ຄຳສັ່ງຂອງແອວມາແກ່ຮີລາມັນລູກຊາຍຂອງເພິ່ນ.
ມີຢູ່ໃນບົດທີ 36 ແລະ 37.
ບົດທີ 36
ແອວມາບອກຮີລາມັນໃຫ້ຮູ້ວ່າ ເພິ່ນໄດ້ປ່ຽນໃຈເຫລື້ອມໃສຫລັງຈາກໄດ້ເຫັນທູດ—ເພິ່ນໄດ້ທົນຕໍ່ຄວາມເຈັບປວດຂອງຈິດວິນຍານທີ່ອັບປະໂຫຍດ; ເພິ່ນໄດ້ເອີ້ນຫາພຣະນາມຂອງພຣະເຢຊູ ແລະ ໄດ້ເກີດໃໝ່ຈາກພຣະເຈົ້າ—ຈິດວິນຍານຂອງເພິ່ນເຕັມໄປດ້ວຍຄວາມສຸກອັນຫວານຊື່ນ—ເພິ່ນໄດ້ເຫັນເຫລົ່າທູດສັນລະເສີນພຣະເຈົ້າ—ຜູ້ປ່ຽນໃຈເຫລື້ອມໃສຢ່າງຫລວງຫລາຍໄດ້ຊີມລົດຊາດ ແລະ ໄດ້ເຫັນຄືກັນກັບເພິ່ນໄດ້ຊີມ ແລະ ໄດ້ເຫັນ. ປະມານ 74 ປີ ກ່ອນ ຄ.ສ.
1 ລູກຂອງພໍ່ ຈົ່ງຟັງຄຳເວົ້າຂອງພໍ່; ເພາະວ່າພໍ່ຈະສາບານກັບລູກວ່າ, ຕາບໃດທີ່ລູກຈະຮັກສາພຣະບັນຍັດຂອງພຣະເຈົ້າ ລູກຈະຮຸ່ງເຮືອງຢູ່ໃນແຜ່ນດິນ.
2 ພໍ່ຢາກໃຫ້ລູກເຮັດດັ່ງທີ່ພໍ່ໄດ້ເຮັດມາແລ້ວ, ໃນການລະນຶກເຖິງການເປັນຊະເລີຍຂອງບັນພະບຸລຸດຂອງພວກເຮົາ; ເພາະພວກເຂົາເຫລົ່ານັ້ນຢູ່ໃນຄວາມເປັນ ທາດ, ແລະ ບໍ່ມີຜູ້ໃດຈະປົດປ່ອຍພວກເຂົາໄດ້ ນອກຈາກ ພຣະເຈົ້າຂອງອັບຣາຮາມ, ແລະ ພຣະເຈົ້າຂອງອີຊາກ, ແລະ ພຣະເຈົ້າຂອງຢາໂຄບ, ແລະ ພຣະອົງໄດ້ປົດປ່ອຍພວກເຂົາເຫລົ່ານັ້ນອອກຈາກຄວາມທຸກຂອງພວກເຂົາຢ່າງແນ່ນອນ.
3 ແລະ ບັດນີ້, ໂອ້ ຮີລາມັນລູກຂອງພໍ່, ຈົ່ງເບິ່ງ, ລູກຍັງໜຸ່ມແໜ້ນຢູ່, ແລະ ສະນັ້ນ, ພໍ່ຈຶ່ງວິງວອນລູກໃຫ້ຟັງຄຳເວົ້າຂອງພໍ່ ແລະ ຮຽນຮູ້ຈາກພໍ່; ເພາະພໍ່ຮູ້ວ່າຜູ້ໃດກໍຕາມທີ່ໄວ້ວາງໃຈໃນພຣະເຈົ້າ, ຜູ້ນັ້ນຈະໄດ້ຮັບການອູ້ມຊູໃນ ເວລາຂັດສົນຂອງພວກເຂົາ, ແລະ ຄວາມຫຍຸ້ງຍາກຂອງພວກເຂົາ, ແລະ ຄວາມທຸກຂອງພວກເຂົາ, ແລະ ພວກເຂົາຈະຖືກ ຍົກຂຶ້ນໃນວັນສຸດທ້າຍ.
4 ແລະ ພໍ່ບໍ່ຢາກໃຫ້ລູກຄິດວ່າ ພໍ່ ຮູ້ຈັກຈາກຕົນເອງ—ບໍ່ແມ່ນຈາກທາງໂລກ ແຕ່ຈາກທາງວິນຍານ, ບໍ່ແມ່ນຈາກຈິດໃຈອັນເປັນ ກາມມະລົມ ແຕ່ຈາກພຣະເຈົ້າ.
5 ບັດນີ້, ຈົ່ງເບິ່ງ, ພໍ່ເວົ້າກັບລູກວ່າ, ຖ້າຫາກພໍ່ບໍ່ໄດ້ ເກີດຈາກພຣະເຈົ້າແລ້ວ ພໍ່ຈະ ບໍ່ຮູ້ຈັກເລື່ອງເຫລົ່ານີ້ເລີຍ; ແຕ່ວ່າໂດຍປາກຂອງທູດຜູ້ບໍລິສຸດຂອງພຣະອົງ, ພຣະເຈົ້າຈຶ່ງເຮັດໃຫ້ເລື່ອງເຫລົ່ານີ້ເປັນທີ່ຮູ້ຈັກແກ່ພໍ່, ບໍ່ແມ່ນວ່າຈາກ ການມີຄ່າຄວນອັນໃດຂອງພໍ່;
6 ເພາະວ່າພໍ່ໄດ້ທ່ອງທ່ຽວໄປມາກັບພວກລູກຊາຍຂອງໂມໄຊຢາ, ພະຍາຍາມທີ່ຈະ ທຳລາຍສາດສະໜາຈັກຂອງພຣະເຈົ້າ; ແຕ່ຈົ່ງເບິ່ງ, ພຣະເຈົ້າໄດ້ສົ່ງທູດຜູ້ບໍລິສຸດຂອງພຣະອົງລົງມາຢັບຢັ້ງພວກພໍ່ໄວ້ຕາມທາງ.
7 ແລະ ຈົ່ງເບິ່ງ, ທູດໄດ້ເວົ້າກັບພວກພໍ່, ຄືກັບວ່າ ສຽງຟ້າຮ້ອງ ແລະ ທັງແຜ່ນດິນໂລກໄດ້ ສັ່ນສະເທືອນໃຕ້ຕີນຂອງພວກພໍ່; ແລະ ພວກພໍ່ໄດ້ລົ້ມລົງຢູ່ກັບພື້ນດິນ, ເພາະວ່າ ຄວາມຢ້ານກົວທີ່ພວກພໍ່ມີຕໍ່ພຣະຜູ້ເປັນເຈົ້າ.
8 ແຕ່ຈົ່ງເບິ່ງ, ສຽງຂອງທູດໄດ້ເວົ້າກັບພໍ່ວ່າ: ຈົ່ງລຸກຂຶ້ນເຖີດ. ແລະ ພໍ່ໄດ້ລຸກຂຶ້ນ ແລະ ເຫັນທູດອົງນັ້ນ.
9 ແລະ ເພິ່ນໄດ້ເວົ້າກັບພໍ່ວ່າ: ຖ້າບໍ່ຢາກໃຫ້ຕົວຂອງເຈົ້າຖືກທຳລາຍ, ກໍຢ່າພະຍາຍາມທຳລາຍສາດສະໜາຈັກຂອງພຣະເຈົ້າອີກເລີຍ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພໍ່ໄດ້ລົ້ມລົງຢູ່ກັບພື້ນດິນ; ແລະ ເປັນເວລາ ສາມມື້ກັບສາມຄືນທີ່ພໍ່ເປີດປາກບໍ່ໄດ້, ທັງແຂນ ແລະ ຂາຂອງພໍ່ກໍເໜັງຕີງບໍ່ໄດ້.
11 ແລະ ທູດໄດ້ເວົ້າກັບພໍ່ອີກຫລາຍເລື່ອງ ຊຶ່ງອ້າຍນ້ອງຂອງພໍ່ໄດ້ຍິນແຕ່ວ່າ ພໍ່ບໍ່ໄດ້ຍິນເລີຍ; ພໍ່ພຽງແຕ່ໄດ້ຍິນຄຳວ່າ—ຖ້າບໍ່ຢາກໃຫ້ຕົວຂອງເຈົ້າຖືກທຳລາຍ, ກໍຢ່າພະຍາຍາມທຳລາຍສາດສະໜາຈັກຂອງພຣະເຈົ້າອີກເລີຍ—ພໍ່ກໍເກີດມີຄວາມຢ້ານກົວ ແລະ ແປກປະຫລາດໃຈທີ່ສຸດ ຢ້ານວ່າຕົວເອງຈະຖືກທຳລາຍ, ພໍ່ກໍລົ້ມລົງຢູ່ກັບພື້ນດິນ ແລະ ພໍ່ກໍບໍ່ໄດ້ຍິນຫຍັງອີກເລີຍ.
12 ແຕ່ວ່າພໍ່ຖືກທໍລະມານດ້ວຍຄວາມທໍລະມານ ນິລັນດອນ, ເພາະວ່າຈິດວິນຍານຂອງພໍ່ເຈັບປວດຈົນສຸດຂີດ ແລະ ຖືກທໍລະມານດ້ວຍບາບທັງໝົດຂອງພໍ່.
13 ແທ້ຈິງແລ້ວ, ພໍ່ໄດ້ລະນຶກເຖິງບາບ ແລະ ຄວາມຊົ່ວຮ້າຍທັງໝົດຂອງພໍ່, ຊຶ່ງພໍ່ຖືກ ທໍລະມານດ້ວຍຄວາມເຈັບປວດແຫ່ງນະລົກ; ແທ້ຈິງແລ້ວ, ພໍ່ເຫັນວ່າພໍ່ໄດ້ກະບົດຕໍ່ພຣະເຈົ້າຂອງພໍ່, ແລະວ່າພໍ່ບໍ່ໄດ້ຮັກສາພຣະບັນຍັດອັນສັກສິດຂອງພຣະອົງ.
14 ແທ້ຈິງແລ້ວ, ພໍ່ໄດ້ຂ້າລູກຫລານຂອງພຣະອົງມາຢ່າງຫລວງຫລາຍແລ້ວ, ຫລື ຊັກນຳພວກເຂົາໄປຫາຄວາມທຸກທໍລະມານ; ແທ້ຈິງແລ້ວ, ແລະ ໂດຍສະຫລຸບ ຄວາມຊົ່ວຮ້າຍຂອງພໍ່ໃຫຍ່ຫລວງທີ່ສຸດ, ພຽງແຕ່ຄິດທີ່ຈະເຂົ້າໄປໃນທີ່ປະທັບຂອງພຣະເຈົ້າຂອງພໍ່, ມັນກໍໄດ້ເຮັດໃຫ້ຈິດວິນຍານຂອງພໍ່ຕ້ອງທໍລະມານດ້ວຍຄວາມຢ້ານກົວຢ່າງບໍ່ອາດສາມາດຈະວັດແທກໄດ້.
15 ໂອ້, ພໍ່ຄິດ, ວ່າພໍ່ ຢາກໃຫ້ຖືກກຳຈັດອອກໄປທັງຈິດວິນຍານ ແລະ ຮ່າງກາຍໃຫ້ສູນຫາຍໄປ, ເພື່ອພໍ່ຈະບໍ່ຖືກນຳມາຢືນຢູ່ໃນທີ່ປະທັບຂອງພຣະເຈົ້າຂອງພໍ່, ເພື່ອຮັບການພິພາກສາກ່ຽວກັບ ການປະພຶດຂອງພໍ່.
16 ແລະ ບັດນີ້, ພໍ່ຕ້ອງທົນທຸກທໍລະມານຢູ່ເປັນເວລາສາມມື້ສາມຄືນ, ດ້ວຍຄວາມເຈັບປວດຂອງຈິດວິນຍານທີ່ ອັບປະໂຫຍດ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ພໍ່ຕ້ອງທົນກັບການທໍລະມານຢູ່ນັ້ນ, ຂະນະທີ່ພໍ່ ເຈັບປວດຢູ່ດ້ວຍຄວາມຊົງຈຳເຖິງບາບອັນຫລວງຫລາຍຂອງພໍ່ຢູ່ນັ້ນ, ຈົ່ງເບິ່ງ, ພໍ່ໄດ້ລະນຶກເຖິງຄຳທຳນາຍຂອງພໍ່ທີ່ເພິ່ນໄດ້ເວົ້າຕໍ່ຜູ້ຄົນກ່ຽວກັບການສະເດັດມາຂອງພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າອົງໜຶ່ງ, ເພື່ອຊົດໃຊ້ແທນບາບຂອງໂລກ.
18 ບັດນີ້, ເມື່ອຈິດຂອງພໍ່ນຶກໄດ້ເຖິງຄວາມຄິດນີ້, ພໍ່ໄດ້ຮ້ອງໄຫ້ຢູ່ໃນໃຈວ່າ: ໂອ້ ພຣະເຢຊູເຈົ້າເອີຍ, ພຣະບຸດຂອງພຣະເຈົ້າ, ຂໍຊົງມີເມດຕາປານີຕໍ່ຂ້ານ້ອຍຜູ້ ຢູ່ໃນນ້ຳບີແຫ່ງຄວາມຂົມຂື່ນ, ແລະ ຖືກປິດລ້ອມດ້ວຍ ສາຍໂສ້ແຫ່ງຄວາມຕາຍອັນເປັນນິດດ້ວຍເຖີດ.
19 ແລະ ບັດນີ້, ຈົ່ງເບິ່ງເວລາທີ່ພໍ່ຄິດແບບນີ້, ພໍ່ບໍ່ຈື່ຈຳຄວາມເຈັບປວດຂອງພໍ່ອີກເລີຍ; ແທ້ຈິງແລ້ວ, ພໍ່ບໍ່ໄດ້ ທໍລະມານດ້ວຍຄວາມລະນຶກເຖິງບາບຂອງພໍ່ອີກຕໍ່ໄປ.
20 ແລະ ໂອ້, ພໍ່ບໍ່ເຄີຍເຫັນ ຄວາມສຸກ ແລະ ຄວາມສະຫວ່າງອັນໃດທີ່ໜ້າອັດສະຈັນເຊັ່ນນີ້; ແທ້ຈິງແລ້ວ, ຈິດວິນຍານຂອງພໍ່ເຕັມໄປດ້ວຍຄວາມສຸກທີ່ສຸດເທົ່າກັບຄວາມເຈັບປວດຂອງພໍ່!
21 ແທ້ຈິງແລ້ວ, ພໍ່ເວົ້າກັບເຈົ້າຜູ້ເປັນລູກຂອງພໍ່ວ່າ, ບໍ່ມີອັນໃດຈະໃຫຍ່ຫລວງ ແລະ ຂົມຂື່ນໄດ້ເທົ່າກັບຄວາມເຈັບປວດຂອງພໍ່. ແທ້ຈິງແລ້ວ, ແລະ ພໍ່ກ່າວກັບເຈົ້າລູກຂອງພໍ່ອີກວ່າ, ບໍ່ມີອັນໃດເລີຍທີ່ງົດງາມ ແລະ ຫວານຊື່ນເທົ່າກັບຄວາມສຸກຂອງພໍ່.
22 ແທ້ຈິງແລ້ວ, ພໍ່ຄິດວ່າພໍ່ໄດ້ເຫັນຄືກັນກັບ ລີໄຮບັນພະບຸລຸດຂອງພວກເຮົາ, ຊຶ່ງໄດ້ເຫັນພຣະເຈົ້າປະທັບຢູ່ເທິງພຣະທີ່ນັ່ງຂອງພຣະອົງ, ຫຸ້ມລ້ອມໄປດ້ວຍເຫລົ່າທູດທັງຫລາຍຈົນນັບບໍ່ຖ້ວນ, ຢູ່ໃນທ່າທາງຮ້ອງເພງ ແລະ ສັນລະເສີນພຣະເຈົ້າຂອງພວກເຂົາ; ແທ້ຈິງແລ້ວ, ແລະ ຈິດວິນຍານຂອງພໍ່ຢາກຈະຢູ່ບ່ອນນັ້ນ.
23 ແຕ່ຈົ່ງເບິ່ງ, ແຂນຂາຂອງພໍ່ໄດ້ຮັບ ກຳລັງຂອງມັນຄືນມາອີກ, ແລະ ພໍ່ໄດ້ຢືນຂຶ້ນດ້ວຍຕີນຂອງພໍ່ເອງ, ແລະ ໄດ້ສະແດງແກ່ຜູ້ຄົນໃຫ້ປະຈັກວ່າ ພໍ່ໄດ້ ເກີດໃໝ່ແລ້ວຈາກພຣະເຈົ້າ.
24 ແທ້ຈິງແລ້ວ, ນັບແຕ່ເວລານັ້ນເປັນຕົ້ນມາຈົນເຖິງເວລານີ້, ພໍ່ໄດ້ເຮັດວຽກຢ່າງບໍ່ທໍ້ຖອຍ, ເພື່ອພໍ່ຈະໄດ້ຊັກນຳເອົາຈິດວິນຍານຫລາຍດວງມາຫາການກັບໃຈ; ເພື່ອພໍ່ຈະໄດ້ນຳເອົາພວກເຂົາມາ ຊີມລົດຊາດຂອງຄວາມສຸກ ຊຶ່ງພໍ່ໄດ້ຊີມມັນມາແລ້ວ; ເພື່ອພວກເຂົາຈະໄດ້ເກີດຈາກພຣະເຈົ້າອີກ, ແລະ ເຕັມໄປດ້ວຍພຣະວິນຍານບໍລິສຸດ.
25 ແທ້ຈິງແລ້ວ, ແລະ ບັດນີ້ຈົ່ງເບິ່ງ, ໂອ້ ລູກຂອງພໍ່, ພຣະຜູ້ເປັນເຈົ້າໄດ້ປະທານຄວາມຊື່ນຊົມຢ່າງຍິ່ງໃຫ້ພໍ່ໃນຜົນງານຂອງພໍ່;
26 ເພາະຍ້ອນວ່າ ພຣະຄຳຊຶ່ງພຣະອົງໃຫ້ແກ່ພໍ່, ຈົ່ງເບິ່ງ, ຄົນຢ່າງຫລວງຫລາຍຈຶ່ງເກີດຈາກພຣະເຈົ້າ, ແລະ ໄດ້ຊີມລົດຊາດຄືກັນກັບພໍ່ໄດ້ຊີມມາ, ແລະ ເຫັນຄືກັນກັບທີ່ພໍ່ໄດ້ເຫັນມາ; ສະນັ້ນ ພວກເຂົາຈຶ່ງຮູ້ຈັກເຖິງເລື່ອງເຫລົ່ານີ້, ຊຶ່ງພໍ່ໄດ້ເວົ້າໄວ້ຄືກັນກັບທີ່ພໍ່ໄດ້ຮູ້ຈັກ; ແລະ ຄວາມຮູ້ທີ່ພໍ່ມີນັ້ນເປັນຂອງພຣະເຈົ້າ.
27 ແລະ ພໍ່ໄດ້ຮັບການອູ້ມຊູເວລາມີຄວາມເດືອດຮ້ອນ ແລະ ເວລາມີຄວາມຫຍຸ້ງຍາກທຸກຢ່າງ, ແທ້ຈິງແລ້ວ, ແລະ ໃນຄວາມທຸກນາໆປະການ; ແທ້ຈິງແລ້ວ, ພຣະເຈົ້າໄດ້ປົດປ່ອຍພໍ່ອອກຈາກຄຸກ ແລະ ອອກຈາກພັນທະການ, ແລະ ອອກຈາກຄວາມຕາຍ; ແທ້ຈິງແລ້ວ, ພໍ່ໄວ້ວາງໃຈໃນພຣະອົງ, ແລະ ພຣະອົງໄດ້ ປົດປ່ອຍພໍ່ອອກໄປ.
28 ແລະ ພໍ່ຮູ້ວ່າ ພຣະອົງຈະ ຍົກພໍ່ຂຶ້ນໃນວັນສຸດທ້າຍ, ເພື່ອພໍ່ຈະໄດ້ຢູ່ກັບພຣະອົງໃນ ລັດສະໝີພາບ; ແທ້ຈິງແລ້ວ, ພໍ່ຈະສັນລະເສີນພຣະອົງຕະຫລອດໄປ, ເພາະພຣະອົງໄດ້ ນຳພາບັນພະບຸລຸດຂອງພວກເຮົາອອກຈາກເອຢິບ ແລະ ພຣະອົງໄດ້ກືນ ຊາວເອຢິບເຂົ້າໃນທະເລແດງ; ແລະ ໂດຍອຳນາດຂອງພຣະອົງ, ພຣະອົງໄດ້ນຳເອົາຄົນເຫລົ່ານັ້ນໄປຫາແຜ່ນດິນແຫ່ງຄຳສັນຍາ; ແທ້ຈິງແລ້ວ, ແລະ ພຣະອົງໄດ້ປົດປ່ອຍພວກເຂົາໃຫ້ອອກຈາກຄວາມເປັນທາດ ແລະ ການເປັນຊະເລີຍເປັນບາງຄັ້ງ.
29 ແທ້ຈິງແລ້ວ, ແລະ ພຣະອົງໄດ້ນຳພາບັນພະບຸລຸດຂອງພວກເຮົາອອກຈາກແຜ່ນດິນເຢຣູຊາເລັມມາ; ແລະ ໂດຍອຳນາດອັນເປັນນິດຂອງພຣະອົງ, ໄດ້ປົດປ່ອຍພວກເຂົາອອກຈາກ ຄວາມເປັນທາດ ແລະ ຄວາມເປັນຊະເລີຍເປັນບາງຄັ້ງ, ຈົນລົງມາເຖິງປະຈຸບັນນີ້; ແລະ ພໍ່ໄດ້ເກັບກຳເລື່ອງຄວາມເປັນຊະເລີຍຂອງພວກເຂົາໄວ້ໃນຄວາມຊົງຈຳສະເໝີ; ແທ້ຈິງແລ້ວ, ແລະ ລູກກໍຄວນເກັບກຳຄວາມເປັນຊະເລີຍຂອງພວກເຂົາໄວ້ໃນຄວາມຊົງຈຳເໝືອນດັ່ງພໍ່ໄດ້ເຮັດມາ.
30 ແຕ່ຈົ່ງເບິ່ງ, ລູກຂອງພໍ່, ນີ້ຍັງບໍ່ໝົດ; ເພາະວ່າລູກຄວນຮູ້ຈັກເໝືອນດັ່ງພໍ່ໄດ້ຮູ້ວ່າ, ຕາບໃດທີ່ລູກຍັງຮັກສາພຣະບັນຍັດຂອງພຣະເຈົ້າ ລູກຈະຮຸ່ງເຮືອງຢູ່ໃນແຜ່ນດິນ; ແລະ ລູກຄວນຈະຮູ້ຈັກອີກວ່າ ຕາບໃດທີ່ລູກບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ ລູກຈະຖືກຕັດອອກຈາກທີ່ປະທັບຂອງພຣະອົງ. ບັດນີ້, ນີ້ເປັນໄປຕາມພຣະຄຳຂອງພຣະອົງ.