ໂຈເຊັບ ສະມິດ—ປະຫວັດ
ພາກສ່ວນໜຶ່ງທີ່ເອົາມາຈາກປະຫວັດຂອງໂຈເຊັບ ສະມິດ, ຜູ້ເປັນສາດສະດາ
ບົດທີ 1
ໂຈເຊັບ ສະມິດ ບອກເຖິງບັນພະບຸລຸດຂອງເພິ່ນ, ສະມາຊິກໃນຄອບຄົວ, ແລະ ບ່ອນຢູ່ອາໄສຂອງເຂົາເຈົ້າໃນຕອນຕົ້ນ—ຄວາມກະຕືລືລົ້ນແບບຜິດປົກກະຕິກ່ຽວກັບສາດສະໜາ ທີ່ແຜ່ລາມຢູ່ໃນພາກຕາເວັນຕົກຂອງລັດນິວຢອກ—ເພິ່ນຕັ້ງໃຈສະແຫວງຫາປັນຍາຕາມທີ່ໄດ້ຮັບການຊີ້ນຳຈາກຢາໂກໂບ—ພຣະບິດາ ແລະ ພຣະບຸດມາປະກົດ, ແລະ ໂຈເຊັບຖືກເອີ້ນສູ່ການປະຕິບັດສາດສະໜາກິດໃນຖານະເປັນສາດສະດາ. (ຂໍ້ທີ 1–20.)
1 ເນື່ອງຈາກມີການລາຍງານຢ່າງຫລວງຫລາຍ ຊຶ່ງແຜ່ຂະຫຍາຍໄປທົ່ວໂດຍບຸກຄົນທີ່ມີຄວາມປະສົງຮ້າຍ ແລະ ມີແຜນອັນຊົ່ວຮ້າຍ, ກ່ຽວກັບ ການເລີ່ມຕົ້ນ ແລະ ຄວາມຈະເລີນກ້າວໜ້າຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຊຶ່ງທັງໝົດນີ້ໄດ້ຖືກວາງແຜນໂດຍຜູ້ຄົ້ນຄິດເພື່ອທຳລາຍຊື່ສຽງຂອງສາດສະໜາຈັກ ແລະ ຄວາມກ້າວໜ້າຂອງມັນຢູ່ໃນໂລກ—ຂ້າພະເຈົ້າໄດ້ຖືກຈູງໃຈໃຫ້ຂຽນປະຫວັດນີ້, ເພື່ອກຳຈັດຄວາມຄິດຜິດຂອງສາທາລະນະຊົນ, ແລະ ໃຫ້ຂໍ້ຄວາມເທັດຈິງແກ່ທຸກຄົນທີ່ສະແຫວງຫາຄວາມຈິງ, ຕາມທີ່ໄດ້ເກີດຂຶ້ນ, ທີ່ກ່ຽວກັບຕົວຂ້າພະເຈົ້າເອງ ແລະ ສາດສະໜາຈັກ, ເທົ່າທີ່ຂ້າພະເຈົ້າມີຂໍ້ເທັດຈິງເຫລົ່ານີ້ຢູ່ນຳຂ້າພະເຈົ້າ.
2 ໃນປະຫວັດນີ້ ຂ້າພະເຈົ້າຈະສະເໜີເຫດການຕ່າງໆທີ່ກ່ຽວກັບສາດສະໜາຈັກ, ໃນຄວາມຈິງ ແລະ ຄວາມຊອບທຳ, ຕາມທີ່ໄດ້ເກີດຂຶ້ນ, ຫລື ຕາມທີ່ເປັນຢູ່, ປະຈຸບັນນີ້ເປັນປີ [1838] ຊຶ່ງເປັນປີທີແປດນັບຕັ້ງແຕ່ ຈັດຕັ້ງສາດສະໜາຈັກ.
3 ຂ້າພະເຈົ້າໄດ້ເກີດໃນປີສັກກະລາດໜຶ່ງພັນແປດຮ້ອຍຫ້າ, ໃນວັນທີຊາວສາມ ເດືອນທັນວາ, ໃນໝູ່ບ້ານຊາໂຣນ, ເຂດວິນເຊີ, ລັດເວີໝ້ອນ. … ພໍ່ຂອງຂ້າພະເຈົ້າ, ໂຈເຊັບ ສະມິດ, ຜູ້ພໍ່, ໄດ້ຈາກລັດເວີໝ້ອນ, ແລະ ຍ້າຍໄປຢູ່ເມືອງພາໄມຣາ, ເຂດອອນແທຣິໂອ (ປະຈຸບັນນີ້ຄືເຂດເວນ), ໃນລັດນິວຢອກ, ຕອນຂ້າພະເຈົ້າມີອາຍຸໄດ້ສິບປີ, ຫລື ປະມານນັ້ນ. ປະມານສີ່ປີຫລັງຈາກພໍ່ຂອງຂ້າພະເຈົ້າໄດ້ມາເຖິງເມືອງພາໄມຣາ, ເພິ່ນໄດ້ຍ້າຍຄອບຄົວຂອງເພິ່ນໄປຢູ່ເມືອງແມນເຈດສະເຕີ ໃນເຂດອອນແທຣິໂອດຽວກັນນັ້ນ—
4 ຄອບຄົວຂອງເພິ່ນມີຢູ່ດ້ວຍກັນສິບເອັດຄົນ, ນັ້ນຄື, ພໍ່ຂອງຂ້າພະເຈົ້າ, ໂຈເຊັບ ສະມິດ; ແມ່ຂອງຂ້າພະເຈົ້າ, ລູສີ ສະມິດ (ຊຶ່ງຊື່ຂອງເພິ່ນ, ກ່ອນແຕ່ງງານ, ຄື ແມັກ, ລູກສາວຂອງໂຊໂລໂມນ ແມັກ); ອ້າຍຂອງຂ້າພະເຈົ້າ, ອາລ໌ວິນ (ຜູ້ໄດ້ເສຍຊີວິດໄປໃນວັນທີ 19 ເດືອນພະຈິກ, 1823, ຕອນລາວມີອາຍຸໄດ້ 26 ປີ), ໄຮຣຳ, ຕົວຂ້າພະເຈົ້າເອງ, ແຊມໂຍ ແຮຣິສັນ, ວິວລຽມ, ດອນ ຄາໂລສ໌; ແລະ ນ້ອງສາວຂອງຂ້າພະເຈົ້າ, ໂຊໂຟຣເນຍ, ແຄເທີຣິນ, ແລະ ລູສີ.
5 ໃນຊ່ວງໜຶ່ງໃນປີທີສອງຫລັງຈາກທີ່ພວກເຮົາໄດ້ຍ້າຍມາຢູ່ເມືອງແມນເຈດສະເຕີ, ໃນສະຖານທີ່ຊຶ່ງພວກເຮົາອາໄສຢູ່ ມີຄວາມກະຕືລືລົ້ນແບບຜິດປົກກະຕິກ່ຽວກັບສາດສະໜາ. ເລີ່ມຕົ້ນຈາກ ເມໂທດິສ, ແຕ່ບໍ່ດົນ ກໍຂະຫຍາຍອອກໄປໃນບັນດານິກາຍທັງໝົດໃນພາກພື້ນນັ້ນຂອງປະເທດ. ຕາມຈິງແລ້ວ, ເບິ່ງຄືວ່າໄດ້ມີຜົນກະທົບກະເທືອນໄປທົ່ວທ້ອງຖິ່ນນັ້ນຂອງປະເທດ, ແລະ ຊຸມຊົນຢ່າງຫລວງຫລາຍໄດ້ເຂົ້າຮ່ວມກຸ່ມສາດສະໜາຕ່າງໆ, ຊຶ່ງໄດ້ສ້າງຄວາມວຸ້ນວາຍ ແລະ ຄວາມແຕກແຍກບໍ່ໜ້ອຍໃນບັນດາຜູ້ຄົນ, ບາງຄົນຮ້ອງຂຶ້ນວ່າ, “ເບິ່ງແມ, ບ່ອນນີ້!” ແລະ ບາງຄົນ, “ເບິ່ງແມ, ບ່ອນນັ້ນ!” ບາງຄົນກໍໄດ້ຜິດຖຽງກັນເພື່ອເມໂທດິສ, ບາງຄົນເພື່ອເພຣສ໌ໄບທີຣຽນ, ແລະ ບາງຄົນເພື່ອບັບຕິດ.
6 ເພາະ, ເຖິງແມ່ນວ່າຄວາມຮັກອັນຫລວງຫລາຍທີ່ຜູ້ປ່ຽນໃຈເຫລື້ອມໃສ ໃນຄວາມເຊື່ອຕ່າງໆໄດ້ສະແດງອອກ ໃນເວລາພວກເຂົາປ່ຽນໃຈເຫລື້ອມໃສ, ແລະ ຄວາມກະຕືລືລົ້ນອັນໃຫຍ່ຫລວງທີ່ສະແດງໃຫ້ປະຈັກໂດຍຄຸນພໍ່ຂອງນິກາຍຕ່າງໆ, ຜູ້ທີ່ເປັນຕົວຕັ້ງຕົວຕີງໃນການປຸກລະດົມໃຈ ແລະ ສົ່ງເສີມພາບທີ່ແປກປະຫລາດນີ້ອັນເປັນຄວາມຮູ້ສຶກທາງສາດສະໜາ, ເພື່ອເຮັດໃຫ້ທຸກຄົນປ່ຽນໃຈເຫລື້ອມໃສ, ດັ່ງທີ່ພວກເຂົາພໍໃຈ ແລະ ເອີ້ນເຊັ່ນນັ້ນ, ໃຫ້ນັບຖືນິກາຍໃດກໍໄດ້ທີ່ພວກເຂົາພໍໃຈ; ແຕ່ເມື່ອຜູ້ປ່ຽນໃຈເຫລື້ອມໃສເລີ່ມແຍກຕົວອອກໄປ, ບາງຄົນໄປເຂົ້າກັບກຸ່ມໜຶ່ງ ແລະ ອີກບາງຄົນກໍໄປເຂົ້າກັບອີກກຸ່ມໜຶ່ງ, ປະກົດວ່າຄວາມຮູ້ສຶກທີ່ເບິ່ງເໝືອນວ່າດີ ທັງຂອງຄຸນພໍ່ ແລະ ຜູ້ປ່ຽນໃຈເຫລື້ອມໃສກັບເປັນການສະແດງແບບທຳທ່າເທົ່ານັ້ນ ຫລາຍກວ່າຄວາມຈິງໃຈ; ເພາະວ່າພາບຂອງຄວາມສັບສົນຢ່າງຫລວງຫລາຍ ແລະ ຄວາມຮູ້ສຶກບໍ່ດີໄດ້ຕາມມາ—ຄຸນພໍ່ຜິດຖຽງກັບຄຸນພໍ່, ແລະ ຜູ້ປ່ຽນໃຈເຫລື້ອມໃສຜິດຖຽງກັບຜູ້ປ່ຽນໃຈເຫລື້ອມໃສ; ເຖິງກັບວ່າ ຄວາມຮູ້ສຶກທີ່ດີຂອງພວກເຂົາທີ່ມີຕໍ່ກັນ, ຖ້າຫາກມີ, ກໍໄດ້ສູນສິ້ນໄປໃນ ການປະທະຖ້ອຍຄຳກັນ ແລະ ການໂຕ້ຖຽງກັນກ່ຽວກັບຄວາມຄິດຄວາມເຫັນ.
7 ໃນເວລານັ້ນຂ້າພະເຈົ້າມີອາຍຸໃກ້ຈະເຖິງສິບຫ້າປີ. ຄອບຄົວຂອງພໍ່ຂອງຂ້າພະເຈົ້າຖືກຊັກຈູງໄປຫານິກາຍເພຣສ໌ໄບທີຣຽນ, ແລະ ສີ່ຄົນໄດ້ເຂົ້າຮ່ວມສາດສະໜາຈັກນັ້ນ, ນັ້ນຄື, ແມ່ຂອງຂ້າພະເຈົ້າ, ລູສີ; ອ້າຍນ້ອງຂອງຂ້າພະເຈົ້າ ໄຮຣຳ ແລະ ແຊມໂຍ ແຮຣິສັນ; ແລະ ນ້ອງສາວຂອງຂ້າພະເຈົ້າ ໂຊໂຟຣເນຍ.
8 ໃນໄລຍະຂອງຄວາມສັບສົນນີ້ ຂ້າພະເຈົ້າກຸ້ມໃຈຫລາຍບໍ່ຮູ້ຈັກຈະຕັດສິນໃຈ; ເຖິງແມ່ນວ່າຄວາມຮູ້ສຶກຂອງຂ້າພະເຈົ້າຈະເລິກຊຶ້ງ ແລະ ມັກຈະຕື້ນຕັນໃຈ, ແຕ່ຂ້າພະເຈົ້າໄດ້ຮັກສາຕົນເອງໃຫ້ຫ່າງຈາກກຸ່ມເຫລົ່ານັ້ນ, ເຖິງແມ່ນວ່າຂ້າພະເຈົ້າໄດ້ໄປຮ່ວມການປະຊຸມຕ່າງໆຂອງພວກເຂົາຫລາຍເທື່ອກໍຕາມ ເທົ່າທີ່ໂອກາດຈະອຳນວຍ. ໃນເວລາຕໍ່ມາຈິດໃຈຂອງຂ້າພະເຈົ້າເລີ່ມເອ່ນອ່ຽງໄປຫານິກາຍເມໂທດິສ, ແລະ ຂ້າພະເຈົ້າປາດຖະໜາເລັກໜ້ອຍທີ່ຈະເຂົ້າຮ່ວມກັບພວກເຂົາ, ແຕ່ຄວາມສັບສົນ ແລະ ການຜິດຖຽງກັນໃນບັນດານິກາຍທີ່ແຕກຕ່າງກັນນັ້ນມີຫລາຍ, ຈົນວ່າເປັນໄປບໍ່ໄດ້ສຳລັບຄົນໜຸ່ມຢ່າງຂ້າພະເຈົ້າ, ແລະ ບໍ່ຄຸ້ນເຄີຍກັບຜູ້ຄົນ ແລະ ເລື່ອງຕ່າງໆ, ຈະສະຫລຸບໄດ້ຢ່າງແນ່ນອນແນວໃດວ່າຜູ້ໃດຖືກ ແລະ ຜູ້ໃດຜິດ.
9 ບາງເທື່ອຈິດໃຈຂອງຂ້າພະເຈົ້າກໍສັບສົນຫລາຍ, ສຽງປ່າວຮ້ອງ ແລະ ຄວາມວຸ້ນວາຍກໍມີຢູ່ຢ່າງຫລວງຫລາຍ ແລະ ບໍ່ຢຸດຢ່ອນ. ກຸ່ມເພຣສ໌ໄບທີຣຽນໄດ້ຕັ້ງໃຈຕໍ່ຕ້ານກຸ່ມບັບຕິດ ແລະ ເມໂທດິສ ຫລາຍທີ່ສຸດ, ແລະ ໄດ້ໃຊ້ພະລັງທຸກຢ່າງທັງຫາເຫດຜົນ ແລະ ເລ່ຫລ່ຽມເພື່ອພິສູດຄວາມຜິດຂອງພວກນັ້ນ, ຫລື, ຢ່າງໜ້ອຍ, ເພື່ອເຮັດໃຫ້ຜູ້ຄົນຄິດວ່າ ພວກເຂົາເຮັດຜິດ. ອີກມຸມໜຶ່ງ, ກຸ່ມບັບຕິດ ແລະ ເມໂທດິສກໍຄືກັນມີຄວາມກະຕືລືລົ້ນຫລາຍໃນການສະຖາປະນາຄຳສອນຂອງຕົນເອງຂຶ້ນ ແລະ ພິສູດວ່າຄຳສອນອື່ນໆນັ້ນບໍ່ຈິງ.
10 ໃນທ່າມກາງສົງຄາມຄາລົມ ແລະ ຄວາມວຸ້ນວາຍຂອງຄວາມຄິດຄວາມເຫັນນີ້, ຂ້າພະເຈົ້າໄດ້ຖາມຕົວເອງເລື້ອຍໆວ່າ: ເຮົາຈະເຮັດແນວໃດ? ໃນກຸ່ມທັງໝົດນີ້ ແມ່ນໃຜທີ່ ຖືກຕ້ອງ; ຫລື, ຜິດທັງໝົດບໍ? ຖ້າຫາກມີກຸ່ມໃດຖືກຕ້ອງ, ແລ້ວຈະເປັນກຸ່ມໃດ, ແລະ ເຮົາຈະຮູ້ໄດ້ແນວໃດ?
11 ໃນຂະນະທີ່ຂ້າພະເຈົ້າຢູ່ໃນຄວາມກຸ້ມໃຈຢ່າງໃຫຍ່ຫລວງ ເພາະການຜິດຖຽງກັນຂອງສາດສະໜາຈັກກຸ່ມຕ່າງໆຢູ່ນັ້ນ, ມື້ໜຶ່ງຂ້າພະເຈົ້າໄດ້ອ່ານຂໍ້ຄວາມໃນສານຂອງຢາໂກໂບ, ບົດທຳອິດ ຂໍ້ທີຫ້າ, ມີຄວາມວ່າ: ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ, ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ, ບໍ່ຊົງກ່າວຕິ ແລະ ຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.
12 ບໍ່ເຄີຍມີຂໍ້ຄວາມໃດໃນພຣະຄຳພີທີ່ມີອຳນາດ ເຂົ້າເຖິງຈິດໃຈຂອງມະນຸດໄດ້ຫລາຍເທົ່າກັບຂໍ້ຄວາມນີ້ໃນເວລານັ້ນ. ຂໍ້ຄວາມປະກົດວ່າເຂົ້າເຖິງຄວາມຮູ້ສຶກທຸກຢ່າງ ຂອງຈິດໃຈຂອງຂ້າພະເຈົ້າດ້ວຍພະລັງອັນແຮງກ້າ. ຂ້າພະເຈົ້າຄິດແລ້ວຄິດອີກ, ໂດຍທີ່ຮູ້ວ່າຜູ້ທີ່ຕ້ອງການປັນຍາຈາກພຣະເຈົ້ານັ້ນຄືຂ້າພະເຈົ້າເອງ; ເພາະຂ້າພະເຈົ້າບໍ່ຮູ້ວ່າ ຈະເຮັດແນວໃດດີນອກຈາກຈະມີປັນຍາຫລາຍກວ່າທີ່ມີຢູ່ແລ້ວ, ເພາະຂ້າພະເຈົ້າບໍ່ອາດຈະຮູ້ໄດ້ເລີຍ; ເພາະວ່ານັກເທດສະໜາຂອງແຕ່ລະສາດສະໜາຈັກແຕ່ລະຄົນກໍມີ ຄວາມເຂົ້າໃຈຂໍ້ພຣະຄຳພີໄປຕ່າງໆນາໆ ຈົນວ່າໄດ້ທຳລາຍຄວາມໝັ້ນໃຈທັງໝົດໃນການຫາຄຳຕອບໂດຍການຄົ້ນຫາຂໍ້ຄວາມໃນ ພຣະຄຣິສຕະທຳຄຳພີໄປໝົດ.
13 ໃນທີ່ສຸດ ຂ້າພະເຈົ້າໄດ້ຕັດສິນໃຈວ່າ ຂ້າພະເຈົ້າຕ້ອງໄດ້ເລືອກເອົາທາງໜຶ່ງຄື ຈະຢູ່ໃນຄວາມບໍ່ຮູ້ຈັກ ແລະ ສັບສົນ, ຫລື ອີກທາງໜຶ່ງແມ່ນຕ້ອງເຮັດຕາມທີ່ຢາໂກໂບແນະນຳຄື ໃຫ້ທູນຂໍຈາກພຣະເຈົ້າ. ໃນທີ່ສຸດ ຂ້າພະເຈົ້າໄດ້ຕັດສິນໃຈ “ທູນຂໍຈາກພຣະເຈົ້າ,” ໂດຍເຫັນວ່າຖ້າຫາກພຣະອົງປະທານປັນຍາໃຫ້ຄົນທີ່ຂາດປັນຍາ ດ້ວຍພຣະກະລຸນາ ແລະ ບໍ່ຊົງກ່າວຕິ, ແລ້ວຂ້າພະເຈົ້າກໍຈະລອງເບິ່ງ.
14 ດັ່ງນັ້ນ, ເພື່ອໃຫ້ເປັນໄປຕາມທີ່ຂ້າພະເຈົ້າຕັ້ງໃຈໄວ້ທີ່ຈະທູນຂໍຈາກພຣະເຈົ້າ, ຂ້າພະເຈົ້າຈຶ່ງໄດ້ເຂົ້າໄປໃນປ່າເພື່ອທູນຂໍລອງເບິ່ງ. ໃນຕອນເຊົ້າທີ່ສວຍງາມ ອາກາດແຈ່ມໃສດີຂອງມື້ໜຶ່ງ, ໃນຕົ້ນລະດູໃບໄມ້ປົ່ງຂອງປີໜຶ່ງພັນແປດຮ້ອຍຊາວ. ມັນເປັນຄັ້ງທຳອິດໃນຊີວິດຂອງຂ້າພະເຈົ້າທີ່ພະຍາຍາມແບບນີ້ ເພາະວ່າໃນລະຫວ່າງຄວາມກັງວົນທັງໝົດນີ້ ຂ້າພະເຈົ້າບໍ່ເຄີຍພະຍາຍາມ ອະທິຖານອອກສຽງມາກ່ອນເລີຍ.
15 ຫລັງຈາກໄປເຖິງຈຸດທີ່ໄດ້ໝາຍໄວ້ກ່ອນແລ້ວ ຂ້າພະເຈົ້າຫລຽວໄປອ້ອມຮອບ ແລະ ເຫັນວ່າຕົນເອງຢູ່ຕາມລຳພັງ, ແລ້ວຈຶ່ງໄດ້ຄຸເຂົ່າລົງ ແລະ ເລີ່ມຖວາຍຄວາມປາດຖະໜາຈາກໃຈຂອງຂ້າພະເຈົ້າຕໍ່ພຣະເຈົ້າ. ເມື່ອຂ້າພະເຈົ້າເລີ່ມຕົ້ນເຮັດເຊັ່ນນັ້ນ, ໃນທັນທີທັນໃດ ຂ້າພະເຈົ້າກໍຖືກອຳນາດຢ່າງໜຶ່ງມາປົກຄຸມໄວ້ໃຫ້ໝົດແຮງໄປ ແລະ ມັນມີອິດທິພົນເໜືອກວ່າຂ້າພະເຈົ້າຢ່າງໜ້າປະຫລາດ. ລີ້ນຂອງຂ້າພະເຈົ້າແຂງຈົນເວົ້າຫຍັງບໍ່ໄດ້. ຄວາມມືດອັນໜາແໜ້ນໄດ້ປົກຄຸມຂ້າພະເຈົ້າໄວ້ຊົ່ວໄລຍະໜຶ່ງ ແລະ ຄືກັບວ່າຂ້າພະເຈົ້າກຳລັງຈະຕົກໄປສູ່ຄວາມພິນາດ.
16 ແຕ່ວ່າໂດຍການໃຊ້ພະລັງທັງໝົດຂອງຂ້າພະເຈົ້າ ແລະ ໄດ້ ທູນຂໍໃຫ້ພຣະເຈົ້າຊ່ວຍຂ້າພະເຈົ້າໃຫ້ຫລຸດພົ້ນຈາກອຳນາດຂອງສັດຕູທີ່ປົກຄຸມຂ້າພະເຈົ້າຢູ່ນັ້ນ, ແລະ ໃນນາທີທີ່ຂ້າພະເຈົ້າກຳລັງຈະຕົກຢູ່ໃນຄວາມສິ້ນຫວັງ ແລະ ປ່ອຍຕົວໃຫ້ໄປສູ່ຄວາມພິນາດ—ຊຶ່ງຄວາມພິນາດນັ້ນບໍ່ແມ່ນມະໂນພາບ, ແຕ່ເປັນອຳນາດຂອງຜູ້ທີ່ເປັນຢູ່ແທ້ໆຈາກໂລກທີ່ຫລຽວຫາບໍ່ເຫັນ ເປັນຜູ້ທີ່ມີອຳນາດອັນປະຫລາດ ຊຶ່ງຂ້າພະເຈົ້າບໍ່ເຄີຍພົບໃນຜູ້ໃດມາກ່ອນ—ໃນໄລຍະທີ່ຢູ່ໃນຄວາມຢ້ານກົວຫລາຍທີ່ສຸດນັ້ນ, ຂ້າພະເຈົ້າໄດ້ເຫັນ ແສງສະຫວ່າງເປັນເລົາລົງມາ ຢູ່ເທິງຫົວຂອງຂ້າພະເຈົ້າ, ແຈ້ງກວ່າຄວາມສະຫວ່າງຂອງ ດວງຕາເວັນ, ຊຶ່ງຄ່ອຍໆເລື່ອນລົງມາ ຈົນເຖິງຕົວຂອງຂ້າພະເຈົ້າ.
17 ໃນທັນທີທີ່ແສງສະຫວ່າງນັ້ນປະກົດຂຶ້ນ, ຂ້າພະເຈົ້າຮູ້ສຶກຕົວວ່າໄດ້ຫລຸດພົ້ນຈາກສັດຕູທີ່ຍຶດຂ້າພະເຈົ້າໄວ້. ເມື່ອແສງນັ້ນລົງມາເຖິງຂ້າພະເຈົ້າ, ຂ້າພະເຈົ້າ ໄດ້ເຫັນ ສອງພຣະອົງປະທັບຢືນຢູ່ໃນອາກາດຊື່ຫົວຂອງຂ້າພະເຈົ້າ. ຄວາມສະຫວ່າງ ແລະ ລັດສະໝີພາບຂອງທັງສອງພຣະອົງນັ້ນເກີນກວ່າທີ່ຈະພັນລະນາໄດ້. ອົງໜຶ່ງໄດ້ຮັບສັ່ງກັບຂ້າພະເຈົ້າ ໂດຍເອີ້ນຊື່ຂອງຂ້າພະເຈົ້າ ແລະ ຊີ້ພຣະຫັດໄປຫາອີກອົງໜຶ່ງ ແລະ ກ່າວວ່າ—ນີ້ຄື ບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!
18 ຄວາມປະສົງຂອງຂ້າພະເຈົ້າໃນການ ທູນຖາມພຣະຜູ້ເປັນເຈົ້ານັ້ນ ກໍເພື່ອຢາກຮູ້ວ່າ ສາດສະໜາຈັກໃດໃນສາດສະໜາຈັກທັງໝົດນັ້ນຖືກຕ້ອງ ເພື່ອຂ້າພະເຈົ້າຈະໄດ້ຮູ້ວ່າ ສາດສະໜາຈັກແຫ່ງໃດທີ່ຂ້າພະເຈົ້າຄວນເຂົ້າຮ່ວມ. ສະນັ້ນໃນທັນທີທີ່ຂ້າພະເຈົ້າຮູ້ສຶກຕົວຈົນເວົ້າໄດ້ແລ້ວ, ຂ້າພະເຈົ້າຈຶ່ງທູນຖາມສອງພຣະອົງທີ່ປະທັບຢືນຢູ່ໃນແສງສະຫວ່າງເທິງຫົວຂອງຂ້າພະເຈົ້າວ່າ ສາດສະໜາຈັກແຫ່ງໃດຖືກຕ້ອງ (ເພາະໃນເວລານັ້ນຂ້າພະເຈົ້າບໍ່ຄິດວ່າ ທຸກແຫ່ງຈະຜິດໝົດ)—ແລະ ວ່າຂ້າພະເຈົ້າຄວນເຂົ້າຮ່ວມສາດສະໜາຈັກແຫ່ງໃດ.
19 ຂ້າພະເຈົ້າໄດ້ຮັບຄຳຕອບວ່າ ຂ້າພະເຈົ້າບໍ່ຄວນເຂົ້າຮ່ວມກັບສາດສະໜາຈັກແຫ່ງໃດເລີຍ ເພາະວ່າສາດສະໜາຈັກທັງໝົດນັ້ນ ບໍ່ຖືກຕ້ອງ ແລະ ອົງທີ່ຮັບສັ່ງກັບຂ້າພະເຈົ້າໄດ້ກ່າວວ່າ ຄຳສອນທັງໝົດຂອງສາດສະໜາຈັກຕ່າງໆນັ້ນເປັນໜ້າກຽດຊັງໃນສາຍພຣະເນດຂອງພຣະອົງ; ວ່ານັກເທດສະໜາເຫລົ່ານັ້ນລ້ວນແຕ່ເຮັດຜິດຄື: “ພວກເຂົາ ຢູ່ໃກ້ເຮົາແຕ່ປາກ, ແຕ່ ຈິດໃຈຂອງພວກເຂົາຫ່າງໄກຈາກເຮົາ. ພວກເຂົາສິດສອນ ບັນຍັດຂອງມະນຸດ ໂດຍມີ ແບບຂອງຄວາມເປັນເໝືອນພຣະເຈົ້າເປັນຄຳສອນ, ແຕ່ພວກເຂົາປະຕິເສດອຳນາດໃນນັ້ນ.”
20 ພຣະອົງໄດ້ຫ້າມຂ້າພະເຈົ້າອີກວ່າ ບໍ່ໃຫ້ເຂົ້າຮ່ວມກັບສາດສະໜາຈັກແຫ່ງໃດເລີຍ ແລະ ມີຫລາຍສິ່ງຫລາຍຢ່າງທີ່ພຣະອົງໄດ້ສັ່ງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າບໍ່ສາມາດຂຽນໄວ້ໃນເວລານີ້. ເມື່ອຂ້າພະເຈົ້າຮູ້ສຶກຕົວອີກ ກໍພົບວ່າຕົນເອງກຳລັງນອນຫງາຍຫລຽວແນມເບິ່ງຟ້າສະຫວັນຢູ່. ເມື່ອແສງສະຫວ່າງນັ້ນຈາກໄປ, ຂ້າພະເຈົ້າບໍ່ມີແຮງ; ແຕ່ບໍ່ດົນຂ້າພະເຈົ້າກໍຄ່ອຍໆມີແຮງຂຶ້ນ ແລະ ໄດ້ກັບໄປບ້ານ. ແລະ ໃນຂະນະທີ່ຂ້າພະເຈົ້າຢືນຝີງໄຟຢູ່, ແມ່ສອບຖາມວ່າມີຫຍັງເກີດຂຶ້ນ. ຂ້າພະເຈົ້າໄດ້ຕອບວ່າ, “ບໍ່ມີຫຍັງດອກ, ທຸກຢ່າງດີ—ລູກສະບາຍດີ.” ຈາກນັ້ນຂ້າພະເຈົ້າໄດ້ກ່າວກັບແມ່ຂອງຂ້າພະເຈົ້າວ່າ, “ລູກໄດ້ຮຽນຮູ້ດ້ວຍຕົວເອງວ່າ ນິກາຍເພຣສ໌ໄບທີຣຽນບໍ່ຈິງ.” ເບິ່ງຄືວ່າ ຜູ້ປໍລະປັກຮູ້ຈັກວ່າ ໃນຊ່ວງໄລຍະຕົ້ນຊີວິດຂອງຂ້າພະເຈົ້າ, ຂ້າພະເຈົ້າຖືກກຳນົດໃຫ້ເປັນຜູ້ກໍ່ກວນ ແລະ ເປັນຜູ້ສ້າງຄວາມລຳຄານໃຫ້ອານາຈັກຂອງມັນ; ຖ້າບໍ່ດັ່ງນັ້ນເປັນຫຍັງອຳນາດແຫ່ງຄວາມມືດຈຶ່ງມາຮ່ວມກັນຕໍ່ຕ້ານຂ້າພະເຈົ້າ? ເປັນຫຍັງ ການຕໍ່ຕ້ານ ແລະ ການຂົ່ມເຫັງຈຶ່ງເກີດຂຶ້ນກັບຂ້າພະເຈົ້າ, ເກືອບຕັ້ງແຕ່ຕອນຢູ່ໃນໄວເດັກຂອງຂ້າພະເຈົ້າ?
ຜູ້ສັ່ງສອນບາງຄົນ ແລະ ຜູ້ປະກາດສາດສະໜາຄົນອື່ນໆໄດ້ປະຕິເສດເລື່ອງລາວກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດ—ການຂົ່ມເຫັງໄດ້ທະວີຂຶ້ນກັບໂຈເຊັບ ສະມິດ—ເພິ່ນໄດ້ເປັນພະຍານເຖິງຄວາມຈິງແທ້ຂອງພາບນັ້ນ. (ຂໍ້ທີ 21–26.)
21 ສອງສາມມື້ຫລັງຈາກຂ້າພະເຈົ້າໄດ້ເຫັນ ພາບນັ້ນ, ບັງເອີນຂ້າພະເຈົ້າໄດ້ຢູ່ກັບນັກເທດຄົນໜຶ່ງຂອງເມໂທດິສ, ຜູ້ມີບົດບາດຫລາຍໃນເລື່ອງຄວາມກະຕືລືລົ້ນກ່ຽວກັບສາດສະໜາດັ່ງທີ່ກ່າວຜ່ານມາ; ແລະ, ໃນຂະນະທີ່ສົນທະນາກັບເພິ່ນເລື່ອງສາດສະໜາ, ຂ້າພະເຈົ້າໄດ້ຖືໂອກາດເລົ່າໃຫ້ເພິ່ນຟັງເຖິງພາບນັ້ນທີ່ຂ້າພະເຈົ້າໄດ້ເຫັນ. ຂ້າພະເຈົ້າປະຫລາດໃຈຫລາຍກັບການປະພຶດຕົວຂອງເພິ່ນ; ເພິ່ນບໍ່ພຽງແຕ່ຖືວ່າການບອກເລົ່າຂອງຂ້າພະເຈົ້າເປັນການເວົ້າຫລິ້ນເທົ່ານັ້ນ, ແຕ່ຍັງໄດ້ໝິ່ນປະໝາດນຳອີກ, ໂດຍກ່າວວ່າ ມັນເປັນຂອງມານທັງໝົດ, ບໍ່ມີສິ່ງທີ່ເອີ້ນກັນວ່າ ພາບທີ່ມາໃຫ້ເຫັນ ຫລື ການເປີດເຜີຍແບບນັ້ນແລ້ວໃນປະຈຸບັນນີ້; ເລື່ອງເຊັ່ນນັ້ນທັງໝົດໄດ້ສິ້ນສຸດໄປແລ້ວກັບເຫລົ່າອັກຄະສາວົກ, ແລະ ວ່າຈະບໍ່ມີວັນມີສິ່ງເຫລົ່ານັ້ນອີກ.
22 ໃນບໍ່ຊ້າ ຂ້າພະເຈົ້າກໍພົບວ່າ ການເລົ່າເລື່ອງຂອງຂ້າພະເຈົ້າເຮັດໃຫ້ບັນດາຜູ້ປະກາດສາດສະໜາເກີດມີຄວາມກຽດຊັງຂ້າພະເຈົ້າຢ່າງໃຫຍ່ຫລວງ, ແລະ ການຂົ່ມເຫັງກໍນັບມື້ນັບຮ້າຍແຮງຂຶ້ນຊັກໃຊ້. ເຖິງແມ່ນວ່າ ຂ້າພະເຈົ້າເປັນພຽງເດັກນ້ອຍທີ່ ບໍ່ມີຜູ້ໃດຮູ້ຈັກ ທີ່ມີອາຍຸພຽງແຕ່ສິບສີ່ສິບຫ້າປີເທົ່ານັ້ນ, ແລະ ເຖິງແມ່ນວ່າຖານະຄອບຄົວຂອງຂ້າພະເຈົ້າຈະຍາກຈົນ ແລະ ຕົວຂ້າພະເຈົ້າບໍ່ໄດ້ເປັນຄົນສຳຄັນແນວໃດໃນໂລກນີ້, ແຕ່ກໍຍັງມີຄົນທີ່ມີການສຶກສາສູງຢ້ານລື່ນ, ແລະ ໄດ້ຍົວະຍົງໃຫ້ຄົນທົ່ວໄປຕໍ່ຕ້ານຂ້າພະເຈົ້າ, ແລະ ກໍ່ໃຫ້ເກີດການຂົ່ມເຫັງຢ່າງຂົມຂື່ນຂຶ້ນ; ແລະ ເລື່ອງນີ້ໄດ້ແຜ່ຂະຫຍາຍໄປທົ່ວນິກາຍຕ່າງໆ—ທັງໝົດໄດ້ລວມຫົວກັນຂົ່ມເຫັງຂ້າພະເຈົ້າ.
23 ມັນຈຶ່ງເປັນເຫດໃຫ້ຂ້າພະເຈົ້າຄິດໜັກ ແລະ ຄິດຢູ່ເລື້ອຍໆຕັ້ງແຕ່ນັ້ນມາວ່າ ຊ່າງປະຫລາດໃຈແທ້ໆ ທີ່ເດັກນ້ອຍທີ່ບໍ່ມີໃຜຮູ້ຈັກ, ອາຍຸພຽງສິບສີ່ປີ, ແລະ ຢູ່ໃນຖານະມີລາຍໄດ້ພຽງເລັກໜ້ອຍຈາກຄວາມຈຳເປັນຕ້ອງທຳງານທຸກວັນ, ໄດ້ເປັນຜູ້ມີຄວາມສຳຄັນພໍທີ່ຈະດຶງດູດຄວາມສົນໃຈ ຂອງຜູ້ສຳຄັນຂອງສາດສະໜາຈັກທີ່ກຳລັງເຕີບໂຕຂຶ້ນຢ່າງວ່ອງໄວ ທີ່ແຜ່ຂະຫຍາຍຂຶ້ນໄວທີ່ສຸດໃນເວລານັ້ນ ແລະ ເຮັດໃຫ້ພວກເຂົາເກີດມີຄວາມຄິດຂົມຂື່ນ ແລະ ສົບປະໝາດຂ້າພະເຈົ້າ. ແຕ່ວ່າຈະແປກ ຫລື ບໍ່ແປກກໍຕາມ, ແຕ່ມັນເປັນເລື່ອງຈິງ ແລະ ເປັນເຫດໃຫ້ຂ້າພະເຈົ້າມີຄວາມໂສກເສົ້າຢູ່ເລື້ອຍໆ.
24 ເຖິງຢ່າງໃດກໍຕາມ, ມັນເປັນຄວາມຈິງທີ່ຂ້າພະເຈົ້າໄດ້ເຫັນພາບນັ້ນ. ຂ້າພະເຈົ້າຄິດຕັ້ງແຕ່ນັ້ນມາວ່າຂ້າພະເຈົ້າຮູ້ສຶກຄືກັນກັບ ໂປໂລຫລາຍ, ເວລາທີ່ເພິ່ນເປັນ ຈຳເລີຍຕໍ່ກະສັດອັກຄຣີປາ, ແລະ ເລົ່າກ່ຽວກັບພາບທີ່ເພິ່ນໄດ້ເຫັນແສງສະຫວ່າງ, ແລະ ໄດ້ຍິນສຽງ; ແຕ່ກໍຍັງບໍ່ມີເທົ່າໃດຄົນເຊື່ອເພິ່ນ; ບາງຄົນວ່າເພິ່ນເວົ້າຕົວະ, ບາງຄົນກໍວ່າເພິ່ນເປັນບ້າ; ແລະ ເພິ່ນຖືກຫົວເຍາະເຍີ້ຍ ແລະ ໝິ່ນປະໝາດ. ແຕ່ສິ່ງທັງໝົດນີ້ ບໍ່ອາດລ້າງຄວາມຈິງຂອງພາບທີ່ເພິ່ນໄດ້ເຫັນນັ້ນ. ເພິ່ນໄດ້ເຫັນພາບນັ້ນ, ເພິ່ນຮູ້ວ່າເພິ່ນໄດ້ເຫັນ, ແລະ ການຂົ່ມເຫັງທັງປວງພາຍໃຕ້ສະຫວັນ ກໍບໍ່ສາມາດປ່ຽນມັນໃຫ້ເປັນສິ່ງອື່ນໄດ້ ແລະ ເຖິງແມ່ນວ່າຄົນເຫລົ່ານັ້ນຈະຂົ່ມເຫັງເພິ່ນຈົນເຖິງແກ່ຄວາມຕາຍກໍຕາມ, ແຕ່ເພິ່ນກໍຍັງຮູ້ ແລະ ຈະຮູ້ໄປຈົນສິ້ນລົມຫາຍໃຈວ່າ ເພິ່ນໄດ້ເຫັນແສງສະຫວ່າງ ແລະ ໄດ້ຍິນສຽງເວົ້າກັບເພິ່ນ ແລະ ໂລກທັງໝົດນີ້ຈະເຮັດໃຫ້ເພິ່ນຕົວະ ຫລື ເຊື່ອວ່າເປັນຢ່າງອື່ນໄປບໍ່ໄດ້.
25 ມັນໄດ້ເປັນດັ່ງນັ້ນກັບຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຫັນແສງນັ້ນແທ້ໆ ແລະ ທ່າມກາງຂອງແສງນັ້ນຂ້າພະເຈົ້າໄດ້ເຫັນສອງ ພຣະອົງ ແລະ ທັງສອງພຣະອົງໄດ້ກ່າວກັບຂ້າພະເຈົ້າແທ້ໆ ແລະ ເຖິງແມ່ນວ່າ ຂ້າພະເຈົ້າຈະຖືກກຽດຊັງ ແລະ ຖືກຂົ່ມເຫັງເພາະການເວົ້າວ່າ ຂ້າພະເຈົ້າໄດ້ເຫັນພາບນັ້ນກໍຕາມ ແຕ່ມັນເປັນຄວາມຈິງ ແລະ ຂະນະທີ່ຄົນຂົ່ມເຫັງຂ້າພະເຈົ້າ, ສົບປະໝາດຂ້າພະເຈົ້າ, ແລະ ເວົ້າໃສ່ຮ້າຍປ້າຍສີຂ້າພະເຈົ້າຕ່າງໆນາໆ ຢ່າງຜິດໆ, ມັນເຮັດໃຫ້ຂ້າພະເຈົ້າຄິດຢູ່ໃນໃຈວ່າ: ເປັນຫຍັງຈຶ່ງຂົ່ມເຫັງຂ້າພະເຈົ້າ ເພາະຂ້າພະເຈົ້າໄດ້ເວົ້າຄວາມຈິງບໍ? ຂ້າພະເຈົ້າໄດ້ເຫັນພາບນັ້ນແທ້ໆ ແລະ ຂ້າພະເຈົ້າແມ່ນໃຜທີ່ຈະຕໍ່ຕ້ານພຣະເຈົ້າໄດ້, ຫລື ວ່າເປັນຫຍັງໂລກຈຶ່ງຄິດຈະໃຫ້ຂ້າພະເຈົ້າປະຕິເສດສິ່ງທີ່ຂ້າພະເຈົ້າໄດ້ເຫັນມາແທ້ໆ? ເພາະວ່າຂ້າພະເຈົ້າໄດ້ເຫັນພາບນັ້ນ, ຂ້າພະເຈົ້າຈຶ່ງຮູ້ ແລະ ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຮູ້ຄືກັນ ແລະ ຂ້າພະເຈົ້າ ປະຕິເສດມັນບໍ່ໄດ້ ທັງຂ້າພະເຈົ້າບໍ່ກ້າປະຕິເສດ. ຢ່າງໜ້ອຍຂ້າພະເຈົ້າຮູ້ວ່າ ຖ້າເຮັດແນວນັ້ນ ຂ້າພະເຈົ້າຈະເຮັດໃຫ້ພຣະເຈົ້າຂຸ່ນເຄືອງ ແລະ ຂ້າພະເຈົ້າຈະຕ້ອງຖືກລົງໂທດ.
26 ບັດນີ້ ຂ້າພະເຈົ້າສະບາຍໃຈແລ້ວກ່ຽວກັບນິກາຍຕ່າງໆຂອງໂລກ—ມັນບໍ່ໄດ້ເປັນໜ້າທີ່ຂອງຂ້າພະເຈົ້າທີ່ຈະເຂົ້າຮ່ວມກັບນິກາຍໃດເລີຍ ແຕ່ຈະດຳເນີນຕໍ່ໄປຕາມເຄີຍຈົນກວ່າຈະໄດ້ຮັບຄຳແນະນຳເພີ່ມເຕີມ. ຂ້າພະເຈົ້າພົບເຫັນວ່າ ປະຈັກພະຍານຂອງຢາໂກໂບເປັນຄວາມຈິງ—ວ່າຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຄົນນັ້ນທູນຂໍຈາກພຣະເຈົ້າ, ແລະ ຜູ້ຈະຊົງປະທານໃຫ້, ແລະ ບໍ່ຊົງກ່າວຕິ.
ໂມໂຣໄນໄດ້ມາປະກົດຕໍ່ໂຈເຊັບ ສະມິດ—ຊື່ຂອງໂຈເຊັບຈະເປັນທີ່ຮູ້ຈັກທັງໃນທາງດີ ແລະ ທາງຊົ່ວໃນບັນດາປະຊາຊາດທັງປວງ—ໂມໂຣໄນບອກເພິ່ນເຖິງພຣະຄຳພີມໍມອນ ແລະ ການພິພາກສາຈາກພຣະຜູ້ເປັນເຈົ້າທີ່ຈະມາເຖິງ ແລະ ອ້າງເຖິງພຣະຄຳພີຫລາຍຕອນ—ບ່ອນເຊື່ອງແຜ່ນຈາລຶກຄຳໄດ້ຖືກເປີດເຜີຍ—ໂມໂຣໄນສືບຕໍ່ແນະນຳສາດສະດາຕໍ່ໄປ. (ຂໍ້ທີ 27–54.)
27 ຂ້າພະເຈົ້າໄດ້ເຮັດວຽກງານໄປເລື້ອຍໆດັ່ງທີ່ເຄີຍເຮັດມາ ຈົນເຖິງວັນທີຊາວເອັດ ເດືອນກັນຍາ, ປີໜຶ່ງພັນແປດຮ້ອຍຊາວສາມ, ໂດຍທົນຕໍ່ການຂົ່ມເຫັງຢ່າງໜັກຕະຫລອດເວລາດ້ວຍນ້ຳມືຂອງຄົນທຸກຊັ້ນ ທັງຄົນທີ່ເຄັ່ງຄັດທາງສາດສະໜາ ແລະ ຄົນບໍ່ມີສາດສະໜານຳອີກ ເພາະຂ້າພະເຈົ້າຍັງຢືນຢັນຕໍ່ໄປວ່າ ຂ້າພະເຈົ້າໄດ້ເຫັນພາບນັ້ນແທ້.
28 ໃນໄລຍະເວລາລະຫວ່າງຂ້າພະເຈົ້າໄດ້ເຫັນພາບນິມິດ ຈົນເຖິງປີໜຶ່ງພັນແປດຮ້ອຍຊາວສາມ—ໂດຍທີ່ຖືກຫ້າມບໍ່ໃຫ້ເຂົ້າຮ່ວມກັບສາດສະໜາຈັກແຫ່ງໃດໃນສະໄໝນັ້ນ ແລະ ໂດຍທີ່ອາຍຸຍັງນ້ອຍຢູ່ ແລະ ຖືກຂົ່ມເຫັງຈາກຄົນທີ່ໜ້າຈະເປັນເພື່ອນ ແລະ ໜ້າຈະປະຕິບັດຕໍ່ຂ້າພະເຈົ້າດ້ວຍຄວາມກະລຸນາ, ແລະ ຖ້າຫາກພວກເຂົາຄິດວ່າ ຂ້າພະເຈົ້າຖືກຫລອກລວງກໍຄວນພະຍາຍາມຊ່ວຍເຫລືອຂ້າພະເຈົ້າດ້ວຍຄວາມຮັກ ແລະ ດ້ວຍວິທີທີ່ເໝາະສົມ—ຂ້າພະເຈົ້າຖືກປ່ອຍໄວ້ກັບ ການລໍ້ລວງນາໆປະການ ແລະ ຂ້າພະເຈົ້າໄດ້ຄົບຄ້າກັບສັງຄົມທຸກຊັ້ນ. ຂ້າພະເຈົ້າຕົກຢູ່ໃນຄວາມຜິດຢ່າງໂງ່ຈ້າ ແລະ ສະແດງຄວາມອ່ອນແອຂອງເດັກນ້ອຍ ແລະ ຄວາມຜິດພາດຂອງທຳມະຊາດຂອງມະນຸດ ຊຶ່ງຂ້າພະເຈົ້າເສຍໃຈທີ່ຈະເວົ້າວ່າ ສິ່ງເຫລົ່ານີ້ໄດ້ຊັກນຳຂ້າພະເຈົ້າໄປສູ່ການລໍ້ລວງຕ່າງໆ ຊຶ່ງເປັນສິ່ງທີ່ຂຸ່ນເຄືອງໃນສາຍພຣະເນດຂອງພຣະເຈົ້າ. ໃນການສາລະພາບນີ້ ໂປດຢ່າຄິດວ່າ ຂ້າພະເຈົ້າໄດ້ເຮັດບາບຢ່າງຮ້າຍແຮງ. ຂ້າພະເຈົ້າບໍ່ແມ່ນຄົນທີ່ມີນິໄສແບບນັ້ນເລີຍ. ແຕ່ຂ້າພະເຈົ້າມີຄວາມຜິດເລື່ອງຕະຫລົກ, ແລະ ບາງເທື່ອໄດ້ເຂົ້າຮ່ວມກັບກຸ່ມມັກສະໜຸກ, ແລະ ອື່ນໆ, ບໍ່ຖືກຕ້ອງກັບລັກສະນະນັ້ນຊຶ່ງຄວນມີຢູ່ໃນຄົນທີ່ໄດ້ຖືກ ເອີ້ນຈາກພຣະເຈົ້າດັ່ງທີ່ຂ້າພະເຈົ້າໄດ້ຮັບ. ແຕ່ສິ່ງນີ້ເບິ່ງແລ້ວຈະບໍ່ແປກຫຍັງຫລາຍກັບຜູ້ໃດທີ່ຈື່ຈຳຕອນຂ້າພະເຈົ້າເປັນໜຸ່ມ, ແລະ ຄຸ້ນເຄີຍກັບນິໄສໃຈຄໍທີ່ຊື່ນບານຊຶ່ງເປັນທຳມະຊາດຂອງຂ້າພະເຈົ້າ.
29 ເນື່ອງດ້ວຍເຫດເຫລົ່ານີ້, ຂ້າພະເຈົ້າມັກຈະຮູ້ສຶກຜິດເນື່ອງຈາກຄວາມອ່ອນແອ ແລະ ຄວາມບົກພ່ອງຂອງຂ້າພະເຈົ້າ; ໃນຄືນທີ່ກ່າວມານັ້ນ ຂອງວັນທີຊາວເອັດ ເດືອນກັນຍາ, ຫລັງຈາກຂ້າພະເຈົ້າໄດ້ເຂົ້ານອນແລ້ວ, ຂ້າພະເຈົ້າໄດ້ນ້ອມຕົວລົງ ອະທິຖານ ແລະ ອ້ອນວອນຕໍ່ພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ ເພື່ອຂໍການອະໄພໂທດໃຫ້ແກ່ຄວາມຜິດບາບ ແລະ ຄວາມຜິດພາດທັງປວງຂອງຂ້າພະເຈົ້າ, ແລະ ທັງຂໍໃຫ້ຂ້າພະເຈົ້າເຫັນການສະແດງໃຫ້ປະຈັກ ຊຶ່ງຈະເຮັດໃຫ້ຂ້າພະເຈົ້າຮູ້ເຖິງສະພາບ ແລະ ຖານະຂອງຂ້າພະເຈົ້າທີ່ມີຕໍ່ພຣະອົງ; ເພາະວ່າຂ້າພະເຈົ້າມີຄວາມເຊື່ອໝັ້ນເຕັມທີ່ວ່າ ຈະໄດ້ເຫັນການສະແດງໃຫ້ປະຈັກຈາກສະຫວັນທີ່ເຄີຍໄດ້ເຫັນມາກ່ອນແລ້ວ.
30 ໃນຂະນະທີ່ຂ້າພະເຈົ້າກຳລັງເອີ້ນຫາພຣະເຈົ້າຢູ່ນັ້ນ, ຂ້າພະເຈົ້າໄດ້ເຫັນແສງສະຫວ່າງປະກົດຂຶ້ນໃນຫ້ອງຂອງຂ້າພະເຈົ້າ, ຊຶ່ງແສງນັ້ນສະຫວ່າງຂຶ້ນເລື້ອຍໆ ຈົນວ່າຫ້ອງຂອງຂ້າພະເຈົ້າແຈ້ງສະຫວ່າງຍິ່ງກວ່າຕອນທ່ຽງວັນ. ໃນທັນໃດນັ້ນ ຄົນຜູ້ໜຶ່ງກໍປະກົດຂຶ້ນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າ, ຢືນຢູ່ໃນອາກາດ, ເພາະຕີນຂອງເພິ່ນບໍ່ໄດ້ແຕະຕ້ອງພື້ນຫ້ອງເລີຍ.
31 ເພິ່ນໃສ່ເສື້ອຄຸມສີຂາວຂະໜາດ. ມັນ ຂາວຍິ່ງກວ່າສິ່ງໃດໆໃນໂລກທີ່ຂ້າພະເຈົ້າເຄີຍເຫັນມາ; ຂ້າພະເຈົ້າເຊື່ອວ່າຈະບໍ່ມີສິ່ງໃດໃນໂລກ ທີ່ຈະເຮັດໃຫ້ປະກົດຂາວ ແລະ ສະຫວ່າງໄດ້ຢ່າງຍິ່ງເຊັ່ນນັ້ນ. ມືຂອງເພິ່ນເປືອຍເປົ່າ, ແລະ ແຂນຂອງເພິ່ນສ່ວນທີ່ເທິງຂໍ້ມືໜ້ອຍໜຶ່ງກໍເປືອຍເປົ່າເໝືອນກັນ; ຕີນຂອງເພິ່ນເປືອຍເປົ່າ, ແລະ ຂາສ່ວນທີ່ເທິງໜ້ອຍໜຶ່ງກໍເປືອຍເປົ່າເໝືອນກັນ. ຫົວ ແລະ ຄໍຂອງເພິ່ນກໍເປືອຍເປົ່າເໝືອນກັນ. ຂ້າພະເຈົ້າເຫັນໄດ້ວ່າ ເພິ່ນບໍ່ໄດ້ນຸ່ງອັນໃດອີກນອກຈາກເສື້ອຄຸມຕົວນັ້ນ ເພາະມັນເປີດຈົນຂ້າພະເຈົ້າສາມາດຫລຽວເຫັນໜ້າເອິກຂອງເພິ່ນ.
32 ບໍ່ພຽງແຕ່ເສື້ອຄຸມຂອງເພິ່ນຂາວຢ່າງຍິ່ງເທົ່ານັ້ນ, ແຕ່ທົ່ວທັງຮ່າງກາຍຂອງເພິ່ນນັ້ນມີ ແສງຮຸ່ງເຫລື້ອມເກີນກວ່າທີ່ຈະພັນລະນາໄດ້, ແລະ ໜ້າຂອງເພິ່ນຄືກັນກັບ ຟ້າແມບເຫລື້ອມແທ້ໆ. ຫ້ອງນັ້ນສະຫວ່າງຢ່າງຍິ່ງ, ແຕ່ວ່າຍັງບໍ່ເທົ່າກັບຄວາມສະຫວ່າງທີ່ຢູ່ອ້ອມຕົວຂອງເພິ່ນ. ເມື່ອຂ້າພະເຈົ້າຫລຽວເຫັນເພິ່ນ, ທຳອິດຂ້າພະເຈົ້າກໍ ຢ້ານ; ແຕ່ບໍ່ດົນຄວາມຢ້ານນັ້ນກໍຫາຍໄປ.
33 ເພິ່ນໄດ້ເອີ້ນ ຊື່ຂ້າພະເຈົ້າ ແລະ ໄດ້ເວົ້າກັບຂ້າພະເຈົ້າວ່າ ເພິ່ນແມ່ນທູດສະຫວັນທີ່ຖືກສົ່ງມາຈາກທີ່ປະທັບຂອງພຣະເຈົ້າ ໃຫ້ມາຫາຂ້າພະເຈົ້າ, ແລະ ວ່າເພິ່ນຊື່ ໂມໂຣໄນ; ວ່າພຣະເຈົ້າມີວຽກງານໃຫ້ຂ້າພະເຈົ້າເຮັດ; ແລະ ບອກວ່າຊື່ຂອງຂ້າພະເຈົ້າຈະມີຢູ່ທັງທາງດີ ແລະ ທາງຊົ່ວ ໃນບັນດາທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ, ຫລື ວ່າຊື່ຂອງຂ້າພະເຈົ້າຈະຖືກເວົ້າເຖິງໃນທາງດີ ແລະ ທາງຊົ່ວຢູ່ໃນບັນດາຜູ້ຄົນທັງປວງ.
34 ເພິ່ນໄດ້ບອກວ່າ ມັນມີ ໜັງສືເຫລັ້ມໜຶ່ງຝັງຢູ່, ທີ່ຖືກຂຽນໄວ້ໃນ ແຜ່ນຈາລຶກຄຳ, ຊຶ່ງໃຫ້ເລື່ອງລາວຂອງຜູ້ເຄີຍອາໄສຢູ່ໃນທະວີບນີ້ໃນສະໄໝກ່ອນ ແລະ ເລື່ອງຖິ່ນກຳເນີດຂອງຄົນເຫລົ່ານັ້ນ. ເພິ່ນໄດ້ບອກອີກວ່າ ຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດ ມີຢູ່ໃນໜັງສືນັ້ນ ຕາມທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານໃຫ້ຜູ້ອາໄສຢູ່ໃນສະໄໝບູຮານ;
35 ຍັງມີຫີນສອງກ້ອນຕິດຢູ່ກັບຄັນທະນູທີ່ເຮັດດ້ວຍເງິນອີກ—ແລະ ຫີນສອງກ້ອນນີ້, ຊຶ່ງຕິດຢູ່ກັບ ແຜ່ນປົກເອິກ, ປະກອບເປັນສິ່ງທີ່ເອີ້ນວ່າ ອຸລີມ ແລະ ທຸມມີມ—ໄດ້ຖືກຝັງໄວ້ຢູ່ກັບແຜ່ນຈາລຶກ; ການເປັນເຈົ້າຂອງ ແລະ ການໃຊ້ຫີນສອງກ້ອນນີ້ ເປັນສ່ວນປະກອບຂອງການເປັນ “ຜູ້ພະຍາກອນ” ໃນສະໄໝບູຮານ ຫລື ສະໄໝກ່ອນ; ແລະ ວ່າພຣະເຈົ້າໄດ້ຕຽມຫີນສອງກ້ອນນີ້ໄວ້ ເພື່ອຈຸດປະສົງໃນການແປໜັງສືເຫລັ້ມນີ້.
36 ຫລັງຈາກເພິ່ນໄດ້ເລົ່າເລື່ອງເຫລົ່ານີ້ໃຫ້ຂ້າພະເຈົ້າຟັງແລ້ວ, ເພິ່ນກໍໄດ້ເລີ່ມອ້າງເຖິງຄຳທຳນາຍຈາກ ພຣະຄຳພີເດີມ. ທຳອິດເພິ່ນໄດ້ອ້າງເຖິງຕອນໜຶ່ງໃນ ບົດທີສາມຂອງມາລາກີ; ແລະ ເພິ່ນໄດ້ອ້າງເຖິງບົດທີສີ່ ຫລື ບົດສຸດທ້າຍຂອງຄຳທຳນາຍດຽວກັນນັ້ນນຳອີກ, ແຕ່ມັນຜິດພ້ຽນໄປຈາກທີ່ມີຢູ່ໃນພຣະຄຣິສຕະທຳຄຳພີຂອງພວກເຮົາໜ້ອຍໜຶ່ງ. ແທນທີ່ຈະກ່າວຂໍ້ທຳອິດຕາມທີ່ມີຢູ່ໃນພຣະຄຳພີເດີມ, ເພິ່ນໄດ້ອ້າງເຖິງຂໍ້ນັ້ນໄວ້ດັ່ງນີ້:
37 ເພາະຈົ່ງເບິ່ງ, ວັນຈະມາເຖິງ ຊຶ່ງຈະ ເຜົາໄໝ້ເໝືອນເຕົາອົບ ແລະ ຄົນທີ່ອວດດີທັງໝົດ, ແທ້ຈິງແລ້ວ, ແລະ ຄົນທີ່ເຮັດຄວາມຊົ່ວຮ້າຍທັງໝົດ ຈະໄໝ້ຄືກັນກັບ ເຟືອງເຂົ້າ. ຈອມໂຍທາໄດ້ກ່າວໄວ້ວ່າ ມັນຈະໄໝ້ພວກນັ້ນທັງໝົດເໝືອນໃໝ້ຕົ້ນໄມ້. ມັນຈະບໍ່ເຫລືອແມ່ນແຕ່ຮາກ ຫລື ກິ່ງກ້ານໄວ້ເລີຍ.
38 ແລະ ເພິ່ນໄດ້ອ້າງເຖິງຂໍ້ທີຫ້າອີກດັ່ງນີ້: ຈົ່ງເບິ່ງ, ເຮົາຈະເປີດເຜີຍ ຖານະປະໂລຫິດແກ່ເຈົ້າໂດຍມືຂອງສາດສະດາ ເອລີຢາ ກ່ອນມື້ອັນຍິ່ງໃຫຍ່ ແລະ ໜ້າຢ້ານກົວຂອງພຣະຜູ້ເປັນເຈົ້າຈະມາເຖິງ.
39 ເພິ່ນໄດ້ອ້າງເຖິງຂໍ້ຕໍ່ໄປຕື່ມອີກໂດຍຜິດພ້ຽນໄປແດ່ໜ້ອຍໜຶ່ງວ່າ: ແລະ ເພິ່ນຈະເອົາ ຄຳສັນຍາທີ່ເຮັດໄວ້ກັບບັນພະບຸລຸດໃສ່ໄວ້ໃນຈິດໃຈຂອງລູກຫລານ ແລ້ວຫົວໃຈຂອງລູກຫລານຈະ ຫັນໄປຫາບັນພະບຸລຸດຂອງຕົນ. ຖ້າບໍ່ດັ່ງນັ້ນທັງໂລກກໍຈະຖືກທຳລາຍໃຫ້ໝົດສິ້ນ ເວລາພຣະອົງສະເດັດມາ.
40 ນອກເໜືອໄປຈາກຂໍ້ນີ້ແລ້ວ, ເພິ່ນຍັງໄດ້ອ້າງເຖິງເອຊາຢາ ບົດທີສິບເອັດນຳອີກ, ໂດຍກ່າວວ່າ ມັນກຳລັງຈະເກີດເປັນຈິງແລ້ວ. ເພິ່ນໄດ້ອ້າງເຖິງກິດຈະການ ບົດທີສາມ ຂໍ້ທີຊາວສອງ ແລະ ຂໍ້ທີຊາວສາມນຳອີກ ຊຶ່ງຄືກັນກັບທີ່ມີຢູ່ໃນພຣະຄຳພີໃໝ່. ເພິ່ນໄດ້ເວົ້າວ່າ ສາດສະດານັ້ນຄື ພຣະຄຣິດ; ແຕ່ວັນ “ຜູ້ທີ່ບໍ່ຍອມຟັງສຸລະສຽງຂອງພຣະອົງຈະຖືກ ຕັດອອກຈາກບັນດາຜູ້ຄົນ,” ນັ້ນ ຍັງບໍ່ທັນເກີດຂຶ້ນເທື່ອ, ແຕ່ມັນຈະເກີດຂຶ້ນໃນບໍ່ຊ້ານີ້.
41 ເພິ່ນໄດ້ອ້າງເຖິງ ໂຢເອນ ບົດທີສອງນຳອີກ, ຕັ້ງແຕ່ຂໍ້ທີຊາວແປດ ເຖິງຂໍ້ສຸດທ້າຍ. ເພິ່ນໄດ້ກ່າວອີກວ່າ ເລື່ອງນີ້ຍັງບໍ່ເກີດຂຶ້ນເທື່ອ, ແຕ່ຈະເກີດຂຶ້ນໃນບໍ່ຊ້ານີ້. ແລະ ເພິ່ນໄດ້ກ່າວຕໍ່ໄປອີກວ່າ ບໍ່ດົນ ຄົນຕ່າງຊາດກໍຈະໄດ້ຮັບພຣະກິດຕິຄຸນ. ເພິ່ນໄດ້ອ້າງເຖິງຂໍ້ຄວາມອື່ນໆຈາກພຣະຄຳພີຫລາຍຂໍ້ ແລະ ໃຫ້ຄຳອະທິບາຍໄວ້ຢ່າງຫລວງຫລາຍ ຊຶ່ງບໍ່ອາດສາມາດກ່າວໄວ້ໃນນີ້.
42 ເພິ່ນໄດ້ບອກຂ້າພະເຈົ້າອີກວ່າ ເມື່ອຂ້າພະເຈົ້າໄດ້ແຜ່ນຈາລຶກເຫລົ່ານັ້ນທີ່ເພິ່ນກ່າວເຖິງ—ເພາະເວລາທີ່ຈະໄດ້ຮັບຍັງບໍ່ທັນມາເຖິງເທື່ອ—ຂ້າພະເຈົ້າບໍ່ຄວນເອົາໃຫ້ຄົນໃດເບິ່ງ; ທັງແຜ່ນປົກເອິກກັບອຸລີມ ແລະ ທຸມມີມ ນັ້ນຄືກັນ; ນອກຈາກກັບຄົນທີ່ຂ້າພະເຈົ້າຈະໄດ້ຮັບບັນຊາໃຫ້ເຮັດເທົ່ານັ້ນ; ຖ້າຫາກວ່າຂ້າພະເຈົ້າຂືນເຮັດ ຂ້າພະເຈົ້າກໍຈະຖືກທຳລາຍ. ຂະນະທີ່ເພິ່ນເວົ້າກັບຂ້າພະເຈົ້າກ່ຽວກັບແຜ່ນຈາລຶກຢູ່ນັ້ນ, ພາບກໍບັງເກີດຂຶ້ນໃນ ຄວາມນຶກຄິດຂອງຂ້າພະເຈົ້າ ຈົນຫລຽວເຫັນສະຖານທີ່ ບ່ອນແຜ່ນຈາລຶກຖືກຝັງໄວ້, ແລະ ເຫັນຢ່າງແຈ່ມແຈ້ງ ແລະ ຊັດເຈນດີຈົນວ່າ ຂ້າພະເຈົ້າຮູ້ຈັກບ່ອນນັ້ນທັນທີ ເມື່ອເວລາໄປເຖິງ.
43 ຫລັງຈາກສົນທະນາກັນແລ້ວ, ຂ້າພະເຈົ້າໄດ້ເຫັນແສງສະຫວ່າງໃນຫ້ອງເລີ່ມລວມຕົວກັນເຂົ້າມາຮອບໆ ໃກ້ຕົວຂອງຜູ້ທີ່ກ່າວກັບຂ້າພະເຈົ້າ, ແລະ ຄົງເປັນຢູ່ຕໍ່ໄປແນວນັ້ນຈົນວ່າຫ້ອງມືດລົງອີກ, ນອກຈາກທີ່ຢູ່ຮອບຕົວຂອງເພິ່ນ; ໃນທັນໃດນັ້ນ, ຂ້າພະເຈົ້າໄດ້ເຫັນ, ຄືກັບວ່າ ເປັນທາງຂຶ້ນໄປສູ່ສະຫວັນ, ແລະ ເພິ່ນໄດ້ກັບຂຶ້ນໄປຈົນລັບສາຍຕາ, ແລະ ຫ້ອງກໍກັບຄືນສູ່ສະພາບເດີມເໝືອນກ່ອນທີ່ແສງສະຫວ່າງຈາກສະຫວັນມາປະກົດ.
44 ຂ້າພະເຈົ້າໄດ້ນອນຄິດເຖິງສິ່ງແປກປະຫລາດຂອງເຫດການນີ້, ແລະ ປະຫລາດໃຈຫລາຍໃນເລື່ອງທີ່ທູດພິເສດຜູ້ນີ້ໄດ້ບອກກັບຂ້າພະເຈົ້າ; ຂະນະທີ່ກຳລັງ ໃຊ້ຄວາມຄິດຢູ່, ທັນໃດນັ້ນຂ້າພະເຈົ້າໄດ້ເຫັນຫ້ອງຂອງຂ້າພະເຈົ້າເລີ່ມສະຫວ່າງຂຶ້ນອີກ, ແລະ ໃນທັນໃດນັ້ນ, ຄືກັບວ່າ ທູດສະຫວັນຜູ້ເກົ່າ ກໍໄດ້ມາຢືນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າອີກ.
45 ເພິ່ນໄດ້ເລີ່ມຕົ້ນ, ແລະ ເລົ່າເຖິງເລື່ອງດຽວກັນນັ້ນ ຊຶ່ງເພິ່ນໄດ້ເຮັດ ຕອນເພິ່ນມາຢ້ຽມຢາມເທື່ອກ່ອນ, ໂດຍບໍ່ຜິດພ້ຽນຈັກໜ້ອຍເລີຍ; ຊຶ່ງເມື່ອເລົ່າຈົບແລ້ວ, ເພິ່ນໄດ້ບອກຂ້າພະເຈົ້າເຖິງການພິພາກສາອັນຍິ່ງໃຫຍ່ ທີ່ກຳລັງຈະມາສູ່ໂລກນີ້, ພ້ອມດ້ວຍການເຮັດໃຫ້ເປົ່າປ່ຽວຢ່າງໃຫຍ່ຫລວງດ້ວຍຄວາມອຶດຢາກ, ດ້ວຍດາບ, ແລະ ດ້ວຍພະຍາດໂລຄາ; ແລະ ວ່າການພິພາກສາອັນໜ້າເສົ້າສະຫລົດໃຈຈະມາສູ່ໂລກກັບຄົນລຸ້ນນີ້. ເມື່ອເລົ່າເລື່ອງນີ້ແລ້ວ, ເພິ່ນກໍໄດ້ກັບຂຶ້ນໄປສະຫວັນອີກຄືກັນກັບເທື່ອກ່ອນ.
46 ໃນເວລານັ້ນ, ຄວາມຮູ້ສຶກທີ່ເກີດຂຶ້ນໃນຄວາມນຶກຄິດຂອງຂ້າພະເຈົ້ານັ້ນ ເລິກຊຶ້ງຫລາຍຈົນບໍ່ອາດຈະຫລັບໄດ້ ແລະ ນອນຢູ່ໃນຄວາມປະຫລາດໃຈຢ່າງຖ້ວມລົ້ນ ເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນ. ແຕ່ຂ້າພະເຈົ້າປະຫລາດໃຈຫລາຍເມື່ອເຫັນທູດຜູ້ດຽວກັນນັ້ນ ມາຢືນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າອີກ, ແລະ ໄດ້ຍິນເພິ່ນກ່າວທວນຄືນ ຫລື ກ່າວຊ້ຳຄຳເກົ່າ ໃຫ້ຂ້າພະເຈົ້າຟັງອີກ ເຖິງເລື່ອງດຽວກັນກັບເທື່ອກ່ອນ; ແລະ ຍັງເຕືອນຂ້າພະເຈົ້າວ່າ ຊາຕານຈະພະຍາຍາມ ລໍ້ລວງຂ້າພະເຈົ້າ (ເນື່ອງຈາກສະພາບຄວາມຍາກຈົນຂອງຄອບຄົວຂອງພໍ່ຂອງຂ້າພະເຈົ້າ), ໃຫ້ເອົາແຜ່ນຈາລຶກໄປ ເພື່ອຈຸດປະສົງທີ່ຈະສ້າງຄວາມຮັ່ງມີ. ເລື່ອງນີ້ເພິ່ນຫ້າມຂ້າພະເຈົ້າໂດຍກ່າວວ່າ ຂ້າພະເຈົ້າຈະຕ້ອງບໍ່ມີຈຸດປະສົງຢ່າງອື່ນ ໃນການໄດ້ແຜ່ນຈາລຶກນັ້ນມາ ນອກຈາກເພື່ອຖວາຍບາລະມີແດ່ພຣະເຈົ້າເທົ່ານັ້ນ, ແລະ ຕ້ອງບໍ່ຕົກຢູ່ໃນອິດທິພົນຂອງ ຄວາມມຸ້ງໝາຍອື່ນໃດ ນອກຈາກເພື່ອການສ້າງອານາຈັກຂອງພຣະອົງ; ຖ້າບໍ່ດັ່ງນັ້ນ ຂ້າພະເຈົ້າຈະເອົາແຜ່ນຈາລຶກມາບໍ່ໄດ້.
47 ຫລັງຈາກການມາຢ້ຽມຢາມເທື່ອທີສາມນີ້, ເພິ່ນກໍກັບຂຶ້ນສູ່ສະຫວັນຄືກັນກັບເທື່ອກ່ອນ, ແລະ ຂ້າພະເຈົ້າຄິດເຖິງຄວາມແປກປະຫລາດນຳສິ່ງທີ່ຂ້າພະເຈົ້າຫາກໍໄດ້ປະສົບມາ; ເກືອບໃນທັນທີ ຫລັງຈາກທູດສະຫວັນໄດ້ໄປຈາກຂ້າພະເຈົ້າເທື່ອທີສາມ, ໄກ່ກໍຂັນ ແລະ ຂ້າພະເຈົ້າຮູ້ວ່າ ມັນໃກ້ຈະເປັນມື້ໃໝ່ແລ້ວ. ດັ່ງນັ້ນ ການສົນທະນາຂອງພວກເຮົາແມ່ນໃຊ້ເວລາຕະຫລອດທັງຄືນເລີຍ.
48 ບໍ່ດົນຫລັງຈາກນັ້ນ ຂ້າພະເຈົ້າໄດ້ລຸກຂຶ້ນຈາກຕຽງນອນຂອງຂ້າພະເຈົ້າ, ແລະ ອອກໄປເຮັດວຽກຕາມປົກກະຕິ, ແຕ່ເມື່ອຂ້າພະເຈົ້າພະຍາຍາມເຮັດວຽກຄືກັນກັບມື້ອື່ນໆ, ຂ້າພະເຈົ້າພົບວ່າໝົດກຳລັງຈົນເຮັດຕໍ່ໄປບໍ່ໄຫວ. ພໍ່ຂອງຂ້າພະເຈົ້າທີ່ກຳລັງເຮັດວຽກຢູ່ກັບຂ້າພະເຈົ້າເຫັນວ່າ ມີອັນໃດອັນໜຶ່ງຜິດປົກກະຕິກັບຂ້າພະເຈົ້າ, ຈຶ່ງບອກໃຫ້ຂ້າພະເຈົ້າກັບບ້ານ. ຂ້າພະເຈົ້າອອກໄປດ້ວຍຄວາມຕັ້ງໃຈທີ່ຈະກັບບ້ານ; ແຕ່ເວລາທີ່ພະຍາຍາມຂ້າມຮົ້ວອອກຈາກໄຮ່ທີ່ພວກເຮົາຢູ່, ຂ້າພະເຈົ້າກໍໝົດແຮງ, ແລະ ລົ້ມລົງແຜ່ຢູ່ກັບພື້ນດິນ, ແລະ ໝົດສະຕິໄປຊົ່ວໄລຍະໜຶ່ງ.
49 ສິ່ງທຳອິດທີ່ຈື່ໄດ້ຄືສຽງທີ່ກ່າວກັບຂ້າພະເຈົ້າ ແລະ ເອີ້ນຊື່ຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຫລຽວຂຶ້ນ, ແລະ ເຫັນທູດຜູ້ເກົ່ານັ້ນຢືນຢູ່ຊື່ຫົວຂອງຂ້າພະເຈົ້າ, ມີແສງສະຫວ່າງຢູ່ອ້ອມຮອບ ຄືກັນກັບເທື່ອກ່ອນ. ແລ້ວເພິ່ນໄດ້ເວົ້າເລື່ອງທັງໝົດ ທີ່ໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ເມື່ອມື້ຄືນນີ້ອີກ, ແລະ ສັ່ງໃຫ້ຂ້າພະເຈົ້າກັບຄືນໄປຫາ ພໍ່ຂອງຂ້າພະເຈົ້າ ແລະ ບອກເພິ່ນກ່ຽວກັບພາບ ແລະ ຄຳສັ່ງທີ່ຂ້າພະເຈົ້າໄດ້ຮັບ.
50 ຂ້າພະເຈົ້າໄດ້ເຮັດຕາມ; ຂ້າພະເຈົ້າໄດ້ກັບໄປຫາພໍ່ໃນໄຮ່, ແລະ ເລົ່າເລື່ອງທັງໝົດໃຫ້ເພິ່ນຟັງ. ເພິ່ນຕອບຂ້າພະເຈົ້າວ່າ ມັນເປັນເລື່ອງຂອງພຣະເຈົ້າ, ແລະ ບອກໃຫ້ຂ້າພະເຈົ້າໄປເຮັດຕາມສິ່ງທີ່ທູດສັ່ງ. ຂ້າພະເຈົ້າຈຶ່ງອອກຈາກໄຮ່, ແລະ ໄປຫາບ່ອນທີ່ທູດບອກຂ້າພະເຈົ້າວ່າມີແຜ່ນຈາລຶກຝັງຢູ່; ແລະ ເພາະເນື່ອງຈາກຄວາມແຈ່ມແຈ້ງຂອງພາບທີ່ຂ້າພະເຈົ້າໄດ້ຮັບກ່ຽວກັບບ່ອນນັ້ນ, ຂ້າພະເຈົ້າຈຶ່ງຮູ້ຈັກບ່ອນນັ້ນທັນທີ ເມື່ອຂ້າພະເຈົ້າໄປເຖິງ.
51 ໃກ້ໝູ່ບ້ານແມນເຈດສະເຕີ, ເຂດອອນແທຣິໂອ, ລັດນິວຢອກ, ມີ ພູຂະໜາດໃຫຍ່ໜ່ວຍໜຶ່ງ ແລະ ສູງກວ່າພູໜ່ວຍອື່ນໆທີ່ຢູ່ໃກ້ຄຽງ. ທາງດ້ານຕາເວັນຕົກຂອງພູໜ່ວຍນີ້, ບໍ່ໄກຈາກຈອມພູຫລາຍປານໃດ, ຢູ່ກ້ອງກ້ອນຫີນຂະໜາດໃຫຍ່ກ້ອນໜຶ່ງ, ມີແຜ່ນຈາລຶກວາງຢູ່, ໃນຫີບທີ່ເປັນຫີນ. ຫີນກ້ອນນີ້ໜາ ແລະ ທາງກາງຂອງຫີນນີ້ໂຄ້ງ ແລະ ລາດລົງໄປຫາຂອບ, ຈົນຫລຽວເຫັນທາງກາງຂອງມັນໄດ້ຈາກໜ້າດິນ, ແຕ່ດິນປິດຮອບຂອບໄວ້ທັງໝົດ.
52 ເມື່ອຂຸດດິນອອກແລ້ວ, ຂ້າພະເຈົ້າໄດ້ຫາໄມ້ລຳໜຶ່ງ, ຊຶ່ງຂ້າພະເຈົ້າໄດ້ສອດມັນລົງກ້ອງຂອບຫີນ, ແລະ ດ້ວຍການອອກແຮງພຽງເລັກໜ້ອຍ ກໍງັດມັນຂຶ້ນໄດ້. ຂ້າພະເຈົ້າຫລຽວເຂົ້າໄປໃນບ່ອນນັ້ນ, ແລ້ວຂ້າພະເຈົ້າກໍໄດ້ເຫັນ ແຜ່ນຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນປົກເອິກ, ຕາມທີ່ທູດບອກໄວ້. ຫີບທີ່ມີຂອງເຫລົ່ານີ້ເຮັດຂຶ້ນໂດຍການວາງຫີນລຽນໄວ້ໃນຊີມັງຊະນິດໜຶ່ງ. ຢູ່ກົ້ນຫີບມີຫີນຢູ່ສອງກ້ອນ ວາງຢູ່ທາງຂວາງຂອງຫີບ, ແລະ ແຜ່ນຈາລຶກກັບສິ່ງຂອງອື່ນໆຊຶ່ງຢູ່ນຳກັນ ວາງຢູ່ເທິງຫີນສອງກ້ອນນີ້.
53 ຂ້າພະເຈົ້າພະຍາຍາມເອົາມັນອອກມາ, ແຕ່ທູດໄດ້ຫ້າມໄວ້, ແລະ ບອກອີກວ່າ ຍັງບໍ່ທັນເຖິງເວລາທີ່ຈະນຳມັນອອກມາ, ຈົນກວ່າເວລາອີກສີ່ປີນັບແຕ່ເວລານັ້ນເປັນຕົ້ນໄປ; ແຕ່ເພິ່ນບອກຂ້າພະເຈົ້າອີກວ່າ ຂ້າພະເຈົ້າຈະຕ້ອງມາບ່ອນນັ້ນ ເມື່ອເຖິງວັນຄົບຮອບແຕ່ລະປີ, ແລະ ວ່າເພິ່ນຈະມາພົບກັບຂ້າພະເຈົ້າຢູ່ບ່ອນນັ້ນ, ແລະ ວ່າຂ້າພະເຈົ້າຈະຕ້ອງເຮັດແນວນັ້ນໄປຈົນກວ່າຈະເຖິງເວລາທີ່ຈະໄດ້ຮັບແຜ່ນຈາລຶກ.
54 ຕາມນັ້ນ, ຂ້າພະເຈົ້າຈຶ່ງໄປເມື່ອຄົບກຳນົດທຸກປີຕາມທີ່ໄດ້ຮັບຄຳສັ່ງ, ແລະ ແຕ່ລະເທື່ອຂ້າພະເຈົ້າໄດ້ພົບທູດອົງເກົ່າ ຢູ່ບ່ອນນັ້ນ, ແລະ ໄດ້ຮັບຄຳແນະນຳ ແລະ ຄວາມຮູ້ແຈ້ງຈາກເພິ່ນທຸກໆເທື່ອ, ສົນທະນາກັນກ່ຽວກັບສິ່ງທີ່ພຣະຜູ້ເປັນເຈົ້າຈະກະທຳ, ແລະ ກ່ຽວກັບ ອານາຈັກຂອງພຣະອົງຈະດຳເນີນໄປແນວໃດ ແລະ ໂດຍວິທີໃດໃນຍຸກສຸດທ້າຍ.
ໂຈເຊັບ ສະມິດ ແຕ່ງງານກັບນາງເອມມາ ເຮວ—ເພິ່ນໄດ້ຮັບແຜ່ນຈາລຶກຄຳຈາກໂມໂຣໄນ ແລະ ແປອັກຂະລະບາງສ່ວນ—ມາຕິນ ແຮຣິສ ສະແດງອັກຂະລະ ແລະ ການແປຕໍ່ອາຈານແອນທັນ, ຜູ້ກ່າວວ່າ, “ຂ້າພະເຈົ້າບໍ່ສາມາດອ່ານໜັງສືທີ່ຜະນຶກໄວ້.” (ຂໍ້ທີ 55–65.)
55 ເນື່ອງຈາກວ່າ ຖານະຄວາມເປັນຢູ່ຂອງພໍ່ຂອງຂ້າພະເຈົ້າຍາກຈົນທີ່ສຸດ, ພວກເຮົາຈຶ່ງຕ້ອງເຮັດວຽກງານດ້ວຍແຮງມື, ຮັບຈ້າງງານລາຍວັນ, ແລະ ເຮັດວຽກງານອື່ນໆເທົ່າທີ່ພວກເຮົາຈະມີໂອກາດ. ບາງເທື່ອພວກເຮົາໄດ້ຢູ່ກັບຄອບຄົວ, ແລະ ບາງເທື່ອກໍໄດ້ຈາກຄອບຄົວໄປເຮັດວຽກງານຢູ່ໄກ, ແລະ ໂດຍການເຮັດວຽກງານຕະຫລອດເວລາ ພວກເຮົາຈຶ່ງມີພໍຢູ່ພໍກິນແດ່ໜ້ອຍໜຶ່ງ.
56 ໃນປີ 1823 ຄອບຄົວຂອງພໍ່ຂອງຂ້າພະເຈົ້າໄດ້ປະເຊີນກັບຄວາມທຸກອັນໃຫຍ່ຫລວງເພາະການຕາຍ ຂອງອ້າຍກົກຂອງຂ້າພະເຈົ້າ, ອາລ໌ວິນ. ໃນເດືອນຕຸລາ, ປີ 1825, ຂ້າພະເຈົ້າໄດ້ໄປຮັບຈ້າງນຳສຸພາບບຸລຸດແກ່ຊະລາຄົນໜຶ່ງຊື່ວ່າ ໂຈໄຊຢາ ສະໂຕລ໌, ຜູ້ອາໄສຢູ່ໃນເຂດເຊີນັງໂກ, ລັດນິວຢອກ. ເພິ່ນໄດ້ຍິນເລື່ອງລາວກ່ຽວກັບຊາວສະເປນເປີດເໝືອງເງິນຢູ່ເມືອງຮາມໂມນີ, ເຂດຊັສຄູຮັນນາ, ລັດເພັນໂຊເວເນຍ; ແລະ ກ່ອນເພິ່ນຈະຈ້າງຂ້າພະເຈົ້າ, ເພິ່ນໄດ້ຂຸດຊອກຫາ, ຖ້າເປັນໄປໄດ້, ເພື່ອຈະພົບເໝືອງ. ຂ້າພະເຈົ້າໄດ້ໄປຢູ່ກັບເພິ່ນ, ແລ້ວເພິ່ນໄດ້ພາຂ້າພະເຈົ້າພ້ອມດ້ວຍຄົນງານທັງໝົດຂອງເພິ່ນໄປຂຸດເໝືອງເງິນ, ຊຶ່ງຢູ່ບ່ອນນັ້ນ ຂ້າພະເຈົ້າໄດ້ເຮັດວຽກງານຕໍ່ໄປເກືອບເຖິງໜຶ່ງເດືອນ, ໂດຍບໍ່ປະສົບຄວາມສຳເລັດໃນການທຳງານຂອງພວກເຮົາ; ແລະ ໃນທີ່ສຸດຂ້າພະເຈົ້າໄດ້ເກ້ຍກ່ອມສຸພາບບຸລຸດແກ່ຊະລາຄົນນັ້ນໃຫ້ເຊົາການຂຸດຫາເໝືອງນັ້ນ. ດ້ວຍເຫດນີ້ຈຶ່ງມີເລື່ອງລາວແຜ່ຂະຫຍາຍອອກໄປກ່ຽວກັບການເປັນນັກຂຸດເງິນຂອງຂ້າພະເຈົ້າ.
57 ລະຫວ່າງທີ່ຂ້າພະເຈົ້າໄດ້ຮັບຈ້າງຢູ່ນັ້ນ, ຂ້າພະເຈົ້າໄດ້ພັກຢູ່ກັບທ່ານໄອຊິກ ເຮວ ຢູ່ທີ່ນັ້ນ; ແມ່ນຢູ່ທີ່ນັ້ນແຫລະທີ່ຂ້າພະເຈົ້າໄດ້ພົບພັນລະຍາຂອງຂ້າພະເຈົ້າເທື່ອທຳອິດ (ລູກສາວຂອງເພິ່ນ), ເອມມາ ເຮວ. ໃນວັນທີ 18 ເດືອນມັງກອນ, 1827, ພວກເຮົາໄດ້ແຕ່ງງານກັນ, ໃນຂະນະທີ່ຂ້າພະເຈົ້າຍັງທຳງານຢູ່ນຳທ່ານສະໂຕລ໌.
58 ເນື່ອງຈາກວ່າຂ້າພະເຈົ້າຍັງຢືນຢັນຕໍ່ໄປວ່າຂ້າພະເຈົ້າໄດ້ເຫັນພາບທີ່ມາໃຫ້ເຫັນ, ການຂົ່ມເຫັງຈຶ່ງຍັງຕິດຕາມຂ້າພະເຈົ້າມາ, ແລະ ຄອບຄົວຂອງພໍ່ຂອງພັນລະຍາຂອງຂ້າພະເຈົ້າບໍ່ໄດ້ເຫັນພ້ອມກັບການແຕ່ງງານຂອງພວກເຮົາ. ສະນັ້ນ, ຂ້າພະເຈົ້າຈຶ່ງຈຳເປັນຕ້ອງພານາງໄປບ່ອນອື່ນ; ດັ່ງນັ້ນພວກເຮົາຈຶ່ງໄດ້ຈາກໄປ ແລະ ໄດ້ແຕ່ງງານກັນທີ່ບ້ານຂອງທ່ານສະແກວ ທາບຽວ, ໃນຊ້າວເບນບຣີຈ໌; ເຂດເຊີນັງໂກ, ລັດນິວຢອກ. ທັນທີຫລັງຈາກການແຕ່ງງານຂອງຂ້າພະເຈົ້າ, ພວກເຮົາກໍໄດ້ຈາກບ້ານຂອງທ່ານສະໂຕລ໌, ແລະ ໄປຍັງບ້ານຂອງພໍ່ຂອງຂ້າພະເຈົ້າ, ແລະ ເຮັດໄຮ່ກັບເພິ່ນໃນລະດູນັ້ນ.
59 ໃນທີ່ສຸດກໍເຖິງເວລາທີ່ຈະໄດ້ຮັບແຜ່ນຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນປົກເອິກ. ໃນວັນທີຊາວສອງ, ເດືອນກັນຍາ, ໜຶ່ງພັນແປດຮ້ອຍຊາວເຈັດ, ໂດຍທີ່ໄດ້ໄປຫາບ່ອນຝັງຂອງເຫລົ່ານັ້ນຕາມປົກກະຕິເມື່ອຄົບຮອບໜຶ່ງປີ, ທູດສະຫວັນອົງດຽວກັນນີ້ກໍໄດ້ມອບຂອງເຫລົ່ານັ້ນໃຫ້ແກ່ຂ້າພະເຈົ້າ ພ້ອມກັບຂໍ້ຜູກມັດດັ່ງນີ້ວ່າ: ຂ້າພະເຈົ້າຈະຕ້ອງຮັບຜິດຊອບຕໍ່ຂອງເຫລົ່ານີ້ ຖ້າຫາກວ່າຂ້າພະເຈົ້າປະປ່ອຍມັນໄປໂດຍຄວາມປະໝາດ ຫລື ໂດຍ ການລະເລີຍປະການໃດ, ຂ້າພະເຈົ້າຈະຖືກຕັດອອກ; ແຕ່ຖ້າຫາກວ່າຂ້າພະເຈົ້າຈະໃຊ້ຄວາມພະຍາຍາມທັງໝົດທີ່ຈະ ຮັກສາມັນໄວ້, ຈົນກວ່າເພິ່ນຜູ້ເປັນທູດຈະເອີ້ນເອົາມັນຄືນ, ແລ້ວຂອງເຫລົ່ານີ້ຈະໄດ້ຮັບການຄຸ້ມຄອງ.
60 ໃນບໍ່ຊ້າຂ້າພະເຈົ້າກໍເຂົ້າໃຈເຫດຜົນທີ່ຂ້າພະເຈົ້າໄດ້ຮັບພາລະອັນເຂັ້ມງວດໃຫ້ຮັກສາຂອງເຫລົ່ານີ້ໄວ້ໃຫ້ປອດໄພ, ແລະ ສິ່ງທີ່ທູດໄດ້ເວົ້າໄວ້ວ່າ ເມື່ອຂ້າພະເຈົ້າໄດ້ເຮັດສິ່ງທີ່ເພິ່ນຕ້ອງການໃຫ້ຂ້າພະເຈົ້າເຮັດແລ້ວ, ເພິ່ນຈະເອົາຂອງເຫລົ່ານັ້ນຄືນໄປ. ທັນທີທີ່ຄົນຮູ້ວ່າ ຂ້າພະເຈົ້າໄດ້ຮັບຂອງເຫລົ່ານັ້ນມາ, ຜູ້ຄົນກໍໃຊ້ຄວາມພະຍາຍາມຢ່າງໜັກເພື່ອຈະເອົາມັນໄປຈາກຂ້າພະເຈົ້າ. ກົນອຸບາຍທຸກຢ່າງທີ່ຄິດຂຶ້ນມາໄດ້ ກໍຈະເຮັດເພື່ອເຈດຕະນານັ້ນ. ການຂົ່ມເຫັງນັບມື້ນັບຮຸນແຮງຂຶ້ນກວ່າເກົ່າ, ແລະ ຜູ້ຄົນເຝົ້າຄອຍຢູ່ຕະຫລອດເວລາເພື່ອຈະເອົາມັນໄປ. ແຕ່ໂດຍຄວາມສະຫລຽວສະຫລາດຂອງພຣະເຈົ້າ, ຂອງເຫລົ່ານີ້ຈຶ່ງຢູ່ໃນກຳມືຂອງຂ້າພະເຈົ້າຢ່າງປອດໄພ. ຈົນກວ່າຂ້າພະເຈົ້າໃຊ້ຂອງເຫລົ່ານີ້ເຮັດໃຫ້ພາລະທີ່ຕ້ອງການໃຫ້ຂ້າພະເຈົ້າເຮັດສຳເລັດຕາມທີ່ຕົກລົງກັນໄວ້. ເມື່ອທູດເອີ້ນເອົາມັນຄືນ, ຂ້າພະເຈົ້າກໍສົ່ງຂອງເຫລົ່ານີ້ຄືນໃຫ້ເພິ່ນ; ແລະ ເພິ່ນມີຂອງເຫລົ່ານີ້ຢູ່ໃນຄວາມອາລັກຂາຂອງເພິ່ນ; ຈົນເຖິງມື້ນີ້, ຄືວັນທີສອງຂອງເດືອນ ພຶດສະພາ, ໜຶ່ງພັນແປດຮ້ອຍສາມສິບແປດ.
61 ເຖິງຢ່າງໃດກໍຕາມ, ຄວາມສັບສົນນີ້ຍັງຄົງມີຢູ່ຕໍ່ໄປ, ແລະ ຂ່າວລືດ້ວຍລີ້ນນັບພັນໆມີຢູ່ຕະຫລອດເວລາໃນການແຜ່ຂະຫຍາຍເລື່ອງເທັດກ່ຽວກັບຄອບຄົວຂອງພໍ່ຂອງຂ້າພະເຈົ້າ, ແລະ ກ່ຽວກັບຕົວຂ້າພະເຈົ້າ. ຖ້າຫາກຂ້າພະເຈົ້າຈະເລົ່າຈັກເລື່ອງໜຶ່ງໃນພັນເລື່ອງເຫລົ່ານີ້, ກໍຄົງຈະໄດ້ເປັນເຫລັ້ມໆ. ເຖິງຢ່າງໃດກໍຕາມ, ມັນໄດ້ຮ້າຍແຮງຂຶ້ນເຖິງຂະໜາດບໍ່ສາມາດອົດທົນໄດ້ ຈົນວ່າຂ້າພະເຈົ້າຈຳເປັນຕ້ອງໄດ້ອອກຈາກແມນເຈດສະເຕີ, ແລະ ໄປຍັງເຂດຊັສຄູຮັນນາກັບພັນລະຍາຂອງຂ້າພະເຈົ້າ, ໃນລັດເພັນໂຊເວເນຍ. ໃນຂະນະທີ່ຕຽມຕົວໄປ—ໂດຍທີ່ຍາກຈົນ, ແລະ ການຂົ່ມເຫັງທີ່ພວກເຮົາໄດ້ຮັບນັ້ນໜັກຫລາຍຈົນເກີນກວ່າທີ່ພວກເຮົາຈະເປັນຢ່າງອື່ນໄດ້—ໃນທ່າມກາງຄວາມທຸກທໍລະມານຂອງພວກເຮົານັ້ນ, ພວກເຮົາໄດ້ພົບກັບສຸພາບບຸລຸດຄົນໜຶ່ງຊື່ວ່າ ມາຕິນ ແຮຣິສ, ຜູ້ໄດ້ມາຫາພວກເຮົາ ແລະ ມອບເງິນຈຳນວນຫ້າສິບໂດລາໃຫ້ພວກເຮົາເພື່ອຊ່ວຍເຫລືອພວກເຮົາໃນການເດີນທາງ. ທ່ານແຮຣິສ ອາໄສຢູ່ເມືອງພາໄມຣາ, ເຂດເວນ, ລັດນິວຢອກ, ແລະ ເປັນເຈົ້າຂອງສວນທີ່ມີຜູ້ນັບໜ້າຖືຕາຄົນໜຶ່ງ.
62 ດ້ວຍຄວາມຊ່ວຍເຫລືອຢ່າງທັນການນີ້ ຂ້າພະເຈົ້າຈຶ່ງສາມາດໄປເຖິງສະຖານທີ່ອັນເປັນຈຸດໝາຍຂອງຂ້າພະເຈົ້າໃນເພັນໂຊເວເນຍ; ແລະ ໃນທັນທີຫລັງຈາກຂ້າພະເຈົ້າໄປເຖິງທີ່ນັ້ນ ຂ້າພະເຈົ້າໄດ້ເລີ່ມຕົ້ນກ່າຍອັກຂະລະຈາກແຜ່ນຈາລຶກ. ຂ້າພະເຈົ້າໄດ້ກ່າຍໄວ້ຫລາຍເຕີບ, ແລະ ໂດຍການໃຊ້ ອຸລີມ ແລະ ທຸມມີມ ຂ້າພະເຈົ້າໄດ້ແປຈຳນວນໜຶ່ງ, ຊຶ່ງຂ້າພະເຈົ້າໄດ້ເຮັດໃນລະຫວ່າງເວລາໄປເຖິງບ້ານພໍ່ຂອງພັນລະຍາຂອງຂ້າພະເຈົ້າ, ໃນເດືອນທັນວາ, ແລະ ເດືອນກຸມພາຕໍ່ມາ.
63 ມື້ໜຶ່ງໃນເດືອນກຸມພານີ້, ທ່ານມາຕິນ ແຮຣິສ ທີ່ກ່າວມາກ່ອນນັ້ນ ໄດ້ມາບ້ານຂອງພວກເຮົາ, ຮັບເອົາອັກຂະລະທີ່ຂ້າພະເຈົ້າໄດ້ກ່າຍຈາກແຜ່ນຈາລຶກ, ແລະ ໄດ້ເອົາມັນໄປເມືອງນິວຢອກ. ສຳລັບເລື່ອງທີ່ໄດ້ເກີດຂຶ້ນກັບເພິ່ນ ແລະ ອັກຂະລະເຫລົ່ານັ້ນ, ຂ້າພະເຈົ້າຈະອ້າງເຖິງເລື່ອງລາວຈາກສະຖານະການຂອງເພິ່ນເອງ, ດັ່ງທີ່ເພິ່ນໄດ້ເລົ່າໃຫ້ຂ້າພະເຈົ້າຟັງຫລັງຈາກເພິ່ນໄດ້ກັບຄືນມາ, ຊຶ່ງມີດັ່ງນີ້:
64 “ຂ້າພະເຈົ້າໄດ້ໄປເມືອງນິວຢອກ, ແລະ ໄດ້ສະແດງອັກຂະລະຊຶ່ງແປແລ້ວ, ພ້ອມກັບຄຳແປອັກຂະລະດັ່ງກ່າວ, ຕໍ່ອາຈານຊາລີ ແອນທັນ, ສຸພາບບຸລຸດຜູ້ມີຊື່ສຽງໃນຄວາມຊ່ຽວຊານທາງດ້ານພາສາ. ອາຈານແອນທັນໄດ້ກ່າວວ່າ ຄຳແປນັ້ນຖືກຕ້ອງ, ດີກວ່າການແປໃດໆຈາກພາສາເອຢິບທີ່ເພິ່ນເຄີຍເຫັນມາກ່ອນ. ຈາກນັ້ນຂ້າພະເຈົ້າໄດ້ໃຫ້ເພິ່ນເຫັນອັກຂະລະທີ່ຍັງບໍ່ໄດ້ແປເທື່ອ, ແລະ ເພິ່ນໄດ້ກ່າວວ່າ ມັນເປັນພາສາເອຢິບ, ເຄນເດຍ, ອັດຊີເຣຍ, ແລະ ອາຣັບ; ແລະ ເພິ່ນໄດ້ກ່າວວ່າ ມັນເປັນອັກຂະລະແທ້. ເພິ່ນໄດ້ມອບໃບຮັບຮອງໃຫ້ຂ້າພະເຈົ້າ, ຊຶ່ງສະແດງຕໍ່ຜູ້ຄົນຂອງພາໄມຣາວ່ານີ້ຄືອັກຂະລະແທ້, ແລະ ວ່າ ການແປເທົ່າທີ່ໄດ້ແປໄວ້ເຊັ່ນນັ້ນກໍຖືກຕ້ອງ. ຂ້າພະເຈົ້າໄດ້ຮັບເອົາໃບຮັບຮອງ ແລະ ໃສ່ໄວ້ໃນກະເປົາ, ແລະ ໃນຂະນະທີ່ຈະອອກບ້ານໄປ, ເມື່ອທ່ານແອນທັນໄດ້ເອີ້ນຂ້າພະເຈົ້າກັບຄືນໄປ, ແລະ ໄດ້ຖາມຂ້າພະເຈົ້າວ່າ ຊາຍໜຸ່ມຄົນນັ້ນຮູ້ໄດ້ແນວໃດວ່າມີແຜ່ນຈາລຶກຄຳໃນສະຖານທີ່ບ່ອນລາວພົບເຫັນ. ຂ້າພະເຈົ້າຕອບວ່າ ທູດອົງໜຶ່ງຂອງພຣະເຈົ້າໄດ້ເປີດເຜີຍແກ່ລາວ.
65 “ຫລັງຈາກນັ້ນເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ ‘ຂ້າພະເຈົ້າຂໍເບິ່ງໃບຮັບຮອງໃບນັ້ນແດ່.’ ຂ້າພະເຈົ້າໄດ້ຢິບເອົາໃບຮັບຮອງອອກຈາກກະເປົາຂອງຂ້າພະເຈົ້າຕາມນັ້ນ ແລະ ໄດ້ມອບມັນໃຫ້ເພິ່ນ, ເມື່ອເພິ່ນຈັບເອົາໄປ ເພິ່ນໄດ້ຈີກມັນຖິ້ມເປັນຕ່ອນໆ, ໂດຍກ່າວວ່າດຽວນີ້ບໍ່ມີສິ່ງທີ່ເອີ້ນກັນວ່າການປະຕິບັດຂອງ ເຫລົ່າທູດອີກແລ້ວ, ແລະ ຖ້າຫາກຂ້າພະເຈົ້າຈະນຳແຜ່ນຈາລຶກມາໃຫ້ເພິ່ນ, ເພິ່ນກໍຈະແປໃຫ້. ຂ້າພະເຈົ້າໄດ້ບອກເພິ່ນວ່າ ສ່ວນໜຶ່ງຂອງແຜ່ນຈາລຶກນັ້ນຖືກ ຜະນຶກໄວ້, ແລະ ຂ້າພະເຈົ້າຖືກຫ້າມບໍ່ໃຫ້ເອົາມັນມາ. ເພິ່ນໄດ້ຕອບວ່າ, ‘ສະນັ້ນຂ້າພະເຈົ້າກໍອ່ານໜັງສືທີ່ຜະນຶກໄວ້ນັ້ນບໍ່ໄດ້.’ ຂ້າພະເຈົ້າໄດ້ຈາກເພິ່ນໄປ ແລະ ໄດ້ໄປຫາ ດຣ. ມິດໂຈ, ຜູ້ໄດ້ຮັບຮອງສິ່ງທີ່ອາຈານແອນທັນກ່າວໄວ້ກ່ຽວກັບການແປ ທັງອັກຂະລະ ແລະ ການແປ.”
· · · · · · ·
ອໍລີເວີ ຄາວເດີຣີ ຮັບໃຊ້ເປັນຜູ້ຂຽນການແປພຣະຄຳພີມໍມອນ—ໂຈເຊັບ ແລະ ອໍລີເວີ ຮັບຖານະປະໂລຫິດແຫ່ງອາໂຣນຈາກໂຢຮັນບັບຕິສະໂຕ—ພວກເພິ່ນໄດ້ຮັບບັບຕິສະມາ, ໄດ້ຮັບການແຕ່ງຕັ້ງ, ແລະ ໄດ້ຮັບວິນຍານແຫ່ງການທຳນາຍ. (ຂໍ້ທີ 66–75.)
66 ໃນວັນທີ 5 ເດືອນເມສາ, 1829, ອໍລີເວີ ຄາວເດີຣີ ໄດ້ມາບ້ານຂອງຂ້າພະເຈົ້າ, ຊຶ່ງຂ້າພະເຈົ້າບໍ່ເຄີຍເຫັນລາວມາກ່ອນເລີຍ. ລາວບອກຂ້າພະເຈົ້າວ່າ ໂດຍທີ່ສິດສອນຢູ່ໂຮງຮຽນໃກ້ບ້ານພໍ່ຂອງຂ້າພະເຈົ້າ ແລະ ພໍ່ຂອງຂ້າພະເຈົ້າເປັນຜູ້ໜຶ່ງທີ່ສົ່ງລູກໄປໂຮງຮຽນນັ້ນ, ລາວຈຶ່ງໄປພັກຢູ່ບ້ານຂອງເພິ່ນຊົ່ວໄລຍະໜຶ່ງ, ແລະ ໃນຊ່ວງທີ່ພັກເຊົາຢູ່ທີ່ນັ້ນ ຄອບຄົວຂອງຂ້າພະເຈົ້າໄດ້ເລົ່າໃຫ້ລາວຟັງກ່ຽວກັບເລື່ອງທີ່ຂ້າພະເຈົ້າໄດ້ຮັບແຜ່ນຈາລຶກ, ດັ່ງນັ້ນລາວຈຶ່ງໄດ້ມາເພື່ອສອບຖາມເບິ່ງ.
67 ສອງມື້ຫລັງຈາກນາຍຄາວເດີຣີໄດ້ມາເຖິງ (ຊຶ່ງເປັນວັນທີ 7 ເດືອນເມສາ) ຂ້າພະເຈົ້າກໍເລີ່ມແປພຣະຄຳພີມໍມອນ, ແລະ ລາວໄດ້ຂຽນໃຫ້ຂ້າພະເຈົ້າ.
· · · · · · ·
68 ພວກເຮົາຍັງສືບຕໍ່ເຮັດການແປຕໍ່ໄປ, ເມື່ອໃນເດືອນຕໍ່ມາ (ເປັນເດືອນພຶດສະພາ, 1829), ມື້ໜຶ່ງ ພວກເຮົາທັງສອງໄດ້ເຂົ້າໄປໃນປ່າ ເພື່ອອະທິຖານ ແລະ ທູນຖາມພຣະຜູ້ເປັນເຈົ້າກ່ຽວກັບການຮັບ ບັບຕິສະມາເພື່ອ ການປົດບາບ, ຊຶ່ງພວກເຮົາພົບວ່າມັນມີກ່າວໄວ້ຢູ່ໃນແຜ່ນຈາລຶກນັ້ນ. ໃນຂະນະທີ່ພວກເຮົາອະທິຖານ ແລະ ເອີ້ນຫາພຣະຜູ້ເປັນເຈົ້າຢູ່ນັ້ນ, ທູດອົງໜຶ່ງຈາກສະຫວັນໄດ້ລົງມາຈາກ ເມກແຫ່ງຄວາມສະຫວ່າງ ແລະ ຫລັງຈາກເພິ່ນປົກ ມືໃສ່ຫົວພວກເຮົາແລ້ວ, ເພິ່ນໄດ້ ແຕ່ງຕັ້ງພວກເຮົາໂດຍກ່າວວ່າ:
69 ແກ່ພວກທ່ານ ເພື່ອນຜູ້ຮັບໃຊ້ຮ່ວມກັບຂ້າພະເຈົ້າ, ໃນພຣະນາມຂອງພຣະເມຊີອາ, ຂ້າພະເຈົ້າຂໍມອບ ຖານະປະໂລຫິດແຫ່ງອາໂຣນ, ຊຶ່ງຖືຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ, ແລະ ຂອງພຣະກິດຕິຄຸນແຫ່ງການກັບໃຈ, ແລະ ຂອງການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ ແລະ ສິ່ງນີ້ຈະບໍ່ຖືກເອົາໄປຈາກແຜ່ນດິນໂລກອີກຈັກເທື່ອ ຈົນກວ່າພວກບຸດຂອງ ເລວີຈະຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າຄືນອີກໃນຄວາມຊອບທຳ.
70 ເພິ່ນໄດ້ກ່າວວ່າ ຖານະປະໂລຫິດແຫ່ງອາໂຣນນີ້ບໍ່ມີອຳນາດທີ່ຈະເອົາມືປົກຫົວເພື່ອມອບ ຂອງປະທານແຫ່ງພຣະວິນຍານບໍລິສຸດ, ແຕ່ວ່າອຳນາດນີ້ຈະຖືກມອບໃຫ້ພວກເຮົາໃນພາຍຫລັງ; ແລະ ເພິ່ນໄດ້ສັ່ງໃຫ້ພວກເຮົາໄປຮັບບັບຕິສະມາ, ແລະ ເພິ່ນໃຫ້ຄຳແນະນຳພວກເຮົາວ່າ ໃຫ້ຂ້າພະເຈົ້າໃຫ້ບັບຕິສະມາແກ່ອໍລີເວີ ຄາວເດີຣີ ກ່ອນ, ແລະ ຫລັງຈາກນັ້ນໃຫ້ລາວໃຫ້ບັບຕິສະມາແກ່ຂ້າພະເຈົ້າ.
71 ພວກເຮົາຈຶ່ງໄປຮັບບັບຕິສະມາຕາມນັ້ນ. ຂ້າພະເຈົ້າໄດ້ໃຫ້ບັບຕິສະມາແກ່ລາວກ່ອນ, ແລະ ຈາກນັ້ນລາວໄດ້ໃຫ້ບັບຕິສະມາແກ່ຂ້າພະເຈົ້າ—ຫລັງຈາກນັ້ນ ຂ້າພະເຈົ້າໄດ້ວາງມືເທິງຫົວຂອງລາວ ແລະ ໄດ້ແຕ່ງຕັ້ງລາວສູ່ຖານະປະໂລຫິດແຫ່ງອາໂຣນ, ແລະ ຈາກນັ້ນລາວໄດ້ວາງມືເທິງຫົວຂອງຂ້າພະເຈົ້າ ແລະ ແຕ່ງຕັ້ງຂ້າພະເຈົ້າສູ່ຖານະປະໂລຫິດຢ່າງດຽວກັນ—ເພາະວ່າພວກເຮົາໄດ້ຖືກບັນຊາໃຫ້ເຮັດແນວນັ້ນ.*
72 ໃນໂອກາດນີ້ທູດສະຫວັນໄດ້ມາຢ້ຽມຢາມ ແລະ ມອບຖານະປະໂລຫິດໃຫ້ພວກເຮົາ, ໄດ້ກ່າວວ່າ ເພິ່ນແມ່ນໂຢຮັນ, ຄົນດຽວກັນກັບຜູ້ທີ່ຊື່ວ່າ ໂຢຮັນບັບຕິສະໂຕ ໃນພຣະຄຳພີໃໝ່, ແລະ ວ່າເພິ່ນກະທຳໄປພາຍໃຕ້ການຊີ້ນຳຂອງ ເປໂຕ, ຢາໂກໂບ ແລະ ໂຢຮັນ, ຜູ້ຖື ຂໍກະແຈຂອງຖານະປະໂລຫິດແຫ່ງ ເມນຄີເສເດັກ, ຊຶ່ງຖານະປະໂລຫິດນີ້, ເພິ່ນໄດ້ກ່າວວ່າຈະຖືກມອບໃຫ້ພວກເຮົາໃນພາຍຫລັງ, ແລະວ່າຂ້າພະເຈົ້າຈະຖືກເອີ້ນວ່າ ແອວເດີຄົນທຳອິດຂອງສາດສະໜາຈັກ, ແລະ ລາວ (ອໍລີເວີ ຄາວເດີຣີ) ເປັນຄົນທີສອງ. ພວກເຮົາທັງສອງໄດ້ຮັບການແຕ່ງຕັ້ງດ້ວຍມືຂອງທູດຜູ້ນີ້, ແລະ ໄດ້ຮັບບັບຕິສະມາໃນວັນທີສິບຫ້າ ເດືອນພຶດສະພາ, 1829.
73 ໃນທັນທີທີ່ພວກເຮົາຂຶ້ນມາຈາກນ້ຳຫລັງຈາກໄດ້ຮັບບັບຕິສະມາແລ້ວ, ພວກເຮົາໄດ້ປະສົບກັບພອນອັນຍິ່ງໃຫຍ່ ແລະ ປະເສີດຈາກພຣະບິດາເທິງສະຫວັນຂອງພວກເຮົາ. ໃນທັນທີທີ່ຂ້າພະເຈົ້າໄດ້ໃຫ້ບັບຕິສະມາແກ່ອໍລີເວີ ຄາວເດີຣີ, ພຣະວິນຍານບໍລິສຸດກໍໄດ້ສະເດັດມາສະຖິດຢູ່ກັບລາວ, ແລະ ລາວໄດ້ຢືນຂຶ້ນ ແລະ ທຳນາຍຫລາຍຢ່າງທີ່ຈະບັງເກີດຂຶ້ນໃນບໍ່ຊ້ານັ້ນ. ແລະ ອີກຕອນໜຶ່ງໃນທັນທີທີ່ຂ້າພະເຈົ້າໄດ້ຮັບບັບຕິສະມາຈາກລາວ, ຂ້າພະເຈົ້າກໍມີວິນຍານແຫ່ງການທຳນາຍ, ເມື່ອຂ້າພະເຈົ້າຢືນຂຶ້ນ, ຂ້າພະເຈົ້າໄດ້ທຳນາຍກ່ຽວກັບການເລີ່ມຕົ້ນສາດສະໜາຈັກແຫ່ງນີ້ຂຶ້ນ, ແລະ ອີກຫລາຍຢ່າງທີ່ກ່ຽວຂ້ອງກັບສາດສະໜາຈັກ, ແລະ ຂອງລູກຫລານມະນຸດລຸ້ນນີ້. ພວກເຮົາເຕັມໄປດ້ວຍພຣະວິນຍານບໍລິສຸດ, ແລະ ປິຕິຍິນດີໃນພຣະເຈົ້າແຫ່ງຄວາມລອດຂອງພວກເຮົາ.
74 ບັດນີ້ຈິດໃຈຂອງພວກເຮົາສະຫວ່າງແລ້ວ, ພວກເຮົາຈຶ່ງເລີ່ມເຫັນພຣະຄຳພີເປີດອອກສູ່ ຄວາມເຂົ້າໃຈຂອງພວກເຮົາ, ແລະ ໝາຍເຖິງ ແລະ ເຈດຕະນາ ທີ່ແທ້ຈິງຂອງຂໍ້ຄວາມທີ່ລຶກລັບຫລາຍກວ່າໄດ້ຖືກເປີດເຜີຍ ແກ່ພວກເຮົາໃນວິທີທີ່ພວກເຮົາບໍ່ເຄີຍບັນລຸເຖິງກ່ອນໜ້ານີ້, ຫລື ບໍ່ເຄີຍນຶກເຖິງມາກ່ອນ. ໃນເວລາດຽວກັນນັ້ນພວກເຮົາໄດ້ຖືກບັງຄັບໃຫ້ຮັກສາເລື່ອງທີ່ພວກເຮົາໄດ້ຮັບຖານະປະໂລຫິດ ແລະ ຮັບບັບຕິສະມາຂອງພວກເຮົາໄວ້ເປັນຄວາມລັບ, ເນື່ອງຈາກວິນຍານແຫ່ງການຂົ່ມເຫັງຊຶ່ງສະແດງຕົນໃຫ້ປະຈັກໃນແຖວນັ້ນ.
75 ພວກເຮົາຖືກຂົ່ມຂູ່ວ່າຈະຖືກລຸມທຳຮ້າຍ, ເປັນບາງຄັ້ງ, ແລະ ນີ້ຄືກັນ, ຈາກບັນດາອາຈານຝ່າຍສາດສະໜາ. ແລະ ເຈດຕະນາຂອງເຂົາເຈົ້າທີ່ຈະລຸມທຳຮ້າຍພວກເຮົາໄດ້ຖືກຂັດຂວາງ ໂດຍອິດທິພົນຂອງຄອບຄົວຂອງພໍ່ຂອງພັນລະຍາຂອງຂ້າພະເຈົ້າ (ພາຍໃຕ້ການປົກປັກຮັກສາແຫ່ງສະຫວັນ), ຜູ້ເລີ່ມມີໄມຕີຕໍ່ຂ້າພະເຈົ້າ, ແລະ ຜູ້ໄດ້ຕໍ່ຕ້ານກຸ່ມອັນຕະພານ, ແລະ ເຕັມໃຈໃຫ້ຂ້າພະເຈົ້າເຮັດການແປຕໍ່ໄປໂດຍບໍ່ມີການລົບກວນ; ແລະ ສະນັ້ນຈຶ່ງໄດ້ສະເໜີ ແລະ ສັນຍາທີ່ຈະປົກປ້ອງພວກເຮົາຈາກການກະທຳທັງໝົດທີ່ຜິດກົດໝາຍໃດໆ, ເທົ່າທີ່ເຂົາເຈົ້າສາມາດເຮັດໄດ້.
-
ອໍລີເວີ ຄາວເດີຣີ ບັນຍາຍເຫດການດັ່ງກ່າວໄວ້ດັ່ງນີ້: “ເປັນວັນທີ່ບໍ່ສາມາດລືມໄດ້—ທີ່ໄດ້ນັ່ງຟັງສຽງກ່າວ ຊຶ່ງກ່າວຕາມການດົນໃຈຈາກສະຫວັນ, ປຸກໃຫ້ເກີດຄວາມກະຕັນຍູໃນຊວງເອິກ! ວັນແລ້ວວັນເລົ່າຂ້າພະເຈົ້າໄດ້ຂຽນຕໍ່ໄປ, ໂດຍບໍ່ຖືກລົບກວນ, ໄດ້ຂຽນຈາກປາກຂອງລາວ, ໃນຂະນະທີ່ລາວແປດ້ວຍອຸລີມ ແລະ ທຸມມີມ, ຫລື, ຕາມທີ່ຊາວນີໄຟເອີ້ນວ່າ, ‘ເຄື່ອງແປຄວາມໝາຍ,’ ປະຫວັດສາດ ຫລື ບັນທຶກທີ່ເອີ້ນ ‘ພຣະຄຳພີມໍມອນ.’
“ໃນການສັງເກດເຫັນ, ແມ່ນແຕ່ພຽງສອງສາມຄຳ, ເຖິງເລື່ອງລາວທີ່ໜ້າສົນໃຈຊຶ່ງມໍມອນ ແລະ ລູກຊາຍທີ່ຊື່ສັດຂອງເພິ່ນ, ໂມໂຣໄນ, ໄດ້ໃຫ້ໄວ້ກ່ຽວກັບຜູ້ຄົນທີ່ເທື່ອໜຶ່ງເຄີຍເປັນທີ່ຮັກຫອມ ແລະ ໂປດປານຂອງສະຫວັນ, ກໍເກີນກວ່າຄວາມມຸ້ງໝາຍຂອງຂ້າພະເຈົ້າໃນຂະນະນີ້; ສະນັ້ນຂ້າພະເຈົ້າຈຶ່ງຈະເລື່ອນເລື່ອງນີ້ອອກໄປໃນອະນາຄົດ, ແລະ, ດັ່ງທີ່ຂ້າພະເຈົ້າໄດ້ກ່າວໃນຕອນຕົ້ນ, ວ່າຈະມຸ້ງໄປກ່າວບາງຢ່າງທີ່ກ່ຽວຂ້ອງໂດຍກົງກັບການເລີ່ມຕົ້ນຂອງສາດສະໜາຈັກນີ້, ຊຶ່ງອາດຈະເປັນໜ້າສົນໃຈຕໍ່ຫລາຍພັນຄົນທີ່ກ້າວອອກມາຂ້າງໜ້າ, ແລະ ຍອມຮັບເອົາພຣະກິດຕິຄຸນຂອງພຣະຄຣິດທ່າມກາງຄວາມບໍ່ພໍໃຈຂອງຄົນທີ່ບໍ່ຍອມຮັບຟັງເຫດຜົນ ແລະ ການໃສ່ຮ້າຍຂອງຄົນໜ້າຊື່ໃຈຄົດ.
“ບໍ່ມີມະນຸດຄົນໃດ, ດ້ວຍສະຕິສຳປະສັນຍະຂອງເຂົາ, ຈະສາມາດແປ ແລະ ຂຽນຄຳແນະນຳທີ່ມອບໃຫ້ແກ່ຊາວນີໄຟຈາກພຣະໂອດຂອງພຣະຜູ້ຊ່ວຍໃຫ້ລອດໄດ້, ເຖິງວິທີຊັດເຈນທີ່ມະນຸດຈະສ້າງສາດສະໜາຈັກຂອງພຣະອົງຂຶ້ນ, ແລະ ໂດຍສະເພາະຢ່າງຍິ່ງ ເມື່ອຄວາມເສື່ອມຊາມເລີ່ມຂະຫຍາຍຄວາມບໍ່ແນ່ນອນອອກໄປໃນທຸກຮູບແບບ ແລະ ທຸກລະບົບທີ່ປະຕິບັດກັນໃນບັນດາມະນຸດ, ໂດຍບໍ່ປາດຖະໜາສິດທິພິເສດທີ່ຈະສະແດງຄວາມຍິນດີຈາກໃຈດ້ວຍການຖືກຝັງໃນຫລຸມນ້ຳ, ເພື່ອຕອບສະໜອງ ‘ຄວາມສຳນຶກອັນໃສສະອາດໂດຍການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ.’
“ຫລັງຈາກການຂຽນເລື່ອງລາວທີ່ໃຫ້ໄວ້ ກ່ຽວກັບການປະຕິບັດສາດສະໜາກິດຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍຂອງຢາໂຄບ, ໃນທະວີບນີ້, ກໍເຫັນໄດ້ງ່າຍ, ດັ່ງທີ່ສາດສະດາໄດ້ກ່າວວ່າຈະເປັນເຊັ່ນນັ້ນ, ວ່າຄວາມມືດຈະປົກຄຸມແຜ່ນດິນໂລກ ແລະ ຄວາມມືດມົວຈະຄອບງຳຈິດໃຈຂອງຜູ້ຄົນ. ເມື່ອໄຕ່ຕອງຕໍ່ໄປ ຈະເຫັນໄດ້ງ່າຍວ່າທ່າມກາງການຜິດຖຽງກັນ ແລະ ສຽງອຶກກະທຶກກ່ຽວກັບສາດສະໜາ, ບໍ່ມີໃຜເລີຍທີ່ມີສິດອຳນາດຈາກພຣະເຈົ້າທີ່ຈະປະຕິບັດພິທີການຂອງພຣະກິດຕິຄຸນ. ເພາະຈະມີຄຳຖາມວ່າ, ມະນຸດມີສິດອຳນາດບໍທີ່ຈະປະຕິບັດໃນພຣະນາມຂອງພຣະຄຣິດ, ຜູ້ປະຕິເສດການເປີດເຜີຍ, ເມື່ອປະຈັກພະຍານເຖິງພຣະອົງໜ້ອຍໄປກວ່າວິນຍານແຫ່ງການທຳນາຍ, ແລະ ສາດສະໜາຂອງພຣະອົງມີພື້ນຖານ, ຖືກສ້າງຂຶ້ນ, ແລະ ຄ້ຳຈູນດ້ວຍການເປີດເຜີຍໂດຍກົງ, ໃນທຸກຍຸກຂອງໂລກເມື່ອພຣະອົງມີຜູ້ຄົນຢູ່ເທິງແຜ່ນດິນໂລກ? ຖ້າຫາກຄວາມຈິງເຫລົ່ານີ້ຖືກຝັງໄວ້, ແລະ ຖືກປົກປິດໄວ້ຢ່າງລະມັດລະວັງໂດຍຜູ້ຄົນ ຊຶ່ງເລ່ຫລ່ຽມຂອງພວກເຂົາຈະຖືກເປີດເຜີຍ ຖ້າຫາກເມື່ອໃດກໍຕາມມັນຖືກອະນຸຍາດໃຫ້ສ່ອງແສງຢູ່ໃນໃບໜ້າຂອງມະນຸດ, ມັນບໍ່ໄດ້ຖືກຝັງໄວ້ສຳລັບພວກເຮົາ; ແລະ ພວກເຮົາພຽງແຕ່ຄອຍຖ້າພຣະບັນຊາທີ່ວ່າ ‘ຈົ່ງລຸກຂຶ້ນ ແລະ ຮັບບັບຕິສະມາ.’
“ຄວາມປາດຖະໜານີ້ບໍ່ໄດ້ລໍຖ້າດົນກ່ອນມັນໄດ້ເກີດເປັນຈິງ. ພຣະຜູ້ເປັນເຈົ້າ, ຜູ້ມີຄວາມເມດຕາຢ່າງຫລວງຫລາຍ, ແລະ ເຕັມພຣະໄທສະເໝີທີ່ຈະຕອບຄຳອະທິຖານຢ່າງບໍ່ຂາດສາຍຂອງຜູ້ຖ່ອມຕົວ, ຫລັງຈາກພວກເຮົາເອີ້ນຫາພຣະອົງຢ່າງແຮງກ້າ, ໄກຈາກບ່ອນພັກຂອງມະນຸດ, ໄດ້ສະເດັດມາເພື່ອສະແດງພຣະປະສົງຂອງພຣະອົງໃຫ້ປະຈັກແກ່ພວກເຮົາ. ໃນທັນໃດນັ້ນ, ເໝືອນຈາກທ່າມກາງຊົ່ວນິລັນດອນ, ສຸລະສຽງຂອງພຣະຜູ້ໄຖ່ໄດ້ກ່າວ ຄວາມສະຫງົບສຸກແກ່ພວກເຮົາ, ໃນຂະນະທີ່ມ່ານເປີດອອກ ແລະ ທູດຂອງພຣະເຈົ້າໄດ້ລົງມາຫຸ້ມຫໍ່ດ້ວຍລັດສະໝີພາບ, ແລະ ມອບຂ່າວສານທີ່ລໍຖ້າດ້ວຍຄວາມກະຕືລືລົ້ນ, ແລະ ຂໍກະແຈຂອງພຣະກິດຕິຄຸນແຫ່ງການກັບໃຈ. ຊ່າງຊື່ນຊົມແທ້ໆ! ຊ່າງແປກປະຫລາດແທ້ໆ! ຊ່າງອັດສະຈັນໃຈແທ້ໆ! ໃນຂະນະທີ່ ໂລກທຸກທໍລະມານ ແລະ ວຸ້ນວາຍ—ໃນຂະນະທີ່ຫລາຍລ້ານຄົນລູບຄຳເໝືອນຄົນຕາບອດຊອກຫາກຳແພງ, ແລະ ໃນຂະນະທີ່ຜູ້ຄົນທັງປວງຢູ່ກັບຄວາມບໍ່ແນ່ນອນໃຈ, ດັ່ງຝູງຊົນທົ່ວໄປ, ຕາຂອງພວກເຮົາໄດ້ເຫັນ, ຫູຂອງພວກເຮົາໄດ້ຍິນ, ດັ່ງໃນ ‘ຄວາມເຈີດຈ້າຂອງກາງເວັນ’; ແມ່ນແລ້ວ, ຍິ່ງກວ່ານັ້ນ—ເໜືອກວ່າແສງເຫລື້ອມລະຍິບລະຍັບຂອງແສງຕາເວັນໃນເດືອນພຶດສະພາ, ຊຶ່ງເວລານັ້ນສ່ອງປະກາຍໃສ່ເທິງໜ້າໂລກ! ຈາກນັ້ນສຽງຂອງເພິ່ນ, ເຖິງແມ່ນນຸ້ມນວນ, ຈະສຽບແທງເຂົ້າຈົນເຖິງກາງໃຈ, ແລະ ຖ້ອຍຄຳຂອງເພິ່ນ, ‘ຂ້າພະເຈົ້າເປັນເພື່ອນຜູ້ຮັບໃຊ້ຂອງທ່ານ,’ ກຳຈັດຄວາມຢ້ານກົວທຸກຢ່າງ. ພວກເຮົາຟັງ, ພວກເຮົາ ຈ້ອງເບິ່ງ, ພວກເຮົາຊົມເຊີຍ! ສຽງນັ້ນເປັນສຽງຂອງທູດຈາກລັດສະໝີພາບ, ເປັນຂ່າວສານຈາກພຣະຜູ້ສູງສຸດ! ແລະ ເມື່ອພວກເຮົາໄດ້ຍິນ ພວກເຮົາໄດ້ປິຕິຍິນດີ, ໃນຂະນະທີ່ຄວາມຮັກຂອງພຣະອົງຮ້ອນຮົນຢູ່ໃນຈິດວິນຍານຂອງພວກເຮົາ, ແລະ ພວກເຮົາຖືກໂອບໄວ້ໃນພາບນິມິດຂອງຜູ້ຊົງລິດອຳນາດຍິ່ງໃຫຍ່! ມີບ່ອນສົງໄສຢູ່ບໍ? ບໍ່ມີເລີຍ; ຄວາມບໍ່ແນ່ນອນໃຈໄດ້ໝົດໄປ, ຄວາມສົງໄສໄດ້ຈົມສະຫລາຍໄປ, ໃນຂະນະທີ່ນິຍາຍ ແລະ ເລື່ອງຫລອກລວງຫລົບໜີໄປຕະຫລອດການ!
“ແຕ່, ທ່ານທີ່ເຄົາລົບ, ຈົ່ງຄິດຕໍ່ໄປໜ້ອຍໜຶ່ງ, ຊ່າງຊື່ນຊົມຢູ່ໃນໃຈຂອງພວກເຮົາແທ້ໆ, ແລະ ດ້ວຍຄວາມປະຫລາດໃຈຫລາຍແທ້ໆທີ່ພວກເຮົາໄດ້ຄຸເຂົ່າລົງ, (ເພາະວ່າແມ່ນໃຜຈະບໍ່ຄຸເຂົ່າລົງເພາະພອນເຊັ່ນນັ້ນ?) ເມື່ອພວກເຮົາໄດ້ຮັບຖານະປະໂລຫິດສັກສິດພາຍໃຕ້ມືຂອງເພິ່ນ ໃນຂະນະທີ່ເພິ່ນກ່າວວ່າ, ‘ເພື່ອນຜູ້ຮັບໃຊ້ຮ່ວມກັບຂ້າພະເຈົ້າ, ໃນພຣະນາມຂອງພຣະເມຊີອາ, ຂ້າພະເຈົ້າຂໍມອບຖານະປະໂລຫິດນີ້ ແລະ ສິດອຳນາດຂອງມັນ, ຊຶ່ງຈະຄົງຢູ່ເທິງແຜ່ນດິນໂລກ, ຈົນກວ່າພວກບຸດຂອງເລວີຈະຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າຄືນອີກໃນຄວາມຊອບທຳ!’
“ຂ້າພະເຈົ້າຈະບໍ່ພະຍາຍາມບັນຍາຍຄວາມຮູ້ສຶກໃນໃຈດວງນີ້ຕໍ່ທ່ານ, ຫລື ຄວາມງາມອັນສະຫງ່າຜ່າເຜີຍ ແລະ ລັດສະໝີພາບ ຊຶ່ງອ້ອມຮອບພວກເຮົາຢູ່ໃນເວລານັ້ນ; ແຕ່ທ່ານຈະເຊື່ອເມື່ອຂ້າພະເຈົ້າກ່າວວ່າແຜ່ນດິນໂລກ, ຫລື ມະນຸດ, ພ້ອມກັບຄວາມຈັບໃຈຂອງເວລາ, ກໍບໍ່ສາມາດເລີ່ມຕົ້ນພາສາໃນວິທີທີ່ໜ້າສົນໃຈ ແລະ ດີເລີດໄດ້ເທົ່າກັບຜູ້ບໍລິສຸດຄົນນີ້. ບໍ່ເລີຍ; ທັງແຜ່ນດິນໂລກນີ້ກໍບໍ່ມີອຳນາດທີ່ຈະໃຫ້ຄວາມຊື່ນຊົມ, ມອບສັນຕິສຸກ, ຫລື ເຂົ້າໃຈປັນຍາ ຊຶ່ງມີຢູ່ໃນແຕ່ລະປະໂຫຍກ ຊຶ່ງໄດ້ມອບໃຫ້ໂດຍອຳນາດຂອງພຣະວິນຍານສັກສິດ! ມະນຸດອາດຈະຫລອກລວງເພື່ອນມະນຸດຂອງເຂົາໄດ້, ການຫລອກລວງອາດຈະຕິດຕາມມາດ້ວຍການຫລອກລວງ, ແລະ ລູກຫລານຂອງຄົນຊົ່ວຄົນນັ້ນອາດມີອຳນາດທີ່ຈະຊັກຊວນຄົນໂງ່ ແລະ ຄົນທີ່ຂາດການສຶກສາ, ຈົນກະທັ້ງບໍ່ມີສິ່ງໃດນອກຈາກນິຍາຍມາບອກເລົ່າໃຫ້ຄົນຢ່າງຫລວງຫລາຍຟັງ, ແລະ ຜົນຂອງຄວາມເທັດພາຄົນຢ່າງຫລວງຫລາຍໄປຕາມກະແສຂອງມັນຈົນເຖິງຫລຸມສົບ; ແຕ່ສຳຜັດເທື່ອດຽວດ້ວຍນິ້ວພຣະຫັດຂອງພຣະອົງ, ແມ່ນແລ້ວ, ລຳແສງໜຶ່ງດຽວຂອງລັດສະໝີພາບຈາກໂລກເບື້ອງເທິງ, ຫລື ພຣະຄຳຄຳດຽວຈາກພຣະໂອດຂອງພຣະຜູ້ຊ່ວຍໃຫ້ລອດ, ຈາກອ້ອມເອິກຂອງຊົ່ວນິລັນດອນ, ຈະລົດທຸກຢ່າງໃຫ້ໄປສູ່ຄວາມບໍ່ສຳຄັນ, ແລະ ລຶບມັນຈາກຄວາມຄິດຕະຫລອດການ. ຄວາມໝັ້ນໃຈທີ່ວ່າພວກເຮົາໄດ້ຢູ່ກັບທູດອົງໜຶ່ງ, ຄວາມແນ່ນອນໃຈທີ່ວ່າພວກເຮົາໄດ້ຍິນສຸລະສຽງຂອງພຣະເຢຊູ, ແລະ ຄວາມຈິງທີ່ບໍ່ດ່າງພ້ອຍໃນຂະນະທີ່ມັນໄຫລອອກມາຈາກຜູ້ບໍລິສຸດຄົນໜຶ່ງ, ໄດ້ຮັບຄຳສັ່ງຈາກພຣະປະສົງຂອງພຣະເຈົ້າ, ສຳລັບຂ້າພະເຈົ້າແລ້ວແມ່ນເກີນກວ່າຈະພັນລະນາໄດ້, ແລະ ຂ້າພະເຈົ້າຈະເບິ່ງການສະແດງອອກເຖິງພຣະກະລຸນາທິຄຸນຂອງພຣະຜູ້ຊ່ວຍໃຫ້ລອດດ້ວຍຄວາມປະຫລາດໃຈ ແລະ ຄວາມຂອບພຣະໄທສະເໝີໃນຂະນະທີ່ຂ້າພະເຈົ້າໄດ້ຮັບອະນຸຍາດໃຫ້ຍັງຢູ່; ແລະ ໃນປາສາດເຫລົ່ານັ້ນ ບ່ອນທີ່ຄວາມດີພ້ອມດຳລົງຢູ່ ແລະ ບາບບໍ່ມີວັນມາເຖິງ, ຂ້າພະເຈົ້າຫວັງທີ່ຈະບູຊາໃນວັນນັ້ນຊຶ່ງຈະບໍ່ມີວັນຢຸດຢ່ອນ.”—Messenger and Advocate, vol. 1 (October 1834), pp. 14–16.