ບົດທີ 13
ນີໄຟເຫັນພາບນິມິດກ່ຽວກັບສາດສະໜາຈັກຂອງມານຖືກສ້າງຂຶ້ນຢູ່ໃນບັນດາຄົນຕ່າງຊາດ, ການຄົ້ນພົບ ແລະ ການສ້າງຕັ້ງອາເມຣິກາ, ການສູນເສຍຂໍ້ຄວາມຫລາຍຕອນ ຊຶ່ງແຈ່ມແຈ້ງ ແລະ ມີຄ່າໃນພຣະຄຣິສຕະທຳຄຳພີ, ຜົນຂອງການປະຖິ້ມຄວາມເຊື່ອຂອງຄົນຕ່າງຊາດ, ການຟື້ນຟູພຣະກິດຕິຄຸນ, ການກັບມາຂອງພຣະຄຳພີໃນຍຸກສຸດທ້າຍ, ແລະ ການສ້າງຕັ້ງຂອງຊີໂອນ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້າ ມີຄວາມວ່າ: ເບິ່ງເຖີດ! ແລະ ຂ້າພະເຈົ້າຫລຽວເບິ່ງ ແລະ ເຫັນຫລາຍປະຊາຊາດ ແລະ ຫລາຍອານາຈັກ.
2 ແລະ ທູດໄດ້ຖາມຂ້າພະເຈົ້າວ່າ: ເຈົ້າເຫັນຫຍັງແດ່? ຂ້າພະເຈົ້າຕອບວ່າ: ຂ້ານ້ອຍເຫັນຫລາຍປະຊາຊາດ ແລະ ຫລາຍອານາຈັກ.
3 ແລະ ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ: ນີ້ຄືປະຊາຊາດ ແລະ ອານາຈັກຂອງຄົນຕ່າງຊາດ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນຮາກຖານຂອງ ສາດສະໜາຈັກໃຫຍ່ຢູ່ໃນບັນດາປະຊາຊາດຕ່າງໆ ແລະ ຄົນຕ່າງຊາດ.
5 ແລະ ທູດໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງຮາກຖານຂອງສາດສະໜາຈັກທີ່ໜ້າກຽດຊັງທີ່ສຸດເໜືອກວ່າສາດສະໜາຈັກໃດໆທັງສິ້ນ ຊຶ່ງ ເຂັ່ນຂ້າໄພ່ພົນຂອງພຣະເຈົ້າ, ແທ້ຈິງແລ້ວ, ແມ່ນທໍລະມານພວກເຂົາ ແລະ ຜູກມັດພວກເຂົາ, ແລະ ໃສ່ແອກພວກເຂົາໄວ້ດ້ວຍ ແອກເຫລັກ, ແລະ ເອົາພວກເຂົາລົງມາຫາການເປັນຊະເລີຍ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນສາດສະໜາຈັກ ໃຫຍ່ ແລະ ໜ້າກຽດຊັງອັນນີ້; ແລະ ຂ້າພະເຈົ້າໄດ້ເຫັນ ມານທີ່ປະກາດຕົນເອງວ່າ ເປັນຮາກຖານຂອງມັນ.
7 ແລະ ຂ້າພະເຈົ້າໄດ້ເຫັນ ຄຳ, ແລະ ເງິນ, ແລະ ຜ້າໄໝ, ແລະ ຜ້າສີແດງສົດ, ແລະ ຜ້າລີນິນຕ່ຳຢ່າງດີ, ແລະ ເຄື່ອງນຸ່ງຫົ່ມທີ່ມີຄ່າທຸກຊະນິດ, ແລະ ຂ້າພະເຈົ້າໄດ້ເຫັນຍິງໂສເພນີຈຳນວນຫລວງຫລາຍ.
8 ແລະ ທູດໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ຈົ່ງເບິ່ງຄຳ, ແລະ ເງິນ, ແລະ ຜ້າໄໝ, ແລະ ຜ້າສີແດງສົດ, ແລະ ຜ້າລີນິນຕ່ຳຢ່າງດີ, ແລະ ເຄື່ອງນຸ່ງຫົ່ມທີ່ມີຄ່າ, ແລະ ຍິງໂສເພນີ, ຄື ຄວາມປາດຖະໜາຂອງສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງແຫ່ງນີ້.
9 ແລະ ເປັນການສັນລະເສີນຂອງໂລກທີ່ພວກເຂົາໄດ້ ທຳລາຍໄພ່ພົນຂອງພຣະເຈົ້າ ແລະ ເອົາພວກເຂົາລົງໄປຫາການເປັນຊະເລີຍ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະ ເຫັນຜືນນ້ຳອັນກວ້າງໃຫຍ່; ແລະ ມັນໄດ້ແບ່ງແຍກຄົນຕ່າງຊາດອອກຈາກລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງເບິ່ງພຣະພິໂລດຂອງພຣະເຈົ້າທີ່ມີຕໍ່ລູກຫລານຂອງພວກອ້າຍຂອງເຈົ້າ.
12 ແລະ ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະ ໄດ້ເຫັນຊາຍຜູ້ໜຶ່ງໃນບັນດາຄົນຕ່າງຊາດ ຊຶ່ງຖືກແຍກອອກໄປຈາກລູກຫລານຂອງພວກອ້າຍຂອງຂ້າພະເຈົ້າດ້ວຍຜືນນ້ຳອັນກວ້າງໃຫຍ່; ແລະ ຂ້າພະເຈົ້າໄດ້ເຫັນ ພຣະວິນຍານຂອງພຣະເຈົ້າ ສະເດັດລົງມາ ແລະ ກະທຳຕໍ່ຊາຍຜູ້ນັ້ນ, ແລ້ວເພິ່ນໄດ້ອອກໄປໃນຜືນນ້ຳອັນກວ້າງໃຫຍ່ຈົນມາເຖິງລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ ຜູ້ຊຶ່ງຢູ່ໃນແຜ່ນດິນແຫ່ງຄຳສັນຍາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນພຣະວິນຍານຂອງພຣະເຈົ້າກະທຳຕໍ່ຄົນຕ່າງຊາດອື່ນໆ; ແລະ ຄົນເຫລົ່ານັ້ນອອກໄປພົ້ນຈາກການເປັນຊະເລີຍໃນຜືນນ້ຳອັນກວ້າງໃຫຍ່ນັ້ນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນຄົນຕ່າງຊາດ ເປັນຈຳນວນຫລວງຫລາຍຢູ່ໃນ ແຜ່ນດິນແຫ່ງຄຳສັນຍາ; ແລະ ຂ້າພະເຈົ້າໄດ້ເຫັນພຣະພິໂລດຂອງພຣະເຈົ້າມີຕໍ່ລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ; ແລະ ພວກເຂົາໄດ້ ກະຈັດກະຈາຍໄປຕໍ່ໜ້າຄົນຕ່າງຊາດ ແລະ ຖືກລົງທັນ.
15 ແລະ ຂ້າພະເຈົ້າໄດ້ເຫັນພຣະວິນຍານຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບຄົນຕ່າງຊາດ, ແລະ ພວກເຂົາໄດ້ຮຸ່ງເຮືອງຂຶ້ນ ແລະ ໄດ້ຮັບ ແຜ່ນດິນເປັນມູນມໍລະດົກຂອງພວກເຂົາ; ແລະ ຂ້າພະເຈົ້າໄດ້ເຫັນວ່າ ພວກເຂົາຂາວ ແລະ ຈົບງາມທີ່ສຸດຄືກັນກັບຜູ້ຄົນຂອງຂ້າພະເຈົ້າກ່ອນພວກເຂົາຖືກ ລົງທັນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຫັນຄົນຕ່າງຊາດ ຊຶ່ງອອກໄປຈາກການເປັນຊະເລີຍ ແລະ ຖ່ອມຕົວຕໍ່ພຣະຜູ້ເປັນເຈົ້າ; ແລະ ລິດເດດຂອງພຣະຜູ້ເປັນເຈົ້າໄດ້ຢູ່ກັບ ພວກເຂົາ.
17 ແລະ ຂ້າພະເຈົ້າໄດ້ເຫັນວ່າ ຄົນຕ່າງຊາດຈາກປະເທດເດີມຂອງພວກເຂົາໄດ້ເດີນທາງມາເຕົ້າໂຮມກັນໃນນ້ຳ ແລະ ໃນແຜ່ນດິນເພື່ອສູ້ຮົບກັບພວກເຂົາ.
18 ແລະ ຂ້າພະເຈົ້າໄດ້ເຫັນວ່າ ລິດເດດຂອງພຣະເຈົ້າໄດ້ຢູ່ກັບພວກເຂົາ ແລະ ພຣະພິໂລດຂອງພຣະເຈົ້າມີຕໍ່ທຸກຄົນທີ່ມາເຕົ້າໂຮມກັນເພື່ອສູ້ຮົບກັບພວກເຂົາ.
19 ແລະ ຂ້າພະເຈົ້ານີໄຟເຫັນວ່າຄົນຕ່າງຊາດທີ່ອອກຈາກການເປັນຊະເລີຍໄດ້ຮັບການ ປົດປ່ອຍໂດຍລິດເດດຂອງພຣະເຈົ້າໃຫ້ພົ້ນຈາກກຳມືຂອງປະຊາຊາດອື່ນໆທັງສິ້ນ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຫັນວ່າພວກເຂົາຮຸ່ງເຮືອງຢູ່ໃນແຜ່ນດິນນັ້ນ, ແລະ ຂ້າພະເຈົ້າໄດ້ເຫັນ ໜັງສືເຫລັ້ມໜຶ່ງ ແລະ ມັນຖືກນຳອອກໄປໃນບັນດາພວກເຂົາ.
21 ແລະ ທູດໄດ້ຖາມຂ້າພະເຈົ້າວ່າ: ເຈົ້າຮູ້ຈັກຄວາມໝາຍຂອງໜັງສືເຫລັ້ມນັ້ນບໍ່?
22 ແລະ ຂ້າພະເຈົ້າຕອບເພິ່ນວ່າ: ຂ້ານ້ອຍບໍ່ຮູ້ຈັກເລີຍ.
23 ແລະ ພຣະອົງກ່າວວ່າ: ຈົ່ງເບິ່ງ ມັນອອກມາຈາກປາກຂອງຊາວຢິວ. ແລະ ຂ້າພະເຈົ້ານີໄຟໄດ້ເຫັນມັນ; ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າອີກວ່າ: ໜັງສືເຫລັ້ມທີ່ເຈົ້າໄດ້ເຫັນຄື ບັນທຶກຂອງ ຊາວຢິວ ຊຶ່ງປະກອບດ້ວຍພັນທະສັນຍາຂອງພຣະຜູ້ເປັນເຈົ້າທີ່ກະທຳໄວ້ກັບເຊື້ອສາຍອິດສະຣາເອນ; ແລະ ມັນຍັງໄດ້ບັນຈຸຄຳທຳນາຍຫລາຍຢ່າງຂອງສາດສະດາຜູ້ບໍລິສຸດນຳອີກ; ແລະ ເປັນບັນທຶກຄືກັນກັບອັກຂະລະທີ່ຢູ່ໃນ ແຜ່ນຈາລຶກທອງເຫລືອງ ຊຶ່ງມີຂຽນໄວ້ບໍ່ຫລາຍເທົ່າໃດ; ເຖິງຢ່າງໃດກໍຕາມ, ມັນຍັງປະກອບດ້ວຍພັນທະສັນຍາຂອງພຣະຜູ້ເປັນເຈົ້າທີ່ພຣະອົງໄດ້ກະທຳໄວ້ກັບເຊື້ອສາຍອິດສະຣາເອນ; ດັ່ງນັ້ນ, ມັນຈຶ່ງມີຄຸນຄ່າຢ່າງຫລວງຫລາຍສຳລັບຄົນຕ່າງຊາດ.
24 ແລະ ທູດຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ເຈົ້າເຫັນແລ້ວວ່າ ໜັງສືເຫລັ້ມນັ້ນໄດ້ອອກມາຈາກປາກຂອງຊາວຢິວ; ແລະ ເມື່ອມັນອອກມາຈາກປາກຂອງຊາວຢິວ, ມັນຈຶ່ງປະກອບດ້ວຍຄວາມສົມບູນຂອງພຣະກິດຕິຄຸນຂອງພຣະຜູ້ເປັນເຈົ້າ ຊຶ່ງອັກຄະສາວົກສິບສອງໄດ້ເປັນພະຍານໄວ້; ແລະ ພວກເພິ່ນໄດ້ເປັນພະຍານໄວ້ຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເມສານ້ອຍຂອງພຣະເຈົ້າ.
25 ດັ່ງນັ້ນ, ສິ່ງເຫລົ່ານີ້ຈຶ່ງອອກໄປດ້ວຍຄວາມບໍລິສຸດຈາກ ຊາວຢິວໄປຫາ ຄົນຕ່າງຊາດຕາມຄວາມຈິງ ຊຶ່ງມີຢູ່ໃນພຣະເຈົ້າ.
26 ແລະ ຫລັງຈາກສິ່ງເຫລົ່ານີ້ອອກໄປຈາກມືຂອງອັກຄະສາວົກສິບສອງຂອງພຣະເມສານ້ອຍ ແລະ ຈາກຊາວຢິວ ໄປຫາຄົນຕ່າງຊາດແລ້ວ, ເຈົ້າຈະເຫັນການຈັດຕັ້ງຂອງສາດສະໜາຈັກ ໃຫຍ່ ແລະ ໜ້າກຽດຊັງກວ່າ ສາດສະໜາຈັກອື່ນໃດທັງສິ້ນ; ເພາະຈົ່ງເບິ່ງ, ເພາະພວກເຂົາ ເອົາຂໍ້ຄວາມຫລາຍຕອນຊຶ່ງ ແຈ່ມແຈ້ງ ແລະ ມີຄ່າທີ່ສຸດໄປຈາກພຣະກິດຕິຄຸນຂອງພຣະເມສານ້ອຍ ແລະ ເອົາພັນທະສັນຍາຂອງພຣະຜູ້ເປັນເຈົ້າໄປນຳອີກ.
27 ແລະ ພວກເຂົາກະທຳສິ່ງທັງໝົດນີ້ໄປ ເພື່ອພວກເຂົາຈະໄດ້ບິດເບືອນທາງທີ່ຖືກຕ້ອງຂອງພຣະຜູ້ເປັນເຈົ້າ, ເພື່ອວ່າພວກເຂົາຈະໄດ້ເຮັດໃຫ້ລູກຫລານມະນຸດຕາບອດ ແລະ ມີໃຈແຂງກະດ້າງ.
28 ດັ່ງນັ້ນ, ເຈົ້າເຫັນວ່າຫລັງຈາກໜັງສືເຫລັ້ມນັ້ນອອກໄປໂດຍຜ່ານມືຂອງສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງແລ້ວ, ມີຫລາຍຢ່າງທີ່ແຈ່ມແຈ້ງ ແລະ ມີຄ່າຖືກເອົາໄປຈາກໜັງສື ຊຶ່ງເປັນໜັງສືຂອງພຣະເມສານ້ອຍຂອງພຣະເຈົ້າ.
29 ແລະ ຫລັງຈາກສິ່ງທີ່ແຈ່ມແຈ້ງ ແລະ ມີຄ່າຖືກເອົາອອກແລ້ວ, ມັນຈະອອກໄປຫາທຸກປະຊາຊາດຂອງຄົນຕ່າງຊາດ; ແລະ ຫລັງຈາກມັນອອກໄປຫາທຸກປະຊາຊາດຂອງຄົນຕ່າງຊາດແລ້ວ, ແທ້ຈິງແລ້ວ, ມັນໄດ້ຂ້າມຜືນນ້ຳອັນກວ້າງໃຫຍ່ທີ່ເຈົ້າເຫັນໄປກັບຄົນຕ່າງຊາດ ຊຶ່ງອອກໄປຈາກການເປັນຊະເລີຍແລ້ວ—ເພາະຫລາຍຢ່າງທີ່ແຈ່ມແຈ້ງ ແລະ ມີຄ່າຖືກເອົາອອກຈາກໜັງສື ຊຶ່ງເປັນທີ່ແຈ່ມແຈ້ງແກ່ຄວາມເຂົ້າໃຈຂອງລູກຫລານມະນຸດ ຕາມຄວາມແຈ່ມແຈ້ງຊຶ່ງມີຢູ່ໃນພຣະເມສານ້ອຍຂອງພຣະເຈົ້າ—ເພາະສິ່ງເຫລົ່ານີ້ທີ່ຖືກເອົາອອກໄປຈາກພຣະກິດຕິຄຸນຂອງພຣະເມສານ້ອຍ, ຜູ້ຄົນຈຳນວນຫລວງຫລາຍຈຶ່ງມີການຜິດພາດ, ແທ້ຈິງແລ້ວ, ເຖິງຂະໜາດທີ່ຊາຕານມີອຳນາດເໜືອພວກເຂົາ.
30 ເຖິງຢ່າງໃດກໍຕາມ, ເຈົ້າຍັງເຫັນວ່າ ຄົນຕ່າງຊາດຜູ້ທີ່ອອກໄປຈາກການເປັນຊະເລີຍນັ້ນຖືກຍົກຂຶ້ນໂດຍອຳນາດຂອງພຣະເຈົ້າເໜືອປະຊາຊາດອື່ນໃດທັງສິ້ນ, ໃນແຜ່ນດິນທີ່ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ, ອັນເປັນແຜ່ນດິນຊຶ່ງອົງພຣະຜູ້ເປັນເຈົ້າໃຫ້ພັນທະສັນຍາກັບບິດາຂອງເຈົ້າວ່າ ລູກຫລານຂອງເຈົ້າຈະໄດ້ຮັບ ແຜ່ນດິນຊຶ່ງເປັນມູນມໍລະດົກຂອງພວກເຂົາ; ດັ່ງນັ້ນ, ເຈົ້າຈຶ່ງເຫັນວ່າ ອົງພຣະຜູ້ເປັນເຈົ້າຈະບໍ່ຍອມໃຫ້ຄົນຕ່າງຊາດທຳລາຍລູກຫລານຂອງເຈົ້າ ຊຶ່ງເປັນຊາດ ປະສົມໃນບັນດາລູກຫລານຂອງພວກອ້າຍຂອງເຈົ້າ.
31 ກັບທັງພຣະອົງຈະບໍ່ຍອມໃຫ້ຄົນຕ່າງຊາດ ທຳລາຍລູກຫລານຂອງພວກອ້າຍຂອງເຈົ້າ.
32 ທັງອົງພຣະຜູ້ເປັນເຈົ້າຈະບໍ່ຍອມໃຫ້ຄົນຕ່າງຊາດຄົງຢູ່ໃນສະພາບຕາບອດອັນເປັນຕາຢ້ານຕະຫລອດໄປ ຊຶ່ງເຈົ້າໄດ້ເຫັນຄວາມເປັນຢູ່ຂອງພວກເຂົາ ເພາະຂໍ້ຄວາມທີ່ແຈ່ມແຈ້ງ ແລະ ມີຄ່າທີ່ສຸດຂອງພຣະກິດຕິຄຸນຂອງພຣະເມສານ້ອຍຖືກກັກໄວ້ໂດຍສາດສະໜາຈັກທີ່ ໜ້າກຽດຊັງ ຊຶ່ງຈັດຕັ້ງຂອງມັນເຈົ້າກໍເຫັນຢູ່ແລ້ວ.
33 ດັ່ງນັ້ນພຣະເມສານ້ອຍຂອງພຣະເຈົ້າຈຶ່ງໄດ້ກ່າວວ່າ: ເຮົາຈະມີຄວາມເມດຕາຕໍ່ຄົນຕ່າງຊາດຈົນເຖິງວ່າໄປຢ້ຽມຢາມຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນໃນການພິພາກສາອັນຍິ່ງໃຫຍ່.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ທູດຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າໄດ້ກ່າວໄວ້ວ່າ, ຫລັງຈາກເຮົາໄປຢ້ຽມຢາມ ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍອິດສະຣາເອນແລ້ວ—ແລະ ຜູ້ທີ່ເຫລືອຢູ່ທີ່ເຮົາເວົ້າເຖິງນີ້ຄືລູກຫລານຂອງບິດາຂອງເຈົ້າ—ດັ່ງນັ້ນ, ຫລັງຈາກທີ່ເຮົາໄປຢ້ຽມຢາມພວກເຂົາໃນການພິພາກສາ ແລະ ລົງທັນພວກເຂົາດ້ວຍມືຂອງຄົນຕ່າງຊາດແລ້ວ, ແລະ ຫລັງຈາກຄົນຕ່າງຊາດເຮັດການ ຜິດພາດໄປຢ່າງຫລວງຫລາຍແລ້ວ, ເພາະຂໍ້ຄວາມທີ່ແຈ່ມແຈ້ງ ແລະ ມີຄ່າທີ່ສຸດຂອງ ພຣະກິດຕິຄຸນຂອງພຣະເມສານ້ອຍຖືກກັກໄວ້ໂດຍສາດສະໜາຈັກອັນໜ້າກຽດຊັງນັ້ນ ຊຶ່ງເປັນຜູ້ໃຫ້ກຳເນີດຍິງໂສເພນີ, ພຣະເມສານ້ອຍໄດ້ກ່າວວ່າ—ເຮົາຈະມີຄວາມເມດຕາຕໍ່ຄົນຕ່າງຊາດໃນມື້ນັ້ນດ້ວຍອຳນາດຂອງເຮົາເຖິງຂະໜາດທີ່ເຮົາຈະ ນຳເອົາສ່ວນຫລາຍຂອງພຣະກິດຕິຄຸນຂອງເຮົາທີ່ແຈ່ມແຈ້ງ ແລະ ມີຄ່າມາໃຫ້ພວກເຂົາ, ພຣະເມສານ້ອຍໄດ້ກ່າວ.
35 ເພາະຈົ່ງເບິ່ງ, ພຣະເມສານ້ອຍໄດ້ກ່າວວ່າ: ເຮົາຈະສະແດງຕົນໃຫ້ປະຈັກແກ່ລູກຫລານຂອງເຈົ້າ, ເພື່ອພວກເຂົາຈະໄດ້ຂຽນຂໍ້ຄວາມຫລາຍຢ່າງ ຊຶ່ງເຮົາຈະສິດສອນໃຫ້ແກ່ພວກເຂົາ ຊຶ່ງຈະແຈ່ມແຈ້ງ ແລະ ມີຄ່າ; ແລະ ຫລັງຈາກນັ້ນລູກຫລານຂອງເຈົ້າຈະຖືກທຳລາຍ ແລະ ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື, ແລະ ລູກຫລານຂອງພວກອ້າຍຂອງເຈົ້າກໍເໝືອນກັນ, ຈົ່ງເບິ່ງ, ຂໍ້ຄວາມເຫລົ່ານີ້ຈະຖືກເຊື່ອງໄວ້ເພື່ອຈະໄດ້ເອົາອອກມາຫາຄົນຕ່າງຊາດໂດຍຂອງປະທານ ແລະ ອຳນາດຂອງພຣະເມສານ້ອຍ.
36 ແລະ ໃນນັ້ນຈະບັນທຶກ ພຣະກິດຕິຄຸນຂອງເຮົາ, ແລະ ຫີນຂອງເຮົາ, ແລະ ຄວາມລອດຂອງເຮົາ, ພຣະເມສານ້ອຍໄດ້ກ່າວ.
37 ແລະ ຄົນທີ່ພະຍາຍາມນຳ ຊີໂອນຂອງເຮົາມາໃນມື້ນັ້ນຈະ ເປັນສຸກ, ເພາະພວກເຂົາຈະມີ ຂອງປະທານ ແລະ ອຳນາດແຫ່ງພຣະວິນຍານບໍລິສຸດ; ແລະ ຖ້າຫາກພວກເຂົາ ອົດທົນຈົນເຖິງທີ່ສຸດ ພວກເຂົາຈະຖືກຍົກຂຶ້ນໃນວັນສຸດທ້າຍ, ແລະ ຈະລອດໃນ ອານາຈັກອັນເປັນນິດຂອງພຣະເມສານ້ອຍ; ແລະ ຜູ້ໃດກໍຕາມທີ່ ປະກາດສັນຕິສຸກ, ແທ້ຈິງແລ້ວ, ຂ່າວແຫ່ງຄວາມປິຕິຍິນດີອັນຍິ່ງໃຫຍ່, ພວກເຂົາກໍຈະມີຄວາມສວຍງາມພຽງໃດຢູ່ເທິງພູ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນຜູ້ທີ່ເຫລືອຢູ່ຂອງລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ, ແລະ ເຫັນ ໜັງສືຂອງພຣະເມສານ້ອຍຂອງພຣະເຈົ້ານຳອີກ ຊຶ່ງອອກມາຈາກປາກຂອງຊາວຢິວ ອອກມາຈາກຄົນຕ່າງຊາດ ໄປຫາຜູ້ທີ່ເຫລືອຢູ່ຂອງລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ.
39 ຫລັງຈາກມັນມາຫາພວກເຂົາແລ້ວ ຂ້າພະເຈົ້າໄດ້ເຫັນ ໜັງສືເຫລັ້ມອື່ນ ຊຶ່ງອອກມາໂດຍອຳນາດຂອງພຣະເມສານ້ອຍຈາກຄົນຕ່າງຊາດໄປຫາພວກເຂົາເພື່ອໃຫ້ຄົນຕ່າງຊາດ ແລະ ຜູ້ທີ່ເຫລືອຢູ່ຂອງລູກຫລານຂອງພວກອ້າຍຂອງຂ້າພະເຈົ້າ, ແລະ ພ້ອມທັງຊາວຢິວທີ່ກະຈັດກະຈາຍໄປທົ່ວຜືນແຜ່ນດິນໂລກ ຍອມຮັບວ່າ ບັນທຶກຂອງສາດສະດາ ແລະ ຂອງອັກຄະສາວົກສິບສອງຂອງພຣະເມສານ້ອຍເປັນ ຄວາມຈິງ.
40 ແລະ ທູດໄດ້ກ່າວກັບຂ້າພະເຈົ້າ, ມີຄວາມວ່າ: ບັນທຶກສະບັບຫລັງ ຊຶ່ງເຈົ້າເຫັນຢູ່ໃນບັນດາຄົນຕ່າງຊາດນັ້ນ ຈະ ສະຖາປະນາຄວາມຈິງຂອງ ສະບັບທຳອິດ ຊຶ່ງເປັນຂອງອັກຄະສາວົກສິບສອງຂອງພຣະເມສານ້ອຍ ແລະ ຈະເຮັດໃຫ້ຮູ້ສິ່ງທີ່ແຈ່ມແຈ້ງ ແລະ ມີຄ່າ ຊຶ່ງຖືກເອົາໄປຈາກໜັງສືເຫລົ່ານີ້, ແລະ ຈະເຮັດໃຫ້ຮູ້ກັນໃນທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ວ່າພຣະເມສານ້ອຍຂອງພຣະເຈົ້າຄືພຣະບຸດຂອງພຣະບິດາຜູ້ສະຖິດນິລັນດອນ, ແລະ ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ແລະ ວ່າຄົນທັງປວງຕ້ອງມາຫາພຣະອົງຖ້າບໍ່ດັ່ງນັ້ນເຂົາຈະລອດບໍ່ໄດ້.
41 ແລະ ເຂົາຕ້ອງມາຕາມຄຳຊຶ່ງຈະສະຖາປະນາຂຶ້ນໂດຍພຣະໂອດຂອງພຣະເມສານ້ອຍ ແລະ ພຣະຄຳຂອງພຣະເມສານ້ອຍຈະເປັນທີ່ຮູ້ຈັກ ໃນບັນທຶກຂອງລູກຫລານຂອງເຈົ້າເຊັ່ນດຽວກັບໃນບັນທຶກຂອງອັກຄະສາວົກສິບສອງຂອງພຣະເມສານ້ອຍ; ດັ່ງນັ້ນບັນທຶກທັງສອງເຫລັ້ມນີ້ຈະຖືກສະຖາປະນາໄວ້ເປັນ ເຫລັ້ມດຽວ; ເພາະມີ ພຣະເຈົ້າອົງດຽວ ແລະ ມີຜູ້ລ້ຽງ ຜູ້ດຽວທົ່ວຜືນແຜ່ນດິນໂລກ.
42 ແລະ ເມື່ອເວລາມາເຖິງ ພຣະອົງຈະສະແດງພຣະອົງເອງໃຫ້ປະຈັກແກ່ທຸກປະຊາຊາດ, ທັງ ຊາວຢິວ ແລະ ຄົນຕ່າງຊາດນຳອີກ; ແລະ ຫລັງຈາກທີ່ພຣະອົງສະແດງພຣະອົງເອງໃຫ້ປະຈັກແກ່ຊາວຢິວ ແລະ ຕໍ່ຄົນຕ່າງຊາດແລ້ວ, ເມື່ອນັ້ນພຣະອົງຈະສະແດງພຣະອົງເອງໃຫ້ປະຈັກແກ່ຄົນຕ່າງຊາດ ແລະ ຕໍ່ຊາວຢິວນຳອີກ, ແລະ ຜູ້ ສຸດທ້າຍຈະເປັນຜູ້ທຳອິດ ແລະ ຜູ້ ທຳອິດຈະເປັນຜູ້ສຸດທ້າຍ.