ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໂຄ​ວິດ-19 ແລະ ພຣະ​ວິ​ຫານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ໂຄ​ວິດ-19 ແລະ ພຣະ​ວິ​ຫານ

ຈົ່ງ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ພຣະ​ວິ​ຫານ​ໄວ້​ໃນ​ຈິດ​ໃຈ​ຂອງ​ທ່ານ. ຈົ່ງ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ເຮັດ​ໄວ້.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຊື່ນ​ຊົມ​ກັບ​ພອນ​ທາງ​ວິນ​ຍານ​ຢ່າງ​ຫລວງ​ຫລາຍ​ແທ້ໆ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ການ​ອະ​ທິ​ຖານ, ຂ່າວ​ສານ, ແລະ ສຽງ​ເພງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້. ຂອບ​ໃຈ​ທຸກ​ຄົນ​ທີ່​ມາ​ຮ່ວມ​ກັບ​ພວກ​ເຮົາ, ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ​ຕາມ.

ໃນ​ຕົ້ນ​ປີ​ກາຍ​ນີ້, ຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຮົາ​ທີ່​ຈະ​ເປັນ​ເພື່ອນ​ປະ​ຊາ​ກອນ​ທີ່​ດີ, ພວກ​ເຮົາ​ຈຶ່ງ​ໄດ້​ທຳ​ການ​ຕັດ​ສິນ​ໃຈ​ທີ່​ສຳ​ຄັນ ເພື່ອ​ປິດ​ພຣະ​ວິ​ຫານ​ທຸກ​ແຫ່ງ​ຊົ່ວ​ຄາວ. ໃນ​ຊ່ວງ​ໄລ​ຍະ​ທີ່​ໄດ້​ປິດ​ພຣະ​ວິ​ຫານ​ຢູ່​ນັ້ນ, ພວກ​ເຮົາ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເປີດ​ພຣະ​ວິ​ຫານ​ເທື່ອ​ລະ​ນ້ອຍ ໂດຍ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ. ບັດ​ນີ້​ພຣະ​ວິ​ຫານ​ຈະ​ຖືກ​ເປີດ​ຄືນ ແບບ​ສີ່​ໄລ​ຍະ, ໂດຍ​ການ​ປະ​ຕິ​ບັດ​ຕາມ​ຂໍ້​ບັງ​ຄັບ​ຂອງ​ຝ່າຍ​ລັດ​ຖະ​ບານ​ໃນ​ທ້ອງ​ຖິ່ນ ແລະ ຕາມ​ລະ​ບຽບ​ເລື່ອງ​ຄວາມ​ປອດ​ໄພ.

ສຳ​ລັບ​ພຣະ​ວິ​ຫານ​ໃນ​ໄລ​ຍະ​ທີ 1, ຄູ່​ຄອງ​ທີ່​ມີ​ຄ່າ​ຄວນ ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເພື່ອ​ຕົວ​ເອງ​ແລ້ວ ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ສາ​ມີ ແລະ ພັນ​ລະ​ຍາ​ໄດ້.

ສຳ​ລັບ​ພຣະ​ວິ​ຫານ​ໃນ​ໄລ​ຍະ​ທີ 2, ທຸກ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ຈະ​ສາ​ມາດ​ເຮັດ​ໄດ້, ລວມ​ທັງ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ໃຫ້​ກັບ​ຕົວ​ເອງ, ການ​ຜະ​ນຶກ​ສາ​ມີ​ພັນ​ລະ​ຍາ, ແລະ ການ​ຜະ​ນຶກ​ລູກ​ເຂົ້າ​ກັບ​ພໍ່​ແມ່. ເມື່ອ​ບໍ່​ດົນ​ມາ​ນີ້​ພວກ​ເຮົາ​ໄດ້​ດັດ​ແປງ​ແນວ​ທາງ​ຊີ້​ນຳ​ຂອງ​ໄລ​ຍະ​ທີ 2 ແລະ ອະ​ນຸ​ຍາດ​ໃຫ້​ຊາວ​ໜຸ່ມ​ຂອງ​ເຮົາ, ສະ​ມາ​ຊິກ​ໃໝ່, ແລະ ຄົນ​ອື່ນໆ​ທີ່​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ທີ່​ຈຳ​ກັດ ສາ​ມາດ​ຮັບ​ບັບ​ຕິ​ສະ​ມາ​ແທນ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ​ໄດ້.

ສຳ​ລັບ​ພຣະ​ວິ​ຫານ​ໃນ​ໄລ​ຍະ​ທີ 3, ຜູ້​ທີ່​ໄດ້​ເຮັດ​ການ​ນັດ​ໝາຍ​ລ່ວງ​ໜ້າ ບໍ່​ພຽງ​ແຕ່​ສາ​ມາດ​ເຂົ້າ​ຮ່ວມ​ພິ​ທີ​ການ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ ແຕ່​ຍັງ​ສາ​ມາດ​ເຮັດ​ພິ​ທີ​ການ​ແທນ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ນຳ​ອີກ.

ໄລ​ຍະ​ທີ 4 ແມ່ນ​ການ​ກັບ​ໄປ​ເຮັດ​ກິດ​ຈະ​ກຳ​ຂອງ​ພຣະ​ວິ​ຫານ​ໄດ້​ທຸກ​ຢ່າງ.

ພວກ​ເຮົາ​ກະ​ຕັນ​ຍູ​ສຳ​ລັບ​ການ​ຮັບ​ໃຊ້​ດ້ວຍ​ຄວາມ​ອົດ​ທົນ ແລະ ການ​ອຸ​ທິດ​ຕົນ​ຂອງ​ທ່ານ ໃນ​ຊ່ວງ​ໄລ​ຍະ​ທີ່​ມີ​ການ​ປ່ຽນ​ແປງ ແລະ ທ້າ​ທາຍ​ນີ້. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ທ່ານ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ນະ​ມັດ​ສະ​ການ ແລະ ຮັບ​ໃຊ້​ຢູ່​ໃນ​ພຣະ​ວິ​ຫານ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ໃນ​ເວ​ລາ​ນີ້.

ທ່ານ​ອາດ​ສົງ​ໄສ​ວ່າ ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ພຣະ​ວິ​ຫານ​ເມື່ອ​ໃດ. ຄຳ​ຕອບ​ແມ່ນ: ພຣະ​ວິ​ຫານ​ຂອງ​ທ່ານ​ຈະ​ເປີດ​ເມື່ອ​ຝ່າຍ​ລັດ​ຖະ​ບານ​ໃນ​ທ້ອງ​ຖິ່ນ​ຍົກ​ເລີກ​ຂໍ້​ບັງ​ຄັບ. ເມື່ອ​ສະ​ຖາ​ນະ​ການ​ເລື່ອງ​ພະ​ຍາດ​ໂຄ​ວິດ-19 ຢູ່​ໃນ​ເຂດ​ຂອງ​ທ່ານ ຢູ່​ໃນ​ຂັ້ນ​ປອດ​ໄພ, ແລ້ວ​ພຣະ​ວິ​ຫານ​ຂອງ​ທ່ານ​ຈະ​ເປີດ​ຄືນ​ໃໝ່. ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້ ເພື່ອ​ຊ່ວຍ​ໃຫ້​ຈຳ​ນວນ​ໂຄ​ວິດ​ມີ​ໜ້ອຍ​ລົງ​ຢູ່​ໃນ​ເຂດ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ໄດ້​ກັບ​ຄືນ​ໄປ​ພຣະ​ວິ​ຫານ​ໄວໆ.

ສ່ວນ​ເວ​ລາ​ນີ້, ຈົ່ງ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ພອນ​ຂອງ​ພຣະ​ວິ​ຫານ​ໄວ້​ໃນ​ຈິດ​ໃຈ​ຂອງ​ທ່ານ. ຈົ່ງ​ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ເຮັດ​ໄວ້.

ເຮົາ​ກຳ​ລັງ​ສ້າງ​ສາ​ອະ​ນາ​ຄົດ​ຢູ່​ໃນ​ເວ​ລາ​ນີ້! ມີ​ພຣະ​ວິ​ຫານ​ສີ່​ສິບ​ເອັດ​ແຫ່ງ​ທີ່​ກຳ​ລັງ​ຢູ່​ໃນ​ການ​ກໍ່​ສ້າງ ຫລື ສ້ອມ​ແປງ​ບຸ​ລະ​ນະ. ພຽງ​ແຕ່​ປີ​ກາຍ​ນີ້​ເທົ່າ​ນັ້ນ, ທ່າມ​ກາງ​ການ​ລະ​ບາດ, ພວກ​ເຮົາ​ໄດ້​ທຳ​ພິ​ທີ​ອຸ​ທິດ​ທີ່​ດິນ​ເພື່ອ​ສ້າງ​ພຣະ​ວິ​ຫານ​ໃໝ່ 21 ແຫ່ງ!

ພວກ​ເຮົາ​ຢາກ​ສ້າງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຢູ່​ໃກ້​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ຫລາຍ​ຂຶ້ນ, ເພື່ອ​ວ່າ​ເຂົາ​ເຈົ້າ​ຈະ​ໄດ້​ມີ​ໂອ​ກາດ​ໄປ​ພຣະ​ວິ​ຫານ​ເລື້ອຍໆ ເທົ່າ​ທີ່​ສະ​ຖາ​ນະ​ການ​ຈະ​ເອື້ອ​ອຳ​ນວຍ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ປະ​ກາດ​ການ​ວາງ​ແຜນ​ກໍ່​ສ້າງ​ພຣະ​ວິ​ຫານ​ຕື່ມ​ອີກ 20 ແຫ່ງ, ຂ້າ​ພະ​ເຈົ້າ​ໄຕ່​ຕອງ ແລະ ສັນ​ລະ​ເສີນ​ຜູ້​ບຸກ​ເບີກ—ໃນ​ອະ​ດີດ ແລະ ປະ​ຈຸ​ບັນ—ຜູ້​ໄດ້​ອຸ​ທິດ​ຖວາຍ​ຊີ​ວິດ ເພື່ອ​ຊ່ວຍ​ສ້າງ​ປະ​ຫວັດ​ສາດ​ໃນ​ປະ​ຈຸ​ບັນ​ນີ້. ພຣະ​ວິ​ຫານ​ໃໝ່​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ສະ​ຖານ​ທີ່​ດັ່ງ​ຕໍ່​ໄປ​ນີ້: ອໍ​ຊະ​ໂລ, ນອກ​ແວ; ບຣັດ​ໂຊສ໌, ແບນ​ຊິກ; ວິ​ແອນ​ນາ, ໂອ​ຕຣິດ; ຄູ​ມາ​ສີ, ກາ​ນາ; ເບ​ຣາ, ໂມ​ຊຳ​ບິກ; ເຄບ​ທາວ, ອາ​ຟຣິ​ກາ​ໃຕ້; ສິງ​ກະ​ໂປ, ສາ​ທາ​ລະ​ນະ​ລັດ​ສິງ​ກະ​ໂປ; ເບ​ໂລ ໂຮ​ຣິ​ໂຊນ​ເທ, ບຣາ​ຊິນ; ຄາ​ລີ, ໂກ​ໂລມ​ບີ; ເກ​ເຣ່​ຕາ​ໂຣ, ແມັກ​ຊິ​ໂກ; ຕໍ​ເຣ​ໂອ່ນ, ແມັກ​ຊິ​ໂກ; ເຮ​ເລ​ນາ, ມອນ​ທາ​ນາ; ແຄັດ​ຊະ​ເປີ, ວາຍ​ໂອ​ມິງ; ແກຣນຈັງ​ເຊິນ, ໂຄ​ໂລ​ຣາ​ໂດ; ຟາມ​ມິງ​ຕັນ, ນິວ​ແມັກ​ຊິ​ໂກ; ເບີ​ລີ, ໄອ​ດາ​ໂຮ; ຢູ​ຈີນ, ອໍ​ເຣ​ກອນ; ແອວ​ໂກ, ນີ​ວາ​ດາ; ໂຢ​ບາ ລິນ​ດາ, ແຄ​ລິໂຟ​ເນຍ; ແລະ ສະ​ມິດ​ຟຽວ, ຢູ​ທາ.

ພຣະ​ວິ​ຫານ​ແມ່ນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຕໍ່​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຄວາມ​ສົມ​ບູນ​ຂອງ​ມັນ. ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ຈະ​ນຳ​ພະ​ລັງ ແລະ ຄວາມ​ເຂັ້ມ​ແຂງ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ ຊຶ່ງ​ບໍ່​ສາ​ມາດ​ມີ​ໄດ້​ໃນ​ວິ​ທີ​ອື່ນ. ພວກ​ເຮົາ​ຂອບ​ຄຸນ​ພຣະ​ເຈົ້າ​ສຳ​ລັບ​ພອນ​ເຫລົ່າ​ນັ້ນ.

ຂະ​ນະ​ທີ່​ພວກ​ເຮົາ​ປິດ​ກອງ​ປະ​ຊຸມ​ໃຫຍ່​ນີ້, ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທັງ​ຫລາຍ​ອີກ​ຄັ້ງ. ພວກ​ເຮົາ​ອະ​ທິ​ຖານ​ວ່າ ພຣະ​ເຈົ້າ​ຈະ​ຖອກ​ເທ​ພຣະ​ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ທ່ານ ແລະ ເຝົ້າ​ດູ​ແລ​ທ່ານ. ເຮົາ​ທຸກ​ຄົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮັບ​ໃຊ້​ທີ່​ສັກ​ສິດ​ຂອງ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ດຳ​ເນີນ​ໄປ​ໜ້າ​ໃນ​ວຽກ​ງານ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ຄວາມ​ກ້າ​ຫານ! ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ສຳ​ລັບ​ສິ່ງ​ນີ້, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.