ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ອະ​ທິ​ການ—ຜູ້​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ອະ​ທິ​ການ—ຜູ້​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ອະ​ທິ​ການ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຮັບ​ໃຊ້​ເປັນ​ຜູ້​ລ້ຽງ ເພື່ອ​ນຳ​ພາ​ຄົນ​ລຸ້ນ​ໃໝ່​ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.

ບັນ​ດາ​ອ້າຍ​ນ້ອງ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ້​ຄວາມ​ໜຶ່ງ​ທີ່​ໜ້າ​ຊົງ​ຈຳ​ຫລາຍ​ທີ່​ສຸດ​ໃນ​ເພງ​ສວດ​ທີ່​ພວກ​ເຮົາ​ມັກ ໄດ້​ຖາມ​ວ່າ, “ຊາວ​ໜຸ່ມ​ຂອງ​ຊີ​ໂອນ​ຈະ​ຫວັ່ນ​ໄຫວ​ບໍ?”1 ການ​ປະ​ກາດ​ດ້ວຍ​ໃຈ​ຈິງ ແລະ ດັງ​ສະ​ນັ່ນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ຕອບ​ຄຳ​ຖາມ​ນັ້ນ​ຄື “ບໍ່​ຫວັ່ນ​ໄຫວ!”

ເພື່ອ​ໃຫ້​ແນ່​ໃຈ​ວ່າ ຄຳ​ຕອບ​ນັ້ນ​ຈິງ​ຈັງ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະ​ຍານ​ໃນ​ມື້​ນີ້​ວ່າ ການ​ສະ​ໜັບ​ສະ​ໜູນ​ຄົນ​ລຸ້ນ​ໃໝ່​ໃນ​ວັນ​ເວ​ລາ​ທີ່​ມີ​ການ​ທ້າ​ທາຍ ແລະ ການ​ລໍ້​ລວງ​ທີ່​ຜິດ​ປົກ​ກະ​ຕິ ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສຳ​ຄັນ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມອບ​ໃຫ້​ຜູ້​ເປັນ​ພໍ່​ແມ່ ແລະ ຝ່າຍ​ອະ​ທິ​ການ.2 ຂ້າ​ພະ​ເຈົ້າ​ຂໍ​ອະ​ນຸ​ຍາດ​ສາ​ທິດ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຝ່າຍ​ອະ​ທິ​ການ​ດ້ວຍ​ປະ​ສົບ​ການ​ສ່ວນ​ຕົວ.

ຕອນ​ຂ້າ​ພະ​ເຈົ້າ​ເປັນ​ມັກ​ຄະ​ນາ​ຍົກ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍ້າຍ​ໄປ​ຢູ່​ເຮືອນ​ໃໝ່ ຢູ່​ໃນ​ຫວອດ​ອື່ນ. ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ, ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ໄປ​ເຂົ້າ​ໂຮງ​ຮຽນ​ບ່ອນ​ໃໝ່​ອີກ. ມີ​ກຸ່ມ​ຊາຍ​ໜຸ່ມ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ​ຢູ່​ໃນ​ກຸ່ມ​ມັກ​ຄະ​ນາ​ຍົກ. ພໍ່​ແມ່​ຂອງ​ເຂົາ​ເຈົ້າ​ສ່ວນ​ຫລາຍ​ແລ້ວ​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ. ແມ່​ຂອງ​ຂ້າ​ພະ​ເຈົ້າ​ເຂັ້ມ​ແຂງ​ຫລາຍ​ທີ່​ສຸດ; ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ດີ​ຮອບ​ດ້ານ ແຕ່​ບໍ່​ເຂັ້ມ​ແຂງ​ໃນ​ໂບດ.

ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ອະ​ທິ​ການ,3 ບຣາ​ເດີ ດີນ ແອ, ເປັນ​ຜູ້​ນຳ​ທີ່ພາກພຽນ. ຕອນ​ຂ້າ​ພະ​ເຈົ້າ​ຍັງ​ປັບ​ຕົວ​ເຂົ້າ​ກັບ​ຫວອດ​ໃໝ່​ຢູ່​ນັ້ນ, ໄດ້​ມີ​ການ​ປະ​ກາດ​ເລື່ອງ​ກິດ​ຈະ​ກຳ​ພໍ່​ກັບ​ລູກຊາຍ​ໄປ​ທ່ຽວ​ທະ​ເລ​ສາບ ແບ ນຳ​ກັນ—ທີ່​ຢູ່​ຫ່າງ​ໄກ ປະ​ມານ 40 ໄມ (65 ກິ​ໂລ​ແມັດ). ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ ຂ້າ​ພະ​ເຈົ້າ​ຊິ​ໄປ​ປາດ​ສະ​ຈາກ​ພໍ່. ແຕ່​ບຣາ​ເດີ ແອ ໄດ້​ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ພິ​ເສດ ໃຫ້​ໄປ​ກັບ​ເພິ່ນ. ເພິ່ນ​ໄດ້​ເວົ້າ​ເຖິງ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ການ​ໃຫ້​ກຽດ ແລະ ດ້ວຍ​ຄວາມ​ນັບ​ຖື ແລະ ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໂອ​ກາດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ໄປ​ຮ່ວມ​ກັບ​ສະ​ມາ​ຊິກ​ກຸ່ມ​ມັກ​ຄະ​ນາ​ຍົກ​ຄົນ​ອື່ນໆ. ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ໄປ​ກັບ​ບຣາ​ເດີ ແອ, ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ມີ​ປະ​ສົບ​ການ​ທີ່​ດີ​ເລີດ.

ບຣາ​ເດີ ແອ ໄດ້​ເປັນ​ຕົວ​ຢ່າງ​ທີ່​ໜ້າ​ອັດ​ສະ​ຈັນ​ເຖິງ​ຄວາມ​ຮັກ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຝ່າຍ​ອະ​ທິ​ການ ເພື່ອ​ສະ​ໜັບ​ສະ​ໜູນ​ຜູ້​ເປັນ​ພໍ່​ແມ່ ໃນ​ການ​ດູ​ແລ ແລະ ບຳ​ລຸງ​ລ້ຽງ​ຊາວ​ໜຸ່ມ. ເພິ່ນ​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ເລີ່ມ​ຕົ້ນ​ຫວອດ​ໃໝ່​ໃນ​ທາງ​ທີ່​ດີ​ເລີດ ແລະ ກໍ​ໄດ້​ເປັນ​ຄູ​ຝຶກ​ໃຫ້​ຂ້າ​ພະ​ເຈົ້າ.

ສອງ​ສາມ​ເດືອນ​ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ໄປ​ເຜີຍ​ແຜ່​ໃນ​ປີ 1960, ບຣາ​ເດີ ແອ ​ອາ​ຍຸ 39 ປີ ໄດ້​ຈາກ​ໂລກ​ນີ້​ໄປ​ດ້ວຍ​ໂຣກ​ມະ​ເລັງ. ເພິ່ນ​ໄດ້​ຈາກ​ພັນ​ລະ​ຍາ ແລະ ລູກ​ຫ້າ​ຄົນ​ໄປ, ທຸກ​ຄົນ​ອາ​ຍຸ​ຕ່ຳ​ກວ່າ 16 ປີ. ຣິ​ເຈີດ ແລະ ຄຣິສ ແອ ລູກ​ຊາຍ​ຜູ້​ໃຫຍ່​ຂອງ​ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ຕອນ​ພໍ່​ເຂົາ​ເຈົ້າ​ຈາກ​ໄປ​ແລ້ວ, ຝ່າຍ​ອະ​ທິ​ການ​ໄດ້​ສະ​ໜັບ​ສະ​ໜູນ ແລະ ດູ​ແລ​ເຂົາ​ເຈົ້າ ແລະ ພວກ​ນ້ອງ​ຊາຍ ແລະ ນ້ອງ​ສາວ​ຂອງ​ເຂົາ​ເຈົ້າ ດ້ວຍ​ຄວາມ​ຮັກ​ເໝືອນ​ດັ່ງ​ພຣະ​ຄຣິດ, ຊຶ່ງ​ຂ້າ​ພະ​ເຈົ້າ​ກໍ​ກະ​ຕັນ​ຍູ.

ຜູ້​ເປັນ​ພໍ່​ແມ່​ຈະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຕໍ່​ຄອບ​ຄົວ​ຂອງ​ຕົນ​ສະ​ເໝີ.4 ຝ່າຍ​ປະ​ທານ​ກຸ່ມ​ກໍ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ຈຳ​ເປັນ ແລະ ນຳ​ພາ​ສະ​ມາ​ຊິກ​ກຸ່ມ ໂດຍ​ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໃນ​ການ​ສົ່ງ​ເສີມ​ໜ້າ​ທີ່ ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃນ​ຈຸດ​ສູນ​ກາງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.5

ຮູບ​ພາບ
ຜູ້​ລ້ຽງ​ກັບ​ຝູງ​ແກະ

ມື້​ນີ້​ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ຢາກ​ເຈາະ​ຈົງ​ໃສ່​ບັນ​ດາ​ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ພວກ​ເພິ່ນ, ຜູ້​ຊຶ່ງ​ເໝາະ​ສົມ​ທີ່​ຈະ​ຖືກ​ເອີ້ນ​ວ່າ “ຜູ້​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ”—ດ້ວຍ​ການ​ເນັ້ນ​ເຖິງ​ການ​ເປັນ​ຜູ້​ລ້ຽງ​ດູ​ຄົນ​ລຸ້ນ​ໃໝ່.6 ມັນ​ເປັນ​ໜ້າ​ສົນ​ໃຈ​ທີ່​ອັກ​ຄະ​ສາ​ວົກ​ເປ​ໂຕ​ໄດ້​ອ້າງ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ວ່າ​ເປັນ “ຜູ້​ລ້ຽງ ແລະ ເປັນ​ຜູ້​ເບິ່ງ​ແຍງ​ຈິດ​ວິນ​ຍານ​ຂອງ​ພວກ​ເຈົ້າ.”7

ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຢູ່​ຫ້າ​ຢ່າງ​ໃນ​ການ​ຄວບ​ຄຸມ​ຫວອດ​ຂອງ​ເພິ່ນ ດັ່ງ​ນີ້:

  1. ເພິ່ນ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ຜູ້​ຄວບ​ຄຸມ​ໃນ​ຫວອດ.8

  2. ເພິ່ນ​ເປັນ​ປະ​ທານ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.9

  3. ເພິ່ນ​ເປັນ​ຜູ້​ຕັດ​ສິນ​ທົ່ວ​ໄປ.10

  4. ເພິ່ນ​ປະ​ສານ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ລວມ​ທັງ​ການ​ດູ​ແລ​ຄົນ​ທີ່​ຂັດ​ສົນ.11

  5. ແລະ ເພິ່ນ​ຄວບ​ຄຸມ​ຝ່າຍ​ການ​ບັນ​ທຶກ, ການ​ເງິນ, ແລະ ການ​ໃຊ້​ຕຶກ​ໂບດ.12

ໃນ​ບົດ​ບາດ​ຂອງ​ເພິ່ນ​ໃນ​ຖາ​ນະ​ມະ​ຫາ​ປະ​ໂລ​ຫິດ​ຜູ້​ຄວບ​ຄຸມ, ອະ​ທິ​ການ​ເປັນ “ຜູ້​ນຳ​ທາງ​ວິນ​ຍານ” ຂອງ​ຫວອດ.13 ເພິ່ນ​ເປັນ “ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ.”14

ນອກ​ເໜືອ​ຈາກນັ້ນ, “ອະ​ທິ​ການ​ຍັງ​ປະ​ສານ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ໃນ​ຫວອດ​ນຳ​ອີກ.”15 ອະ​ທິ​ການ​ຄວນ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ປະ​ຈຳ​ວັນ​ສຳ​ລັບ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ, ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ມາ​ຊິກ​ໃໝ່ ແລະ ຜູ້​ກັບ​ຄືນ​ມາ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ​ໃຫ້​ແກ່​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.16 ອະ​ທິ​ການ​ຈະ​ປະ​ສານ​ງານ​ໃນ​ສະ​ພາ​ຫວອດ ແລະ ສະ​ພາ​ຊາວ​ໜຸ່ມ​ຂອງ​ຫວອດ.

ອະ​ທິ​ການ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຮັບ​ໃຊ້​ເປັນ​ຜູ້​ລ້ຽງ ເພື່ອ​ນຳ​ພາ​ຄົນ​ລຸ້ນ​ໃໝ່, ລວມ​ທັງ​ຜູ້​ໜຸ່ມ​ໂສດ, ໄປ​ຫາ​ພຣະ​ເຢ​ຊູ​ຄຣິດ.17 ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເນັ້ນ​ເຖິງ​ບົດ​ບາດ​ທີ່​ສຳ​ຄັນ​ຍິ່ງ​ນີ້​ຂອງ​ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ. ເພິ່ນ​ໄດ້​ສິດ​ສອນ​ວ່າ “ໜ້າ​ທີ່​ຮັບ​ຜິດ​ຊອບ​ທຳ​ອິດ ແລະ ຕົ້ນ​ຕໍ​ຂອງ​ພວກ​ເພິ່ນ​ແມ່ນ​ການ​ດູ​ແລ​ກຸ່ມ​ຊາຍ​ໜຸ່ມ ແລະ ກຸ່ມ​ຍິງ​ໜຸ່ມ ໃນ​ຫວອດ [ຂອງ​ພວກ​ເພິ່ນ].”18 ຝ່າຍ​ອະ​ທິ​ການ​ຈະ​ສະ​ໜັບ​ສະ​ໜູນ​ຜູ້​ເປັນ​ພໍ່​ແມ່ ໃນ​ການ​ດູ​ແລ ແລະ ລ້ຽງ​ດູ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ໃນ​ຫວອດ. ອະ​ທິ​ການ ແລະ ປະ​ທານ​ກຸ່ມ​ຍິງ​ໜຸ່ມ​ຈະ​ປຶກ​ສາ​ຫາ​ລື​ນຳ​ກັນ. ພວກ​ເພິ່ນ​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ຊາວ​ໜຸ່ມ​ດຳ​ລົງ​ຊີ​ວິດ​ຕາມ​ມາດ​ຕະ​ຖານ​ຢູ່​ໃນ​ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ໃຫ້​ເໝາະ​ສົມ​ຕໍ່​ການ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ ແລະ ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ເຂົາ​ເຈົ້າ.

ທ່ານ​ອາດ​ຖາມ​ວ່າ, “ເປັນ​ຫຍັງ​ອະ​ທິ​ການ​ຈຶ່ງ​ຖືກ​ຊີ້​ນຳ​ໃຫ້​ໃຊ້​ເວ​ລາ​ຫລາຍ​ກັບ​ຊາວ​ໜຸ່ມ?” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ເພື່ອ​ໃຫ້​ບັນ​ລຸ​ສິ່ງ​ທີ່​ຈຳ​ເປັນ. ດ້ວຍ​ເຫດ​ນັ້ນ, ອົງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈຶ່ງ​ຖືກ​ສ້າງ​ຂຶ້ນ ຊຶ່ງ​ໃນ​ນັ້ນ​ອະ​ທິ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທັງ​ສອງ​ຝ່າຍ. ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ທາງ​ຫລັກ​ຄຳ​ສອນ​ຕໍ່​ຫວອດ​ທັງ​ໜ່ວຍ, ແຕ່​ເພິ່ນ​ກໍ​ຍັງ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ທາງ​ຫລັກ​ຄຳ​ສອນ​ຕໍ່​ກຸ່ມ​ປະ​ໂລ​ຫິດ​ນຳ​ອີກ.19

ຊາຍ​ໜຸ່ມ​ທີ່​ເປັນ​ປະ​ໂລ​ຫິດ ແລະ ຍິງ​ໜຸ່ມ​ທີ່​ມີ​ອາ​ຍຸ​ລຸ້ນ​ລາວ​ຄາວ​ດຽວ​ກັນ ຢູ່​ໃນ​ຊ່ວງ​ທີ່​ສຳ​ຄັນ​ໃນ​ຊີ​ວິດ ແລະ ໃນ​ການ​ພັດ​ທະ​ນາ​ຕົນ. ໃນ​ຊ່ວງ​ເວ​ລາ​ສັ້ນໆ​ນັ້ນ, ເຂົາ​ເຈົ້າ​ຈະ​ຕັດ​ສິນ​ໃຈ​ເຮັດ​ບາງ​ສິ່ງ​ທີ່​ຈະ​ມີ​ຜົນ​ກະ​ທົບ​ທີ່​ສຳ​ຄັນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ພວກ​ເພິ່ນ​ຈະ​ພິ​ຈາ​ລະ​ນາ​ວ່າ ເຂົາ​ເຈົ້າ​ເໝາະ​ສົມ​ສຳ​ລັບ​ພຣະ​ວິ​ຫານ, ການ​ຮັບ​ໃຊ້​ເຜີຍ​ແຜ່,20 ພະ​ຍາ​ຍາມ​ທີ່​ຈະ​ໄດ້​ແຕ່ງ​ງານ​ຢູ່​ໃນ​ພຣະ​ວິ​ຫານ, ແລະ ກຽມພ້ອມ​ສຳ​ລັບ​ວຽກ​ງານ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ຫລືບໍ່. ການ​ຕັດ​ສິນ​ໃຈ​ເຫລົ່າ​ນີ້, ເມື່ອ​ໄດ້​ເຮັດ​ລົງ​ໄປ, ຈະ​ມີ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງ​ຕໍ່​ທາງ​ວິນ​ຍານ ແລະ ທາງ​ການ​ປະ​ຕິ​ບັດ ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ອະ​ທິ​ການ​ທັງ​ຫລາຍ​ເອີຍ, ຈົ່ງ​ຮູ້​ໄວ້​ວ່າ ໃນ​ຊ່ວງ​ເວ​ລາ​ອັນ​ສັ້ນໆ​ທີ່​ໃຊ້​ກັບ​ປະ​ໂລ​ຫິດ​ໜຸ່ມ, ຍິງ​ໜຸ່ມ, ຫລື ຜູ້​ໃຫຍ່​ໜຸ່ມ ສາ​ມາດ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເຖິງ​ພະ​ລັງ​ທີ່​ມີ​ໃຫ້​ເຂົາ​ເຈົ້າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ສາ​ມາດ​ໃຫ້​ວິ​ໄສ​ທັດ​ທີ່​ຈະ​ເປັນ​ອິດ​ທິ​ພົນ​ອັນ​ສຳ​ຄັນ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ຮູບ​ພາບ
ອະ​ທິ​ການ​ໂມ​ອາ ມາ​ເຮ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ

ໜຶ່ງ​ໃນ​ຕົວ​ຢ່າງ​ທີ່​ດີ​ທີ່​ສຸດ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ມາ​ຂອງ​ອະ​ທິ​ການ​ຜູ້​ໄດ້​ຊ່ວຍ​ຈັດ​ຫາ​ວິ​ໄສ​ທັດ​ເຊັ່ນ​ນີ້​ໃຫ້​ແກ່​ຊາວ​ໜຸ່ມ​ຂອງ​ເພິ່ນ ແມ່ນ​ອະ​ທິ​ການ​ໂມ​ອາ ມາ​ເຮ. ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອະ​ທິ​ການ​ຄົນ​ທຳ​ອິດ​ຂອງ​ຫວອດ​ແຊນ​ແຟນ​ຊິດ​ສະ​ໂກ ຕົງ​ກາ.21 ເພິ່ນ​ເປັນ​ຊາວ​ອົບ​ພະ​ຍົບ​ຈາກ​ເມືອງ ວາ​ວາ​ອູ, ປະ​ເທດ​ຕົງ​ກາ. ຫວອດ​ຂອງ​ເພິ່ນ​ຕັ້ງ​ຢູ່​ໃກ້​ສະ​ໜາມ​ບິນ​ແຊນ​ແຟນ​ຊິດ​ສະ​ໂກ, ລັດ​ແຄ​ລິ​ໂຟ​ເນຍ ບ່ອນ​ທີ່​ເພິ່ນ​ໄດ້​ທຳ​ງານ.22

ຮູບ​ພາບ
ຫວອດ​ຕົງ​ກາ

ຫວອດ​ຂອງ​ເພິ່ນ​ມີ​ຊາວ​ໜຸ່ມ​ຫລາຍ​ຄົນ, ສ່ວນ​ຫລາຍ​ມາ​ຈາກ​ຄອບ​ຄົວ​ທີ່​ຫາ​ກໍ​ອົບ​ພະ​ຍົບ​ມາ​ຢູ່​ສະ​ຫະ​ລັດ. ອະ​ທິ​ການ​ມາ​ເຮ​ບໍ່​ພຽງ​ແຕ່​ໄດ້​ສິດ​ສອນ​ເຂົາ​ເຈົ້າ​ດ້ວຍ​ຄຳ​ເວົ້າ ແລະ ດ້ວຍ​ຕົວ​ຢ່າງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ທີ່​ຊອບ​ທຳ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ, ແຕ່​ເພິ່ນ​ຍັງ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ວິ​ໄສ​ທັດ ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ກາຍ​ເປັນ ແລະ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ກຽມ​ພ້ອມ​ສຳ​ລັບ​ພຣະ​ວິ​ຫານ, ການ​ເຜີຍ​ແຜ່, ການ​ສຶກ​ສາ, ແລະ ການ​ງານ​ນຳ​ອີກ. ເພິ່ນ​ໄດ້​ຮັບ​ໃຊ້​ເກືອບ​ເຖິງ​ແປດ​ປີ, ແລະ ຄວາມ​ຝັນ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ສຳ​ລັບ​ຊາວ​ໜຸ່ມ​ໄດ້​ເກີດ​ເປັນ​ຈິງ.

ເກືອບ 90 ເປີ​ເຊັນ​ຂອງ​ຈຳ​ນວນ​ຊາຍ​ໜຸ່ມ​ໃນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໄດ້​ໄປ​ຮັບ​ໃຊ້​ເຜີຍ​ແຜ່. ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ 15 ຄົນ ໄດ້​ເປັນ​ຜູ້​ທຳ​ອິດ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເຂົ້າ​ວິ​ທະ​ຍາ​ໄລ.23 ເພິ່ນ​ໄດ້​ໄປ​ພົບ​ກັບ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມັດ​ທະ​ຍົມ​ຢູ່​ໃນ​ທ້ອງ​ຖິ່ນ (ທີ່​ນັບ​ຖື​ສາດ​ສະ​ໜາ​ອື່ນ), ແລະ ພວກ​ເພິ່ນ​ໄດ້​ຜູກ​ມິດ ແລະ ທຳ​ງານ​ດ້ວຍ​ກັນ​ເພື່ອ​ຊ່ວຍ​ຄົນ​ໜຸ່ມ​ແຕ່​ລະ​ຄົນ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຸ້ມ​ຄ່າ ແລະ ເອົາ​ຊະ​ນະ​ບັນ​ຫາ​ຕ່າງໆ. ຜູ້​ອຳ​ນວຍ​ການ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ອະ​ທິ​ການ​ມາ​ເຮ​ໄດ້​ຊ່ວຍ​ເພິ່ນ​ກັບ​ຊາວ​ອົບ​ພະ​ຍົບ​ຜູ້​​ກຳ​ລັງ​ດີ້ນ​ລົນ ບໍ່​ວ່າ​ຈະ​ນັບ​ຖື​ສາດ​ສະ​ໜາ​ໃດ​ກໍ​ຕາມ. ຄົນ​ໜຸ່ມ​ຮູ້​ວ່າ​ອະ​ທິ​ການ​ຮັກ​ເຂົາ​ເຈົ້າ.

ໜ້າ​ເສຍ​ໃຈ​ທີ່, ອະ​ທິ​ການ​ມາ​ເຮ​ໄດ້​ຈາກ​ໄປ​ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ອະ​ທິ​ການ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ເຄີຍ​ລືມ​ງານ​ສົ່ງ​ສະ​ການ​ທີ່​ປະ​ທັບ​ໃຈ ແລະ ໃຫ້​ການ​ດົນ​ໃຈ​ຂອງ​ເພິ່ນ. ມີ​ຄົນ​ໄປ​ຮ່ວມ​ງານ​ຢ່າງ​ຫລວງ​ຫລາຍ. ກຸ່ມ​ນັກ​ຮ້ອງ​ມີ​ສະ​ມາ​ຊິກ​ຄົນ​ໜຸ່ມ​ຫລາຍ​ກວ່າ 35 ຄົນ ທີ່​ເຄີຍ​ຮັບ​ໃຊ້​ເຜີຍ​ແຜ່ ຫລື ໄດ້​ເຂົ້າ​ວິ​ທະ​ຍາ​ໄລ ແລະ ຜູ້​ທີ່​ເຄີຍ​ເປັນ​ຊາວ​ໜຸ່ມ​ຕອນ​ເພິ່ນ​ຮັບ​ໃຊ້​ເປັນ​ອະ​ທິ​ການ. ຜູ້​ກ່າວ​ປາ​ໄສ​ຄົນ​ໜຶ່ງ​ໄດ້​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຢ່າງ​ໜັກ​ແໜ້ນ​ຕາງ​ໜ້າ​ໃຫ້​ຊາວ​ໜຸ່ມ ແລະ ກຸ່ມ​ຜູ້​ໃຫຍ່​ໜຸ່ມ​ໃນ​ສາ​ຂາ​ຂອງ​ເພິ່ນ. ລາວ​ໄດ້​ຍ້ອງ​ຍໍ​ອະ​ທິ​ການ​ມາ​ເຮ ສຳ​ລັບ​ວິ​ໄສ​ທັດ​ທີ່​ເພິ່ນ​ໄດ້​ມອບ​ໃຫ້​ເຂົາ​ເຈົ້າ ໃນ​ການ​ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ ແລະ ການ​ຮັບ​ໃຊ້​ດ້ວຍ​ຄວາມ​ຊອບ​ທຳ. ແຕ່​ສຳ​ຄັນ​ທີ່​ສຸດ, ອະ​ທິ​ການ​ມາ​ເຮ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ໃນ​ການ​ສ້າງ​ສັດ​ທາ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເພື່ອ​ເປັນ​ຮາກ​ຖານ​ໃຫ້​ແກ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ບັດ​ນີ້, ອະ​ທິ​ການ​ທັງ​ຫລາຍ​ເອີຍ, ບໍ່​ວ່າ​ພວກ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ, ໃນ​ການ​ສຳ​ພາດ​ຂອງ​ພວກ​ທ່ານ ແລະ ໃນ​ຄວາມ​ສຳ​ພັນ​ອື່ນໆ​ຂອງ​ພວກ​ທ່ານ, ພວກ​ທ່ານ​ສາ​ມາດ​ມອບ​ວິ​ໄສ​ທັດ​ແບບ​ດຽວ​ກັນ​ນັ້ນ ແລະ ສ້າງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ພວກ​ທ່ານ​ສາ​ມາດ​ເຊື້ອ​ເຊີນ​ຢ່າງ​ມີ​ພະ​ລັງ​ເພື່ອ​ໃຫ້​ປ່ຽນ​ແປງ​ອຸ​ປະ​ນິ​ໄສ, ກະ​ກຽມ​ເຂົາ​ເຈົ້າ​ສຳ​ລັບ​ຊີ​ວິດ, ແລະ ດົນ​ໃຈ​ເຂົາ​ເຈົ້າ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ນອກ​ເໜືອ​ຈາກ​ນັ້ນ, ພວກ​ທ່ານ​ອາດ​ສາ​ມາດ​ຊ່ວຍ​ຊາວ​ໜຸ່ມ​ບາງ​ຄົນ​ຜູ້​ທີ່​ຜິດ​ຖຽງ​ກັບ​ພໍ່​ແມ່ ໃນ​ສິ່ງ​ທີ່​ຂ້ອນ​ຂ້າງ​ບໍ່​ສຳ​ຄັນ.24 ໃນ​ເວ​ລາ​ທີ່​ຄົນ​ໜຸ່ມ​ເບິ່ງ​ຄື​ວ່າ​ເຂົາ​ໄດ້​ຜິດ​ຖຽງ​ກັບ​ພໍ່​ແມ່​ຂອງ​ເຂົາ​ຫລາຍ​ທີ່​ສຸດ, ບຸກ​ຄົນ​ທີ່​ຄວບ​ຄຸມ​ກຸ່ມ​ຂອງ​ເຂົາ ແລະ ບຸກ​ຄົນ​ທີ່​ຕອບ​ຄຳ​ຖາມ​ເລື່ອງ​ສາດ​ສະ​ໜາ ກໍ​ແມ່ນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ພໍ່​ແມ່​ຂອງ​ເຂົາ​ໄປ​ຫາ ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ສິ່ງ​ນີ້​ຈະ​ເຮັດ​ໃຫ້​ອະ​ທິ​ການ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ໃຫ້​ຄຳ​ແນະ​ນຳ​ແກ່​ທັງ​ຊາວ​ໜຸ່ມ ແລະ ພໍ່​ແມ່​ຂອງ​ເຂົາ ເມື່ອ​ການ​ຜິດ​ຖຽງ​ນັ້ນ​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ແຕກ​ແຍກ​ກັນ. ອະ​ທິ​ການ​ສາ​ມາດ​ຊ່ວຍ​ໄດ້​ທັງ​ສອງ​ຝ່າຍ​ໃຫ້​ມອງ​ເບິ່ງ​ທັດ​ສະ​ນະ​ນິ​ລັນ​ດອນ ແລະ ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນ ຫລື ບໍ່​ສຳ​ຄັນ​ເຫລົ່າ​ນັ້ນ. ພວກ​ເຮົາ​ຂໍ​ແນະ​ນຳ​ວ່າ ບັນ​ດາ​ອະ​ທິ​ການ​ບໍ່​ຄວນ​ຖືກ​ມອບ​ໝາຍ​ໃຫ້​ດູ​ແລ​ບາງ​ຄອບ​ຄົວ​ໃນການປະຕິບັດສາດສະໜາກິດ ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ໄດ້​ມີ​ເວ​ລາ ແລະ ເຫື່ອ​ແຮງ​ທີ່​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຊາວ​ໜຸ່ມ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ຖາ​ນະ​ການ​ເຊັ່ນ​ນີ້.25

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ອະ​ທິ​ການ​ຄົນ​ໜຶ່ງ​ທີ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ໜັກ​ໜ່ວງ​ລະ​ຫວ່າງ​ລູກ​ຊາຍ​ຄົນ​ໜຶ່ງ​ກັບ​ພໍ່​ແມ່​ຂອງ​ລາວ, ໂດຍ​ການ​ນຳ​ຄວາມ​ຖືກ​ຕ້ອງ​ປອງ​ດອງ​ມາ​ໃຫ້​ບ້ານ​ເຮືອນ ແລະ ຊຸກ​ຍູ້​ຄວາມ​ຕັ້ງ​ໃຈ​ຕໍ່​ພຣະ​ກິດ​ຕິ​ຄຸນ. ອະ​ທິ​ການ​ໄດ້​ຊ່ວຍ​ຜູ້​ເປັນ​ພໍ່​ແມ່​ໃຫ້​ເຂົ້າ​ໃຈ​ວ່າ ການ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສຳ​ຄັນ​ຫລາຍ​ກວ່າ​ການ​ເຮັດ​ວຽກ​ບ້ານ​ໃຫ້​ສຳ​ເລັດ​ໃນ​ວິ​ທີ​ໃດ ແລະ ເມື່ອ​ໃດ.

ກ່ອນ​ຈະ​ສາ​ມາດ​ໃຊ້​ເວ​ລາ​ຫລາຍ​ຂຶ້ນ​ກັບ​ຊາວ​ໜຸ່ມ​ໄດ້, ບໍ່​ວ່າ​ຈະ​ເປັນ​ໃນ​ບ່ອນ​ໃດ​ກໍ​ຕາມ, ລວມ​ທັງ​ລາຍ​ການ ຫລື ກິດ​ຈະ​ກຳ​ຢູ່​ໂຮງ​ຮຽນ, ຝ່າຍ​ອະ​ທິ​ການ​ໄດ້​ຖືກ​ແນະ​ນຳ​ໃຫ້​ຕິດ​ຕໍ່​ຫາ​ຜູ້​ໃຫຍ່​ກ່ອນ ກ່ຽວ​ກັບ​ເວ​ລາ​ຂອງ​ການ​ປະ​ຊຸມ​ຕ່າງໆ ແລະ ການ​ໃຫ້​ຄຳ​ແນະ​ນຳ​ທີ່​ເໝາະ​ສົມ. ຂະ​ນະ​ທີ່​ອະ​ທິ​ການ​ສາ​ມາດ​ໃຫ້​ຄຳ​ແນະ​ນຳ​ໃນ​ກໍ​ລະ​ນີ​ຮ້າຍ​ແຮງ ແລະ ສຸກ​ເສີນ, ແຕ່​ພວກ​ເຮົາ​ແນະ​ນຳ​ວ່າ ສ່ວນ​ກໍ​ລະ​ນີ​ທີ່​ຊຳ​ເຮື້ອ, ບໍ່​ສຸກ​ເສີນ​ປານ​ໃດ ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ຕັດ​ສິນ​ເລື່ອງ​ການ​ມີ​ຄ່າ​ຄວນ ໃຫ້​ມອບ​ໝາຍ​ມັນ​ໃຫ້​ສະ​ມາ​ຊິກ​ໃນ​ກຸ່ມ​ແອວ​ເດີ ແລະ ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເຮັດ​ແທນ—ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ເປັນ​ຝ່າຍ​ປະ​ທານ ຫລື ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ພຣະ​ວິນ​ຍານ​ຈະ​ນຳ​ພາ​ບັນ​ດາ​ຜູ້​ນຳ26 ໃຫ້​ເລືອກ​ເອົາ​ສະ​ມາ​ຊິກ​ຜູ້​ທີ່​ເໝາະ​ສົມ​ກັບ​ການ​ໃຫ້​ຄຳ​ແນະ​ນຳ​ນີ້. ຜູ້​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ເພື່ອ​ໃຫ້​ຄຳ​ແນະ​ນຳ​ທີ່​ລະ​ອຽດ​ອ່ອນ​ນີ້ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. ແນ່​ນອນ, ເຂົາ​ເຈົ້າ​ຈະ​ຕ້ອງ​ຮັກ​ສາ​ທຸກ​ສິ່ງ​ໄວ້​ເປັນ​ຄວາມ​ລັບ.

ຜູ້​ນຳ​ທີ່​ຮອບ​ຄອບ​ຈະ​ເສຍ​ສະ​ລະ​ເພື່ອ​ຄົນ​ລຸ້ນ​ໃໝ່​ສະ​ເໝີ. ນີ້​ຄື​ສິ່ງ​ທີ່​ສະ​ມາ​ຊິກ​ໃນ​ຝ່າຍ​ອະ​ທິ​ການ​ໃຊ້​ເວ​ລາ​ສ່ວນ​ຫລາຍ​ຂອງ​ພວກ​ເພິ່ນ​ໃນ​ການ​ຮັບ​ໃຊ້​ສາດ​ສະ​ໜາ​ຈັກ.

ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາກ​ກ່າວ​ໜ້ອຍ​ໜຶ່ງ​ກັບ​ຊາວ​ໜຸ່ມ​ໂດຍ​ກົງ ແລະ ແລ້ວ​ກັບ​ບັນ​ດາ​ອະ​ທິ​ການ​ຂອງ​ພວກ​ເຮົາ.

ພວກ​ເຈົ້າ​ຜູ້​ເປັນ​ຄົນ​ໜຸ່ມ​ທີ່​ປະ​ເສີດ ຫລາຍ​ຄົນ​ອາດ​ບໍ່​ມີ​ວິ​ໄສ​ທັດ​ທີ່​ແຈ່ມ​ແຈ້ງ​ເຖິງ​ຜູ້​ທີ່​ພວກ​ເຈົ້າ​ເປັນ​ຢູ່ ແລະ ສາ​ມາດ​ກາຍ​ເປັນ. ແຕ່​ພວກ​ເຈົ້າ​ຢູ່​ໃນ​ຈຸດ​ທີ່​ຈະ​ຕ້ອງ​ເຮັດ​ການ​ຕັດ​ສິນ​ໃຈ​ອັນ​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໃນ​ບໍ່​ຊ້າ​ນີ້. ຈົ່ງ​ປຶກ​ສາ​ກັບ​ພໍ່​ແມ່​ທັງ​ສອງ ແລະ ອະ​ທິ​ການ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ການ​ເລືອກ​ທີ່​ສຳ​ຄັນ ຊຶ່ງ​ຢູ່​ຂ້າງ​ໜ້າ​ພວກ​ເຈົ້າ. ຈົ່ງ​ອະ​ນຸ​ຍາດ​ໃຫ້​ອະ​ທິ​ການ​ເປັນ​ເພື່ອນ ແລະ ເປັນ​ຜູ້​ປຶກ​ສາ​ຂອງ​ພວກ​ເຈົ້າ.

ພວກ​ເຮົາ​ຮູ້​ຈັກ​ເຖິງ​ການ​ທົດ​ລອງ​ຂອງ​ພວກ​ເຈົ້າ ແລະ ການ​ລໍ້​ລວງ​ທີ່​ມາ​ສູ່​ພວກ​ເຈົ້າ ຈາກ​ທຸກ​ຊອກ​ທຸກ​ມຸມ. ເຮົາ​ທຸກ​ຄົນ​ຕ້ອງ​ກັບ​ໃຈ​ທຸກ​ມື້, ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ. ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ໃດ​ກໍ​ຕາມ ຊຶ່ງ​ໃນ​ນັ້ນ​ຜູ້​ຕັດ​ສິນ​ທົ່ວ​ໄປ​ຈະ​ສາ​ມາດ​ຊ່ວຍ​ພວກ​ເຈົ້າ​ໃຫ້​ຈັດ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໃຫ້​ສອດ​ຄ່ອງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ກຽມ​ພ້ອມ​ສຳ​ລັບ “​ວຽກ​ງານ​ອັນ​ຍິ່ງ​ໃຫຍ່” ທີ່​ພຣະ​ອົງ​ມີ​ໃຫ້​ສຳ​ລັບ​ພວກ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ​ນີ້.27 ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ເຊື້ອ​ເຊີນ​ພວກ​ເຈົ້າ, ຈົ່ງ​ໃຫ້​ຕົວ​ເອງ​ເໝາະ​ສົມ​ທີ່​ຈະ​ເປັນ​ພາກ​ສ່ວນ​ໃນ​ກອງ​ທັບ​ຊາວ​ໜຸ່ມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!28

ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ສຳ​ລັບ​ບັນ​ດາ​ອະ​ທິ​ການ​ທີ່​ປະ​ເສີດ ໂດຍ​ທີ່​ຕາງ​ໜ້າ​ໃຫ້​ຜູ້​ນຳ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຍິ່ງ​ຕໍ່​ພວກ​ທ່ານ. ບັນ​ດາ​ອະ​ທິ​ການ​ທີ່​ຮັກ​ແພງ​ທັງ​ຫລາຍ, ດ້ວຍ​ການ​ປ່ຽນ​ແປງ​ທີ່​ພວກ​ທ່ານ​ຖືກ​ຮຽກ​ຮ້ອງ​ໃຫ້​ເຮັດ​ໃນ​ປີ​ທີ່​ຜ່ານ​ມາ​ນີ້, ຈົ່ງ​ຮູ້​ໄວ້​ວ່າ ພວກ​ເຮົາ​ຮັກ​ພວກ​ທ່ານ ແລະ ຮູ້​ບຸນ​ຄຸນ​ຫລາຍ​ຂະ​ໜາດ​ໃດ. ການ​ມີ​ສ່ວນ​ຮ່ວມ​ຂອງ​ພວກ​ທ່ານ​ຕໍ່​ອາ​ນາ​ຈັກ​ແມ່ນ​ເກີນ​ກວ່າ​ທີ່​ຈະ​ບັນ​ຍາຍ​ໄດ້. ສາດ​ສະ​ໜາ​ຈັກ​ມີ​ອະ​ທິ​ການ ແລະ ປະ​ທານ​ສາ​ຂາ​ຢູ່​ດ້ວຍ​ກັນ 30,900 ຄົນ ຮັບ​ໃຊ້​ຕະ​ຫລອດ​ທົ່ວ​ໂລກ.29 ພວກ​ເຮົາ​ເຄົາ​ລົບ​ນັບ​ຖື​ພວກ​ທ່ານ​ແຕ່​ລະ​ຄົນ.

ບາງ​ຄຳ ແລະ ການ​ເອີ້ນ​ທີ່​ສັກ​ສິດ​ຊຶ່ງ​ມັນ​ບັນ​ຍາຍ ເຕັມ​ໄປ​ດ້ວຍ​ຄວາມ​ສຳ​ຄັນ​ທາງ​ວິນ​ຍານ ແລະ ຍອດ​ຢ້ຽມ. ແນ່ນອນ​ທີ່​ສຸດ ການ​ເອີ້ນ​ຂອງ ອະ​ທິ​ການ ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ຄຳ​ເຊັ່ນ​ນັ້ນ. ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຖາ​ນະ​ນີ້ ເປັນ​ສິ່ງ​ແປກ​ປະ​ຫລາດ​ໃນ​ຫລາຍ​ວິ​ທີ​ທາງ. ການ​ເອີ້ນ, ການ​ສະ​ໜັບ​ສະ​ໜູນ, ແລະ ການ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ຂອງ​ອະ​ທິ​ການ ເປັນ​ປະ​ສົບ​ການ​ທີ່​ບໍ່​ຄວນ​ລືມ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ມັນ​ເປັນ​ໂອ​ກາດ​ພິ​ເສດ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ສາ​ມາດ​ຮູ້​ສຶກ​ໄດ້​ຢ່າງ​ເລິກ​ເຊິ່ງ. ມັນ​ເປັນ​ຄື​ກັນ​ກັບ​ຄວາມ​ຮູ້​ສຶກ​ຕອນ​ໄດ້​ແຕ່ງ​ງານ ແລະ ຕອນ​ໄດ້​ເປັນ​ພໍ່ ຊຶ່ງ​ບໍ່​ສາ​ມາດ​ອະ​ທິ​ບາຍ​ໄດ້​ໃນ​ພຽງ​ແຕ່​ສອງ​ສາມ​ຄຳ.30

ອະ​ທິ​ການ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ສະ​ໜັບ​ສະ​ໜູນ​ພວກ​ທ່ານ! ອະ​ທິ​ການ​ທັງ​ຫລາຍ​ເອີຍ, ພວກ​ເຮົາ​ຮັກ​ພວກ​ທ່ານ! ພວກ​ທ່ານ​ເປັນ​ຜູ້​ລ້ຽງ​ຝູງ​ແກະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທ້ໆ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ບໍ່​ປະ​ຖິ້ມ​ພວກ​ທ່ານ​ໃນ​ການ​ເອີ້ນ​ທີ່​ສັກ​ສິດ​ເຫລົ່າ​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້, ໃນ​ອາ​ທິດ​ຂອງ​ວັນ​ອີດ​ສະ​ເຕີ​ນີ້, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. “True to the Faith,” Hymns, no. 254.

  2. ຜູ້​ນຳ​ຊາວ​ໜຸ່ມ, ຝ່າຍ​ປະ​ທານ​ກຸ່ມ ແລະ ຝ່າຍ​ປະ​ທານ​ຫ້ອງ, ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ ແບ່ງ​ປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້.

  3. ອະ​ທິ​ການ​ເປັນ​ປະ​ທານ​ຂອງ​ກຸ່ມ​ປະ​ໂລ​ຫິດ. ​ທີ່​ປຶກ​ສາ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ກຸ່ມ​ຄູ​ສອນ, ແລະ ທີ່​ປຶກ​ສາ​ທີ​ສອງ​ຂອງ​ເພິ່ນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ກຸ່ມ​ມັກ​ຄະ​ນາ​ຍົກ. (ເບິ່ງ General Handbook: Serving in The Church of Jesus Christ of Latter-day Saints, 10.3, ChurchofJesusChrist.org.)

  4. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28.

  5. ເບິ່ງ Quentin L. Cook, “Adjustments to Strengthen Youth,” Liahona, Nov. 2019, 40–43.

  6. ການ​ໃຊ້​ຄຳ​ວ່າ ອະ​ທິ​ການ ກໍ​ມີ​ຄວາມ​ສຳ​ຄັນ​ເທົ່າໆ​ກັບ​ຄຳ​ວ່າ ປະ​ທານ​ສາ​ຂາ ທີ່​ຊື່​ສັດ​ຂອງ​ເຮົາ.

  7. 1 ເປ​ໂຕ 2:25.

  8. ເບິ່ງ General Handbook, 6.1.1.

  9. ເບິ່ງ General Handbook, 6.1.2.

  10. ເບິ່ງ General Handbook, 6.1.3.

  11. ເບິ່ງ General Handbook, 6.1.4.

  12. ເບິ່ງ General Handbook, 6.1.5.

  13. General Handbook, 6.1.1; ເບິ່ງ General Handbook, 6.1.1.1–6.1.1.4 ນຳ​ອີກ.

  14. General Handbook, 6.1.1.

  15. General Handbook, 6.1.4.

  16. ເບິ່ງ General Handbook, 21.2; 23.5; 25.2.

  17. ເບິ່ງ General Handbook, 6.1; 14.3.3.1; ເບິ່ງ Quentin L. Cook, “Adjustments to Strengthen Youth,” 40–43 ນຳ​ອີກ. ອະ​ທິ​ການ​ກໍ​ຖືກ​ສະ​ໜັບ​ສະ​ໜູນ​ໃຫ້​ໃຊ້​ເວ​ລາ​ຫລາຍ​ກວ່າ​ເກົ່າ​ກັບ​ພັນ​ລະ​ຍາ ແລະ ຄອບ​ຄົວ​ຂອງ​ເພິ່ນ. ການ​ເອົາ​ໃຈ​ໃສ່​ເຊັ່ນ​ນັ້ນ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ໃຫຍ່​ທີ່​ມີ​ຄວາມ​ສາ​ມາດ ທີ່​ເປັນ​ຜູ້​ໃຫ້​ຄຳ​ແນະ​ນຳ ແລະ ຜູ້​ຊ່ຽວ​ຊານ ໄດ້​ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຫລືອ​ຝ່າຍ​ປະ​ທານ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຮັບ​ໃຊ້​ຝ່າຍ​ອະ​ທິ​ການ ໃນ​ໜ້າ​ທີ່​ຂອງ​ພວກ​ເພິ່ນ.

  18. Russell M. Nelson, “Witnesses, Aaronic Priesthood Quorums, and Young Women Classes,” Liahona, Nov. 2019, 39.

  19. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:87–88.

  20. “ພຣະ​ຜູ້​ເປັນ​ເຈົ້າ​ຄາດ​ໝາຍ​ໃຫ້​ຊາຍ​ໜຸ່ມ​ທີ່​ສາ​ມາດ​ແຕ່​ລະ​ຄົນ​ກຽມ​ພ້ອມ​ເພື່ອ​ຮັບ​ໃຊ້ [ເຜີຍ​ແຜ່] (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 36:1, 4–7). ຍິງ​ໜຸ່ມ ແລະ ສະ​ມາ​ຊິກ​ຜູ້​ອະ​ວຸ​ໂສ​ທີ່​ປາດ​ຖະ​ໜາ​ຈະ​ຮັບ​ໃຊ້​ກໍ​ຄວນ​ກຽມ​ພ້ອມ​ເຊັ່ນ​ກັນ. ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ກຽມ​ພ້ອມ​ແມ່ນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຫລື້ອມ​ໃສ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ໃຊ້​ກໍ​ຄວນ​ກຽມ​ພ້ອມ​ທາງ​ຮ່າງ​ກາຍ, ທາງ​ຈິດ​ໃຈ, ທາງ​ຄວາມ​ຮູ້​ສຶກ, ແລະ ທາງ​ການ​ເງິນ​ນຳ​ອີກ” (General Handbook, 24.0).

  21. ຫວອດ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 17 ເດືອນ​ທັນ​ວາ, 1980. ແອວ​ເດີ ຈອນ ເອັຈ ກະ​ໂຣ​ເບີກ ແຫ່ງ​ສາ​ວົກ​ເຈັດ​ສິບ​ກຸ່ມ​ທຳ​ອິດ ໄດ້​ຊ່ວຍ​ຈັດ​ຕັ້ງ​ຫວອດ​ພາ​ສາ​ຕົງ​ກາ​ນີ້. (ເບິ່ງ Gordon Ashby, chairman, and Donna Osgood, ed., The San Francisco California Stake: The First 60 Years, 1927–1987 [1987], 49–52.)

  22. ອະ​ທິ​ການ​ມາ​ເຮ​ໄດ້​ຖືກ​ເລື່ອນ​ຕຳ​ແໜ່ງ​ໃຫ້​ຢູ່​ໃນ​ຝ່າຍ​ບໍ​ລິ​ຫານ​ສາຍ​ການ​ບິນ ແພນ ອາ​ເມ​ຣິ​ກາ ແອ​ເວ ທີ່​ສະ​ໜາມ​ບິນ​ນາໆ​ຊາດ​ແຊນ​ແຟນ​ຊິດ​ສະ​ໂກ, ແຄ​ລິ​ໂຟ​ເນຍ.

  23. ເບິ່ງ The San Francisco California Stake, 49.

  24. ເຂົາ​ເຈົ້າ​ອາດ​ກະ​ບົດ​ຕ້ານ​ກັບ​ສິ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ຊົ່ວ​ນິ​ລັນ​ດອນ​ນຳ​ອີກ.

  25. ເບິ່ງ General Handbook, 21.2.1.

  26. ອະ​ທິ​ການ​ຈະ​ປະ​ສານ​ງານ​ກັບ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ ແລະ ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເລື່ອງ​ການ​ມອບ​ໝາຍ ແລະ ເລື່ອງ​ການ​ຕິດ​ຕາມ​ເບິ່ງ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຫ່ວງ​ໃຍ ວ່າ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ແນວ​ໃດ.

  27. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33.

  28. ເບິ່ງ Russell M. Nelson, “Hope of Israel” (worldwide youth devotional, June 3, 2018), HopeofIsrael.ChurchofJesusChrist.org.

  29. ນັບ​ຕັ້ງ​ແຕ່​ວັນ​ທີ 19 ເດືອນ​ກຸມ​ພາ, 2021, ມີ​ອະ​ທິ​ການ 24,035 ຄົນ ແລະ ມີ​ປະ​ທານ​ສາ​ຂາ 6,865 ຄົນ ຮັບ​ໃຊ້​ຕະ​ຫລອດ​ທົ່ວ​ໂລກ.

  30. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ອະ​ທິ​ການ​ຂອງ​ຫວອດ​ເບີ​ລິງ​ເກມ ໃນ​ລັດ​ແຄ​ລິ​ໂຟ​ເນຍ ໃນ​ປີ 1974 ໂດຍ ປະ​ທານ​ເດ​ວິດ ບີ ບາ​ໂລ ແລະ ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ທາງ​ການ​ໃນ​ວັນ​ທີ 15 ເດືອນ​ກັນ​ຍາ, 1974, ໂດຍ ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ, ຜູ້​ຫາ​ກໍ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ຊ່ວຍ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ເວ​ລາ​ນັ້ນ.