ບົດທີ 3
ນ້ອງຊາຍຂອງຢາເຣັດເຫັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າໃນຂະນະທີ່ພຣະອົງແຕະຕ້ອງຫີນສິບຫົກກ້ອນນັ້ນ—ພຣະຄຣິດໄດ້ສະແດງຮ່າງກາຍທາງວິນຍານແກ່ນ້ອງຊາຍຂອງຢາເຣັດ—ຜູ້ທີ່ມີຄວາມຮູ້ອັນສົມບູນບໍ່ສາມາດຖືກກີດກັນຈາກພາຍໃນມ່ານ—ສິ່ງແປຄວາມໝາຍຖືກເຮັດຂຶ້ນເພື່ອນຳເອົາບັນທຶກຂອງຊາວຢາເຣັດໄປຫາແສງສະຫວ່າງ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ນ້ອງຊາຍຂອງຢາເຣັດ, (ບັດນີ້ພາຊະນະທີ່ຕຽມໄວ້ມີຢູ່ແປດລຳ) ໄດ້ອອກໄປຫາພູເຂົາ ຊຶ່ງເອີ້ນກັນວ່າ ພູເຊເລັມ, ຍ້ອນວ່າຄວາມສູງທີ່ສຸດຂອງມັນ, ແລະ ລາວໄດ້ຫລອມຫີນໃຫ້ເປັນກ້ອນນ້ອຍສິບຫົກກ້ອນອອກຈາກຫີນກ້ອນໜຶ່ງ, ແລະ ມັນຂາວ ແລະ ໄສຄືກັນກັບແກ້ວທີ່ສ່ອງຊອດໄດ້, ແລະ ລາວໄດ້ຖືມັນຂຶ້ນໄປເທິງຈອມພູ ແລະ ໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ມີຄວາມວ່າ:
2 ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງໄດ້ກ່າວວ່າ ພວກຂ້ານ້ອຍຈະຕ້ອງຖືກນ້ຳຖ້ວມອ້ອມຮອບ. ບັດນີ້ ຈົ່ງທອດພຣະເນດເຖີດ, ໂອ້ ພຣະຜູ້ເປັນເຈົ້າ, ຂໍຢ່າພຣະພິໂລດຂ້າໃຊ້ຂອງພຣະອົງເລີຍ; ຍ້ອນວ່າຄວາມອ່ອນແອຂອງລາວທີ່ມີຕໍ່ພຣະພັກຂອງພຣະອົງ; ເພາະວ່າພວກຂ້ານ້ອຍຮູ້ຈັກວ່າ ພຣະອົງບໍລິສຸດ ແລະ ປະທັບຢູ່ໃນຟ້າສະຫວັນ, ແລະ ວ່າພວກຂ້ານ້ອຍບໍ່ມີຄ່າຄວນຕໍ່ພຣະພັກຂອງພຣະອົງ; ຍ້ອນ ການຕົກໂດຍ ທຳມະຊາດຂອງພວກຂ້ານ້ອຍ ຈຶ່ງກັບມາຊົ່ວຢູ່ຕະຫລອດເວລາ; ເຖິງຢ່າງໃດກໍຕາມ, ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງໄດ້ປະທານພຣະບັນຍັດແກ່ພວກຂ້ານ້ອຍວ່າ ພວກຂ້ານ້ອຍຕ້ອງເອີ້ນຫາພຣະອົງ, ເພື່ອພວກຂ້ານ້ອຍຈະໄດ້ຮັບຄຳຕອບຕາມຄວາມປາດຖະໜາຂອງພວກຂ້ານ້ອຍ.
3 ຈົ່ງທອດພຣະເນດເຖີດ, ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງໄດ້ລົງໂທດພວກຂ້ານ້ອຍຍ້ອນວ່າຄວາມຊົ່ວຮ້າຍຂອງພວກຂ້ານ້ອຍ, ແລະ ໄດ້ຂັບໄລ່ພວກຂ້ານ້ອຍໄປໃນຊົ່ວເວລາຫລາຍປີມາແລ້ວ, ພວກຂ້ານ້ອຍໄດ້ຢູ່ໃນຖິ່ນແຫ້ງແລ້ງກັນດານ; ເຖິງຢ່າງໃດກໍຕາມ, ພຣະອົງຍັງ ເມດຕາພວກຂ້ານ້ອຍຢູ່. ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂຜດທອດພຣະເນດພວກຂ້ານ້ອຍດ້ວຍຄວາມສົງສານ, ແລະ ຂໍໂຜດຫັນເອົາພຣະພິໂລດຂອງພຣະອົງອອກໄປຈາກຄົນເຫລົ່ານີ້ຂອງພຣະອົງດ້ວຍເຖີດ, ແລະ ຢ່າໄດ້ປ່ອຍໃຫ້ພວກເຂົາຂ້າມຄວາມເລິກຂອງທະເລດ້ວຍຄວາມມືດເລີຍ; ແຕ່ຂໍຈົ່ງໂຜດທອດພຣະເນດສິ່ງເຫລົ່ານີ້ ຊຶ່ງຂ້ານ້ອຍໄດ້ຫລໍ່ຫລອມອອກຈາກຫີນ.
4 ແລະ ຂ້ານ້ອຍຮູ້, ໂອ້ ພຣະຜູ້ເປັນເຈົ້າ, ວ່າພຣະອົງມີ ອຳນາດທຸກຢ່າງ, ແລະ ສາມາດເຮັດອັນໃດກໍໄດ້ຕາມທີ່ພຣະອົງປາດຖະໜາເພື່ອຜົນປະໂຫຍດຂອງມະນຸດ; ໂອ້ ພຣະຜູ້ເປັນເຈົ້າ, ສະນັ້ນ ຂໍຈົ່ງໂຜດແຕະຕ້ອງຫີນເຫລົ່ານີ້ດ້ວຍນິ້ວພຣະຫັດຂອງພຣະອົງ, ແລະ ຕຽມມັນໄວ້ເພື່ອມັນຈະສ່ອງແສງອອກມາໃນຄວາມມືດ, ແລະ ມັນຈະໄດ້ສ່ອງແສງອອກມາຫາພວກຂ້ານ້ອຍຢູ່ໃນພາຊະນະຊຶ່ງພວກຂ້ານ້ອຍໄດ້ຕຽມໄວ້ແລ້ວ, ເພື່ອວ່າພວກຂ້ານ້ອຍຈະໄດ້ມີແສງສະຫວ່າງໃນຂະນະທີ່ຂ້າມນ້ຳທະເລໄປນັ້ນ.
5 ຈົ່ງທອດພຣະເນດດ້ວຍເຖີດ, ໂອ້ ພຣະອົງເຈົ້າເອີຍ, ພຣະອົງເຮັດສິ່ງນີ້ໄດ້. ພວກຂ້ານ້ອຍຮູ້ວ່າ ພຣະອົງສາມາດສະແດງລິດເດດອັນຍິ່ງໃຫຍ່ໄດ້, ຊຶ່ງ ເບິ່ງເປັນເລື່ອງເລັກນ້ອຍໃນຄວາມເຂົ້າໃຈຂອງມະນຸດ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລານ້ອງຊາຍຂອງຢາເຣັດກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ເດ່ພຣະຫັດອອກມາ ແລະ ແຕະຕ້ອງຫີນເຫລົ່ານັ້ນເທື່ອລະກ້ອນດ້ວຍນິ້ວພຣະຫັດຂອງພຣະອົງ. ແລະ ມ່ານຖືກເອົາອອກໄປຈາກຕາຂອງນ້ອງຊາຍຂອງຢາເຣັດ, ແລະ ລາວໄດ້ເຫັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າ; ແລະ ມັນຄືກັນກັບນິ້ວມືຂອງມະນຸດ, ທີ່ມີເນື້ອໜັງ ແລະ ກະດູກ, ແລະ ນ້ອງຊາຍຂອງຢາເຣັດໄດ້ລົ້ມລົງຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າດ້ວຍຄວາມຢ້ານກົວ.
7 ແລະ ພຣະຜູ້ເປັນເຈົ້າເຫັນວ່າ ນ້ອງຊາຍຂອງຢາເຣັດໄດ້ລົ້ມລົງຢູ່ກັບພື້ນດິນ; ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ: ຈົ່ງລຸກຂຶ້ນເຖີດ, ເປັນຫຍັງເຈົ້າຈຶ່ງລົ້ມລົງ?
8 ແລະ ລາວໄດ້ທູນຕອບພຣະຜູ້ເປັນເຈົ້າວ່າ: ຂ້ານ້ອຍໄດ້ເຫັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າ, ແລະ ຂ້ານ້ອຍຢ້ານວ່າ ພຣະອົງຈະລົງໂທດຂ້ານ້ອຍ; ເພາະວ່າຂ້ານ້ອຍບໍ່ຮູ້ຈັກວ່າ ພຣະຜູ້ເປັນເຈົ້າມີເນື້ອໜັງ ແລະ ກະດູກ.
9 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ: ເປັນຍ້ອນສັດທາຂອງເຈົ້າ, ເຈົ້າຈຶ່ງໄດ້ເຫັນວ່າເຮົາຈະຮັບເອົາ ເນື້ອໜັງ ແລະ ກະດູກ; ແລະ ບໍ່ເຄີຍມີຜູ້ໃດເລີຍທີ່ມາຢູ່ຕໍ່ໜ້າເຮົາດ້ວຍສັດທາອັນໃຫຍ່ຫລວງຄືກັນກັບເຈົ້າ; ເພາະວ່າຖ້າຫາກບໍ່ເປັນເຊັ່ນນັ້ນ ເຈົ້າຈະເຫັນນິ້ວພຣະຫັດຂອງເຮົາບໍ່ໄດ້. ເຈົ້າເຫັນຫລາຍກວ່ານີ້ບໍ່?
10 ແລະ ລາວໄດ້ທູນຕອບວ່າ: ບໍ່; ພຣະອົງເຈົ້າເອີຍ, ຈົ່ງໂຜດປະກົດຕົວໃຫ້ຂ້ານ້ອຍເຫັນແດ່ທ້ອນ.
11 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ: ເຈົ້າເຊື່ອຄຳເວົ້າຂອງເຮົາບໍ່?
12 ແລະ ລາວໄດ້ຕອບວ່າ: ເຊື່ອ, ພຣະອົງເຈົ້າເອີຍ, ຂ້ານ້ອຍຮູ້ວ່າ ພຣະອົງກ່າວດ້ວຍຄວາມຈິງ, ເພາະວ່າພຣະອົງເປັນພຣະເຈົ້າແຫ່ງຄວາມຈິງ, ແລະ ບໍ່ ສາມາດເວົ້າຕົວະ.
13 ແລະ ເວລາລາວກ່າວຂໍ້ຄວາມນີ້ແລ້ວ, ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ ປະກົດຕົວໃຫ້ລາວເຫັນ, ແລະ ກ່າວວ່າ: ຍ້ອນວ່າເຈົ້າຮູ້ຈັກເລື່ອງເຫລົ່ານີ້ ເຈົ້າຈຶ່ງຖືກໄຖ່ອອກຈາກການຕົກແລ້ວ; ສະນັ້ນ ເຈົ້າຈຶ່ງຖືກນຳເອົາກັບມາຫາທີ່ປະທັບຂອງເຮົາ; ສະນັ້ນ ເຮົາຈຶ່ງໄດ້ ປະກົດຕົວແກ່ເຈົ້າ.
14 ຈົ່ງເບິ່ງ, ເຮົາຄືຜູ້ທີ່ຖືກຕຽມໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກ ເພື່ອ ໄຖ່ຖອນຜູ້ຄົນຂອງເຮົາ. ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ. ເຮົາຄື ພຣະບິດາ ແລະ ພຣະບຸດ. ໂດຍຜ່ານທາງເຮົາມະນຸດຊາດທັງປວງຈະມີ ຊີວິດອັນຕະຫລອດການ, ຕະຫລອດທັງທຸກຄົນຜູ້ທີ່ເຊື່ອໃນພຣະນາມຂອງເຮົາ; ແລະ ພວກເຂົາຈະກາຍເປັນ ບຸດ ແລະ ທິດາຂອງເຮົາ.
15 ແລະ ເຮົາບໍ່ເຄີຍປະກົດຕົວແກ່ມະນຸດຜູ້ທີ່ເຮົາສ້າງມາກ່ອນເລີຍ, ເພາະວ່າມະນຸດບໍ່ເຄີຍ ເຊື່ອໃນເຮົາຄືກັນກັບເຈົ້າເຊື່ອ. ເຈົ້າເຫັນແລ້ວບໍວ່າ ເຈົ້າໄດ້ຖືກສ້າງຂຶ້ນຕາມ ຮູບລັກສະນະຂອງເຮົາ? ແທ້ຈິງແລ້ວ, ມະນຸດທັງໝົດໄດ້ຖືກສ້າງມາຕັ້ງແຕ່ຕົ້ນຕາມຮູບລັກສະນະຂອງເຮົາເອງ.
16 ຈົ່ງເບິ່ງ, ຮ່າງກາຍຊຶ່ງເຈົ້າເຫັນຢູ່ດຽວນີ້, ເປັນຮ່າງກາຍທາງ ວິນຍານຂອງເຮົາ; ແລະ ເຮົາໄດ້ສ້າງມະນຸດຕາມລັກສະນະຮ່າງກາຍທາງວິນຍານຂອງເຮົາ; ແລະ ຄືກັນກັບທີ່ເຮົາປະກົດແກ່ເຈົ້າໃນທາງວິນຍານສັນໃດ ເຮົາຈະປະກົດແກ່ຜູ້ຄົນຂອງເຮົາໃນທາງເນື້ອໜັງສັນນັ້ນ.
17 ແລະ ບັດນີ້, ດັ່ງທີ່ຂ້າພະເຈົ້າໂມໂຣໄນກ່າວໄວ້ວ່າ ຂ້າພະເຈົ້າບໍ່ອາດບັນທຶກເລື່ອງລາວຂອງສິ່ງເຫລົ່ານີ້ໄວ້ໄດ້ຢ່າງຄົບຖ້ວນ, ສະນັ້ນ ມັນຈຶ່ງພຽງພໍສຳລັບຂ້າພະເຈົ້າທີ່ຈະກ່າວວ່າ ພຣະເຢຊູໄດ້ປະກົດແກ່ຊາຍຄົນນີ້ໃນທາງວິນຍານແລ້ວ, ຕາມແບບ ແລະ ໃນຮູບຮ່າງລັກສະນະຂອງຮ່າງກາຍອັນດຽວກັນກັບທີ່ພຣະອົງໄດ້ ສະແດງແກ່ຊາວນີໄຟມາແລ້ວ.
18 ແລະ ພຣະອົງໄດ້ປະຕິບັດສາດສະໜາກິດແກ່ນ້ອງຊາຍຂອງຢາເຣັດ ຊຶ່ງຄືກັນກັບທີ່ພຣະອົງໄດ້ປະຕິບັດສາດສະໜາກິດແກ່ຊາວນີໄຟ; ແລະ ທັງໝົດນີ້ກໍເພື່ອເຮັດໃຫ້ຊາຍຄົນນີ້ຮູ້ຈັກວ່າ ພຣະອົງຄືພຣະເຈົ້າ, ຍ້ອນວ່າວຽກງານອັນຍິ່ງໃຫຍ່ຫລາຍຢ່າງຊຶ່ງພຣະຜູ້ເປັນເຈົ້າໄດ້ສະແດງແກ່ລາວ.
19 ແລະ ເປັນຍ້ອນຄວາມຮູ້ຂອງຊາຍຄົນນີ້ ຈຶ່ງບໍ່ສາມາດກີດກັນລາວຈາກການເຫັນພາຍໃນ ມ່ານ; ແລະ ລາວໄດ້ເຫັນນິ້ວພຣະຫັດຂອງພຣະເຢຊູ, ຊຶ່ງເວລາເຫັນແລ້ວ ລາວກໍລົ້ມລົງດ້ວຍຄວາມຢ້ານກົວ, ເພາະລາວຮູ້ວ່າມັນເປັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າ; ແລະ ລາວບໍ່ມີສັດທາອີກຕໍ່ໄປ, ເພາະວ່າລາວຮູ້ແລ້ວໂດຍບໍ່ມີຄວາມສົງໄສເລີຍ.
20 ດັ່ງນັ້ນ, ຍ້ອນວ່າລາວມີຄວາມຮູ້ອັນສົມບູນກ່ຽວກັບພຣະເຈົ້າ, ຈຶ່ງ ບໍ່ສາມາດກີດກັນລາວຈາກພາຍໃນມ່ານ; ສະນັ້ນ ລາວຈຶ່ງໄດ້ເຫັນພຣະເຢຊູ; ແລະ ພຣະອົງໄດ້ປະຕິບັດສາດສະໜາກິດແກ່ລາວ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າກ່າວກັບນ້ອງຊາຍຂອງຢາເຣັດວ່າ: ຈົ່ງເບິ່ງ, ເຈົ້າຢ່າໄດ້ໃຫ້ສິ່ງເຫລົ່ານີ້ຊຶ່ງເຈົ້າໄດ້ເຫັນ ແລະ ໄດ້ຍິນອອກໄປຫາໂລກມະນຸດ, ຈົນກວ່າ ເວລາຈະມາຮອດເພື່ອເຮົາຈະໄດ້ແຜ່ບາລະມີນາມຂອງເຮົາໃນເນື້ອໜັງ; ດັ່ງນັ້ນ, ເຈົ້າຈົ່ງເກັບກຳເລື່ອງທີ່ເຈົ້າໄດ້ເຫັນ ແລະ ໄດ້ຍິນທັງໝົດໄວ້, ແລະ ຢ່າໄດ້ເປີດເຜີຍມັນຕໍ່ຄົນໃດ.
22 ແລະ ຈົ່ງເບິ່ງ, ເວລາເຈົ້າຈະມາຫາເຮົາ, ເຈົ້າຈົ່ງຂຽນມັນ ແລະ ຜະນຶກມັນໄວ້, ເພື່ອຈະບໍ່ມີຜູ້ໃດແປຄວາມໝາຍຂອງມັນໄດ້; ເພາະເຈົ້າຈະຂຽນມັນເປັນພາສາທີ່ເຂົາອ່ານບໍ່ໄດ້.
23 ແລະ ຈົ່ງເບິ່ງ, ຫີນ ສອງກ້ອນນີ້, ເຮົາຈະເອົາໃຫ້ເຈົ້າ, ແລະ ເຈົ້າຈົ່ງຜະນຶກມັນໄວ້ກັບສິ່ງທີ່ເຈົ້າຈະຂຽນນັ້ນ.
24 ເພາະຈົ່ງເບິ່ງ, ພາສາຊຶ່ງເຈົ້າຈະຂຽນນັ້ນ ເຮົາຈະເຮັດໃຫ້ຫຍຸ້ງຍາກສັບສົນ; ດັ່ງນັ້ນ ໃນເວລາອັນເໝາະສົມຂອງເຮົາ, ເຮົາຈະເຮັດໃຫ້ຫີນເຫລົ່ານີ້ຂະຫຍາຍເລື່ອງທີ່ເຈົ້າຈະຂຽນອອກສູ່ສາຍຕາຂອງມະນຸດ.
25 ແລະ ເວລາພຣະຜູ້ເປັນເຈົ້າໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ສະແດງໃຫ້ນ້ອງຊາຍຂອງຢາເຣັດເຫັນຜູ້ອາໄສ ທັງໝົດຂອງແຜ່ນດິນໂລກມາແຕ່ກ່ອນ, ແລະ ທັງໝົດທີ່ຈະເປັນຢູ່ນຳອີກ; ແລະ ພຣະອົງບໍ່ໄດ້ປິດບັງຄົນເຫລົ່ານັ້ນຈາກສາຍຕາຂອງລາວເລີຍຈົນເຖິງທີ່ສຸດຂອງແຜ່ນດິນໂລກ.
26 ເພາະວ່າພຣະອົງໄດ້ກ່າວກັບລາວໃນເວລາກ່ອນນັ້ນ, ວ່າ ຖ້າຫາກລາວ ເຊື່ອໃນພຣະອົງວ່າ ພຣະອົງສາມາດສະແດງ ທຸກສິ່ງທຸກຢ່າງແກ່ລາວ—ມັນກໍຈະຖືກສະແດງແກ່ລາວ; ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງບໍ່ໄດ້ປິດບັງສິ່ງໃດຈາກລາວເລີຍ, ເພາະລາວຮູ້ວ່າ ພຣະຜູ້ເປັນເຈົ້າສາມາດສະແດງທຸກສິ່ງທຸກຢ່າງແກ່ລາວ.
27 ແລະ ພຣະຜູ້ເປັນເຈົ້າບອກລາວວ່າ: ຈົ່ງຂຽນເລື່ອງເຫລົ່ານີ້ ແລະ ຜະນຶກມັນໄວ້; ແລະ ເຮົາຈະສະແດງມັນແກ່ລູກຫລານມະນຸດ ໃນເວລາອັນເໝາະສົມຂອງເຮົາ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ບັນຊາລາວວ່າ ລາວຈະຕ້ອງຜະນຶກ ຫີນສອງກ້ອນທີ່ລາວຮັບມານັ້ນ, ແລະ ບໍ່ໃຫ້ສະແດງມັນຕໍ່ຜູ້ໃດ, ຈົນກວ່າພຣະຜູ້ເປັນເຈົ້າຈະສະແດງມັນແກ່ລູກຫລານມະນຸດເອງ.