ພຣະ​ຄຳ​ພີ
ໂມ​ໄຊ​ຢາ 5


ບົດ​ທີ 5

ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກາຍ​ມາ​ເປັນ​ບຸດ ແລະ ທິດາ​ຂອງ​ພຣະ​ຄຣິດ​ຜ່ານ​ສັດທາ—ແລ້ວ​ພວກ​ເຂົາ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ຄຣິດ—ກະສັດ​ເບັນ​ຢາ​ມິນ​ຂໍ​ຮ້ອງ​ພວກ​ເຂົາ​ໃຫ້​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ​ຢູ່​ໃນ​ການ​ກະ​ທຳ​ຄວາມ​ດີ. ປະ​ມານ 124 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ກະສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ສອບ​ຖາມ​ໃນ​ບັນ​ດາ​ຜູ້​ຄົນ ໂດຍ​ປາດ​ຖະ​ໜາ​ຢາກ​ຮູ້​ວ່າ ພວກ​ເຂົາ​ເຊື່ອ​ຄຳ​ເວົ້າ​ທີ່​ເພິ່ນ​ກ່າວ​ໄປ​ຫລື​ບໍ່.

2 ແລະ ພວກ​ເຂົາ​ທຸກ​ຄົນ​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ, ໂດຍ​ກ່າວ​ວ່າ: ແທ້​ຈິງ​ແລ້ວ, ພວກ​ເຮົາ​ເຊື່ອ​ຄຳ​ເວົ້າ​ທັງ​ໝົດ​ທີ່​ທ່ານ​ເວົ້າ​ກັບ​ພວກ​ເຮົາ, ແລະ ພວກ​ເຮົາ​ຮູ້​ເຖິງ​ຄວາມ​ແນ່​ນອນ ແລະ ຄວາມ​ຈິງ​ຂອງ​ມັນ​ທັງ​ໝົດ, ເພາະ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ ໄດ້​ກະ​ທຳ​ໃຫ້​ມີ ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ພວກ​ເຮົາ, ຫລື ໃນ​ໃຈ​ຂອງ​ພວກ​ເຮົາ, ຈົນ​ວ່າ​ພວກ​ເຮົາ​ບໍ່​ມີ​ໃຈ​ທີ່​ຈະ​ກະ​ທຳ ຄວາມ​ຊົ່ວ​ອີກ​ຕໍ່​ໄປ, ແຕ່​ປາດ​ຖະ​ໜາ​ຈະ​ເຮັດ​ແຕ່​ຄວາມ​ດີ​ໂດຍ​ຕະຫລອດ.

3 ແລະ ພວກ​ເຮົາ​ຄື​ກັນ, ຜ່ານ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ ແລະ ການ​ສະແດງ​ໃຫ້​ປະຈັກ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ, ພວກ​ເຮົາ​ຈຶ່ງ​ສາ​ມາດ​ເຫັນ​ກວ້າງ​ໄກ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ມາ​ເຖິງ; ແລະ ຖ້າ​ຫາກ​ສົມ​ຄວນ​ພວກ​ເຮົາ​ຈະ​ສາ​ມາດ​ທຳ​ນາຍ​ເຖິງ​ທຸກ​ຢ່າງ​ໄດ້.

4 ແລະ ເປັນ​ເພາະ​ສັດທາ​ຊຶ່ງ​ພວກ​ເຮົາ​ມີ​ຢູ່​ແລ້ວ​ໃນ​ເລື່ອງ​ທີ່​ກະສັດ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ເພື່ອ​ນຳ​ພວກ​ເຮົາ​ມາ​ຫາ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່​ນີ້ ຊຶ່ງ​ໂດຍ​ການ​ນີ້​ພວກ​ເຮົາ​ຈຶ່ງ​ປິ​ຕິ​ຍິນ​ດີ​ດ້ວຍ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ​ເຊັ່ນ​ນີ້.

5 ແລະ ພວກ​ເຮົາ​ເຕັມ​ໃຈ​ທີ່​ຈະ​ເຂົ້າ​ເຮັດ ພັນທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ ເພື່ອ​ຈະ​ທຳ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ, ແລະ ເພື່ອ​ຈະ​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຕະຫລອດ​ວັນ​ເວລາ​ຂອງ​ພວກ​ເຮົາ, ໃນ​ທຸກ​ເລື່ອງ​ທີ່​ພຣະ​ອົງ​ຈະ​ບັນ​ຊາ​ພວກ​ເຮົາ, ເພື່ອ​ພວກ​ເຮົາ​ຈະ​ບໍ່​ນຳ​ເອົາ​ຄວາມ​ທຸກ​ທໍ​ລະ​ມານ ອັນ​ບໍ່​ມີ​ວັນ​ສິ້ນ​ສຸດ​ມາ​ສູ່​ຕົນ​ເອງ ດັ່ງ​ທີ່ ທູດ​ໄດ້​ເວົ້າ​ໄວ້ ເພື່ອ​ພວກ​ເຮົາ​ຈະ​ບໍ່​ໄດ້​ດື່ມ​ຈາກ​ຈອກ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ.

6 ແລະ ບັດ​ນີ້, ນີ້​ຄື​ຄຳ​ເວົ້າ​ທີ່​ກະສັດ​ເບັນ​ຢາ​ມິນ​ປາດ​ຖະ​ໜາ​ຈາກ​ຄົນ​ເຫລົ່າ​ນີ້; ແລະ ສະນັ້ນ​ເພິ່ນ​ຈຶ່ງ​ກ່າວ​ກັບ​ພວກ​ເຂົາ​ວ່າ: ພວກ​ທ່ານ​ເວົ້າ​ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ; ແລະ ພັນທະ​ສັນ​ຍາ​ຊຶ່ງ​ພວກ​ທ່ານ​ເຮັດ​ໄວ້​ເປັນ​ພັນທະ​ສັນ​ຍາ​ທີ່​ຊອບ​ທຳ.

7 ແລະ ບັດ​ນີ້​ເພາະ​ພັນທະ​ສັນ​ຍາ​ທີ່​ພວກ​ທ່ານ​ເຮັດ​ໄວ້ ພວກ​ທ່ານ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ຄຣິດ, ບຸດ​ຂອງ​ພຣະ​ອົງ, ແລະ ທິດາ​ຂອງ​ພຣະ​ອົງ; ເພາະ​ຈົ່ງ​ເບິ່ງ, ມື້​ນີ້​ພຣະ​ອົງ​ໄດ້ ໃຫ້​ກຳເນີດ​ພວກ​ທ່ານ​ທາງ​ວິນ​ຍານ; ເພາະ​ພວກ​ທ່ານ​ເວົ້າ​ວ່າ ໃຈ​ຂອງ​ພວກ​ທ່ານ​ປ່ຽນ​ແປງ​ແລ້ວ ໂດຍ​ມີ​ສັດທາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ; ສະນັ້ນ, ພວກ​ທ່ານ​ຈຶ່ງ​ຖືກ ກຳເນີດ​ຈາກ​ພຣະ​ອົງ ແລະ ມາ​ເປັນ ບຸດ ແລະ ທິດາ​ຂອງ​ພຣະ​ອົງ.

8 ແລະ ພາຍ​ໃຕ້​ຫົວ​ໜ້າ​ອົງ​ນີ້, ພວກ​ທ່ານ​ໄດ້​ຖືກ​ເຮັດ​ໃຫ້​ເປັນ ອິດສະ​ລະ ແລະ ບໍ່​ມີ​ຫົວ​ໜ້າ​ອື່ນ​ໃດ ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ທ່ານ​ເປັນ​ອິດສະ​ລະ​ໄດ້. ບໍ່​ມີ ນາມ​ອື່ນ​ໃດ​ໃຫ້​ໄວ້ ຊຶ່ງ​ໂດຍ​ນາມ​ນັ້ນ​ຄວາມ​ລອດ​ຈະ​ມາ​ເຖິງ​ໄດ້; ສະນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ພວກ​ທ່ານ ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຄື​ທ່ານ​ທຸກ​ຄົນ​ທີ່​ເຂົ້າ​ເຮັດ​ພັນທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ວ່າ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ໄປ​ຈົນ​ສິ້ນ​ຊີ​ວິດ​ຂອງ​ພວກ​ທ່ານ.

9 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ກະ​ທຳ​ເຊັ່ນ​ນີ້​ຈະ​ໄດ້​ຢູ່​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເພາະ​ເຂົາ​ຈະ​ຮູ້​ຈັກ​ຊື່​ຊຶ່ງ​ຈະ​ເອີ້ນ​ເຂົາ​ຕາມ​ຊື່​ນັ້ນ; ເພາະ​ເຂົາ​ຈະ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

10 ແລະ ບັດ​ນີ້​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ບໍ່​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ຈະ​ຕ້ອງ​ຖືກ​ເອີ້ນ​ດ້ວຍ​ຊື່ ອື່ນ; ສະນັ້ນ, ເຂົາ​ຈະ​ໄດ້​ຢູ່​ໃນ​ທາງ ເບື້ອງ​ຊ້າຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ.

11 ແລະ ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ໄວ້​ອີກ​ວ່າ ນີ້​ຄື ພຣະ​ນາມ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ແກ່​ພວກ​ທ່ານ ຊຶ່ງ​ມັນ​ຈະ​ບໍ່​ຖືກ​ລຶບ​ໄປ, ເວັ້ນ​ເສຍ​ແຕ່​ຈະ​ເປັນ​ໂດຍ​ການ​ລ່ວງ​ລະເມີດ; ສະນັ້ນ, ຈົ່ງ​ລະ​ວັງ​ເພື່ອ​ພວກ​ທ່ານ​ຈະ​ບໍ່​ລ່ວງ​ລະເມີດ, ເພື່ອ​ພຣະ​ນາມ​ຈະ​ບໍ່​ຖືກ​ລຶບ​ຈາກ​ໃຈ​ຂອງ​ພວກ​ທ່ານ.

12 ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈື່​ຈຳ​ທີ່​ຈະ ຈາລຶກ​ພຣະ​ນາມ​ໄວ້​ໃນ​ໃຈ​ພວກ​ທ່ານ​ສະເໝີ​ໄປ ເພື່ອ​ພວກ​ທ່ານ​ຈະ​ບໍ່​ໄດ້​ຢູ່​ໃນ​ທາງ​ເບື້ອງ​ຊ້າຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ແຕ່​ເພື່ອ​ພວກ​ທ່ານ​ຈະ​ໄດ້​ຍິນ ແລະ ຮູ້​ຈັກ​ສຽງ​ຊຶ່ງ​ໂດຍ​ສຽງ​ນັ້ນ​ທີ່​ທ່ານ​ຈະ​ຖືກ​ເອີ້ນ, ແລະ ຈົ່ງ​ຈື່​ຈຳ​ພຣະ​ນາມ​ໄວ້​ສະເໝີ ເພາະ​ພຣະ​ອົງ​ຈະ​ເອີ້ນ​ພວກ​ທ່ານ​ໂດຍ​ພຣະ​ນາມ​ນັ້ນ.

13 ເພາະ​ແມ່ນ​ໃຜ​ຈະ ຮູ້​ຈັກ​ນາຍ​ຜູ້​ເຂົາ​ບໍ່​ເຄີຍ​ຮັບ​ໃຊ້ ແລະ ຊຶ່ງ​ເປັນ​ຄົນ​ແປກ​ໜ້າ​ສຳ​ລັບ​ເຂົາ, ແລະ ຢູ່​ໄກ​ຈາກ​ຄວາມ​ນຶກ​ຄິດ ແລະ ເຈດ​ຕະ​ນາ​ຂອງ​ໃຈ​ເຂົາ?

14 ແລະ ອີກ​ຢ່າງ​ໜຶ່ງ, ຄົນ​ຈະ​ເອົາ​ໂຕ​ລໍ​ຊຶ່ງ​ເປັນ​ຂອງ​ເພື່ອນ​ບ້ານ​ມາ​ລ້ຽງ​ບໍ? ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເຂົາ​ຈະ​ບໍ່​ຍອມ​ເຖິງ​ແມ່ນ​ໃຫ້​ມັນ​ມາ​ຫາ​ກິນ​ຢູ່​ໃນ​ຝູງ​ສັດ​ຂອງ​ເຂົາ, ແຕ່​ເຂົາ​ຈະ​ຂັບ​ໄລ່​ມັນ​ອອກ​ໄປ. ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ມັນ​ຈະ​ເປັນ​ເຊັ່ນ​ນັ້ນ​ເຖິງ​ແມ່ນ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ ຖ້າ​ຫາກ​ພວກ​ທ່ານ​ບໍ່​ຮູ້​ຈັກ​ຊື່ ຊຶ່ງ​ຈະ​ເອີ້ນ​ພວກ​ທ່ານ​ຕາມ​ຊື່​ນັ້ນ.

15 ສະນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ, ແຕ່​ເຕັມ​ໄປ​ດ້ວຍ​ວຽກ​ງານ​ດີ​ຢູ່​ສະເໝີ ເພື່ອ​ພຣະ​ຄຣິດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ຈະ ຜະ​ນຶກ​ຕົວ​ພວກ​ທ່ານ​ໄວ້​ເປັນ​ຂອງ​ພຣະ​ອົງ, ເພື່ອ​ພວກ​ທ່ານ​ຈະ​ຖືກ​ນຳ​ໄປ​ຫາ​ສະຫວັນ, ເພື່ອ​ພວກ​ທ່ານ​ຈະ​ມີ​ຄວາມ​ລອດ​ອັນ​ເປັນ​ນິດ ແລະ ມີ​ຊີ​ວິດ​ນິ​ລັນ​ດອນ​ໂດຍ​ປັນ​ຍາ, ແລະ ອຳນາດ, ແລະ ຄວາມ​ຍຸດ​ຕິ​ທຳ, ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຜູ້ ສ້າງ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ໃນ​ແຜ່ນ​ດິນ​ໂລກ, ຜູ້​ຊຶ່ງ​ເປັນ​ພຣະ​ເຈົ້າ​ເໜືອ​ທຸກ​ສິ່ງ​ຢ່າງ. ອາ​ແມນ.