ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


“ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ”

(ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12)

ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ແນວ​ທາງ​ຊີ້​ນຳ​ຄຳ​ສອນ​ຂັ້ນ​ພື້ນ​ຖານ​ສຳ​ລັບ​ການ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໂດຍ​ຄວາມ​ຊອບ​ທຳ.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໃນ​ເດືອນ​ຕຸ​ລາ ປີ 1849, ແອວ​ເດີ ຈອນ ເທ​ເລີ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ເປີດ​ປະ​ເທດ​ຝຣັ່ງ ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຮັບ​ໃຊ້​ຂອງ​ເພິ່ນ​ແມ່ນ​ລວມ​ທັງ​ການ​ກວດ​ແກ້​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ເປັນ​ທາງ​ການ​ໃນ​ປະ​ເທດ​ນັ້ນ. ແອວ​ເດີ ເທ​ເລີ ໄດ້​ຕຽມ ແລະ ຈັດ​ພິມ​ບົດ​ຄວາມ​ສັ້ນໆ​ເລື່ອງ​ໜຶ່ງ​ໃນ​ປີ 1851 ໃນ​ການ​ຕອບ​ຄຳ​ຖາມ​ທີ່​ເພິ່ນ​ຖືກ​ຖາມ​ເລື້ອຍໆ​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ. ແລະ ໃນ​ທ້າຍ​ບົດ​ຄວາມນັ້ນ, ແອວ​ເດີ ເທ​ເລີ ໄດ້​ເລົ່າ​ເລື່ອງ​ດັ່ງ​ຕໍ່​ໄປ​ນີ້:

“ຫລາຍ​ປີ​ກ່ອນ, ໃນ​ເມືອງ​ນາ​ວູ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຊາຍ​ຄົນ​ໜຶ່ງ, ຊຶ່ງ​ເປັນ​ສະ​ມາ​ຊິກ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ, ໄດ້​ຖາມ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ວ່າ​ເຮັດ​ແນວ​ໃດ​ເພິ່ນ​ຈຶ່ງ​ສາ​ມາດ​ປົກ​ຄອງ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ, ແລະ ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ໄວ້​ໄດ້​ເປັນ​ຢ່າງ​ດີ; ຊຶ່ງ​ໃນ​ຊ່ວງ​ໄລ​ຍະ​ນັ້ນ​ມັນ​ເປັນ​ເລື່ອງ​ຍາກ​ທີ່​ສຸດ​ທີ່​ຈະ​ເຮັດ​ເຊັ່ນ​ນັ້ນ ບໍ່​ວ່າ​ຈະ​ຢູ່​ໃນ​ບ່ອນ​ໃດ​ກໍ​ຕາມ. ທ່ານ​ສະ​ມິດ​ໄດ້​ຕອບ​ວ່າ ມັນ​ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ເຮັດ. ‘ເປັນ​ໄປ​ໄດ້​ແນວ​ໃດ?’ ຊາຍ​ຄົນ​ນັ້ນ​ຖາມ; ‘ສຳ​ລັບ​ພວກ​ເຮົາ​ແລ້ວ​ມັນ​ຍາກ​ຫລາຍ.’ ທ່ານ​ສະ​ມິດ​ໄດ້​ຕອບ​ວ່າ, ‘ຂ້າ​ພະ​ເຈົ້າ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ​ໃຫ້​ເຂົາ​ເຈົ້າ, ແລະ ໃຫ້​ເຂົາ​ເຈົ້າ​ປົກ​ຄອງ​ຕົນ​ເອງ.’”1

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ແນະ​ນຳ ແລະ ໃຫ້​ຄວາມ​ຮູ້​ແກ່​ເຮົາ​ແຕ່​ລະ​ຄົນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກ່າວ​ເນັ້ນ​ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ຫລັກ​ທຳ​ໃນ​​​ພຣະ​ກິດ​ຕິ​ຄຸນທີ່ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຫລັກ​ທຳ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ວ່າ “ແອວເດີ, ປະ​ໂລ​ຫິດ ແລະ ຄູ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ຈະ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍມອນ, ຊຶ່ງ​ໃນ​ນັ້ນ​ຄື​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.”2 ພຣະ​ອົງ​ກໍ​ໄດ້​ປະ​ກາດ​ອີກວ່າ ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄວນ “​ໄດ້​ຮັບ​ການ​ແນະນຳ​ຢ່າງ​ສົມ​ບູນ​ຫລາຍ​ຂຶ້ນ​ໃນ​ທິດ​ສະ​ດີ, ໃນ​ຫລັກ​ທຳ, ໃນ​ຄຳ​ສອນ, ໃນ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ, ໃນ​ທຸກ​ສິ່ງ​ທີ່​ກ່ຽວ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ອັນ​ທີ່​ສົມ​ຄວນ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ເຂົ້າ​ໃຈ.”3

ເມື່ອ​ກ່າວ​ແບບ​ສັ້ນໆ​ແລ້ວ, ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ແມ່ນ​ແນວ​ທາງ​ຊີ້​ນຳ​ຄຳ​ສອນ​ຂັ້ນ​ພື້ນ​ຖານ​ສຳ​ລັບ ໃນ​ການ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໂດຍ​ຄວາມ​ຊອບ​ທຳ. ຫລັກ​ທຳ​ມາ​ຈາກ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່ກວ້າງ​ຂວາງ ແລະ ໃຫ້​ການ​ຊີ້​ນຳ ແລະ ມາດ​ຕະ​ຖານ ຂະ​ນະ​ທີ່​ເຮົາ​ດຳ​ເນີນ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຍົກ​ຕົວ​ຢ່າງ, ຫລັກ​ແຫ່ງ​ຄວາມ​ເຊື່ອ​ສາມ​ຂໍ້​ທຳ​ອິດ ຊີ້​ບອກ​ລັກ​ສະ​ນະ​ພື້ນ​ຖານ​ໃນ​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ: ລັກ​ສະ​ນະ​ຂອງ​ຝ່າຍ​ພຣະ​ເຈົ້າ​ຢູ່​ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ໜຶ່ງ, ຜົນ​ກະ​ທົບ​ຂອງ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ ຢູ່ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສອງ, ແລະ ພອນ​ທີ່​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສາມ.4 ແລະ ຫລັກ​ແຫ່ງ​ຄວາມ​ເຊື່ອ​ຂໍ້​ທີ​ສີ່ ກຳ​ນົດ​ຫລັກ​ທຳ​ຂໍ້​ທຳ​ອິດ—ແນວ​ທາງ​ຊີ້​ນຳ​ເຖິງ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ກັບ​ໃຈ—ແລະ ພິ​ທີ​ການ​ທຳ​ອິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ເຮັດ​ໃຫ້​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເກີດ​ຜົນ​ໃນ​ຊີ​ວິດ​ຂອງ​ເຮົາ.5

ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ກໍ​ເປັນ​ອີກ​ຕົວ​ຢ່າງ​ໜຶ່ງ​ຂອງ​ຫລັກ​ທຳ​ທີ່​ໃຫ້​ແນວ​ທາງ​ຊີ້​ນຳ. ໃຫ້​ທ່ານ​ສັງ​ເກດ​ເບິ່ງ​ຄຳ​ນຳ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໃນ ພາກ​ທີ 89 ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

“ປະທານ​ໃຫ້​ເພື່ອ​ເປັນ​ຫລັກ​ທຳ​ພ້ອມ​ດ້ວຍ​ຄຳ​ສັນ​ຍາ, ຊຶ່ງ​ໄດ້​ປັບ​ໃຫ້​ເຂົ້າ​ກັບ​ຄວາມ​ສາ​ມາດ​ຂອງ​ຄົນ​ອ່ອນ​ແອ ແລະ ຄົນ​ອ່ອນ​ແອ​ທີ່​ສຸດ​ໃນ​ບັນ​ດາ​ໄພ່​ພົນ​ທັງ​ໝົດ​ຂອງ​ພຣະ​ເຈົ້າ, ຜູ້​ທີ່​ເປັນ ຫລື ສາ​ມາດ​ຖືກ​ເອີ້ນ​ວ່າ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

“ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ: ເປັນ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ແຜນ​ການ​ຊຶ່ງ​ມີ​ຢູ່ ແລະ ຈະ​ມີ​ຢູ່​ໃນ​ຫົວ​ໃຈ​ຂອງ​ມະນຸດ​ທີ່​ວາງ​ແຜນ​ຮ້າຍ​ໃນ​ຍຸກ​ສຸດ​ທ້າຍ, ເຮົາ​ຈຶ່ງ​ໄດ້​ເຕືອນ​ພວກ​ເຈົ້າ, ແລະ ເຕືອນ​ພວກ​ເຈົ້າ​ລ່ວງ​ໜ້າ, ໂດຍ​ໃຫ້​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ​ແກ່​ພວກ​ເຈົ້າ​ໂດຍ​ການ​ເປີດ​ເຜີຍ.”6

ຄຳ​ແນະ​ນຳ​ທີ່​ດົນ​ໃຈ​ຫລັງ​ຈາກ​ຄຳ​ນຳ​ນີ້ ໄດ້​ໃຫ້​ແນວ​ທາງ​ຊີ້​ນຳ​ທີ່​ຍືນ​ຍົງ​ສຳ​ລັບ​ຄວາມ​ສະ​ຫວັດ​ດີ​ພາບ​ທັງ​ຝ່າຍ​ຮ່າງ​ກາຍ ແລະ ຝ່າຍ​ວິນ​ຍານ ແລະ ເປັນ​ພະ​ຍານ​ເຖິງ​ພອນ​ພິ​ເສດ ອີງ​ຕາມ​ຄວາມ​ຊື່​ສັດ​ຂອງ​ເຮົາ​ຕໍ່​ຫລັກ​ທຳ.

ການ​ຮຽນ​ຮູ້, ການ​ເຂົ້າ​ໃຈ, ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈະ​ເພີ່ມ​ພູນ​ການ​ອຸ​ທິດ​ຕົນ​ຂອງ​ເຮົາ​ຕໍ່​ພຣະ​ອົງ, ແລະ ຈະ​ເຊື້ອ​ເຊີນ​ພອນ​ຢ່າງ​ຫລວງ​ຫລາຍ ແລະ ຂອງ​ປະ​ທານ​ທາງວິນ​ຍານ​ໃຫ້​ມາ​ສູ່​ຊີ​ວິດ​ເຮົາ. ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ​ກໍ​ຊ່ວຍ​ເຮົາ​ໃຫ້​ເບິ່ງ​ຜ່ານ​ກາຍ​ຄວາມ​ມັກ​ຊອບ​ສ່ວນ​ຕົວ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ເຫັນ​ແກ່​ຕົວ​ຂອງ​ເຮົາ​ນຳ​ອີກ ໂດຍ​ການ​ໃຫ້​ທັດ​ສະ​ນະ​ທີ່​ມີ​ຄ່າ​ຂອງ​ຄວາມ​ຈິງ​ນິ​ລັນ​ດອນ​ແກ່​ເຮົາ ຂະ​ນະ​ທີ່​ເຮົາ​ຜ່ານ​ຜ່າ​ສະ​ຖາ​ນະ​ການ, ການ​ທ້າ​ທາຍ, ການ​ຕັດ​ສິນ​ໃຈ, ແລະ ປະ​ສົບ​ການ​ທີ່​ຫຍຸ້ງ​ຍາກ​ໃນ​ຊ່ວງ​ມະ​ຕະ.

ຕົວ​ຢ່າງ​ທັນ​ສະ​ໄໝ​ຂອງ​ການ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ

ບົດ​ຄວາມ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ກ່ຽວ​ກັບ​ການ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ ອາດ​ເປັນ​ຄຳ​ສອນ​ຂໍ້​ໜຶ່ງ​ຂອງ​ເພິ່ນ​ທີ່​ມັກ​ຖືກ​ອ້າງ​ເຖິງ​ຢູ່​ເລື້ອຍໆ. ແລະ ເຮົາ​ພົບ​ເຫັນ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ຂອງ​ແບບ​ແຜນ​ທີ່​ດົນ​ໃຈ​ນີ້​ໃນ​ຄຳ​ແນະ​ນຳ​ຊຶ່ງ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ໃນ​ປະ​ຈຸ​ບັນ.

ຫລັກ​ທຳ​ຂອງ​ການ​ບໍ່​ລົບ​ກວນ

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ໃນ​ປີ 1998 ກ່ຽວ​ກັບ​ໜ້າ​ທີ່​ຂອງ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ທີ່​ກ່ຽວ​ຂ້ອງ​ກັບ​ການ​ຕຽມ ແລະ ການ​ປະ​ຕິ​ບັດ​ສິນ​ລະ​ລຶກ. ເພິ່ນ​ໄດ້​ບັນ​ຍາຍ ຫລັກ​ທຳ​ຂອງ​ການ​ບໍ່​ລົບ​ກວນ ແລະ ໄດ້​ຊີ້​ບອກ​ວ່າ ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ບໍ່​ຄວນ​ເຮັດ​ສິ່ງ​ໃດ ບໍ່​ວ່າ​ຈະ​ເປັນ​ການ​ແຕ່ງ​ກາຍ ຫລື ການ​ປະ​ພຶດ ເພື່ອ​ລົບ​ກວນ​ສະ​ມາ​ຊິກ​ຄົນ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ຈາກ​ການ​ນະ​ມັດ​ສະ​ການ ແລະ ການ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ. ປະ​ທານ​ໂອກສ໌​ກໍ​ໄດ້​ກ່າວ​ເນັ້ນ​ເຖິງ​ຫລັກ​ທຳ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ເປັນ​ລະ​ບຽບ, ຄວາມ​ສະ​ອາດ, ຄວາມ​ຄາ​ລະ​ວະ, ແລະ ກຽດ​ສັກ​ສີ​ນຳ​ອີກ.

ສິ່ງ​ທີ່​ໜ້າ​ສົນ​ໃຈ, ປະ​ທານ​ໂອກສ໌​ບໍ່​ໄດ້​ມອບ​ລາຍ​ການ​ອັນ​ຍືດ​ຍາວ​ເຖິງ​ສິ່ງ​ທີ່​ໃຫ້​ເຮັດ ຫລື ບໍ່​ໃຫ້​ເຮັດ ໃຫ້​ພວກ​ຊາຍ​ໜຸ່ມ. ແຕ່, ເພິ່ນ​ໄດ້​ອະ​ທິ​ບາຍ​ຫລັກ​ທຳ​ດ້ວຍ​ຄວາມ​ຄາດ​ໝາຍ​ວ່າ ພວກ​ຊາຍ​ໜຸ່ມ ແລະ ພໍ່​ແມ່ ແລະ ຄູ​ສອນ​ຂອງ​ພວກ​ເຂົາ​ສາ​ມາດ ແລະ ຄວນ​ຕັດ​ສິນ​ໃຈ​ເອງ ແລະ ເຮັດ​ຕາມ​ການ​ດົນ​ໃຈ​ເພື່ອ​ເຮັດ​ຕາມ​ແນວ​ທາງ​ຊີ້​ນຳ.

ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ: “ຂ້າ​ພະ​ເຈົ້າ​ຈະ​ບໍ່​ແນະ​ນຳ​ລາຍ​ລະ​ອຽດ​ຂອງ​ກົດ, ເນື່ອງ​ດ້ວຍ​ສະ​ຖາ​ນະ​ການ​ໃນ​ຫວອດ ແລະ ສາ​ຂາ​ຫລາຍໆ​ແຫ່ງ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ທົ່ວ​ໂລກ​ແມ່ນ​ແຕກ​ຕ່າງ​ກັນ​ຫລາຍ ຈົນ​ວ່າ​ກົດ​ໃດ​ໜຶ່ງ​ຊຶ່ງ​ເໝາະ​ສົມ​ກັບ​ບ່ອນ​ໜຶ່ງ ອາດ​ຈະ​ບໍ່​ເໝາະ​ສົມ​ກັບ​ບ່ອນ​ອື່ນໆ. ແຕ່, ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ຫລັກ​ທຳ​ໜຶ່ງ​ອີງ​ຕາມ​ຄຳ​ສອນ. ຖ້າ​ຫາກ​ທຸກ​ຄົນ​ເຂົ້າ​ໃຈ​ຫລັກ​ທຳ​ນີ້ ແລະ ປະ​ຕິ​ບັດ​ຢ່າງ​ສອດ​ຄ່ອງ​ກັບ​ມັນ, ແລ້ວ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ການ​ກົດ​ຫລາຍໆ​ຂໍ້. ຖ້າ​ຫາກ​ຕ້ອງ​ການ​ກົດ ຫລື ຄຳ​ແນະ​ນຳ​ໃນ​ກໍ​ລະ​ນີ​ໃດ​ໜຶ່ງ, ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ສາ​ມາດ​ຈັດ​ຫາ​ໃຫ້​ໄດ້, ຊຶ່ງ​ສອດ​ຄ່ອງ​ກັບ​ຄຳ​ສອນ ແລະ ຫລັກ​ທຳ​ທີ່​ກ່ຽວ​ຂ້ອງ.”7

ຫລັກ​ທຳ​ຂອງ​ວັນ​ຊະ​ບາ​ໂຕ​ທີ່​ເປັນ​ສັນ​ຍານ

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ ປີ 2015, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ເຮົາ​ວ່າ “ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ.”8 ເພິ່ນ​ກໍ​ໄດ້​ອະ​ທິ​ບາຍ​ເຖິງ​ວິ​ທີ​ທີ່​ເພິ່ນ​ໄດ້​ເຂົ້າ​ໃຈ​ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ກ່ຽວ​ກັບ​ການ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ​ດ້ວຍ​ຕົນ​ເອງ​ວ່າ:

“ເຮົາ​ຈະ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ວັນ ສັກ​ສິດ ໄດ້​ແນວ​ໃດ? ໃນ​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ​ຫລາຍ​ກວ່າ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ສຶກ​ສາ​ວຽກ​ງານ​ຂອງ​ຄົນ​ອື່ນ​ທີ່​ໄດ້​ຂຽນ​ລາຍ​ຊື່​ຂອງ​ສິ່ງ​ທີ່​ຕ້ອງ​ເຮັດ ຫລື ບໍ່ ເຮັດ​ໃນ​ວັນ​ຊະ​ບາ​ໂຕ. ຕໍ່​ມາ​ຫລາຍ​ປີ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ພຣະ​ຄຳ​ພີ​ວ່າ ພຶດ​ຕິ​ກຳ ແລະ ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ ສັນ​ຍານ ລະ​ຫວ່າງ​ຂ້າ​ພະ​ເຈົ້າ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ. ດ້ວຍ​ຄວາມ​ເຂົ້າ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ລາຍ​ຊື່​ຂອງ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຄວນ ຫລື ບໍ່​ຄວນ​ເຮັດ​ອີກ​ຕໍ່​ໄປ. ເມື່ອ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຕັດ​ສິນ​ໃຈ​ວ່າ​ກິດ​ຈະ​ກຳ​ໃດ​ເໝາະ​ສົມ​ກັບ​ວັນ​ຊະ​ບາ​ໂຕ​ຫລື​ບໍ່, ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໄດ້​ຖາມ​ຕົນ​ເອງ​ວ່າ, ‘ເຮົາ​ຢາກ​ມອບ​ສັນ​ຍານ​ໃດ​ໃຫ້​ແກ່​ພຣະ​ເຈົ້າ?’ ຄຳ​ຖາມ​ນັ້ນ​ໄດ້​ເຮັດ​ໃຫ້​ການ​ເລືອກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ວັນ​ຊະ​ບາ​ໂຕ​ແຈ່ມ​ແຈ້ງ​ຂຶ້ນ.”9

ຄຳ​ຖາມ​ທີ່​ລຽບ​ງ່າຍ​ແຕ່​ມີ​ພະ​ລັງ​ຂອງ​ປະ​ທານ​ແນວ​ສັນ​ໄດ້​ເນັ້ນ​ຫລັກ​ທຳ​ທີ່​ກົງ​ໄປ​ກົງ​ມາ​ກັບ​ຄວາມບໍ່​ແນ່​ນອນ​ໃດໆ​ກ່ຽວ​ກັບ​ຄວາມ​ໝາຍ ແລະ ສິ່ງ​ທີ່​ເຮົາ​ຄວນ​ເຮັດ​ເພື່ອ​ໃຫ້​ກຽດ​ແກ່​ວັນ​ຊະ​ບາ​ໂຕ. ຄຳ​ຖາມ​ຂອງ​ເພິ່ນ​ໄດ້​ສະ​ຫລຸບ​ແນວ​ທາງ​ຊີ້​ນຳ ແລະ ມາດ​ຕະ​ຖານ​ທີ່​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ​ທຸກ​ຄົນ ໃນ​ສະ​ຖາ​ນະ​ການ​ຕ່າງໆ.

ຫລັກ​ທຳ​ຂອງ​ການ​ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ

ຫົກ​ເດືອນ​ກ່ອນ ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ປະ​ທານ​ແນວ​ສັນ​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ​ສ່ວນ​ຕົວ​ຂອງ​ເພິ່ນ ຂະ​ນະ​ທີ່​ເພິ່ນ​ໄດ້​ຮັບ​ຄວາມ​ຮູ້​ໃໝ່​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ອິດ​ສະ​ຣາ​ເອນ. ເພິ່ນ​ໄດ້​ບອກ​ເຮົາ​ວ່າ ຈິດ​ວິນ​ຍານ​ຂອງ​ເພິ່ນ​ຖືກ​ປຸກ​ລະ​ດົມ ຂະ​ນະ​ທີ່​ເພິ່ນ​ຮຽນ​ຮູ້​ວ່າ “ຊື່ ອິດ​ສະ​ຣາ​ເອນ ອ້າງ​ເຖິງ​ບຸກ​ຄົນ​ຜູ້​ທີ່ ເຕັມ​ໃຈ ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ຕົນ.”10 ແລ້ວ​ປະ​ທານ​ແນວ​ສັນ​ໄດ້​ຊີ້​ບອກ​ຄວາມ​ໝາຍ​ຫລາຍ​ຢ່າງ​ຈາກ​ຄວາມ​ຮູ້​ນີ້.

ຂ່າວ​ສານ​ຂອງ​ເພິ່ນ​ກ່ຽວ​ກັບ ການ​ເຕັມ​ໃຈ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ ເປັນ​ຕົວ​ຢ່າງ​ທີ່​ໂດດ​ເດັ່ນ​ຂອງ​ການ​ສິດ​ສອນ​ຫລັກ​ທຳ​ທີ່​ຖືກ​ຕ້ອງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ປົກ​ຄອງ​ຕົນ​ເອງ. ແລະ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຢູ່​ໃນ​ຂ່າວ​ສານ​ຂອງ​ເພິ່ນ​ກ່ຽວ​ກັບ​ການ​ເຮັດ​ໃຫ້​ວັນ​ຊະ​ບາ​ໂຕ​ເປັນ​ສິ່ງ​ທີ່​ຊື່ນ​ຊົມ, ປະ​ທານ​ແນວ​ສັນ​ໄດ້​ຖາມ​ຄຳ​ຖາມ​ອີງ​ຕາມ​ຫລັກ​ທຳ ທີ່​ໃຫ້​ແນວ​ທາງ​ຊີ້​ນຳ ແລະ ມາດ​ຕະ​ຖານ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ.

ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່?”

ເພິ່ນ​ໄດ້​ກ່າວ​ຕໍ່​ໄປ​ວ່າ:

“ໃຫ້​ພິ​ຈະ​ນາ​ວ່າ ຄວາມ​ເຕັມ​ໃຈ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ທ່ານ​ຫລາຍ​ຂະ​ໜາດ​ໃດ. ຖ້າ​ຫາກ​ທ່ານ​ຍັງ​ບໍ່​ໄດ້​ແຕ່ງ​ງານ ແລະ ພວມ​ຊອກ​ຫາ​ຄູ່​ຊີ​ວິດ​ນິ​ລັນ​ດອນ​ຢູ່, ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ​ທີ່​ຈະ​ເປັນ ‘ຂອງອິດ​ສະ​ຣາ​ເອນ’ ຈະ​ຊ່ວຍ​ທ່ານ​ຕັດ​ສິນ​ໃຈ​ວ່າ ທ່ານ​ຄວນ​ຄົບ​ຫາ​ຜູ້​ໃດ ແລະ ດ້ວຍ​ວິ​ທີ​ໃດ.

“ຖ້າ​ຫາກ​ທ່ານ​ໄດ້​ແຕ່ງ​ງານ​ກັບ​ຄົນ​ທີ່​ເຮັດ​ຜິດ​ຕໍ່​ພັນ​ທະ​ສັນ​ຍາ, ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ ຈະ​ອະ​ນຸ​ຍາດ​ໃຫ້​ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ທີ່​ເຮັດ​ໄວ້​ກັບ​ພຣະ​ເຈົ້າ​ມີ​ຜົນ​ສັກ​ສິດ​ຢູ່​ຄື​ເກົ່າ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ຂອງ​ທ່ານ. ຟ້າ​ສະ​ຫວັນ​ຈະ​ເປີດ ຂະ​ນະ​ທີ່​ທ່ານ​ສະ​ແຫວງ​ຫາ​ວິ​ທີ​ທີ່​ຈະ​ດຳ​ເນີນ​ໄປ​ໜ້າ. ທ່ານ​ບໍ່​ຈຳ​ເປັນ​ຕ້ອງ​ລະ​ຫົກ​ລະ​ເຫີນ ຫລື ສົງ​ໄສ.

“ຖ້າ​ຫາກ​ທ່ານ​ມີ​ຄຳ​ຖາມ​ທີ່​ຈິງ​ໃຈ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ຫລື ສາດ​ສະ​ໜາ​ຈັກ, ຂະ​ນະ​ທີ່​ທ່ານ​ເລືອກ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ທ່ານ​ຈະ​ຖືກ​ນຳ​ພາ​ໄປ​ພົບ ແລະ ເຂົ້າ​ໃຈ​ຄວາມ​ຈິງ​ທີ່​ແນ່​ນອນ ແລະ ນິ​ລັນ​ດອນ ທີ່​ຈະ​ນຳ​ພາ​ຊີ​ວິດ ແລະ ຊ່ວຍ​ທ່ານ​ໃຫ້​ຍຶດ​ໝັ້ນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

“ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ລໍ້​ລວງ—ເຖິງ​ແມ່ນ​ວ່າ​ການ​ລໍ້​ລວງ​ມີ​ມາ​ຕອນ​ທ່ານ​ອ່ອນ​ແຮງ ຫລື ຮູ້​ສຶກ​ໂດດ​ດ່ຽວ ຫລື ເຂົ້າ​ໃຈ​ຜິດ—ໃຫ້​ຄິດ​ວ່າ ທ່ານ​ຈະ​ສາ​ມາດ​ຮວບ​ຮວມ​ຄວາມ​ກ້າ​ຫານ​ໄດ້​ຫລາຍ​ພຽງ​ໃດ ຖ້າ​ຫາກ​ທ່ານ​ເລືອກ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະໃນ​ຊີ​ວິດ​ຂອງ​ທ່ານ ແລະ ຂະ​ນະ​ທີ່​ທ່ານ​ອ້ອນ​ວອນ​ຂໍ​ໃຫ້​ພຣະ​ອົງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທ່ານ.

“ເມື່ອ​ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ທ່ານ ແມ່ນ​ການ​ຢາກ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ, ແມ່ນ​ການ​ຢາກ​ເປັນ​ພາກ​ສ່ວນ​ຂອງ​ອິດ​ສະ​ຣາ​ເອນ, ການ​ຕັດ​ສິນ​ໃຈ​ຫລາຍໆ​ຢ່າງ​ຈະ​ງ່າຍ​ຂຶ້ນ. ບັນ​ຫາ​ຫລາຍ​ຢ່າງ​ຈະ​ໝົດ​ໄປ! ທ່ານ​ຈະ​ຮູ້​ຈັກ​ວິ​ທີ​ແຕ່ງ​ຕົວ​ທີ່​ຮຽບ​ຮ້ອຍ. ທ່ານ​ຈະ​ຮູ້​ຈັກ​ວ່າ​ຄວນ​ເບິ່ງ​ຫຍັງ ແລະ ອ່ານ​ຫຍັງ, ວ່າ​ຄວນ​ໃຊ້​ເວ​ລາ​ກັບ​ສິ່ງ​ໃດ, ແລະ ຄວນ​ພົບ​ປະ​ສັງ​ສັນ​ກັບ​ຄົນ​ໃດ. ທ່ານ​ຈະ​ຮູ້​ວ່າ ຢາກ​ບັນ​ລຸ​ສິ່ງ​ໃດ. ທ່ານ​ຈະ​ຮູ້​ວ່າ ທ່ານ​ຢາກ​ເປັນ​ຄົນ​ແບບ​ໃດ​ແທ້ໆ.”11

ໃຫ້​ສັງ​ເກດ​ເບິ່ງ​ວິ​ທີ​ທີ່​ການ​ຕັດ​ສິນ​ໃຈ​ອັນ​ສຳ​ຄັນ​ຫລາຍ​ຢ່າງ ແລະ ປະ​ສົບ​ການ​ໃນ​ຊີ​ວິດ​ສາ​ມາດ​ຮັບ​ອິດ​ທິ​ພົນ​ໂດຍ​ຫລັກ​ທຳ​ຂອງ ຄວາມ​ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ: ການ​ຄົບ​ຫາ ແລະ ການ​ແຕ່ງ​ງານ, ຄຳ​ຖາມ ແລະ ຄວາມ​ເປັນ​ຫ່ວງ​ເລື່ອງ​ພຣະ​ກິດ​ຕິ​ຄຸນ, ການ​ລໍ້​ລວງ, ການ​ແຕ່ງ​ກາຍ​ສ່ວນ​ຕົວ, ສິ່ງ​ທີ່​ຈະ​ເບິ່ງ ແລະ ອ່ານ, ວິ​ທີ​ທີ່​ຈະ​ໃຊ້​ເວ​ລາ, ບຸກ​ຄົນ​ທີ່​ຄວນ​ພົບ​ປະ​ສັງ​ສັນ ແລະ ຫລາຍໆ​ຢ່າງ​ອື່ນ​ອີກ. ຄຳ​ຖາມ​ທີ່​ດົນ​ໃຈ​ຂອງ​ປະ​ທານ​ແນວ​ສັນ​ເນັ້ນ​ເຖິງ​ຫລັກ​ທຳ​ທີ່​ລຽບ​ງ່າຍ ອັນ​ທີ່​ໃຫ້​ການ​ຊີ້​ນຳ​ໃນ​ຊີ​ວິດ​ຂອງ​ເຮົາ​ທຸກ​ດ້ານ ແລະ ຊ່ວຍ​ເຮົາ​ໃຫ້​ປົກ​ຄອງ​ຕົນ​ເອງ.

ຫາງ​ເສືອ​ອັນ​ເລັກ​ນ້ອຍ

ຕອນ​ໂຈ​ເຊັບ ສະ​ມິດ ໄດ້​ຖືກ​ຄຸມ​ຂັງ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ, ເພິ່ນ​ໄດ້​ຂຽນ​ຈົດ​ໝາຍ​ໃຫ້​ຄຳ​ແນະ​ນຳ​ແກ່​ສະ​ມາ​ຊິກ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເຕືອນ​ເຂົາ​ເຈົ້າ​ວ່າ “ເຮືອ​ລຳ​ໃຫຍ່​ໄດ້​ຮັບ​ປະ​ໂຫຍດ​ຢ່າງ​ຫລວງ​ຫລາຍ​ຈາກ​ຫາງ​ເສືອ​ອັນ​ເລັກ​ນ້ອຍ​ໃນ​ຍາມ​ເກີດ​ພະ​ຍຸ, ໂດຍ​ຮັກ​ສາ​ມັນ​ໄວ້​ໃນ​ເສັ້ນ​ທາງ​ພ້ອມ​ກັບ​ລົມ ແລະ ຄື້ນ.”12

ຮູບ​ພາບ
ຫາງ​ເສືອ​ເຮືອ

ຫາງ​ເສືອ ຄື​ກົງ ຫລື ເຄື່ອງ​ໝຸນ ແລະ ກ່ຽວ​ຂ້ອງ​ກັບ​ອຸ​ປະ​ກອນ​ທີ່​ໃຊ້​ຄຸມ​ກຳ​ປັ່ນ ຫລື ເຮືອ. ແລະ “ໂດຍ​ຮັກ​ສາ​ມັນ​ໄວ້​ໃນ​ເສັ້ນ​ທາງ​ພ້ອມ​ກັບ​ລົມ ແລະ ຄື້ນ” ມັນ​ຈະ​ຫັນ​ກຳ​ປັ່ນ ເພື່ອ​ໃຫ້​ມັນ​ດຸ່ນ​ດ່ຽງ ແລະ ບໍ່​ໃຫ້​ມັນ​ພິກ​ຂວ້ຳ​ໃນ​ລະ​ຫວ່າງ​ຕອນ​ເກີດ​ລົມ​ພະ​ຍຸ.

ຮູບ​ພາບ
ເຮືອ​ກຳ​ລັງ​ຫັນ​ຢູ່​ໃນ​ລົມ​ພະ​ຍຸ

ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ສຳ​ຄັນ​ຕໍ່​ຂ້າ​ພະ​ເຈົ້າ ແລະ ຕໍ່​ທ່ານ​ແນວ​ໃດ ຫາງ​ເສືອ​ກໍ​ສຳ​ຄັນ​ຕໍ່​ກຳ​ປັ່ນ​ແນວ​ນັ້ນ. ຫລັກ​ທຳ​ທີ່​ຖືກ​ຕ້ອງ​ຈະ​ຊ່ວຍ​ເຮົາ​ໃຫ້​ພົບ​ເຫັນ​ເສັ້ນ​ທາງ ແລະ ຢືນ​ຢູ່​ຢ່າງ​ໝັ້ນ​ຄົງ, ແນ່ວ​ແນ່, ແລະ ບໍ່​ຫວັ່ນ​ໄຫວ ເພື່ອ​ວ່າ​ເຮົາ​ຈະ​ບໍ່​ເສຍ​ຫລັກ ແລະ ຫລົ້ມ​ຈົມ​ລະ​ຫວ່າງ​ພະ​ຍຸ​ຮ້າຍ​ແຮງ​ທີ່​ມືດ​ມົວ ແລະ ສັບ​ສົນ ໃນ​ຍຸກ​ສຸດ​ທ້າຍ.

ເຮົາ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ນີ້ ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ຫລັກ​ທຳ​ນິ​ລັນ​ດອນ​ຈາກ​ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ບັດ​ນີ້, ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ຂອງ​ເຮົາ​ຄື​ທີ່​ຈະ​ປົກ​ຄອງ​ຕົນ​ເອງ ອີງ​ຕາມ​ຄວາມ​ຈິງ​ທີ່​ພວກ​ເພິ່ນ​ໄດ້​ເປັນ​ພະ​ຍານ.13

ປະ​ຈັກ​ພະ​ຍານ

ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ສິດ​ສອນ​ວ່າ, “ສຳ​ລັບ​ຫົກ​ເດືອນ​ຂ້າງ​ໜ້າ, ວາ​ລະ​ສານ [Liahona] ສະ​ບັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ທ່ານ ຄວນ​ວາງ​ຢູ່​ໃກ້​ໜັງ​ສື​ມາດ​ຕະ​ຖານ​ຂອງ​ທ່ານ ແລະ ຖືກ​ອ່ານ​ເລື້ອຍໆ.”14

ດ້ວຍ​ສຸດ​ກຳ​ລັງ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ເຮົາ​ທຸກ​ຄົນ​ໃຫ້​ຮຽນ​ຮູ້, ດຳ​ລົງ​ຊີ​ວິດ, ແລະ ຮັກ​ຫລັກ​ທຳ​ແຫ່ງ​ຄວາມ​ຊອບ​ທຳ. ພຽງ​ແຕ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ເທົ່າ​ນັ້ນ ທີ່​ຈະ​ຊ່ວຍ​ເຮົາ​ໃຫ້ “ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ໄດ້​ຢ່າງ​ເບີກ​ບານ” ເພື່ອ​ດຳ​ເນີນ​ໄປ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ “ເພື່ອ​ເຫັນ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ພຣະ​ອົງ​ຈະ​ເປີດ​ເຜີຍ​ແຂນ​ຂອງ​ພຣະ​ອົງ.”15

ຂ້າ​ພະ​ເຈົ້າ​ຮູ້​ວ່າ ຄຳ​ສອນ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ແຫລ່ງ​ສູງ​ສຸດ ແລະ ແຫລ່ງ​ດຽວ​ເທົ່າ​ນັ້ນ​ຂອງ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ເຮົາ ແລະ ການ​ມີ​ຄວາມ​ສຸກ​ທີ່​ຍືນ​ຍົງ​ໃນ​ຊ່ວງ​ມະ​ຕະ ແລະ ໃນ​ນິ​ລັນ​ດອນ. ແລະ ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ຢ່າງ​ມີ​ຄວາມ​ສຸກວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ພຣະ​ຊົນ​ຂອງ​ເຮົາ​ເປັນ​ບໍ່​ນ້ຳ​ພຸ​ທີ່​ຄວາມ​ຈິງ​ເຫລົ່າ​ນີ້​ຫລັ່ງ​ໄຫລ​ອອກ​ມາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. John Taylor, ໃນ Teachings of Presidents of the Church: Joseph Smith (2007), 284.

  2. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:12.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:78.

  4. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:1–3.

  5. ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:4.

  6. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 89:3–4.

  7. Dallin H. Oaks, “The Aaronic Priesthood and the Sacrament,” Liahona, Jan. 1999, 45–46.

  8. ເບິ່ງ Russell M. Nelson, “The Sabbath Is a Delight,” Liahona, May 2015, 129–32.

  9. Russell M. Nelson, “The Sabbath Is a Delight,” 130; ເນັ້ນ​ຄຳ​ເນີ້ງ.

  10. Russell M. Nelson, “Let God Prevail,”Liahona, Nov. 2020, 92.

  11. Russell M. Nelson, “Let God Prevail,” 94.

  12. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:16.

  13. ປະ​ທານ​ແຮ​ໂຣນ ບີ ລີ (1899–1973) ກໍ​ໄດ້​ຊຸກ​ຍູ້​ສະ​ມາ​ຊິກ​ເພື່ອ​ໃຫ້​ຄຳ​ປາ​ໄສ​ຂອງກອງ​ປະ​ຊຸມ​ໃຫຍ່ “ເປັນ​ສິ່ງ​ນຳ​ພາ​ການ​ປະ​ຕິ​ບັດ​ຂອງ​ເຂົາ​ເຈົ້າ​ລະ​ຫວ່າງ​ຫົກ​ເດືອນ​ຂ້າງ​ໜ້າ.” ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ, “ສິ່ງ​ເຫລົ່າ​ນີ້​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເໝາະ​ສົມ​ທີ່​ຈະ​ເປີດ​ເຜີຍ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ທຸກວັນ​ນີ້” (ໃນ Conference Report, Apr. 1946, 68).

    ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ (1895–1985) ກໍ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂ່າວ​ສານ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄື​ກັນ. ເພິ່ນ​ໄດ້​ກ່າວ​ວ່າ, “ບໍ່​ຄວນ​ໃຫ້​ມີ​ໜັງ​ສື​ອື່ນ​ໃດ​ທີ່​ສຳ​ຄັນ​ຫລາຍ​ໄປ​ກວ່າ​ໜັງ​ສື​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ຢູ່​ໃນ​ຕູ້​ປຶ້ມ​ສ່ວນ​ຕົວ​ຂອງ​ທ່ານ—ບໍ່​ແມ່ນ​ເປັນ​ເພາະ​ສິ​ລະ​ປະ​ທີ່​ໂດດ​ເດັ່ນ ຫລື ຂໍ້​ຄວາມ​ທີ່​ໂວ​ຫານ, ແຕ່​ເພາະ​ຄຳ​ສອນ​ທີ່​ຊີ້​ທາງ​ໃຫ້​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ” (In the World but Not of It, Brigham Young University Speeches of the Year [May 14, 1968], 3).

    ປະ​ທານ​ທອມ​ມັສ ແອັສ ມອນ​ສັນ (1927–2018) ໄດ້​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ການ​ສຶກ​ສາ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່. ເພິ່ນ​ໄດ້​ກ່າວ​ວ່າ: “ຂໍ​ໃຫ້​ເຮົາ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ຍິນ​ລະ​ຫວ່າງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ນີ້. ຂ່າວ​ສານ​ທັງ​ໝົດ​ຈະ​ຖືກ​ພິມ​ໃນ​ເດືອນ​ໜ້າ ຢູ່​ໃນ​ວາ​ລະ​ສານ Ensign ແລະ Liahona. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ​ໃຫ້​ສຶກ​ສາ​ມັນ ແລະ ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ສອນ​ເຫລົ່າ​ນັ້ນ” (“Until We Meet Again,” Liahona, Nov. 2008, 106).

  14. Ezra Taft Benson, “Come unto Christ, and Be Perfected in Him,” Ensign, May 1988, 84.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123:17.