​2010–2019
ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ

ການ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ທ່ານ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໝາຍ​ເຖິງ​ການເດີນ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ດ້ວຍ​ສັດ​ທາ ແລະ ບໍ່​ປ່ອຍ​ຕົວ​ໃຫ້​ມີ​ນິ​ໄສ​ທາງ​ໂລກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເຮົາ​ໄດ້​ຮັບ​ຄຳ​ສອນ​ທີ່​ດີ​ເລີດ​ຈາກ​ຜູ້​ນຳ​ຂອງ​ເຮົາ ລະ​ຫວ່າງ​ສອງວັນ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານຕໍ່​ທ່ານ​ວ່າ ຖ້າ​ຫາກ​ເຮົາ​ພະ​ຍາ​ຍາມ​ນຳ​ໃຊ້​ຄຳ​ສອນ​ທີ່​ດົນ​ໃຈ ແລະ ເໝາະ​ກັບ​ເວ​ລາ​ເຫລົ່າ​ນີ້ ໃນ​ຊີ​ວິດ​ຂອງ​ເຮົາ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ອົງ, ຈະ​ຊ່ວຍ​ເຮົາ​ແຕ່​ລະ​ຄົນ ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ ແລະ ເຮັດ​ໃຫ້​ພາ​ລະ​ຂອງ​ເຮົາ​ເບົາ​ບາງ​ລົງ.1

ຂະ​ນະ​ທີ່​ຢູ່​ໃນຂົງ​ເຂດ ກາຍ​ຊາ​ເຣຍ​ແຫ່ງ ຟີ​ລິບ​ປອຍ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເປີດ​ເຜີຍ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ ເຖິງ​ສິ່ງ​ທີ່​ພຣະ​ອົງ​ຈະ​ຮັບ​ທຸກ​ທໍ​ລະ​ມານ ເພາະ​ພວກ​ເຖົ້າ​ແກ່, ຫົວ​ໜ້າ​ປະ​ໂລ​ຫິດ, ແລະ ພວກ​ທຳ​ມະ​ຈານ ຢູ່​ໃນ​ເມືອງ​ເຢ​ຣູ​ຊາ​ເລັມ. ພຣະ​ອົງ​ໄດ້​ສິດ​ສອນ​ພວກ​ເຂົາ​ໂດຍ​ສະ​ເພາະ ກ່ຽວ​ກັບ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ທີ່​ສະ​ຫງ່າ​ລາ​ສີຂອງ​ພຣະ​ອົງ.2 ໃນ​ເວ​ລານັ້ນ, ສາ​ນຸ​ສິດ​ຂອງ​ພຣະ​ອົງ ບໍ່​ເຂົ້າ​ໃຈ​ຄັກ​ແນ່​ເຖິງ​ພາ​ລະ​ກິດອັນ​ສູງ​ສົ່ງ ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ. ເປ​ໂຕ​ເອງ, ເມື່ອ​ເພິ່ນ​ໄດ້​ຍິນ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ, ເພິ່ນ​ຈຶ່ງພາ​ພຣະ​ອົງ​ຫລີກ​ໄປ​ຕ່າງ​ຫາກ ແລະ ເລີ່ມ​ຕຳ​ໜິ​ຫ້າມ​ພຣະ​ອົງ​ວ່າ, “ຂໍ​ພຣະ​ເຈົ້າ​ຢ່າ​ໃຫ້​ເປັນດັ່ງ​ນັ້ນ​ເລີຍ: ເຫດ​ການ​ຢ່າງນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະ​ອົງຈັກ​ເທື່ອ.”3

ເພື່ອ​ຊ່ວຍ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ອຸ​ທິດ​ຕົນ​ຕໍ່​ວຽກ​ງານ​ຂອງ​ພຣະ​ອົງ ຮ່ວມ​ທັງ​ການ​ຍິນຍອມ ແລະ ການ​ຮັບ​ທຸກ​ທໍ​ລະ​ມານ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈຶ່ງ​ໄດ້​ປະ​ກາດ​ຢ່າງ​ໜັກ​ແໜ້ນ​ວ່າ:

“ຖ້າຜູ້ໃດຜູ້ໜຶ່ງຢາກຕາມເຮົາມາ ຜູ້ນັ້ນຕ້ອງຕັດສິດຂອງຕົນເສຍ ແລະ ຮັບແບກໄມ້ກາງແຂນຂອງຕົນ ແລະ ຕາມເຮົາມາ.

“ເພາະຜູ້ໃດ​ທີ່ຢາກຊ່ວຍ​ຊີວິດຂອງຕົນ​ໃຫ້ພົ້ນ ຜູ້ນັ້ນກໍຈະເສຍຊີວິດ, ແລະ ຜູ້ໃດທີ່​ສະລະຊີວິດ​ຂອງຕົນ ເພື່ອເຫັນ​ແກ່ເຮົາ ກໍຈະຖືກຊ່ວຍ​ຊີວິດໃຫ້ພົ້ນໄດ້.

“ເພາະ​ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ຊັບ​ສົມ​ບັດ, ຖ້າ​ຫາກ​ເຂົາ​ຈະ​ໄດ້​ໝົດ​ທັງ​ໂລກ, ແຕ່​ຕ້ອງ​ເສຍ​ຈິດ​ວິນ​ຍານ​ຂອງ​ຕົນ ຄົນ​ນັ້ນ​ຈະ​ໄດ້​ປະ​ໂຫຍດ​ອັນ​ໃດ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກ​ເອົາ​ຈິດ​ວິນ​ຍານ​ຂອງ​ຕົນ​ຄືນ​ໄດ້?”4

ຜ່ານ​ທາງການ​ປະ​ກາດນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດຈຶ່ງ​ໄດ້​ເນັ້ນ​ວ່າ ທຸກ​ຄົນ​ທີ່​ເຕັມ​ໃຈ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ ຕ້ອງ​ຕັດ​ສິດ​ຂອງ​ຕົນ​ເອງ ແລະ ຄວບ​ຄຸມ​ຄວາມ​ປາດ​ຖະ​ໜາ, ຄວາມ​ຢາກ, ແລະ ຄວາມ​ໄຝ່​ຝັນຂອງ​ຕົນ​ເອງ, ຕ້ອງ​ເສຍ​ສະ​ລະ​ທຸກ​ສິ່ງ, ແມ່ນ​ແຕ່​ຊີ​ວິດ​ຖ້າ​ຈຳ​ເປັນ, ຕ້ອງ​ຍິນຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ທັງ​ໝົດ—​ເໝືອນ​ດັ່ງ​ພຣະ​ອົງ​ໄດ້​ກະ​ທຳ.5 ນີ້​ຄື, ຕາມ​ຈິງ​ແລ້ວ, ສິ່ງ​ທີ່​ຕ້ອງ​ຈ່າຍ​ສຳ​ລັບ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ. ພຣະ​ເຢ​ຊູ​ໄດ້ໃຊ້ສັນ​ຍາ​ລັກ​ຂອງ​ໄມ້​ກາງ​ແຂນ ດ້ວຍ​ເຈດ​ຕະ​ນາ ແລະ ດ້ວຍ​ການ​ປຽບ​ທຽບ ເພື່ອ​ຊ່ວຍ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ເຂົ້າ​ໃຈວ່າ ການ​ເສຍ​ສະ​ລະ ແລະ ການ​ອຸ​ທິດ​ຕົນ​ຕໍ່​ອຸ​ດົມ​ການ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ. ຮູບພາບ​ຂອງ​ໄມ້​ກາງ​ແຂນ​ແມ່ນ​ຮູ້​ຈັກ​ກັນ​ດີ​ໃນບັນ​ດາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ ແລະ ປະ​ຊາ​ຊົນ​ຂອງ​ຈັກ​ກະ​ພັດ​ໂຣມ ເພາະ​ຊາວ​ໂຣມ​ໄດ້​ບັງ​ຄົບ​ນັກ​ໂທດ​ທີ່​ຈະ​ຖືກ​ຄຶງ ໃຫ້​ແບກ​ໄມ້​ກາງ​ແຂນ ຫລື ໄມ້​ຂວາງ​ຂອງ​ຫລັກ​ກາງ​ແຂນ ໄປ​ຕາມ​ທາງ ຫາ​ບ່ອນ​ທີ່​ພວກ​ເຂົາ​ຈະ​ຖືກ​ຄຶງ.6

ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລ້ວ​ຈິດ​ໃຈ​ຂອງ​ສາ​ນຸ​ສິດ​ຈຶ່ງ​ເຂົ້າ​ໃຈທຸກ​ສິ່ງ​ທັງ​ໝົດ​ທີ່​ໄດ້​ຖືກ​ຂຽນ​ໄວ້​ກ່ຽວ​ກັບ​ພຣະ​ອົງ7 ແລະ ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ ຫລັງ​ຈາກ​ເວ​ລານັ້ນ​ມາ.8

ໃນ​ແບບ​ດຽວ​ກັນ, ເຮົາ​ທຸກ​ຄົນ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຕ້ອງເປີດ​ຈິດ​ເປີດ​ໃຈ ເພື່ອ​ຈະ​ສາ​ມາດ​ເຂົ້າ​ໃຈ​ຫລາຍກວ່າ​ເກົ່າ​ເຖິງ​ຄວາມ​ສຳ​ພັນ​ຂອງ​ການຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ​ເອງ ແລະ ການ​ຕິດ​ຕາມ​ພຣະ​ອົງ. ເຮົາ​ຮຽນ​ຮູ້​ຜ່ານ​ທາງ​ພຣະ​ຄຳ​ພີ​ວ່າ ຜູ້​ທີ່​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຂົາ​ເຈົ້າ ຮັກ​ພຣະ​ເຢ​ຊູ​ຄຣິດ​ໃນ​ທາງ​ທີ່​ເຂົາ​ເຈົ້າ​ຕັດ​ສິດ​ຕົວ​ເອງ​ຈາກ​ທຸກສິ່ງ​ທີ່​ອະ​ທຳ ແລະ ກິ​ເລດ​ຕັນ​ຫາ​ທາງ​ໂລກ​ທັງ​ໝົດ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.9

ຄວາມ​ຕັ້ງ​ໃຈ​ຂອງ​ເຮົາ​ທີ່​ຈະ​ກຳ​ຈັດ​ທຸກ​ສິ່ງ​ທີ່ບໍ່​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແລະ ທີ່​ຈະ​ເສຍ​ສະ​ລະ​ທຸກ​ສິ່ງ​ທີ່​ເຮົາ​ຖືກ​ຂໍ​ໃຫ້​ເຮັດ ແລະ ທີ່​ຈະ​ພະ​ຍາ​ຍາມ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະ​ອົງ ຈະ​ຊ່ວຍ​ເຮົາ​ໃຫ້​ສາ​ມາດ​ອົດ​ທົນ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ—ແມ່ນ​ແຕ່​ເວ​ລາ​ປະ​ເຊີນ​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ, ຄວາມ​ອ່ອນ​ແອ​ຂອງ​ຈິດ​ວິນ​ຍານ, ຫລື ຄວາມ​ກົດ​ດັນ​ຂອງ​ສັງ​ຄົມ ແລະ ທິດ​ສະ​ດີ​ຂອງ​ໂລກ ທີ່​ຕໍ່​ຕ້ານ​ຄຳ​ສອນ​ຂອງ​ພຣະ​ອົງ.

ຍົກ​ຕົວ​ຢ່າງ, ສຳ​ລັບ​ຜູ້​ທີ່​ຍັງ​ບໍ່​ພົບ​ຄູ່ຄອງ​ນິ​ລັນ​ດອນ​ເທື່ອ ແລະ ອາດ​ຮູ້​ສຶກ​ໂດດ​ດ່ຽວ ແລະ ໝົດ​ຫວັງ, ຫລື ສຳ​ລັບ​ຜູ້​ທີ່​ໄດ້​ຢ່າ​ຮ້າງ ແລະ ຮູ້​ສຶກ​ຖືກ​ປະ​ຖິ້ມ ແລະ ຖືກ​ລືມ, ຂ້າ​ພະເຈົ້າ​ຂໍໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ທ່ານ​ເອງ ແລະ ຕິດ​ຕາມ​ພຣະ​ອົງ​ໄປ ໝາຍ​ເຖິງ​ການສືບ​ຕໍ່​ເດີນ​ໄປ​ໃນ​ເສັ້ນ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສັດ​ທາ, ຮັກ​ສາ​ແບບ​ແຜນ​ຂອງ​ກຽດ​ຕິ​ຍົດ, ແລະ ບໍ່​ປ່ອຍ​ຕົວ​ໄປຕາມ​ນິ​ໄສ​ຂອງ​ຊາວ​ໂລກ ທີ່ຈະ​ເອົາ​ຄວາມ​ຫວັງ​ຂອງ​ເຮົາ ໃນ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ ໄປ​ຈາກ​ເຮົາ​ໃນ​ທີ່​ສຸດ.

ຫລັກ​ທຳ​ຢ່າງ​ດຽວ​ກັນ​ນີ້​ກໍ​ກ່ຽວ​ພັນ​ກັບ​ທ່ານ​ຜູ້​ທີ່​ສົນ​ໃຈ​ຄົນ​ເພດ​ດຽວ​ກັນ ແລະ ຮູ້​ສຶກ​ທໍ້​ຖອຍ​ໃຈ ແລະ ໝົດ​ຫວັງ. ແລະ ບາງ​​ທີເພາະ​ເຫດ​ຜົນ​ນີ້ ພວກ​ທ່ານ​ບາງ​ຄົນ​ຈຶ່ງຮູ້​ສຶກວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ບໍ່​ແມ່ນ​ສຳ​ລັບ​ທ່ານ​ອີກຕໍ່​ໄປ. ຖ້າ​ເປັນ​ແນວນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ມັນ​ຍັງ​ມີ​ຄວາມ​ຫວັງ​ຢູ່ ໃນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ, ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ທີ່​ຊົງ​ຮັກ​ຂອງ​ພວກ​ພຣະ​ອົງ. ໃນປັນ​ຍາ, ຄວາມ​ທ່ຽງ​ທຳ, ແລະ ຄວາມ​ເມດ​ຕາອັນ​ບໍ​ລິ​ບູນ​ຂອງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຜະ​ນຶກ​ຕົວ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ນຳ​ມາ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ໄດ້​ຮັບ​ຄວາມ​ລອດ​ອັນ​ເປັນ​ນິດ, ຖ້າ​ຫາກ​ເຮົາແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ10 ແລະ ເຕັມ​ໄປ​ດ້ວຍວຽກ​ງານ​ດີຢູ່ສະ​ເໝີ.11

ຕໍ່​ຜູ້​ທີ່ໄດ້​ເຮັດ​ການບາບທີ່​ຮ້າຍ​ແຮງ, ການ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ອັນ​ດຽວ​ກັນ​ນີ້ ໝາຍ​ຄວາມ​ວ່າ, ໃນ​ບັນ​ດາ​ຫລາຍໆ​ຢ່າງ, ຄືການ​ຖ່ອມ​ຕົວ​ເອງ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ຄືການ​ປຶກ​ສາ​ຫາ​ລື​ກັບ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເໝາະ​ສົມ, ແລະ ຄື​ການ​ກັບ​ໃຈ ແລະ ປະ​ຖິ້ມ​ບາບ​ຂອງ​ທ່ານ. ຂັ້ນ​ຕອນນີ້​ຈະ​ຍັງ​ເປັນ​ພອນ​ໃຫ້​ແກ່​ທຸກ​ຄົນ​ທີ່​ກຳ​ລັງ​ຕໍ່​ສູ້​ກັບ​ການ​ຕິດ​ແສດ, ຮ່ວມ​ທັງຢາແກ້​ປວດ, ຢາ​ເຖື່ອນ, ເຫລົ້າ, ແລະ ຮູບ​ພາບ​ລາ​ມົກ. ການ​ເຮັດ​ຕາມ​ຂັ້ນ​ຕອນ​ເຫລົ່າ​ນີ້ ຈະ​ພາ​ທ່ານ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດຫລາຍກວ່າ​ເກົ່າ, ຜູ້​ສາ​ມາດ​ປົດ​ປ່ອຍ​ທ່ານ​ຈາກ​ຄວາມ​ຮູ້​ສຶກ​ຜິດ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເປັນ​ທາດ​ທາງວິນ​ຍານ ແລະ ທາງ​ຮ່າງ​ກາຍ ໃນ​ທີ່​ສຸດ. ນອກ​ເໜືອ​ຈາກນີ້, ທ່ານ​ອາດປາດ​ຖະ​ໜາ​ທີ່​ຈະ​ສະ​ແຫວງ​ຫາ​ກຳ​ລັງ​ໃຈ​ຈາກ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ຝ່າຍ​ການ​ແພດ ແລະ ຜູ້​ໃຫ້​ຄຳ​ແນະ​ນຳ​ທີ່​ຊ່ຽວ​ຊານ​ຂອງ​ທ່ານ​ນຳ​ອີກ.

ຢ່າຍອມ​ແພ້ ຫລັງ​ຈາກ​ທີ່ໄດ້​ທໍ້​ຖອຍ​ມາ​ໄດ້​ຫລາຍ​ເທື່ອ​ແລ້ວ ແລະ ເຄີຍ​ຄິດ​ວ່າ​ຕົວ​ເອງບໍ່​ສາ​ມາດ​ປະ​ຖິ້ມ​ບາບ ແລະ ເອົາ​ຊະ​ນະ​ການ​ຕິດ​ແສດ​ໄດ້. ທ່ານ​ຈະ​ເຊົາ​ພະ​ຍາ​ຍາມ ແລະ ຢູ່​ໃນ​ຄວາມ​ອ່ອນ​ແອ ແລະ ເຮັດບາບ​ຕໍ່​ໄປບໍ່​ໄດ້! ໃຫ້​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ຢູ່​ສະ​ເໝີ, ສະ​ແດງ​ໃຫ້​ປະ​ຈັກ​ຜ່ານ​ທາງວຽກ​ງານ​ຂອງ​ທ່ານ ວ່າ​ທ່ານ​ຢາກ​ຊຳ​ລະ ພາ​ຊະ​ນະ​ຂ້າງ​ໃນ, ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ.12 ບາງ​ເທື່ອ​ການ​ແກ້​ບັນ​ຫາຕໍ່​ການ​ທ້າ​ທາຍ​ບາງ​ຢ່າງ ຈະ​ມາ​ເຖິງ​ຫລັງ​ຈາກ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ສະ​ເໝີ​ເປັນ​ເວ​ລາ​ຫລາຍໆ​ເດືອນ. ຄຳ​ສັນ​ຍາ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ທີ່​ວ່າ “ຫລັງ​ຈາກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ,”13 ກໍ​ໃຊ້​ໄດ້ ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້. ຈົ່ງ​ຈື່​ຈຳ​ໄວ້​ວ່າ ຂອງ​ປະ​ທານ​ແຫ່ງ​ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ບໍ່​ແມ່ນ​ຈຳ​ກັດ​ສະ​ເພາະ ‘ຫລັງ​ຈາກ’ ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ. ເຮົາ​ອາດ​ໄດ້​ຮັບ​ພຣະ​ຄຸນ​ຂອງ​ພຣະ​ອົງ​ກ່ອນ​ທີ່​ຈະເຮັດ, ລະ​ຫວ່າງ​ເຮັດ, ແລະ ຫລັງ​ຈາກ​ເຮັດ ເມື່ອ​ເຮົາ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ.”14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເມື່ອ​ເຮົາ​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ທ້າ​ທາຍ​ຂອງ​ເຮົາ​ສະ​ເໝີ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ເຮົາ ດ້ວຍ​ຂອງ​ປະ​ທານ​ແຫ່ງ​ສັດ​ທາ ເພື່ອ​ຮັບ​ການ​ປິ່ນ​ປົວ ແລະ ດ້ວຍ​ຜົນ​ຂອງການ​ມະ​ຫັດ​ສະ​ຈັນ.15 ພຣະ​ອົງ​ຈະ​ເຮັດ​ແທນ ໃນສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​​ເຮັດ​ເພື່ອ​ຕົວ​ເອງ​.

ນອກ​ເໜືອ​ຈາກນັ້ນ, ສຳ​ລັບ​ຜູ້​ທີ່​ຮູ້​ສຶກ​ຂົມ​ຂື່ນ, ໃຈ​ຮ້າຍ, ຖືກ​ກະ​ທຳ​ຜິດ​ຕໍ່, ຫລື ບໍ່​ສາ​ມາດກຳ​ຈັດ​ຄວາມໂສກ​ເສົ້າກັບ​ບາງ​ສິ່ງ​ທີ່​ທ່ານ​ຮູ້​ສຶກວ່າ​ບໍ່​ຍຸດ​ຕິ​ທຳ, ໃນ​ການ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ຕົນ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ ໝາຍເຖິງ​ການ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຖິ້ມ​ຄວາມ​ຮູ້​ສຶກ​ເຫລົ່ານີ້ ແລະ ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ວ່າ​ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ​ຈາກ​ສະ​ພາບ​ຈິດ​ໃຈນີ້ ແລະ ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ຄວາມ​ສະ​ຫງົບ​ສຸກ. ໜ້າ​ເສຍ​ດາຍ​ທີ່ ຖ້າ​ຫາກ​ເຮົາ​ບໍ່​ປ່ອຍຄວາມ​ຮູ້​ສຶກຮ້າຍ ແລະ ອາ​ລົມ​ຮ້າຍເຫລົ່າ​ນີ້ໄປ, ແລ້ວ​ເຮົາ​ຈະ​ພົບ​ເຫັນ​ຕົວ​ເອງ​ປາດ​ສະ​ຈາກ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຊີ​ວິດ​ຂອງ​ເຮົາ. ເຮົາ​ບໍ່​ສາ​ມາດ​ກັບ​ໃຈ ແທນ ຄົນ​ອື່ນ, ແຕ່​ເຮົາ​ສາ​ມາດອະ​ໄພ​ໃຫ້​ເຂົາ​ເຈົ້າ—ໂດຍ​ການ​ປະ​ຕິ​ເສດບໍ່​ຍອມ​ຖືກ​ກັກ​ຂັງ ໂດຍ​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ປວດ.16

ພຣະ​ຄຳ​ພີ​ສິດ​ສອນ​ວ່າ ມັນ​ມີ​ທາງ​ໜີ​ຈາກ​ສະ​ຖາ​ນະ​ການ​ເຫລົ່າ​ນີ້​ຢູ່—ໂດຍ​ການ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ໃຫ້​ຊ່ວຍ​ເຮົາ​ປ່ຽນ​ໃຈ​ທີ່​ແຂງ​ກະ​ດ້າງ​ຂອງ​ເຮົາ ດ້ວຍ​ຫົວ​ໃຈ​ໜ່ວຍ​ໃໝ່.17 ກ່ອນ​ຈະ​ເກີດ​ສິ່ງນີ້​ໄດ້, ເຮົາ​ຕ້ອງ​ມາ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ ດ້ວຍຄວາມ​ອ່ອນ​ແອ​ຂອງ​ເຮົາ,18 ແລະ ວິງວອນ​ຂໍ​ໃຫ້​ພຣະ​ອົງ​ຊ່ວຍ​ເຫລືອ ແລະ ອະ​ໄພ​ໃຫ້​ເຮົາ,19 ໂດຍ​ສະ​ເພາະ​ໃນ​ຊ່ວງ​ເວ​ລາ​ທີ່​ສັກ​ສິດ ຕອນ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ ທຸກ​ອາ​ທິດ. ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກພຣະ​ອົງ, ແລະ ຈົ່ງ​ຮັບ​ເອົາ​ຂັ້ນ​ຕອນ​ທີ່​ສຳ​ຄັນ ແລະ ຍາກນັ້ນ ໂດຍ​ການໃຫ້​ອະ​ໄພ​ແກ່​ຜູ້​ທີ່​ເຮັດ​ໃຫ້​ເຮົາ​ເຈັບ​ປວດ ເພື່ອ​ວ່າບາດ​ແຜ​ຂອງ​ເຮົາ​ຈະ​ເລີ່ມ​ຫາຍ​ດີ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ເຮັດ​ເຊັ່ນ​ນີ້, ຄ່ຳ​ຄືນ​ຂອງ​ທ່ານ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ບັນ​ເທົາ ທີ່​ມາ​ຈາກ​ຈິດ​ໃຈ​ທີ່​ສະ​ຫງົບ​ສຸກ ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ຢູ່​ໃນ​ຄຸກລີ​ເບີຕີ ໃນ​ປີ 1839, ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ຂຽນ​ສານ​ເຖິງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ສະບັບ​ທີ່​ບັນ​ຈຸ​ຄຳ​ທຳ​ນາຍ ຊຶ່ງກ່ຽວ​ຂ້ອງ​ກັບທຸກ​ສະ​ພາບ​ການ ແລະ ສະ​ຖາ​ນະ​ການ​ເຫລົ່າ​ນີ້. ເພິ່ນ​ໄດ້​ຂຽນ​ວ່າ, “ພຣະ​ບັນ​ລັງ ແລະ ການ​ຄອບ​ຄອງ, ເຂດ​ປົກ​ຄອງ ແລະ ອຳນາດ​ທັງ​ໝົດ, ຈະ​ຖືກເປີດ​ເຜີຍ ແລະ ຖືກ​ມອບ​ໃຫ້​ແກ່​ທຸກ​ຄົນ​ທີ່​ອົດ​ທົນ​ຢ່າງ​ກ້າ​ຫານ​ເພື່ອ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.”20 ສະ​ນັ້ນ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄວ້​ວາງ​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຈະ​ລອດ21 ແລະ ຈະ​ໄດ້​ຢູ່ກັບ​ພຣະ​ເຈົ້າ ໃນ​ສະ​ພາບ​ທີ່​ມີ​ຄວາມ​ສຸກ​ອັນ​ບໍ່​ສິ້ນ​ສຸດ.22

ເຮົາ​ທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່ກົງ​ກັນ​ຂ້າມ ໃນ​ຊີ​ວິດ​ຂອງ​ເຮົາ ທີ່​ເຮັດ​ໃຫ້​ເຮົາ​ຮູ້​ສຶກ​ໂສກ​ເສົ້າ, ໝົດ​ຫົນ​ທາງ, ໝົດ​ຫວັງ, ແລະ ບາງ​ເທື່ອ​ແມ່ນ​ແຕ່​ອ່ອນ​ແອ. ຄວາມ​ຮູ້​ສຶກ​ບາງ​ຢ່າງ​ເຫລົ່າ​ນີ້ ຈະເຮັດ​ໃຫ້​ເຮົາຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: “ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບນີ້?” ຫລື “ເປັນ​ຫຍັງ​ມັນ​ຈຶ່ງບໍ່​ເປັນ​ຄື​ດັ່ງ​ທີ່ຂ້າ​ນ້ອຍ​ຄາດ​ໝາຍ? ເຖິງ​ແມ່ນ​ຂ້ານ້ອຍ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂ້າ​ນ້ອຍ​ສາ​ມາດ​ເຮັດ​ໄດ້​ແລ້ວ ເພື່ອ​ແບກ​ໄມ້​ກາງ​ແຂນ​ຂອງ​ຂ້າ​ນ້ອຍ​ເອງ ແລະ ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ!”

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ເຮົາ​ຕ້ອງ​ຈື່​ຈຳ​ວ່າ ການ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ​ເອງ ແມ່ນ​ຮ່ວມ​ດ້ວຍ​ການ​ຖ່ອມ​ຕົວ ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ໃນ​ປັນ​ຍາ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ. ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ພຣະ​ອົງ​ຮູ້​ຈັກ​ເຮົາ​ທຸກ​ຄົນ ແລະ ຮູ້​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ເຮົາ. ມັນ​ກໍ​ຈຳ​ເປັນ​ທີ່​ຈະ​ຍອມ​ຮັບ​ຄວາມ​ຈິງ​ທີ່​ວ່າ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ແຕກ​ຕ່າງ​ຈາກ​ເວ​ລາ​ຂອງ​ເຮົາ. ບາງ​ເທື່ອ​ເຮົາ​ສະ​ແຫວງ​ຫາ​ພອນ ແລະ ກຳ​ນົດ​ເວ​ລາ​ໄວ້ ເພື່ອໃຫ້​ພຣະ​ຜູ້​ເປັນ​ເຈົ້າຕອບ​ສະ​ໜອງ. ເຮົາ​ບໍ່​ສາ​ມາດ​ວາງ​ເງື່ອນ​ໄຂ​ຂອງ​ຄວາມ​ຊື່​ສັດ​ຂອງ​ເຮົາ​ຕໍ່​ພຣະ​ອົງ ໂດຍ​ການກຳ​ນົດ​ເວ​ລາ​ໃຫ້​ພຣະ​ອົງ​ຕອບ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ. ເມື່ອ​ເຮົາ​ເຮັດ​ແນວນັ້ນ, ເຮົາຄ້າຍ​ຄື​ກັນ​​ກັບຊາວ​ນີ​ໄຟ​ທີ່​ບໍ່​ເຊື່ອ​ໃນ​ສະ​ໄໝ​ບູ​ຮານ, ຜູ້​ໄດ້​ເວົ້າ​ເຍາະ​ເຍີ້ຍ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນວ່າ ເວ​ລາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ສຳ​ລັບ​ຄຳ​ຊຶ່ງ​ຊາມູເອນ​ຊາວ​ເລ​ມັນ ເວົ້າ​ໄວ້​ວ່າ ຈະ​ເກີດ​ເປັນ​ຈິງ, ໄດ້​ສ້າງ​ຄວາມສັບ​ສົນ​ໃນ​ບັນ​ດາ​ຜູ້​ທີ່​ເຊື່ອ.23 ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້ພຽງ​ພໍ ທີ່​ຈະ​ງຽບ​ສະ​ຫງົບ​ຢູ່ ແລະ ຮູ້​ວ່າ​ພຣະ​ອົງ​ເປັນ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຮູ້​ທຸກ​ສິ່ງ​ທັງ​ປວງ, ແລະ ວ່າ​ພຣະ​ອົງ​ຮູ້​ຈັກ​ເຮົາ​ທຸກ​ຄົນ.24

ຮູບ​ພາບ
ແອວເດີ ໂຊອາເຣສ໌ ປະຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຊິດ​ສະ​ເຕີ ຄາລາ​ມາສີ

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ແມ່​ໝ້າຍ​ຄົນ​ໜຶ່ງ​ຊື່ ຟຣານກາ ຄາລາ​ມາສີ, ຜູ້​ເປັນ​ພະ​ຍາດ​ອ່ອນ​ເພຍ. ຊິດ​ສະ​ເຕີ ຄາລາ​ມາສີ ເປັນ​ສະ​ມາ​ຊິກ​ຄົນ​ທຳ​ອິດ​ໃນ​ຄອບ​ຄົວ​ຂອງ​ນາງ ທີ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເຖິງ​ແມ່ນ​ວ່າ​ສາ​ມີ​ຂອງ​ນາງບໍ່ເຄີຍ​ຮັບ​ບັບ​ຕິ​ສະ​ມາ, ແຕ່​ລາວ​ກໍ​ຍອມ​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ ແລະ ໄດ້​ໄປ​ໂບດ​ເລື້ອຍໆ. ເຖິງ​ແມ່ນ​ເປັນ​ແບບນັ້ນ, ແຕ່ຊິດ​ສະ​ເຕີ ຄາລາ​ມາສີ ກໍ​ຍັງ​ຊື່​ສັດ​ເໝືອນ​ເດີມ ແລະ ໄດ້​ລ້ຽງ​ດູ​ລູກ​ສີ່​ຄົນ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໜຶ່ງ​ປີ​ຫລັງ​ຈາກ​ສາ​ມີ​ຂອງ​ນາງ​ໄດ້​ເສຍ​ຊີ​ວິດ​ໄປ, ​ຊິດ​ສະ​ເຕີ ຄາລາ​ມາສີ ໄດ້​ພາ​ລູກ​ໄປ​ພຣະ​ວິ​ຫານ ແລະ ເຂົາ​ເຈົ້າ​ໄດ້ຮ່ວມ​ເຮັດ​ພິ​ທີ​ການ​ສັກ​ສິດ ແລະ ໄດ້ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ. ຄຳ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ​ກັບ​ພິ​ທີ​ການ​ເຫລົ່າ​ນີ້ ໄດ້​ນຳ​ຄວາມ​ຫວັງ, ຄວາມ​ຊື່ນ​ຊົມ, ແລະ ຄວາມ​ສຸກ ມາ​ໃຫ້​ນາງ ຊຶ່ງ​ຊ່ວຍ​ນາງ​ໃຫ້​ດຳ​ລົງ​ຊີ​ວິດ​ຕໍ່​ໄປ.

ຮູບ​ພາບ
ຄອບ​ຄົວຄາລາ​ມາສີ ຢູ່​ທີ່ພຣະ​ວິ​ຫານ

ເມື່ອ​ອາ​ການ​ທຳ​ອິດ​ຂອງ​ພະ​ຍາດນີ້ໄດ້​ກຳ​ເລີບ, ອະ​ທິ​ການ​ຂອງ​ນາງ​ໄດ້​ມອບ​ພອນ​ໃຫ້​ນາງ. ໃນ​ເວ​ລານັ້ນ ນາງ​ໄດ້​ບອກ​ອະ​ທິ​ການ​ວ່າ ນາງ​ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ການ​ສະ​ແດງ​ສັດ​ທາ​ຂອງ​ນາງ​ທີ່​ຈະຮັບ​ເອົາການ​ປິ່ນ​ປົວ ພ້ອມ​ທັງ​ສັດ​ທາ​ທີ່​ຈະອົດ​ທົນ​ກັບ​ຄວາມ​ເຈັບ​ປ່ວຍ​ຂອງ​ນາງ ຈົນ​ເຖິງ​ທີ່​ສຸດ.

ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ, ຂະ​ນະ​ທີ່​ຈັບ​ມື​ຂອງຊິດ​ສະ​ເຕີ ຄາລາ​ມາສີ ແລະ ຈ້ອງ​ຕາ​ນາງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນແສງ​ທູດ​ສະ​ຫວັນສ່ອງ​ອອກ​ມາ​ຈາກ​ໃບ​ໜ້າ​ຂອງ​ນາງ—ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ໝັ້ນ​ໃຈ​ຂອງ​ນາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງຂອງ​ນາງ ໃນ​ຄວາມ​ຮັກ ແລະ ໃນ​ແຜນ​ຂອງ​ພຣະ​ບິ​ດາສຳ​ລັບ​ນາງ.25 ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຕັ້ງ​ໃຈ​ທີ່​ຈິງ​ຈັງ​ຂອງ​ນາງ ທີ່​ຈະ​ອົດ​ທົນ​ດ້ວຍ​ສັດ​ທາ ຈົນ​ເຖິງ​ທີ່​ສຸດ ໂດຍ​ການ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ນາງ, ແມ່ນ​ແຕ່​ກັບການ​ທ້າ​ທາຍ​ທີ່​ນາງ​ກຳ​ລັງ​ປະ​ເຊີນ​ຢູ່. ຊີ​ວິດ​ຂອງ​ເອື້ອຍ​ຄົນ​ນີ້ ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຣິດ, ເປັນການ​ຢືນ​ຢັນ​ເຖິງ​ສັດ​ທາ ແລະ ການ​ອຸ​ທິດ​ຕົນ​ຂອງ​ນາງ​ຕໍ່​ພຣະ​ອົງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ການ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ ແລະ ການຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ ຮຽກ​ຮ້ອງ​ເຮົາ​ໃຫ້​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ພຣະ​ອົງ ແລະ ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ,26 ປະ​ເຊີນ​ກັບ​ສະ​ພາບ​ການ​ຂອງ​ຊີ​ວິດ​ດ້ວຍ​ຄວາມ​ອົດ​ທົນ, ປົດ​ສິດ​ຕົນ ແລະ ຄວບ​ຄຸມ​ຄວາມ​ຢາກ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ, ແລະ ລໍຖ້າ​ພຣະ​ຜູ້​ເປັນ​ເຈົ້າ. ​ເພງ​ສັນ​ລະ​ເສີນບອກວ່າ:

“ຈົ່ງ​ໄວ້​ວາງ​ໃຈ ແລະ ມີ​ຄວາມ​ເຊື່ອໃນ​ພຣະຜູ້​ເປັນ​ເຈົ້າ ຈົ່ງ​ເຂັ້ມ​ແຂງ ແລະ ຢ່າ​ໝົດ​ຫວັງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ເທື່ອ.”27

“ພຣະ​ອົງ​ຮັກ​ສາ ແລະ ຊ່ວຍ​ເຫລືອ​ພວກ​ຂ້າ​ນ້ອຍ​ໄວ້.”28

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຕໍ່​ທ່ານ​ວ່າ ການ​ເດີນ​ໄປ​ຕາມ​ພຣະ​ບາດ​ຂອງ​ພຣະ​ອາ​ຈານ ແລະ ລໍ​ຖ້າ​ພຣະ​ອົງ ຜູ້​ປິ່ນ​ປົວ​ຊີ​ວິດ​ຂອງເຮົາ ຈະ​ໃຫ້​ບ່ອນ​ພັກ​ຜ່ອນ​ແກ່​ຈິດ​ວິນ​ຍານ​ຂອງ​ເຮົາ ແລະ ເຮັດ​ໃຫ້​ພາ​ລະ​ໜັກ​ຂອງ​ເຮົາ​ງ່າຍຂຶ້ນ ແລະ ເບົາ​ບາງ​ລົງ.29 ຂ້າພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້ ໃນພຣະນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.