ບົດທີ 33
ຄຳເວົ້າຂອງນີໄຟເປັນຄວາມຈິງ—ມັນເປັນພະຍານເຖິງພຣະຄຣິດ—ຜູ້ທີ່ເຊື່ອໃນພຣະຄຣິດຈະເຊື່ອຖ້ອຍຄຳຂອງນີໄຟ, ຊຶ່ງຈະຢືນເປັນພະຍານຕໍ່ໜ້າບັນລັງພິພາກສາ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້ານີໄຟບັນທຶກເລື່ອງທັງໝົດທີ່ສິດສອນໃນບັນດາຜູ້ຄົນຂອງຂ້າພະເຈົ້າໄວ້ບໍ່ໄດ້; ທັງຂ້າພະເຈົ້າບໍ່ສາມາດບັນທຶກ ໄວ້ໄດ້ດີເທົ່າກັບການເວົ້າ; ເພາະວ່າເມື່ອມີຜູ້ໃດ ເວົ້າໂດຍອຳນາດຂອງພຣະວິນຍານບໍລິສຸດ ອຳນາດຂອງພຣະວິນຍານບໍລິສຸດຍ່ອມນຳຄຳເວົ້າໄປຫາໃຈຂອງລູກຫລານມະນຸດ.
2 ແຕ່ຈົ່ງເບິ່ງ, ມີຄົນເປັນຈຳນວນຫລວງຫລາຍທີ່ເຮັດໃຈ ແຂງກະດ້າງຕໍ່ພຣະວິນຍານສັກສິດ ຈົນພຣະອົງບໍ່ມີບ່ອນຢູ່ໃນພວກເຂົາ; ດັ່ງນັ້ນ, ພວກເຂົາຈຶ່ງປະຖິ້ມຫລາຍສິ່ງຫລາຍຢ່າງທີ່ໄດ້ບັນທຶກໄວ້ ແລະ ຖືວ່າມັນບໍ່ມີຄຸນຄ່າ.
3 ແຕ່ຂ້າພະເຈົ້ານີໄຟບັນທຶກເລື່ອງທີ່ຂ້າພະເຈົ້າໄດ້ຂຽນໄວ້, ແລະ ຂ້າພະເຈົ້າຖືວ່າມັນມີ ຄຸນຄ່າອັນໃຫຍ່ຫລວງ, ແລະ ໂດຍສະເພາະຕໍ່ຜູ້ຄົນຂອງຂ້າພະເຈົ້າ. ເພາະຂ້າພະເຈົ້າ ອະທິຖານຢູ່ຕະຫລອດເວລາ ເພື່ອພວກເຂົາໃນເວລາກາງເວັນ, ແລະ ຕາຂອງຂ້າພະເຈົ້າເຮັດໃຫ້ໝອນຂອງຂ້າພະເຈົ້າປຽກໃນເວລາກາງຄືນ ເພາະພວກເຂົາ; ແລະ ຂ້າພະເຈົ້າຮ້ອງທູນຕໍ່ພຣະເຈົ້າຂອງຂ້າພະເຈົ້າດ້ວຍສັດທາ ແລະ ຂ້າພະເຈົ້າຮູ້ວ່າ, ພຣະອົງຈະໄດ້ຍິນສຽງຂອງຂ້າພະເຈົ້າ.
4 ແລະ ຂ້າພະເຈົ້າຮູ້ວ່າ ອົງພຣະຜູ້ເປັນເຈົ້າຈະອຸທິດຄຳອະທິຖານຂອງຂ້າພະເຈົ້າ ເພື່ອຜົນປະໂຫຍດຂອງຜູ້ຄົນຂອງຂ້າພະເຈົ້າ. ແລະ ຂໍ້ຄວາມທີ່ຂ້າພະເຈົ້າບັນທຶກໄວ້ດ້ວຍຄວາມອ່ອນແອຈະຖືກເຮັດໃຫ້ ເຂັ້ມແຂງຂຶ້ນເພື່ອພວກເຂົາ; ເພາະມັນຈະ ຊັກຊວນໃຫ້ພວກເຂົາເຮັດຄວາມດີ; ມັນຈະເຮັດໃຫ້ພວກເຂົາຮູ້ເລື່ອງບັນພະບຸລຸດຂອງພວກເຂົາ; ແລະ ມັນກ່າວເຖິງພຣະເຢຊູ ແລະ ຊັກຊວນໃຫ້ພວກເຂົາເຊື່ອໃນພຣະອົງ ແລະ ອົດທົນຈົນເຖິງທີ່ສຸດ ຊຶ່ງມັນຄືຊີວິດ ນິລັນດອນ.
5 ແລະ ມັນໄດ້ກ່າວ ຮຸນແຮງຕິຕຽນບາບ, ຕາມ ຄວາມແຈ່ມແຈ້ງຂອງຄວາມຈິງ; ດັ່ງນັ້ນ, ບໍ່ມີຜູ້ໃດຈະກຽດຊັງ ຂໍ້ຄວາມທີ່ຂ້າພະເຈົ້າບັນທຶກໄວ້ນອກຈາກພວກເຂົາຈະເປັນຂອງວິນຍານຂອງມານ.
6 ຂ້າພະເຈົ້າປາບປື້ມໃນຄວາມແຈ່ມແຈ້ງ; ຂ້າພະເຈົ້າປາບປື້ມໃນຄວາມຈິງ; ຂ້າພະເຈົ້າປາບປື້ມໃນພຣະເຢຊູຂອງຂ້າພະເຈົ້າ, ເພາະພຣະອົງໄດ້ ໄຖ່ຈິດວິນຍານຂອງຂ້າພະເຈົ້າຈາກນະລົກ.
7 ຂ້າພະເຈົ້າມີ ຄວາມໃຈບຸນຕໍ່ຜູ້ຄົນຂອງຂ້າພະເຈົ້າ, ແລະ ສັດທາອັນແຮງກ້າໃນພຣະຄຣິດ ວ່າຂ້າພະເຈົ້າຈະພົບຈິດວິນຍານຫລວງຫລາຍທີ່ບໍ່ມີມົນທິນທີ່ບັນລັງພິພາກສາຂອງພຣະອົງ.
8 ຂ້າພະເຈົ້າມີຄວາມໃຈບຸນຕໍ່ ຊາວຢິວ—ຂ້າພະເຈົ້າກ່າວວ່າຊາວຢິວເພາະຂ້າພະເຈົ້າໝາຍເຖິງຜູ້ຊຶ່ງຂ້າພະເຈົ້າໄດ້ໜີຈາກມາ.
9 ແລະ ຂ້າພະເຈົ້າມີຄວາມໃຈບຸນຕໍ່ ຄົນຕ່າງຊາດນຳອີກ. ແຕ່ຈົ່ງເບິ່ງ, ຂ້າພະເຈົ້າຫວັງໃນຄົນເຫລົ່ານີ້ບໍ່ໄດ້ ຖ້າຫາກພວກເຂົາບໍ່ ປອງດອງກັບພຣະຄຣິດ, ແລະ ເຂົ້າໄປໃນປະຕູທີ່ ແຄບ ແລະ ເດີນໄປໃນທາງທີ່ ຄັບ ຊຶ່ງນຳໄປສູ່ຊີວິດ, ແລະ ດຳເນີນຕໍ່ໄປໃນທາງນັ້ນຈົນເຖິງທີ່ສຸດຂອງວັນເວລາແຫ່ງການທົດລອງ.
10 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າກັບຊາວຢິວນຳອີກ, ແລະ ພວກທ່ານທັງຫລາຍທີ່ສຸດຂອງແຜ່ນດິນໂລກ, ຈົ່ງເຊື່ອຟັງຂໍ້ຄວາມເຫລົ່ານີ້ ແລະ ເຊື່ອໃນພຣະຄຣິດ; ແລະ ຖ້າຫາກພວກທ່ານບໍ່ເຊື່ອໃນຂໍ້ຄວາມເຫລົ່ານີ້ກໍຈົ່ງໃຫ້ເຊື່ອໃນພຣະຄຣິດ. ແລະ ຖ້າຫາກພວກທ່ານຈະເຊື່ອໃນພຣະຄຣິດ ພວກທ່ານຈະເຊື່ອໃນ ຂໍ້ຄວາມເຫລົ່ານີ້, ເພາະມັນເປັນ ພຣະຄຳຂອງພຣະຄຣິດ, ແລະ ພຣະອົງໄດ້ປະທານໃຫ້ຂ້າພະເຈົ້າ; ແລະ ມັນ ສິດສອນຄົນທັງປວງວ່າ ພວກເຂົາຄວນເຮັດຄວາມດີ.
11 ແລະ ຖ້າຫາກພວກທ່ານຕັດສິນວ່າມັນບໍ່ເປັນພຣະຄຳຂອງພຣະຄຣິດ—ເພາະພຣະຄຣິດຈະສະແດງແກ່ພວກທ່ານໃນວັນສຸດທ້າຍດ້ວຍ ອຳນາດ ແລະ ລັດສະໝີພາບອັນຍິ່ງໃຫຍ່ວ່າ ມັນເປັນພຣະຄຳຂອງພຣະອົງ; ແລະ ພວກທ່ານກັບຂ້າພະເຈົ້າຈະປະເຊີນໜ້າກັນຢູ່ ບ່ອນພິພາກສາຂອງພຣະອົງ; ແລະ ພວກທ່ານຈະຮູ້ວ່າ ຂ້າພະເຈົ້າໄດ້ຮັບບັນຊາຈາກພຣະອົງໃຫ້ບັນທຶກເລື່ອງເຫລົ່ານີ້ເຖິງແມ່ນຂ້າພະເຈົ້າອ່ອນແອ.
12 ແລະ ຂ້າພະເຈົ້າອະທິຖານຕໍ່ພຣະບິດາໃນພຣະນາມຂອງພຣະຄຣິດວ່າ ຫລາຍຄົນພວກເຮົາຖ້າຫາກບໍ່ແມ່ນໝົດທຸກຄົນ ຂໍໃຫ້ໄດ້ຮັບຄວາມລອດໃນ ອານາຈັກຂອງພຣະອົງໃນວັນຍິ່ງໃຫຍ່ ແລະ ສຸດທ້າຍນັ້ນເທີ້ນ.
13 ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຄົນທັງປວງທີ່ເປັນເຊື້ອສາຍອິດສະຣາເອນ, ແລະ ທ່ານທັງຫລາຍທີ່ສຸດຂອງແຜ່ນດິນໂລກ, ຂ້າພະເຈົ້າຂໍເວົ້າກັບພວກທ່ານຄືສຽງຂອງຄົນທີ່ ຮ້ອງອອກມາຈາກພື້ນດິນ: ລາກ່ອນຈົນກວ່າວັນອັນຍິ່ງໃຫຍ່ນັ້ນຈະມາເຖິງ.
14 ແລະ ຕໍ່ຜູ້ທີ່ບໍ່ຍອມຮັບພຣະກະລຸນາທິຄຸນຂອງພຣະເຈົ້າ, ແລະ ບໍ່ນັບຖື ຖ້ອຍຄຳຂອງຊາວຢິວ, ແລະ ຄຳເວົ້າຂອງຂ້າພະເຈົ້ານຳອີກ, ແລະ ກັບຖ້ອຍຄຳຊຶ່ງຈະອອກຈາກປາກຂອງພຣະເມສານ້ອຍຂອງພຣະເຈົ້າ, ຈົ່ງເບິ່ງ, ຂ້າພະເຈົ້າຂໍກ່າວອຳລາອັນເປັນນິດກັບທ່ານ, ເພາະຂໍ້ຄວາມເຫລົ່ານີ້ຈະ ກ່າວໂທດທ່ານໃນວັນສຸດທ້າຍ.
15 ເພາະສິ່ງທີ່ຂ້າພະເຈົ້າຜະນຶກໄວ້ເທິງແຜ່ນດິນໂລກ, ຈະຖືກນຳມາຟ້ອງທ່ານທີ່ ບັນລັງພິພາກສາ; ເພາະພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າດັ່ງນີ້, ແລະ ຂ້າພະເຈົ້າຕ້ອງເຊື່ອຟັງ. ອາແມນ.