ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຮັກ​ຂອງ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2021


ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ບັນ​ຍັດ, ແລະ ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພວກ​ພຣະ​ອົງ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ສົມ​ບູນ​ແບບ​ຂອງ​ພວກ​ພຣະ​ອົງ​ຢ່າງ​ເຕັມ​ປ່ຽມ ແລະ ເລິກ​ເຊິ່ງ​ຫລາຍ​ຂຶ້ນ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ຮັກ​ເຮົາ​ຢ່າງ​ເລິກ​ເຊິ່ງ ແລະ ສົມ​ບູນ​ແບບ.1 ໃນ​ຄວາມ​ຮັກ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສ້າງ​ແຜນ​ໜຶ່ງ​ຂຶ້ນ​ມາ, ແຜນ​ແຫ່ງ​ການ​ໄຖ່ ແລະ ຄວາມ​ສຸກ ເພື່ອ​ເປີດ​ໂອ​ກາດ ແລະ ຄວາມ​ຊື່ນ​ຊົມ​ໃຫ້​ແກ່​ເຮົາ​ທຸກ​ຄົນ ທີ່​ເຕັມ​ໃຈ​ທີ່​ຈະ​ຮັບ​ເອົາ, ລວມ​ທັງ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ ແລະ ເປັນ​ຢູ່.2 ເພື່ອ​ຈະ​ບັນ​ລຸ​ສິ່ງ​ນີ້, ພຣະ​ອົງ​ເຕັມ​ພຣະ​ໄທ​ທີ່​ຈະ​ມອບ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໃຫ້​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ. “ເພາະ​ວ່າ ພຣະ​ເຈົ້າ​ຮັກ​ໂລກ​ຫລາຍ​ທີ່​ສຸດ ຈົນ​ໄດ້​ປະ​ທານ​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ ເພື່ອ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ຈິບ​ຫາຍ ແຕ່​ມີ​ຊີ​ວິດ​ອັນ​ຕະ​ຫລອດ​ໄປ​ເປັນ​ນິດ.”3 ຄວາມ​ຮັກ​ນັ້ນ​ເປັນ​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ບິ​ດາ—ມີ​ໃຫ້​ທຸກ​ຄົນ, ແຕ່​ຍັງ​ເປັນ​ການ​ສ່ວນ​ຕົວ​ຕໍ່​ແຕ່​ລະ​ບຸກ​ຄົນ.

ພຣະ​ເຢ​ຊູ​ຄຣິດ​ກໍ​ມີ​ຄວາມ​ຮັກ​ອັນ​ສົມ​ບູນ​ແບບ​ອັນ​ດຽວ​ກັນ​ນີ້​ກັບ​ພຣະ​ບິ​ດາ. ເມື່ອ​ພຣະ​ບິ​ດາ​ໄດ້​ສະ​ເໜີ​ແຜນ​ແຫ່ງ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ໜຶ່ງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ໄຖ່​ເຮົາ—ທີ່​ເປັນ​ພາກ​ສ່ວນ​ທີ່​ຈຳ​ເປັນ​ຂອງ​ແຜນ​ນັ້ນ. ພຣະ​ເຢ​ຊູ​ໄດ້​ອາ​ສາ​ສະ​ໝັກ​ວ່າ, “ຂ້າ​ພຣະ​ອົງ​ຢູ່​ນີ້​ເດ, ຂໍ​ຈົ່ງ​ສົ່ງ​ຂ້າ​ພຣະ​ອົງ​ໄປ​ເຖີດ.”4 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ຍ່ອມ​ຈະ​ບໍ່​ກະ​ທຳ​ສິ່ງ​ໃດ​ນອກ​ຈາກ​ມັນ​ຈະ​ເປັນ​ຜົນ​ປະ​ໂຫຍດ​ແກ່​ໂລກ; ເພາະ​ພຣະ​ອົງ​ຮັກ​ໂລກ​ຈົນ​ຍອມ​ສະ​ລະ​ຊີ​ວິດ​ຂອງ​ພຣະ​ອົງ ເພື່ອ​ຈະ​ໄດ້​ພາ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ. ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ບໍ່​ບັນ​ຊາ​ຜູ້​ໃດ​ວ່າ ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ.”5

ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ນີ້​ຄວນ​ໃຫ້​ເຮົາ​ໄດ້​ຮັບ​ການ​ປອບ​ໂຍນ ແລະ ຄວາມ​ໝັ້ນ​ໃຈ​ຢ່າງ​ຫລວງ​ຫລາຍ​ເມື່ອ​ເຮົາ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ເປັນ​ຄົນ​ແປກ​ໜ້າ​ຕໍ່​ພວກ​ພຣະ​ອົງ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ລັງ​ເລ​ໃຈ​ທີ່​ຈະ​ເອີ້ນ​ຫາ​ພຣະ​ເຈົ້າ, ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ສຶກ​ວ່າ​ບໍ່​ມີ​ຄ່າ​ຄວນ​ດີ​ພໍ. ເຮົາ​ສາ​ມາດ​ເພິ່ງ​ອາ​ໄສ​ຄວາມ​ເມດ​ຕາ ແລະ ຄຸນ​ຄວາມ​ດີ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ເພື່ອ​ຈະ​ຖືກ​ຮັບ​ຟັງ.6 ເມື່ອ​ເຮົາ​ຕັ້ງ​ຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ເຮົາ​ຈະ​ເພິ່ງ​ອາ​ໄສ​ຄວາມ​ເຫັນ​ດີ​ເຫັນ​ຊອບ​ຂອງ​ຄົນ​ອື່ນ​ໜ້ອຍ​ລົງ​ເພື່ອ​ຊີ້​ນຳ​ເຮົາ.

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້​ໃຫ້​ຂໍ້​ແກ້​ຕົວ​ສຳ​ລັບ​ບາບ; ກົງ​ກັນ​ຂ້າມ, ມັນ​ສະ​ເໜີ​ໃຫ້​ການ​ໄຖ່

ເປັນ​ເພາະ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ລວມ​ທັງ​ທຸກ​ສິ່ງ ແລະ ທຸກ​ຄົນ, ບາງ​ຄົນ​ກ່າວ​ເຖິງ​ມັນ​ວ່າ “ບໍ່​ມີ​ເງື່ອນ​ໄຂ,” ແລະ ໃນ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ ເຂົາ​ເຈົ້າ​ອາດ​ຖື​ວ່າ​ຄວາມ​ຄິດ​ນັ້ນ​ໝາຍ​ຄວາມ​ວ່າ ພອນ ຂອງ​ພຣະ​ເຈົ້າ​ກໍ “ບໍ່​ມີ​ເງື່ອນ​ໄຂ” ແລະ ວ່າ ຄວາມ​ລອດ ກໍ “ບໍ່​ມີ​ເງື່ອນ​ໄຂ.” ມັນ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ບາງ​ຄົນ​ມັກ​ຈະ​ກ່າວ​ດັ່ງ​ຕໍ່​ໄປ​ນີ້​ວ່າ, “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ເຮົາ​ດັ່ງ​ທີ່​ເຮົາ​ເປັນ​ຢູ່,” ແລະ ແນ່​ນອນ​ວ່າ​ນັ້ນ​ກໍ​ເປັນ​ຄວາມ​ຈິງ. ແຕ່​ພຣະ​ອົງ​ບໍ່​ສາ​ມາດ​ຮັບ​ເອົາ​ເຮົາ​ຈັກ​ຄົນ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄດ້​ດັ່ງ​ທີ່​ເຮົາ​ເປັນ​ຢູ່, “ເພາະ​ວ່າ ສິ່ງ​ທີ່​ບໍ່​ສະ​ອາດ​ຈະ​ບໍ່​ສາ​ມາດ ຢູ່​ໃນ​ທີ່​ນັ້ນ, ຫລື ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.”7 ບາບ​ຂອງ​ເຮົາ​ຕ້ອງ​ຖືກ​ແກ້​ໄຂ​ກ່ອນ.

ອາ​ຈານ​ຮິວ ນິບ​ລີ ຄັ້ງ​ໜຶ່ງ​ໄດ້​ບັນ​ທຶກ​ໄວ້​ວ່າ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ສາ​ມາດ​ທົນ​ໄດ້​ຖ້າ​ຫາກ​ມັນ​ຍອມ​ຮັບ​ແມ່ນ​ແຕ່​ບາບ​ທີ່​ນ້ອຍ​ທີ່​ສຸດ. ຄວາມ​ເຊື່ອມ​ໂຊມ​ແມ່ນ​ແຕ່​ໜ້ອຍ​ດຽວ ກໍ​ໝາຍ​ຄວາມ​ວ່າ​ໂລກ​ໜ້າ​ຈະ​ມີ​ທັງ​ຄວາມ​ເຊື່ອມ​ໂຊມ ແລະ ບໍ່​ມີ​ນິ​ລັນ​ດອນ. ຮອຍ​ຕຳ​ນິ​ນ້ອຍ​ທີ່​ສຸດ​ໃນ​ຕຶກ​ຫລັງ​ໜຶ່ງ, ໃນ​ສະ​ຖາ​ບັນ, ໃນ​ກົດ​ລະ​ບຽບ, ຫລື ໃນ​ບຸກ​ຄະ​ລິກ​ລັກ​ສະ​ນະ ຈະ​ພິ​ສູດ​ວ່າ​ເປັນ​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ​ໃນ​ຊ່ວງ​ນິ​ລັນ​ດອນ ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້.”8 ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແມ່ນ “ເຄັ່ງ​ຄັດ”9 ເພາະ​ວ່າ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລະ ຜູ້​ອາ​ໄສ​ຢູ່​ທີ່​ນັ້ນ​ສາ​ມາດ​ຍຶດ​ໝັ້ນ​ໄດ້​ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ປະ​ຕິ​ເສດ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ເລືອກ​ຄວາມ​ດີ​ເທົ່າ​ນັ້ນ, ປາດ​ສະ​ຈາກ​ຂໍ້​ຍົກ​ເວັ້ນ.10

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສັງ​ເກດ​ວ່າ, “ພຣະ​ເຢ​ຊູ​ໄດ້​ເຂົ້າ​ພຣະ​ໄທ​ຢ່າງ​ແຈ່ມ​ແຈ້ງ​ວ່າ ຫລາຍ​ຄົນ​ໃນວັດ​ທະ​ນະ​ທຳ​ໃນ​ປະ​ຈຸ​ບັນ​ຂອງ​ເຮົາ​ມັກ​ລືມ​ໄປ​ວ່າ: ມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ລະ​ຫວ່າງ ພຣະ​ບັນ​ຍັດ​ເພື່ອ​ໃຫ້​ອະ​ໄພ​ບາບ (ຊຶ່ງ​ພຣະ​ອົງ​ສາ​ມາດ​ເຮັດ​ໄດ້​ຕະ​ຫລອດ​ການ) ແລະ ຄຳ​ເຕືອນ​ຕ້ານ​ການ​ບໍ່​ເອົາ​ໂທດ (ຊຶ່ງ​ພຣະ​ອົງ​ບໍ່​ເຄີຍ​ກະ​ທຳ​ເລີຍ​ແມ່ນ​ແຕ່​ເທື່ອ​ດຽວ).”11

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຖິງ​ວ່າ​ເຮົາ​ຈະ​ມີ​ຄວາມ​ບົກ​ພ່ອງ, ເຮົາ​ຍັງ​ສາ​ມາດ​ຫວັງ​ໄດ້​ວ່າ​ຈະ “ມີ​ຊື່​ສຽງ ແລະ ຖາ​ນະ,”12 ມີ​ສະ​ຖານ​ທີ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ໃນ​ໂລກ​ຊັ້ນ​ສູງ. ຫລັງ​ຈາກ​ໄດ້​ບອກ​ໃຫ້​ແຈ່ມ​ແຈ້ງ​ແລ້ວ​ວ່າ​ພຣະ​ອົງ​ບໍ່​ສາ​ມາດ​ຍົກ​ເວັ້ນ ຫລື ເມີນ​ເສີຍ​ຈາກ​ບາບ, ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເຮົາ​ແນ່​ໃຈ​ໄດ້​ວ່າ:

“ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ທີ່​ກັບ​ໃຈ ແລະ ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ຮັບ ການ​ໃຫ້​ອະ​ໄພ.”13

“ແທ້​ຈິງ​ແລ້ວ ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ກັບ​ໃຈ ເຮົາ​ກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຂົາ​ສຳ​ລັບ​ການ​ລ່ວງ​ລະ​ເມີດ​ຂອງ​ເຂົາ​ທີ່​ມີ​ຕໍ່​ເຮົາ.”14

ການ​ກັບ​ໃຈ ແລະ ພຣະ​ຄຸນ​ແຫ່ງ​ສະ​ຫວັນ​ແກ້​ໄຂ​ບັນ​ຫາ:

“ແລະ ຈົ່ງ​ຈື່​ຈຳ ຄຳ​ເວົ້າ​ຂອງ​ແອມ​ມິວ​ເລັກ​ນຳ​ອີກ ຊຶ່ງ​ເພິ່ນ​ໄດ້​ເວົ້າ​ຕໍ່​ຊີ​ເອສ​ຣອມ, ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ​ນັ້ນ; ເພາະ​ເພິ່ນ​ໄດ້​ເວົ້າ​ກັບ​ລາວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ຢ່າງ​ແນ່​ນອນ ເພື່ອ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແຕ່​ວ່າ​ພຣະ​ອົງ​ຈະ​ບໍ່​ໄຖ່​ພວກ​ເຂົາ ໃນ ບາບ​ຂອງ​ພວກ​ເຂົາ, ແຕ່​ຈະ​ໄຖ່​ພວກ​ເຂົາ ຈາກ ບາບ​ຂອງ​ພວກ​ເຂົາ.

“ແລະ ພຣະ​ອົງ​ມີ​ອຳ​ນາດ​ຊຶ່ງ​ໄດ້​ຮັບ​ຈາກ​ພຣະ​ບິ​ດາ​ເພື່ອ​ໄຖ່​ມະ​ນຸດ​ຈາກ​ບາບ​ຂອງ​ພວກ​ເຂົາ ຍ້ອນ​ການ​ກັບ​ໃຈ; ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ສົ່ງ​ທູດ​ຂອງ​ພຣະ​ອົງ​ລົງ​ມາ​ເພື່ອ​ປະ​ກາດ​ຂ່າວ​ກ່ຽວ​ກັບ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ, ຊຶ່ງ​ຈະ​ນຳ​ໄປ​ຫາ​ອຳ​ນາດ​ຂອງ​ພຣະ​ຜູ້​ໄຖ່, ໄປ​ຫາ​ຄວາມ​ລອດ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ.”15

ດ້ວຍ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ມອບ​ຄວາມ​ເມດ​ຕາ​ໃຫ້​ປາດ​ສະ​ຈາກ​ການ​ຂະ​ໂມຍ​ຄວາມ​ຍຸດ​ຕິ​ທຳ, ແລະ “ພຣະ​ເຈົ້າ​ຈະ​ບໍ່​ເລີກ​ເປັນ​ພຣະ​ເຈົ້າ.”16

ວິ​ທີ​ທາງ​ຂອງ​ໂລກ, ດັ່ງ​ທີ່​ທ່ານ​ຮູ້​ຈັກ, ແມ່ນ​ຕໍ່​ຕ້ານ​ພຣະ​ຄຣິດ, ຫລື “ອັນ​ໃດ​ກໍ​ໄດ້​ທີ່​ບໍ່​ກ່ຽວ​ກັບ​ພຣະ​ຄຣິດ.” ວັນ​ເວ​ລາ​ຂອງ​ເຮົາ​ແມ່ນ​ຄ້າຍ​ຄື​ກັນ​ກັບ​ເຫດ​ການ​ໃນ​ພຣະ​ຄຳ​ພີ​ມໍ​ມອນ ຊຶ່ງ​ໃນ​ນັ້ນ​ຜູ້​ຄົນ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໄຕ່​ຕາມ​ຫາ​ການ​ປົກ​ຄອງ​ທີ່​ບໍ່​ຊອບ​ທຳ​ເໜືອ​ຄົນ​ອື່ນ, ສະ​ຫລອງ​ອິດ​ສະ​ລະ​ໃນ​ການ​ເລືອກ​ເຮັດ​ອັນ​ໃດ​ກໍ​ໄດ້​ທາງ​ເພດ, ແລະ ສົ່ງ​ເສີມ​ການ​ສະ​ສົມ​ຄວາມ​ຮັ່ງ​ມີ​ວ່າ​ເປັນ​ຈຸດ​ປະ​ສົງ​ຂອງ​ການ​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ. ທິດ​ສະ​ດີ​ຂອງ​ເຂົາ​ເຈົ້າ​ໃຫ້ “ການ​ແກ້​ຕົວ​ໃນ​ການ​ເຮັດ​ບາບ​ເລັກ​ນ້ອຍ,”17 ຫລື ແມ່ນ​ແຕ່​ບາບ​ຢ່າງ​ຫລວງ​ຫລາຍ, ແຕ່​ບໍ່​ມີ​ໃຜ​ສາ​ມາດ​ໃຫ້​ການ​ໄຖ່​ໄດ້. ສິ່ງ​ນັ້ນ​ມີ​ມາ​ໄດ້​ພຽງ​ແຕ່​ຜ່ານ​ທາງ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ​ເທົ່າ​ນັ້ນ. ຜູ້​ຄົນ​ທີ່​ສະ​ໜັບ​ສະ​ໜູນ​ຄວາມ​ຄິດ​ທີ່​ວ່າ “ອັນ​ໃດ​ກໍ​ໄດ້​ທີ່​ບໍ່​ກ່ຽວ​ກັບ​ພຣະ​ຄຣິດ” ຫລື “ອັນ​ໃດ​ກໍ​ໄດ້​ຍົກ​ເວັ້ນ​ການ​ກັບ​ໃຈ” ສາ​ມາດ​ສະ​ເໜີ​ໃຫ້​ການ​ປະ​ກາດ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ວ່າ​ບໍ່​ມີ​ບາບ ຫລື ວ່າ​ຖ້າ​ຫາກ​ມີ, ໃນ​ທີ່​ສຸດ​ມັນ​ກໍ​ບໍ່​ມີ​ຜົນ​ສະ​ທ້ອນ​ຫຍັງ​ເລີຍ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ໄດ້​ວ່າ​ຂໍ້​ໂຕ້​ຖຽງ​ນີ້​ຈະ​ມີ​ຜົນ​ຫຍັງ​ໃນ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ.18

ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ພະ​ຍາ​ຍາມ​ເຮັດ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້​ໃນ​ການ​ພະ​ຍາ​ຍາມ​ຫາ​ຂໍ້​ແກ້​ຕົວ​ສຳ​ລັບ​ບາບ​ຂອງ​ເຮົາ. ແລະ ກົງ​ກັນ​ຂ້າມ, ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ພະ​ຍາ​ຍາມ​ເຮັດ​ສິ່ງ​ທີ່​ເປັນ​ໄປ​ບໍ່​ໄດ້​ໃນ​ການ​ລຶບ​ຜົນ​ສະ​ທ້ອນ​ຈາກ​ບາບ​ຂອງ​ເຮົາ​ໂດຍ​ຄຸນ​ຄວາມ​ດີ​ຂອງ​ເຮົາ​ເອງ. ສາດ​ສະ​ໜາ​ຂອງ​ເຮົາ​ບໍ່​ແມ່ນ​ສາດ​ສະ​ໜາ​ທີ່​ໃຫ້​ຂໍ້​ແກ້​ຕົວ ຫລື ເປັນ​ສາດ​ສະ​ໜາ​ແຫ່ງ​ຄວາມ​ດີ​ພ້ອມ ແຕ່​ເປັນ​ສາດ​ສະ​ໜາ​ແຫ່ງ​ການ​ໄຖ່—ການ​ໄຖ່​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ. ຖ້າ​ຫາກ​ເຮົາ​ຢູ່​ທ່າມ​ກາງ​ຜູ້​ສຳ​ນຶກ​ຜິດ, ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ບາບ​ຂອງ​ເຮົາ​ຖືກ​ຕອກ​ໄວ້​ກັບ​ໄມ້​ກາງ​ແຂນ​ຂອງ​ພຣະ​ອົງ, ແລະ ເຮົາ “ດີ​ປົກ​ກະ​ຕິ​ຍ້ອນ​ການ​ຕົບ​ຕີ​ທີ່​ທ່ານ​ຮັບ​ເອົາ.”19

ຄວາມ​ຮັກ​ທີ່​ປາດ​ຖະ​ໜາ​ຂອງ​ສາດ​ສະ​ດາ​ກໍ​ຄ້າຍ​ຄື​ກັນ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

ເປັນ​ເວ​ລາ​ດົນ​ນານ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ທັບ​ໃຈ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ທີ່​ປາດ​ຖະ​ໜາ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ໃນ​ການ​ຕັກ​ເຕືອນ​ຂອງ​ພວກ​ເພິ່ນ​ຕໍ່​ຕ້ານ​ບາບ. ພວກ​ເພິ່ນ​ບໍ່​ໄດ້​ຖືກ​ກະ​ຕຸ້ນ​ໂດຍ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກ່າວ​ໂທດ. ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເພິ່ນ​ກໍ​ຄ້າຍ​ຄື​ກັນ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ; ແທ້​ຈິງ​ແລ້ວ, ມັນ ຄື ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ຮັກ​ຜູ້​ຄົນ​ທີ່​ພວກ​ເພິ່ນ​ຖືກ​ສົ່ງ​ໄປ​ຫາ, ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ໃຜ ແລະ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເປັນ​ແບບ​ໃດ​ກໍ​ຕາມ. ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກໍ​ບໍ່​ຢາກ​ໃຫ້​ຄົນ​ໃດ​ທົນ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ​ຈາກ​ບາບ ແລະ ການ​ເລືອກ​ທີ່​ບໍ່​ດີ.20

ແອວ​ມາ​ຖືກ​ສົ່ງ​ໄປ​ປະ​ກາດ​ຂ່າວ​ສານ​ແຫ່ງ​ການ​ກັບ​ໃຈ ແລະ ການ​ໄຖ່​ຕໍ່​ຜູ້​ຄົນ​ທີ່​ກຽດ​ຊັງ ຜູ້​ທີ່​ເຕັມ​ໃຈ​ທີ່​ຈະ​ຂົ່ມ​ເຫັງ, ທໍ​ລະ​ມານ ແລະ ແມ່ນ​ແຕ່​ຂ້າ​ຊາວ​ຄຣິດ​ຜູ້​ທີ່​ເຊື່ອ, ລວມ​ທັງ​ແອວ​ມາ​ນັ້ນ​ເອງ. ແຕ່​ເພິ່ນ​ຍັງ​ຮັກ​ພວກ​ເຂົາ ແລະ ປາດ​ຖະ​ໜາ​​ໃຫ້​ພວກ​ເຂົາ​ໄດ້​ຮັບ​ຄວາມ​ລອດ. ຫລັງ​ຈາກ​ທີ່​ໄດ້​ປະ​ກາດ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ແກ່​ປະ​ຊາ​ຊົນ​ອຳ​ໂມນ​ໄນ​ຮາ​ແລ້ວ, ແອວ​ມາ​ໄດ້​ຮຽກ​ຮ້ອງ​ວ່າ: “ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈາກ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ແທ້​ຈິງ​ແລ້ວ, ດ້ວຍ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫລວງ​ຈົນ​ເຖິງ​ຄວາມ​ເຈັບ​ປວດ, ໃຫ້​ພວກ​ທ່ານ​ເຊື່ອ​ຟັງ​ຄຳ​ຂອງ​ຂ້າ​ພະ​ເຈົ້າ, ແລະ ປະ​ຖິ້ມ​ບາບ​ຂອງ​ພວກ​ທ່ານ​ເຖີດ, … ເພື່ອ​ພວກ​ທ່ານ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ ແລະ ເຂົ້າ​ໄປ​ໃນ​ທີ່​ພັກ [ຂອງ​ພຣະ​ເຈົ້າ].”21

ໃນ​ຖ້ອຍ​ຄຳ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, “ມັນ​ກໍ​ເປັນ​ເພາະ​ພວກ​ເຮົາ​ເປັນ​ຫ່ວງ​ຫລາຍ​ກ່ຽວ​ກັບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ທີ່​ພວກ​ເຮົາ​ຈຶ່ງ​ປະ​ກາດ​ຄວາມ​ຈິງ​ຂອງ​ພຣະ​ອົງ.”22

ພຣະ​ເຈົ້າ​ຮັກ​ທ່ານ; ທ່ານ​ກໍ​ຮັກ​ພຣະ​ອົງ​ບໍ?

ຄວາມ​ຮັກ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ ຖືກ​ມອບ​ໃຫ້​ດ້ວຍ​ຄວາມ​ເຕັມ​ພຣະ​ໄທ ແລະ ລວມ​ທັງ​ຄວາມ​ຫວັງ ແລະ ຄວາມ​ຄາດ​ຫວັງ​ນຳ​ອີກ. ອີກ​ເທື່ອ​ໜຶ່ງ, ໂດຍ​ການ​ອ້າງ​ເຖິງ​ຖ້ອຍ​ຄຳ​ຂອງ​ປະ​ທານ​ແນວ​ສັນ​ວ່າ, “ພຣະ​ເຈົ້າ​ຕັ້ງ​ກົດ​ໄວ້​ເພາະ​ພຣະ​ອົງ​ຮັກ​ເຮົາ ແລະ ປະ​ສົງ​ໃຫ້​ເຮົາ​ກາຍ​ເປັນ​ຄົນ​ທີ່​ເຮົາ​ສາ​ມາດ​ກາຍ​ເປັນ​ໄດ້.”23

ເພາະ​ວ່າ​ພວກ​ພຣະ​ອົງ​ຮັກ​ທ່ານ, ພວກ​ພຣະ​ອົງ​ຈຶ່ງ​ບໍ່​ປະ​ສົງ​ຈະ​ປ່ອຍ​ທ່ານ​ໄວ້ “ຕາມ​ທີ່​ທ່ານ​ເປັນ​ຢູ່.” ເພາະ​ວ່າ​ພວກ​ພຣະ​ອົງ​ຮັກ​ທ່ານ, ພວກ​ພຣະ​ອົງ​ຈຶ່ງ​ປະ​ສົງ​ໃຫ້​ທ່ານ​ມີ​ຄວາມ​ສຸກ ແລະ ປະ​ສົບ​ຄວາມ​ສຳ​ເລັດ. ເພາະ​ວ່າ​ພວກ​ພຣະ​ອົງ​ຮັກ​ທ່ານ, ພວກ​ພຣະ​ອົງ​ຈຶ່ງ​ປະ​ສົງ​ໃຫ້​ທ່ານ​ກັບ​ໃຈ ເພາະ​ນັ້ນ​ເປັນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຄວາມ​ສຸກ. ແຕ່​ມັນ​ເປັນ​ການ​ເລືອກ​ຂອງ​ທ່ານ—ພວກ​ພຣະ​ອົງ​ໃຫ້​ກຽດ​ແກ່​ອຳ​ເພີ​ໃຈ​ຂອງ​ທ່ານ. ທ່ານ​ຕ້ອງ​ເລືອກ​ທີ່​ຈະ​ຮັກ​ພວກ​ພຣະ​ອົງ, ທີ່​ຈະ​ຮັບ​ໃຊ້​ພວກ​ພຣະ​ອົງ, ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພວກ​ພຣະ​ອົງ. ແລ້ວ​ພວກ​ພຣະ​ອົງ​ຈະ​ສາ​ມາດ ອວຍ​ພອນ ທ່ານ ພ້ອມ​ທັງ ຮັກ ທ່ານ​ຢ່າງ​ອຸ​ດົມ​ສົມ​ບູນ.

ຄວາມ​ຄາດ​ຫວັງ​ຕົ້ນ​ຕໍ​ຂອງ​ພວກ​ພຣະ​ອົງ​ຈາກ​ເຮົາ​ກໍ​ວ່າ​ໃຫ້​ເຮົາ​ຮັກ​ນຳ​ອີກ. “ຜູ້​ໃດ​ທີ່​ບໍ່​ຮັກ​ກໍ​ບໍ່​ຮູ້​ຈັກ​ພຣະ​ເຈົ້າ ເພາະ​ພຣະ​ເຈົ້າ​ຊົງ​ເປັນ​ຄວາມ​ຮັກ.”24 ດັ່ງ​ທີ່​ໂຢ​ຮັນ​ໄດ້​ຂຽນ​ວ່າ, “ເພື່ອນ​ທີ່​ຮັກ​ທັງ​ຫລາຍ​ເອີຍ, ຖ້າ​ພຣະ​ເຈົ້າ​ຊົງ​ຮັກ​ພວກ​ເຮົາ​ຢ່າງ​ນັ້ນ​ແລ້ວ ພວກ​ເຮົາ​ຄວນ​ຮັກ​ຊຶ່ງ​ກັນ​ແລະ​ກັນ.”25

ຈອຍ ດີ ໂຈນສ໌ ອະ​ດີດ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ​ຈຳ​ໄດ້​ວ່າ ຕອນ​ເປັນ​ຄູ່​ສາ​ມີ​ພັນ​ລະ​ຍາ​ໜຸ່ມ, ເພິ່ນ ແລະ ສາ​ມີ​ຂອງ​ເພິ່ນ​ໄດ້​ຮັບ​ການ​ເອີ້ນ ໃຫ້​ໄປ​ຢ້ຽມ​ຢາມ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄອບ​ຄົວ​ໜຶ່ງ ທີ່​ບໍ່​ໄດ້​ໄປ​ໂບດ ເປັນ​ເວ​ລາ​ຫລາຍ​ປີ. ກໍ​ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ໃນ​ທັນ​ທີ​ໃນ​ຕອນ​ໄປ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ​ຂອງ​ພວກ​ເພິ່ນ​ວ່າ ພວກ​ເພິ່ນ​ບໍ່​ໄດ້​ເປັນ​ທີ່​ຕ້ອງ​ການ. ຫລັງ​ຈາກ​ຄວາມ​ອຸກ​ອັ່ງ​ຈາກ​ຄວາມ​ພະ​ຍາ​ຍາມ​ທີ່​ລົ້ມ​ເຫລວ​ອີກ​ຫລາຍ​ເທື່ອ, ແລະ ຫລັງ​ຈາກ​ການ​ອະ​ທິ​ຖານ ແລະ ການ​ໄຕ່​ຕອງ​ຢ່າງ​ຈິງ​ໃຈ, ບຣາ​ເດີ ແລະ ຊິດ​ສະ​ເຕີ ໂຈນສ໌ ກໍ​ໄດ້​ຮັບ​ຄຳ​ຕອບ​ເຖິງ ເຫດ​ຜົນ ຂອງ​ການ​ຮັບ​ໃຊ້​ຂອງ​ພວກ​ເພິ່ນ​ໃນ​ພຣະ​ຄຳ​ພີ​ຂໍ້​ນີ້​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ວ່າ: “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ດ້ວຍ​ສຸດ​ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ເຈົ້າ; ແລະ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ໃຫ້​ເຈົ້າ​ຮັບ​ໃຊ້​ພຣະ​ອົງ.26 ຊິດ​ສະ​ເຕີ ໂຈນສ໌ ໄດ້​ກ່າວ​ວ່າ:

“ພວກ​ເຮົາ​ຮັບ​ຮູ້​ວ່າ ພວກ​ເຮົາ​ໄດ້​ພະ​ຍາ​ຍາມທີ່​ຈະ​ຮັບ​ໃຊ້​ຄອບ​ຄົວ​ນີ້ ແລະ ທີ່​ຈະ​ຮັບ​ໃຊ້​ອະ​ທິ​ການ​ຂອງ​ພວກ​ເຮົາ, ແຕ່​ພວກ​ເຮົາ​ໄດ້​ຖາມ​ຕົວ​ເອງວ່າ ພວກ​ເຮົາ​ໄດ້​ຮັບ​ໃຊ້ ເພາະ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ບໍ່. …

“… ພວກ​ເຮົາ​ໄດ້​ເລີ່ມ​ຕື່ນ​ເຕັ້ນ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ນີ້ ເພາະ​ຄວາມ​ຮັກ​ທີ່​ພວກ​ເຮົາ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ [ເບິ່ງ 1 ນີ​ໄຟ 11:22]. ພວກ​ເຮົາ​ໄດ້​ເຮັດ​ເພື່ອ​ພຣະ​ອົງ. ພຣະ​ອົງ​ໄດ້​ເຮັດ​ໃຫ້​ບັນ​ຫາ​ນັ້ນ ກາຍ​ເປັນ​ສິ່ງ​ທີ່​ບໍ່​ຕ້ອງ​ຕໍ່​ສູ້​ດີ້ນ​ລົນ​ອີກ​ຕໍ່​ໄປ. ຫລັງ​ຈາກ​ຫລາຍ​ເດືອນ​ທີ່​ພວກ​ເຮົາ​ໄດ້​ຢືນ​ລົມ​ກັນ​ຢູ່​ໜ້າ​ປະ​ຕູ​ບ້ານ, ຄອບ​ຄົວ​ນີ້​ໄດ້​ໃຫ້​ພວກ​ເຮົາ​ເຂົ້າ​ໄປ​ໃນ​ເຮືອນ. ໃນ​ທີ່​ສຸດ, ພວກ​ເຮົາ​ໄດ້​ມີ​ການ​ອະ​ທິ​ຖານ ແລະ ເວົ້າ​ລົມ​ກັນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ປະ​ຈຳ. ມິດ​ຕະ​ພາບ​ອັນ​ຍາວ​ນານ​ໄດ້​ເກີດ​ຂຶ້ນ. ພວກ​ເຮົາ​ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ຮັກ​ພຣະ​ອົງ ໂດຍ​ການ​ຮັກ​ລູກໆ​ຂອງ​ພຣະ​ອົງ.”27

ໃນ​ການ​ຮັບ​ຮູ້​ວ່າ​ພຣະ​ເຈົ້າ​ຮັກ​ເຮົາ​ຢ່າງ​ສົມ​ບູນ​ແບບ, ເຮົາ​ແຕ່​ລະ​ຄົນ​ອາດ​ຖາມ​ວ່າ, “ເຮົາ​ຮັກ​ພຣະ​ເຈົ້າ​ດີ​ປານ​ໃດ? ພຣະ​ອົງ​ສາ​ມາດ​ເພິ່ງ​ພາ​ຄວາມ​ຮັກ​ຂອງ​ເຮົາ​ບໍ ຂະ​ນະ​ທີ່​ເຮົາ​ເພິ່ງ​ພາ​ຄວາມ​ຮັກ​ຂອງ​ພຣະ​ອົງ?” ມັນ​ຈະ​ບໍ່​ເປັນ​ຄວາມ​ປາດ​ຖະ​ໜາ​ທີ່​ມີ​ຄ່າ​ບໍ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ເພື່ອ​ວ່າ​ພຣະ​ເຈົ້າ​ຈະ​ສາ​ມາດ​ຮັກ​ເຮົາ ບໍ່​ພຽງ​ແຕ່ ເຖິງ​ຈະ​ມີ ຄວາມ​ລົ້ມ​ເຫລວ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່ ເປັນ​ເພາະ ສິ່ງ​ທີ່​ເຮົາ​ກຳ​ລັງ​ກາຍ​ເປັນ​ຢູ່​ນຳ​ອີກ? ໂອ້, ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ກ່າວ​ເຖິງ​ທ່ານ ແລະ ຂ້າ​ພະ​ເຈົ້າ​ດັ່ງ​ທີ່​ພຣະ​ອົງ​ໄດ້​ກ່າວ​ເຖິງ​ໄຮ​ຣຳ ສະ​ມິດ, ຍົກ​ຕົວ​ຢ່າງ, “ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຮັກ​ລາວ ເພາະ​ຄວາມ​ຊື່​ສັດ​ຂອງ​ໃຈ​ລາວ.”28 ຂໍ​ໃຫ້​ເຮົາ​ຈົ່ງ​ຈື່​ຈຳ​ຄຳ​ຕັກ​ເຕືອນ​ທີ່​ດີ​ຂອງ​ໂຢ​ຮັນ ວ່າ: “ເພາະ​ນີ້​ແຫລະ ເປັນ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ຄື​ໃຫ້​ເຮົາ​ທັງ​ຫລາຍ​ຮັກ​ສາ [ພຣະ​ບັນ​ຍັດ] ຂອງ​ພຣະ​ອົງ ແລະ [ພຣະ​ບັນ​ຍັດ] ຂອງ​ພຣະ​ອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ.”29

ແທ້​ຈິງ​ແລ້ວ, ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ—ແຕ່​ກົງ​ກັນ​ຂ້າມ. ມັນ​ໝາຍ​ເສັ້ນ​ທາງ​ແຫ່ງ​ການ​ປິ່ນ​ປົວ, ຄວາມ​ສຸກ, ຄວາມ​ສະ​ຫງົບ ແລະ ຄວາມ​ຊື່ນ​ຊົມ. ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ບັນ​ຍັດ, ແລະ ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພວກ​ພຣະ​ອົງ, ເຮົາ​ຈະ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ອົງ​ຢ່າງ​ເຕັມ​ປ່ຽມ ແລະ ເລິກ​ເຊິ່ງ​ຫລາຍ​ຂຶ້ນ.30

ນີ້​ແມ່ນ​ຂໍ້​ແກ້​ໄຂ​ສຳ​ລັບ​ວັນ​ເວ​ລາ​ແຫ່ງ​ການ​ຂັດ​ແຍ້ງ ທີ່​ບໍ່​ຢຸດ​ຢັ້ງ​ຂອງ​ເຮົາ—ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ໃນ​ຍຸກ​ສະ​ໄໝ​ແຫ່ງ​ຄວາມ​ຮຸ່ງ​ເຮືອງ​ໃນ​ປະ​ຫວັດ​ສາດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ຊຶ່ງ​ຕິດ​ຕາມ​ດ້ວຍ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ມັນ​ໄດ້​ຖືກ​ລາຍ​ງານ​ວ່າ, “ບໍ່​ມີ ການ​ຂັດ​ແຍ້ງ​ກັນ ໃນ​ແຜ່ນ​ດິນ, ຍ້ອນ​ວ່າ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ໃຈ​ຂອງ​ຜູ້​ຄົນ.”31 ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ໄປ​ສູ່​ຊີ​ໂອນ, ຈົ່ງ​ຈື່​ຈຳ​ຄຳ​ສັນ​ຍາ​ທີ່​ມີ​ຢູ່​ໃນ​ພຣະ​ທຳ​ພຣະ​ນິ​ມິດ​ວ່າ: “ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ຊຳ​ລະ​ລ້າງ​ເສື້ອ​ຜ້າ​ຂອງ​ຕົນ​ໃຫ້​ສະ​ອາດ ເພື່ອ​ພວກ​ເຂົາ​ຈະ​ມີ​ສິດ​ຢ່າງ​ຖືກ​ຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລະ ເຂົ້າ​ໄປ​ໃນ​ນະ​ຄອນ [ສັກ​ສິດ] ນັ້ນ​ຜ່ານ​ທາງ​ປະ​ຕູ.”32

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ຄວາມ​ເປັນ​ຈິງ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ເຖິງ​ຄວາມ​ຮັກ​ອັນ​ສະ​ໝ່ຳ​ສະ​ເໝີ, ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ​ຂອງ​ພວກ​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.