ບົດທີ 30
ຄົນຕ່າງຊາດທີ່ປ່ຽນໃຈເຫລື້ອມໃສຈະຖືກນັບເຂົ້າຢູ່ກັບຜູ້ຄົນແຫ່ງພັນທະສັນຍາ—ຊາວເລມັນກັບຊາວຢິວ ເປັນຈຳນວນຫລວງຫລາຍຈະເຊື່ອຖືພຣະຄຳ ແລະ ຈະກັບກາຍເປັນຜູ້ຄົນທີ່ໜ້າຊົມ—ອິດສະຣາເອນຈະຖືກນຳກັບຄືນ ແລະ ຄົນຊົ່ວຈະຖືກທຳລາຍ. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຈະເວົ້າກັບພວກທ່ານ; ເພາະວ່າ ຂ້າພະເຈົ້ານີໄຟຈະບໍ່ຍອມໃຫ້ພວກທ່ານຄິດວ່າ ພວກທ່ານຊອບທຳຫລາຍກວ່າຄົນຕ່າງຊາດ. ເພາະຈົ່ງເບິ່ງ, ຖ້າຫາກພວກທ່ານບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ ພວກທ່ານກໍຈະຕາຍຄືກັນໝົດ; ຍ້ອນວ່າຂໍ້ຄວາມທີ່ເວົ້າໄວ້ ພວກທ່ານກໍຈຳຕ້ອງຄິດວ່າຄົນຕ່າງຊາດຖືກທຳລາຍໃຫ້ສິ້ນໄປ.
2 ເພາະຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຄົນຕ່າງຊາດຜູ້ໃດທີ່ຈະກັບໃຈຍ່ອມເປັນຜູ້ຄົນແຫ່ງ ກພັນທະສັນຍາຂອງພຣະຜູ້ເປັນເຈົ້າ; ແລະ ຂຊາວຢິວຜູ້ໃດທີ່ຈະບໍ່ກັບໃຈຈະຖືກປະຖິ້ມ ເພາະວ່າພຣະຜູ້ເປັນເຈົ້າບໍ່ມີພັນທະສັນຍາກັບຜູ້ໃດນອກຈາກກັບຄົນທີ່ ຄກັບໃຈ ແລະ ເຊື່ອຖືໃນພຣະບຸດຂອງພຣະອົງ ຜູ້ເປັນພຣະຜູ້ບໍລິສຸດຂອງອິດສະຣາເອນ.
3 ແລະ ບັດນີ້, ຂ້າພະເຈົ້າຈະທຳນາຍເພີ່ມເຕີມອີກກ່ຽວກັບຊາວຢິວກັບຄົນຕ່າງຊາດ. ເພາະຫລັງຈາກໜັງສືທີ່ຂ້າພະເຈົ້າເວົ້າເຖິງຈະປະກົດອອກມາ, ແລະ ຖືກບັນທຶກໄວ້ໃຫ້ຄົນຕ່າງຊາດ, ແລະ ຖືກຜະນຶກໄວ້ໃຫ້ພຣະຜູ້ເປັນເຈົ້າອີກ, ແລະ ກໍຈະມີຄົນຈຳນວນຫລວງຫລາຍທີ່ຈະ ກເຊື່ອຖືຂໍ້ຄວາມທີ່ຂຽນໄວ້; ແລະ ຂພວກເຂົາຈະນຳເອົາມັນອອກໄປຫາພວກທີ່ເຫລືອຢູ່ຂອງລູກຫລານຂອງພວກເຮົາ.
4 ແລະ ເວລານັ້ນຜູ້ທີ່ເຫລືອຢູ່ຂອງລູກຫລານຂອງພວກເຮົາຈະໄດ້ຮູ້ຈັກກ່ຽວກັບພວກເຮົາວ່າ ພວກເຮົາມາຈາກເຢຣູຊາເລັມແບບໃດ, ແລະ ວ່າພວກເຂົາເປັນຜູ້ສືບຕະກຸນຂອງຊາວຢິວ.
5 ແລະ ພຣະກິດຕິຄຸນຂອງພຣະເຢຊູຄຣິດຈະຖືກປະກາດໃນບັນດາ ກພວກເຂົາ; ດັ່ງນັ້ນ, ຂພວກເຂົາຈະຖືກນຳກັບມາຫາ ຄຄວາມຮູ້ເລື່ອງບັນພະບຸລຸດຂອງພວກເຂົາ ແລະ ຄວາມຮູ້ເລື່ອງພຣະເຢຊູຄຣິດອີກ, ຊຶ່ງມີຢູ່ໃນບັນດາບັນພະບຸລຸດຂອງພວກເຂົາ.
6 ແລະ ເມື່ອນັ້ນ ພວກເຂົາຈະປິຕິຍິນດີເພາະພວກເຂົາຈະຮູ້ຈັກວ່າ ມັນເປັນພອນໃຫ້ພວກເຂົາຈາກພຣະຫັດຂອງພຣະເຈົ້າ; ແລະ ສະເກັດແຫ່ງຄວາມມືດຂອງພວກເຂົາຈະເລີ່ມຕົກຈາກຕາຂອງພວກເຂົາ; ແລະ ບໍ່ເທົ່າໃດລຸ້ນຄົນຈະຜ່ານໄປໃນບັນດາພວກເຂົາ, ຈົນວ່າພວກເຂົາຈະເປັນຄົນຂາວ ແລະ ກໜ້າຊົມ.
7 ແລະ ເຫດການຈະບັງເກີດຂຶ້ນຄື ກຊາວຢິວຊຶ່ງກະຈັດກະຈາຍໄປຈະ ຂເລີ່ມເຊື່ອໃນພຣະຄຣິດອີກ; ແລະ ພວກເຂົາຈະເລີ່ມທ້ອນໂຮມກັນເຂົ້າມາໃນຜືນແຜ່ນດິນ; ແລະ ຫລາຍຕໍ່ຫລາຍຄົນທີ່ຈະເຊື່ອໃນພຣະຄຣິດ ກໍຈະກັບເປັນຜູ້ຄົນທີ່ໜ້າຊົມຄືກັນ.
8 ແລະ ເຫດການຈະບັງເກີດຂຶ້ນຄື ອົງພຣະຜູ້ເປັນເຈົ້າ ຈະເລີ່ມທຳງານຂອງພຣະອົງໃນບັນດາທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ, ເພື່ອຈະນຳການຟື້ນຟູມາຫາຜູ້ຄົນຂອງພຣະອົງໃນແຜ່ນດິນໂລກ.
9 ແລະ ກອົງພຣະຜູ້ເປັນເຈົ້າຈະ ຂພິພາກສາຄົນຍາກຈົນດ້ວຍຄວາມຊອບທຳ, ແລະ ຕຳນິດ້ວຍຄວາມທ່ຽງທຳ ເພື່ອ ຄຄົນໃຈອ່ອນໂຍນຂອງແຜ່ນດິນໂລກ. ແລະ ແຜ່ນດິນໂລກຈະຖືກລົງໂທດຕາມຄຳສັ່ງຂອງພຣະອົງ; ແລະ ຄົນຊົ່ວກໍ ຈະຕາຍດ້ວຍຄຳພິພາກສາຂອງພຣະອົງ.
10 ເພາະວ່າ ກເວລາມາເຖິງຢ່າງວ່ອງໄວ ຊຶ່ງອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ເກີດ ຂຄວາມແບ່ງແຍກຢ່າງໃຫຍ່ຫລວງໃນບັນດາຜູ້ຄົນ, ແລະ ພຣະອົງຈະທຳລາຍຄົນຊົ່ວ; ແລະ ພຣະອົງຈະ ຄໄວ້ຊີວິດຜູ້ຄົນຂອງພຣະອົງ, ແທ້ຈິງແລ້ວ, ຖ້າຫາກຈະເປັນໄປວ່າພຣະອົງຈະຕ້ອງ ງທຳລາຍຄົນຊົ່ວດ້ວຍໄຟ.
11 ແລະ ກຄວາມຊອບທຳຈະເປັນຜ້າຄຽນອຸທອນຂອງພຣະອົງ, ແລະ ຄວາມຊື່ສັດຈະເປັນຜ້າຄຽນບັ້ນອຸທອນຂອງພຣະອົງ.
12 ກແລະ ຈາກນັ້ນໝາປ່າຈະຢູ່ກັບລູກແກະ, ເສືອດາວຈະນອນຢູ່ນຳລູກແບ້, ແລະ ລູກງົວກັບສິງໜຸ່ມ, ແລະ ລູກສັດອ້ວນຈະຢູ່ນຳກັນ; ແລະ ເດັກນ້ອຍຄົນໜຶ່ງຈະນຳພວກມັນໄປ.
13 ແລະ ງົວແມ່ກັບໝີຈະກິນນຳກັນ; ລູກຂອງພວກມັນກໍຈະນອນຢູ່ນຳກັນ; ແລະ ສິງຈະກິນເຟືອງເຂົ້າຄືກັນກັບງົວເຖິກ.
14 ແລະ ເດັກນ້ອຍກິນນົມຈະຫລິ້ນໃນຮູຂອງງູພິດ, ແລະ ເດັກນ້ອຍທີ່ເຊົານົມ ຈະວາງມືຂອງເຂົາໃນກົງງູຮ້າຍ.
15 ພວກມັນຈະບໍ່ທຳຮ້າຍ ຫລື ທຳລາຍໄປທົ່ວພູເຂົາອັນສັກສິດຂອງເຮົາ ເພາະແຜ່ນດິນໂລກຈະເຕັມໄປດ້ວຍຄວາມຮູ້ກ່ຽວກັບພຣະຜູ້ເປັນເຈົ້າເໝືອນດັ່ງທະເລທີ່ເຕັມໄປດ້ວຍນ້ຳ.
16 ດັ່ງນັ້ນ, ເລື່ອງຂອງປະຊາຊາດ ກທັງໝົດຈະເປັນທີ່ຮູ້ຈັກກັນ; ແທ້ຈິງແລ້ວ, ທຸກຢ່າງຈະເປັນທີ່ ຂຮູ້ຈັກແກ່ລູກຫລານມະນຸດ.
17 ບໍ່ມີຫຍັງທີ່ຈະເປັນຄວາມລັບເພາະມັນຈະຖືກ ກເປີດເຜີຍ; ຈະບໍ່ມີງານແຫ່ງຄວາມມືດເພາະມັນຈະຖືກສະແດງໃຫ້ປະຈັກໃນຄວາມສະຫວ່າງ; ແລະ ບໍ່ມີສິ່ງໃດຈະຖືກຜະນຶກໄວ້ໃນແຜ່ນດິນໂລກເພາະມັນຈະຖືກປ່ອຍອອກມາ.
18 ດັ່ງນັ້ນ, ທຸກຢ່າງທີ່ຖືກເປີດເຜີຍແກ່ລູກຫລານມະນຸດຈະຖືກເປີດເຜີຍໃນນັ້ນ; ແລະ ຊາຕານຈະບໍ່ມີອຳນາດເໜືອໃຈຂອງລູກຫລານມະນຸດ ກອີກເປັນເວລາດົນນານ. ແລະ ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຂໍຈົບຂໍ້ຄວາມຂອງຂ້າພະເຈົ້າໄວ້ເທົ່ານີ້.