ເລື່ອງລາວຂອງແອວມາກັບຜູ້ຄົນຂອງພຣະຜູ້ເປັນເຈົ້າ, ຜູ້ຖືກຜູ້ຄົນຂອງກະສັດໂນອາຂັບໄລ່ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
ມີຢູ່ໃນບົດທີ 23 ແລະ 24.
ບົດທີ 23
ແອວມາປະຕິເສດບໍ່ຍອມເປັນກະສັດ—ເພິ່ນຮັບໃຊ້ໃນຖານະມະຫາປະໂລຫິດ—ພຣະຜູ້ເປັນເຈົ້າຕີສອນຜູ້ຄົນຂອງພຣະອົງ ແລະ ຊາວເລມັນຍຶດຄອງແຜ່ນດິນເຮລາມ—ອະມິວລອນ, ຫົວໜ້າປະໂລຫິດທີ່ຊົ່ວຂອງກະສັດໂນອາປົກຄອງແບບເປັນຫົວເມືອງຂຶ້ນຂອງກະສັດຂອງຊາວເລມັນ. ປະມານ 145–121 ປີ ກ່ອນ ຄ.ສ.
1 ບັດນີ້ແອວມາໂດຍທີ່ພຣະຜູ້ເປັນເຈົ້າໄດ້ເຕືອນວ່າ ກອງທັບຂອງກະສັດໂນອາຈະຍົກທັບມາໂຈມຕີ, ແລະ ເປັນທີ່ຮູ້ຈັກແກ່ຜູ້ຄົນຂອງເພິ່ນແລ້ວ, ສະນັ້ນ ພວກເຂົາຈຶ່ງທ້ອນໂຮມຝູງສັດຂອງພວກເຂົາ ແລະ ພືດພັນຂອງພວກເຂົາ, ແລະ ໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານກ່ອນກອງທັບຂອງກະສັດໂນອາຈະມາເຖິງ.
2 ແລະ ພຣະຜູ້ເປັນເຈົ້າໄດ້ເພີ່ມກຳລັງພວກເຂົາເພື່ອບໍ່ໃຫ້ຜູ້ຄົນຂອງກະສັດໂນອາຕິດຕາມມາທັນ ເພື່ອທຳລາຍພວກເຂົາ.
3 ແລະ ພວກເຂົາໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເປັນເວລາແປດມື້.
4 ແລະ ພວກເຂົາກໍມາຮອດແຜ່ນດິນບ່ອນໜຶ່ງ, ແທ້ຈິງແລ້ວ, ເປັນແຜ່ນດິນທີ່ສວຍສົດງົດງາມ ແລະ ໜ້າຢູ່, ແລະ ເປັນແຜ່ນດິນທີ່ມີນ້ຳບໍລິສຸດ.
5 ແລະ ພວກເຂົາໄດ້ຕັ້ງຜ້າເຕັນຂອງພວກເຂົາຂຶ້ນ, ແລະ ເລີ່ມໄຖດິນ ແລະ ສ້າງອາຄານບ້ານເຮືອນຂຶ້ນ; ແທ້ຈິງແລ້ວ, ພວກເຂົາເປັນຄົນດຸໝັ່ນ ແລະ ເຮັດວຽກຢ່າງຂະຫຍັນຂັນແຂງ.
6 ແລະ ຜູ້ຄົນປາດຖະໜາໃຫ້ແອວມາເປັນກະສັດຂອງພວກເຂົາ, ເພາະວ່າເພິ່ນເປັນທີ່ຮັກຫອມຂອງຜູ້ຄົນຂອງເພິ່ນ.
7 ແຕ່ເພິ່ນໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ມັນບໍ່ສົມຄວນເລີຍທີ່ພວກເຮົາຈະມີກະສັດ; ເພາະວ່າພຣະເຈົ້າໄດ້ກ່າວດັ່ງນີ້: ເຈົ້າຈະ ບໍ່ຕ້ອງນັບຖືເນື້ອໜັງອັນໃດທີ່ສູງກວ່າເນື້ອໜັງອີກອັນໜຶ່ງ, ຫລື ວ່າຄົນຜູ້ໜຶ່ງຈະບໍ່ຄິດວ່າຕົນເອງສູງກວ່າອີກຜູ້ໜຶ່ງ; ສະນັ້ນ ຂ້າພະເຈົ້າຈຶ່ງກ່າວວ່າ ມັນບໍ່ສົມຄວນເລີຍທີ່ພວກເຮົາຈະມີກະສັດ.
8 ເຖິງຢ່າງໃດກໍຕາມ, ຖ້າຫາກເປັນໄປໄດ້ວ່າ ມີຄົນທ່ຽງທຳຜູ້ທີ່ຈະມາເປັນກະສັດຂອງພວກທ່ານແລ້ວ ກໍເປັນການດີທີ່ສຸດສຳລັບພວກທ່ານທີ່ຈະມີກະສັດ.
9 ແຕ່ຈົ່ງຈື່ຈຳ ຄວາມຊົ່ວຮ້າຍຂອງກະສັດໂນອາ ແລະ ພວກປະໂລຫິດຂອງເພິ່ນ; ແລະ ຕົວຂ້າພະເຈົ້າເອງກໍຍັງ ຖືກບ້ວງມາແລ້ວ, ແລະ ໄດ້ເຮັດຫລາຍສິ່ງຫລາຍຢ່າງທີ່ໜ້າກຽດຊັງໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ, ຊຶ່ງເຮັດໃຫ້ຂ້າພະເຈົ້າມີການກັບໃຈຢ່າງເຈັບຊ້ຳ;
10 ເຖິງຢ່າງໃດກໍຕາມ, ຫລັງຈາກມີ ຄວາມທຸກຍາກລຳບາກມາຫລາຍແລ້ວ, ພຣະຜູ້ເປັນເຈົ້າຍັງໄດ້ຍິນສຽງຮ້ອງຂອງຂ້າພະເຈົ້າ, ແລະ ໄດ້ຕອບຄຳອະທິຖານຂອງຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າເປັນເຄື່ອງມືໃຫ້ແກ່ພຣະອົງໃນການເຮັດໃຫ້ພວກທ່ານ ຫລາຍຄົນມາຮູ້ຈັກຄວາມຈິງຂອງພຣະອົງ.
11 ເຖິງຢ່າງໃດກໍຕາມ, ໃນເລື່ອງນີ້ຂ້າພະເຈົ້າບໍ່ໄດ້ອວດອ້າງ, ເພາະວ່າຂ້າພະເຈົ້າບໍ່ມີຄ່າຄວນທີ່ຈະອວດອ້າງຕົວເອງ.
12 ແລະ ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ຖ້າຫາກພວກທ່ານຖືກກະສັດໂນອາກົດຂີ່ຂົ່ມເຫັງ, ແລະ ຢູ່ໃນຄວາມເປັນທາດຂອງເພິ່ນ ແລະ ພວກປະໂລຫິດຂອງເພິ່ນ, ແລະ ຖືກພວກເຂົານຳໄປຫາຄວາມຊົ່ວຮ້າຍ; ສະນັ້ນ ພວກທ່ານຈຶ່ງຖືກມັດໄວ້ດ້ວຍ ພັນທະການແຫ່ງຄວາມຊົ່ວຮ້າຍ.
13 ແລະ ບັດນີ້ເມື່ອພວກທ່ານຖືກປົດປ່ອຍຈາກພັນທະການເຫລົ່ານີ້ແລ້ວ; ໂດຍອຳນາດຂອງພຣະເຈົ້າ; ແທ້ຈິງແລ້ວ, ແມ່ນໃຫ້ພົ້ນຈາກກຳມືຂອງກະສັດໂນອາ ແລະ ຜູ້ຄົນຂອງເພິ່ນ, ແລະ ຈາກພັນທະການແແຫ່ງຄວາມຊົ່ວຮ້າຍນຳອີກ, ດັ່ງນັ້ນຂ້າພະເຈົ້າຈຶ່ງປາດຖະໜາທີ່ຈະໃຫ້ພວກທ່ານ ຍຶດໝັ້ນຢູ່ໃນຄວາມເປັນ ເສລີພາບນີ້, ຊຶ່ງພວກທ່ານໄດ້ຖືກເຮັດໃຫ້ເປັນອິດສະລະ, ແລະ ວ່າພວກທ່ານຈະບໍ່ໄວ້ວາງໃຈ ຜູ້ໃດເພື່ອມາເປັນກະສັດປົກຄອງພວກທ່ານ.
14 ແລະ ບໍ່ໃຫ້ໄວ້ວາງໃຈ ຜູ້ສອນຜູ້ໃດ ຫລື ຜູ້ປະຕິບັດສາດສະໜາກິດຜູ້ໃດຂອງພວກທ່ານ, ຖ້າຫາກເຂົາບໍ່ໄດ້ເປັນຂອງພຣະເຈົ້າ, ເດີນໄປຕາມທາງຂອງພຣະອົງ ແລະ ຮັກສາພຣະບັນຍັດຂອງພຣະອົງ.
15 ແອວມາໄດ້ສິດສອນຜູ້ຄົນຂອງເພິ່ນດັ່ງນີ້, ວ່າທຸກຄົນຄວນ ຮັກແພງເພື່ອນບ້ານຄືກັນກັບຮັກຕົນເອງ, ແລະ ບໍ່ຄວນມີ ການຂັດແຍ້ງຢູ່ໃນບັນດາພວກເຂົາ.
16 ແລະ ບັດນີ້ແອວມາໄດ້ເປັນ ມະຫາປະໂລຫິດຂອງພວກເຂົາ, ເປັນຜູ້ສ້າງຕັ້ງສາດສະໜາຈັກຂອງພວກເຂົາ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ບໍ່ມີຜູ້ໃດໄດ້ຮັບ ສິດອຳນາດໃຫ້ສັ່ງສອນ ຫລື ສິດສອນເລີຍຖ້າບໍ່ໄດ້ຮັບອະນຸຍາດຈາກເພິ່ນເສຍກ່ອນຊຶ່ງຈາກພຣະເຈົ້າ. ສະນັ້ນ ເພິ່ນຈຶ່ງໄດ້ແຕ່ງຕັ້ງປະໂລຫິດ ແລະ ຜູ້ສອນທັງໝົດຂອງເພິ່ນ ແຕ່ບໍ່ມີຄົນໃດໄດ້ຮັບການແຕ່ງຕັ້ງຍົກເວັ້ນແຕ່ຈະເປັນຄົນຊອບທຳເທົ່ານັ້ນ.
18 ສະນັ້ນ ພວກເຂົາຈຶ່ງໄດ້ດູແລຜູ້ຄົນຂອງພວກເຂົາ, ແລະ ໄດ້ ບຳລຸງລ້ຽງຜູ້ຄົນເຫລົ່ານັ້ນໃນສິ່ງທີ່ຊອບທຳ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເລີ່ມຈະເລີນຮຸ່ງເຮືອງຂຶ້ນຢ່າງຍິ່ງໃນແຜ່ນດິນ; ແລະ ພວກເຂົາຕັ້ງຊື່ໃຫ້ແຜ່ນດິນນັ້ນວ່າ ເຮລາມ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ມີຜູ້ຄົນເພີ່ມທະວີຂຶ້ນເລື້ອຍໆ ແລະ ຈະເລີນຮຸ່ງເຮືອງຢ່າງຍິ່ງໃນແຜ່ນດິນເຮລາມ; ແລະ ພວກເຂົາໄດ້ສ້າງເມືອງໜຶ່ງຂຶ້ນ, ຊຶ່ງພວກເຂົາຕັ້ງຊື່ໃຫ້ມັນວ່າ ເມືອງເຮລາມ.
21 ເຖິງຢ່າງໃດກໍຕາມ ພຣະຜູ້ເປັນເຈົ້າໄດ້ເຫັນສົມຄວນທີ່ຈະ ຕີສອນຜູ້ຄົນຂອງພຣະອົງ; ແທ້ຈິງແລ້ວ, ພຣະອົງໄດ້ທົດລອງ ຄວາມອົດທົນ ແລະ ສັດທາຂອງພວກເຂົາ.
22 ເຖິງຢ່າງໃດກໍຕາມ—ຜູ້ໃດກໍຕາມທີ່ ໄວ້ວາງໃຈໃນພຣະອົງ ຜູ້ນັ້ນຈະຖືກ ຍົກຂຶ້ນໃນວັນສຸດທ້າຍ. ແທ້ຈິງແລ້ວ, ມັນຈະເປັນໄປແນວນັ້ນກັບຜູ້ຄົນພວກນີ້.
23 ເພາະຈົ່ງເບິ່ງ, ຂ້າພະເຈົ້າຈະສະແດງຕໍ່ພວກທ່ານວ່າ ຜູ້ຄົນຖືກເອົາໄປເປັນທາດ, ແລະ ບໍ່ມີຜູ້ໃດຈະປົດປ່ອຍພວກເຂົາໄດ້ ນອກຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແທ້ຈິງແລ້ວ, ແມ່ນພຣະເຈົ້າຂອງອັບຣາຮາມ ແລະ ອີຊາກ ແລະ ຂອງຢາໂຄບ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ປົດປ່ອຍພວກເຂົາ, ແລະ ພຣະອົງໄດ້ສະແດງອຳນາດອັນຍິ່ງໃຫຍ່ຂອງພຣະອົງຕໍ່ພວກເຂົາ, ແລະ ພວກເຂົາມີຄວາມຊື່ນຊົມຢ່າງໃຫຍ່ຫລວງ.
25 ເພາະຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ພວກເຂົາຢູ່ໃນແຜ່ນດິນເຮລາມ, ແທ້ຈິງແລ້ວ, ຢູ່ໃນເມືອງເຮລາມ, ເວລາທີ່ຜູ້ຄົນກຳລັງໄຖດິນຢູ່ນັ້ນ, ຈົ່ງເບິ່ງກອງທັບຂອງຊາວເລມັນໄດ້ມາຕັ້ງຢູ່ທີ່ຊາຍແດນຂອງແຜ່ນດິນນັ້ນ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ພີ່ນ້ອງຂອງແອວມາໄດ້ແລ່ນໜີຈາກໄຮ່ນາຂອງພວກເຂົາ, ແລະ ໄດ້ໄປເຕົ້າໂຮມກັນຢູ່ໃນເມືອງເຮລາມ; ແລະ ພວກເຂົາຕົກໃຈຫລາຍເພາະຢ້ານກົວໃນທ່າທີຂອງຊາວເລມັນ.
27 ແຕ່ແອວມາໄດ້ອອກມາຢືນຢູ່ໃນບັນດາພວກເຂົາ ແລະ ຊັກຊວນບໍ່ໃຫ້ພວກເຂົາຕົກໃຈ, ແຕ່ໃຫ້ລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ ແລະ ພຣະອົງຈະປົດປ່ອຍພວກເຂົາ.
28 ສະນັ້ນ ພວກເຂົາຈຶ່ງເຊົາຢ້ານ ແລະ ເລີ່ມຮ້ອງທູນຕໍ່ພຣະຜູ້ເປັນເຈົ້າໃຫ້ພຣະອົງຊ່ວຍເຮັດໃຫ້ໃຈຂອງຊາວເລມັນອ່ອນລົງ, ເພື່ອໃຫ້ພວກເຂົາໄວ້ຊີວິດຂອງພວກເຂົາ, ແລະ ເມຍຂອງພວກເຂົາ, ແລະ ລູກຂອງພວກເຂົາ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ໃຈຂອງຊາວເລມັນອ່ອນລົງ. ແລະ ແອວມາກັບພີ່ນ້ອງຂອງເພິ່ນໄດ້ອອກໄປມອບຕົວໃຫ້ຢູ່ໃນມືຂອງພວກເຂົາ; ແລະ ຊາວເລມັນໄດ້ເຂົ້າມາເປັນເຈົ້າຂອງແຜ່ນດິນເຮລາມ.
30 ບັດນີ້ກອງທັບຂອງຊາວເລມັນ ຊຶ່ງໄລ່ຕາມຜູ້ຄົນຂອງກະສັດລິມໄຮມາ ໄດ້ຫລົງທາງຢູ່ໃນຖິ່ນແຫ້ງແລ້ງກັນດານຫລາຍມື້.
31 ແລະ ຈົ່ງເບິ່ງ, ພວກເຂົາໄດ້ພົບພໍ້ພວກປະໂລຫິດຂອງກະສັດໂນອາຢູ່ໃນບ່ອນໜຶ່ງ, ຊຶ່ງພວກເຂົາເອີ້ນວ່າ ອະມິວລອນ; ແລະ ພວກເຂົາເລີ່ມຕົ້ນເປັນເຈົ້າຂອງແຜ່ນດິນອະມິວລອນ ແລະ ເລີ່ມໄຖດິນ.
32 ບັດນີ້ ຊື່ຂອງຜູ້ນຳຂອງພວກປະໂລຫິດເຫລົ່ານັ້ນຄື ອະມິວລອນ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມິວລອນໄດ້ວິງວອນຊາວເລມັນ; ແລະ ພວກເຂົາໄດ້ສົ່ງເມຍຂອງພວກເຂົາ, ຊຶ່ງເປັນ ພວກລູກສາວຂອງຊາວເລມັນໄປ, ເພື່ອອ້ອນວອນພີ່ນ້ອງຂອງພວກເຂົາ, ເພື່ອບໍ່ໃຫ້ທຳລາຍຜົວຂອງພວກນາງ.
34 ແລະ ຊາວເລມັນມີ ຄວາມເມດຕາສົງສານຕໍ່ອະມິວລອນ ແລະ ພີ່ນ້ອງຂອງລາວ, ແລະ ບໍ່ໄດ້ທຳລາຍພວກເຂົາຍ້ອນຄຳອ້ອນວອນຂອງພວກເມຍຂອງພວກເຂົາ.
35 ແລະ ອະມິວລອນ ແລະ ພີ່ນ້ອງຂອງລາວໄດ້ເຂົ້າຮ່ວມກັບຊາວເລມັນ, ແລະ ເວລາທີ່ຄົນພວກນັ້ນກຳລັງເດີນທາງຢູ່ໃນຖິ່ນແຫ້ງແລ້ງກັນດານຊອກຫາແຜ່ນດິນນີໄຟຢູ່ນັ້ນ ພວກເຂົາໄດ້ພົບເຫັນແຜ່ນດິນເຮລາມ, ຊຶ່ງແອວມາກັບພີ່ນ້ອງຂອງເພິ່ນເປັນເຈົ້າຂອງ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ສັນຍາກັບແອວມາ ແລະ ພີ່ນ້ອງຂອງເພິ່ນວ່າ ຖ້າຫາກພວກເຂົາບອກທາງໄປສູ່ແຜ່ນດິນນີໄຟໃຫ້ພວກເຂົາ ແລ້ວພວກເຂົາຈະໄວ້ຊີວິດ ແລະ ປ່ອຍໃຫ້ພວກເຂົາມີເສລີພາບ.
37 ແຕ່ຫລັງຈາກແອວມາບອກທາງໄປຫາແຜ່ນດິນນີໄຟໃຫ້ພວກເຂົາແລ້ວ ຊາວເລມັນບໍ່ໄດ້ຮັກສາຄຳສັນຍານັ້ນເລີຍ; ແຕ່ພວກເຂົາໄດ້ຈັດຍາມໄວ້ທົ່ວແຜ່ນດິນເຮລາມ, ເພື່ອໃຫ້ ເຝົ້າຍາມແອວມາກັບພີ່ນ້ອງຂອງເພິ່ນ.
38 ແລະ ພວກທີ່ເຫລືອຢູ່ກໍໄປຫາແຜ່ນດິນນີໄຟ; ແລະ ພາກສ່ວນໜຶ່ງໄດ້ກັບຄືນມາແຜ່ນດິນເຮລາມ, ແລະ ໄດ້ນຳເອົາລູກເມຍຂອງທະຫານຍາມຜູ້ທີ່ໄດ້ຖືກປະໄວ້ຢູ່ໃນແຜ່ນດິນນັ້ນມານຳ.
39 ແລະ ກະສັດຂອງຊາວເລມັນໄດ້ອະນຸຍາດໃຫ້ອະມິວລອນເປັນກະສັດເພື່ອປົກຄອງດູແລຜູ້ຄົນຂອງລາວ, ຜູ້ທີ່ຢູ່ໃນແຜ່ນດິນເຮລາມ; ເຖິງຢ່າງໃດກໍຕາມ ລາວກໍບໍ່ມີອຳນາດອັນໃດເລີຍທີ່ຈະເຮັດກົງກັນຂ້າມກັບຄວາມປາດຖະໜາຂອງກະສັດຂອງຊາວເລມັນໄດ້.