ພຣະ​ຄຳ​ພີ
1 ນີ​ໄຟ 8


ບົດ​ທີ 8

ລີ​ໄຮ​ເຫັນ​ພາບ​ນິ​ມິດ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ—ເພິ່ນ​ຮັບ​ສ່ວນ​ໝາກ​ໄມ້ ແລະ ປາດ​ຖະ​ໜາ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ຮັບ​ສ່ວນ​ເໝືອນ​ກັນ—ເພິ່ນ​ເຫັນ​ຮາວ​ເຫລັກ, ທາງ​ຄັບ ແລະ ແຄບ, ແລະ ໝອກ​ແຫ່ງ​ຄວາມ​ມືດ​ປົກ​ຄຸມ​ຜູ້​ຄົນ—ຊາ​ໄຣ​ຢາ, ນີ​ໄຟ, ແລະ ແຊມ​ໄດ້​ຮັບ​ສ່ວນ​ໝາກ​ໄມ້, ແຕ່​ວ່າ​ເລ​ມັນ​ກັບ​ເລ​ມູ​ເອນ​ປະ​ຕິ​ເສດ​ບໍ່​ຮັບ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ເມັດ​ພືດ​ຕ່າງໆ, ທັງ​ເຂົ້າ​ເປືອກ​ທຸກ​ຊະ​ນິດ, ແລະ ແກ່ນ​ໝາກ​ໄມ້​ທຸກ​ຊະ​ນິດ​ເຂົ້າ​ກັນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ເວ​ລາ​ທີ່​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ນັ້ນ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ວ່າ: ຈົ່ງ​ເບິ່ງ, ພໍ່​ໄດ້ ຝັນ​ເຫັນ​ເລື່ອງ​ໜຶ່ງ; ຫລື ອີກ​ຄຳ​ໜຶ່ງ, ພໍ່​ໄດ້​ເຫັນ ພາບ​ນິ​ມິດ.

3 ແລະ ຈົ່ງ​ເບິ່ງ, ເພາະ​ສິ່ງ​ທີ່​ພໍ່​ເຫັນ, ພໍ່​ຈຶ່ງ​ມີ​ເຫດ​ຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ຍ້ອນ ນີ​ໄຟ ແລະ ແຊມ​ນຳ​ອີກ; ເພາະ​ພໍ່​ມີ​ເຫດ​ຜົນ​ທີ່​ຈະ​ຄິດ​ວ່າ​ເຂົາ, ແລະ ລູກ​ຫລານ​ຂອງ​ເຂົາ​ຢ່າງ​ຫລວງ​ຫລາຍ​ຈະ​ລອດ​ດ້ວຍ​ກັນ.

4 ແຕ່ ຈົ່ງ​ເບິ່ງ, ຍ້ອນ​ພວກ​ເຈົ້າ, ເລ​ມັນ ແລະ ເລ​ມູ​ເອນ, ພໍ່​ຈຶ່ງ​ຢ້ານ​ກົວ​ຢ່າງ​ຍິ່ງ; ເພາະ​ຈົ່ງ​ເບິ່ງ, ພໍ່​ຄິດ​ວ່າ​ພໍ່​ເຫັນ​ຄວາມ​ມືດ, ແລະ ຄວາມ​ເສົ້າ​ໝອງ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ຄວາມ​ຝັນ​ຂອງ​ພໍ່.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ເຫັນ​ຊາຍ​ຜູ້​ໜຶ່ງ​ໃສ່ ເສື້ອ​ຄຸມ​ສີ​ຂາວ, ແລະ ເພິ່ນ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພໍ່.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ພໍ່, ແລະ ສັ່ງ​ໃຫ້​ພໍ່​ຕິດ​ຕາມ​ເພິ່ນ​ໄປ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະ​ນະ​ທີ່​ພໍ່​ຕິດ​ຕາມ​ເພິ່ນ​ໄປ ພໍ່​ໄດ້​ເຫັນ​ຕົວ​ເອງ​ຢູ່​ໃນ​ຄວາມ​ມືດ ແລະ ຄວາມ​ເສົ້າ​ໝອງ.

8 ແລະ ຫລັງ​ຈາກ​ພໍ່​ເດີນ​ທາງ​ເຂົ້າ​ໄປ​ໃນ​ຄວາມ​ມືດ​ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ, ພໍ່​ເລີ່ມ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້​ມີ ຄວາມ​ເມດ​ຕາ​ຕໍ່​ພໍ່, ຕາມ​ພຣະ​ກະ​ລຸ​ນາ ແລະ ຄວາມ​ເມດ​ຕາ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພໍ່​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ແລ້ວ​ພໍ່​ໄດ້​ເຫັນ ທົ່ງ​ໃຫຍ່ ແລະ​ກວ້າງ​ແຫ່ງ​ໜຶ່ງ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ເຫັນ ຕົ້ນ​ໄມ້​ທີ່​ມີ ໝາກ​ອັນ​ເພິ່ງ​ປາດ​ຖະ​ໜາ​ຈະ​ເຮັດ​ໃຫ້​ຄົນ​ເປັນ​ສຸກ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ເຂົ້າ​ໄປ ແລະ ຮັບ​ສ່ວນ ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ; ແລະ ເຫັນ​ວ່າ​ໝາກ​ໄມ້​ນັ້ນ​ຫວານ​ທີ່​ສຸດ​ເໜືອ​ກວ່າ​ທຸກ​ຢ່າງ​ທີ່​ພໍ່​ເຄີຍ​ກິນ​ມາ. ແທ້​ຈິງ​ແລ້ວ, ພໍ່​ເຫັນ​ໝາກ​ໄມ້​ນັ້ນ​ຂາວ​ເກີນ​ກວ່າ ຄວາມ​ຂາວ​ທັງ​ໝົດ​ທີ່​ພໍ່​ເຄີຍ​ເຫັນ​ມາ.

12 ແລະ ເມື່ອ​ພໍ່​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ​ແລ້ວ ຈິດ​ວິນ​ຍານ​ຂອງ​ພໍ່​ເຕັມ​ໄປ​ດ້ວຍ ຄວາມ​ຊື່ນ​ຊົມ​ຢ່າງ​ໃຫຍ່​ຫລວງ; ດັ່ງ​ນັ້ນ, ພໍ່​ຈຶ່ງ​ເລີ່ມ ປາດ​ຖະ​ໜາ​ໃຫ້​ຄອບ​ຄົວ​ຂອງ​ພໍ່​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ນຳ​ກັນ; ເພາະ​ພໍ່​ຮູ້​ວ່າ ມັນ​ເປັນ​ໝາກ​ໄມ້​ທີ່ ເພິ່ງ​ປາດ​ຖະ​ໜາ​ເໜືອ​ກວ່າ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ.

13 ແລະ ເມື່ອ​ພໍ່​ກວາດ​ສາຍ​ຕາ​ໄປ​ອ້ອມ​ຮອບ, ບາງ​ທີ​ພໍ່​ອາດ​ຈະ​ເຫັນ​ຄອບ​ຄົວ​ຂອງ​ພໍ່​ເໝືອນ​ກັນ, ພໍ່​ໄດ້​ເຫັນ ແມ່​ນ້ຳ​ສາຍ​ໜຶ່ງ ຊຶ່ງ​ໄຫລ​ໄປ​ໃກ້ໆ​ກັບ​ຕົ້ນ​ໄມ້​ທີ່​ພໍ່​ກຳ​ລັງ​ກິນ​ໝາກ​ມັນ​ຢູ່.

14 ແລະ ພໍ່​ໄດ້​ຫລຽວ​ໄປ​ເພື່ອ​ຢາກ​ຮູ້​ວ່າ ແມ່​ນ້ຳ​ນັ້ນ​ໄຫລ​ມາ​ຈາກ​ໃສ; ແລະ ພໍ່​ເຫັນ​ຕົ້ນ​ແມ່​ນ້ຳ​ຢູ່​ບໍ່​ໄກ​ເທົ່າ​ໃດ ແລະ ບ່ອນ​ຕົ້ນ​ແມ່​ນ້ຳ​ນັ້ນ​ພໍ່​ໄດ້​ເຫັນ​ຊາ​ໄຣ​ຢາ​ແມ່​ຂອງ​ເຈົ້າ, ແລະ ແຊມ, ແລະ ນີ​ໄຟ; ແລະ ເຂົາ​ເຈົ້າ​ຢືນ​ງົງ​ຢູ່​ບໍ່​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ໄປ​ທາງ​ໃດ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ຮ້ອງ​ຫາ​ພວກ​ເຂົາ; ແລະ ເອີ້ນ​ພວກ​ເຂົາ​ດ້ວຍ​ສຽງ​ດັງ​ເພື່ອ​ໃຫ້​ພວກ​ເຂົາ​ມາ​ຫາ​ພໍ່, ແລະ ຮັບ​ສ່ວນ​ໝາກ​ໄມ້ ຊຶ່ງ​ເປັນ​ໝາກ​ໄມ້​ທີ່​ເພິ່ງ​ປາດ​ຖະ​ໜາ​ເໜືອ​ກວ່າ​ໝາກ​ໄມ້​ອື່ນ​ໃດ​ທັງ​ສິ້ນ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ມາ​ຫາ​ພໍ່ ແລະ ຮັບ​ສ່ວນ​ໝາກ​ໄມ້​ເໝືອນ​ກັນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ປາດ​ຖະ​ໜາ​ຢາກ​ໃຫ້​ເລ​ມັນ​ກັບ​ເລ​ມູ​ເອນ​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ເໝືອນ​ກັນ; ດັ່ງ​ນັ້ນ, ພໍ່​ຈຶ່ງ​ກວາດ​ສາຍ​ຕາ​ມາ​ທາງ​ຕົ້ນ​ແມ່​ນ້ຳ, ບາງ​ທີ​ອາດ​ຈະ​ເຫັນ​ພວກ​ເຂົາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ເຫັນ​ພວກ​ເຂົາ, ແຕ່​ພວກ​ເຂົາ ບໍ່​ມາ​ຫາ​ພໍ່​ເພື່ອ​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ.

19 ແລະ ພໍ່​ເຫັນ ຮາວ​ເຫລັກ​ຍາວ​ຢຽດ​ຕາມ​ແຄມ​ແມ່​ນ້ຳ, ແລະ ພາ​ໄປ​ເຖິງ​ຕົ້ນ​ໄມ້​ບ່ອນ​ພໍ່​ຢືນ​ຢູ່.

20 ແລະ ພໍ່​ໄດ້​ເຫັນ​ທາງ ຄັບ ແລະ ແຄບ​ເປັນ​ສາຍ​ມາ​ຕາມ​ຮາວ​ເຫລັກ​ຈົນ​ເຖິງ​ຕົ້ນ​ໄມ້​ທີ່​ພໍ່​ຢືນ​ຢູ່​ນັ້ນ; ແລະ ມັນ​ພາ​ມາ​ໃກ້​ກັບ​ຕົ້ນ​ອ່າງ​ນ້ຳ​ໄປ​ຫາ ທົ່ງ​ໃຫຍ່ ແລະ ກວ້າງ​ຄື​ກັນ​ກັບ​ວ່າ​ເປັນ​ໜ່ວຍ​ໂລກ​ໜ່ວຍ​ໜຶ່ງ.

21 ແລະ ພໍ່​ເຫັນ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ຈົນ​ນັບ​ບໍ່​ຖ້ວນ, ຊຶ່ງ​ຈຳ​ນວນ​ຫລວງ​ຫລາຍ​ຂອງ​ພວກ​ເຂົາ​ກຳ​ລັງ​ມຸ້ງ​ໜ້າ ເພື່ອ​ຈະ​ໄດ້​ເຂົ້າ​ໄປ​ຫາ ທາງ​ທີ່​ນຳ​ມາ​ຫາ​ຕົ້ນ​ໄມ້​ທີ່​ພໍ່​ຢືນ​ຢູ່.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ອອກ​ມາ, ແລະ ເລີ່ມ​ຕົ້ນ​ເດີນ​ຕາມ​ທາງ​ທີ່​ພາ​ມາ​ຫາ​ຕົ້ນ​ໄມ້​ນັ້ນ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໝອກ​ແຫ່ງ​ຄວາມ​ມືດ​ບັງ​ເກີດ​ຂຶ້ນ; ແທ້​ຈິງ​ແລ້ວ, ເຖິງ​ກັບ​ວ່າ​ເປັນ​ໝອກ​ແຫ່ງ​ຄວາມ​ມືດ​ຢ່າງ​ໃຫຍ່​ຫລວງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ ຜູ້​ຊຶ່ງ​ເລີ່ມ​ຕົ້ນ​ໄປ​ຕາມ​ທາງ​ໄດ້​ຫລົງ​ທາງ ຈົນ​ບໍ່​ຮູ້​ຈະ​ໄປ​ທາງ​ໃດ ແລະ ໄດ້​ສູນ​ຫາຍ​ໄປ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພໍ່​ໄດ້​ເຫັນ​ຄົນ​ອື່ນໆ​ມຸ້ງ​ໜ້າ​ມາ​ຫາ, ແລະ ມາ​ຈັບ​ປາຍ​ຮາວ​ເຫລັກ, ແລະ ພວກ​ເຂົາ​ໄດ້​ມຸ້ງ​ໜ້າ​ຜ່ານ​ໝອກ​ແຫ່ງ​ຄວາມ​ມືດ​ໄປ, ກອດ​ຮາວ​ເຫລັກ, ຈົນ​ວ່າ​ໄດ້​ມາ​ຮັບ​ສ່ວນ ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ນັ້ນ.

25 ຫລັງ​ຈາກ​ພວກ​ເຂົາ​ຮັບ​ສ່ວນ​ໝາກ​ໄມ້​ແລ້ວ ພວກ​ເຂົາ​ໄດ້​ກວາດ​ສາຍ​ຕາ​ໄປ​ມາ ແລະ ຄື​ກັນ​ກັບ​ວ່າ​ພວກ​ເຂົາ​ມີ​ຄວາມ ອັບ​ອາຍ.

26 ແລະ ພໍ່​ກວາດ​ສາຍ​ຕາ​ໄປ​ອ້ອມ​ຮອບ, ແລະ ຈົ່ງ​ເບິ່ງ, ຢູ່​ຟາກ​ແມ່​ນ້ຳ, ມີ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ຫລັງ​ໜຶ່ງ; ແລະ ມັນ​ຕັ້ງ​ຢູ່ ຄື​ກັບ​ວ່າ ມັນ​ຢູ່​ໃນ​ອາ​ກາດ, ສູງ​ກວ່າ​ແຜ່ນ​ດິນ​ໂລກ.

27 ແລະ ມັນ​ເຕັມ​ໄປ​ດ້ວຍ​ຄົນ​ແກ່ ແລະ ຄົນ​ໜຸ່ມ, ທັງ​ຊາຍ ແລະ ຍິງ; ແລະ ການ​ນຸ່ງ​ຖື​ຂອງ​ພວກ​ເຂົາ​ກໍ​ຈົບ​ງາມ​ທີ່​ສຸດ; ແລະ ພວກ​ເຂົາ​ຢູ່​ໃນ ທ່າ​ທາງ​ເຍາະ​ເຍີ້ຍ ແລະ ຊີ້​ມື​ມາ​ຫາ​ຄົນ​ຜູ້​ທີ່​ມາ​ຮອດ ແລະ ກຳ​ລັງ​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ຢູ່.

28 ແລະ ຫລັງ​ຈາກ​ພວກ​ເຂົາ ຊີມ​ໝາກ​ໄມ້​ນັ້ນ​ແລ້ວ ພວກ​ເຂົາ​ກໍ​ມີ​ຄວາມ ອັບ​ອາຍ, ເພາະ​ວ່າ​ມີ​ຜູ້​ທີ່​ກຳ​ລັງ​ເຍາະ​ເຍີ້ຍ​ພວກ​ເຂົາ​ຢູ່; ແລະ ພວກ​ເຂົາ​ກໍ ຕົກ​ລົງ​ໄປ​ໃນ​ທາງ​ຕ້ອງ​ຫ້າມ ແລະ ສູນ​ຫາຍ​ໄປ.

29 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີ​ໄຟ​ບໍ່​ໄດ້​ເວົ້າ​ເຖິງ​ຄຳ​ເວົ້າ​ຂອງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ ທັງ​ໝົດ.

30 ແຕ່​ເພື່ອ​ໃຫ້​ການ​ຂຽນ​ສັ້ນ​ລົງ, ຈົ່ງ​ເບິ່ງ, ເພິ່ນ​ເຫັນ​ຝູງ​ຊົນ​ອື່ນໆ​ມຸ້ງ​ໜ້າ​ມາ​ຫາ; ແລະ ຈັບ​ປາຍ ຮາວ​ເຫລັກ​ນັ້ນ; ແລະ ພວກ​ເຂົາ​ມຸ້ງ​ໜ້າ​ໄປ​ຕາມ​ທິດ​ທາງ​ຂອງ​ພວກ​ເຂົາ​ໂດຍ​ການ​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ​ຢູ່​ຕະ​ຫລອດ​ເວ​ລາ, ຈົນ​ມາ​ເຖິງ​ແລ້ວ​ລົ້ມ​ລົງ ແລະ ຮັບ​ສ່ວນ​ໝາກ​ໄມ້​ຈາກ​ຕົ້ນ​ນັ້ນ.

31 ແລະ ເພິ່ນ​ເຫັນ ຝູງ​ຊົນ​ອື່ນໆ​ກຳ​ລັງ​ງົມ​ຫາ​ເສັ້ນ​ທາງ​ໄປ​ຫາ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ນັ້ນ​ຢູ່.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ຈຳ​ນວນ​ຫລວງ​ຫລາຍ​ຈົມ​ຢູ່​ໃນ ອ່າງ​ນ້ຳ​ເລິກ​ນັ້ນ; ແລະ ຈຳ​ນວນ​ຫລວງ​ຫລາຍ​ສູນ​ຫາຍ​ໄປ​ຈາກ​ສາຍ​ຕາ​ຂອງ​ເພິ່ນ, ແລະ ເດີນ​ແຊະໆ​ຊຳໆ​ໄປ​ຕາມ​ທາງ​ແປກ​ປະ​ຫລາດ.

33 ແລະ ຝູງ​ຊົນ​ຈຳ​ນວນ​ຫລວງ​ຫລາຍ​ໄດ້​ເຂົ້າ​ໄປ​ໃນ​ອາ​ຄານ​ແປກ​ປະ​ຫລາດ​ຫລັງ​ນັ້ນ. ແລ້ວ​ພວກ​ເຂົາ​ຊີ້​ມື ເຍາະ​ເຍີ້ຍ​ຂ້າ​ພະ​ເຈົ້າ​ກັບ​ຜູ້​ທີ່​ກຳ​ລັງ​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ​ຢູ່; ແຕ່​ພວກ​ເຮົາ​ບໍ່​ໄດ້​ຫົວ​ຊາ​ພວກ​ເຂົາ​ເລີຍ.

34 ນີ້​ເປັນ​ຄຳ​ເວົ້າ​ຂອງ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ: ເພາະ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່ ຫົວ​ຊາ​ພວກ​ນັ້ນ​ກໍ​ໄດ້​ຕົກ​ໄປ​ແລ້ວ.

35 ແລະ ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ວ່າ ເລ​ມັນ​ກັບ​ເລ​ມູ​ເອນ​ບໍ່​ໄດ້​ຮັບ​ສ່ວນ​ໝາກ​ໄມ້​ນັ້ນ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ຂໍ້​ຄວາມ​ທັງ​ໝົດ ຊຶ່ງ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ຄວາມ​ຝັນ ແລະ ພາບ​ນິ​ມິດ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ວ່າ ເພາະ​ສິ່ງ​ທີ່​ເພິ່ນ​ໄດ້​ເຫັນ​ໃນ​ພາບ​ນີ້, ເພິ່ນ​ຈຶ່ງ​ມີ​ຄວາມ​ຢ້ານ​ກົວ​ຢ່າງ​ຍິ່ງ​ແທນ​ເລ​ມັນ​ກັບ​ເລ​ມູ​ເອນ; ແທ້​ຈິງ​ແລ້ວ, ເພິ່ນ​ຢ້ານ​ກົວ​ວ່າ​ພວກ​ເຂົາ​ຈະ​ຖືກ​ປະ​ຖິ້ມ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

37 ແລະ ເພິ່ນ​ໄດ້​ແນະ​ນຳ​ພວກ​ເຂົາ​ດ້ວຍ​ຄວາມ​ຮູ້​ສຶກ​ທັງ​ໝົດ​ຂອງ ບິ​ດາ​ທີ່​ປາ​ນີ​ຕໍ່​ລູກ​ເພື່ອ​ພວກ​ເຂົາ​ຈະ​ເຊື່ອ​ຟັງ​ຄຳ​ຂອງ​ເພິ່ນ, ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຈະ​ເມດ​ຕາ ແລະ ບໍ່​ປະ​ຖິ້ມ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ສອນ​ພວກ​ເຂົາ.

38 ແລະ ຫລັງ​ຈາກ​ເພິ່ນ​ສັ່ງ​ສອນ​ພວກ​ເຂົາ​ແລ້ວ, ເພິ່ນ​ຍັງ​ໄດ້​ທຳ​ນາຍ​ຫລາຍ​ເລື່ອງ​ກ່ຽວ​ກັບ​ພວກ​ເຂົາ​ອີກ, ເພິ່ນ​ຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ເພິ່ນ​ໄດ້​ຢຸດ​ເວົ້າ​ກັບ​ພວກ​ເຂົາ.