ບົດທີ 3
ໂຢເຊັບໃນເອຢິບເຫັນຊາວນີໄຟໃນພາບນິມິດ—ເພິ່ນໄດ້ທຳນາຍເຖິງໂຈເຊັບ ສະມິດ, ຜູ້ພະຍາກອນຍຸກສຸດທ້າຍ; ແລະ ເຖິງໂມເຊຜູ້ທີ່ໄດ້ນຳພາຊາວອິດສະຣາເອນອອກໄປ; ແລະ ເຖິງການອອກມາຂອງພຣະຄຳພີມໍມອນ. ປະມານ 588–570 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ພໍ່ຂໍເວົ້າກັບລູກ, ໂຢເຊັບ ລູກຫລ້າຂອງພໍ່. ລູກໄດ້ເກີດໃນຖິ່ນແຫ້ງແລ້ງກັນດານແຫ່ງຄວາມທຸກຂອງພໍ່; ແທ້ຈິງແລ້ວ, ໃນວັນແຫ່ງຄວາມເສົ້າສະຫລົດໃຈອັນໃຫຍ່ຫລວງທີ່ສຸດຂອງພໍ່ທີ່ແມ່ຂອງລູກໄດ້ກຳເນີດລູກມາ.
2 ແລະ ຂໍພຣະຜູ້ເປັນເຈົ້າຈົ່ງຕັ້ງ ແຜ່ນດິນນີ້ ຊຶ່ງເປັນແຜ່ນດິນທີ່ມີຄຸນຄ່າທີ່ສຸດໄວ້ໃຫ້ລູກ ເພື່ອເປັນມູນມໍລະດົກຂອງລູກ ແລະ ເປັນມູນມໍລະດົກຂອງລູກຫລານຂອງລູກກັບພວກອ້າຍຂອງລູກ, ເພື່ອຄວາມໝັ້ນຄົງຂອງລູກຕະຫລອດໄປ ຖ້າຫາກເປັນໄປວ່າລູກຈະຮັກສາພຣະບັນຍັດຂອງພຣະຜູ້ບໍລິສຸດຂອງອິດສະຣາເອນ.
3 ແລະ ບັດນີ້, ໂຢເຊັບລູກຜູ້ຫລ້າຂອງພໍ່, ຜູ້ທີ່ພໍ່ໄດ້ພາອອກມາຈາກຖິ່ນແຫ້ງແລ້ງກັນດານແຫ່ງຄວາມທຸກຂອງພໍ່, ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງປະທານພອນໃຫ້ແກ່ລູກຕະຫລອດໄປເພື່ອລູກຫລານຂອງລູກຈະບໍ່ຖືກ ທຳລາຍໃຫ້ໝົດສິ້ນໄປ.
4 ເພາະຈົ່ງເບິ່ງ, ລູກເປັນຜົນແອວຂອງພໍ່; ແລະ ພໍ່ເປັນຜູ້ສືບຕະກຸນຂອງ ໂຢເຊັບ ຜູ້ຊຶ່ງຖືກພາໄປເປັນ ຊະເລີຍໃນເອຢິບ. ແລະ ພັນທະສັນຍາຂອງພຣະຜູ້ເປັນເຈົ້າຊຶ່ງກະທຳໄວ້ກັບໂຢເຊັບນັ້ນຍິ່ງໃຫຍ່.
5 ດັ່ງນັ້ນ, ໂຢເຊັບໄດ້ ເຫັນວັນເວລາຂອງພວກເຮົາ. ແລະ ໂຢເຊັບໄດ້ຮັບສັນຍາກັບພຣະຜູ້ເປັນເຈົ້າວ່າ ຈາກຜົນແອວຂອງລາວ, ອົງພຣະຜູ້ເປັນເຈົ້າຈະຍົກ ກິ່ງງ່າ ອັນຊອບທຳຂຶ້ນເພື່ອເຊື້ອສາຍອິດສະຣາເອນ; ບໍ່ແມ່ນພຣະເມຊີອາ, ແຕ່ເປັນກິ່ງງ່າຊຶ່ງຈະຖືກຫັກອອກມາ, ເຖິງຢ່າງໃດກໍຕາມ, ມັນກໍຈະຖືກຈົດຈຳໄວ້ໃນພັນທະສັນຍາຂອງພຣະຜູ້ເປັນເຈົ້າ ເພື່ອ ພຣະເມຊີອາຈະຖືກສະແດງໃຫ້ປະຈັກແກ່ພວກເຂົາໃນຍຸກສຸດທ້າຍ ດ້ວຍພຣະວິນຍານແຫ່ງອຳນາດຂອງການນຳພວກເຂົາອອກຈາກ ຄວາມມືດໄປຫາແສງສະຫວ່າງ—ແທ້ຈິງແລ້ວ, ອອກຈາກຄວາມມືດທີ່ປິດບັງ ແລະ ອອກຈາກຄວາມເປັນຊະເລີຍໄປຫາອິດສະລະພາບ.
6 ເພາະໂຢເຊັບໃຫ້ຖ້ອຍຄຳໄວ້ແທ້ໆ ຊຶ່ງມີຄວາມວ່າ: ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າ ຈະຍົກ ຜູ້ພະຍາກອນຜູ້ໜຶ່ງຂຶ້ນມາໃຫ້ແກ່ ຜົນແອວຂອງຂ້າພະເຈົ້າ, ຊຶ່ງຈະເປັນຜູ້ພະຍາກອນທີ່ປະເສີດ.
7 ແທ້ຈິງແລ້ວ, ໂຢເຊັບໄດ້ກ່າວໄວ້ວ່າ: ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າດັ່ງນີ້: ເຮົາຈະຍົກ ຜູ້ພະຍາກອນທີ່ປະເສີດຜູ້ໜຶ່ງຂຶ້ນຈາກຜົນແອວຂອງເຈົ້າ. ແລະ ລາວຈະເປັນຜູ້ທີ່ໜ້ານັບຖືຢ່າງສູງໃນບັນດາຜົນແອວຂອງເຈົ້າ ແລະ ເຮົາຈະໃຫ້ບັນຍັດແກ່ລາວເພື່ອລາວຈະໄດ້ກະທຳວຽກງານສິ່ງໜຶ່ງເພື່ອຜົນແອວຂອງເຈົ້າ, ຜູ້ເປັນພີ່ນ້ອງຂອງລາວ ຊຶ່ງຈະມີຄ່າອັນຍິ່ງໃຫຍ່ກັບພວກເຂົາ, ເຖິງແມ່ນຕໍ່ການນຳພວກເຂົາມາຫາຄວາມຮູ້ຂອງພັນທະສັນຍາ ຊຶ່ງເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງເຈົ້າ.
8 ແລະ ເຮົາຈະໃຫ້ບັນຍັດແກ່ລາວຂໍ້ໜຶ່ງວ່າ ລາວຈະບໍ່ເຮັດງານ ອື່ນ ນອກຈາກງານທີ່ເຮົາຈະສັ່ງລາວ. ແລະ ເຮົາຈະເຮັດໃຫ້ລາວຍິ່ງໃຫຍ່ໃນສາຍຕາຂອງເຮົາ; ເພາະລາວຈະເຮັດວຽກງານຂອງເຮົາ.
9 ແລະ ລາວຈະຍິ່ງໃຫຍ່ເໝືອນກັນກັບ ໂມເຊຜູ້ຊຶ່ງເຮົາກ່າວໄວ້ວ່າຈະຍົກຂຶ້ນໃຫ້ເຈົ້າເພື່ອ ປົດປ່ອຍຜູ້ຄົນຂອງເຮົາ, ໂອ້ ເຊື້ອສາຍອິດສະຣາເອນ.
10 ແລະ ເຮົາຈະຍົກໂມເຊຂຶ້ນເພື່ອປົດປ່ອຍຜູ້ຄົນຂອງເຈົ້າອອກຈາກແຜ່ນດິນເອຢິບ.
11 ແຕ່ເຮົາຈະຍົກຜູ້ພະຍາກອນຜູ້ໜຶ່ງຂຶ້ນຈາກຜົນແອວຂອງເຈົ້າ; ແລະ ເຮົາຈະໃຫ້ ອຳນາດແກ່ລາວ ເພື່ອຈະນຳຄຳເວົ້າຂອງເຮົາອອກມາຫາລູກຫລານຂອງຜົນແອວຂອງເຈົ້າ—ແລະ ບໍ່ພຽງແຕ່ເພື່ອການນຳຄຳເວົ້າຂອງເຮົາອອກມາເທົ່ານັ້ນ, ແຕ່ຈະເຮັດໃຫ້ພວກເຂົາເນັ້ນໜັກໃນຄຳເວົ້າຂອງເຮົາ, ຊຶ່ງຈະອອກໄປໃນບັນດາພວກເຂົາແລ້ວ ພຣະເຈົ້າໄດ້ກ່າວໄວ້.
12 ດັ່ງນັ້ນ, ຜົນແອວຂອງເຈົ້າຈະ ບັນທຶກ; ແລະ ຜົນແອວຂອງ ຢູດາຈະ ບັນທຶກ; ແລະ ເລື່ອງທີ່ຈະບັນທຶກໄວ້ໂດຍຜົນແອວຂອງເຈົ້າ, ແລະ ເລື່ອງທີ່ຈະບັນທຶກໄວ້ຈາກຜົນແອວຂອງຢູດາຈະເຕີບໂຕພ້ອມກັນ, ຊຶ່ງນຳໄປຫາການເຮັດໃຫ້ຄຳສອນທີ່ຜິດນັ້ນ ຍອມຈຳນົນ ແລະ ກຳຈັດການຂັດແຍ້ງ, ແລະ ສະຖາປະນາສັນຕິສຸກຂຶ້ນໃນບັນດາຜົນແອວຂອງເຈົ້າ, ແລະ ນຳພວກເຂົາມາຫາ ຄວາມຮູ້ເຖິງບັນພະບຸລຸດຂອງພວກເຂົາໃນຍຸກສຸດທ້າຍ, ແລະ ນຳມາຫາຄວາມຮູ້ຂອງພັນທະສັນຍາຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ.
13 ແລະ ໃນມື້ນັ້ນຄວາມອ່ອນແອຂອງພວກເຂົາຈະຖືກເຮັດໃຫ້ເຂັ້ມແຂງ ເພາະວຽກງານຂອງເຮົາຈະເລີ່ມຕົ້ນໃນບັນດາຜູ້ຄົນທັງໝົດຂອງເຮົາ, ເພື່ອການນຳເຈົ້າກັບຄືນ, ໂອ້ ເຊື້ອສາຍອິດສະຣາເອນ, ພຣະຜູ້ເປັນເຈົ້າໄດ້ກ່າວ.
14 ແລະ ໂຢເຊັບໄດ້ທຳນາຍໄວ້ ມີຄວາມວ່າ: ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຈະປະທານພອນໃຫ້ຜູ້ພະຍາກອນຜູ້ນັ້ນ; ແລະ ຜູ້ທີ່ພະຍາຍາມທຳລາຍເພິ່ນຈະຍອມຈຳນົນ; ເພາະຄຳສັນຍານີ້, ຊຶ່ງຂ້າພະເຈົ້າໄດ້ຮັບມາຈາກພຣະຜູ້ເປັນເຈົ້າກ່ຽວກັບຜົນແອວຂອງຂ້າພະເຈົ້າຈະສຳເລັດ. ຈົ່ງເບິ່ງ, ຂ້າພະເຈົ້າແນ່ໃຈໃນຄວາມສຳເລັດແຫ່ງຄຳສັນຍານີ້;
15 ແລະ ຊື່ຂອງເພິ່ນຈະຖືກເອີ້ນຕາມ ຊື່ຂອງຂ້າພະເຈົ້າ; ແລະ ເອີ້ນຕາມ ຊື່ຂອງພໍ່ຂອງເພິ່ນ ແລະ ເພິ່ນຈະເປັນເໝືອນດັ່ງຂ້າພະເຈົ້າ; ເພາະເລື່ອງທີ່ພຣະຜູ້ເປັນເຈົ້າຈະນຳອອກມາໂດຍມືຂອງເພິ່ນ, ແລະ ອຳນາດຂອງພຣະຜູ້ເປັນເຈົ້າຈະນຳຜູ້ຄົນຂອງຂ້າພະເຈົ້າມາຫາຄວາມລອດ.
16 ແທ້ຈິງແລ້ວ, ໂຢເຊັບໄດ້ທຳນາຍໄວ້ວ່າ: ຂ້າພະເຈົ້າແນ່ໃຈເຖິງເລື່ອງນີ້, ມັນເໝືອນດັ່ງທີ່ຂ້າພະເຈົ້າແນ່ໃຈໃນຄຳສັນຍາຂອງໂມເຊ; ເພາະພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ, ເຮົາຈະ ຮັກສາລູກຫລານຂອງເຈົ້າຕະຫລອດໄປ.
17 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະຍົກໂມເຊຂຶ້ນ; ແລະ ເຮົາຈະໃຫ້ອຳນາດແກ່ລາວໃນໄມ້ຄ້ອນເທົ້າ, ແລະ ເຮົາຈະມອບການພິພາກສາໃຫ້ແກ່ລາວໃນການບັນທຶກ. ແຕ່ເຮົາຈະບໍ່ປ່ອຍລີ້ນຂອງລາວໃຫ້ເວົ້າຫລາຍ, ເພາະເຮົາຈະບໍ່ເຮັດໃຫ້ລາວຍິ່ງໃຫຍ່ໃນການເວົ້າ, ແຕ່ເຮົາຈະ ຂຽນກົດຂອງເຮົາໃຫ້ລາວດ້ວຍນິ້ວມືຂອງເຮົາເອງ ແລະ ເຮົາຈະໃຫ້ມີຜູ້ ເວົ້າແທນລາວ.
18 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າອີກວ່າ: ເຮົາຈະຍົກຂຶ້ນໄວ້ເພື່ອຜົນແອວຂອງເຈົ້າ, ແລະ ເຮົາຈະໃຫ້ມີຜູ້ເວົ້າແທນລາວ. ແລະ ເຮົາ, ຈົ່ງເບິ່ງ, ເຮົາຈະໃຫ້ແກ່ລາວເພື່ອລາວຈະໄດ້ຂຽນເລື່ອງທີ່ຜົນແອວຂອງເຈົ້າຂຽນເຖິງຜົນແອວຂອງເຈົ້າ; ແລະ ຜູ້ເວົ້າຂອງຜົນແອວຂອງເຈົ້າຈະປະກາດມັນ.
19 ແລະ ຄຳເວົ້າທີ່ລາວຈະຂຽນນັ້ນຈະເປັນຄຳເວົ້າທີ່ສະຫລຽວສະຫລາດຂອງເຮົາ ຊຶ່ງສົມຄວນທີ່ຈະອອກໄປສູ່ຜົນແອວຂອງເຈົ້າ. ແລະ ມັນຈະເປັນຄືກັນກັບວ່າ ຜົນແອວຂອງເຈົ້າຮ້ອງບອກພວກເຂົາ ຈາກພື້ນດິນ ເພາະເຮົາຮູ້ຈັກສັດທາຂອງພວກເຂົາ.
20 ແລະ ພວກເຂົາຈະ ຮ້ອງຈາກພື້ນດິນ, ແທ້ຈິງແລ້ວ, ເຖິງແມ່ນຈະຮ້ອງການກັບໃຈໃຫ້ພີ່ນ້ອງຂອງພວກເຂົາ, ເຖິງແມ່ນຫລັງຈາກຄົນຫລາຍລຸ້ນຜ່ານພວກເຂົາໄປ. ແລະ ເຫດການຈະບັງເກີດຂຶ້ນຄື ສຽງຮ້ອງຂອງພວກເຂົາຈະໄປເຖິງຕາມຄວາມງ່າຍດາຍຂອງຄຳເວົ້າຂອງພວກເຂົາ.
21 ເພາະສັດທາຂອງພວກເຂົາ ຄຳເວົ້າຂອງພວກເຂົາຈະອອກຈາກປາກຂອງເຮົາໄປຫາພີ່ນ້ອງຂອງພວກເຂົາຜູ້ເປັນຜົນແອວຂອງເຈົ້າ, ແລະ ເຮົາຈະເຮັດໃຫ້ຄວາມອ່ອນແອຂອງຄຳເວົ້າຂອງພວກເຂົາເຂັ້ມແຂງດ້ວຍສັດທາຂອງພວກເຂົາ, ເພື່ອຈື່ຈຳພັນທະສັນຍາຂອງເຮົາ ຊຶ່ງເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງເຈົ້າ.
22 ແລະ ບັດນີ້, ຈົ່ງເບິ່ງໂຢເຊັບລູກຂອງພໍ່, ບັນພະບຸລຸດຂອງພໍ່ໃນອະດີດໄດ້ ທຳນາຍໄວ້ຕາມນີ້.
23 ດັ່ງນັ້ນ, ເປັນຍ້ອນພັນທະສັນຍານີ້ລູກຈຶ່ງໄດ້ຮັບພອນ; ເພາະລູກຫລານຂອງລູກຈະບໍ່ຖືກທຳລາຍ ເພາະພວກເຂົາຈະເຊື່ອຟັງຖ້ອຍຄຳຈາກໜັງສືນັ້ນ.
24 ແລະ ຈະມີຜູ້ຍິ່ງໃຫຍ່ຜູ້ໜຶ່ງໃນບັນດາພວກເຂົາ, ຜູ້ຈະສ້າງຄວາມດີຫລາຍຢ່າງທັງທາງຄຳເວົ້າ ແລະ ພາກປະຕິບັດ, ໂດຍເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າດ້ວຍສັດທາຢ່າງຫລວງຫລາຍໃນອັນທີ່ຈະເຮັດການແປກປະຫລາດອັນຍິ່ງໃຫຍ່ ແລະ ເຮັດສິ່ງນັ້ນ ຊຶ່ງໃຫຍ່ຫລວງໃນສາຍພຣະເນດຂອງພຣະເຈົ້າ ເພື່ອເຮັດໃຫ້ເກີດການຟື້ນຟູຢ່າງຫລວງຫລາຍກັບເຊື້ອສາຍອິດສະຣາເອນ ແລະ ກັບລູກຫລານຂອງພີ່ນ້ອງຂອງລູກ.
25 ແລະ ບັດນີ້, ລູກເປັນສຸກແລ້ວໂຢເຊັບ. ຈົ່ງເບິ່ງ, ລູກຍັງນ້ອຍຢູ່; ດັ່ງນັ້ນ ຈົ່ງເຊື່ອຟັງຄຳເວົ້າຂອງນີໄຟອ້າຍຂອງລູກ ແລະ ມັນຈະເປັນໄປກັບລູກເຖິງແມ່ນຕາມຖ້ອຍຄຳທີ່ພໍ່ເວົ້າໄວ້. ຈົ່ງຈື່ຈຳຄຳເວົ້າຂອງພໍ່ຜູ້ກຳລັງຈະຕາຍ. ອາແມນ.