ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອວຍ​ພອນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ອວຍ​ພອນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ

ຈຸດ​ປະ​ສົງ​ຂອງ​ການ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ ແມ່ນ​ເພື່ອ​ອະ​ນຸ​ຍາດ​ໃຫ້​ເຮົາ​ອວຍ​ພອນ​ຜູ້​ຄົນ​ແທນ​ພຣະ​ຜູ້​ເປັນ​ເຈົ້າ, ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ບັນ​ດາ​ອ້າຍ​ນ້ອງ​ທັງ​ຫລາຍ, ເພື່ອນ​ຜູ້​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ, ຖື​ວ່າ​ໄດ້​ຮັບ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ກ່າວ​ກັບ​ທ່ານ​ໃນ​ຄ່ຳ​ຄືນ​ນີ້. ຂ້າ​ພະ​ເຈົ້າ​ນັບ​ຖື ແລະ ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ທ່ານ​ຢ່າງ​ເລິກ​ເຊິ່ງ. ເມື່ອ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ ແລະ ໄດ້​ຍິນ​ເຖິງ​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ​ຢູ່​ໃນ​ໂລກ, ໂດຍ​ມີ​ກຸ່ມ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ ແລະ ມີ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຊື່​ສັດ​ຫລາຍ​ກວ່າ​ທີ່​ຜ່ານ​ມາ.

ໃນ​ຊ່ວງ​ເວ​ລາ​ໜ້ອຍ​ໜຶ່ງ​ໃນ​ຄ່ຳ​ຄືນ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ກັບ​ທ່ານ​ທັງ​ຫລາຍ​ຜູ້​ທີ່​ຢາກ​ມີ​ປະ​ສິດ​ທິ​ພາບ​ຫລາຍ ກວ່າ​ນັ້ນ ໃນ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ເປັນ​ສ່ວນ​ຕົວ​ຂອງ​ທ່ານ. ທ່ານ​ຮູ້​ເຖິງ​ການ​ມອບ​ໝາຍ​ທີ່​ທ່ານ​ຕ້ອງ​ຂະ​ຫຍາຍ​ໃນ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ຂອງ​ທ່ານ.1 ແຕ່​ທ່ານ​ອາດ​ສົງ​ໄສ​ວ່າ ສິ່ງ​ທີ່​ຂະ​ຫຍາຍ​ການ​ເອີ້ນ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ.

ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ມັກ​ຄະ​ນາ​ຍົກ​ຄົນ​ໃໝ່​ທີ່​ສຸດ ເພາະ​ເຂົາ​ເຈົ້າ​ເປັນ​ຜູ້​ທີ່​ຮູ້​ສຶກ​ບໍ່​ແນ່​ໃຈ​ວ່າ ການ​ຂະ​ຫຍາຍ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຂົາ​ເຈົ້າ​ນັ້ນ​ອາດ​ໝາຍ​ເຖິງ​ຫຍັງ. ແອວ​ເດີ​ຜູ້​ຫາ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ ກໍ​ຄວນ​ຟັງ​ຄື​ກັນ. ແລະ ອະ​ທິ​ການ​ທີ່​ຫາ​ກໍ​ເລີ່ມ​ຕົ້ນ​ຮັບ​ໃຊ້​ໄດ້​ສອງ​ສາມ​ອາ​ທິດ ອາດ​ສົນ​ໃຈ​ຟັງ​ຄື​ກັນ.

ມັນ​ເປັນ​ຄຳ​ແນະ​ນຳ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຫວນ​ຄິດ​ເຖິງ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ມັກ​ຄະ​ນາ​ຍົກ. ຂ້າ​ພະ​ເຈົ້າ​ກໍ​ຢາກ​ໃຫ້​ມີ​ຄົນ​ມາ​ບອກ​ສອນ​ຂ້າ​ພະ​ເຈົ້າ​ໃນ​ເວ​ລາ​ນັ້ນ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ໃນ​ເວ​ລາ​ນີ້. ມັນ​ຄົງ​ເປັນ​ປະ​ໂຫຍດ​ໃນ​ການ​ມອບ​ໝາຍ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທັງ​ໝົດ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ ນັບ​ແຕ່​ນັ້ນ​ມາ—ແມ່ນ​ແຕ່​ຢ່າງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໃນ​ປະ​ຈຸ​ບັນ​ນີ້.

ຂ້າ​ພະ​ເຈົ້າ​ຖືກ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ​ຢູ່​ໃນ​ສາ​ຂາ​ນ້ອຍ​ແຫ່ງ​ໜຶ່ງ ທີ່​ຂ້າ​ພະ​ເຈົ້າ​ເປັນ​ພຽງ​ມັກ​ຄະ​ນາ​ຍົກ​ຄົນ​ດຽວ ແລະ ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄູ​ສອນ​ຄົນ​ດຽວ​ເທົ່າ​ນັ້ນ. ພວກ​ເຮົາ​ເປັນ​ພຽງ​ຄອບ​ຄົວ​ດຽວ​ຢູ່​ໃນ​ສາ​ຂາ. ສາ​ຂາ​ຂອງ​ພວກ​ເຮົາ​ໄດ້​ມາ​ຮ່ວມ​ປະ​ຊຸມ​ຢູ່​ເຮືອນ​ຂອງ​ພວກ​ເຮົາ. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ສຳ​ລັບ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ຫາ​ກໍ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ ທີ່​ຕົວ​ລາວ​ເອງ​ຫາ​ກໍ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ. ຂ້າ​ພະ​ເຈົ້າ​ໄດ້​ເຊື່ອ​ໃນ​ຕອນ​ນັ້ນ​ວ່າ ໜ້າ​ທີ່​ຖາ​ນະ​ປະ​ໂລ​ຫິດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ພຽງ​ແຕ່​ເປັນ​ການ​ຢາຍ​ສິນ​ລະ​ລຶກ ຢູ່​ໃນ​ຫ້ອງ​ກິນ​ເຂົ້າ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ.

ເມື່ອ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍ້າຍ​ໄປ​ຢູ່​ລັດ​ຢູ​ທາ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ຫວອດ​ໃຫຍ່ ທີ່​ມີ​ມັກ​ຄະ​ນາ​ຍົກ​ຫລາຍ​ຄົນ. ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ທີ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເບິ່ງ​ບັນ​ດາ​ມັກ​ຄະ​ນາ​ຍົກ—ກອງ​ທັບ, ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ​ເບິ່ງ​ຄື​ວ່າ—ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຢາຍ​ສິນ​ລະ​ລຶກ ຄື​ກັນ​ກັບ​ວ່າ​ເປັນ​ທີມ​ທີ່​ໄດ້​ຝຶກ​ຊ້ອມ​ມາ​ແລ້ວ.

ຂ້າ​ພະ​ເຈົ້າ​ຢ້ານ​ຫລາຍ ເຖິງ​ຂະ​ໜາດ​ທີ່ ໃນ​ວັນ​ອາ​ທິດ​ຕໍ່​ມາ ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຖິງ​ຕຶກ​ໂບດ​ກ່ອນ​ເວ​ລາ ເພື່ອ​ຈະ​ໄດ້​ຢູ່​ຄົນ​ດຽວ ແລະ ບໍ່​ມີ​ໃຜ​ເຫັນ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ມັນ​ແມ່ນ​ຫວອດ​ແຢວ​ຄະ​ເຣັດ ໃນ​ເມືອງ​ເຊົາ​ເລັກ, ແລະ ມັນ​ມີ​ຮູບ​ປັ້ນ​ຢູ່​ເດີ່ນ. ຂ້າ​ພະ​ເຈົ້າ​ໄດ້​ຍ່າງ​ໄປ​ຫາ​ຮູບ​ປັ້ນ​ນັ້ນ ແລະ ອະ​ທິ​ຖານ​ຢູ່​ຂ້າງ​ຫລັງ​ຢ່າງ​ຕັ້ງ​ໃຈ ຂໍ​ຄວາມ​ຊ່ວຍ​ເຫລືອ ເພື່ອ​ຈະ​ໄດ້​ຮູ້​ຈັກ​ວິ​ທີ​ບໍ່​ໃຫ້​ເຮັດ​ຜິດ​ພາດ​ຕອນ​ຢາຍ​ສິນ​ລະ​ລຶກ. ຄຳ​ອະ​ທິ​ຖານ​ນັ້ນ​ໄດ້​ຮັບ​ຄຳ​ຕອບ.

ແຕ່​ດຽວ​ນີ້​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ວິ​ທີ​ທີ່​ດີ​ກວ່າ ໃນ​ການ​ອະ​ທິ​ຖານ ແລະ ຄິດ​ເມື່ອ​ເຮົາ​ພະ​ຍາ​ຍາມ​ເຕີບ​ໂຕ​ໃນ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ. ມັນ​ມາ​ເຖິງ​ໂດຍ​ການ​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ຜູ້​ຄົນ​ຈຶ່ງ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ. ຈຸດ​ປະ​ສົງ​ຂອງ​ການ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ ແມ່ນ​ເພື່ອ​ອະ​ນຸ​ຍາດ​ໃຫ້​ເຮົາ​ອວຍ​ພອນ​ຜູ້​ຄົນ​ແທນ​ພຣະ​ຜູ້​ເປັນ​ເຈົ້າ, ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.2

ເປັນ​ເວ​ລາ​ຫລາຍ​ປີ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ມັກ​ຄະ​ນາ​ຍົກ ກ່ອນ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຄວາມ​ໝາຍ​ແທ້​ຂອງ​ມັກ​ຄະ​ນາ​ຍົກ. ຍົກ​ຕົວ​ຢ່າງ, ໃນ​ຖາ​ນະ​ມະ​ຫາ​ປະ​ໂລ​ຫິດ, ຂ້າ​ພະ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ໄປ​ຢ້ຽມ​ຢາມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຢູ່​ຫໍ​ພັກ​ຄົນ​ເຖົ້າ​ແຫ່ງ​ໜຶ່ງ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ຢາຍ​ສິນ​ລະ​ລຶກ. ແທນ​ທີ່​ຈະ​ຄິດ​ກ່ຽວ​ກັບ​ຂັ້ນ​ຕອນ ແລະ ຄວາມ​ເປັນ​ລະ​ບຽບ​ໃນ​ການ​ຢາຍ​ສິນ​ລະ​ລຶກ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ​ໜ້າ​ຂອງ​ຜູ້​ເຖົ້າ​ທຸກ​ຄົນ. ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຫລາຍ​ຄົນ​ນ້ຳ​ຕາ​ໄຫລ. ແມ່​ຕູ້​ຄົນ​ໜຶ່ງ​ໄດ້​ຈັບ​ແຂນ​ເສື້ອ​ຂອງ​ຂ້າ​ພະ​ເຈົ້າ, ເງີຍ​ໜ້າ​ຂຶ້ນ, ແລະ ເວົ້າ​ວ່າ, “ໂອ, ຂອບ​ໃຈ, ຂອບ​ໃຈ​ເດີ.”

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ການ​ຮັບ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ ທີ່​ຖືກ​ມອບ​ໃຫ້​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ໃນ​ມື້​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ເກີດ​ການ​ອັດ​ສະ​ຈັນ​ເຊັ່ນ​ນັ້ນ ແທນ​ທີ່​ຈະ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ໄດ້​ດີ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ວ່າ ຜູ້​ຄົນ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຜ່ານ​ທາງ​ການ​ຮັບ​ໃຊ້​ດ້ວຍ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ສິ່ງ​ນີ້​ສຳ​ຄັນ​ຕໍ່​ການ​ຮັບ​ໃຊ້ ແລະ ການ​ອວຍ​ພອນ​ຄົນ​ອື່ນໆ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ຮັກ​ເຊັ່ນ​ນັ້ນ. ເມື່ອ​ການ​ປະ​ຊຸມ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ຢຸດ​ພັກ​ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຄົນ​ໜຶ່ງ​ໄດ້​ຮັບ​ເອົາ​ການມອບ​ໝາຍ​ຈາກ​ປະ​ທານ​ກຸ່ມ​ແອວ​ເດີ​ຂອງ​ລາວ ເພື່ອ​ອວຍ​ພອນ​ສິນ​ລະ​ລຶກ ແລະ ເອົາ​ມັນ​ໄປ​ໃຫ້​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ທີ່​ລາວ​ຖືກ​ມອບ​ໝາຍ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເມື່ອ​ລາວ​ໄດ້​ໂທ​ໄປ​ຫາ​ນາງ ເພື່ອ​ວ່າ​ຈະ​ເອົາ​ສິນ​ລະ​ລຶກ​ໄປ​ໃຫ້, ນາງ​ໄດ້​ຕົກ​ລົງ​ແບບ​ລັງ​ເລ​ໃຈ, ບໍ່​ຢາກ​ໃຫ້​ລາວ​ຕ້ອງ​ອອກ​ຈາກ​ເຮືອນ​ໃນ​ຊ່ວງ​ທີ່​ອັນ​ຕະ​ລາຍ​ເຊັ່ນ​ນັ້ນ ແລະ ກໍ​ຍັງ​ເຊື່ອ​ວ່າ ທຸກ​ສິ່ງ​ຈະ​ກັບ​ຄືນ​ສູ່​ຄວາມ​ປົກ​ກະ​ຕິ​ໃນ​ໄວໆ​ນີ້.

ເມື່ອ​ລາວ​ໄດ້​ໄປ​ເຖິງ​ເຮືອນ​ຂອງ​ນາງ ໃນ​ເຊົ້າ​ວັນ​ອາ​ທິດ​ມື້​ນັ້ນ, ນາງ​ກໍ​ໄດ້​ຂໍ​ຮ້ອງ​ຢ່າງ​ໜຶ່ງ. ໃຫ້​ໄປ​ເຮືອນ​ຄົນ​ຂ້າງ​ບ້ານ​ນຳ​ນາງ​ໄດ້​ບໍ ແລະ ຮັບ​ສິນ​ລະ​ລຶກ​ກັບ​ເພື່ອນ​ບ້ານ​ອາ​ຍຸ 87 ປີ​ຂອງ​ນາງ? ໂດຍ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ອະ​ທິ​ການ, ລາວ​ກໍ​ໄດ້​ຕົກ​ລົງ.

ເປັນ​ເວ​ລາ​ຫລາຍ​ອາ​ທິດ, ແລະ ພ້ອມ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ​ເລື່ອງ​ການ​ຢູ່​ຫ່າງ​ກັນ ແລະ ຄວາມ​ປອດ​ໄພ​ອື່ນໆ, ກຸ່ມ​ໄພ່​ພົນ​ນ້ອຍໆ​ນັ້ນ ໄດ້​ເຕົ້າ​ໂຮມ​ທຸກ​ອາ​ທິດ​ເພື່ອ​ຈັດ​ພິ​ທີ​ສິນ​ລະ​ລຶກ​ແບບ​ລຽບ​ງ່າຍ. ມີ​ພຽງ​ແຕ່​ເຂົ້າ​ຈີ່​ສອງ​ສາມ​ຕ່ອນ ແລະ ນ້ຳ​ສອງ​ສາມ​ຈອກ​ເທົ່າ​ນັ້ນ—ແຕ່​ມີ​ນ້ຳ​ຕາ​ຫລາຍ​ຢົດ ເພາະ​ຄວາມ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ຮັກ.

ເມື່ອ​ເວ​ລາ​ຜ່ານ​ໄປ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ຄອບ​ຄົວ​ຂອງ​ລາວ, ແລະ ເອື້ອຍ​ນ້ອງ​ຜູ້​ທີ່​ລາວ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ກໍ​ສາ​ມາດ​ກັບ​ຄືນ​ໄປ​ໂບດ. ແຕ່​ແມ່​ໝ້າຍ​ເພື່ອນ​ບ້ານ​ຜູ້​ອາ​ຍຸ 87 ປີ, ຕ້ອງ​ລະ​ມັດ​ລະ​ວັງ​ຫລາຍ​ຢູ່, ຕ້ອງ​ໄດ້​ຢູ່​ເຮືອນ​ໄປ​ກ່ອນ. ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ—ຈື່​ໄດ້​ບໍ​ວ່າ ການ​ມອບ​ໝາຍ​ຂອງ​ລາວ​ແມ່ນ​ສຳ​ລັບ​ເພື່ອນ​ບ້ານ​ຂອງ​ແມ່​ໝ້າຍ ແລະ ບໍ່​ແມ່ນ​ສຳ​ລັບ​ຕົວ​ລາວ​ເອງ​ຊ້ຳ—ຈົນ​ເຖິງ​ທຸກ​ວັນ​ນີ້ ລາວ​ກໍ​ຍັງ​ໄປ​ເຮືອນ​ແມ່​ໝ້າຍ​ຄົນ​ນັ້ນ​ທຸກ​ວັນ​ອາ​ທິດ, ພ້ອມ​ດ້ວຍ​ພຣະ​ຄຳ​ພີ ແລະ ເຂົ້າ​ຈີ່​ຕ່ອນ​ນ້ອຍໆ​ຢູ່​ໃນ​ມື, ເພື່ອ​ປະ​ຕິ​ບັດ​ສິນ​ລະ​ລຶກ ຄາບ​ເຂົ້າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ, ຄື​ກັນ​ກັບ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ທີ່​ໄປ​ຫາ​ຫໍ​ພັກ​ຄົນ​ເຖົ້າ​ມື້​ນັ້ນ, ແມ່ນ​ມອບ​ໃຫ້​ດ້ວຍ​ຄວາມ​ຮັກ. ຕາມ​ຈິງ​ແລ້ວ, ເມື່ອ​ບໍ່​ດົນ​ມາ​ນີ້ ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໄດ້​ຖາມ​ອະ​ທິ​ການ​ຂອງ​ລາວ​ວ່າ ມີ​ຄົນ​ອື່ນ​ອີກ​ບໍ​ຢູ່​ໃນ​ຫວອດ​ທີ່​ຢາກ​ໃຫ້​ລາວ​ດູ​ແລ. ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຂະ​ຫຍາຍ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ລາວ ໄດ້​ເຕີບ​ໂຕ​ຂະ​ນະ​ທີ່​ລາວ​ຮັບ​ໃຊ້​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໃນ​ວິ​ທີ​ທີ່​ພຽງ​ແຕ່​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ຮູ້​ຈັກ. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຖ້າ​ຫາກ​ວ່າ​ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໄດ້​ອະ​ທິ​ຖານ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ, ເພື່ອ​ຜູ້​ຄົນ​ທີ່​ລາວ​ຮັບ​ໃຊ້ ໃຫ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຫລືບໍ່, ແຕ່​ຍ້ອນ​ການ​ຮັບ​ໃຊ້​ຂອງ​ລາວ ທີ່​ກະ​ທຳ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຜົນ​ຮັບ​ຈຶ່ງ​ເໝືອນ​ເດີມ.

ຜົນ​ຮັບ​ທີ່​ດີ​ເລີດ​ຄື​ກັນ​ນັ້ນ​ໄດ້​ມາ​ເຖິງ​ເມື່ອ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ທູນ​ຂໍ ກ່ອນ​ຂ້າ​ພະ​ເຈົ້າ​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ບາງ​ຄົນ​ທີ່​ເຈັບ​ປ່ວຍ ຫລື ໃນ​ເວ​ລາ​ຕ້ອງ​ການ​ພອນ. ມັນ​ໄດ້​ເກີດ​ຂຶ້ນ​ເທື່ອ​ໜຶ່ງ​ຢູ່​ໂຮງ​ໝໍ ຕອນ​ນາຍ​ໝໍ​ທີ່​ໃຈ​ຮ້ອນ​ໄດ້​ເລັ່ງ​ຂ້າ​ພະ​ເຈົ້າ—ຫລາຍ​ກວ່າ​ເລັ່ງ​ຂ້າ​ພະ​ເຈົ້າ—ໄດ້​ສັ່ງ ຂ້າ​ພະ​ເຈົ້າ—ໃຫ້​ຮີບ​ຮ້ອນ ແລະ ອອກ​ໄປ​ໄວໆ ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ເຮັດ​ໜ້າ​ທີ່​ຂອງ​ເຂົາ​ເຈົ້າ, ແທນ​ທີ່​ຈະ​ໃຫ້​ໂອ​ກາດ​ຂ້າ​ພະ​ເຈົ້າ​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ຂ້າ​ພະ​ເຈົ້າ​ໄດ້​ຢູ່​ຕໍ່, ແລະ ຂ້າ​ພະ​ເຈົ້າ​ໄດ້​ມອບ​ພອນ​ໃຫ້. ແລະ ນາງ​ນ້ອຍ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ມອບ​ພອນ​ໃຫ້​ໃນ​ມື້​ນັ້ນ, ຊຶ່ງ​ບັນ​ດາ​ແພດ​ໝໍ​ຄິດ​ວ່າ​ຈະ​ຕາຍ, ຍັງ​ມີ​ຊີ​ວິດ​ຕໍ່. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ໃນ​ເວ​ລາ​ນີ້​ສຳ​ລັບ​ມື້​ນັ້ນ, ທີ່​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ປ່ອຍ​ໃຫ້​ຄວາມ​ຮູ້​ສຶກ​ຂອງ​ຕົວ​ເອງ​ມາ​ກີດ​ກັນ ແຕ່​ຮູ້​ສຶກ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ນາງ​ນ້ອຍ​ນັ້ນ​ໄດ້​ຮັບ​ພອນ. ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພອນ​ຢ່າງ​ໃດ: ຂ້າ​ພະ​ເຈົ້າ​ໄດ້​ອວຍ​ພອນ​ນາງ​ໃຫ້​ຫາຍ​ດີ. ແລະ ນາງ​ກໍ​ຫາຍ​ດີ.

ມັນ​ໄດ້​ເກີດ​ຂຶ້ນ​ຫລາຍ​ເທື່ອ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ມອບ​ພອນ​ໃຫ້​ບາງ​ຄົນ​ທີ່​ໃກ້​ຕາຍ, ໂດຍ​ທີ່​ມີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຢູ່​ອ້ອມ​ຂ້າງ​ຕຽງ, ຫວັງ​ຈະ​ໄດ້​ຮັບ​ພອນ​ຂອງ​ການ​ປິ່ນ​ປົວ. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ມີ​ເວ​ລາ​ພຽງ​ໜ້ອຍ​ດຽວ, ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ກ່ອນ​ສະ​ເໝີ​ເພື່ອ​ຈະ​ໄດ້​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ຢ່າງ​ໃດ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ແລະ ຂ້າ​ພະ​ເຈົ້າ​ທູນ​ຂໍ ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະ​ອົງ​ປະ​ສົງ​ຈະ​ອວຍ​ພອນ​ບຸກ​ຄົນ​ນັ້ນ​ແນວ​ໃດ, ບໍ່​ແມ່ນ​ຕາມ​ຄວາມ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ ຫລື ຂອງ​ຄົນ​ທີ່​ຢູ່​ໃກ້ໆ​ນັ້ນ. ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ວ່າ ເຖິງ​ແມ່ນ​ພອນບໍ່​ເປັນ​ຕາມ​ທີ່​ຄົນ​ອື່ນ​ປາດ​ຖະ​ໜາ​ເພື່ອ​ຕົວ​ເອງ ຫລື ເພື່ອ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ, ພຣະ​ວິນ​ຍານ​ຈະ​ສຳ​ພັດ​ໃຈ ໃຫ້​ຮັບ​ຮູ້ ແລະ ໄດ້​ຮັບ​ການ​ປອບ​ໂຍນ ແທນ​ທີ່​ຈະ​ຮູ້​ສຶກ​ຜິດ​ຫວັງ.

ການ​ດົນ​ໃຈ​ເຊັ່ນ​ດຽວ​ກັນ​ນັ້ນ​ກໍ​ໄດ້​ມາ​ເຖິງ​ເມື່ອ​ປິ​ຕຸ​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ເພື່ອ​ການ​ຊົງ​ນຳ ໃນ​ການ​ມອບ​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ມອບ​ໃຫ້​ບຸກ​ຄົນ. ອີກ​ເທື່ອ​ໜຶ່ງ, ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຍິນ​ພອນ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ ແລະ ຜູ້​ທີ່​ໄດ້​ຮັບ​ພອນ​ກໍ​ປະ​ຫລາດ​ໃຈ​ຄື​ກັນ. ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ, ພອນ​ດັ່ງ​ກ່າວ​ໄດ້​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ—ທັງ​ບັນ​ຈຸ​ຄຳ​ເຕືອນ ແລະ ຄຳ​ສັນ​ຍາ​ທີ່​ມອບ​ໃຫ້​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ຄຳ​ອະ​ທິ​ຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ​ຂອງ​ປິ​ຕຸ ໄດ້​ຮັບ​ລາງ​ວັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ຕອນ​ເປັນ​ອະ​ທິ​ການ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຂະ​ນະ​ທີ່​ສຳ​ພາດ​ກ່ຽວ​ກັບ​ການ​ມີ​ຄ່າ​ຄວນ ຕ້ອງ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ຂ້າ​ພະ​ເຈົ້າ​ໃຫ້​ຮູ້​ສຶກ​ໃນ​ສິ່ງ​ທີ່​ພຣະ​ອົງ​ປະ​ສົງ​ສຳ​ລັບ​ບຸກ​ຄົນ​ນັ້ນ, ຮັກ​ສາ​ການ​ດົນ​ໃຈ​ໃດໆ​ທີ່​ພຣະ​ອົງ​ປະ​ທານ​ໃຫ້​ແທນ​ການ​ຕັດ​ສິນ​ທີ່​ບໍ່​ແນ່​ນອນ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ເປັນ​ສິ່ງ​ຍາກ​ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ອວຍ​ພອນ​ບາງ​ຄົນ​ດ້ວຍ​ຄຳ​ຕັກ​ເຕືອນ​ໃນ​ຄວາມ​ຮັກ. ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ກ່ອນ​ຈະ​ສາ​ມາດ​ຮູ້​ຈັກ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ສິ່ງ​ທີ່​ທ່ານ​ຢາກ​ໄດ້ ແລະ ຄົນ​ອື່ນ​ອາດ​ຢາກ​ໄດ້.

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ເຮົາ​ສາ​ມາດ​ຂະ​ຫຍາຍ​ການ​ຮັບ​ໃຊ້​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເຮົາ​ໄດ້ ໃນ​ຊີ​ວິດນີ້ ແລະ ບາງ​ທີ​ຫລັງ​ຈາກ​ນັ້ນ. ມັນ​ຈະ​ຂຶ້ນ​ກັບ​ຄວາມ​ພາກ​ພຽນ​ຂອງ​ເຮົາ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ ທີ່​ຈະ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ຮູ້​ຫລາຍ​ຂຶ້ນ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສຳ​ລັບ​ຜູ້​ທີ່​ເຮົາ​ຮັບ​ໃຊ້​ແທນ​ພຣະ​ອົງ. ການ​ຂະ​ຫຍາຍ​ນັ້ນ​ຈະ​ມາ​ເຖິງ​ໃນ​ບາດ​ກ້າວ​ນ້ອຍໆ. ມັນ​ອາດ​ມາ​ເຖິງ​ຊ້າ​ແດ່​ຈັກ​ໜ່ອຍ, ແຕ່​ມັນ​ຈະ​ມາ​ເຖິງ​ຢ່າງ​ແນ່​ນອນ. ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ສິ່ງ​ນີ້​ກັບ​ເຮົາ:

“ເພາະ​ຜູ້​ໃດ​ທີ່​ຊື່​ສັດ​ຕໍ່​ການ​ໄດ້​ຮັບ​ຖານະ​ປະ​ໂລ​ຫິດ​ທັງ​ສອງ​ຢ່າງ​ນີ້ ຊຶ່ງ​ເຮົາ​ໄດ້​ກ່າວ​ມາ​ນັ້ນ, ແລະ ຂະ​ຫຍາຍ​ການ​ເອີ້ນ​ຂອງ​ຕົນ, ຍ່ອມ​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ແລ້ວ​ໂດຍ​ພຣະ​ວິນ​ຍານ​ຈົນ​ເຖິງ​ການ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ພວກ​ເຂົາ​ໃໝ່​ຄືນ​ອີກ.

“ພວກ​ເຂົາ​ກາຍ​ເປັນ​ລູກ​ຊາຍ​ຂອງ​ໂມເຊ ແລະ ຂອງ​ອາ​ໂຣນ ແລະ ເປັນ​ເຊື້ອ​ສາຍ​ຂອງ​ອັບ​ຣາ​ຮາມ, ແລະ ເປັນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ອາ​ນາ​ຈັກ, ແລະ ເປັນ​ຜູ້​ຖືກ​ເລືອກ​ໄວ້​ຂອງ​ພຣະ​ເຈົ້າ.

“ແລະ ທຸກ​ຄົນ​ນຳ​ອີກ​ທີ່​ຮັບ​ເອົາ​ຖານະ​ປະ​ໂລ​ຫິດ​ນີ້ ກໍ​ຮັບ​ເອົາ​ເຮົາ​ຄື​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.”3

ນີ້​ຄື​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ວ່າ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ​ໃຫ້​ແກ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະ​ກົດ​ຈາກ​ສະ​ຫວັນ ເພື່ອ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ໃຫ້​ເຫດ​ການ​ທີ່​ຍິ່ງ​ໃຫຍ່​ທີ່​ໄດ້​ເກີດ​ຂຶ້ນ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເປັນ​ທີ່​ຮູ້​ຈັກ​ແກ່​ເຮົາ. ອິດ​ສະ​ຣາ​ເອນ​ຈະ​ຖືກ​ເຕົ້າ​ໂຮມ. ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ທີ່​ຮຸ່ງ​ໂລດ​ຂອງ​ພຣະ​ອົງ. ການ​ຟື້ນ​ຟູ​ຈະ​ມີ​ຢູ່​ຕໍ່​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຕໍ່​ບັນ​ດາ​ສາດ​ສະ​ດາ​ຂອງ​ພຣະ​ອົງ ແລະ ຕໍ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຕື່ມ​ອີກ.

ທ່ານ​ອາດ​ຮູ້​ສຶກ​ບໍ່​ສຳ​ຄັນ ເມື່ອ​ປຽບ​ທຽບ​ໃສ່​ກັບ​ສິ່ງ​ຍິ່ງ​ໃຫຍ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກະ​ທຳ. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ເຊັ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຄຳ​ອະ​ທິ​ຖານ ວ່າ​ພຣະ​ອົງ​ເຫັນ​ທ່ານ​ແບບ​ໃດ. ພຣະ​ອົງ​ຮູ້​ຈັກ​ທ່ານ​ເປັນ​ສ່ວນ​ຕົວ, ພຣະ​ອົງ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ທ່ານ, ແລະ ການ​ປະ​ຕິ​ບັດ ແລະ ການ​ຂະ​ຫຍາຍ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ ແມ່ນ​ສຳ​ຄັນ​ຕໍ່​ພຣະ​ອົງ ເພາະ​ພຣະ​ອົງ​ຮັກ​ທ່ານ ແລະ ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ທ່ານ ເພື່ອ​ອວຍ​ພອນ​ຜູ້​ຄົນ​ທີ່​ພຣະ​ອົງ​ຮັກ ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ທ່ານ​ໃນ​ເວ​ລາ​ນີ້ ເພື່ອ​ໃຫ້​ທ່ານ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ ແລະ ຄວາມ​ໄວ້​ວາງ​ພຣະ​ໄທ​ຂອງ​ພຣະ​ອົງ ໃນ​ພຣະ​ນາມ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.