ໜັງສືແອວມາ
ລູກຊາຍຂອງແອວມາ
ເລື່ອງລາວຂອງແອວມາ, ຜູ້ເປັນລູກຊາຍຂອງແອວມາ, ຜູ້ເປັນຫົວໜ້າຜູ້ຕັດສິນຄົນທຳອິດຂອງຜູ້ຄົນຂອງນີໄຟ, ແລະ ທັງເປັນມະຫາປະໂລຫິດດູແລສາດສະໜາຈັກນຳອີກ. ເລື່ອງລາວກ່ຽວກັບການປົກຄອງຂອງຜູ້ຕັດສິນ, ແລະ ສົງຄາມ ແລະ ການຂັດແຍ້ງໃນບັນດາຜູ້ຄົນ. ແລະ ເລື່ອງລາວຕ່າງໆກ່ຽວກັບສົງຄາມລະຫວ່າງຊາວນີໄຟກັບຊາວເລມັນນຳອີກ, ຊຶ່ງເປັນໄປຕາມບັນທຶກຂອງແອວມາ, ຜູ້ເປັນຫົວໜ້າຜູ້ຕັດສິນຄົນທຳອິດ.
ບົດທີ 1
ນີຮໍສິດສອນຄຳສອນທີ່ຜິດ, ສະຖາປະນາສາດສະໜາຈັກຂຶ້ນ, ແນະນຳການຫລອກລວງຂອງປະໂລຫິດ, ແລະ ຂ້າກີເດໂອນ—ນີຮໍຖືກປະຫານຊີວິດຕາມໂທດຂອງຄວາມຜິດຂອງລາວ—ການຫລອກລວງຂອງປະໂລຫິດ ແລະ ການກົດຂີ່ຂົ່ມເຫັງແຜ່ຂະຫຍາຍອອກໄປໃນບັນດາຜູ້ຄົນ—ພວກປະໂລຫິດທັງຫລາຍທຳງານຫາລ້ຽງຕົນເອງ, ຜູ້ຄົນເບິ່ງແຍງຄົນຍາກຈົນ, ແລະ ສາດສະໜາຈັກຈະເລີນຮຸ່ງເຮືອງຂຶ້ນ. ປະມານ 91–88 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໃນປີທຳອິດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ນັບຈາກເວລານີ້ໄປກະສັດໂມໄຊຢາໄດ້ ຈາກໄປຕາມທາງຂອງໂລກແລ້ວ, ຊຶ່ງເພິ່ນໄດ້ຕໍ່ສູ້ມາຢ່າງອົດທົນ, ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ, ບໍ່ມີຜູ້ໃດຈະຂຶ້ນປົກຄອງແທນເພິ່ນເລີຍ; ເຖິງຢ່າງໃດກໍຕາມ ເພິ່ນຍັງໄດ້ສະຖາປະນາ ກົດຂຶ້ນ ແລະ ຜູ້ຄົນກໍຍອມຮັບເອົາກົດເຫລົ່ານັ້ນ; ສະນັ້ນ ພວກເຂົາຈຶ່ງຕ້ອງປະຕິບັດຕາມກົດຊຶ່ງເພິ່ນໄດ້ຕັ້ງໄວ້ໃຫ້.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທຳອິດຂອງການປົກຄອງຂອງແອວມາໃນບັນລັງຕັດສິນນັ້ນ, ມີຄົນຜູ້ໜຶ່ງຖືກນຳເອົາມາຢູ່ຕໍ່ໜ້າເພິ່ນເພື່ອຮັບການຕັດສິນ, ຊາຍຄົນນີ້ເປັນຄົນທີ່ມີຮ່າງກາຍສູງໃຫຍ່ ແລະ ມີຊື່ສຽງເພາະຄວາມແຂງແຮງຂອງລາວ.
3 ແລະ ລາວໄດ້ທ່ອງທ່ຽວໄປໃນບັນດາຜູ້ຄົນ ແລະ ໄດ້ສັ່ງສອນຄົນທັງຫລາຍເຖິງເລື່ອງທີ່ລາວ ຖືວ່າເປັນພຣະຄຳຂອງພຣະເຈົ້າ, ກ່າວຄຳ ຕໍ່ຕ້ານສາດສະໜາຈັກ; ປະກາດແກ່ຜູ້ຄົນວ່າ ປະໂລຫິດກັບຜູ້ສອນທຸກຄົນຄວນເປັນທີ່ ເຄົາລົບນັບຖື ແລະ ພວກເພິ່ນ ບໍ່ຄວນອອກແຮງງານດ້ວຍມືຂອງຕົນເອງ, ແຕ່ວ່າພວກເພິ່ນຄວນໄດ້ຮັບການຄ້ຳຊູຈາກຜູ້ຄົນ.
4 ແລະ ລາວໄດ້ສະແດງຫລັກຖານຕໍ່ຜູ້ຄົນອີກວ່າ ມະນຸດຊາດທັງປວງຈະລອດໃນວັນສຸດທ້າຍ, ແລະ ວ່າພວກເຂົາບໍ່ຕ້ອງຢ້ານກົວ ຫລື ຕົວສັ່ນ, ແຕ່ວ່າໃຫ້ພວກເຂົາເງີຍໜ້າຂຶ້ນ ແລະ ປິຕິຍິນດີ, ເພາະວ່າພຣະຜູ້ເປັນເຈົ້າໄດ້ສ້າງມະນຸດທັງປວງຂຶ້ນມາ ແລະ ໄດ້ໄຖ່ຄົນທັງປວງນຳອີກ, ແລະ ໃນຕອນສຸດທ້າຍມະນຸດທັງປວງຈະມີຊີວິດນິລັນດອນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ສິດສອນເລື່ອງເຫລົ່ານີ້ ຈົນວ່າຜູ້ຄົນຫລາຍຄົນໄດ້ເຊື່ອຖືໃນຄຳເວົ້າຂອງລາວ, ຈົນວ່າຄົນເປັນຈຳນວນຫລວງຫລາຍເລີ່ມຄ້ຳຊູ ແລະ ເອົາເງິນໃຫ້ລາວ.
6 ແລະ ລາວເລີ່ມມີຄວາມລະເມີເພີ້ຝັນດ້ວຍຄວາມທະນົງໃຈ ແລະ ນຸ່ງຫົ່ມດ້ວຍເສື້ອຜ້າທີ່ມີລາຄາແພງ, ແທ້ຈິງແລ້ວ, ລາວໄດ້ເລີ່ມສະຖາປະນາ ສາດສະໜາຈັກຂຶ້ນຕາມວິທີການສັ່ງສອນຂອງລາວ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ລາວກຳລັງຈະໄປສັ່ງສອນຜູ້ທີ່ເຊື່ອຖືໃນຄຳເວົ້າຂອງລາວຢູ່ນັ້ນ, ລາວໄດ້ພົບພໍ້ກັບຄົນຜູ້ໜຶ່ງຊຶ່ງເປັນສະມາຊິກຂອງສາດສະໜາຈັກຂອງພຣະເຈົ້າ, ແທ້ຈິງແລ້ວ, ເປັນຜູ້ໜຶ່ງຂອງພວກຜູ້ສອນ ແລະ ລາວໄດ້ເລີ່ມກ່າວຄຳຫຍາບຄາຍຢ່າງຮຸນແຮງຕໍ່ຜູ້ນັ້ນວ່າ ລາວຈະຊັກຈູງຜູ້ຄົນຂອງສາດສະໜາຈັກໄປ; ແຕ່ວ່າຊາຍຄົນນັ້ນໄດ້ຕໍ່ຕ້ານລາວໂດຍໄດ້ຕັກເຕືອນລາວດ້ວຍ ພຣະຄຳຂອງພຣະເຈົ້າ.
8 ບັດນີ້ຊື່ຂອງຊາຍຄົນນັ້ນຄື ກີເດໂອນ; ແລະ ລາວເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າໃນການປົດປ່ອຍປະຊາຊົນຂອງລິມໄຮອອກຈາກຄວາມເປັນທາດ.
9 ບັດນີ້ຍ້ອນວ່າກີເດໂອນໄດ້ຕໍ່ຕ້ານລາວດ້ວຍພຣະຄຳຂອງພຣະເຈົ້າ ລາວຈຶ່ງຄຽດແຄ້ນໃຫ້ກີເດໂອນ ແລ້ວໄດ້ຖອດດາບອອກມາ ແລະ ເລີ່ມຟັນກີເດໂອນເສຍ. ບັດນີ້ກີເດໂອນໂດຍທີ່ມີອາຍຸແກ່ແລ້ວ, ສະນັ້ນ ລາວຈຶ່ງບໍ່ສາມາດຕ້ານທານໄດ້, ສະນັ້ນ ກີເດໂອນຈຶ່ງຖືກ ຂ້າດ້ວຍດາບ.
10 ແລະ ຜູ້ທີ່ຂ້າກີເດໂອນໄດ້ຖືກຜູ້ຄົນຂອງສາດສະໜາຈັກຈັບໄປ ແລະ ນຳເອົາມາຢູ່ຕໍ່ໜ້າຂອງແອວມາເພື່ອຮັບການ ຕັດສິນຕາມຄວາມຜິດທີ່ລາວໄດ້ກະທຳໄວ້.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວຢືນຢູ່ຕໍ່ໜ້າແອວມາ ແລະ ແກ້ຂໍ້ກ່າວຫາຢ່າງອາດຫານເພື່ອຕົວເອງ.
12 ແຕ່ແອວມາກ່າວກັບລາວວ່າ: ຈົ່ງເບິ່ງ, ນີ້ເປັນເທື່ອທຳອິດທີ່ ການຫລອກລວງຂອງປະໂລຫິດ ຖືກເອົາມາໃຫ້ເປັນທີ່ຮູ້ຈັກໃນບັນດາຜູ້ຄົນພວກນີ້. ແລະ ຈົ່ງເບິ່ງ, ເຈົ້າບໍ່ພຽງແຕ່ຜິດເພາະການຫລອກລວງຂອງປະໂລຫິດເທົ່ານັ້ນ, ແຕ່ຍັງພະຍາຍາມບັງຄັບຜູ້ຄົນດ້ວຍດາບ; ແລະ ຖ້າຫາກການຫລອກລວງຂອງປະໂລຫິດຖືກບັງຄັບໃຊ້ໃນບັນດາຜູ້ຄົນແລ້ວ ກໍໝາຍຄວາມວ່າຄວາມພິນາດທັງໝົດກໍຈະເກີດຂຶ້ນແກ່ພວກເຂົາ.
13 ແລະ ເຈົ້າເຮັດໃຫ້ຄົນຊື່ສັດຜູ້ໜຶ່ງຕ້ອງຕາຍໄປ, ແທ້ຈິງແລ້ວ, ຊຶ່ງເປັນຜູ້ທີ່ໄດ້ສ້າງຄວາມດີໄວ້ຫລາຍທີ່ສຸດໃນບັນດາຜູ້ຄົນເຫລົ່ານີ້; ແລະ ຖ້າຫາກພວກເຮົາໄວ້ຊີວິດຂອງເຈົ້າ ແລ້ວເລືອດຂອງລາວກໍຈະມາຟ້ອງພວກເຮົາເພື່ອ ແກ້ແຄ້ນ.
14 ສະນັ້ນ ເຈົ້າຈຶ່ງຕ້ອງ ໄດ້ຮັບໂທດປະຫານຊີວິດຕາມກົດທີ່ໂມໄຊຢາ, ກະສັດຄົນສຸດທ້າຍຂອງພວກເຮົາໄດ້ໃຫ້ໄວ້; ແລະ ມັນເປັນທີ່ຍອມຮັບກັນໂດຍຜູ້ຄົນພວກນີ້; ສະນັ້ນ ຜູ້ຄົນພວກນີ້ຕ້ອງປະຕິບັດຕາມກົດນັ້ນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເອົາລາວໄປ ແລະ ຊື່ຂອງລາວແມ່ນ ນີຮໍ; ແລະ ພວກເຂົາໄດ້ພາລາວຂຶ້ນໄປຈອມເນີນພູແມນທາຍ, ແລະ ບ່ອນນັ້ນເປັນລະຫວ່າງຟ້າສະຫວັນກັບແຜ່ນດິນໂລກ ບ່ອນທີ່ລາວຍອມຮັບວ່າ ເລື່ອງທີ່ລາວໄດ້ສິດສອນຜູ້ຄົນນັ້ນກົງກັນຂ້າມກັບພຣະຄຳຂອງພຣະເຈົ້າ, ແລະ ບ່ອນທີ່ລາວໄດ້ທົນທຸກທໍລະມານ ແລະ ຕາຍຢ່າງໜ້າອັບອາຍ.
16 ເຖິງຢ່າງໃດກໍຕາມ, ສິ່ງນີ້ຍັງບໍ່ໄດ້ເຮັດໃຫ້ການຂະຫຍາຍຕົວຂອງການຫລອກລວງຂອງປະໂລຫິດໃນທົ່ວແຜ່ນດິນຢຸດລົງໄດ້ ເພາະມີຫລາຍຄົນທີ່ຮັກສິ່ງທີ່ບໍ່ມີປະໂຫຍດຂອງໂລກ, ແລະ ພວກເຂົາໄດ້ອອກໄປສັ່ງສອນຄຳສອນທີ່ບໍ່ຖືກຕ້ອງ; ແລະ ນີ້ພວກເຂົາໄດ້ກະທຳໄປເພື່ອເຫັນແກ່ ຄວາມຮັ່ງມີ ແລະ ກຽດສັກສີຂອງຕົນເອງ.
17 ເຖິງຢ່າງໃດກໍຕາມ, ພວກເຂົາຍັງບໍ່ກ້າເວົ້າ ຕົວະເພາະຢ້ານກົວກົດໝາຍ, ເພາະວ່າຜູ້ທີ່ເວົ້າຕົວະຍ່ອມຖືກລົງໂທດ; ສະນັ້ນ ພວກເຂົາຈຶ່ງທຳທ່າສັ່ງສອນຕາມຄວາມເຊື່ອຖືຂອງພວກເຂົາ; ແລະ ບັດນີ້ກົດໝາຍບໍ່ມີອຳນາດກັບຜູ້ໃດໄດ້ຕາມຄວາມເຊື່ອຖື ຂອງເຂົາ.
18 ແລະ ພວກເຂົາບໍ່ກ້າ ລັກເພາະຢ້ານກົວກົດໝາຍ, ເພາະວ່າການກະທຳແບບນີ້ຈະໄດ້ຮັບການລົງໂທດ; ພວກເຂົາກໍບໍ່ກ້າປຸ້ນສະດົມ, ຫລື ຄາດຕະກຳ, ເພາະວ່າຄົນທີ່ເຮັດ ຄາດຕະກຳຈະຖືກລົງໂທດເຖິງແກ່ ຄວາມຕາຍ.
19 ແຕ່ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດທີ່ບໍ່ໄດ້ເຂົ້າຮ່ວມສາດສະໜາຈັກຂອງພຣະເຈົ້າໄດ້ເລີ່ມຂົ່ມເຫັງຜູ້ທີ່ເຂົ້າຮ່ວມສາດສະໜາຈັກຂອງພຣະເຈົ້າ ແລະ ຜູ້ທີ່ຍອມຮັບພຣະນາມຂອງພຣະຄຣິດ.
20 ແທ້ຈິງແລ້ວ, ພວກເຂົາໄດ້ຂົ່ມເຫັງຄົນພວກເຂົາ, ແລະ ເຮັດໃຫ້ພວກເຂົາຕ້ອງທຸກທໍລະມານດ້ວຍຄຳເວົ້າຕ່າງໆນາໆ, ແລະ ນີ້ເພາະວ່າຄວາມຖ່ອມຕົວຂອງພວກເຂົາ; ເພາະວ່າພວກເຂົາບໍ່ໄດ້ອວດດີໃນສາຍຕາຂອງຕົນເອງ, ແລະ ຍ້ອນວ່າພວກເຂົາໄດ້ໃຫ້ພຣະຄຳຂອງພຣະເຈົ້າແກ່ກັນແລະກັນໂດຍບໍ່ໄດ້ຄິດເປັນ ເງິນ ຫລື ຄຸນຄ່າລາຄາແຕ່ຢ່າງໃດ.
21 ບັດນີ້ມັນມີກົດເຄັ່ງຄັດຂໍ້ໜຶ່ງໃນບັນດາຜູ້ຄົນຂອງສາດສະໜາຈັກ, ຄືຈະບໍ່ມີຜູ້ໃດທີ່ເປັນສະມາຊິກໃນສາດສະໜາຈັກອອກໄປ ຂົ່ມເຫັງຜູ້ທີ່ບໍ່ໄດ້ເຂົ້າຮ່ວມສາດສະໜາຈັກ, ແລະ ຈະບໍ່ມີການຂົ່ມເຫັງຊຶ່ງກັນແລະກັນໃນບັນດາພວກເຂົາເອງ.
22 ເຖິງຢ່າງໃດກໍຕາມ, ຍັງມີຄົນຫລາຍຄົນໃນບັນດາພວກເຂົາທີ່ເລີ່ມອວດດີ ແລະ ຜິດຖຽງກັນຢ່າງຮຸນແຮງຕໍ່ຜູ້ປໍລະປັກຂອງຕົນຈົນວ່າມີການຕ່ອຍຕີກັນ; ແທ້ຈິງແລ້ວ, ພວກເຂົາໄດ້ຕ່ອຍຕີກັນດ້ວຍກຳປັ້ນ.
23 ແລະ ບັດນີ້ມັນເປັນປີທີສອງຂອງການປົກຄອງຂອງແອວມາ, ແລະ ເປັນສາເຫດທີ່ເຮັດໃຫ້ສາດສະໜາຈັກມີຄວາມທຸກຫລາຍ; ແທ້ຈິງແລ້ວ, ເປັນສາເຫດໃຫ້ສາດສະໜາຈັກຕ້ອງມີຄວາມຫຍຸ້ງຍາກ.
24 ເພາະວ່າໃຈຂອງຫລາຍຄົນແຂງກະດ້າງ, ແລະ ຊື່ຂອງພວກເຂົາໄດ້ຖືກ ລຶບ, ເພື່ອບໍ່ໃຫ້ເປັນທີ່ຈື່ຈຳຕໍ່ໄປໃນບັນດາຜູ້ຄົນຂອງພຣະເຈົ້າ. ແລະ ມີຫລາຍຄົນໄດ້ ຖອນຕົວອອກໄປຈາກບັນດາພວກເຂົາ.
25 ບັດນີ້ ນີ້ເປັນເລື່ອງຫຍຸ້ງຍາກອັນໃຫຍ່ຫລວງກັບຜູ້ທີ່ໝັ້ນຄົງຢູ່ໃນສັດທາ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງແນ່ວແນ່ ແລະ ບໍ່ຫວັ່ນໄຫວໃນການຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ພວກເຂົາໄດ້ຮັບເອົາການຂົ່ມເຫັງທີ່ກອບໂກຍໃສ່ພວກເຂົາດ້ວຍ ຄວາມອົດທົນ.
26 ແລະ ເວລາທີ່ປະໂລຫິດປະລະ ວຽກງານເພື່ອອອກໄປໃຫ້ພຣະຄຳຂອງພຣະເຈົ້າແກ່ຜູ້ຄົນ, ຜູ້ຄົນກໍຕ້ອງປະລະວຽກງານຂອງຕົນເພື່ອໄປຟັງພຣະຄຳຂອງພຣະເຈົ້າຄືກັນ. ແລະ ເມື່ອປະໂລຫິດໃຫ້ພຣະຄຳຂອງພຣະເຈົ້າແກ່ຜູ້ຄົນແລ້ວ ພວກເຂົາກໍກັບຄືນໄປເຮັດວຽກຢ່າງພາກພຽນອີກ; ແລະ ຜູ້ສອນບໍ່ໄດ້ຖືຕົວວ່າຕົນເອງສູງກວ່າຜູ້ຟັງ, ເພາະຜູ້ສອນບໍ່ໄດ້ດີກວ່າຜູ້ຟັງ, ທັງຜູ້ສອນບໍ່ໄດ້ດີກວ່າຜູ້ຮຽນເລີຍ; ແລະ ດັ່ງນັ້ນ ຄົນທັງຫລາຍຈຶ່ງເທົ່າທຽມກັນ, ແລະ ພວກເຂົາທັງໝົດທຳງານ, ທຸກຄົນ ຕາມກຳລັງຂອງຕົນ.
27 ແລະ ພວກເຂົາ ໃຫ້ເຂົ້າຂອງ ຂອງພວກເຂົາ, ທຸກຄົນຕາມທີ່ພວກເຂົາມີ, ໃຫ້ແກ່ ຄົນຍາກຈົນ, ແລະ ຄົນຂັດສົນ, ແລະ ຄົນເຈັບປ່ວຍ, ແລະ ຄົນທີ່ເປັນທຸກ; ແລະ ພວກເຂົາບໍ່ໄດ້ໃສ່ເສື້ອຜ້າທີ່ມີລາຄາແພງ, ແຕ່ພວກເຂົາກໍຍັງຮຽບຮ້ອຍ ແລະ ໜ້າຊົມ.
28 ແລະ ພວກເຂົາຈຶ່ງໄດ້ສະຖາປະນາການງານຂອງສາດສະໜາຈັກຂຶ້ນແບບນີ້; ແລະ ເຖິງແມ່ນການຂົ່ມເຫັງທັງໝົດຂອງພວກເຂົາ, ແຕ່ພວກເຂົາເລີ່ມມີສັນຕິສຸກຕິດຕໍ່ກັນອີກດັ່ງນີ້.
29 ແລະ ບັດນີ້ເພາະວ່າຄວາມໝັ້ນຄົງຂອງສາດສະໜາຈັກ ພວກເຂົາຈຶ່ງເປັນຄົນ ຮັ່ງມີຢ່າງຍິ່ງ, ໂດຍມີທຸກສິ່ງຢ່າງຫລວງຫລາຍບໍ່ວ່າອັນໃດກໍຕາມທີ່ພວກເຂົາຕ້ອງການ—ແລະ ມີຝູງສັດລ້ຽງ ແລະ ຝູງສັດໃຊ້ແຮງງານ, ແລະ ລູກສັດລ້ຽງທຸກຊະນິດ, ແລະ ພືດພັນຢ່າງຫລວງຫລາຍ, ພ້ອມທັງຄຳ, ແລະ ພ້ອມທັງເງິນ, ແລະ ຂອງມີຄ່າ, ແລະ ຜ້າໄໝ ແລະ ຜ້າລີນິນຕ່ຳຢ່າງດີຫລວງຫລາຍ, ແລະ ຜ້າຢ່າງດີທຸກຊະນິດທີ່ໃຊ້ໃນບ້ານ.
30 ແລະ ໃນສະພາບອັນ ຈະເລີນຮຸ່ງເຮືອງຂອງພວກເຂົາແບບນີ້, ພວກເຂົາບໍ່ໄດ້ປະໃຫ້ຜູ້ໃດ ເປືອຍເປົ່າ, ຫລື ຫິວໂຫຍ, ຫລື ກະຫາຍນ້ຳ, ຫລື ເຈັບປວດ, ຫລື ຂາດການບຳລຸງລ້ຽງ; ແລະ ພວກເຂົາບໍ່ໄດ້ໝົກໝຸ້ນຢູ່ກັບຂອງມີຄ່າ; ສະນັ້ນ ພວກເຂົາຈຶ່ງແຈກຢາຍໃຫ້ແກ່ທຸກຄົນທັງຜູ້ເຖົ້າ ແລະ ຜູ້ໜຸ່ມ, ທັງຂ້າທາດ ແລະ ຜູ້ເປັນອິດສະລະ, ທັງຊາຍ ແລະ ຍິງ, ບໍ່ວ່າຈະຢູ່ນອກສາດສະໜາຈັກ, ຫລື ຢູ່ໃນສາດສະໜາຈັກກໍຕາມ ໂດຍບໍ່ໄດ້ ເຫັນແກ່ຜູ້ໃດຜູ້ໜຶ່ງເມື່ອຄົນເຫລົ່ານັ້ນຢູ່ໃນຄວາມຕ້ອງການ.
31 ແລະ ພວກເຂົາໄດ້ຈະເລີນຮຸ່ງເຮືອງ ແລະ ຮັ່ງມີເປັນດີກວ່າຜູ້ທີ່ບໍ່ໄດ້ເປັນຂອງສາດສະໜາຈັກຂອງພວກເຂົາດັ່ງນັ້ນ.
32 ເພາະວ່າຜູ້ທີ່ບໍ່ໄດ້ເປັນຂອງສາດສະໜາຈັກຂອງພວກເຂົາໄດ້ເອົາໃຈໃສ່ກັບເວດມົນຄາຖາ, ແລະ ກັບ ການນັບຖືຮູບບູຊາ ຫລື ຄວາມຂີ້ຄ້ານມັກງ່າຍ; ແລະ ການເວົ້າບໍ່ມີສາລະ, ແລະ ການອິດສາບັງບຽດ ແລະ ການຜິດຖຽງກັນ, ນຸ່ງຖືເສື້ອຜ້າທີ່ມີລາຄາແພງ; ລະເມີເພີ້ຝັນດ້ວຍຄວາມທະນົງຕົວໃນສາຍຕາຂອງຕົນເອງ; ຂົ່ມເຫັງ, ເວົ້າຕົວະ, ຂີ້ລັກມັກສົກ, ການທຳການໂສເພນີ, ແລະ ການຄາດຕະກຳ, ແລະ ກະທຳຄວາມຊົ່ວຮ້າຍນາໆປະການ; ເຖິງຢ່າງໃດກໍຕາມ, ກົດໝາຍຍັງໄດ້ບັງຄັບຜູ້ທີ່ລ່ວງລະເມີດມັນເທົ່າທີ່ຈະເຮັດໄດ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂດຍການໃຊ້ກົດໝາຍກັບຜູ້ຄົນ, ດັ່ງນັ້ນ ທຸກຄົນຈຶ່ງຕ້ອງໄດ້ຮັບໂທດຕາມຄວາມຜິດຂອງຕົນ, ມັນຈຶ່ງມີຄວາມສະຫງົບລົງ, ແລະ ບໍ່ມີຜູ້ໃດກ້າເຮັດຄວາມຊົ່ວຮ້າຍໃດໆ ດັ່ງທີ່ຮູ້ຈັກກັນ; ສະນັ້ນ, ຈຶ່ງມີສັນຕິສຸກຫລາຍໃນບັນດາຜູ້ຄົນຂອງນີໄຟຈົນເຖິງປີທີຫ້າແຫ່ງການປົກຄອງຂອງຜູ້ຕັດສິນ.