່ອ​ຈະ​ໄດ້​ສືບ​ເບິ່ງ​ກອງ​ທັບ​ຂອງ​ຊາວ​ເລມັນ, ເພື່ອ​ວ່າ​ກອງ​ທັບ​ຂອງ​ພວກ​ເຮົາ​ຈະ​ໄດ້​ມາ​ໂຈມ​ຕີ ແລະ ທຳ​ລາຍ​ພວກ​ເຂົາ—​ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ມາ​ເຫັນ​ສິ່ງ​ທີ​ດີ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ ຂ້າ​ພະ​ເຈົ້າ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ໃຫ້​ພວກ​ເຂົາ​ຖືກ​ທຳ​ລາຍ​ເລີຍ.

2 ສະນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໂຕ້​ຖຽງ​ກັບ​ພວກ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ຫົວ​ໜ້າ​ຂອງ​ພວກ​ເຮົາ​ເຮັດ​ຂໍ້​ຕົກ​ລົງ​ກັບ​ພວກ​ເຂົາ; ແຕ່​ວ່າ​ເພິ່ນ​ເປັນ​ຄົນ​ເຄັ່ງ​ຄັດ ແລະ ກະ​ຫາຍ​ເລືອດ ຈຶ່ງ​ສັ່ງ​ໃຫ້​ປະ​ຫານ​ຂ້າ​ພະ​ເຈົ້າ​ເສຍ; ແຕ່​ຂ້າ​ພະ​ເຈົ້າ​ກໍ​ຖືກ​ຊ່ວຍ​ຊີ​ວິດ​ໄວ້ ໂດຍ​ມີ​ການ​ນອງ​ເລືອດ​ຢ່າງ​ໜັກ; ແລະ ມີ​ການ​ຕໍ່​ສູ້​ກັນ​ລະຫວ່າງ​ພໍ່​ກັບ​ພໍ່, ແລະ ອ້າຍ​ກັບ​ອ້າຍ, ນ້ອງ​ກັບ​ນ້ອງ, ຈົນ​ວ່າ​ກອງ​ທັບ​ສ່ວນ​ໃຫຍ່​ຂອງ​ພວກ​ເຮົາ​ຖືກ​ທຳ​ລາຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພວກ​ທີ່​ເຫລືອ​ຕາຍ​ກໍ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ເຊຣາ​ເຮັມລາ ເພື່ອ​ເລົ່າ​ເລື່ອງ​ໃຫ້​ເມຍ​ຂອງ​ເຂົາ ແລະ ລູກ​ຂອງ​ເຂົາ​ຟັງ.

3 ແລະ ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍ​ທີ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ເກີນ​ໄປ​ທີ່​ຈະ​ໄດ້​ຮັບ​ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ມາ​ເປັນ​ມູນ​ມໍ​ລະ​ດົກ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮວບ​ຮວມ​ຜູ້​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ຂຶ້ນ​ໄປ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ; ແລະ ໄດ້​ເລີ່ມ​ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ອີກ ເພື່ອ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ນັ້ນ; ແຕ່​ພວກ​ເຮົາ​ຖືກ​ລົງ​ໂທດ​ດ້ວຍ​ຄວາມ​ອຶດ​ຢາກ ແລະ ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ; ເພາະ​ວ່າ​ພວກ​ເຮົາ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຊ້າ​ເກີນ​ໄປ.

4 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ພວກ​ເຮົາ​ໄດ້​ຊັດ​ເຊ​ພະ​ເນ​ຈອນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວລາ​ຫລາຍ​ມື້ ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ ຊຶ່ງ​ເປັນ​ບ່ອນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຖືກ​ຂ້າ​ຕາຍ, ຊຶ່ງ​ຢູ່​ໃກ້​ກັບ​ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ພາ​ສີ່​ຄົນ​ເຂົ້າ​ໄປ​ໃນ​ເມືອງ​ອີກ, ເຂົ້າ​ໄປ​ຫາ​ກະສັດ, ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ໃຈ​ຂອງ​ກະສັດ, ແລະ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮູ້​ວ່າ ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເຂົ້າ​ໄປ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ໂດຍ​ສັນ​ຕິ​ຫລື​ບໍ່.

6 ແລະ ຂ້າ​ພະ​ເຈົ້າ​ໄດ້​ອ້ອນ​ວອນ​ກະສັດ, ແລະ ເພິ່ນ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ​ສາ​ມາດ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ລີໄຮ​-​ນີໄຟ, ແລະ ແຜ່ນ​ດິນ​ໄຊ​ລຳ​ໄດ້.

7 ແລະ ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ອອກ​ຈາກ​ແຜ່ນ​ດິນ​ນັ້ນ​ໄປ, ແລະ ຂ້າ​ພະ​ເຈົ້າ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນ​ດິນ​ນັ້ນ​ເພື່ອ​ເປັນ​ເຈົ້າ​ຂອງ.

8 ແລະ ພວກ​ເຮົາ​ເລີ່ມ​ສ້າງ​ອາ​ຄານ ແລະ ສ້ອມ​ແຊມ​ກຳ​ແພງ​ເມືອງ, ແທ້​ຈິງ​ແລ້ວ, ແມ່ນ​ກຳ​ແພງ​ເມືອງ​ລີໄຮ​-​ນີໄຟ, ແລະ ກຳ​ແພງ​ເມືອງ​ໄຊ​ລຳ.

9 ແລະ ພວກ​ເຮົາ​ເລີ່ມ​ໄຖ​ດິນ, ແທ້​ຈິງ​ແລ້ວ, ເພື່ອ​ປູກ​ເມັດ​ພືດ​ພັນ​ທຸກ​ຊະ​ນິດ, ມີ​ເມັດ​ເຂົ້າ​ສາ​ລີ, ແລະ ເຂົ້າ​ຫວີດ, ແລະ ເຂົ້າ​ບາ​ເລ, ແລະ ນີ​ອາດ, ແລະ ຊີ​ອຳ, ແລະ ແນວ​ໝາກ​ໄມ້​ຫລາຍ​ຊະ​ນິດ; ແລະ ພວກ​ເຮົາ​ເລີ່ມ​ມີ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ ແລະ ໄດ້​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ.

10 ບັດ​ນີ້​ມັນ​ເປັນ​ເລ່​ຫລ່ຽມ ແລະ ກົນ​ອຸ​ບາຍ​ຂອງ​ກະສັດ​ເລມັນ​ທີ່​ຈະ ເອົາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ເປັນ​ທາດ, ທີ່​ເພິ່ນ​ໄດ້​ຍອມ​ເສຍ​ແຜ່ນ​ດິນ​ໃຫ້​ພວກ​ເຮົາ​ເປັນ​ເຈົ້າ​ຂອງ.

11 ສະນັ້ນ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ຫລັງ​ຈາກ​ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ເປັນ​ເວລາ​ສິບ​ສອງ​ປີ ກະສັດ​ເລມັນ​ເລີ່ມ​ບໍ່​ສະ​ບາຍ​ໃຈ​ຂຶ້ນ, ຢ້ານ​ວ່າ​ໂດຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ, ແລະ​ວ່າ​ພວກ​ເຂົາ​ຈະ​ບໍ່​ສາ​ມາດ​ຊະນະ ແລະ ນຳ​ເອົາ​ພວກ​ເຮົາ​ໄປ​ເປັນ​ທາດ​ໄດ້.

12 ເພາະ​ພວກ​ເຂົາ​ເປັນ​ຄົນ ຂີ້​ຄ້ານ ແລະ ນັບ​ຖື​ຮູບ​ບູຊາ; ສະນັ້ນ, ພວກ​ເຂົາ​ຈຶ່ງ​ປາດ​ຖະ​ໜາ​ທີ່​ຈະ​ເອົາ​ພວກ​ເຮົາ​ໄປ​ເປັນ​ທາດ ເພື່ອ​ພວກ​ເຂົາ​ຈະ​ໄດ້​ອີ່ມ​ໜຳ​ສຳ​ລານ​ດ້ວຍ​ແຮງ​ງານ​ຈາກ​ມື​ຂອງ​ພວກ​ເຮົາ; ແທ້​ຈິງ​ແລ້ວ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ລ້ຽງ​ສະ​ຫລອງ​ກັນ​ດ້ວຍ​ຝູງ​ສັດ​ຢູ່​ໃນ​ທົ່ງ​ຂອງ​ພວກ​ເຮົາ.

13 ສະນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ເລມັນ​ເລີ່ມ​ຍຸ​ຍົງ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ຜິດ​ຖຽງ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ສະນັ້ນ ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ຈຶ່ງ​ເລີ່ມ​ຂຶ້ນ​ໃນ​ແຜ່ນ​ດິນ.

14 ເພາະ​ໃນ​ປີ​ທີ​ສິບ​ສາມ​ແຫ່ງ​ການ​ປົກ​ຄອງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ແຜ່ນ​ດິນ​ນີໄຟ, ຫ່າງ​ອອກ​ໄປ​ທາງ​ໃຕ້​ຂອງ​ແຜ່ນ​ດິນ​ໄຊ​ລຳ, ເວລາ​ທີ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຕັກ​ນ້ຳ ແລະ ໃຫ້​ອາຫານ​ແກ່​ຝູງ​ສັດ, ແລະ ກຳ​ລັງ​ໄຖ​ດິນ​ຂອງ​ພວກ​ເຂົາ​ຢູ່​ນັ້ນ, ທະ​ຫານ​ຊາວ​ເລມັນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ມາ​ໂຈມ​ຕີ, ແລະ ເລີ່ມ​ຕົ້ນ​ຂ້າ​ພວກ​ເຂົາ, ແລະ ຍຶດ​ເອົາ​ຝູງ​ສັດ ແລະ ເຂົ້າ​ສາ​ລີ​ຢູ່​ໃນ​ທົ່ງ​ຂອງ​ພວກ​ເຂົາ​ໄປ.

15 ແທ້​ຈິງ​ແລ້ວ, ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ທີ່​ບໍ່​ໄດ້​ຖືກ​ຈັບ​ຈຶ່ງ​ປົບ​ໜີ​ເຂົ້າ​ໄປ​ໃນ​ເມືອງ​ນີໄຟ, ແລະ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຂ້າ​ພະ​ເຈົ້າ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ມອບ​ອາ​ວຸດ​ໃຫ້​ພວກ​ເຂົາ, ຊຶ່ງ​ມີ​ຄັນ​ທະ​ນູ, ແລະ ລູກ​ທະ​ນູ, ດາບ, ແລະ ດາບ​ສອງ​ຄົມ, ແລະ ໄມ້​ຄ້ອນ​ໜ້າ​ນ່ອງ, ແລະ ກະ​ຖຸນ, ແລະ ອາ​ວຸດ​ທຸກ​ຊະ​ນິດ​ທີ່​ພວກ​ເຮົາ​ໄດ້​ປະ​ດິດ​ຂຶ້ນ​ມາ, ແລະ ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ.

17 ແທ້​ຈິງ​ແລ້ວ, ໂດຍ​ໄດ້​ຮັບ​ກຳ​ລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຮົາ​ຈຶ່ງ​ໄດ້​ອອກ​ໄປ​ຕໍ່​ສູ້​ກັບ​ຊາວ​ເລມັນ; ເພາະ​ວ່າ​ຂ້າ​ພະ​ເຈົ້າ ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ກຳ​ລັງ​ຂໍ​ໃຫ້​ພຣະ​ອົງ​ປົດ​ປ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ສັດ​ຕູ, ເພາະ​ວ່າ​ພວກ​ເຮົາ​ໄດ້​ຖືກ​ປຸກ​ໃຫ້​ຕື່ນ​ຂຶ້ນ​ຫາ​ຄວາມ​ຊົງ​ຈຳ​ເຖິງ​ການ​ປົດ​ປ່ອຍ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ.

18 ແລະ ພຣະ​ເຈົ້າ ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ພວກ​ເຮົາ; ແລະ ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ; ແລະ ພວກ​ເຮົາ​ໄດ້​ອອກ​ໄປ​ດ້ວຍ​ພະ​ລັງ​ຂອງ​ພຣະ​ອົງ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ອອກ​ໄປ​ສູ້​ຮົບ​ກັບ​ຊາວ​ເລມັນ, ແລະ ພາຍ​ໃນ​ມື້​ໜຶ່ງ​ຄືນ​ໜຶ່ງ, ພວກ​ເຮົາ​ໄດ້​ຂ້າ​ພວກ​ເຂົາ​ຕາຍ​ສາມ​ພັນ​ສີ່​ສິບ​ສາມ​ຄົນ; ພວກ​ເຮົາ​ໄດ້​ຂ້າ​ຕໍ່​ໄປ​ຈົນ​ໄດ້​ຂັບ​ໄລ່​ພວກ​ເຂົາ​ໜີ​ອອກ​ຈາກ​ແຜ່ນ​ດິນ​ຂອງ​ພວກ​ເຮົາ.

19 ແລະ ຂ້າ​ພະ​ເຈົ້າ, ຕົວ​ຂ້າ​ພະ​ເຈົ້າ​ເອງ, ໄດ້​ຊ່ວຍ​ຝັງ​ສົບ​ພວກ​ເຂົາ​ດ້ວຍ​ມື​ຂອງ​ຂ້າ​ພະ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ມັນ​ເປັນ​ການ​ໂສກ​ເສົ້າ ແລະ ຄ່ຳ​ຄວນ​ຢ່າງ​ໃຫຍ່​ຫລວງ​ຕໍ່​ພວກ​ເຮົາ ເພາະ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ສອງ​ຮ້ອຍ​ເຈັດ​ສິບ​ເກົ້າ​ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ສູ້​ຮົບ​ນັ້ນ.