ບົດທີ 20
ຄວາມພິນາດຂອງອັດຊີເຣຍເປັນລັກສະນະຂອງຄວາມພິນາດຂອງຄົນຊົ່ວໃນການສະເດັດມາຄັ້ງທີສອງ—ຫລັງຈາກພຣະອົງໄດ້ສະເດັດກັບຄືນມາ ມັນຈະມີຄົນພຽງເລັກໜ້ອຍເຫລືອຢູ່—ຜູ້ທີ່ເຫລືອຢູ່ຂອງຢາໂຄບຈະກັບມາໃນມື້ນັ້ນ—ປຽບທຽບກັບເອຊາຢາ 10. ປະມານ 559–545 ປີ ກ່ອນ ຄ.ສ.
1 ວິບັດແກ່ຜູ້ທີ່ອອກຄຳສັ່ງອັນບໍ່ຊອບທຳ ແລະ ຂຽນເລື່ອງທຸກໜັກຊຶ່ງເຂົາກຳນົດຂຶ້ນ;
2 ເພື່ອຫັນຄົນຂັດສົນອອກໄປຈາກ ການພິພາກສາ, ແລະ ເພື່ອເອົາສິດທິຈາກຄົນທຸກຍາກຂອງຜູ້ຄົນຂອງເຮົາໄປ, ເພື່ອ ແມ່ໝ້າຍຈະໄດ້ເປັນເຄື່ອງຮັບຮອງຂອງພວກເຂົາ, ແລະ ເພື່ອພວກເຂົາຈະໄດ້ກະທຳໃຫ້ເດັກກຳພ້າພໍ່ເປັນເຫຍື່ອຂອງພວກເຂົາ!
3 ແລະ ພວກເຈົ້າຈະເຮັດແນວໃດໃນວັນແຫ່ງ ການມາຢ້ຽມຢາມ ແລະ ໃນຄວາມເປົ່າປ່ຽວທີ່ຈະມາຈາກທາງໄກ? ພວກເຈົ້າຈະໜີໄປເພິ່ງຜູ້ໃດ? ແລະ ຈະຖິ້ມລັດສະໝີພາບຂອງພວກເຈົ້າໄວ້ບ່ອນໃດ?
4 ປາດສະຈາກເຮົາແລ້ວ ພວກເຂົາຈະກົ້ມຫົວລົງໃຫ້ນັກໂທດ, ແລະ ພວກເຂົາຈະລົ້ມຕາຍຢູ່ກັບພວກທີ່ຖືກປະຫານ. ເພາະທັງໝົດນີ້ພຣະພິໂລດຂອງພຣະອົງຍັງບໍ່ທັນເຊົາເທື່ອ, ແຕ່ພຣະຫັດຂອງພຣະອົງຍັງຍື່ນອອກມາ.
5 ໂອ້ ຊາວອັດຊີເຣຍເອີຍ, ຜູ້ເປັນໄມ້ຄ້ອນແຫ່ງຄວາມໂມໂຫຂອງເຮົາ ແລະ ເປັນໄມ້ແສ້ແຫ່ງຄວາມເຄືອງແຄ້ນ ຂອງເຂົາ.
6 ເຮົາຈະສົ່ງເຂົາໄປ ຕໍ່ສູ້ກັບປະຊາຊາດທີ່ໜ້າຊື່ໃຈຄົດ, ແລະ ເຮົາຈະບັນຊາເຂົາໃຫ້ໄປຕໍ່ສູ້ກັບຜູ້ທີ່ເຮົາພິໂລດເພື່ອຍາດເອົາຂອງທີ່ປຸ້ນມາ ແລະ ເພື່ອຍາດເອົາເຫຍື່ອ ແລະ ເພື່ອຢຽບຍ້ຳພວກເຂົາລົງຄືກັນກັບຂີ້ຕົມໃນຖະໜົນ.
7 ແຕ່ເຂົາບໍ່ໄດ້ຕັ້ງໃຈແນວນັ້ນ, ແລະ ໃຈຂອງເຂົາກໍບໍ່ຄິດແນວນັ້ນ; ແຕ່ໃນໃຈຂອງເຂົາ ຄືຈະທຳລາຍ ແລະ ຕັດປະຊາຊາດອອກເສຍບໍ່ແມ່ນພຽງເລັກໜ້ອຍ.
8 ເພາະເຂົາໄດ້ເວົ້າວ່າ: ຜູ້ບັງຄັບບັນຊາຂອງເຮົາເປັນກະສັດໝົດແລ້ວແມ່ນບໍ?
9 ເມືອງການໂນກໍເປັນເມືອງກັກເກມິດແລ້ວແມ່ນບໍ? ເມືອງຮາມັດກໍເປັນເມືອງອາກປັດແລ້ວແມ່ນບໍ? ເມືອງຊາມາເຣຍກໍເປັນເມືອງດາມັສກັດແລ້ວແມ່ນບໍ?
10 ເໝືອນດັ່ງ ມືຂອງເຮົາໄປເຖິງບັນດາລາຊາອານາຈັກຂອງຮູບບູຊາ, ຊຶ່ງຮູບຄວັດສະຫລັກຂອງພວກເຂົານັ້ນດີລື່ນຂອງເຢຣູຊາເລັມ ແລະ ຂອງຊາມາເຣຍ;
11 ຈະເປັນໄປບໍ່ໄດ້ບໍວ່າ ເຮົາຈະບໍ່ເຮັດຫຍັງກັບເຢຣູຊາເລັມ ແລະ ຮູບບູຊາຂອງມັນຄືກັນກັບເຮົາໄດ້ເຮັດມາແລ້ວກັບຊາມາເຣຍ ແລະ ຮູບບູຊາຂອງມັນ?
12 ດັ່ງນັ້ນ ເຫດການຈະບັງເກີດຂຶ້ນຄື ເມື່ອອົງພຣະເຈົ້າໄດ້ສຳເລັດພາລະກິດທັງໝົດຂອງພຣະອົງທີ່ພູຊີໂອນ ແລະ ທີ່ເຢຣູຊາເລັມແລ້ວ, ພຣະອົງຈະລົງໂທດ ຜົນຂອງໃຈທີ່ອວດດີຂອງກະສັດແຫ່ງ ອັດຊີເຣຍ ແລະ ລັດສະໝີພາບແຫ່ງຄວາມໄຝ່ສູງຂອງເຂົາ.
13 ເພາະ ເຂົາໄດ້ກ່າວວ່າ: ດ້ວຍຄວາມຮຸນແຮງຂອງມືເຮົາ ແລະ ດ້ວຍປັນຍາຂອງເຮົາ, ເຮົາຈຶ່ງໄດ້ເຮັດສິ່ງເຫລົ່ານີ້ຂຶ້ນມາ; ເພາະເຮົາມີຄວາມເຂົ້າໃຈ; ເຮົາຈຶ່ງໄດ້ຍ້າຍເຂດແດນຂອງຜູ້ຄົນ ແລະ ປຸ້ນເອົາຊັບສົມບັດຈາກພວກເຂົາ, ແລະ ເຮົາໄດ້ກົດຂີ່ຜູ້ອາໄສເໝືອນດັ່ງຄົນກ້າ;
14 ແລະ ມືຂອງເຮົາພົບຂອງມີຄ່າຂອງຜູ້ຄົນຄືກັນກັບຮັງນົກ; ແລະ ເຮົາເຕົ້າໂຮມແຜ່ນດິນໂລກໄວ້ ທັງໝົດຄືກັນກັບຄົນເກັບໄຂ່ທີ່ເຫລືອ; ແລະ ບໍ່ມີຜູ້ໃດເໜັງປີກ ຫລື ເປີດປາກ ຫລື ສົ່ງສຽງ.
15 ຂວານ ຈະອວດອ້າງຕົວມັນເອງກັບຜູ້ທີ່ໃຊ້ມັນບໍ? ເລື່ອຍຈະຫັນຄົມໃສ່ຄົນທີ່ໃຊ້ມັນບໍ? ໄມ້ສ້າວຈະແກວ່ງຕົວມັນເອງໃສ່ຄົນທີ່ຍົກມັນຂຶ້ນບໍ? ຫລື ວ່າໄມ້ຄ້ອນເທົ້າຈະຍົກຕົວມັນຂຶ້ນເອງຄືກັບວ່າບໍ່ແມ່ນໄມ້ບໍ?
16 ສະນັ້ນພຣະຜູ້ເປັນເຈົ້າ, ຈອມໂຍທາ, ຈະສົ່ງຄວາມຜອມແຫ້ງມາໃນບັນດາຄົນອ້ວນພີຂອງພຣະອົງ; ແລະ ພາຍໃຕ້ ລັດສະໝີພາບຂອງເຂົາ ພຣະອົງຈະກໍ່ການເຜົາໄໝ້ຂຶ້ນຄືກັນກັບການເຜົາໄໝ້ຂອງໄຟ.
17 ແລະ ຄວາມສະຫວ່າງຂອງອິດສະຣາເອນຈະເປັນແສງໄຟ ແລະ ພຣະຜູ້ບໍລິສຸດຂອງເຂົາຈະກາຍເປັນແປວໄຟ ແລະ ຈະເຜົາໄໝ້ ແລະ ກືນກິນເຄືອ ແລະ ກົກໜາມໃນມື້ດຽວ;
18 ແລະ ຈະ ກິນລັດສະໝີພາບຂອງປ່າໄມ້ຂອງເຂົາ, ແລະ ສວນໝາກໄມ້ຂອງເຂົາ, ທັງຈິດວິນຍານ ແລະ ຮ່າງກາຍ; ແລະ ເຂົາຈະເປັນເໝືອນເວລາຄົນເຈັບຊູດຊີດລົງໄປ.
19 ແລະ ຕົ້ນໄມ້ທີ່ ເຫລືອໃນປ່າຂອງເຂົາຈະເຫລືອຢູ່ພຽງເລັກໜ້ອຍ, ຈົນວ່າເດັກນ້ອຍຈະນັບໄດ້.
20 ແລະ ເຫດການຈະບັງເກີດຂຶ້ນໃນ ມື້ນັ້ນຄື, ຜູ້ທີ່ເຫລືອຢູ່ຂອງອິດສະຣາເອນ ແລະ ຄົນທີ່ໂຕນໜີໄປຂອງ ເຊື້ອສາຍຂອງຢາໂຄບຈະບໍ່ ເພິ່ງພາອາໄສຜູ້ທີ່ຂ້ຽນຕີເຂົາອີກຕໍ່ໄປ, ແຕ່ຈະເພິ່ງພຣະຜູ້ເປັນເຈົ້າພຣະຜູ້ບໍລິສຸດຂອງອິດສະຣາເອນດ້ວຍຄວາມຈິງ.
21 ຜູ້ທີ່ເຫລືອຢູ່, ແທ້ຈິງແລ້ວ, ແມ່ນຜູ້ທີ່ເຫລືອຢູ່ຂອງຢາໂຄບ, ຈະກັບມາຫາພຣະເຈົ້າຜູ້ຊົງມີລິດເດດ.
22 ອິດສະຣາເອນເອີຍ ເຖິງແມ່ນວ່າຜູ້ຄົນຂອງເຈົ້າຈະເປັນຄືດັ່ງດິນຊາຍໃນທະເລ, ເຖິງຢ່າງໃດກໍຕາມ, ມີແຕ່ສ່ວນໜຶ່ງທີ່ເຫລືອຢູ່ຂອງເຂົາເທົ່ານັ້ນທີ່ຈະກັບມາ; ການທຳລາຍນັ້ນໄດ້ກຳນົດໄວ້ແລ້ວ ຈະ ທ່ວມທົ້ນໄປດ້ວຍຄວາມຊອບທຳ.
23 ເພາະອົງພຣະຜູ້ເປັນເຈົ້າຈອມໂຍທາຈະ ທຳລາຍ, ເຖິງແມ່ນກຳນົດໄວ້ທົ່ວແຜ່ນດິນ.
24 ສະນັ້ນ, ອົງພຣະຜູ້ເປັນເຈົ້າຈອມໂຍທາໄດ້ກ່າວດັ່ງນີ້: ໂອ້ ຜູ້ຄົນຂອງເຮົາເອີຍ ຜູ້ທີ່ຢູ່ໃນຊີໂອນ, ຢ່າໄດ້ຢ້ານກົວຊາວອັດຊີເຣຍເລີຍ; ເຂົາຈະຕີເຈົ້າດ້ວຍໄມ້ຄ້ອນ ແລະ ຍົກໄມ້ແສ້ຂອງເຂົາຂຶ້ນໃສ່ ເໝືອນທີ່ໃນເອຢິບ.
25 ເພາະຍັງອີກບໍ່ນານຄວາມເຄືອງແຄ້ນຈະຢຸດລົງ, ແລະ ຄວາມພິໂລດຂອງເຮົາຈະມຸ້ງເຖິງການທຳລາຍເຂົາ.
26 ແລະ ຈອມໂຍທາຈະໃຫ້ເກີດໄພພິບັດກັບເຂົາດັ່ງທີ່ພຣະອົງໂຈມຕີຄົນຂອງ ມີດີອານທີ່ໜ້າຜາໂອເຣັບ; ແລະ ໄມ້ແສ້ຂອງພຣະອົງຈະເຄ່ຍຢູ່ໃນທະເລ ດັ່ງນັ້ນ ພຣະອົງຈະຍົກມັນຂຶ້ນຢ່າງທີ່ໃນເອຢິບ.
27 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື ພາລະຂອງເຂົາຈະຖືກຍົກອອກຈາກບ່າຂອງເຈົ້າ ແລະ ແອກຂອງເຂົາຈະອອກຈາກຄໍຂອງເຈົ້າ, ແລະ ແອກຈະຖືກທຳລາຍເພາະ ການຊະໂລມ.
28 ເຂົາໄດ້ມາຮອດອາອີແລ້ວ, ເຂົາໄດ້ຂ້າມມິກໂລນໄປ; ເຂົາໄດ້ເກັບສະບຽງອາຫານໄວ້ທີ່ມິກມາດ.
29 ເຂົາເຫລົ່ານັ້ນໄດ້ຜ່ານທາງນັ້ນໄປແລ້ວ; ເຂົາຢຸດພັກທີ່ເກບາ; ຣາມັດຢ້ານກົວຫລາຍ; ກີເບອາຂອງໂຊນໄດ້ໜີໄປແລ້ວ.
30 ໂອ້ ທິດາຂອງການລີມເອີຍ, ຈົ່ງສົ່ງສຽງຂຶ້ນໃຫ້ໄດ້ຍິນໄປຮອດລາອິດເຖີດ, ໂອ້ ອານາທົດທີ່ໜ້າສົງສານເອີຍ.
31 ມັດເມນາໄດ້ຍ້າຍອອກໄປແລ້ວ; ຜູ້ອາໄສຂອງເກບີມໄດ້ເຕົ້າໂຮມກັນເພື່ອຈະໜີໄປ.
32 ໃນມື້ນັ້ນເອງເຂົາຈະຢຸດຢູ່ທີ່ເມືອງໂນບ, ເຂົາຈະຍົກກຳປັ້ນໃສ່ພູເຂົາຂອງທິດາຂອງຊີໂອນ, ເນີນພູຂອງເຢຣູຊາເລັມ.
33 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າ, ຈອມໂຍທາຈະຕັດກິ່ງງ່າດ້ວຍກຳລັງອັນໜ້າຢ້ານກົວ; ແລະ ພວກທີ່ ສູງຍິ່ງຈະຖືກໂຄ່ນລົງມາ; ແລະ ພວກທີ່ຈອງຫອງຈະຕ້ອງຖືກເຮັດໃຫ້ອ່ອນນ້ອມລົງ.
34 ແລະ ພຣະອົງຈະຖາງສຸມໄມ້ໃນປ່າດ້ວຍຂວານ, ແລະ ເລບານອນຈະຕົກໂດຍພຣະຜູ້ມີລິດທານຸພາບ.