ບົດທີ 18
ພຣະເຢຊູຈັດຕັ້ງສິນລະລຶກຂຶ້ນໃນບັນດາຊາວນີໄຟ—ພວກເຂົາຖືກສັ່ງໃຫ້ອະທິຖານເປັນປະຈຳໃນພຣະນາມຂອງພຣະອົງ—ຜູ້ທີ່ຮັບເນື້ອໜັງ ແລະ ໂລຫິດຂອງພຣະອົງໂດຍບໍ່ມີຄ່າຄວນ ຈະອັບປະໂຫຍດ—ສານຸສິດໄດ້ຮັບອຳນາດເພື່ອມອບພຣະວິນຍານບໍລິສຸດ. ປະມານ ຄ.ສ. 34.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະເຢຊູໄດ້ສັ່ງໃຫ້ສານຸສິດຂອງພຣະອົງໄປເອົາ ເຂົ້າຈີ່ ແລະ ເຫລົ້າອະງຸ່ນຈຳນວນໜຶ່ງມາໃຫ້ພຣະອົງ.
2 ແລະ ໃນຂະນະທີ່ພວກເພິ່ນອອກໄປຫາເຂົ້າຈີ່ ແລະ ເຫລົ້າອະງຸ່ນຢູ່ນັ້ນ, ພຣະອົງໄດ້ສັ່ງໃຫ້ຝູງຊົນນັ່ງລົງຢູ່ພື້ນດິນ.
3 ແລະ ເມື່ອສານຸສິດກັບມາພ້ອມດ້ວຍ ເຂົ້າຈີ່ ແລະ ເຫລົ້າອະງຸ່ນ, ພຣະອົງໄດ້ຮັບເອົາເຂົ້າຈີ່ ແລະ ຫັກມັນ ແລະ ໃຫ້ພອນແກ່ມັນ; ແລະ ພຣະອົງໄດ້ມອບມັນໃຫ້ແກ່ສານຸສິດ ແລະ ສັ່ງໃຫ້ພວກເພິ່ນກິນ.
4 ແລະ ເມື່ອພວກເພິ່ນໄດ້ກິນ ແລະ ອີ່ມແລ້ວ, ພຣະອົງໄດ້ສັ່ງໃຫ້ພວກເພິ່ນເອົາໃຫ້ຝູງຊົນກິນ.
5 ແລະ ເມື່ອຝູງຊົນໄດ້ກິນ ແລະ ອີ່ມແລ້ວ, ພຣະອົງໄດ້ກ່າວກັບສານຸສິດວ່າ: ຈົ່ງເບິ່ງ ຈະມີຜູ້ໜຶ່ງໃນບັນດາພວກເຈົ້າ ທີ່ຈະໄດ້ຮັບການແຕ່ງຕັ້ງ, ແລະ ເຮົາຈະມອບອຳນາດໃຫ້ແກ່ລາວ ເພື່ອລາວຈະໄດ້ ຫັກເຂົ້າຈີ່ ແລະ ໃຫ້ພອນແກ່ມັນ ແລະ ເອົາມັນໃຫ້ແກ່ຜູ້ຄົນຂອງສາດສະໜາຈັກຂອງເຮົາ, ແລະ ໃຫ້ແກ່ທຸກຄົນທີ່ເຊື່ອ ແລະ ຮັບບັບຕິສະມາໃນນາມຂອງເຮົາ.
6 ແລະ ສິ່ງນີ້ພວກເຈົ້າຈົ່ງຍຶດຖືປະຕິບັດສະເໝີດັ່ງທີ່ເຮົາໄດ້ເຮັດ ຊຶ່ງເຮົາໄດ້ຫັກເຂົ້າຈີ່ ແລະ ໃຫ້ພອນແກ່ມັນ ແລະ ເອົາໃຫ້ເຈົ້າກິນ.
7 ແລະ ສິ່ງນີ້ເຈົ້າຈົ່ງເຮັດດ້ວຍ ຄວາມລະນຶກເຖິງເນື້ອກາຍຂອງເຮົາ, ຊຶ່ງເຮົາໄດ້ສະແດງແກ່ເຈົ້າ. ແລະ ມັນຈະເປັນປະຈັກພະຍານຕໍ່ພຣະບິດາວ່າ ເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ. ແລະ ຖ້າຫາກເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ ເຈົ້າຈະມີວິນຍານຂອງເຮົາຢູ່ນຳເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະອົງກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ສັ່ງໃຫ້ສານຸສິດຂອງພຣະອົງຮັບເອົາຈອກເຫລົ້າອະງຸ່ນ ແລະ ດື່ມມັນ, ແລະ ໃຫ້ພວກເພິ່ນມອບໃຫ້ແກ່ຝູງຊົນນຳອີກເພື່ອພວກເຂົາຈະໄດ້ດື່ມມັນ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເພິ່ນກໍໄດ້ປະຕິບັດຕາມນີ້ ແລະ ໄດ້ດື່ມມັນ ແລະ ອີ່ມ; ແລະ ພວກເພິ່ນໄດ້ມອບມັນໃຫ້ແກ່ຝູງຊົນ, ແລະ ພວກເຂົາກໍໄດ້ດື່ມ ແລະ ພວກເຂົາອີ່ມ.
10 ແລະ ເມື່ອສານຸສິດໄດ້ກະທຳສິ່ງນີ້ແລ້ວ, ພຣະເຢຊູໄດ້ກ່າວກັບພວກເພິ່ນວ່າ: ເຈົ້າເປັນສຸກແລ້ວ ເພາະສິ່ງນີ້ທີ່ເຈົ້າໄດ້ກະທຳໄປນັ້ນ, ເພາະນີ້ເປັນການເຮັດໃຫ້ບັນຍັດຂອງເຮົາສຳເລັດ ແລະ ນີ້ເປັນພະຍານຕໍ່ພຣະບິດາວ່າ ເຈົ້າເຕັມໃຈປະຕິບັດຕາມສິ່ງທີ່ເຮົາໄດ້ບັນຊາເຈົ້າ.
11 ແລະ ນີ້ເຈົ້າຈົ່ງປະຕິບັດສະເໝີໄປກັບຄົນທີ່ກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ; ແລະ ເຈົ້າຈົ່ງກະທຳສິ່ງນີ້ດ້ວຍຄວາມລະນຶກເຖິງເລືອດຂອງເຮົາ, ຊຶ່ງເຮົາໄດ້ຫລັ່ງເພື່ອເຈົ້າ, ເພື່ອເຈົ້າຈະໄດ້ເປັນພະຍານຕໍ່ພຣະບິດາວ່າ ເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ. ແລະ ຖ້າຫາກເຈົ້າລະນຶກເຖິງເຮົາຢູ່ຕະຫລອດເວລາ ເຈົ້າຈະມີວິນຍານຂອງເຮົາຢູ່ນຳເຈົ້າ.
12 ແລະ ເຮົາໃຫ້ບັນຍັດແກ່ເຈົ້າວ່າ ຈົ່ງກະທຳສິ່ງເຫລົ່ານີ້. ແລະ ຖ້າຫາກເຈົ້າກະທຳຕາມສິ່ງເຫລົ່ານີ້ສະເໝີ ເຈົ້າຍ່ອມເປັນສຸກ, ເພາະເຈົ້າຖືກສ້າງຢູ່ເທິງ ດານຫີນຂອງເຮົາ.
13 ແຕ່ຜູ້ໃດໃນບັນດາພວກເຈົ້າຈະກະທຳຫລາຍ ຫລື ນ້ອຍໄປກວ່ານີ້ຍ່ອມບໍ່ໄດ້ຖືກສ້າງຢູ່ເທິງດານຫີນຂອງເຮົາ; ແຕ່ໄດ້ຖືກສ້າງຢູ່ເທິງດິນຊາຍ; ແລະ ເມື່ອຝົນຖັ່ງເທລົງມາ, ແລະ ນ້ຳກໍນອງ, ແລະ ລົມກໍພັດ, ແລະ ປະທະພວກເຂົາ, ພວກເຂົາຈະ ພັງ, ແລະ ປະຕູນະລົກຈະເປີດອອກພ້ອມແລ້ວທີ່ຈະຮັບເອົາພວກເຂົາ.
14 ສະນັ້ນ ເຈົ້າຍ່ອມເປັນສຸກ ຖ້າຫາກເຈົ້າຈະຮັກສາບັນຍັດຂອງເຮົາ, ຊຶ່ງພຣະບິດາໄດ້ບັນຊາເຮົາໃຫ້ມອບມັນແກ່ເຈົ້າ.
15 ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ຈົ່ງຄອຍເຝົ້າລະວັງ ແລະ ອະທິຖານຢູ່ສະເໝີ, ເພື່ອເຈົ້າຈະບໍ່ໄດ້ຖືກມານລໍ້ລວງ, ແລະ ຖືກມັນນຳໄປເປັນຊະເລີຍ.
16 ແລະ ເຊັ່ນດຽວກັບທີ່ເຮົາໄດ້ອະທິຖານໃນບັນດາພວກເຈົ້າ, ໃຫ້ເຈົ້າອະທິຖານໃນສາດສະໜາຈັກຂອງເຮົາ ໃນບັນດາຜູ້ຄົນຂອງເຮົາທີ່ກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ. ຈົ່ງເບິ່ງ ເຮົາຄື ຄວາມສະຫວ່າງ; ເຮົາໄດ້ເຮັດເປັນ ຕົວຢ່າງໄວ້ໃຫ້ເຈົ້າແລ້ວ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ກັບສານຸສິດຂອງພຣະອົງແລ້ວ, ພຣະອົງໄດ້ຫັນໄປຫາຝູງຊົນອີກ ແລະ ກ່າວກັບພວກເຂົາວ່າ:
18 ຈົ່ງເບິ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຈົ້າຕ້ອງຄອຍເຝົ້າລະວັງ ແລະ ອະທິຖານຢູ່ສະເໝີ ເພື່ອເຈົ້າຈະບໍ່ໄດ້ເຂົ້າໄປຫາການລໍ້ລວງ; ເພາະວ່າ ຊາຕານປາດຖະໜາຢາກໄດ້ເຈົ້າ, ເພື່ອມັນຈະໄດ້ຝັດຮ່ອນເຈົ້າເໝືອນດັ່ງຝັດເຂົ້າເປືອກ.
19 ສະນັ້ນ ເຈົ້າຕ້ອງອະທິຖານຫາພຣະບິດາຢູ່ສະເໝີໃນນາມຂອງເຮົາ;
20 ແລະ ສິ່ງໃດກໍຕາມທີ່ເຈົ້າຈະຂໍຈາກພຣະບິດາໃນນາມຂອງເຮົາຊຶ່ງຖືກຕ້ອງ, ໂດຍເຊື່ອວ່າເຈົ້າຈະໄດ້ຮັບ, ຈົ່ງເບິ່ງ ມັນຈະຖືກມອບໃຫ້ແກ່ເຈົ້າ.
21 ຈົ່ງ ອະທິຖານນຳຄອບຄົວຂອງເຈົ້າຫາພຣະບິດາໃນນາມຂອງເຮົາສະເໝີ, ເພື່ອເມຍຂອງເຈົ້າ ແລະ ລູກຂອງເຈົ້າຈະໄດ້ຮັບພອນ.
22 ແລະ ຈົ່ງເບິ່ງ, ເຈົ້າຈົ່ງຊຸມນຸມກັນຢູ່ເລື້ອຍໆ; ແລະ ເຈົ້າຢ່າໄດ້ຫ້າມຜູ້ທີ່ເຂົ້າມາຫາເຈົ້າເວລາເຈົ້າກຳລັງຊຸມນຸມກັນຢູ່ນັ້ນ, ແຕ່ປ່ອຍໃຫ້ເຂົາເຂົ້າມາຫາເຈົ້າ ແລະ ຢ່າໄດ້ຫ້າມເຂົາ;
23 ແຕ່ເຈົ້າຈົ່ງ ອະທິຖານເພື່ອເຂົາ, ແລະ ຢ່າໄດ້ຂັບໄລ່ເຂົາອອກໄປ; ແລະ ຖ້າຫາກເປັນໄປວ່າ ເຂົາມາຫາເຈົ້າເປັນປະຈຳ ຈົ່ງອະທິຖານຫາພຣະບິດາເພື່ອເຂົາໃນນາມຂອງເຮົາ.
24 ສະນັ້ນ ຈົ່ງຍົກ ຄວາມສະຫວ່າງຂອງເຈົ້າຂຶ້ນເພື່ອມັນຈະສ່ອງແສງໄປທົ່ວໂລກ. ຈົ່ງເບິ່ງ ເຮົາຄື ຄວາມສະຫວ່າງຊຶ່ງເຈົ້າຈະຍົກຂຶ້ນ—ພ້ອມທັງສິ່ງທີ່ເຈົ້າໄດ້ເຫັນເຮົາກະທຳໄປນັ້ນ. ຈົ່ງເບິ່ງ ເຈົ້າເຫັນວ່າເຮົາໄດ້ອະທິຖານຫາພຣະບິດາ, ແລະ ເຈົ້າທຸກຄົນໄດ້ເຫັນດ້ວຍຕາຂອງຕົນເອງ.
25 ແລະ ເຈົ້າເຫັນວ່າ ເຮົາບໍ່ໄດ້ສັ່ງໃຫ້ ຜູ້ໃດໃນພວກເຈົ້າອອກໄປ, ແຕ່ໄດ້ສັ່ງໃຫ້ເຈົ້າເຂົ້າມາຫາເຮົາ, ເພື່ອເຈົ້າຈະໄດ້ ສຳຜັດ ແລະ ເຫັນ; ເຖິງແມ່ນເຊັ່ນນັ້ນເຈົ້າຈົ່ງປະຕິບັດຕໍ່ໂລກ; ແລະ ຜູ້ໃດກໍຕາມທີ່ຝ່າຝືນບັນຍັດນີ້ ຜູ້ນັ້ນຈະຍອມໃຫ້ຕົນຖືກຊັກນຳໄປຫາການລໍ້ລວງ.
26 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ກ່າວຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ທອດພຣະເນດໄປຫາສານຸສິດທີ່ພຣະອົງເລືອກໄວ້ນັ້ນອີກ, ແລະ ກ່າວກັບພວກເພິ່ນວ່າ:
27 ຈົ່ງເບິ່ງ ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບເຈົ້າ, ເຮົາຈະມອບບັນຍັດອີກຂໍ້ໜຶ່ງໃຫ້ແກ່ເຈົ້າ, ແລະ ຫລັງຈາກນັ້ນເຮົາຕ້ອງໄປເຝົ້າ ພຣະບິດາຂອງເຮົາ ເພື່ອຈະໄດ້ກະທຳໃຫ້ພຣະບັນຍັດຂໍ້ ອື່ນໆທີ່ພຣະອົງໄດ້ປະທານໃຫ້ແກ່ເຮົາສຳເລັດ.
28 ແລະ ບັດນີ້ຈົ່ງເບິ່ງ, ນີ້ຄືບັນຍັດທີ່ເຮົາຈະມອບໃຫ້ແກ່ເຈົ້າ, ຄືເວລາເຈົ້າປະຕິບັດສາດສະໜາກິດນັ້ນ ຢ່າປ່ອຍໃຫ້ຜູ້ໃດ ຮັບສ່ວນເນື້ອໜັງ ແລະ ໂລຫິດຂອງເຮົາໂດຍ ບໍ່ມີຄ່າຄວນ;
29 ເພາະວ່າຜູ້ໃດກໍຕາມທີ່ກິນເນື້ອໜັງ ແລະ ດື່ມ ໂລຫິດຂອງເຮົາໂດຍ ບໍ່ມີຄ່າຄວນ ຜູ້ນັ້ນຍ່ອມກິນ ແລະ ດື່ມຄວາມອັບປະໂຫຍດເຂົ້າໄປສູ່ດວງວິນຍານຂອງເຂົາ; ສະນັ້ນ ຖ້າຫາກເຈົ້າຮູ້ວ່າຜູ້ໃດບໍ່ມີຄ່າຄວນທີ່ຈະກິນເນື້ອໜັງ ແລະ ດື່ມໂລຫິດຂອງເຮົາ ເຈົ້າຄວນຫ້າມເຂົາໄວ້.
30 ເຖິງຢ່າງໃດກໍຕາມ, ເຈົ້າຢ່າໄດ້ ຂັບໄລ່ເຂົາອອກຈາກບັນດາພວກເຈົ້າ, ແຕ່ເຈົ້າຈົ່ງປະຕິບັດສາດສະໜາກິດແກ່ເຂົາ ແລະ ຈົ່ງອະທິຖານຫາພຣະບິດາໃນນາມຂອງເຮົາເພື່ອເຂົາ ແລະ ຖ້າຫາກເປັນໄປວ່າ ເຂົາກັບໃຈ ແລະ ຮັບບັບຕິສະມາໃນນາມຂອງເຮົາ, ເມື່ອນັ້ນເຈົ້າຈົ່ງຮັບເອົາເຂົາໄວ້, ແລະ ຈົ່ງມອບເນື້ອໜັງ ແລະ ໂລຫິດຂອງເຮົາໃຫ້ເຂົາ.
31 ແຕ່ຖ້າຫາກເຂົາບໍ່ກັບໃຈ ເຂົາຈະບໍ່ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງເຮົາ, ເພື່ອວ່າເຂົາຈະບໍ່ໄດ້ທຳລາຍຜູ້ຄົນຂອງເຮົາ, ເພາະຈົ່ງເບິ່ງ ເຮົາຮູ້ຈັກແກະ ຂອງເຮົາ, ແລະ ພວກເຂົາຖືກນັບໄວ້ແລ້ວ.
32 ເຖິງຢ່າງໃດກໍຕາມ, ເຈົ້າຈະບໍ່ຂັບໄລ່ເຂົາອອກ ຈາກທຳມະສາລາຂອງພວກເຈົ້າ, ຫລື ຈາກສະຖານທີ່ນະມັດສະການຂອງພວກເຈົ້າ, ແຕ່ຈົ່ງປະຕິບັດສາດສະໜາກິດແກ່ຄົນນັ້ນສະເໝີໄປ ເພາະເຈົ້າບໍ່ສາມາດຈະຮູ້ໄດ້ວ່າ ເຂົາອາດຈະກັບມາ ແລະ ກັບໃຈຫລືບໍ່, ແລະ ມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລະ ເຮົາຈະ ປິ່ນປົວເຂົາ; ແລະ ເຈົ້າຈະເປັນທາງນຳຄວາມລອດມາສູ່ເຂົາ.
33 ສະນັ້ນ, ຈົ່ງຮັກສາຂໍ້ຄວາມເຫລົ່ານີ້ ຊຶ່ງເຮົາໄດ້ບັນຊາເຈົ້າ ເພື່ອເຈົ້າຈະບໍ່ໄດ້ເຂົ້າຢູ່ພາຍໃຕ້ ການກ່າວໂທດ; ເພາະວິບັດແກ່ຜູ້ທີ່ຖືກພຣະບິດາກ່າວໂທດ.
34 ແລະ ເຮົາໄດ້ມອບບັນຍັດເຫລົ່ານີ້ໃຫ້ແກ່ເຈົ້າຍ້ອນວ່າ ການໂຕ້ຖຽງກັນ ຊຶ່ງເຄີຍມີມາກ່ອນໃນບັນດາພວກເຈົ້າ. ແລະ ເຈົ້າຍ່ອມເປັນສຸກ ຖ້າຫາກເຈົ້າ ບໍ່ມີການໂຕ້ຖຽງກັນໃນບັນດາພວກເຈົ້າເອງ.
35 ແລະ ບັດນີ້ເຮົາຈະໄປເຝົ້າພຣະບິດາ, ເພາະມັນສົມຄວນທີ່ເຮົາຈະໄປເຝົ້າພຣະບິດາ ເພື່ອເຈົ້າ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູຈົບຂໍ້ຄວາມເຫລົ່ານີ້ແລ້ວ, ພຣະອົງໄດ້ເອົາ ພຣະຫັດແຕະຕ້ອງ ສານຸສິດແຕ່ລະຄົນຜູ້ທີ່ພຣະອົງເລືອກໄວ້ ຈົນໄດ້ແຕະຕ້ອງທຸກຄົນ, ແລະ ກ່າວກັບພວກເພິ່ນໃນຂະນະທີ່ແຕະຕ້ອງພວກເພິ່ນຢູ່ນັ້ນ.
37 ແລະ ຝູງຊົນບໍ່ໄດ້ຍິນພຣະຄຳທີ່ພຣະອົງກ່າວ, ສະນັ້ນພວກເຂົາຈຶ່ງບໍ່ໄດ້ເປັນພະຍານ; ແຕ່ສານຸສິດໄດ້ເປັນພະຍານວ່າ ພຣະອົງໄດ້ປະທານ ອຳນາດໃຫ້ພວກເພິ່ນ ເພື່ອຈະໄດ້ມອບ ພຣະວິນຍານບໍລິສຸດໃຫ້ແກ່ຄົນອື່ນໆ. ແລະ ຕໍ່ໄປນີ້ຂ້າພະເຈົ້າຈະສະແດງໃຫ້ພວກທ່ານຮູ້ວ່າ ບັນທຶກນີ້ເປັນຄວາມຈິງ.
38 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະເຢຊູໄດ້ແຕະຕ້ອງໝົດທຸກຄົນແລ້ວ, ມັນໄດ້ມີ ກ້ອນເມກມາປົກຄຸມຝູງຊົນໄວ້ເຖິງຂະໜາດບໍ່ມີຜູ້ໃດສາມາດຫລຽວເຫັນພຣະເຢຊູໄດ້.
39 ແລະ ໃນຂະນະທີ່ພວກເຂົາຖືກກ້ອນເມກປົກຄຸມຢູ່ນັ້ນ ພຣະອົງໄດ້ຈາກພວກເຂົາໄປ, ແລະ ໄດ້ສະເດັດຂຶ້ນສະຫວັນ. ແລະ ພວກສານຸສິດໄດ້ເຫັນ ແລະ ໄດ້ເປັນພະຍານວ່າ ພຣະອົງໄດ້ສະເດັດຂຶ້ນສະຫວັນອີກເທື່ອໜຶ່ງ.