ບົດທີ 29
ໂມໄຊຢາສະເໜີໃຫ້ເລືອກຜູ້ຕັດສິນແທນກະສັດ—ກະສັດທີ່ບໍ່ຊອບທຳຈະພາຜູ້ຄົນຂອງຕົນເຂົ້າໄປໃນບາບ—ແອວມາຜູ້ເປັນລູກໄດ້ຖືກເລືອກໃຫ້ເປັນຫົວໜ້າຜູ້ຕັດສິນໂດຍສຽງຂອງປະຊາຊົນ—ເພິ່ນເປັນມະຫາປະໂລຫິດດູແລສາດສະໜາຈັກນຳອີກ—ແອວມາຜູ້ເປັນບິດາ ແລະ ໂມໄຊຢາສິ້ນຊີວິດ. ປະມານ 92–91 ປີ ກ່ອນ ຄ.ສ.
1 ບັດນີ້ເມື່ອໂມໄຊຢາໄດ້ກະທຳສິ່ງເຫລົ່ານີ້ແລ້ວ ເພິ່ນໄດ້ສອບຖາມໄປທົ່ວແຜ່ນດິນໃນບັນດາຜູ້ຄົນທັງໝົດ, ໂດຍຢາກຮູ້ເຖິງເຈດຕະນາຂອງພວກເຂົາວ່າຜູ້ໃດຄວນເປັນກະສັດຂອງພວກເຂົາ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຽງຂອງຜູ້ຄົນມີຄວາມວ່າ: ພວກຂ້ານ້ອຍຢາກໃຫ້ອາໂຣນ ລູກຊາຍຂອງທ່ານເອງມາເປັນກະສັດຂອງພວກຂ້ານ້ອຍ ແລະ ເປັນຜູ້ປົກຄອງຂອງພວກຂ້ານ້ອຍ.
3 ບັດນີ້ອາໂຣນໄດ້ຂຶ້ນໄປຫາແຜ່ນດິນນີໄຟແລ້ວ, ສະນັ້ນ ກະສັດຈຶ່ງບໍ່ສາມາດມອບລາຊາອານາຈັກໃຫ້ລາວ; ທັງອາໂຣນເອງກໍບໍ່ຍອມຮັບເອົາລາຊາອານາຈັກ; ທັງບໍ່ມີ ລູກຊາຍຄົນໃດຂອງໂມໄຊຢາຍອມຮັບເອົາລາຊາອານາຈັກເລີຍ.
4 ສະນັ້ນ ກະສັດໂມໄຊຢາຈຶ່ງໄດ້ສອບຖາມໄປໃນບັນດາຜູ້ຄົນອີກ; ແທ້ຈິງແລ້ວ, ເພິ່ນໄດ້ສົ່ງຂໍ້ຄວາມທີ່ຂຽນໄວ້ໄປເຖິງບັນດາຜູ້ຄົນ. ແລະ ນີ້ຄືຂໍ້ຄວາມທີ່ຂຽນໄວ້, ມີຄວາມວ່າ:
5 ຈົ່ງເບິ່ງ, ໂອ້ ຜູ້ຄົນຂອງຂ້າພະເຈົ້າ, ຫລື ພີ່ນ້ອງຂອງຂ້າພະເຈົ້າ, ເພາະຂ້າພະເຈົ້າຖືວ່າພວກທ່ານເປັນດັ່ງນັ້ນ, ແລະ ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາສາເຫດທີ່ພວກທ່ານຖືກຂໍໃຫ້ພິຈາລະນາ—ເພາະວ່າພວກທ່ານປາດຖະໜາຢາກມີ ກະສັດ.
6 ບັດນີ້ຂ້າພະເຈົ້າປະກາດກັບພວກທ່ານວ່າ ຜູ້ທີ່ເປັນເຈົ້າຂອງລາຊາອານາຈັກນີ້ໂດຍສິດທິໄດ້ປະຕິເສດ, ແລະ ຈະບໍ່ຍອມຮັບເອົາລາຊາອານາຈັກ.
7 ແລະ ບັດນີ້ຖ້າຫາກຈະແຕ່ງຕັ້ງຜູ້ອື່ນແທນ, ຈົ່ງເບິ່ງ, ຂ້າພະເຈົ້າຢ້ານວ່າ ມັນຈະເກີດການຜິດຖຽງກັນຂຶ້ນໃນບັນດາພວກທ່ານ. ແລະ ຜູ້ໃດຈະຮູ້ໄດ້ວ່າລູກຊາຍຂອງຂ້າພະເຈົ້າຜູ້ເປັນເຈົ້າຂອງລາຊາອານາຈັກອາດຫັນມາຮ້າຍກາດຂຶ້ນ ແລະ ພາສ່ວນໜຶ່ງຂອງຜູ້ຄົນພວກນີ້ໄປກັບລາວ, ຊຶ່ງຈະເຮັດໃຫ້ເກີດສົງຄາມ ແລະ ການຂັດແຍ້ງກັນຂຶ້ນໃນບັນດາພວກທ່ານ, ຊຶ່ງຈະເປັນເຫດໃຫ້ມີການນອງເລືອດຢ່າງຫລວງຫລາຍເກີດຂຶ້ນ ແລະ ບິດເບືອນທາງຂອງພຣະຜູ້ເປັນເຈົ້າ, ແທ້ຈິງແລ້ວ, ແລະ ຈະທຳລາຍຈິດວິນຍານຂອງຜູ້ຄົນຢ່າງຫລວງຫລາຍ.
8 ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ໃຫ້ພວກເຮົາສະຫລາດ ແລະ ພິຈາລະນາເລື່ອງເຫລົ່ານີ້, ເພາະວ່າພວກເຮົາບໍ່ມີສິດຈະທຳລາຍລູກຊາຍຂອງຂ້າພະເຈົ້າ, ທັງພວກເຮົາບໍ່ມີສິດໃດໆທີ່ຈະທຳລາຍຄົນອື່ນຖ້າຫາກແຕ່ງຕັ້ງຜູ້ນັ້ນຂຶ້ນມາແທນລາວ.
9 ແລະ ຖ້າຫາກລູກຊາຍຂອງຂ້າພະເຈົ້າຫັນກັບໄປສູ່ຄວາມທະນົງໃຈເຖິງເລື່ອງທີ່ບໍ່ມີປະໂຫຍດຂອງລາວ, ລາວກໍຄົງຈະຈື່ໄດ້ເຖິງຄຳເວົ້າຊຶ່ງລາວໄດ້ເວົ້າໄວ້ ແລະ ຈະຮຽກຮ້ອງເອົາສິດທິຂອງລາວໃນລາຊາອານາຈັກນີ້ຄືນໄປ, ຊຶ່ງຈະເຮັດໃຫ້ລາວ ແລະ ຜູ້ຄົນພວກນີ້ກະທຳບາບຫລາຍຂຶ້ນ.
10 ແລະ ບັດນີ້ໃຫ້ພວກເຮົາສະຫລາດ ແລະ ຊອກຫາສິ່ງເຫລົ່ານີ້, ແລະ ສິ່ງທີ່ຈະເຮັດໃຫ້ເກີດສັນຕິສຸກແກ່ຜູ້ຄົນພວກນີ້.
11 ສະນັ້ນ ຂ້າພະເຈົ້າຈະເປັນກະສັດຂອງພວກທ່ານໃນວັນເວລາທີ່ເຫລືອຢູ່ຂອງຂ້າພະເຈົ້າ; ເຖິງຢ່າງໃດກໍຕາມ, ໃຫ້ພວກເຮົາ ແຕ່ງຕັ້ງ ຜູ້ຕັດສິນເພື່ອຕັດສິນຜູ້ຄົນພວກນີ້ຕາມກົດຂອງພວກເຂົາ; ແລະ ພວກເຮົາຈະຈັດລະບຽບການງານໃໝ່ຂອງຜູ້ຄົນພວກນີ້, ເພາະວ່າພວກເຮົາຈະແຕ່ງຕັ້ງຜູ້ທີ່ມີສະຕິປັນຍາໃຫ້ເປັນຜູ້ຕັດສິນ, ຊຶ່ງຈະຕັດສິນຜູ້ຄົນພວກນີ້ຕາມພຣະບັນຍັດຂອງພຣະເຈົ້າ.
12 ບັດນີ້ຖ້າຫາກມະນຸດຖືກພຣະເຈົ້າຕັດສິນຍັງຈະດີກວ່າທີ່ຈະໃຫ້ມະນຸດທຳມະດາຕັດສິນແມ່ນບໍ, ເພາະວ່າການພິພາກສາຂອງພຣະເຈົ້າທ່ຽງທຳສະເໝີໄປ, ແຕ່ການຕັດສິນຂອງມະນຸດນັ້ນບໍ່ທ່ຽງທຳສະເໝີໄປ.
13 ສະນັ້ນ, ຖ້າຫາກເປັນໄປວ່າ ພວກທ່ານຈະມີຄົນ ຊອບທຳມາເປັນກະສັດຂອງພວກທ່ານ ຊຶ່ງຈະສະຖາປະນາກົດຂອງພຣະເຈົ້າ ແລະ ຕັດສິນຜູ້ຄົນພວກນີ້ຕາມພຣະບັນຍັດຂອງພຣະອົງ, ແທ້ຈິງແລ້ວ, ຖ້າຫາກພວກທ່ານຈະມີຄົນມາເປັນກະສັດຂອງພວກທ່ານ ຜູ້ຈະເຮັດເພື່ອຜູ້ຄົນພວກນີ້ເໝືອນດັ່ງທີ່ ເບັນຢາມິນບິດາຂອງຂ້າພະເຈົ້າໄດ້ເຮັດມາ—ຂ້າພະເຈົ້າກ່າວກັບພວກທ່ານວ່າ, ຖ້າຫາກເລື່ອງມັນຈະເປັນໄປໄດ້ແບບນີ້ສະເໝີໄປແລ້ວ ມັນກໍສົມຄວນທີ່ພວກທ່ານຈະມີກະສັດປົກຄອງພວກທ່ານຢູ່ສະເໝີ.
14 ແລະ ແມ່ນແຕ່ຕົວຂ້າພະເຈົ້າເອງກໍຍັງໄດ້ທຳງານຈົນສຸດກຳລັງ ແລະ ສຸດຄວາມສາມາດຊຶ່ງຂ້າພະເຈົ້າມີຢູ່, ເພື່ອສິດສອນພຣະບັນຍັດຂອງພຣະເຈົ້າໃຫ້ແກ່ພວກທ່ານ, ແລະ ເພື່ອສະຖາປະນາສັນຕິສຸກຂຶ້ນທົ່ວແຜ່ນດິນ, ເພື່ອບໍ່ໃຫ້ມີສົງຄາມ ແລະ ການຂັດແຍ້ງກັນ, ບໍ່ໃຫ້ມີການຂີ້ລັກມັກສົກ, ຫລື ການປຸ້ນຈີ້, ຫລື ການຄາດຕະກຳ ຫລື ຄວາມຊົ່ວຮ້າຍນາໆປະການ;
15 ແລະ ຜູ້ໃດກໍຕາມທີ່ເຮັດຄວາມຊົ່ວຮ້າຍນີ້, ຂ້າພະເຈົ້າກໍຈະໄດ້ ລົງໂທດເຂົາຕາມກົດ ຊຶ່ງບັນພະບຸລຸດຂອງພວກເຮົາໄດ້ມອບໃຫ້ພວກເຮົາ.
16 ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ ເພາະວ່າມະນຸດບໍ່ມີຄວາມທ່ຽງທຳທຸກຄົນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະມີກະສັດຄົນໜຶ່ງ ຫລື ກະສັດຫລາຍຄົນປົກຄອງພວກທ່ານ.
17 ເພາະຈົ່ງເບິ່ງ, ກະສັດ ຊົ່ວຄົນໜຶ່ງເຮັດໃຫ້ ຄວາມຊົ່ວຮ້າຍເກີດຂຶ້ນໄດ້ຫລາຍປານໃດ, ແທ້ຈິງແລ້ວ, ເປັນຄວາມພິນາດອັນໃຫຍ່ຫລວງພຽງໃດ!
18 ແທ້ຈິງແລ້ວ, ໃຫ້ສຳນຶກເຖິງກະສັດໂນອາ, ຄວາມຊົ່ວຮ້າຍຂອງເພິ່ນ ແລະ ຄວາມໜ້າກຽດຊັງຂອງເພິ່ນ, ແລະ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຜູ້ຄົນຂອງເພິ່ນນຳອີກ. ຈົ່ງເບິ່ງ ຄວາມພິນາດອັນໃຫຍ່ຫລວງໄດ້ເກີດກັບພວກເຂົາແລ້ວ; ແລະ ເພາະຄວາມຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈຶ່ງໄດ້ຖືກເອົາໄປເປັນ ທາດ.
19 ແລະ ຖ້າຫາກບໍ່ມີການຫຍຸ້ງກ່ຽວຂອງພຣະຜູ້ສ້າງຜູ້ມີສະຕິປັນຍາຂອງພວກເຂົາແລ້ວ, ແລະ ຖ້າບໍ່ແມ່ນຍ້ອນການກັບໃຈຢ່າງແທ້ຈິງຂອງພວກເຂົາແລ້ວ, ພວກເຂົາຈະຕ້ອງຢູ່ໃນຄວາມເປັນທາດຈົນເຖິງບັດນີ້ຢ່າງບໍ່ມີທາງຫລີກລ້ຽງໄດ້.
20 ແຕ່ຈົ່ງເບິ່ງ, ພຣະອົງໄດ້ປົດປ່ອຍພວກເຂົາ ເພາະວ່າພວກເຂົາໄດ້ ຖ່ອມຕົວຕໍ່ພຣະພັກຂອງພຣະອົງ; ແລະ ເພາະວ່າພວກເຂົາ ທູນຂໍຢ່າງສຸດກຳລັງຕໍ່ພຣະອົງ, ພຣະອົງຈຶ່ງໄດ້ປົດປ່ອຍພວກເຂົາອອກຈາກຄວາມເປັນທາດ; ແລະ ເພາະສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງກະທຳດ້ວຍອຳນາດຂອງພຣະອົງໃນທຸກກໍລະນີໃນບັນດາລູກຫລານມະນຸດ, ໂດຍເດ່ພຣະຫັດແຫ່ງ ຄວາມເມດຕາມາຍັງຜູ້ທີ່ ໄວ້ວາງໃຈໃນພຣະອົງ.
21 ແລະ ຈົ່ງເບິ່ງ, ບັດນີ້ຂ້າພະເຈົ້າກ່າວກັບພວກທ່ານວ່າ, ພວກທ່ານຈະກຳຈັດກະສັດຊົ່ວຮ້າຍຜູ້ໜຶ່ງອອກຈາກບັນລັງບໍ່ໄດ້ນອກຈາກຈະເປັນການຂັດແຍ້ງຢ່າງໜັກ ແລະ ການນອງເລືອດຢ່າງຫລວງຫລາຍ.
22 ເພາະຈົ່ງເບິ່ງ, ໃນຄວາມຊົ່ວຮ້າຍກະສັດກໍຍັງມີ ໝູ່ເພື່ອນ, ແລະ ເພິ່ນຈະຈັດເສນາອາມາດໄວ້ອ້ອມຮອບເພິ່ນ; ແລະ ເພິ່ນຈະທຳລາຍກົດຂອງຄົນທີ່ປົກຄອງມາໃນຄວາມຊອບທຳກ່ອນເພິ່ນ; ແລະ ເພິ່ນຈະຢຽບຍ່ຳພຣະບັນຍັດຂອງພຣະເຈົ້າໄວ້ໃຕ້ຕີນຂອງເພິ່ນ;
23 ແລະ ເພິ່ນຈະອອກກົດໃໝ່ ແລະ ສົ່ງອອກໄປໃນບັນດາຜູ້ຄົນຂອງເພິ່ນ, ແທ້ຈິງແລ້ວ, ແມ່ນແຕ່ກົດຕາມວິທີການແຫ່ງ ຄວາມຊົ່ວຮ້າຍຂອງເພິ່ນເອງ; ແລະ ຜູ້ໃດກໍຕາມທີ່ບໍ່ເຮັດຕາມກົດຂອງເພິ່ນ, ເພິ່ນກໍຈະທຳລາຍຜູ້ນັ້ນເສຍ; ແລະ ຜູ້ໃດກໍຕາມທີ່ກະບົດຕໍ່ເພິ່ນ, ເພິ່ນກໍຈະສັ່ງກອງທັບໄປປາບຜູ້ນັ້ນ; ແລະ ຖ້າຫາກເພິ່ນເຮັດໄດ້, ເພິ່ນຈະທຳລາຍເຂົາເສຍ, ແລະ ດັ່ງນັ້ນກະສັດທີ່ບໍ່ຊອບທຳຈຶ່ງບິດເບືອນທາງແຫ່ງຄວາມຊອບທຳທັງໝົດ.
24 ແລະ ບັດນີ້ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ສົມຄວນເລີຍທີ່ຄວາມໜ້າກຽດຊັງເຊັ່ນນັ້ນຈະເກີດກັບພວກທ່ານ.
25 ສະນັ້ນ, ພວກທ່ານຈົ່ງເລືອກເອົາຜູ້ຕັດສິນໂດຍສຽງຂອງຜູ້ຄົນພວກນີ້ ເພື່ອພວກທ່ານຈະໄດ້ຮັບການຕັດສິນຕາມກົດຊຶ່ງບັນພະບຸລຸດຂອງພວກເຮົາໄດ້ໃຫ້ໄວ້ກັບພວກທ່ານ ຊຶ່ງຖືກຕ້ອງ, ແລະ ຊຶ່ງໄດ້ໃຫ້ໄວ້ກັບພວກທ່ານໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ.
26 ບັດນີ້ບໍ່ແມ່ນເລື່ອງທຳມະດາທີ່ສຽງຜູ້ຄົນຈະປາດຖະໜາສິ່ງກົງກັນຂ້າມກັບສິ່ງທີ່ຖືກຕ້ອງ, ແຕ່ເປັນເລື່ອງທຳມະດາສຳລັບຄົນສ່ວນໜ້ອຍທີ່ປາດຖະໜາສິ່ງທີ່ບໍ່ຖືກຕ້ອງ; ສະນັ້ນ ເລື່ອງນີ້ພວກທ່ານຈົ່ງຍຶດຖື ແລະ ເຮັດໃຫ້ເປັນກົດຂອງພວກທ່ານ—ທີ່ຈະຈັດທຸລະກິດຂອງພວກທ່ານໂດຍສຽງຂອງຜູ້ຄົນ.
27 ແລະ ຖ້າຫາກເວລາມາເຖິງ ເມື່ອສຽງຂອງຜູ້ຄົນເລືອກເອົາຄວາມຊົ່ວຮ້າຍ, ເມື່ອນນັ້ນກໍເປັນເວລາທີ່ການພິພາກສາຂອງພຣະເຈົ້າຈະເກີດກັບພວກທ່ານ; ແທ້ຈິງແລ້ວ, ເມື່ອນັ້ນ ຈະເປັນເວລາທີ່ພຣະອົງຈະສະເດັດມາຢ້ຽມຢາມພວກທ່ານດ້ວຍຄວາມພິນາດອັນແສນສາຫັດດັ່ງທີ່ພຣະອົງເຄີຍສະເດັດມາຢ້ຽມຢາມແຜ່ນດິນນີ້.
28 ແລະ ບັດນີ້ຖ້າຫາກພວກທ່ານມີຜູ້ຕັດສິນ, ແລະ ພວກເພິ່ນບໍ່ຕັດສິນພວກທ່ານຕາມກົດຊຶ່ງມີໄວ້ໃຫ້ແລ້ວ, ພວກທ່ານກໍອາດຈະໃຫ້ພວກເພິ່ນໄດ້ຮັບການຕັດສິນຈາກສານທີ່ສູງກວ່ານັ້ນ.
29 ແລະ ຖ້າຫາກຜູ້ຕັດສິນຂອງພວກທ່ານທີ່ສູງກວ່າບໍ່ໃຫ້ການຕັດສິນທີ່ຖືກຕ້ອງ, ແລ້ວພວກທ່ານຄວນຈະຫາຜູ້ຕັດສິນຫລາຍຄົນທີ່ຕ່ຳກວ່າຂອງພວກທ່ານມາເຕົ້າໂຮມກັນ, ແລະ ພວກເພິ່ນຈະຕັດສິນຜູ້ຕັດສິນທີ່ສູງກວ່າຂອງພວກທ່ານຕາມສຽງຂອງປະຊາຊົນ.
30 ແລະ ເຮົາສັ່ງໃຫ້ພວກທ່ານເຮັດແນວນີ້ດ້ວຍຄວາມຢ້ານກົວພຣະຜູ້ເປັນເຈົ້າ; ແລະ ເຮົາສັ່ງໃຫ້ພວກທ່ານເຮັດສິ່ງເຫລົ່ານີ້, ແລະ ບໍ່ໃຫ້ມີກະສັດ; ຄືຖ້າຫາກຄົນພວກນີ້ເຮັດບາບ ແລະ ຄວາມຊົ່ວຮ້າຍ ແລ້ວພວກເຂົາຈະໄດ້ຮັບຄຳຕອບໄວ້ເທິງຫົວຂອງພວກເຂົາເອງ.
31 ເພາະຈົ່ງເບິ່ງ ເຮົາກ່າວກັບພວກທ່ານວ່າ, ບາບຂອງຄົນຢ່າງຫລວງຫລາຍເກີດຂຶ້ນຍ້ອນຄວາມຊົ່ວຮ້າຍຂອງກະສັດຂອງພວກເຂົາ; ສະນັ້ນ ຄວາມຊົ່ວຮ້າຍຂອງພວກເຂົາຍ່ອມໄດ້ຮັບຄຳຕອບໄວ້ເທິງຫົວຂອງກະສັດຂອງພວກເຂົາ.
32 ແລະ ບັດນີ້ເຮົາປາດຖະໜາວ່າ ຄວາມບໍ່ສະເໝີພາບຈະບໍ່ມີອີກຕໍ່ໄປໃນແຜ່ນດິນນີ້, ໂດຍສະເພາະ ໃນບັນດາຜູ້ຄົນຂອງຂ້າພະເຈົ້າເອງ; ແຕ່ຂ້າພະເຈົ້າປາດຖະໜາໃຫ້ແຜ່ນດິນນີ້ເປັນແຜ່ນດິນ ແຫ່ງເສລີພາບ, ແລະ ທຸກໆຄົນຈະຊື່ນຊົມໃນສິດ ແລະ ສິດທິພິເສດເທົ່າທຽມກັນຕາບໃດທີ່ພຣະຜູ້ເປັນເຈົ້າເຫັນສົມຄວນທີ່ພວກເຮົາຈະດຳລົງຊີວິດຢູ່ ແລະ ຮັບແຜ່ນດິນເປັນມູນມໍລະດົກ, ແທ້ຈິງແລ້ວ, ຕາບໃດທີ່ລູກຫລານຄົນໃດຂອງພວກເຮົາຍັງເຫລືອຢູ່ໃນແຜ່ນດິນນີ້.
33 ແລະ ກະສັດໂມໄຊຢາໄດ້ຂຽນອີກຫລາຍເລື່ອງໄປເຖິງພວກເຂົາ, ໂດຍໄດ້ເປີດເຜີຍໃຫ້ຮູ້ເຖິງຄວາມເດືອດຮ້ອນ ແລະ ຄວາມຫຍຸ້ງຍາກຂອງກະສັດທີ່ຊອບທຳ, ແທ້ຈິງແລ້ວ, ຄວາມເຈັບປວດຂອງຈິດວິນຍານເພື່ອຜູ້ຄົນຂອງຕົນນັ້ນ, ແລະ ການຈົ່ມວ່າທັງໝົດຂອງຜູ້ຄົນທີ່ມີຕໍ່ກະສັດຂອງພວກເຂົານຳອີກ; ແລະ ເພິ່ນໄດ້ອະທິບາຍເລື່ອງທັງໝົດນີ້ໃຫ້ພວກເຂົາຟັງ.
34 ແລະ ເພິ່ນໄດ້ບອກພວກເຂົາວ່າ ເລື່ອງເຫລົ່ານີ້ບໍ່ຄວນຈະເກີດຂຶ້ນ; ແຕ່ວ່າພາລະແບກຫາບຄວນຈະເກີດຂຶ້ນກັບທຸກຄົນເພື່ອມະນຸດທຸກໆຄົນຈະໄດ້ຮັບສ່ວນແບ່ງຂອງຕົນ.
35 ແລະ ເພິ່ນໄດ້ເປີດເຜີຍໃຫ້ພວກເຂົາຮູ້ຈັກການເສຍປຽບທັງໝົດຂອງວຽກງານທີ່ພວກເຂົາເຮັດໄປນັ້ນນຳອີກ, ໂດຍມີກະສັດທີ່ບໍ່ຊອບທຳປົກຄອງພວກເຂົາ;
36 ແທ້ຈິງແລ້ວ, ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງທັງໝົດຂອງເພິ່ນ, ແລະ ສົງຄາມທັງໝົດ, ແລະ ການຂັດແຍ້ງ, ແລະ ການນອງເລືອດ, ແລະ ການລັກ, ແລະ ການປຸ້ນຈີ້, ແລະ ການທຳການໂສເພນີ, ແລະ ຄວາມຊົ່ວຮ້າຍນາໆປະການ ຊຶ່ງບໍ່ສາມາດຍົກຂຶ້ນມາເວົ້າໃຫ້ໝົດໄດ້—ບອກພວກເຂົາວ່າສິ່ງເຫລົ່ານີ້ບໍ່ຄວນຈະມີຂຶ້ນເລີຍ, ເພາະມັນກົງກັນຂ້າມຢ່າງເຫັນໄດ້ຢ່າງແຈ້ງຊັດກັບພຣະບັນຍັດຂອງພຣະເຈົ້າ.
37 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື, ຫລັງຈາກໂມໄຊຢາໄດ້ສົ່ງເລື່ອງເຫລົ່ານີ້ອອກໄປຫາບັນດາຜູ້ຄົນແລ້ວ ຄົນທັງຫລາຍຈຶ່ງແນ່ໃຈເຖິງຄວາມຈິງຈາກຄຳເວົ້າຂອງເພິ່ນ.
38 ສະນັ້ນ ພວກເຂົາຈຶ່ງເລີກລົ້ມຄວາມປາດຖະໜາທີ່ຈະມີກະສັດ, ແລະ ກັບມາກະຕືລືລົ້ນຢ່າງຍິ່ງທີ່ຈະໃຫ້ທຸກຄົນມີໂອກາດເທົ່າທຽມກັນຕະຫລອດທົ່ວແຜ່ນດິນ; ແທ້ຈິງແລ້ວ, ແລະ ທຸກຄົນສະແດງຄວາມເຕັມໃຈທີ່ຈະຮັບເອົາບາບຂອງຕົນເອງ.
39 ສະນັ້ນ, ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນເຫລົ່ານັ້ນໄດ້ມາເຕົ້າໂຮມກັນເປັນກຸ່ມໆຕະຫລອດທົ່ວແຜ່ນດິນ, ເພື່ອອອກສຽງຂອງຕົນເອງກ່ຽວກັບວ່າ ຜູ້ໃດຄວນເປັນຜູ້ຕັດສິນຂອງພວກເຂົາທີ່ຈະຕັດສິນຕາມ ກົດຊຶ່ງມີໃຫ້ໄວ້ກັບພວກເຂົາ; ແລະ ພວກເຂົາມີຄວາມປິຕິຍິນດີຢ່າງຍິ່ງໃນ ເສລີພາບທີ່ພວກເຂົາໄດ້ຮັບມາ.
40 ແລະ ພວກເຂົາມີຄວາມຮັກແພງຫລາຍຂຶ້ນຕໍ່ໂມໄຊຢາ; ແທ້ຈິງແລ້ວ, ພວກເຂົານັບຖືເພິ່ນຫລາຍກວ່າຄົນອື່ນໆ; ເພາະພວກເຂົາເຫັນວ່າເພິ່ນບໍ່ເປັນຄົນກົດຂີ່ຂົ່ມເຫັງ ຊຶ່ງສະແຫວງຫາຜົນປະໂຫຍດສ່ວນຕົວ, ແທ້ຈິງແລ້ວ, ສະແຫວງຫາຊັບສິນຊຶ່ງເຮັດໃຫ້ຈິດວິນຍານເສື່ອມໂຊມ; ເພາະເພິ່ນບໍ່ໄດ້ຮຽກຮ້ອງເອົາຂອງມີຄ່າຈາກພວກເຂົາເລີຍ, ທັງບໍ່ໄດ້ເບີກບານໃນການນອງເລືອດ; ແຕ່ເພິ່ນໄດ້ສະຖາປະນາ ສັນຕິສຸກຂຶ້ນໃນແຜ່ນດິນ, ແລະ ເພິ່ນໄດ້ໃຫ້ຜູ້ຄົນຂອງເພິ່ນໄດ້ຮັບການປົດປ່ອຍຈາກຄວາມເປັນທາດທຸກຢ່າງ; ສະນັ້ນ ພວກເຂົາຈຶ່ງນັບຖືເພິ່ນຢ່າງລົ້ນເຫລືອ, ແທ້ຈິງແລ້ວ, ເກີນກວ່າທີ່ຈະວັດແທກໄດ້.
41 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ແຕ່ງຕັ້ງ ຜູ້ຕັດສິນເພື່ອປົກຄອງພວກເຂົາ, ຫລື ວ່າຜູ້ຕັດສິນພວກເຂົາຕາມກົດ; ແລະ ສິ່ງນີ້ພວກເຂົາໄດ້ເຮັດຕະຫລອດທົ່ວແຜ່ນດິນ.
42 ແລະ ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຜູ້ຕັດສິນຄົນທຳອິດ, ເພິ່ນໄດ້ເປັນມະຫາປະໂລຫິດນຳອີກ, ບິດາຂອງເພິ່ນໄດ້ມອບຕຳແໜ່ງໃຫ້ເພິ່ນ ແລະ ມອບໜ້າທີ່ຮັບຜິດຊອບກ່ຽວກັບ ການງານທັງໝົດຂອງສາດສະໜາຈັກໃຫ້ເພິ່ນ.
43 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ແອວມາໄດ້ ເດີນໃນທາງຂອງພຣະຜູ້ເປັນເຈົ້າ, ແລະ ເພິ່ນໄດ້ຮັກສາພຣະບັນຍັດຂອງພຣະອົງ, ແລະ ເພິ່ນໄດ້ຕັດສິນດ້ວຍການຕັດສິນອັນຖືກຕ້ອງ; ແລະ ມັນມີສັນຕິສຸກຕິດຕໍ່ກັນທົ່ວແຜ່ນດິນ.
44 ແລະ ສະນັ້ນການປົກຄອງຂອງຜູ້ຕັດສິນຕະຫລອດທົ່ວແຜ່ນດິນເຊຣາເຮັມລາຈຶ່ງເລີ່ມມີຂຶ້ນໃນບັນດາຜູ້ຄົນທັງໝົດທີ່ມີຊື່ວ່າ ຊາວນີໄຟ; ແລະ ແອວມາເປັນຜູ້ຕັດສິນຄົນທຳອິດ ແລະ ເປັນຫົວໜ້າ.
45 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ບິດາຂອງເພິ່ນໄດ້ສິ້ນຊີວິດເມື່ອມີອາຍຸໄດ້ແປດສິບສອງປີ, ໂດຍມີຊີວິດເພື່ອເຮັດໃຫ້ພຣະບັນຍັດຂອງພຣະເຈົ້າບັນລຸຜົນສຳເລັດ.
46 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາກໍໄດ້ສິ້ນຊີວິດໄປຄືກັນໃນປີທີສາມສິບສາມແຫ່ງການປົກຄອງຂອງເພິ່ນ, ຊຶ່ງມີອາຍຸໄດ້ ຫົກສິບສາມປີ; ນັບເປັນເວລາທັງໝົດຫ້າຮ້ອຍເກົ້າປີນັບຕັ້ງແຕ່ເວລາທີ່ລີໄຮອອກຈາກເຢຣູຊາເລັມມາ.
47 ແລະ ດັ່ງນັ້ນການປົກຄອງຂອງກະສັດເພື່ອດູແລຜູ້ຄົນຂອງນີໄຟຈຶ່ງໝົດໄປ; ແລະ ດັ່ງນັ້ນວັນເວລາຂອງແອວມາຜູ້ສ້າງຕັ້ງຮາກຖານຂອງສາດສະໜາຈັກກໍໝົດໄປເຊັ່ນດຽວກັນ.