ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສິ່ງ​ທີ່​ເຮົາ​ກຳ​ລັງ​ຮຽນ​ຮູ້ ແລະ ຈະ​ບໍ່​ເຄີຍ​ລືມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2021


ສິ່ງ​ທີ່​ເຮົາ​ກຳ​ລັງ​ຮຽນ​ຮູ້ ແລະ ຈະ​ບໍ່​ເຄີຍ​ລືມ

ຖ້າ​ຫາກ​ທ່ານ​ເບິ່ງ​ຊີ​ວິດ​ຂອງ​ທ່ານ​ດ້ວຍ​ການ​ອະ​ທິ​ຖານ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ຈະ​ເຫັນ​ຫລາຍ​ວິ​ທີ​ທາງ ຊຶ່ງ​ໃນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ທ່ານ​ຜ່ານ​ຜ່າ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ນີ້.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ລໍ​ຖ້າ​ການ​ມາ​ຮ່ວມ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ຄັ້ງ​ນີ້​ກັບ​ພວກ​ທ່ານ. ເທື່ອ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຜ່ານ​ມາ ແມ່ນ​ເດືອນ​ເມ​ສາ ປີ 2019. ຫລາຍ​ສິ່ງ​ຫລາຍ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ໄລ​ຍະ​ສອງ​ປີ​ທີ່​ຜ່ານ​ມາ​ນີ້! ພວກ​ທ່ານ​ບາງ​ຄົນ​ໄດ້​ສູນ​ເສຍ​ຄົນ​ຮັກ​ໄປ. ບາງ​ຄົນ​ກໍ​ເສຍ​ການ​ງານ, ເສຍ​ການ​ທຳ​ມາ​ຫາ​ກິນ, ຫລື ເສຍ​ສຸ​ຂະ​ພາບ. ຍັງ​ມີ​ບາງ​ຄົນ​ທີ່​ເສຍ​ຄວາມ​ຮູ້​ສຶກ​ສະ​ຫງົບ ຫລື ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ. ຂ້າ​ພະ​ເຈົ້າ​ກໍ​ເຫັນ​ໃຈ​ທ່ານ​ແຕ່​ລະ​ຄົນ​ທີ່​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ສິ່ງ​ເຫລົ່າ​ນີ້ ຫລື ການ​ສູນ​ເສຍ​ຢ່າງ​ອື່ນໆ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຕະ​ຫລອດ​ເວ​ລາ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ປອບ​ໂຍນ​ທ່ານ. ຂະ​ນະ​ທີ່​ທ່ານ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ທ່ານ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ກໍ​ຄິດ​ໃນ​ແງ່​ດີ​ຄື​ກັນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ທ່ານ ຄື​ກັນ​ກັບ​ທີ່​ຜ່ານ​ມາ.

ໃນ​ທ່າມ​ກາງ ການ​ສູນ​ເສຍ ທີ່​ເຮົາ​ໄດ້​ປະ​ເຊີນ, ກໍ​ມີ​ບາງ​ສິ່ງ​ທີ່​ເຮົາ​ໄດ້ ພົບ​ເຫັນ. ບາງ​ຄົນ​ໄດ້​ພົບ​ເຫັນ​ສັດ​ທາ​ຢ່າງ​ເລິກ​ເຊິ່ງ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ຫລາຍ​ຄົນ​ກໍ​ໄດ້​ພົບ​ເຫັນ​ທັດ​ສະ​ນະ​ຢ່າງ​ໃໝ່​ຂອງ​ຊີ​ວິດ—ແມ່ນ​ແຕ່​ທັດ​ສະ​ນະ​ນິ​ລັນ​ດອນ. ທ່ານ​ອາດ​ພົບ​ເຫັນ​ຄວາມ​ສຳ​ພັນ​ທີ່​ເຂັ້ມ​ແຂງ​ຫລາຍ​ຂຶ້ນ ກັບ​ຄົນ​ທີ່​ທ່ານ​ຮັກ ແລະ ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ສາ​ມາດ​ເພີ່ມ​ເຕີມ ທີ່​ຈະ ຟັງ​ພຣະ​ອົງ ແລະ ຮັບ​ເອົາ​ການ​ເປີດ​ເຜີຍ​ສ່ວນ​ຕົວ. ການ​ທົດ​ລອງ​ທີ່​ຫຍຸ້ງ​ຍາກ​ມັກ​ຈະ​ໃຫ້​ໂອ​ກາດ​ໃນ​ການ​ເຕີບ​ໂຕ ຊຶ່ງ​ບໍ່​ສາ​ມາດ​ຫາ​ໄດ້​ໃນ​ທາງ​ອື່ນ.

ໃຫ້​ຫວນ​ຄິດ​ເບິ່ງ​ໄລ​ຍະ​ສອງ​ປີ​ທີ່​ຜ່ານ​ມາ. ທ່ານ​ໄດ້​ເຕີບ​ໂຕ​ແນວ​ໃດ? ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່? ທຳ​ອິດ​ທ່ານ​ອາດ​ຄິດ​ຢາກ​ກັບ​ຄືນ​ໄປ​ຫາ​ປີ 2019 ແລະ ຢູ່​ໃນ​ປີ​ນັ້ນ! ແຕ່​ຖ້າ​ຫາກ​ທ່ານ​ເບິ່ງ​ຊີ​ວິດ​ຂອງ​ທ່ານ​ດ້ວຍ​ການ​ອະ​ທິ​ຖານ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ທ່ານ​ຈະ​ເຫັນ​ຫລາຍ​ວິ​ທີ​ທາງ ຊຶ່ງ​ໃນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ທ່ານ​ຜ່ານ​ຜ່າ​ເວ​ລາ​ທີ່​ຫຍຸ້ງ​ຍາກ, ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ຜູ້​ຊາຍ​ທີ່​ອຸ​ທິດ​ຕົນ ແລະ ເຫລື້ອມ​ໃສ​ຫລາຍ​ຂຶ້ນ—ເປັນ​ຊາຍ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ແຜນ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ສຳ​ລັບ​ເຮົາ—ເປັນ​ບຸກ​ຄົນ ແລະ ເປັນ​ກຸ່ມ​ໃຫຍ່. ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ດ້ວຍ​ຄວາມ​ອົດ​ທົນ, ພຣະ​ອົງ​ກ່າວ​ວ່າ:

“ເຈົ້າ​ເປັນ​ເດັກ​ນ້ອຍໆ, ແລະ ເຈົ້າ​ຍັງ​ບໍ່​ເຂົ້າ​ໃຈ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ພຣະ​ບິ​ດາ​ມີ … ຕຽມ​ໄວ້​ໃຫ້​ເຈົ້າ​ເທື່ອ;

“ແລະ ເຈົ້າ​ບໍ່​ສາ​ມາດ​ທົນ​ກັບ​ທຸກ​ສິ່ງ​ທັງ​ປວງ​ໄດ້​ໃນ​ຕອນ​ນີ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ເບີກ​ບານ​ເຖີດ, ເພາະ​ເຮົາ​ຈະ​ນຳ​ພາ​ເຈົ້າ​ໄປ.”1

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ໄດ້, ແລະ ກຳ​ລັງ, ນຳ​ພາ​ເຮົາ​ໄປ​ຢ່າງ​ແນ່​ນອນ, ຂະ​ນະ​ທີ່​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຟັງ​ພຣະ​ອົງ. ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ເຕີບ​ໂຕ ແລະ ຮຽນ​ຮູ້, ແມ່ນ​ແຕ່​ຜ່ານ​ທາງ—ບາງ​ທີ ໂດຍ​ສະ​ເພາະ ຜ່ານ​ທາງ—ຄວາມ​ຍາກ​ລຳ​ບາກ.

ຄວາມ​ຍາກ​ລຳ​ບາກ​ເປັນ​ນາຍ​ຄູ​ທີ່​ດີ​ເລີດ. ທ່ານ ໄດ້​ຮຽນ​ຮູ້​ຫຍັງ​ແດ່​ໃນ​ໄລ​ຍະ​ສອງ​ປີ​ທີ່​ຜ່ານ​ມາ ຊຶ່ງ​ທ່ານ​ຢາກ​ຈື່​ຈຳ​ຕະ​ຫລອດ​ໄປ? ຄຳ​ຕອບ​ຂອງ​ທ່ານ​ຈະ​ແມ່ນ​ສະ​ເພາະ​ສຳ​ລັບ​ທ່ານ, ແຕ່​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ບົ​ດ​ຮຽນ​ສີ່​ຢ່າງ ທີ່​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຮົາ​ທຸກ​ຄົນ​ຈະ​ຮຽນ​ຮູ້ ແລະ ຈະ​ບໍ່​ເຄີຍ​ລົມ.

ບົດ​ຮຽນ​ທີ 1: ບ້ານ​ເຮືອນ​ເປັນ​ສູງ​ກາງ​ແຫ່ງ​ສັດ​ທາ ແລະ ການ​ນະ​ມັດ​ສະ​ການ

ສ່ວນ​ຫລາຍ​ແລ້ວ​ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເຕືອນ​ເຮົາ​ເຖິງ​ວັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ, ພຣະ​ອົງ​ແນະ​ນຳ​ດັ່ງ​ນີ້: “ຈົ່ງ​ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ, ແລະ ບໍ່​ຫວັ່ນ​ໄຫວ.”2 ແນ່​ນອນ “ສະ​ຖານ​ທີ່​ສັກ​ສິດ” ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ພຣະ​ວິ​ຫານ ແລະ ຕຶກ​ໂບດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແຕ່​ເມື່ອ​ການ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ສະ​ຖານ​ທີ່​ເຫລົ່າ​ນີ້​ຖືກ​ຈຳ​ກັດ​ໃນ​ຫລາຍ​ລະ​ດັບ, ພວກ​ເຮົາ​ຈຶ່ງ​ຮຽນ​ຮູ້​ວ່າ ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ຢູ່​ໃນ​ໂລກ​ນີ້​ແມ່ນ​ບ້ານ​ເຮືອນ—ແມ່ນ​ແລ້ວ, ແມ່ນ​ແຕ່​ບ້ານ​ເຮືອນ ຂອງ​ທ່ານ.

​ອ້າຍ​ນ້ອງ​ທັງ​ຫລາຍ, ທ່ານ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ. “ສິດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ກ່ຽວ​ຂ້ອງ​ກັບ​ອຳ​ນາດ​ແຫ່ງ​ສະ​ຫວັນ​ຢ່າງ​ແຍກ​ກັນ​ບໍ່​ໄດ້.”3 ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ​ໄດ້​ຮັບ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ມັນ​ແມ່ນ “ໃນ​ພິ​ທີ​ການ​ດັ່ງ​ກ່າວ, ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ປະ​ຈັກ.”4 ອຳ​ນາດ​ນັ້ນ​ມີ​ໃຫ້​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ເອງ ຂະ​ນະ​ທີ່​ທ່ານ​ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ທ່ານ​ໄດ້​ເຮັດ.5

ພຽງ​ແຕ່ 185 ປີ​ຜ່ານ​ມາ​ນີ້, ຊຶ່ງ​ກົງ​ກັບ​ມື້​ດຽວ​ກັນ​ນີ້, ວັນ​ທີ 3 ເດືອນ​ເມ​ສາ, 1836, ເອ​ລີ​ຢາ​ໄດ້​ຟື້ນ​ຟູ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ອະ​ນຸ​ຍາດ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ຜະ​ນຶກ​ເຂົ້າ​ກັນ​ຕະ​ຫລອດ​ໄປ. ນັ້ນ​ຄື​ເຫດ​ຜົນ​ທີ່​ມີ​ຄວາມ​ຮູ້​ສຶກ​ດີ​ໃນ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ​ຢູ່​ໃນ​ບ້ານ​ຂອງ​ທ່ານ. ທ່ານ​ຄິດ​ວ່າ​ມັນ​ມີ​ຜົນ​ກະ​ທົບ​ຕໍ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ ທີ່​ໄດ້​ເຫັນ​ທ່ານ—ພໍ່​ຂອງ​ພວກ​ເຂົາ, ພໍ່​ຕູ້, ສາ​ມີ, ລູກ​ຊາຍ, ອ້າຍ, ຫລື ນ້ອງ​ຊາຍ—ປະ​ຕິ​ບັດ​ພິ​ທີ​ການ​ສັກ​ສິດ​ນີ້? ທ່ານ​ຈະ​ເຮັດ​ຫຍັງ​ເພື່ອ​ຮັກ​ສາ​ຄວາມ​ຮູ້​ສຶກ​ທີ່​ສັກ​ສິດ​ນັ້ນ​ໄວ້​ໃນ​ຄອບ​ຄົວ​ຂອງ​ທ່ານ?

ທ່ານ​ອາດ​ຮູ້​ສຶກ​ວ່າ ມັນ​ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ທ່ານ​ຕ້ອງ​ເຮັດ ເພື່ອ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ. ຖ້າ​ເປັນ​ເຊັ່ນ​ນັ້ນ, ກໍ​ຂໍ​ໃຫ້​ເຮັດ​ຕໍ່​ໄປ! ຖ້າ​ຫາກ​ທ່ານ​ແຕ່ງ​ງານ​ແລ້ວ, ຈົ່ງ​ປຶກ​ສາ​ກັບ​ພັນ​ລະ​ຍາ​ຂອງ​ທ່ານ ໃນ​ຖາ​ນະ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ ໃນ​ວຽກ​ງານ​ທີ່​ສຳ​ຄັນ​ນີ້. ມີ​ສອງ​ສາມ​ຢ່າງ​ທີ່​ສຳ​ຄັນ​ຫລາຍ​ໄປ​ກວ່ານີ້. ຈາກ​ເວ​ລາ​ນີ້​ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ​ອີກ​ຄັ້ງ, ເຮົາ​ທຸກ​ຄົນ​ຕ້ອງ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ງຽບ​ສະ​ຫງົບ ແລະ ປອດ​ໄພ.6

ທັດ​ສະ​ນະ​ຄະ​ຕິ ແລະ ການ​ກະ​ທຳ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ຈະ​ເພີ່ມ​ຄວາມ​ສັກ​ສິດ​ໃຫ້​ແກ່​ບ້ານ​ເຮືອນ​ຂອງ​ທ່ານ. ເຊັ່ນ​ດຽວ​ກັນ​ນີ້ ຄວາມ​ສັກ​ສິດ​ຈະ​ໝົດ​ໄປ ຖ້າ​ຫາກ​ມີ​ການ​ກະ​ທຳ ຫລື ບັນ​ຍາ​ກາດ​ໃດ​ທີ່​ຂັດ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພາະ​ວ່າ ຈາກ​ນັ້ນ “ສະ​ຫວັນ​ຈະ​ຖອນ​ຕົວ.”7

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ? ມັນ​ບໍ່​ພຽງ​ແຕ່​ເປັນ​ການ​ກະ​ກຽມ​ຕົວ​ເຮົາ, ແລະ ຊ່ວຍ​ເຮົາ​ຜ່ານ​ຜ່າ, ການ​ແຜ່​ລະ​ບາດ​ເທົ່າ​ນັ້ນ. ໃນ​ທີ່​ສຸດ​ຂໍ້​ບັງ​ຄັບ​ເລື່ອງ​ການ​ເຕົ້າ​ໂຮມ​ກັນ​ກໍ​ຈະ​ສິ້ນ​ສຸດ​ລົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ສັນ​ຍາ​ຂອງ​ທ່ານ​ທີ່​ຈະ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ສະ​ຖານ​ທີ່​ສັກ​ສິດ ບ່ອນ​ທຳ​ອິດ ແຫ່ງ​ສັດ​ທາ ຄວນ ບໍ່​ເຄີຍ ສິ້ນ​ສຸດ​ລົງ. ຂະ​ນະ​ທີ່​ສັດ​ທາ ແລະ ຄວາມ​ບໍ​ລິ​ສຸດ​ນັບ​ມື້​ນັບ​ມີ​ໜ້ອຍ​ລົງ​ຢູ່​ໃນ​ໂລກ​ທີ່​ເຊື່ອມ​ໂຊມ​ນີ້, ທ່ານ​ຈະ​ຢາກ​ມີ​ສະ​ຖານ​ທີ່​ສັກ​ສິດ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ສືບ​ຕໍ່​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແທ້ໆ “ແລະ ບໍ່​ຫວັ່ນ​ໄຫວ8 ຈາກ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຍິ່ງ​ນັ້ນ.

ບົດ​ຮຽນ​ທີ 2: ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ

ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ​ວຽກ​ນຳ​ກັນ ແລະ ຊ່ວຍ​ກັນ​ແລະ​ກັນ. ນັ້ນ​ຄື​ເຫດ​ຜົນ​ທີ່​ພຣະ​ອົງ​ໄດ້​ສົ່ງ​ເຮົາ​ມາ​ສູ່​ໂລກ​ໃນ​ຄອບ​ຄົວ ແລະ ຈັດ​ເຮົາ​ໄວ້​ໃນ​ຫວອດ ແລະ ສະ​ເຕກ. ນັນ​ຄື​ເຫດ​ຜົນ​ທີ່​ພຣະ​ອົງ​ຂໍ​ໃຫ້​ເຮົາ​ຮັບ​ໃຊ້ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກັນ​ແລະ​ກັນ. ນັ້ນ​ຄື​ເຫດ​ຜົນ​ທີ່​ພຣະ​ອົງ​ຂໍ​ໃຫ້​ເຮົາ​ດຳ​ລົງ​ຊີ​ວິດ ຢູ່​ໃນ ໂລກ ແຕ່ບໍ່​ໃຫ້​ເປັນ ຂອງ ໂລກ.9 ເຮົາ​ສາ​ມາດ​ສຳ​ເລັດ​ສິ່ງ​ຕ່າງໆ​ນຳ​ກັນ​ໄດ້​ຫລາຍ​ກວ່າ​ທີ່​ເຮົາ​ເຮັດ​ຄົນ​ດຽວ.10 ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ ຖ້າ​ຫາກ​ລູກໆ​ຂອງ​ພຣະ​ອົງ​ແຍກ​ຕົວ​ອອກ​ຈາກ​ກັນ.

ການ​ແຜ່​ລະ​ບາດ​ເມື່ອ​ບໍ່​ດົນ​ມາ​ນີ້​ແມ່ນ​ແຕກ​ຕ່າງ ຊຶ່ງ​ມັນ​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ທຸກ​ຄົນ​ຢູ່​ໃນ​ໂລກ ໃນ​ເວ​ລາ​ດຽວ​ກັນ. ຂະ​ນະ​ທີ່​ບາງ​ຄົນ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ຫລາຍ​ກວ່າ​ຄົນ​ອື່ນໆ, ເຮົາ​ທຸກ​ຄົນ​ໄດ້​ປ່ຽນ​ໄປ​ໃນ​ທາງ​ໃດ​ທາງ​ໜຶ່ງ. ຍ້ອນ​ສິ່ງ​ນີ້, ການ​ທົດ​ລອງ​ແບບ​ດຽວ​ກັນ​ຂອງ​ເຮົາ​ທັງ​ຫລາຍ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ມັນ​ໄດ້​ຊ່ວຍ​ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ດັ່ງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ຖາມ​ວ່າ, ການ​ທົດ​ລອງ​ທີ່​ໄດ້​ຮັບ​ນຳ​ກັນ​ນີ້ ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ເພື່ອນ​ບ້ານ​ຂອງ​ທ່ານ​ບໍ—ກັບ​ອ້າຍ​ເອື້ອຍ​ນ້ອງ​ຢູ່​ຟາກ​ທາງ ແລະ ຕະ​ຫລອດ​ທົ່ວ​ໂລກ​ບໍ?

ກ່ຽວ​ກັບ​ເລື່ອງ​ນີ້, ​ພຣະ​ບັນ​ຍັດ​ສອງ​ຂໍ້​ໃຫຍ່​ສາ​ມາດ​ນຳ​ພາ​ເຮົາ: ຂໍ້​ທຳ​ອິດ, ໃຫ້​ຮັກ​ພຣະ​ເຈົ້າ ແລະ, ຂໍ້​ທີ​ສອງ, ໃຫ້​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ.11 ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ໂດຍ​ການ​ຮັບ​ໃຊ້.

ຖ້າ​ຫາກ​ທ່ານ​ຮູ້​ເຖິງ​ບາງ​ຄົນ​ຜູ້​ໂດດ​ດ່ຽວ, ຈົ່ງ​ເອື້ອມ​ອອກ​ໄປ—ແມ່ນ​ແຕ່​ຖ້າ​ຫາກ​ທ່ານ​ຮູ້​ສຶກ​ໂດດ​ດ່ຽວ​ກໍ​ຕາມ! ທ່ານບໍ່​ຈຳ​ເປັນ​ຕ້ອງ​ມີ​ເຫດ​ຜົນ ຫລື ມີ​ຂ່າວ​ສານ ຫລື ມີ​ທຸ​ລະ ເພື່ອ​ຕິດ​ຕໍ່​ຫາ. ພຽງ​ເວົ້າ​ວ່າ ສະ​ບາຍ​ດີ ແລະ ສະ​ແດງ​ຄວາມ​ຮັກ​ຂອງ​ທ່ານ. ເທັກ​ໂນ​ໂລ​ຈີ​ສາ​ມາດ​ຊ່ວຍ​ທ່ານ​ໄດ້. ການ​ແຜ່​ລະ​ບາດ ຫລື ບໍ່​ລະ​ບາດ, ລູກ​ທີ່​ມີ​ຄ່າ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ​ກໍ​ຢາກ​ຮູ້​ວ່າ​ເຂົາ​ບໍ່​ໄດ້​ຢູ່​ຄົນ​ດຽວ!

ບົດ​ຮຽນ​ທີ 3: ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ການ​ປະ​ຊຸມ​ກັນ​ເທົ່າ​ນັ້ນ

ໃນ​ລະ​ຫວ່າງ​ການ​ແຜ່​ລະ​ບາດ, ການ​ປະ​ຊຸມ​ກຸ່ມ​ໃນ​ວັນ​ອາ​ທິດ​ໄດ້​ຖືກ​ຍົກ​ເລີກ​ຊົ່ວ​ໄລ​ຍະ​ໜຶ່ງ. ປະ​ຈຸ​ບັນ​ນີ້ ບາງ​ກຸ່ມ​ກໍ​ໄດ້​ປະ​ຊຸມ​ກັນ​ທາງ​ອອນ​ລາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ ບໍ່​ໄດ້​ມີ​ເຈດ​ຕະ​ນາ​ໃຫ້​ເກີດ​ຂຶ້ນ​ພຽງ​ແຕ່​ໃນ​ເວ​ລາ​ປະ​ຊຸມ​ກັນ​ເທົ່າ​ນັ້ນ. ການ​ປະ​ຊຸມ​ເປັນ​ພຽງ​ພາກ​ສ່ວນ​ນ້ອຍ​ໜຶ່ງ​ຂອງ​ຄວາມ​ໝາຍ​ຂອງ​ກຸ່ມ ແລະ ສິ່ງ​ທີ່​ກຸ່ມ​ສາ​ມາດ​ເຮັດ​ໄດ້.

ອ້າຍ​ນ້ອງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ກຸ່ມ​ແອວ​ເດີ​ທັງ​ຫລາຍ, ຈົ່ງ​ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ທ່ານ ວ່າ​ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ກຸ່ມ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ໃຊ້​ກຸ່ມ​ຂອງ​ທ່ານ​ເຮັດ​ຫຍັງ ເພື່ອ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ອົງ—ໃນ​ເວ​ລາ​ນີ້? ຈົ່ງ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ຈົ່ງ​ຖ່ອມ​ຕົວ! ຈົ່ງ​ໝັ່ນ​ຂໍ! ຈົ່ງ​ໝັ່ນ​ຟັງ! ຖ້າ​ຫາກ​ທ່ານ​ໄດ້​ຖືກ​ເອີ້ນ​ໃຫ້​ນຳ​ພາ, ຈົ່ງ​ປຶກ​ສາ​ກັນ​ໃນ​ຝ່າຍ​ປະ​ທານ ແລະ ກັບ​ສະ​ມາ​ຊິກ​ໃນ​ກຸ່ມ. ບໍ່​ວ່າ​ຕຳ​ແໜ່ງ ຫລື ການ​ເອີ້ນ​ໃນ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໃດ​ກໍ​ຕາມ, ຈົ່ງ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ກຸ່ມ​ທ່ານ ແລະ ໃນ​ການ​ຮັບ​ໃຊ້​ຂອງ​ທ່ານ. ຈົ່ງ​ປະ​ສົບ​ຄວາມ​ສຸກ​ກັບ​ຄວາມ​ຊອບ​ທຳ​ທີ່​ທ່ານ​ຈະ​ເຮັດ​ໃຫ້​ບັງ​ເກີດ​ຂຶ້ນ ຂະ​ນະ​ທີ່​ທ່ານ “ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ.”12 ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ຢູ່​ໃນ​ຖາ​ນະ​ພິ​ເສດ ເພື່ອ​ເລັ່ງ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຢູ່​ທັງ​ສອງ​ຟາກ​ມ່ານ​ໃຫ້​ໄວ​ຂຶ້ນ​ກວ່າ​ເກົ່າ.

ບົດ​ຮຽນ​ທີ 4: ເຮົາ​ຟັງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ດີ​ຂຶ້ນ​ເມື່ອ​ເຮົາ​ສະ​ຫງົບ​ງຽບ

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ທີ່​ໄດ້​ຖືກ​ທຳ​ນາຍ​ໄວ້​ດົນ​ນານ​ມາ​ແລ້ວ, ເມື່ອ “ທຸກ​ສິ່ງ​ທັງ​ປວງ​ຈະ​ຢູ່​ໃນ​ຄວາມ​ສັບ​ສົນ​ວຸ້ນ​ວາຍ; ແລະ ແນ່​ນອນ, ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ຖອຍ; ເພາະ​ຄວາມ​ຢ້ານ​ກົວ​ຈະ​ມາ​ສູ່​ທຸກ​ຄົນ.”13 ນັ້ນ​ເປັນ​ຄວາມ​ຈິງ​ກ່ອນ​ການ​ແຜ່​ລະ​ບາດ, ແລະ ຈະ​ເປັນ​ຄວາມ​ຈິງ​ຫລັງ​ຈາກ​ນັ້ນ. ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ໂລກ​ຈະ​ເພີ່ມ​ທະ​ວີ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ກົງ​ກັນ​ຂ້າມ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່ “ແມ່ນ​ສຽງ​ກຶກ​ກ້ອງ, ແຕ່ … ມັນ [ເປັນ] ສຽງ​ອ່ອນ​ຫວານ​ຂອງ​ຄວາມ​ນິ້ມ​ນວນ​ຢ່າງ​ແຈ່ມ​ແຈ້ງ, [ຄ້າຍ​ຄື​ກັບ​ວ່າ​ເປັນ] ສຽງ​ສື່ມ​ໃສ່​ຫູ, ແລະ ມັນ​ໄດ້​ສຽບ​ແທງ​ເຂົ້າ​ໄປ​ໃນ​ຈິດ​ວິນ​ຍານ​ທຸກ​ດວງ.”14 ກ່ອນ​ຈະ​ໄດ້​ຍິນ​ສຽງ​ແຜ່ວ​ເບົາ​ນີ້, ທ່ານ​ຕ້ອງ​ສະ​ຫງົບ​ງຽບ!15

ໃນ​ຊົ່ວ​ໄລ​ຍະ​ໜຶ່ງ, ການ​ແຜ່​ລະ​ບາດ​ໄດ້​ຍົກ​ເລີກ​ກິດ​ຈະ​ກຳ​ຕ່າງໆ ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ ຈະ​ເຮັດ​ໃຫ້​ເຮົາ​ຫຍຸ້ງ​ຕະ​ຫລອດ​ທັງ​ວັນ. ບໍ່​ດົນ​ເຮົາ​ຈະ​ສາ​ມາດ​ເລືອກ​ເອົາ​ມາ​ໃສ່​ເວ​ລາ​ວ່າງ​ຂອງ​ເຮົາ​ຄືນ​ອີກ ພ້ອມ​ກັບ​ສຽງ​ດັງ ແລະ ຄວາມ​ວຸ້ນ​ວາຍ​ຂອງ​ໂລກ. ຫລື ເຮົາ​ສາ​ມາດ​ໃຊ້​ເວ​ລາ​ເພື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່າວ​ການ​ນຳ​ພາ, ການ​ປອບ​ໂຍນ, ແລະ ສັນ​ຕິ​ສຸກ​ກັບ​ເຮົາ. ເວ​ລາ​ທີ່​ງຽບ​ສະ​​ຫງົບ​ເປັນ​ເວ​ລາ​ທີ່​ສັກ​ສິດ—ເປັນ​ເວ​ລາ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ ແລະ ມີ​ຄວາມ​ສະ​ຫງົບ​ພາຍ​ໃນ.

ຈົ່ງ​ຮູ້​ຈັກ​ບັງ​ຄັບ​ຕົວ​ເອງ ເພື່ອ​ໃຫ້​ມີ​ເວ​ລາ​ຢູ່​ຕາມ​ລຳ​ພັງ ແລະ ຢູ່​ກັບ​ຄົ​ນ​ທີ່​ທ່ານ​ຮັກ. ໃຫ້​ເປີດ​ໃຈ​ກັບ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ. ໃຊ້​ເວ​ລາ​ເອົາ​ຕົວ​ເຂົ້າ​ຫາ​ພຣະ​ຄຳ​ພີ ແລະ ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມີ​ຫລາຍ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ລະ​ຫວ່າງ​ການ​ແຜ່​ລະ​ບາດ​ນີ້. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ກ່າວ​ເຖິງ​ສີ່​ຢ່າງ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ເຮັດ​ລາຍ​ການ​ເອງ, ໃຫ້​ພິ​ຈາ​ລະ​ນາ​ມັນ​ຢ່າງ​ຖີ່​ຖ້ວນ, ແລະ ແບ່ງ​ປັນ​ມັນ​ໃຫ້​ກັບ​ຄົນ​ທີ່​ທ່ານ​ຮັກ.

ອະ​ນາ​ຄົດ​ແມ່ນ​ແຈ່ມ​ໃສ​ສຳ​ລັບ​ຜູ້​ຄົນ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ.16 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເອີ້ນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຫລາຍ​ຕື່ມ​ອີກ ຜູ້​ທີ່​ມີ​ຄ່າ​ຄວນ​ໃນ​ການ​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ໃຫ້​ພອນ, ປອບ​ໂຍນ, ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ມວນ​ມະ​ນຸດ ແລະ ຊ່ວຍ​ກະ​ກຽມ​ໂລກ ແລະ ຜູ້​ຄົນ​ໃນ​ນັ້ນ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ. ມັນ​ສົມ​ຄວນ​ທີ່​ເຮົາ​ແຕ່​ລະ​ຄົນ​ຈະ​ເໝາະ​ສົມ​ກັບ​ພິ​ທີ​ການ​ສັກ​ສິດ ທີ່​ເຮົາ​ໄດ້​ຮັບ. ເຮົາ​ສາ​ມາດ​ເຮັດ​ໄດ້! ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ, ດ້ວຍ​ການ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ​ທັງ​ຫລາຍ, ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.