ບົດທີ 26
ພຣະເຢຊູຊີ້ແຈງທັງໝົດນັບຕັ້ງແຕ່ຕົ້ນຈົນເຖິງມື້ສຸດທ້າຍ—ເດັກແດງທາລົກ ແລະ ເດັກນ້ອຍເວົ້າເລື່ອງມະຫັດສະຈັນທີ່ບໍ່ອາດສາມາດຂຽນໄວ້ໄດ້—ຜູ້ທີ່ເຂົ້າຮ່ວມສາດສະໜາຈັກຂອງພຣະຄຣິດຖືວ່າສິ່ງຂອງທັງໝົດທີ່ພວກເຂົາມີເປັນຂອງສ່ວນລວມ. ປະມານ ຄ.ສ. 34.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູເລົ່າເລື່ອງເຫລົ່ານີ້ແລ້ວ ພຣະອົງຈຶ່ງໄດ້ຊີ້ແຈງເລື່ອງເຫລົ່ານີ້ຕໍ່ຝູງຊົນ; ແລະ ພຣະອົງໄດ້ຊີ້ແຈງເລື່ອງທັງໝົດຕໍ່ພວກເຂົາ, ທັງເລື່ອງໃຫຍ່ ແລະ ເລື່ອງນ້ອຍ.
2 ແລະ ພຣະອົງໄດ້ກ່າວວ່າ: ພຣະຄຳພີເຫລົ່ານີ້ ຊຶ່ງພວກເຈົ້າບໍ່ໄດ້ມີຢູ່ນຳ, ພຣະບິດາຈຶ່ງໄດ້ບັນຊາໃຫ້ເຮົາມອບໃຫ້ແກ່ພວກເຈົ້າ; ເພາະມັນເປັນຄວາມສະຫລຽວສະຫລາດຂອງພຣະອົງທີ່ມັນຄວນຖືກສົ່ງຕໍ່ໄປໃຫ້ຜູ້ຄົນລຸ້ນຫລັງ.
3 ແລະ ພຣະອົງໄດ້ຊີ້ແຈງເລື່ອງທັງໝົດຕັ້ງແຕ່ຕົ້ນຈົນເຖິງເວລາທີ່ພຣະອົງຈະສະເດັດມາໃນ ລັດສະໝີພາບຂອງພຣະອົງ—ແທ້ຈິງແລ້ວ, ຈົນກະທັ້ງທຸກເລື່ອງທີ່ຈະເກີດຂຶ້ນໃນຜືນແຜ່ນດິນໂລກ, ຈົນກະທັ້ງ ວັດຖຸຕ່າງໆເປື່ອຍໄປດ້ວຍໄຟ, ແລະ ແຜ່ນດິນໂລກຈະ ຫົດເຂົ້າດັ່ງມ້ວນກະດາດ, ແລະ ຟ້າສະຫວັນກັບແຜ່ນດິນກໍຈະລ່ວງພົ້ນໄປ;
4 ແລະ ຈົນກະທັ້ງເປັນວັນ ອັນຍິ່ງໃຫຍ່ ແລະ ສຸດທ້າຍ, ເມື່ອທຸກຜູ້ຄົນ, ແລະ ທຸກຕະກຸນ, ແລະ ທຸກປະຊາຊາດ, ແລະ ທຸກພາສາ ຈະມາ ຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າ, ເພື່ອຮັບການພິພາກສາ, ຕາມວຽກງານຂອງພວກເຂົາ ບໍ່ວ່າຈະເປັນວຽກງານດີ ຫລື ວຽກງານຊົ່ວ—
5 ຖ້າຫາກມັນເປັນວຽກງານດີ, ກໍຈະໄດ້ອອກມາຫາ ການຟື້ນຄືນຊີວິດອັນເປັນນິດ; ແລະ ຖ້າຫາກມັນເປັນວຽກງານຊົ່ວ, ກໍຈະໄດ້ອອກມາຫາການຟື້ນຄືນຊີວິດທີ່ອັບປະໂຫຍດ; ໂດຍເປັນທາງສອງເສັ້ນຄຽງຄູ່ກັນໄປ, ເສັ້ນໜຶ່ງຢູ່ມືເບື້ອງໜຶ່ງ ແລະ ອີກເສັ້ນໜຶ່ງຢູ່ມືອີກເບື້ອງໜຶ່ງ, ອີງຕາມພຣະເມດຕາ, ແລະ ຕາມ ຄວາມຍຸດຕິທຳ, ແລະ ຕາມຄວາມບໍລິສຸດຊຶ່ງມີໃນພຣະຄຣິດ, ຜູ້ຊຶ່ງເປັນຢູ່ມາ ກ່ອນໂລກເລີ່ມຕົ້ນ.
6 ແລະ ບັດນີ້ບໍ່ອາດຂຽນມັນໄວ້ໃນໜັງສືເຫລັ້ມນີ້ໄດ້ເຖິງແມ່ນໃນ ໜຶ່ງສ່ວນຮ້ອຍຂອງເລື່ອງຊຶ່ງພຣະເຢຊູໄດ້ສິດສອນໄວ້ແທ້ໆແກ່ຜູ້ຄົນ;
7 ແຕ່ຈົ່ງເບິ່ງ ແຜ່ນຈາລຶກຂອງນີໄຟໄດ້ບັນຈຸຫລາຍກວ່ານີ້ຂອງເລື່ອງຊຶ່ງພຣະອົງໄດ້ສິດສອນຜູ້ຄົນ.
8 ແລະ ສິ່ງເຫລົ່ານີ້ຂ້າພະເຈົ້າໄດ້ຂຽນໄວ້ ຊຶ່ງເປັນພຽງສ່ວນເລັກໜ້ອຍຂອງເລື່ອງທັງໝົດທີ່ພຣະອົງໄດ້ສິດສອນຜູ້ຄົນ; ແລະ ຂ້າພະເຈົ້າຂຽນມັນໄວ້ໂດຍມີເຈດຕະນາວ່າ ມັນອາດຈະຖືກນຳມາສູ່ຜູ້ຄົນພວກນີ້ອີກ ຈາກຄົນຕ່າງຊາດຕາມພຣະຄຳທີ່ພຣະເຢຊູໄດ້ກ່າວໄວ້.
9 ແລະ ເມື່ອພວກເຂົາໄດ້ຮັບເລື່ອງນີ້ແລ້ວ, ຊຶ່ງສົມຄວນທີ່ພວກເຂົາຈະໄດ້ຮັບມັນກ່ອນ, ເພື່ອທົດລອງສັດທາຂອງພວກເຂົາ, ແລະ ຖ້າຫາກເປັນໄປວ່າ ພວກເຂົາເຊື່ອເລື່ອງເຫລົ່ານີ້ ເມື່ອນັ້ນ ເລື່ອງທີ່ຍິ່ງໃຫຍ່ຈະສະແດງໃຫ້ປະຈັກແກ່ພວກເຂົາ.
10 ແລະ ຖ້າຫາກເປັນໄປວ່າ ພວກເຂົາບໍ່ເຊື່ອເລື່ອງເຫລົ່ານີ້, ເມື່ອນັ້ນເລື່ອງທີ່ຍິ່ງໃຫຍ່ກວ່ານີ້ຈະຖືກ ກີດກັນໄວ້ຈາກພວກເຂົາ, ຊຶ່ງນຳໄປສູ່ການກ່າວໂທດພວກເຂົາ.
11 ຈົ່ງເບິ່ງ, ຂ້າພະເຈົ້າກຳລັງຈະຂຽນເລື່ອງທັງໝົດທີ່ບັນທຶກຢູ່ໃນແຜ່ນຈາລຶກຂອງນີໄຟຢູ່ພໍດີ, ແຕ່ພຣະຜູ້ເປັນເຈົ້າໄດ້ຫ້າມໄວ້ ແລະ ກ່າວວ່າ: ເຮົາຈະ ທົດລອງສັດທາຂອງຜູ້ຄົນຂອງເຮົາ.
12 ສະນັ້ນຂ້າພະເຈົ້າມໍມອນຈຶ່ງຂຽນເລື່ອງທີ່ພຣະຜູ້ເປັນເຈົ້າບັນຊາຂ້າພະເຈົ້າເທົ່ານັ້ນ. ແລະ ບັດນີ້ຂ້າພະເຈົ້າ, ມໍມອນຈົບຂໍ້ຄວາມຂອງຂ້າພະເຈົ້າ, ແລະ ຕໍ່ໄປນີ້ຂ້າພະເຈົ້າຈະເລີ່ມຂຽນເລື່ອງຊຶ່ງຂ້າພະເຈົ້າໄດ້ຮັບບັນຊາ.
13 ສະນັ້ນ, ຂ້າພະເຈົ້າຢາກໃຫ້ທ່ານເຫັນວ່າ ພຣະເຈົ້າໄດ້ສິດສອນຜູ້ຄົນໂດຍແທ້ເປັນເວລາສາມມື້, ແລະ ຫລັງຈາກນັ້ນພຣະອົງໄດ້ມາ ປະກົດຕໍ່ພວກເຂົາເປັນບາງຄັ້ງບາງຄາວ, ແລະ ໄດ້ຫັກ ເຂົ້າຈີ່ເປັນບາງຄັ້ງບາງຄາວ, ແລະ ໃຫ້ພອນແກ່ມັນ, ແລະ ໄດ້ມອບມັນໃຫ້ແກ່ພວກເຂົາ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະອົງໄດ້ສິດສອນ ແລະ ປະຕິບັດສາດສະໜາກິດແກ່ ເດັກນ້ອຍຂອງຝູງຊົນຊຶ່ງໄດ້ກ່າວມາແລ້ວ, ແລະ ພຣະອົງໄດ້ ມາຍລີ້ນຂອງພວກເຂົາ, ແລະ ພວກເຂົາໄດ້ເວົ້າເລື່ອງອັນຍິ່ງໃຫຍ່ ແລະ ໜ້າອັດສະຈັນກັບພໍ່ຂອງພວກເຂົາ, ແມ່ນແຕ່ຍິ່ງໃຫຍ່ກວ່າສິ່ງທີ່ພຣະອົງໄດ້ເປີດເຜີຍກັບຜູ້ຄົນມາແລ້ວ; ແລະ ພຣະອົງໄດ້ມາຍລີ້ນຂອງພວກເຂົາ ເພື່ອພວກເຂົາຈະເວົ້າອອກມາໄດ້.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ພຣະອົງໄດ້ສະເດັດຂຶ້ນສະຫວັນ—ເທື່ອທີສອງທີ່ພຣະອົງໄດ້ປະກົດຕົວຕໍ່ພວກເຂົາ, ແລະ ໄດ້ກັບຂຶ້ນໄປຫາພຣະບິດາ, ຫລັງຈາກໄດ້ ປິ່ນປົວຄົນເຈັບປ່ວຍ ແລະ ຄົນເປ້ຍລ່ອຍທັງໝົດ, ແລະ ໄດ້ເປີດຕາໃຫ້ຄົນຕາບອດ ແລະ ໄດ້ເປີດຫູໃຫ້ຄົນຫູໜວກ, ແລະ ເຖິງຂະໜາດທີ່ໄດ້ປິ່ນປົວພະຍາດນາໆປະການໃນບັນດາພວກເຂົາ, ແລະ ໄດ້ໂຜດຍົກຊາຍຄົນໜຶ່ງຄືນຈາກຕາຍ, ແລະ ໄດ້ສະແດງອຳນາດຂອງພຣະອົງໃຫ້ພວກເຂົາເຫັນ, ແລ້ວໄດ້ສະເດັດຂຶ້ນໄປເຝົ້າພຣະບິດາ—
16 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນໃນມື້ຕໍ່ມາຄື ຝູງຊົນໄດ້ມາເຕົ້າໂຮມກັນ, ແລະ ພວກເຂົາທັງໄດ້ເຫັນ ແລະ ໄດ້ຍິນ ເດັກນ້ອຍເຫລົ່ານີ້; ແທ້ຈິງແລ້ວ, ເຖິງຂະໜາດເດັກແດງທາລົກກໍໄດ້ເປີດປາກເວົ້າເລື່ອງໜ້າອັດສະຈັນອອກມາ; ແລະ ເລື່ອງທີ່ພວກເຂົາໄດ້ເວົ້າອອກມານັ້ນຖືກຫ້າມບໍ່ໃຫ້ຜູ້ໃດຂຽນໄວ້.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ສານຸສິດຜູ້ຊຶ່ງພຣະເຢຊູໄດ້ເລືອກໄວ້ໄດ້ເລີ່ມຕົ້ນ ບັບຕິສະມາ ແລະ ສິດສອນຫລາຍຕໍ່ຫລາຍຄົນທີ່ໄດ້ມາຫາພວກເພິ່ນຕັ້ງແຕ່ເວລານັ້ນໄປ; ແລະ ຫລາຍຕໍ່ຫລາຍຄົນທີ່ໄດ້ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູກໍເຕັມໄປດ້ວຍພຣະວິນຍານບໍລິສຸດ.
18 ແລະ ຫລາຍຄົນໃນບັນດາພວກເຂົາໄດ້ເຫັນ ແລະ ໄດ້ຍິນເລື່ອງຊຶ່ງບໍ່ອາດຈະເວົ້າໄດ້, ຊຶ່ງມັນ ຖືກຫ້າມບໍ່ໃຫ້ຂຽນໄວ້.
19 ແລະ ພວກເຂົາໄດ້ສິດສອນ, ແລະ ໄດ້ປະຕິບັດສາດສະໜາກິດແກ່ກັນແລະກັນ; ແລະ ພວກເຂົາຖືວ່າ ສິ່ງຂອງ ທັງໝົດທີ່ພວກເຂົາມີ ເປັນຂອງສ່ວນລວມ, ທຸກຄົນປະຕິບັດຕໍ່ກັນຢ່າງທ່ຽງທຳ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຮັດທຸກສິ່ງທຸກຢ່າງດັ່ງທີ່ພຣະເຢຊູໄດ້ບັນຊາພວກເຂົາ.
21 ແລະ ຜູ້ທີ່ໄດ້ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຖືກເອີ້ນວ່າ ສາດສະໜາຈັກຂອງພຣະຄຣິດ.