ພຣະ​ຄຳ​ພີ
ແອວ​ມາ 1


ໜັງ​ສື​ແອວ​ມາ
ລູກ​ຊາຍ​ຂອງ​ແອວ​ມາ

ເລື່ອງ​ລາວ​ຂອງ​ແອວ​ມາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວ​ມາ, ຜູ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຄົນ​ທຳ​ອິດ​ຂອງ​ຜູ້​ຄົນ​ຂອງ​ນີ​ໄຟ, ແລະ ທັງ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ​ນຳ​ອີກ. ເລື່ອງ​ລາວ​ກ່ຽວ​ກັບ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ, ແລະ ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ໃນ​ບັນ​ດາ​ຜູ້​ຄົນ. ແລະ ເລື່ອງ​ລາວ​ຕ່າງໆ​ກ່ຽວ​ກັບ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ນຳ​ອີກ, ຊຶ່ງ​ເປັນ​ໄປ​ຕາມ​ບັນ​ທຶກ​ຂອງ​ແອວ​ມາ, ຜູ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຄົນ​ທຳ​ອິດ.

ບົດ​ທີ 1

ນີ​ຮໍ​ສິດ​ສອນ​ຄຳ​ສອນ​ທີ່​ຜິດ, ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂຶ້ນ, ແນະ​ນຳ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ, ແລະ ຂ້າ​ກີ​ເດ​ໂອນ—ນີ​ຮໍ​ຖືກ​ປະ​ຫານ​ຊີ​ວິດ​ຕາມ​ໂທດ​ຂອງ​ຄວາມ​ຜິດ​ຂອງ​ລາວ—ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ ແລະ ການ​ກົດ​ຂີ່​ຂົ່ມ​ເຫັງ​ແຜ່​ຂະ​ຫຍາຍ​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ—ພວກ​ປະ​ໂລ​ຫິດ​ທັງ​ຫລາຍ​ທຳ​ງານ​ຫາ​ລ້ຽງ​ຕົນ​ເອງ, ຜູ້​ຄົນ​ເບິ່ງ​ແຍງ​ຄົນ​ຍາກ​ຈົນ, ແລະ ສາດ​ສະ​ໜາ​ຈັກ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ. ປະ​ມານ 91–88 ປີ ກ່ອນ ຄ.ສ.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທຳ​ອິດ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີ​ໄຟ, ນັບ​ຈາກ​ເວ​ລາ​ນີ້​ໄປ​ກະ​ສັດ​ໂມ​ໄຊ​ຢາ​ໄດ້ ຈາກ​ໄປ​ຕາມ​ທາງ​ຂອງ​ໂລກ​ແລ້ວ, ຊຶ່ງ​ເພິ່ນ​ໄດ້​ຕໍ່​ສູ້​ມາ​ຢ່າງ​ອົດ​ທົນ, ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ບໍ່​ມີ​ຜູ້​ໃດ​ຈະ​ຂຶ້ນ​ປົກ​ຄອງ​ແທນ​ເພິ່ນ​ເລີຍ; ເຖິງ​ຢ່າງ​ໃດ​ກໍ​ຕາມ ເພິ່ນ​ຍັງ​ໄດ້​ສະ​ຖາ​ປະ​ນາ ກົດ​ຂຶ້ນ ແລະ ຜູ້​ຄົນ​ກໍ​ຍອມ​ຮັບ​ເອົາ​ກົດ​ເຫລົ່າ​ນັ້ນ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ຊຶ່ງ​ເພິ່ນ​ໄດ້​ຕັ້ງ​ໄວ້​ໃຫ້.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທຳ​ອິດ​ຂອງ​ການ​ປົກ​ຄອງ​ຂອງ​ແອວ​ມາ​ໃນ​ບັນ​ລັງ​ຕັດ​ສິນ​ນັ້ນ, ມີ​ຄົນ​ຜູ້​ໜຶ່ງ​ຖືກ​ນຳ​ເອົາ​ມາ​ຢູ່​ຕໍ່​ໜ້າ​ເພິ່ນ​ເພື່ອ​ຮັບ​ການ​ຕັດ​ສິນ, ຊາຍ​ຄົນ​ນີ້​ເປັນ​ຄົນ​ທີ່​ມີ​ຮ່າງ​ກາຍ​ສູງ​ໃຫຍ່ ແລະ ມີ​ຊື່​ສຽງ​ເພາະ​ຄວາມ​ແຂງ​ແຮງ​ຂອງ​ລາວ.

3 ແລະ ລາວ​ໄດ້​ທ່ອງ​ທ່ຽວ​ໄປ​ໃນ​ບັນ​ດາ​ຜູ້​ຄົນ ແລະ ໄດ້​ສັ່ງ​ສອນ​ຄົນ​ທັງ​ຫລາຍ​ເຖິງ​ເລື່ອງ​ທີ່​ລາວ ຖື​ວ່າ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ກ່າວ​ຄຳ ຕໍ່​ຕ້ານ​ສາດ​ສະ​ໜາ​ຈັກ; ປະ​ກາດ​ແກ່​ຜູ້​ຄົນ​ວ່າ ປະ​ໂລ​ຫິດ​ກັບ​ຜູ້​ສອນ​ທຸກ​ຄົນ​ຄວນ​ເປັນ​ທີ່ ເຄົາ​ລົບ​ນັບ​ຖື ແລະ ພວກ​ເພິ່ນ ບໍ່​ຄວນ​ອອກ​ແຮງ​ງານ​ດ້ວຍ​ມື​ຂອງ​ຕົນ​ເອງ, ແຕ່​ວ່າ​ພວກ​ເພິ່ນ​ຄວນ​ໄດ້​ຮັບ​ການ​ຄ້ຳ​ຊູ​ຈາກ​ຜູ້​ຄົນ.

4 ແລະ ລາວ​ໄດ້​ສະ​ແດງ​ຫລັກ​ຖານ​ຕໍ່​ຜູ້​ຄົນ​ອີກ​ວ່າ ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ, ແລະ ວ່າ​ພວກ​ເຂົາ​ບໍ່​ຕ້ອງ​ຢ້ານ​ກົວ ຫລື ຕົວ​ສັ່ນ, ແຕ່​ວ່າ​ໃຫ້​ພວກ​ເຂົາ​ເງີຍ​ໜ້າ​ຂຶ້ນ ແລະ ປິ​ຕິ​ຍິນ​ດີ, ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສ້າງ​ມະ​ນຸດ​ທັງ​ປວງ​ຂຶ້ນ​ມາ ແລະ ໄດ້​ໄຖ່​ຄົນ​ທັງ​ປວງ​ນຳ​ອີກ, ແລະ ໃນ​ຕອນ​ສຸດ​ທ້າຍ​ມະ​ນຸດ​ທັງ​ປວງ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ໄດ້​ສິດ​ສອນ​ເລື່ອງ​ເຫລົ່າ​ນີ້ ຈົນ​ວ່າ​ຜູ້​ຄົນ​ຫລາຍ​ຄົນ​ໄດ້​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ລາວ, ຈົນ​ວ່າ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເລີ່ມ​ຄ້ຳ​ຊູ ແລະ ເອົາ​ເງິນ​ໃຫ້​ລາວ.

6 ແລະ ລາວ​ເລີ່ມ​ມີ​ຄວາມ​ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ໃຈ ແລະ ນຸ່ງ​ຫົ່ມ​ດ້ວຍ​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ, ແທ້​ຈິງ​ແລ້ວ, ລາວ​ໄດ້​ເລີ່ມ​ສະ​ຖາ​ປະ​ນາ ສາດ​ສະ​ໜາ​ຈັກ​ຂຶ້ນ​ຕາມ​ວິ​ທີ​ການ​ສັ່ງ​ສອນ​ຂອງ​ລາວ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະ​ນະ​ທີ່​ລາວ​ກຳ​ລັງ​ຈະ​ໄປ​ສັ່ງ​ສອນ​ຜູ້​ທີ່​ເຊື່ອ​ຖື​ໃນ​ຄຳ​ເວົ້າ​ຂອງ​ລາວ​ຢູ່​ນັ້ນ, ລາວ​ໄດ້​ພົບ​ພໍ້​ກັບ​ຄົນ​ຜູ້​ໜຶ່ງ​ຊຶ່ງ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ເປັນ​ຜູ້​ໜຶ່ງ​ຂອງ​ພວກ​ຜູ້​ສອນ ແລະ ລາວ​ໄດ້​ເລີ່ມ​ກ່າວ​ຄຳ​ຫຍາບ​ຄາຍ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ນັ້ນ​ວ່າ ລາວ​ຈະ​ຊັກ​ຈູງ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ໄປ; ແຕ່​ວ່າ​ຊາຍ​ຄົນ​ນັ້ນ​ໄດ້​ຕໍ່​ຕ້ານ​ລາວ​ໂດຍ​ໄດ້​ຕັກ​ເຕືອນ​ລາວ​ດ້ວຍ ພຣະ​ຄຳ​ຂອງ​ພຣະ​ເຈົ້າ.

8 ບັດ​ນີ້​ຊື່​ຂອງ​ຊາຍ​ຄົນ​ນັ້ນ​ຄື ກີ​ເດ​ໂອນ; ແລະ ລາວ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ປົດ​ປ່ອຍ​ປະ​ຊາ​ຊົນ​ຂອງ​ລິມ​ໄຮ​ອອກ​ຈາກ​ຄວາມ​ເປັນ​ທາດ.

9 ບັດ​ນີ້​ຍ້ອນ​ວ່າ​ກີ​ເດ​ໂອນ​ໄດ້​ຕໍ່​ຕ້ານ​ລາວ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ລາວ​ຈຶ່ງ​ຄຽດ​ແຄ້ນ​ໃຫ້​ກີ​ເດ​ໂອນ ແລ້ວ​ໄດ້​ຖອດ​ດາບ​ອອກ​ມາ ແລະ ເລີ່ມ​ຟັນ​ກີ​ເດ​ໂອນ​ເສຍ. ບັດ​ນີ້​ກີ​ເດ​ໂອນ​ໂດຍ​ທີ່​ມີ​ອາ​ຍຸ​ແກ່​ແລ້ວ, ສະ​ນັ້ນ ລາວ​ຈຶ່ງ​ບໍ່​ສາ​ມາດ​ຕ້ານ​ທານ​ໄດ້, ສະ​ນັ້ນ ກີ​ເດ​ໂອນ​ຈຶ່ງ​ຖືກ ຂ້າ​ດ້ວຍ​ດາບ.

10 ແລະ ຜູ້​ທີ່​ຂ້າ​ກີ​ເດ​ໂອນ​ໄດ້​ຖືກ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຈັບ​ໄປ ແລະ ນຳ​ເອົາ​ມາ​ຢູ່​ຕໍ່​ໜ້າ​ຂອງ​ແອວ​ມາ​ເພື່ອ​ຮັບ​ການ ຕັດສິນ​ຕາມ​ຄວາມ​ຜິດ​ທີ່​ລາວ​ໄດ້​ກະ​ທຳ​ໄວ້.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາວ​ຢືນ​ຢູ່​ຕໍ່​ໜ້າ​ແອວ​ມາ ແລະ ແກ້​ຂໍ້​ກ່າວ​ຫາ​ຢ່າງ​ອາດ​ຫານ​ເພື່ອ​ຕົວ​ເອງ.

12 ແຕ່​ແອວ​ມາ​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ເບິ່ງ, ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ ຖືກ​ເອົາ​ມາ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້. ແລະ ຈົ່ງ​ເບິ່ງ, ເຈົ້າ​ບໍ່​ພຽງ​ແຕ່​ຜິດ​ເພາະ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ເທົ່າ​ນັ້ນ, ແຕ່​ຍັງ​ພະ​ຍາ​ຍາມ​ບັງ​ຄັບ​ຜູ້​ຄົນ​ດ້ວຍ​ດາບ; ແລະ ຖ້າ​ຫາກ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ຖືກ​ບັງ​ຄັບ​ໃຊ້​ໃນ​ບັນ​ດາ​ຜູ້​ຄົນ​ແລ້ວ ກໍ​ໝາຍ​ຄວາມ​ວ່າ​ຄວາມ​ພິ​ນາດ​ທັງ​ໝົດ​ກໍ​ຈະ​ເກີດ​ຂຶ້ນ​ແກ່​ພວກ​ເຂົາ.

13 ແລະ ເຈົ້າ​ເຮັດ​ໃຫ້​ຄົນ​ຊື່​ສັດ​ຜູ້​ໜຶ່ງ​ຕ້ອງ​ຕາຍ​ໄປ, ແທ້​ຈິງ​ແລ້ວ, ຊຶ່ງ​ເປັນ​ຜູ້​ທີ່​ໄດ້​ສ້າງ​ຄວາມ​ດີ​ໄວ້​ຫລາຍ​ທີ່​ສຸດ​ໃນ​ບັນ​ດາ​ຜູ້​ຄົນ​ເຫລົ່າ​ນີ້; ແລະ ຖ້າ​ຫາກ​ພວກ​ເຮົາ​ໄວ້​ຊີ​ວິດ​ຂອງ​ເຈົ້າ ແລ້ວ​ເລືອດ​ຂອງ​ລາວ​ກໍ​ຈະ​ມາ​ຟ້ອງ​ພວກ​ເຮົາ​ເພື່ອ ແກ້​ແຄ້ນ.

14 ສະ​ນັ້ນ ເຈົ້າ​ຈຶ່ງ​ຕ້ອງ ໄດ້​ຮັບ​ໂທດ​ປະ​ຫານ​ຊີ​ວິດ​ຕາມ​ກົດ​ທີ່​ໂມ​ໄຊ​ຢາ, ກະ​ສັດ​ຄົນ​ສຸດ​ທ້າຍ​ຂອງ​ພວກ​ເຮົາ​ໄດ້​ໃຫ້​ໄວ້; ແລະ ມັນ​ເປັນ​ທີ່​ຍອມ​ຮັບ​ກັນ​ໂດຍ​ຜູ້​ຄົນ​ພວກ​ນີ້; ສະ​ນັ້ນ ຜູ້​ຄົນ​ພວກ​ນີ້​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ນັ້ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເອົາ​ລາວ​ໄປ ແລະ ຊື່​ຂອງ​ລາວ​ແມ່ນ ນີ​ຮໍ; ແລະ ພວກ​ເຂົາ​ໄດ້​ພາ​ລາວ​ຂຶ້ນ​ໄປ​ຈອມ​ເນີນ​ພູ​ແມນ​ທາຍ, ແລະ ບ່ອນ​ນັ້ນ​ເປັນ​ລະ​ຫວ່າງ​ຟ້າ​ສະ​ຫວັນ​ກັບ​ແຜ່ນ​ດິນ​ໂລກ ບ່ອນ​ທີ່​ລາວ​ຍອມ​ຮັບ​ວ່າ ເລື່ອງ​ທີ່​ລາວ​ໄດ້​ສິດ​ສອນ​ຜູ້​ຄົນ​ນັ້ນ​ກົງ​ກັນ​ຂ້າມ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ບ່ອນ​ທີ່​ລາວ​ໄດ້​ທົນ​ທຸກ​ທໍ​ລະ​ມານ ແລະ ຕາຍ​ຢ່າງ​ໜ້າ​ອັບ​ອາຍ.

16 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ນີ້​ຍັງ​ບໍ່​ໄດ້​ເຮັດ​ໃຫ້​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ​ໃນ​ທົ່ວ​ແຜ່ນ​ດິນ​ຢຸດ​ລົງ​ໄດ້ ເພາະ​ມີ​ຫລາຍ​ຄົນ​ທີ່​ຮັກ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ, ແລະ ພວກ​ເຂົາ​ໄດ້​ອອກ​ໄປ​ສັ່ງ​ສອນ​ຄຳ​ສອນ​ທີ່​ບໍ່​ຖືກ​ຕ້ອງ; ແລະ ນີ້​ພວກ​ເຂົາ​ໄດ້​ກະ​ທຳ​ໄປ​ເພື່ອ​ເຫັນ​ແກ່ ຄວາມ​ຮັ່ງ​ມີ ແລະ ກຽດ​ສັກ​ສີ​ຂອງ​ຕົນ​ເອງ.

17 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ບໍ່​ກ້າ​ເວົ້າ ຕົວະ​ເພາະ​ຢ້ານ​ກົວ​ກົດ​ໝາຍ, ເພາະ​ວ່າ​ຜູ້​ທີ່​ເວົ້າ​ຕົວະ​ຍ່ອມ​ຖືກ​ລົງ​ໂທດ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ທຳ​ທ່າ​ສັ່ງ​ສອນ​ຕາມ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ; ແລະ ບັດ​ນີ້​ກົດ​ໝາຍ​ບໍ່​ມີ​ອຳ​ນາດ​ກັບ​ຜູ້​ໃດ​ໄດ້​ຕາມ​ຄວາມ​ເຊື່ອ​ຖື ຂອງ​ເຂົາ.

18 ແລະ ພວກ​ເຂົາ​ບໍ່​ກ້າ ລັກ​ເພາະ​ຢ້ານ​ກົວ​ກົດ​ໝາຍ, ເພາະ​ວ່າ​ການ​ກະ​ທຳ​ແບບ​ນີ້​ຈະ​ໄດ້​ຮັບ​ການ​ລົງ​ໂທດ; ພວກ​ເຂົາ​ກໍ​ບໍ່​ກ້າ​ປຸ້ນ​ສະ​ດົມ, ຫລື ຄາດ​ຕະ​ກຳ, ເພາະ​ວ່າ​ຄົນ​ທີ່​ເຮັດ ຄາດ​ຕະ​ກຳ​ຈະ​ຖືກ​ລົງ​ໂທດ​ເຖິງ​ແກ່ ຄວາມ​ຕາຍ.

19 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ເລີ່ມ​ຂົ່ມ​ເຫັງ​ຜູ້​ທີ່​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຜູ້​ທີ່​ຍອມ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ.

20 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຂົ່ມ​ເຫັງ​ຄົນ​ພວກ​ເຂົາ, ແລະ ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ທຸກ​ທໍ​ລະ​ມານ​ດ້ວຍ​ຄຳ​ເວົ້າ​ຕ່າງໆ​ນາໆ, ແລະ ນີ້​ເພາະ​ວ່າ​ຄວາມ​ຖ່ອມ​ຕົວ​ຂອງ​ພວກ​ເຂົາ; ເພາະ​ວ່າ​ພວກ​ເຂົາ​ບໍ່​ໄດ້​ອວດ​ດີ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ, ແລະ ຍ້ອນ​ວ່າ​ພວກ​ເຂົາ​ໄດ້​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ກັນ​ແລະ​ກັນ​ໂດຍ​ບໍ່​ໄດ້​ຄິດ​ເປັນ ເງິນ ຫລື ຄຸນ​ຄ່າ​ລາ​ຄາ​ແຕ່​ຢ່າງ​ໃດ.

21 ບັດ​ນີ້​ມັນ​ມີ​ກົດ​ເຄັ່ງ​ຄັດ​ຂໍ້​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ຄື​ຈະ​ບໍ່​ມີ​ຜູ້​ໃດ​ທີ່​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ອອກ​ໄປ ຂົ່ມ​ເຫັງ​ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ຈະ​ບໍ່​ມີ​ການ​ຂົ່ມ​ເຫັງ​ຊຶ່ງ​ກັນ​ແລະ​ກັນ​ໃນ​ບັນ​ດາ​ພວກ​ເຂົາ​ເອງ.

22 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ຄົນ​ຫລາຍ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ເລີ່ມ​ອວດ​ດີ ແລະ ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ປໍ​ລະ​ປັກ​ຂອງ​ຕົນ​ຈົນ​ວ່າ​ມີ​ການ​ຕ່ອຍ​ຕີ​ກັນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຕ່ອຍ​ຕີ​ກັນ​ດ້ວຍ​ກຳ​ປັ້ນ.

23 ແລະ ບັດ​ນີ້​ມັນ​ເປັນ​ປີ​ທີ​ສອງ​ຂອງ​ການ​ປົກ​ຄອງ​ຂອງ​ແອວ​ມາ, ແລະ ເປັນ​ສາ​ເຫດ​ທີ່​ເຮັດ​ໃຫ້​ສາດ​ສະ​ໜາ​ຈັກ​ມີ​ຄວາມ​ທຸກ​ຫລາຍ; ແທ້​ຈິງ​ແລ້ວ, ເປັນ​ສາ​ເຫດ​ໃຫ້​ສາດ​ສະ​ໜາ​ຈັກ​ຕ້ອງ​ມີ​ຄວາມ​ຫຍຸ້ງ​ຍາກ.

24 ເພາະ​ວ່າ​ໃຈ​ຂອງ​ຫລາຍ​ຄົນ​ແຂງ​ກະ​ດ້າງ, ແລະ ຊື່​ຂອງ​ພວກ​ເຂົາ​ໄດ້​ຖືກ ລຶບ, ເພື່ອ​ບໍ່​ໃຫ້​ເປັນ​ທີ່​ຈື່​ຈຳ​ຕໍ່​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ. ແລະ ມີ​ຫລາຍ​ຄົນ​ໄດ້ ຖອນ​ຕົວ​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ.

25 ບັດ​ນີ້ ນີ້​ເປັນ​ເລື່ອງ​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫລວງ​ກັບ​ຜູ້​ທີ່​ໝັ້ນ​ຄົງ​ຢູ່​ໃນ​ສັດ​ທາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ແນ່ວ​ແນ່ ແລະ ບໍ່​ຫວັ່ນ​ໄຫວ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ແລະ ພວກ​ເຂົາ​ໄດ້​ຮັບ​ເອົາ​ການ​ຂົ່ມ​ເຫັງ​ທີ່​ກອບ​ໂກຍ​ໃສ່​ພວກ​ເຂົາ​ດ້ວຍ ຄວາມ​ອົດ​ທົນ.

26 ແລະ ເວ​ລາ​ທີ່​ປະ​ໂລ​ຫິດ​ປະ​ລະ ວຽກ​ງານ​ເພື່ອ​ອອກ​ໄປ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ຜູ້​ຄົນ, ຜູ້​ຄົນ​ກໍ​ຕ້ອງ​ປະ​ລະ​ວຽກ​ງານ​ຂອງ​ຕົນ​ເພື່ອ​ໄປ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຄື​ກັນ. ແລະ ເມື່ອ​ປະ​ໂລ​ຫິດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ຜູ້​ຄົນ​ແລ້ວ ພວກ​ເຂົາ​ກໍ​ກັບ​ຄືນ​ໄປ​ເຮັດ​ວຽກ​ຢ່າງ​ພາກ​ພຽນ​ອີກ; ແລະ ຜູ້​ສອນ​ບໍ່​ໄດ້​ຖື​ຕົວ​ວ່າ​ຕົນ​ເອງ​ສູງ​ກວ່າ​ຜູ້​ຟັງ, ເພາະ​ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້​ຟັງ, ທັງ​ຜູ້​ສອນ​ບໍ່​ໄດ້​ດີ​ກວ່າ​ຜູ້​ຮຽນ​ເລີຍ; ແລະ ດັ່ງ​ນັ້ນ ຄົນ​ທັງ​ຫລາຍ​ຈຶ່ງ​ເທົ່າ​ທຽມ​ກັນ, ແລະ ພວກ​ເຂົາ​ທັງ​ໝົດ​ທຳງານ, ທຸກ​ຄົນ ຕາມ​ກຳ​ລັງ​ຂອງ​ຕົນ.

27 ແລະ ພວກ​ເຂົາ ໃຫ້​ເຂົ້າ​ຂອງ ຂອງ​ພວກ​ເຂົາ, ທຸກ​ຄົນ​ຕາມ​ທີ່​ພວກ​ເຂົາ​ມີ, ໃຫ້​ແກ່ ຄົນ​ຍາກ​ຈົນ, ແລະ ຄົນ​ຂັດ​ສົນ, ແລະ ຄົນ​ເຈັບ​ປ່ວຍ, ແລະ ຄົນ​ທີ່​ເປັນ​ທຸກ; ແລະ ພວກ​ເຂົາ​ບໍ່​ໄດ້​ໃສ່​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ, ແຕ່​ພວກ​ເຂົາ​ກໍ​ຍັງ​ຮຽບ​ຮ້ອຍ ແລະ ໜ້າ​ຊົມ.

28 ແລະ ພວກ​ເຂົາ​ຈຶ່ງ​ໄດ້​ສະ​ຖາ​ປະ​ນາ​ການ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ແບບ​ນີ້; ແລະ ເຖິງ​ແມ່ນ​ການ​ຂົ່ມ​ເຫັງ​ທັງ​ໝົດ​ຂອງ​ພວກ​ເຂົາ, ແຕ່​ພວກ​ເຂົາ​ເລີ່ມ​ມີ​ສັນ​ຕິ​ສຸກ​ຕິດ​ຕໍ່​ກັນ​ອີກ​ດັ່ງ​ນີ້.

29 ແລະ ບັດ​ນີ້​ເພາະ​ວ່າ​ຄວາມ​ໝັ້ນ​ຄົງ​ຂອງ​ສາດ​ສະ​ໜາ​ຈັກ ພວກ​ເຂົາ​ຈຶ່ງ​ເປັນ​ຄົນ ຮັ່ງ​ມີ​ຢ່າງ​ຍິ່ງ, ໂດຍ​ມີ​ທຸກ​ສິ່ງ​ຢ່າງ​ຫລວງ​ຫລາຍ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຂົາ​ຕ້ອງ​ການ—ແລະ ມີ​ຝູງ​ສັດ​ລ້ຽງ ແລະ ຝູງ​ສັດ​ໃຊ້​ແຮງ​ງານ, ແລະ ລູກ​ສັດ​ລ້ຽງ​ທຸກ​ຊະ​ນິດ, ແລະ ພືດ​ພັນ​ຢ່າງ​ຫລວງ​ຫລາຍ, ພ້ອມ​ທັງ​ຄຳ, ແລະ ພ້ອມ​ທັງ​ເງິນ, ແລະ ຂອງ​ມີ​ຄ່າ, ແລະ ຜ້າ​ໄໝ ແລະ ຜ້າ​ລີ​ນິນ​ຕ່ຳຢ່າງ​ດີ​ຫລວງ​ຫລາຍ, ແລະ ຜ້າ​ຢ່າງ​ດີ​ທຸກ​ຊະ​ນິດ​ທີ່​ໃຊ້​ໃນ​ບ້ານ.

30 ແລະ ໃນ​ສະ​ພາບ​ອັນ ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ແບບ​ນີ້, ພວກ​ເຂົາ​ບໍ່​ໄດ້​ປະ​ໃຫ້​ຜູ້​ໃດ ເປືອຍ​ເປົ່າ, ຫລື ຫິວ​ໂຫຍ, ຫລື ກະ​ຫາຍ​ນ້ຳ, ຫລື ເຈັບ​ປວດ, ຫລື ຂາດ​ການ​ບຳ​ລຸງ​ລ້ຽງ; ແລະ ພວກ​ເຂົາ​ບໍ່​ໄດ້​ໝົກ​ໝຸ້ນ​ຢູ່​ກັບ​ຂອງ​ມີ​ຄ່າ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ແຈກ​ຢາຍ​ໃຫ້​ແກ່​ທຸກ​ຄົນ​ທັງ​ຜູ້​ເຖົ້າ ແລະ ຜູ້​ໜຸ່ມ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ, ບໍ່​ວ່າ​ຈະ​ຢູ່​ນອກ​ສາດ​ສະ​ໜາ​ຈັກ, ຫລື ຢູ່​ໃນ​ສາດ​ສະ​ໜາ​ຈັກ​ກໍ​ຕາມ ໂດຍ​ບໍ່​ໄດ້ ເຫັນ​ແກ່​ຜູ້​ໃດ​ຜູ້​ໜຶ່ງ​ເມື່ອ​ຄົນ​ເຫລົ່າ​ນັ້ນ​ຢູ່​ໃນ​ຄວາມ​ຕ້ອງ​ການ.

31 ແລະ ພວກ​ເຂົາ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຮັ່ງ​ມີ​ເປັນ​ດີ​ກວ່າ​ຜູ້​ທີ່​ບໍ່​ໄດ້​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ດັ່ງ​ນັ້ນ.

32 ເພາະ​ວ່າ​ຜູ້​ທີ່​ບໍ່​ໄດ້​ເປັນຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ໄດ້​ເອົາ​ໃຈ​ໃສ່​ກັບ​ເວດ​ມົນ​ຄາ​ຖາ, ແລະ ກັບ ການ​ນັບ​ຖື​ຮູບ​ບູ​ຊາ ຫລື ຄວາມ​ຂີ້​ຄ້ານ​ມັກ​ງ່າຍ; ແລະ ການ​ເວົ້າ​ບໍ່​ມີ​ສາ​ລະ, ແລະ ການ​ອິດ​ສາ​ບັງ​ບຽດ ແລະ ການ​ຜິດ​ຖຽງ​ກັນ, ນຸ່ງ​ຖື​ເສື້ອ​ຜ້າ​ທີ່​ມີ​ລາ​ຄາ​ແພງ; ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະ​ນົງ​ຕົວ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ; ຂົ່ມ​ເຫັງ, ເວົ້າ​ຕົວະ, ຂີ້​ລັກ​ມັກ​ສົກ, ການ​ທຳ​ການ​ໂສ​ເພ​ນີ, ແລະ ການ​ຄາດ​ຕະ​ກຳ, ແລະ ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ນາໆ​ປະ​ການ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ກົດ​ໝາຍ​ຍັງ​ໄດ້​ບັງ​ຄັບ​ຜູ້​ທີ່​ລ່ວງ​ລະ​ເມີດ​ມັນ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂດຍ​ການ​ໃຊ້​ກົດ​ໝາຍ​ກັບ​ຜູ້​ຄົນ, ດັ່ງ​ນັ້ນ ທຸກ​ຄົນ​ຈຶ່ງ​ຕ້ອງ​ໄດ້​ຮັບ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ, ມັນ​ຈຶ່ງ​ມີ​ຄວາມ​ສະ​ຫງົບ​ລົງ, ແລະ ບໍ່​ມີ​ຜູ້​ໃດ​ກ້າ​ເຮັດ​ຄວາມ​ຊົ່ວ​ຮ້າຍ​ໃດໆ ດັ່ງ​ທີ່​ຮູ້​ຈັກ​ກັນ; ສະ​ນັ້ນ, ຈຶ່ງ​ມີ​ສັນ​ຕິ​ສຸກ​ຫລາຍ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີ​ໄຟ​ຈົນ​ເຖິງ​ປີ​ທີ​ຫ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ.