ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ມັນ​ຈະ​ເອົາ​ຊະ​ນະ​ບໍ່​ໄດ້; ເຮົາ​ຈະ​ຕົກ​ໄປ​ບໍ່​ໄດ້
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ມັນ​ຈະ​ເອົາ​ຊະ​ນະ​ບໍ່​ໄດ້; ເຮົາ​ຈະ​ຕົກ​ໄປ​ບໍ່​ໄດ້

ຖ້າ​ເຮົາ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ຂຶ້ນ​ເທິງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ຕົກ​ໄປ​ບໍ່​ໄດ້!

ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້​ວ່າ: “ໃນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເຫລົ່າ​ນີ້ ຊຶ່ງ​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ທຳ​ນາຍ, ຊາ​ຕານ​ໄດ້​ເຊົາ ພະ​ຍາ​ຍາມ ປິດ​ບັງ​ການ​ໂຈມ​ຕີ​ແຜນ​ຂອງ​ພຣະ​ເຈົ້າ. ຄວາມ​ຊົ່ວ​ຮ້າຍ​ທີ່​ກ້າ​ຫານ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ. ສະ​ນັ້ນ, ວິ​ທີ​ດຽວ​ທີ່​ຈະ​ເອົາ​ຕົວ​ລອດ​ທາງ​ວິນ​ຍານ ຄື​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ, ຮຽນ​ວິ​ທີ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ແລະ ໃຊ້​ກຳ​ລັງ​ຂອງ​ເຮົາ​ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.”1

ຂະ​ນະ​ທີ່​ເຮົາ​ພິ​ຈາ​ລະ​ນາ​ຄຳ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ​ທີ່​ຈະ​ຮຽນ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ, ຫົວ​ໃຈ​ຂອງ​ເຮົາ​ກໍ​ຕັ້ງ​ໃຈ​ຢູ່​ບໍ ຫລື​ວ່າ​ແຂງ​ກະ​ດ້າງ? ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ຄຳ​ແນະ​ນຳ​ທີ່​ມີ​ໃຫ້​ໄວ້​ຢູ່​ໃນ ຢາ​ໂຄບ 6:6: “ແທ້​ຈິງ​ແລ້ວ, ມື້​ນີ້, ຖ້າ​ຫາກ​ພວກ​ທ່ານ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ແລ້ວ, ກໍ​ຢ່າ​ເຮັດ​ໃຈ​ແຂງ​ກະ​ດ້າງ; ເພາະ​ເຫດ​ໃດ​ພວກ​ທ່ານ​ຈະ​ຕາຍ?” ຂໍ​ໃຫ້​ເຮົາ​ຈົ່ງ​ຕັ້ງ​ໃຈ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ.

ເຮົາ​ຈະ​ສາ​ມາດ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ ແລະ ບໍ່​ໃຫ້​ຜູ້​ປໍ​ລະ​ປັກ​ໄຊ​ຊະ​ນະ​ໄດ້​ແນວ​ໃດ? ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:34 ເຮົາ​ອ່ານ​ວ່າ, “ສະ​ນັ້ນ, ຢ່າ​ຢ້ານ​ກົວ, ຝູງ​ແກະ​ນ້ອຍ​ເອີຍ; ຈົ່ງ​ເຮັດ​ຄວາມ​ດີ; ໃຫ້​ແຜ່ນ​ດິນ​ໂລກ ແລະ ນະ​ລົກ​ລວມ​ກັນ​ຕໍ່​ຕ້ານ​ເຈົ້າ, ແຕ່​ຖ້າ​ຫາກ​ເຈົ້າ​ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ເຮົາ, ແລ້ວ​ມັນ​ຈະ​ເອົາ​ຊະ​ນະ​ເຈົ້າ​ບໍ່​ໄດ້.” ມັນ​ເປັນ​ຄຳ​ສັນ​ຍາ​ທີ່​ສຳ​ຄັນ. ເຖິງ​ແມ່ນ​ວ່າ​ແຜ່ນ​ດິນ​ໂລກ ແລະ ນະ​ລົກ​ອາດ​ລວມ​ກັນ​ຕໍ່​ຕ້ານ​ເຮົາ, ມັນ​ຈະ​ເອົາ​ຊະ​ນະ​ບໍ່​ໄດ້ ຖ້າ​ຫາກ​ເຮົາ​ເລືອກ​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ ໂດຍ​ການ​ສະ​ຖາ​ປະ​ນາ​ຊີ​ວິດ​ຂອງ​ເຮົາ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ອົງ.

ເມື່ອ​ກ່າວ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ສິດ​ສອນ​ເຖິງ​ຄົນ​ສະ​ຫລາດ ແລະ ຄົນ​ໂງ່, ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ ມັດ​ທາຍ ບົດ​ທີ 7 ຂອງ​ພຣະ​ຄຳ​ພີ​ໃໝ່. ທ່ານ​ຫລາຍ​ຄົນ​ເຄີຍ​ໄດ້​ຍິນ​ເພງ​ປະ​ຖົມ​ໄວ​ຊື່​ວ່າ ຄົນ​ສະ​ຫລາດ ແລະ ຄົນ​ໂງ່ “The Wise Man and the Foolish Man.”2 ຖ້າ​ຫາກ​ທ່ານ​ໄດ້​ໃຊ້​ເວ​ລາ​ປຽບ​ທຽບ​ສີ່​ບາດ​ໃນ​ເພງ​ນັ້ນ, ທ່ານ​ຈະ​ພົບ​ເຫັນ​ວ່າ ບາດ​ທີ 1 ແລະ 2 ແມ່ນ​ຄ້າຍ​ຄື​ກັນ​ກັບ​ບາດ​ທີ 3 ແລະ 4. ທັງ​ຄົນ​ສະ​ຫລາດ ແລະ ຄົນ​ໂງ່​ພາ​ກັນ​ປຸກ​ເຮືອນ. ເຂົາ​ເຈົ້າ​ຢາກ​ຈັດ​ຫາ​ບ້ານ​ເຮືອນ​ທີ່​ປອດ​ໄພ ແລະ ສຸກ​ສະ​ບາຍ​ໃຫ້​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ປາດ​ຖະ​ໜາ​ຈະ​ມີ​ຊີ​ວິດ​ຢູ່​ດ້ວຍ​ກັນ​ເປັນ​ຄອບ​ຄົວ​ຕະ​ຫລອດ​ໄປ​ຢ່າງ​ມີ​ຄວາມ​ສຸກ, ເໝືອນ​ດັ່ງ​ທ່ານ ແລະ ຂ້າ​ພະ​ເຈົ້າ. ສະ​ພາບ​ການ​ຢູ່​ອ້ອມ​ຮອບ​ນັ້ນ​ກໍ​ເໝືອນ​ກັນ: “ຝົນ ທັ່ງ​ເທ​ລົງ​ມາ, ນ້ຳ ກໍ​ນອງ​ຖ້ວມ​ລົ້ນ.” ເຮົາ​ຮ້ອງ​ຫົກ​ເທື່ອ​ເມື່ອ​ເຮົາ​ຮ້ອງ​ເພງ​ນັ້ນ. ສິ່ງ​ດຽວ​ທີ່​ແຕກ​ຕ່າງ​ກໍ​ຄື​ວ່າ ຄົນ​ສະ​ຫລາດ​ໄດ້​ປຸກ​ເຮືອນ​ຂອງ​ລາວ​ຢູ່​ເທິງ​ດານ​ຫີນ ແລະ ເຮືອນ​ຫລັງ​ນັ້ນ​ກໍ​ບໍ່​ເຈື່ອນ​ເພ​ພັງ​ລົງ, ແຕ່​ຄົນ​ໂງ່​ໄດ້​ປຸກ​ເຮືອນ​ຂອງ​ລາວ​ຢູ່​ເທິງ​ຫາດ​ຊາຍ ແລະ ເຮືອນ​ຂອງ​ລາວ​ກໍ​ໄດ້​ເຈື່ອນ​ເພ​ພັງ​ລົງ. ດັ່ງ​ນັ້ນ, ບ່ອນ​ທີ່​ເຮົາ​ຕັ້ງ​ຮາກ​ຖານ​ແມ່ນ​ສຳ​ຄັນ​ແທ້ໆ, ແລະ ສິ່ງ​ນີ້​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ຜົນ​ທີ່​ຈະ​ໄດ້​ຮັບ​ໃນ​ທີ່​ສຸດ ແລະ ຊົ່ວ​ນິ​ລັນ​ດອນ.

ຂ້າ​ພະ​ເຈົ້າ​ຫວັງ ແລະ ອະ​ທິ​ຖານ​ວ່າ ເຮົາ​ທຸກ​ຄົນ​ຈະ​ພົບ​ເຫັນ ແລະ ຄົງ​ຢູ່​ເທິງ​ຮາກ​ຖານ​ທີ່​ແໜ້ນ​ໜາ​ນັ້ນ ຂະ​ນະ​ທີ່​ເຮົາ​ສະ​ຖາ​ປະ​ນາ​ຊີ​ວິດ​ໃນ​ອະ​ນາ​ຄົດ​ຂອງ​ເຮົາ. ເຮົາ​ຖືກ​ເຕືອນ​ຢູ່​ໃນ ຮີ​ລາ​ມັນ 5:12 ວ່າ: “ແລະ ບັດ​ນີ້, ຈົ່ງ​ຈື່​ໄວ້, ລູກ​ຂອງ​ພໍ່, ຈົ່ງ​ຈື່​ໄວ້​ວ່າ ລູກ​ຈະ​ຕ້ອງ​ສ້າງ​ຮາກ​ຖານ​ຂອງ​ລູກ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຮົາ, ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ; ເພື່ອ​ວ່າ​ເມື່ອ​ມານ​ສົ່ງ​ລົມ​ພະ​ຍຸ​ຮ້າຍ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ຟ້າ​ແມບ​ເຫລື້ອມ​ກັບ​ລົມ​ບ້າ​ໝູ​ຂອງ​ມັນ​ມາ, ແທ້​ຈິງ​ແລ້ວ, ເມື່ອ​ໝາກ​ເຫັບ​ທັງ​ໝົດ ແລະ ລົມ​ຝົນ​ອັນ​ແຮງ​ກ້າ​ຂອງ​ມັນ​ລົງ​ມາ​ຕີ​ລູກ, ມັນ​ຈະ​ບໍ່​ມີ​ອຳ​ນາດ​ອັນ​ໃດ​ເໜືອ​ລູກ​ເລີຍ​ທີ່​ຈະ​ແກ່​ລູກ​ລົງ​ໄປ​ຫາ​ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຈິບ​ຫາຍ​ອັນ​ບໍ່​ສິ້ນ​ສຸດ, ເພາະ​ດານ​ຫີນ​ບ່ອນ​ທີ່​ລູກ​ຖືກ​ສ້າງ​ຂຶ້ນ​ເທິງ​ມັນ ຊຶ່ງ​ເປັນ​ຮາກ​ຖານ​ທີ່​ແໜ້ນ​ໜາ, ເປັນ​ຮາກ​ຖານ​ຊຶ່ງ​ຫາກ​ມະ​ນຸດ​ສ້າງ​ຂຶ້ນ​ເທິງ​ມັນ ພວກ​ເຂົາ​ຈະ​ຕົກ​ໄປ​ບໍ່​ໄດ້.”

ນັ້ນ​ລະ​ຄື​ຄຳ​ສັນ​ຍາ​ຈາກ​ພຣະ​ເຈົ້າ! ຖ້າ​ເຮົາ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ຂຶ້ນ​ເທິງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ຕົກ​ໄປ​ບໍ່​ໄດ້! ເມື່ອ​ເຮົາ​ອົດ​ທົນ​ຢ່າງ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ, ພຣະ​ເຈົ້າ​ຈະ​ຊ່ວຍ​ເຮົາ​ສະ​ຖາ​ປະ​ນາ​ຊີ​ວິດ​ຂອງ​ເຮົາ​ໄວ້​ເທິງ​ດານ​ຫີນ​ຂອງ​ພຣະ​ອົງ, “ແລະ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ [ເຮົາ] ບໍ່​ໄດ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:69). ເຮົາ​ອາດ​ບໍ່​ສາ​ມາດ​ປ່ຽນ​ແປງ​ທຸກ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໄດ້, ແຕ່​ເຮົາ​ສາ​ມາດ​ເລືອກ​ໄດ້​ວ່າ​ເຮົາ​ຈະ​ກະ​ກຽມ​ສຳ​ລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ແນວ​ໃດ.

ບາງ​ຄົນ​ອາດ​ຄິດ​ວ່າ, “ພຣະ​ກິດ​ຕິ​ຄຸນ​ກໍ​ດີ, ສະ​ນັ້ນ​ເຮົາ​ຈຶ່ງ​ຕ້ອງ​ໃຫ້​ມັນ​ເປັນ​ພາກ​ສ່ວນ​ໃນ​ຊີ​ວິດ​ຂອງ​ເຮົາ​ອາ​ທິດ​ລະ​ເທື່ອ.” ພຽງ​ແຕ່​ໄປ​ໂບດ​ອາ​ທິດ​ລະ​ເທື່ອ​ກໍ​ບໍ່​ພຽງ​ພໍ​ທີ່​ຈະ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ນັ້ນ. ຊີ​ວິດ​ທັງ​ໝົດ​ຂອງ​ເຮົາ​ຄວນ​ເຕັມ​ໄປ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພຣະ​ກິດ​ຕິ​ຄຸນ​ບໍ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ຊີ​ວິດ​ຂອງ​ເຮົາ, ແຕ່​ແທ້​ຈິງ​ແລ້ວ​ຊີ​ວິດ​ຂອງ​ເຮົາ​ນັ້ນ​ເປັນ​ພາກ​ສ່ວນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້​ເບິ່ງ. ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ​ບໍ? ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ກໍ​ເປັນ​ພຽງ​ແຕ່​ພາກ​ສ່ວນ​ໜຶ່ງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ທັງ​ໝົດ.

ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ. ພຣະ​ອົງ​ຮັກ​ເຮົາ​ທຸກ​ຄົນ. ພຣະ​ອົງ​ຮູ້​ເຖິງ​ສັກ​ກະ​ຍະ​ພາບ​ຂອງ​ເຮົາ​ດີ​ກວ່າ​ທີ່​ເຮົາ​ຮູ້​ຕົວ​ເຮົາ​ເອງ. ພຣະ​ອົງ​ບໍ່​ພຽງ​ແຕ່​ຮູ້​ລາຍ​ລະ​ອຽດ​ຂອງ​ຊີ​ວິດ​ຂອງ​ເຮົາ​ເທົ່າ​ນັ້ນ. ພຣະ​ເຈົ້າ​ຮູ້​ລາຍ​ລະ​ອຽດ ຂອງ​ລາຍ​ລະ​ອຽດ ຂອງ​ລາຍ​ລະ​ອຽດ ຂອງ​ຊີ​ວິດ​ຂອງ​ເຮົາ​ນຳ​ອີກ.

ຂໍ​ຈົ່ງ​ເຮັດ​ຕາມ​ຄຳ​ແນະ​ນຳ​ທີ່​ສະ​ຫລາດ​ຂອງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ ປະ​ທານ​ແນວ​ສັນ. ດັ່ງ​ທີ່​ມີ​ບັນ​ທຶກ​ໄວ້​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 21:5–6 ວ່າ:

“ເພາະ​ຖ້ອຍ​ຄຳ​ທີ່​ພວກ​ເຈົ້າ​ຈະ​ໄດ້​ຮັບ, ກໍ​ຄື​ກັບ​ວ່າ​ມັນ​ມາ​ຈາກ​ປາກ​ຂອງ​ເຮົາ​ເອງ, ດ້ວຍ​ຄວາມ​ອົດ​ທົນ​ທີ່​ສຸດ ແລະ ສັດ​ທາ​ທັງ​ໝົດ.

“ເພາະ​ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ພວກ​ເຈົ້າ​ບໍ່​ໄດ້; ແທ້​ຈິງ​ແລ້ວ, ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳ​ນາດ​ແຫ່ງ ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ, ແລະ ເຮັດ​ໃຫ້​ຟ້າ​ສະ​ຫວັນ ສັ່ນ​ສະ​ເທືອນ​ເພື່ອ​ຄວາມ​ດີ​ຂອງ​ພວກ​ເຈົ້າ, ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ນາມ​ຂອງ​ພຣະ​ອົງ.”

ເພາະ​ເຫດ​ຜົນ​ນັ້ນ, ມັນ​ຈະ​ເອົາ​ຊະ​ນະ​ບໍ່​ໄດ້, ແລະ ເຮົາ​ຈະ​ຕົກ​ໄປ​ບໍ່​ໄດ້!

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ເທື່ອ​ທີ​ສອງ ດັ່ງ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ມາ​ເທື່ອ​ທຳ​ອິດ, ແຕ່​ໃນ​ເທື່ອ​ນີ້​ມັນ​ຈະ​ເປັນ​ໄປ​ດ້ວຍ​ລັດ​ສະ​ໝີ​ພາບ ແລະ ສະ​ຫງ່າ​ລາ​ສີ​ອັນ​ຍິ່ງ​ໃຫຍ່. ຂ້າ​ພະ​ເຈົ້າ​ຫວັງ ແລະ ອະ​ທິ​ຖານ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ກຽມ​ພ້ອມ​ທີ່​ຈະ​ຕ້ອນ​ຮັບ​ພຣະ​ອົງ, ບໍ່​ວ່າ​ຢູ່​ຟາກ​ມ່ານ​ເບື້ອງ​ນີ້ ຫລື ເບື້ອງ​ນັ້ນ​ກໍ​ຕາມ. ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ເທດ​ສະ​ການ​ອີດ​ສະ​ເຕີ​ທີ່​ປະ​ເສີດ​ນີ້, ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ແຫ່ງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ (ເບິ່ງ ໂມ​ໂຣ​ໄນ 7:41), ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຂຶ້ນ​ໄປ ແລະ ພົບ​ກັບ​ພຣະ​ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ ແລະ ກ່າວ​ວ່າ, “ຂອບ​ພຣະ​ໄທ​ພຣະ​ອົງ​ເຈົ້າ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Let God Prevail,” Liahona, Nov. 2020, 95.

  2. “The Wise Man and the Foolish Man,” Children’s Songbook, 281.