ບົດທີ 11
ນີໄຟເຫັນພຣະວິນຍານຂອງພຣະຜູ້ເປັນເຈົ້າ ແລະ ເຫັນພາບນິມິດຂອງຕົ້ນໄມ້ແຫ່ງຊີວິດ—ເພິ່ນເຫັນມານດາຂອງພຣະບຸດຂອງພຣະເຈົ້າ ແລະ ຮຽນຮູ້ເຖິງພຣະເມດຕາກະລຸນາຂອງພຣະເຈົ້າ—ເພິ່ນເຫັນການບັບຕິສະມາ, ການປະຕິບັດສາດສະໜາກິດ, ແລະ ການຄຶງໄວ້ເທິງໄມ້ກາງແຂນຂອງພຣະເມສານ້ອຍຂອງພຣະເຈົ້າ—ເພິ່ນເຫັນການເອີ້ນ ແລະ ການປະຕິບັດສາດສະໜາກິດຂອງອັກຄະສາວົກສິບສອງຂອງພຣະເມສານ້ອຍ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຂ້າພະເຈົ້າປາດຖະໜາຢາກຮູ້ເລື່ອງທີ່ບິດາຂອງຂ້າພະເຈົ້າໄດ້ເຫັນມາ, ແລະ ເຊື່ອວ່າພຣະຜູ້ເປັນເຈົ້າສາມາດເຮັດໃຫ້ຂ້າພະເຈົ້າຮູ້ເຖິງເລື່ອງນີ້ໄດ້, ໃນຂະນະທີ່ຂ້າພະເຈົ້ານັ່ງ ກໄຕ່ຕອງຢູ່ໃນໃຈຢູ່ນັ້ນ, ຂ້າພະເຈົ້າກໍຖືກ ຂພາໄປໃນພຣະວິນຍານຂອງພຣະຜູ້ເປັນເຈົ້າ, ແທ້ຈິງແລ້ວ, ແມ່ນຖືກພາຂຶ້ນໄປເທິງ ຄພູໜ່ວຍໜຶ່ງທີ່ສູງທີ່ສຸດ, ຊຶ່ງຂ້າພະເຈົ້າບໍ່ເຄີຍເຫັນ ແລະ ບໍ່ເຄີຍຢຽບມັນມາກ່ອນເລີຍ.
2 ແລະ ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ, ເຈົ້າປາດຖະໜາສິ່ງໃດ?
3 ແລະ ຂ້າພະເຈົ້າໄດ້ທູນວ່າ: ຂ້ານ້ອຍປາດຖະໜາເຫັນສິ່ງທີ່ບິດາຂອງຂ້ານ້ອຍ ກເຫັນມາ.
4 ແລະ ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າວ່າ: ເຈົ້າເຊື່ອບໍ ວ່າບິດາຂອງເຈົ້າເຫັນ ກຕົ້ນໄມ້ທີ່ເພິ່ນເວົ້າເຖິງນັ້ນ?
5 ແລະ ຂ້າພະເຈົ້າໄດ້ທູນວ່າ: ແທ້ຈິງແລ້ວ, ພຣະອົງຮູ້ວ່າຂ້ານ້ອຍ ກເຊື່ອຄຳເວົ້າທັງໝົດຂອງບິດາຂອງຂ້ານ້ອຍ.
6 ແລະ ເມື່ອຂ້າພະເຈົ້າເວົ້າຂໍ້ຄວາມນີ້ແລ້ວ, ພຣະວິນຍານກໍຮ້ອງຂຶ້ນດ້ວຍສຽງອັນດັງ, ມີຄຳວ່າ: ໂຮຊັນນາ ແດ່ພຣະຜູ້ເປັນເຈົ້າ, ພຣະເຈົ້າສູງສຸດ; ເພາະພຣະອົງເປັນພຣະເຈົ້າເໜືອ ກແຜ່ນດິນໂລກທັງສິ້ນ, ແທ້ຈິງແລ້ວ, ແມ່ນ ເໜືອທຸກສິ່ງທຸກຢ່າງ. ແລະ ເຈົ້າເປັນສຸກແລ້ວນີໄຟເພາະວ່າເຈົ້າ ຂເຊື່ອໃນພຣະບຸດຂອງພຣະເຈົ້າສູງສຸດ; ດັ່ງນັ້ນ, ເຈົ້າຈະໄດ້ເຫັນສິ່ງທີ່ເຈົ້າປາດຖະໜາ.
7 ແລະ ຈົ່ງເບິ່ງ ສິ່ງເຫລົ່ານີ້ຈະໄດ້ມອບໃຫ້ເຈົ້າເປັນ ກເຄື່ອງໝາຍ, ຄືຫລັງຈາກເຈົ້າເຫັນຕົ້ນໄມ້ທີ່ມີໝາກ ຊຶ່ງບິດາຂອງເຈົ້າໄດ້ຊີມມາແລ້ວ, ເຈົ້າຈະເຫັນຊາຍຄົນໜຶ່ງລົງມາຈາກສະຫວັນນຳອີກ, ແລະ ເຈົ້າຈະເຫັນຜູ້ນັ້ນກັບຕາ; ແລະ ຫລັງຈາກເຈົ້າເຫັນຜູ້ນັ້ນແລ້ວ ເຈົ້າຈະ ຂເປັນພະຍານວ່າ ນັ້ນຄືພຣະບຸດຂອງພຣະເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະວິນຍານໄດ້ກ່າວກັບຂ້າພະເຈົ້າວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າເບິ່ງ ແລະ ເຫັນຕົ້ນໄມ້ຕົ້ນໜຶ່ງ; ແລະ ມັນຄືກັນກັບ ກຕົ້ນໄມ້ທີ່ບິດາຂອງຂ້າພະເຈົ້າເຫັນມາ; ແລະ ຄວາມງາມຂອງມັນ ເໜືອກວ່າຄວາມງາມໃດໆທັງສິ້ນ; ແລະ ຂຄວາມຂາວຂອງຕົ້ນໄມ້ນັ້ນຂາວກວ່າຄວາມຂາວຂອງຫິມະ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ຂ້າພະເຈົ້າໄດ້ເຫັນຕົ້ນໄມ້ແລ້ວ, ຂ້າພະເຈົ້າໄດ້ເວົ້າຕໍ່ພຣະວິນຍານວ່າ: ພຣະອົງໄດ້ສະແດງຕົ້ນໄມ້ທີ່ມີ ກຄຸນຄ່າເໜືອກວ່າທຸກສິ່ງທຸກຢ່າງໃຫ້ຂ້ານ້ອຍເຫັນ.
10 ແລະ ພຣະອົງໄດ້ຖາມຂ້າພະເຈົ້າວ່າ: ເຈົ້າປາດຖະໜາອັນໃດ?
11 ແລະ ຂ້າພະເຈົ້າໄດ້ທູນພຣະອົງວ່າ: ຢາກຈະຮູ້ເຖິງ ກຄວາມໝາຍຂອງມັນ—ເພາະຂ້າພະເຈົ້າເວົ້າກັບພຣະອົງຄືກັນກັບຄົນລົມກັນ; ເພາະຂ້າພະເຈົ້າເຫັນວ່າ ພຣະອົງຢູ່ໃນ ຂຮູບຂອງມະນຸດ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຮູ້ວ່າເປັນພຣະວິນຍານຂອງພຣະຜູ້ເປັນເຈົ້າ; ແລະ ພຣະອົງຮັບສັ່ງກັບຂ້າພະເຈົ້າຄືກັນກັບຄົນລົມກັນ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າເບິ່ງຄາວໜຶ່ງວ່າ ຈະເຫັນພຣະອົງ, ແລະ ຂ້າພະເຈົ້າບໍ່ໄດ້ເຫັນພຣະອົງອີກເລີຍ; ເພາະພຣະອົງສະເດັດໄປແລ້ວຕໍ່ໜ້າຂ້າພະເຈົ້າ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເບິ່ງມະຫານະຄອນເຢຣູຊາເລັມ, ແລະ ເມືອງອື່ນໆ. ພ້ອມທັງເມືອງນາຊາເຣັດນຳອີກ; ແລະ ໃນເມືອງ ກນາຊາເຣັດນັ້ນ ຂ້າພະເຈົ້າເຫັນຍິງຜູ້ ຂບໍລິສຸດຄົນໜຶ່ງ, ແລະ ນາງທັງຂາວ ແລະ ງາມທີ່ສຸດ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນ ກຟ້າສະຫວັນເປີດ; ແລະ ທູດອົງໜຶ່ງລົງມາຢືນຢູ່ຕໍ່ໜ້າຂ້າພະເຈົ້າ; ແລະ ພຣະອົງໄດ້ຖາມຂ້າພະເຈົ້າວ່າ: ນີໄຟ, ເຈົ້າເຫັນອັນໃດແດ່?
15 ແລະ ຂ້າພະເຈົ້າໄດ້ຕອບເພິ່ນວ່າ: ຜູ້ຍິງບໍລິສຸດຄົນໜຶ່ງທີ່ຈົບງາມທີ່ສຸດເກີນກວ່າຜູ້ຍິງບໍລິສຸດຄົນອື່ນໆ.
16 ແລະ ເພິ່ນໄດ້ຖາມຂ້າພະເຈົ້າວ່າ: ເຈົ້າຮູ້ຈັກພຣະເມດຕາກະລຸນາຂອງພຣະເຈົ້າບໍ່?
17 ແລະ ຂ້າພະເຈົ້າໄດ້ຕອບເພິ່ນວ່າ: ຂ້ານ້ອຍຮູ້ວ່າພຣະອົງຮັກລູກໆຂອງພຣະອົງ; ເຖິງຢ່າງໃດກໍຕາມ, ຂ້ານ້ອຍກໍບໍ່ຮູ້ເຖິງຄວາມໝາຍໝົດທຸກຢ່າງ.
18 ແລະ ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ, ຜູ້ຍິງ ກບໍລິສຸດທີ່ເຈົ້າເຫັນຄື ຂມານດາຂອງພຣະບຸດຂອງພຣະເຈົ້າທາງເນື້ອໜັງ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າເຫັນວ່ານາງຖືກນຳໄປທາງພຣະວິນຍານຊົ່ວໄລຍະໜຶ່ງ; ແລະ ຫລັງຈາກນາງໄດ້ຖືກນຳໄປທາງ ກພຣະວິນຍານຊົ່ວໄລຍະໜຶ່ງແລ້ວ ທູດໄດ້ກ່າວກັບຂ້າພະເຈົ້າມີຄວາມວ່າ: ເບິ່ງເຖີດ!
20 ແລະ ຂ້າພະເຈົ້າເບິ່ງ ແລະ ເຫັນຍິງບໍລິສຸດຜູ້ນັ້ນອີກກຳລັງອູ້ມ ກແອນ້ອຍຜູ້ໜຶ່ງໄວ້ໃນອ້ອມແຂນ.
21 ແລະ ທູດໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ ກພຣະເມສານ້ອຍຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນ ຂພຣະບຸດຂອງ ຄພຣະບິດາຜູ້ສະຖິດນິລັນດອນ! ເຈົ້າຮູ້ຈັກຄວາມໝາຍຂອງ ງຕົ້ນໄມ້ທີ່ບິດາຂອງເຈົ້າເຫັນບໍ?
22 ແລະ ຂ້າພະເຈົ້າໄດ້ຕອບພຣະອົງ, ມີຄວາມວ່າ: ແທ້ຈິງແລ້ວ, ຄື ກຄວາມຮັກຂອງພຣະເຈົ້າ, ຊຶ່ງແຜ່ຜາຍອອກມາຫາໃຈຂອງລູກຫລານມະນຸດ; ດັ່ງນັ້ນ, ມັນຈຶ່ງເປັນທີ່ເພິ່ງປາດຖະໜາທີ່ສຸດເໜືອກວ່າທຸກສິ່ງທຸກຢ່າງທັງສິ້ນ.
23 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າມີຄວາມວ່າ: ແທ້ຈິງແລ້ວ, ແລະ ເປັນທີ່ ກປິຕິຍິນດີທີ່ສຸດແກ່ຈິດວິນຍານ.
24 ແລະ ຫລັງຈາກທີ່ພຣະອົງໄດ້ກ່າວຂໍ້ຄວາມນີ້ແລ້ວ, ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າເບິ່ງ, ແລະ ຂ້າພະເຈົ້າເຫັນພຣະບຸດຂອງພຣະເຈົ້າ ກສະເດັດອອກໄປໃນບັນດາລູກຫລານມະນຸດ; ແລະ ຂ້າພະເຈົ້າໄດ້ເຫັນຄົນຈຳນວນຫລວງຫລາຍລົ້ມລົງແທບພຣະບາດຂອງພຣະອົງ ແລະ ນະມັດສະການພຣະອົງ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າເຫັນ ກຮາວເຫລັກ, ຊຶ່ງບິດາຂອງຂ້າພະເຈົ້າໄດ້ເຫັນ, ຄືພຣະຄຳຂອງພຣະເຈົ້າ, ຊຶ່ງນຳພາໄປຫາ ຂນ້ຳພຸທີ່ປະກອບດ້ວຍຊີວິດ, ຫລື ນຳພາໄປຫາ ຄຕົ້ນໄມ້ແຫ່ງຊີວິດ; ຊຶ່ງນ້ຳເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າ; ແລະ ຂ້າພະເຈົ້າເຫັນອີກວ່າ ຕົ້ນໄມ້ແຫ່ງຊີວິດເປັນຕົວແທນໃຫ້ແກ່ຄວາມຮັກຂອງພຣະເຈົ້າຄືກັນ.
26 ແລະ ທູດໄດ້ກ່າວກັບຂ້າພະເຈົ້າອີກວ່າ: ເບິ່ງເຖີດ ແລະ ຈົ່ງເບິ່ງ ກພຣະເມດຕາກະລຸນາຂອງພຣະເຈົ້າ!
27 ແລະ ຂ້າພະເຈົ້າໄດ້ເບິ່ງ ແລະ ໄດ້ ກເຫັນພຣະຜູ້ໄຖ່ຂອງໂລກ, ຊຶ່ງບິດາຂອງຂ້າພະເຈົ້າໄດ້ເວົ້າເຖິງ; ແລະ ຂ້າພະເຈົ້າຍັງໄດ້ເຫັນ ຂສາດສະດາຜູ້ທີ່ຈະຕຽມທາງໄວ້ກ່ອນພຣະອົງ. ແລະ ພຣະເມສານ້ອຍຂອງພຣະເຈົ້າໄດ້ສະເດັດອອກໄປ ແລະ ຮັບ ຄບັບຕິສະມາຈາກເພິ່ນ; ແລະ ຫລັງຈາກພຣະອົງຮັບບັບຕິສະມາແລ້ວ, ຂ້າພະເຈົ້າໄດ້ເຫັນຟ້າສະຫວັນເປີດ, ແລະ ພຣະວິນຍານບໍລິສຸດເປັນແບບຕົວ ງນົກເຂົາສະເດັດລົງຈາກສະຫວັນມາສະຖິດຢູ່ເທິງພຣະອົງ.
28 ແລະ ຂ້າພະເຈົ້າເຫັນພຣະອົງສະເດັດອອກໄປປະຕິບັດສາດສະໜາກິດແກ່ຜູ້ຄົນ, ດ້ວຍ ກອຳນາດ ແລະ ລັດສະໝີພາບອັນຍິ່ງໃຫຍ່; ແລະ ຝູງຊົນເປັນຈຳນວນຫລວງຫລາຍໄດ້ມາເຕົ້າໂຮມກັນ ເພື່ອຟັງພຣະອົງ; ແລະ ຂ້າພະເຈົ້າໄດ້ເຫັນວ່າ ພຣະອົງຖືກຂັບໄລ່ອອກຈາກບັນດາພວກເຂົາ.
29 ແລະ ຂ້າພະເຈົ້າໄດ້ເຫັນຄົນອີກ ກສິບສອງຄົນ ຊຶ່ງຕິດຕາມພຣະອົງໄປ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນເຫລົ່ານັ້ນຖືກນຳໄປໃນພຣະວິນຍານຈາກໜ້າຂ້າພະເຈົ້າ, ແລ້ວຂ້າພະເຈົ້າກໍບໍ່ເຫັນພວກເພິ່ນເຫລົ່ານັ້ນອີກ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າໄດ້ເບິ່ງ, ແລະ ຂ້າພະເຈົ້າເຫັນຟ້າສະຫວັນເປີດອີກ, ແລະ ຂ້າພະເຈົ້າເຫັນ ກເຫລົ່າທູດລົງມາຫາລູກຫລານມະນຸດ; ແລະ ພວກເພິ່ນໄດ້ປະຕິບັດແກ່ພວກເຂົາ.
31 ແລະ ທູດໄດ້ກ່າວກັບຂ້າພະເຈົ້າອີກ, ມີຄວາມວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າໄດ້ເບິ່ງ, ແລະ ຂ້າພະເຈົ້າໄດ້ເຫັນພຣະເມສານ້ອຍຂອງພຣະເຈົ້າສະເດັດອອກໄປໃນບັນດາລູກຫລານມະນຸດ. ແລະ ຂ້າພະເຈົ້າເຫັນຝູງຊົນຢ່າງຫລວງຫລາຍຜູ້ເຈັບໄຂ້, ແລະ ຜູ້ເປັນທຸກດ້ວຍພະຍາດນາໆຊະນິດ, ແລະ ດ້ວຍ ກຜີສາງ ແລະ ດ້ວຍ ຂວິນຍານອັນບໍ່ສະອາດ; ແລະ ທູດໄດ້ກ່າວ ແລະ ສະແດງສິ່ງທັງໝົດນີ້ແກ່ຂ້າພະເຈົ້າ. ແລະ ຄົນເຫລົ່ານັ້ນໄດ້ຮັບການ ຄປິ່ນປົວໂດຍອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າ; ແລະ ຜີສາງ ແລະ ວິນຍານອັນບໍ່ສະອາດຖືກຂັບໄລ່ອອກໄປ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້າອີກ, ມີຄວາມວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າໄດ້ເບິ່ງ ແລະ ຂ້າພະເຈົ້າໄດ້ເຫັນພຣະເມສານ້ອຍຂອງພຣະເຈົ້າ, ວ່າພຣະອົງໄດ້ຖືກຜູ້ຄົນຈັບໄປ; ແທ້ຈິງແລ້ວ, ແມ່ນພຣະບຸດຂອງພຣະເຈົ້າຜູ້ເປັນນິດໄດ້ຖືກ ກຕັດສິນໂດຍທາງໂລກ; ແລະ ຂ້າພະເຈົ້າໄດ້ເຫັນ ແລະ ເປັນພະຍານ.
33 ແລະ ຂ້າພະເຈົ້ານີໄຟໄດ້ເຫັນວ່າ ພຣະອົງຖືກຍົກຂຶ້ນເທິງ ກໄມ້ກາງແຂນ ແລະ ຖືກ ຂປະຫານເພື່ອບາບຂອງໂລກ.
34 ແລະ ຫລັງຈາກພຣະອົງຖືກປະຫານແລ້ວ, ຂ້າພະເຈົ້າໄດ້ເຫັນຝູງຊົນຂອງແຜ່ນດິນໂລກມາເຕົ້າໂຮມກັນເພື່ອຕໍ່ສູ້ກັບອັກຄະສາວົກຂອງພຣະເມສານ້ອຍ; ເພາະສິບສອງທ່ານນີ້ໄດ້ຖືກເອີ້ນແນວນັ້ນໂດຍທູດຂອງພຣະຜູ້ເປັນເຈົ້າ.
35 ແລະ ຝູງຊົນຂອງແຜ່ນດິນໂລກໄດ້ມາເຕົ້າໂຮມກັນ; ແລະ ຂ້າພະເຈົ້າໄດ້ເຫັນວ່າ ພວກເຂົາຢູ່ໃນ ກອາຄານໃຫຍ່ ແລະ ກວ້າງຫລັງໜຶ່ງ ຊຶ່ງຄືກັນກັບອາຄານທີ່ບິດາຂອງຂ້າພະເຈົ້າໄດ້ເຫັນນັ້ນ. ແລະ ທູດຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າອີກ, ມີຄວາມວ່າ: ຈົ່ງເບິ່ງໂລກ ແລະ ປັນຍາຂອງມັນ; ແທ້ຈິງແລ້ວ, ຈົ່ງເບິ່ງເຊື້ອສາຍອິດສະຣາເອນໄດ້ມາເຕົ້າໂຮມກັນເພື່ອຕໍ່ສູ້ກັບອັກຄະສາວົກສິບສອງຂອງພຣະເມສານ້ອຍນັ້ນ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນ ແລະ ເປັນພະຍານວ່າ ອາຄານໃຫຍ່ ແລະ ກວ້າງຫລັງນີ້ຄື ກຄວາມຈອງຫອງຂອງໂລກ; ແລະ ມັນຈະຕົກ, ແລະ ການຕົກຂອງມັນຈະໃຫຍ່ຫລວງຢ່າງໜັກ. ແລະ ທູດຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ຄວາມພິນາດຂອງທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ຜູ້ຕໍ່ສູ້ກັບອັກຄະສາວົກສິບສອງຂອງພຣະເມສານ້ອຍຈະເປັນດັ່ງນັ້ນ.