ບົດທີ 4
ຄຳປາໄສຂອງກະສັດເບັນຢາມິນຕໍ່—ຄວາມລອດມາເຖິງ ເພາະການຊົດໃຊ້—ເຊື່ອໃນພຣະເຈົ້າເພື່ອຈະໄດ້ລອດ—ໄດ້ຮັບການປົດບາບຂອງທ່ານຜ່ານຄວາມຊື່ສັດ—ໃຫ້ເຂົ້າຂອງ ຂອງພວກທ່ານແກ່ຄົນຍາກຈົນ—ໃຫ້ກະທຳທຸກຢ່າງດ້ວຍປັນຍາ ແລະ ໃຫ້ເປັນລະບຽບຮຽບຮ້ອຍ. ປະມານ 124 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດເບັນຢາມິນເວົ້າຂໍ້ຄວາມຊຶ່ງເພິ່ນໄດ້ຮັບມອບໝາຍຈາກທູດຂອງພຣະຜູ້ເປັນເຈົ້າຈົບແລ້ວ, ເພິ່ນໄດ້ກວາດສາຍຕາໄປຮອບໆເບິ່ງຝູງຊົນ, ແລະ ຈົ່ງເບິ່ງ ພວກເຂົາລົ້ມຢູ່ກັບພື້ນດິນເພາະ ຄວາມຢ້ານກົວພຣະຜູ້ເປັນເຈົ້າໄດ້ເກີດກັບພວກເຂົາແລ້ວ.
2 ແລະ ພວກເຂົາເຫັນຕົວເອງຢູ່ໃນສະພາບແຫ່ງ ກາມມະລົມ, ເຖິງແມ່ນມີຄຸນຄ່າ ນ້ອຍກວ່າຂີ້ຝຸ່ນຂອງແຜ່ນດິນໂລກ. ແລະ ພວກເຂົາທັງໝົດຮ້ອງອອກມາເປັນສຽງດຽວກັນວ່າ: ໂອ້ ຂໍຊົງໂປດເມດຕາ ແລະ ໂປດໃຊ້ໂລຫິດທີ່ ຊົດໃຊ້ຂອງພຣະຄຣິດ ເພື່ອພວກຂ້ານ້ອຍຈະໄດ້ຮັບການໃຫ້ອະໄພຈາກບາບຂອງພວກຂ້ານ້ອຍ, ແລະ ເພື່ອໃຈຂອງພວກຂ້ານ້ອຍຈະຖືກເຮັດໃຫ້ບໍລິສຸດ; ເພາະພວກຂ້ານ້ອຍເຊື່ອໃນພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ຜູ້ໄດ້ ສ້າງສະຫວັນ ແລະ ແຜ່ນດິນໂລກ, ແລະ ທຸກຢ່າງ; ຜູ້ຈະສະເດັດລົງມາໃນທ່າມກາງລູກຫລານມະນຸດ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຂົາໄດ້ເວົ້າຂໍ້ຄວາມນີ້ແລ້ວ ພຣະວິນຍານຂອງພຣະຜູ້ເປັນເຈົ້າ ກໍໄດ້ສະເດັດມາເທິງພວກເຂົາ, ແລະ ພວກເຂົາກໍເຕັມໄປດ້ວຍຄວາມສຸກ ໂດຍທີ່ໄດ້ຮັບ ການປົດບາບຂອງພວກເຂົາ, ແລະ ໂດຍຄວາມສະຫງົບໃນ ຈິດສຳນຶກ, ເພາະ ສັດທາອັນຍິ່ງໃຫຍ່ທີ່ພວກເຂົາມີຢູ່ໃນພຣະເຢຊູຄຣິດ ຜູ້ຈະສະເດັດມາຕາມຂໍ້ຄວາມ ຊຶ່ງກະສັດເບັນຢາມິນໄດ້ກ່າວກັບພວກເຂົາ.
4 ແລະ ກະສັດເບັນຢາມິນໄດ້ເປີດປາກອີກ ແລະ ເລີ່ມກ່າວກັບພວກເຂົາ, ມີຄວາມວ່າ: ເພື່ອນຂອງຂ້າພະເຈົ້າ ແລະ ພີ່ນ້ອງຂອງຂ້າພະເຈົ້າ, ຍາດຂອງຂ້າພະເຈົ້າ ແລະ ຜູ້ຄົນຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານຕັ້ງໃຈຟັງອີກ ເພື່ອພວກທ່ານຈະໄດ້ຍິນ ແລະ ເຂົ້າໃຈຂໍ້ຄວາມທີ່ຍັງເຫລືອຢູ່ຊຶ່ງຂ້າພະເຈົ້າຈະເວົ້າກັບພວກທ່ານ.
5 ເພາະຈົ່ງເບິ່ງ ຖ້າຫາກຄວາມຮູ້ເຖິງພຣະກະລຸນາທິຄຸນຂອງ ພຣະເຈົ້າໃນເວລານີ້ ປຸກພວກທ່ານໃຫ້ຮູ້ສຶກເຖິງຄວາມບໍ່ມີຫຍັງ ແລະ ສະພາບທີ່ບໍ່ມີຄຸນຄ່າ ແລະ ຄວາມຕົກຕ່ຳຂອງພວກທ່ານແລ້ວ—
6 ຂ້າພະເຈົ້າເວົ້າກັບພວກທ່ານອີກວ່າ ຖ້າຫາກພວກທ່ານມາ ຮູ້ເລື່ອງພຣະກະລຸນາທິຄຸນຂອງພຣະເຈົ້າ ແລະ ອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ແລະ ຄວາມສະຫລຽວສະຫລາດຂອງພຣະອົງ, ແລະ ຄວາມອົດທົນຂອງພຣະອົງ, ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ລູກຫລານມະນຸດ; ແລະ ການຊົດໃຊ້ນຳອີກ ຊຶ່ງຕຽມໄວ້ນັບຕັ້ງແຕ່ ການວາງຮາກຖານຂອງໂລກ, ເພື່ອໂດຍການນັ້ນຄວາມລອດຈະໄດ້ມາເຖິງຄົນທີ່ ວາງໃຈຂອງຕົນໃນພຣະຜູ້ເປັນເຈົ້າ ແລະ ພາກພຽນໃນການຮັກສາພຣະບັນຍັດຂອງພຣະອົງ, ແລະ ດຳເນີນຕໍ່ໄປໃນສັດທາເຖິງແມ່ນຈົນເຖິງທີ່ສຸດຂອງຊີວິດຂອງພວກເຂົາ, ຂ້າພະເຈົ້າໝາຍເຖິງຊີວິດຂອງຮ່າງກາຍທີ່ເປັນມະຕະນີ້—
7 ຂ້າພະເຈົ້າກ່າວວ່າ ນີ້ຄືຄົນທີ່ໄດ້ຮັບຄວາມລອດ ໂດຍຜ່ານທາງການຊົດໃຊ້ ຊຶ່ງມີຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກເພື່ອມະນຸດຊາດທັງປວງ, ຊຶ່ງເຄີຍເປັນຢູ່ມາຕັ້ງແຕ່ ການຕົກຂອງອາດາມ, ຫລື ທີ່ເປັນຢູ່, ຫລື ທີ່ຈະເປັນຢູ່, ຕໍ່ໄປເຖິງແມ່ນຈົນເຖິງຄາວສິ້ນສຸດໂລກ.
8 ແລະ ນີ້ຄືເສັ້ນທາງຊຶ່ງຄວາມລອດຈະມາເຖິງ. ແລະ ບໍ່ມີຄວາມລອດອື່ນຊຶ່ງມະນຸດຈະລອດໄດ້ນອກຈາກຄວາມລອດນີ້ຊຶ່ງຂ້າພະເຈົ້າໄດ້ບອກພວກທ່ານໄວ້; ທັງບໍ່ມີເງື່ອນໄຂໃດຊຶ່ງຕາມນັ້ນມະນຸດຈະລອດໄດ້ເວັ້ນເສຍແຕ່ເງື່ອນໄຂຊຶ່ງຂ້າພະເຈົ້າໄດ້ບອກພວກທ່ານແລ້ວ.
9 ຈົ່ງເຊື່ອໃນພຣະເຈົ້າ; ຈົ່ງເຊື່ອວ່າພຣະອົງໄດ້ເປັນຢູ່, ແລະ ວ່າພຣະອົງໄດ້ສ້າງທຸກສິ່ງ, ທັງໃນສະຫວັນ ແລະ ໃນແຜ່ນດິນໂລກ; ຈົ່ງເຊື່ອວ່າພຣະອົງມີ ຄວາມສະຫລຽວສະຫລາດ ແລະ ອຳນາດທັງໝົດທັງໃນສະຫວັນ ແລະ ແຜ່ນດິນໂລກ; ຈົ່ງເຊື່ອວ່າມະນຸດບໍ່ ເຂົ້າໃຈທຸກໆຢ່າງຊຶ່ງພຣະຜູ້ເປັນເຈົ້າເຂົ້າໃຈໄດ້.
10 ແລະ ອີກຢ່າງໜຶ່ງ, ຈົ່ງເຊື່ອວ່າພວກທ່ານຕ້ອງ ກັບໃຈຈາກບາບຂອງພວກທ່ານ, ແລະ ປະຖິ້ມມັນ ແລະ ຖ່ອມຕົວຕໍ່ພຣະພັກຂອງພຣະເຈົ້າ; ແລະ ທູນຂໍດ້ວຍໃຈຈິງໃຫ້ພຣະອົງ ອະໄພໃຫ້ພວກທ່ານ; ແລະ ບັດນີ້, ຖ້າຫາກພວກທ່ານ ເຊື່ອສິ່ງທັງໝົດນີ້ ໃຫ້ເບິ່ງວ່າພວກທ່ານ ເຮັດຕາມນັ້ນ.
11 ແລະ ອີກຢ່າງໜຶ່ງ ຂ້າພະເຈົ້າເວົ້າກັບພວກທ່ານດັ່ງທີ່ຂ້າພະເຈົ້າໄດ້ເວົ້າມາກ່ອນແລ້ວວ່າ ເມື່ອພວກທ່ານມາເຖິງຄວາມຮູ້ເລື່ອງລັດສະໝີພາບຂອງພຣະເຈົ້າ, ຫລື ຖ້າຫາກພວກທ່ານຮູ້ເຖິງພຣະກະລຸນາທິຄຸນຂອງພຣະອົງ, ແລະ ຊີມລົດຊາດຄວາມຮັກຂອງພຣະອົງ, ແລະ ໄດ້ຮັບ ການປົດບາບຂອງພວກທ່ານ ຊຶ່ງເຮັດໃຫ້ເກີດມີຄວາມຊື່ນຊົມຢ່າງລົ້ນເຫລືອໃນຈິດວິນຍານຂອງພວກທ່ານແລ້ວ, ເຖິງເຊັ່ນນັ້ນຂ້າພະເຈົ້າຍັງຢາກໃຫ້ພວກທ່ານຈື່ຈຳ ແລະ ເກັບໄວ້ໃນຄວາມຊົງຈຳສະເໝີເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າກັບ ຄວາມບໍ່ມີຄ່າຫຍັງຂອງພວກທ່ານເອງ, ແລະ ພຣະກະລຸນາທິຄຸນ ແລະ ຄວາມອົດກັ້ນຂອງພຣະອົງທີ່ມີຕໍ່ພວກທ່ານ ເປັນຜູ້ບໍ່ມີຄ່າຄວນ, ແລະ ຈົ່ງຖ່ອມຕົວຂອງພວກທ່ານເຖິງແມ່ນເຖິງສ່ວນເລິກແຫ່ງ ຄວາມຖ່ອມຕົວໂດຍ ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າທຸກມື້, ແລະ ຢືນຢູ່ຢ່າງໝັ້ນຄົງຢູ່ໃນສັດທາຂອງສິ່ງທີ່ຈະມາເຖິງ, ຊຶ່ງໄດ້ເວົ້າໄວ້ຈາກປາກຂອງທູດເອງ.
12 ແລະ ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ຖ້າຫາກພວກທ່ານເຮັດສິ່ງນີ້ ພວກທ່ານຈະປິຕິຍິນດີຢູ່ສະເໝີ ແລະ ຈະເຕັມໄປດ້ວຍ ຄວາມຮັກຂອງພຣະເຈົ້າ, ແລະ ການປົດບາບຂອງພວກທ່ານຈະ ມີຢູ່ສະເໝີ; ແລະ ພວກທ່ານຈະເຕີບໂຕໃນຄວາມຈະເລີນຮຸ່ງເຮືອງ ແລະ ໃນລັດສະໝີພາບຂອງພຣະອົງຜູ້ສ້າງພວກທ່ານ, ຫລື ໃນຄວາມຮູ້ເຖິງສິ່ງທີ່ທ່ຽງທຳ ແລະ ຈິງ.
13 ແລະ ພວກທ່ານຈະບໍ່ມີຈິດໃຈທີ່ຈະເຮັດສິ່ງອັນຕະລາຍໃຫ້ຊຶ່ງກັນແລະກັນ, ແຕ່ຈະຢູ່ນຳກັນ ຢ່າງສັນຕິ, ແລະ ມອບໃຫ້ທຸກຄົນຕາມທີ່ເຂົາຄວນຈະໄດ້ຮັບ.
14 ແລະ ພວກທ່ານຈະບໍ່ປ່ອຍໃຫ້ ລູກຫລານຂອງພວກທ່ານຫິວໂຫຍ ຫລື ເປືອຍເປົ່າ; ທັງພວກທ່ານຈະບໍ່ປ່ອຍໃຫ້ພວກເຂົາລ່ວງລະເມີດກົດຂອງພຣະເຈົ້າ, ແລະ ຕໍ່ສູ້ ແລະ ຜິດຖຽງກັນ, ແລະ ຮັບໃຊ້ມານຜູ້ເປັນນາຍຂອງບາບ, ຫລື ຜູ້ເປັນວິນຍານຊົ່ວ ຊຶ່ງບັນພະບຸລຸດຂອງພວກເຮົາເວົ້າເຖິງ ຊຶ່ງມັນເປັນສັດຕູກັບຄວາມຊອບທຳທັງປວງ.
15 ແຕ່ພວກທ່ານຈະ ສິດສອນໃຫ້ພວກເຂົາ ເດີນໃນເສັ້ນທາງແຫ່ງຄວາມຈິງ ແລະ ຄວາມມີສະຕິສຳປະສັນຍະ; ພວກທ່ານຈະສິດສອນໃຫ້ພວກເຂົາ ຮັກກັນ ແລະ ຮັບໃຊ້ຊຶ່ງກັນແລະກັນ.
16 ແລະ ພ້ອມນີ້ຕົວພວກທ່ານເອງຈະ ຊ່ວຍເຫລືອຄົນທີ່ຕ້ອງການຄວາມຊ່ວຍເຫລືອ; ພວກທ່ານຈະໃຫ້ເຂົ້າຂອງ ຂອງພວກທ່ານແກ່ຄົນທີ່ຂັດສົນ; ແລະ ພວກທ່ານຈະບໍ່ປ່ອຍໃຫ້ ຄົນຂໍທານຂໍທ່ານໂດຍຜິດຫວັງ, ແລະ ໄລ່ເຂົາອອກໄປໃຫ້ຕາຍ.
17 ບາງທີພວກທ່ານອາດຈະ ເວົ້າວ່າ: ຄົນນີ້ນຳຄວາມທຸກຍາກມາສູ່ຕົນເອງ; ສະນັ້ນ, ເຮົາຈະຢັບຢັ້ງມືຂອງເຮົາໄວ້, ແລະ ຈະບໍ່ໃຫ້ເຂົ້າຂອງ ຫລື ບໍ່ໃຫ້ອາຫານຂອງເຮົາແກ່ເຂົາເພື່ອວ່າເຂົາຈະບໍ່ໄດ້ທຸກທໍລະມານ ເພາະໂທດຂອງເຂົານັ້ນທ່ຽງທຳແລ້ວ—
18 ແຕ່ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ໂອ້ ມະນຸດ, ຜູ້ໃດກໍຕາມທີ່ກະທຳເຊັ່ນນີ້ ຜູ້ນັ້ນຍ່ອມມີເຫດຜົນສຳຄັນທີ່ຈະກັບໃຈ; ແລະ ຖ້າຫາກເຂົາບໍ່ກັບໃຈໃນສິ່ງທີ່ເຂົາກະທຳໄປ ເຂົາຍ່ອມຕາຍຕະຫລອດການ, ແລະ ບໍ່ໄດ້ສິ່ງໃດເລີຍໃນອານາຈັກຂອງພຣະເຈົ້າ.
19 ເພາະຈົ່ງເບິ່ງ, ພວກເຮົາບໍ່ໄດ້ເປັນຄົນຂໍທານທັງໝົດບໍ? ພວກເຮົາບໍ່ໄດ້ອາໄສພຣະເຈົ້າອົງດຽວກັນ, ເພື່ອເຂົ້າຂອງທັງໝົດ ຊຶ່ງພວກເຮົາມີຢູ່ເພື່ອອາຫານ ແລະ ເຄື່ອງນຸ່ງຫົ່ມ, ແລະ ເພື່ອຄຳ, ແລະ ເງິນ, ແລະ ເພື່ອຂອງມີຄ່າທັງໝົດທີ່ພວກເຮົາມີຢູ່ທຸກຊະນິດບໍ?
20 ແລະ ຈົ່ງເບິ່ງ, ເຖິງແມ່ນໃນເວລານີ້, ພວກທ່ານກໍເອີ້ນຫາພຣະນາມຂອງພຣະອົງຢູ່, ເພື່ອທູນຂໍການປົດບາບຂອງພວກທ່ານ. ແລະ ພຣະອົງຈະປ່ອຍໃຫ້ພວກທ່ານຂໍໂດຍຜິດຫວັງບໍ? ບໍ່ເລີຍ; ພຣະອົງໄດ້ເທພຣະວິນຍານຂອງພຣະອົງລົງມາເທິງພວກທ່ານ, ແລະ ເຮັດໃຫ້ໃຈຂອງພວກທ່ານເຕັມໄປດ້ວຍ ຄວາມສຸກ, ແລະ ເຮັດໃຫ້ປາກຂອງພວກທ່ານຢຸດຈົນພວກທ່ານຫາຄຳເວົ້າມາເວົ້າບໍ່ໄດ້, ເພາະຄວາມຊື່ນຊົມຂອງພວກທ່ານນັ້ນລົ້ນເຫລືອ.
21 ແລະ ບັດນີ້, ຖ້າຫາກພຣະເຈົ້າຜູ້ໄດ້ສ້າງພວກທ່ານມາ, ຜູ້ທີ່ພວກທ່ານອາໄສເພື່ອຊີວິດ ແລະ ເພື່ອທຸກສິ່ງທີ່ພວກທ່ານເຄີຍມີ ແລະ ມີຢູ່ນີ້, ໄດ້ປະທານສິ່ງໃດກໍຕາມທີ່ພວກທ່ານຂໍດ້ວຍສັດທາ, ໂດຍເຊື່ອວ່າພວກທ່ານຈະໄດ້ຮັບ, ຊຶ່ງເປັນສິ່ງທີ່ຖືກຕ້ອງໃຫ້ແກ່ພວກທ່ານ, ໂອ້ ແລ້ວພວກທ່ານຄວນຈະ ໃຫ້ເຂົ້າຂອງທີ່ພວກທ່ານມີໃຫ້ກັນພຽງໃດ.
22 ແລະ ຖ້າຫາກພວກທ່ານ ຕັດສິນຄົນທີ່ຂໍສິ່ງຂອງຈາກພວກທ່ານເພື່ອເຂົາຈະບໍ່ຕາຍ, ແລະ ກ່າວໂທດເຂົາແລ້ວ, ການກ່າວໂທດພວກທ່ານຈະທ່ຽງທຳຫລາຍກວ່ານັ້ນພຽງໃດ ເພາະ ບໍ່ແບ່ງປັນເຂົ້າຂອງ ຂອງພວກທ່ານ, ຊຶ່ງບໍ່ແມ່ນຂອງພວກທ່ານ ແຕ່ເປັນຂອງພຣະເຈົ້າ, ຜູ້ເປັນເຈົ້າຂອງຊີວິດຂອງພວກທ່ານນັ້ນອີກ; ແລະ ປານນັ້ນ ພວກທ່ານຍັງບໍ່ຂໍ, ຫລື ກັບໃຈຈາກສິ່ງທີ່ພວກທ່ານກະທຳໄປ.
23 ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ວິບັດແກ່ຄົນນັ້ນ, ເພາະເຂົ້າຂອງ ຂອງເຂົາຈະຕາຍພ້ອມກັບເຂົາ; ແລະ ບັດນີ້, ຂ້າພະເຈົ້າກ່າວເລື່ອງເຫລົ່ານີ້ກັບຄົນທີ່ ຮັ່ງມີໃນສິ່ງຂອງຕ່າງໆຢູ່ໃນໂລກນີ້.
24 ແລະ ອີກຢ່າງໜຶ່ງ, ຂ້າພະເຈົ້າກ່າວກັບຄົນຍາກຈົນວ່າ, ພວກທ່ານຜູ້ບໍ່ມີແຕ່ຍັງມີພຽງພໍທີ່ພວກທ່ານຈະຢູ່ໄປແຕ່ລະມື້; ຂ້າພະເຈົ້າໝາຍເຖິງທ່ານທັງຫລາຍທີ່ປະຕິເສດຄົນຂໍທານຍ້ອນຄວາມບໍ່ມີຂອງພວກທ່ານ; ຂ້າພະເຈົ້າຢາກໃຫ້ພວກທ່ານເວົ້າຢູ່ໃນໃຈວ່າ: ເຮົາບໍ່ໃຫ້ຍ້ອນວ່າເຮົາບໍ່ມີ, ແຕ່ຖ້າຫາກເຮົາມີ ເຮົາຈະ ໃຫ້.
25 ແລະ ບັດນີ້ຖ້າຫາກພວກທ່ານເວົ້າຢູ່ໃນໃຈແບບນີ້ ພວກທ່ານກໍຢູ່ໂດຍບໍ່ມີຄວາມຜິດ, ຖ້າບໍ່ດັ່ງນັ້ນ ພວກທ່ານຈະຖືກ ກ່າວໂທດ; ແລະ ການກ່າວໂທດຂອງພວກທ່ານນັ້ນທ່ຽງທຳເພາະພວກທ່ານໂລບມາກນຳສິ່ງທີ່ພວກທ່ານບໍ່ໄດ້ຮັບ.
26 ແລະ ບັດນີ້ເພາະເຫັນແກ່ສິ່ງເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ກ່າວກັບພວກທ່ານແລ້ວ—ນັ້ນຄື, ເພື່ອໃຫ້ມີການປົດບາບຂອງພວກທ່ານໄປແຕ່ລະວັນ ເພື່ອພວກທ່ານຈະ ເດີນໄປໂດຍບໍ່ມີຄວາມຜິດຕໍ່ພຣະພັກຂອງພຣະເຈົ້າ—ຂ້າພະເຈົ້າຢາກໃຫ້ພວກທ່ານ ໃຫ້ເຂົ້າຂອງ ຂອງພວກທ່ານໃຫ້ແກ່ ຄົນຍາກຈົນທຸກຄົນຕາມທີ່ມີເປັນຕົ້ນວ່າ ລ້ຽງອາຫານຄົນຫິວໂຫຍ, ໃຫ້ເສື້ອຜ້າແກ່ຄົນເປືອຍເປົ່າ, ຢ້ຽມຢາມຄົນເຈັບປ່ວຍ ແລະໃຫ້ຄວາມຊ່ວຍເຫລືອ, ເພື່ອບັນເທົາຄົນເຫລົ່ານັ້ນທາງວິນຍານ ແລະ ທາງຮ່າງກາຍ, ຕາມຄວາມຕ້ອງການຂອງພວກເຂົາ.
27 ແລະ ໃຫ້ເບິ່ງວ່າເຮັດສິ່ງທັງໝົດນີ້ດ້ວຍປັນຍາ ແລະ ເປັນລະບຽບ; ເພາະບໍ່ຈຳເປັນທີ່ຄົນຈະແລ່ນ ໄວກວ່າກຳລັງຂອງຕົນ. ແລະ ອີກຢ່າງໜຶ່ງ, ສົມຄວນທີ່ເຂົາຈະພາກພຽນເພື່ອໂດຍການນັ້ນເຂົາຈະໄດ້ຮັບລາງວັນ; ສະນັ້ນ, ທຸກຢ່າງຕ້ອງເປັນໄປຕາມລະບຽບ.
28 ແລະ ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳໄວ້ວ່າ ຜູ້ໃດກໍຕາມໃນບັນດາພວກທ່ານທີ່ຂໍຢືມຈາກເພື່ອນບ້ານຂອງຕົນ ກໍຄວນສົ່ງຄືນຂອງທີ່ຕົນຢືມມາຕາມທີ່ຕົກລົງກັນໄວ້ ບໍ່ດັ່ງນັ້ນ ພວກທ່ານຈະກະທຳບາບ; ແລະ ພວກທ່ານອາດຈະເຮັດໃຫ້ເພື່ອນບ້ານຂອງພວກທ່ານກະທຳບາບຄືກັນ.
29 ແລະ ສຸດທ້າຍນີ້, ຂ້າພະເຈົ້າບອກພວກທ່ານບໍ່ໄດ້ທຸກເລື່ອງ ໂດຍການທີ່ພວກທ່ານຈະກະທຳບາບ; ເພາະມີທາງ ແລະ ວິທີຕ່າງໆຊຶ່ງມີຫລາຍຈົນຂ້າພະເຈົ້ານັບບໍ່ໄດ້.
30 ແຕ່ຂ້າພະເຈົ້າບອກພວກທ່ານໄດ້ເທົ່ານີ້ຄື ຖ້າຫາກພວກທ່ານບໍ່ ລະວັງຕົວ ແລະ ຄວາມນຶກຄິດຂອງພວກທ່ານ, ແລະ ຄຳເວົ້າຂອງພວກທ່ານ, ແລະ ການກະທຳຂອງພວກທ່ານ, ແລະ ບໍ່ຍຶດຖືພຣະບັນຍັດຂອງພຣະເຈົ້າ, ແລະ ບໍ່ດຳເນີນໄປດ້ວຍສັດທາທີ່ພວກທ່ານໄດ້ຍິນກ່ຽວກັບການສະເດັດມາຂອງພຣະຜູ້ເປັນເຈົ້າຂອງພວກເຮົາ, ເຖິງແມ່ນຈົນເຖິງທີ່ສຸດແຫ່ງຊີວິດຂອງພວກທ່ານແລ້ວ, ພວກທ່ານຈະຕ້ອງຕາຍ. ແລະ ບັດນີ້, ໂອ້ ມະນຸດ, ຈົ່ງຈື່ຈຳຄຳເຫລົ່ານີ້ໄວ້ ແລະ ຢ່າຕາຍເລີຍ.