ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ

ບໍ່​ມີ​ສິ່ງ​ໃດ​ທີ່​ສາ​ມາດ​ທົດ​ແທນ​ເວ​ລາ​ທີ່​ທ່ານ​ໃຊ້​ກັບ​ພຣະ​ຄຳ​ພີ, ໄດ້​ຍິນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ​ທ່ານ​ໂດຍ​ກົງ.

ເປັນ​ເວ​ລາ​ສາມ​ປີ​ປາຍ​ແລ້ວ, ທີ່​ພວກ​ເຮົາ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເດີນ​ທາງ​ນຳ​ກັນ. ມັນ​ແມ່ນ​ເດືອນ​ຕຸ​ລາ ປີ 2018 ເມື່ອ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ຮຽນ​ຮູ້​ເຖິງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ​ໃນ​ຮູບ​ແບບ​ໃໝ່ ແລະ ສ້າງ​ແຮງ​ດົນ​ໃຈ, ດ້ວຍ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເປັນ​ແຫລ່ງ​ຊີ້​ນຳ​ເຮົາ.

ໃນ​ທຸກ​ການ​ເດີນ​ທາງ, ມັນ​ເປັນ​ການ​ດີ​ທີ່​ຈະ​ຢຸດ​ຊົ່ວ​ຄາວ ເພື່ອ​ປະ​ເມີນ​ເບິ່ງ​ຄວາມ​ຄືບ​ໜ້າ ແລະ ເຮັດ​ໃຫ້​ແນ່​ໃຈ​ວ່າ ເຮົາ​ມຸ້ງ​ໄປ​ສູ່​ເປົ້າ​ໝາຍ​ຂອງ​ເຮົາ​ຫລື​ບໍ່.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ

ໃຫ້​ພິ​ຈາ​ລະ​ນາ​ຂໍ້​ຄວາມ​ທີ່​ເລິກ​ເຊິ່ງ​ຈາກ​ຄຳ​ນຳ​ຂອງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ທີ່​ວ່າ:

“ຄວາມ​ມຸ້ງ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ທັງ​ໝົດ ແມ່ນ​ເພື່ອ​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ເລິກ​ເຊິ່ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. …

“… ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຮົາ ແລະ ນຳ​ພາ​ໄປ​ສູ່​ການ​ເຫລື້ອມ​ໃສ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ ຈະ​ບໍ່​ເກີດ​ຂຶ້ນ​ໃນ​ທັນ​ທີ. ມັນ​ຂະ​ຫຍາຍ​ຈາກ​ຫ້ອງ​ຮຽນ​ເຂົ້າ​ໄປ​ສູ່​ໃຈ ແລະ ບ້ານ​ເຮືອນ​ຂອງ​ເຮົາ. ມັນ​ຮຽກ​ຮ້ອງ​ຄວາມ​ພະ​ຍາ​ຍາມ​ທີ່​ໝັ້ນ​ຄົງ​ທຸກ​ວັນ ເພື່ອ​ຈະ​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ. ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ທີ່​ພາ​ໄປ​ສູ່​ການ​ເຫລື້ອມ​ໃສ​ທີ່​ແທ້​ຈິງ​ຮຽກ​ຮ້ອງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.”1

ນັ້ນ​ຄື​ການ​ມະ​ຫັດ​ສະ​ຈັນ​ທີ່​ເຮົາ​ສະ​ແຫວງ​ຫາ—ເມື່ອ​ບຸກ​ຄົນ​ໜຶ່ງ​ມີ​ປະ​ສົບ​ການ​ໃນ​ພຣະ​ຄຳ​ພີ2 ແລະ ປະ​ສົບ​ການ​ນັ້ນ​ໄດ້​ຮັບ​ພອນ​ໂດຍ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ສົບ​ການ​ເຊັ່ນ​ນັ້ນ​ເປັນ​ຮາກ​ຖານ​ອັນ​ລ້ຳ​ຄ່າ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລະ ດັ່ງ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ເຕືອນ​ເຮົາ​ເມື່ອ​ບໍ່​ດົນ​ນີ້​ວ່າ, ຈະ​ຕ້ອງ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ຖານ​ທາງ​ວິນ​ຍານ​ຕະ​ຫລອດ​ເວ​ລາ.3 ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ຍາວ​ນານ​ເປັນ​ຂະ​ບວນ​ການ​ຕະ​ຫລອດ​ຊີ​ວິດ.4 ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຄື​ເປົ້າ​ໝາຍ​ຂອງ​ເຮົາ

ເພື່ອ​ໃຫ້​ເກີດ​ປະ​ສິດ​ທິ​ພາບ​ສູງ​ສຸດ, ປະ​ສົບ​ການ​ຂອງ​ທ່ານ​ກັບ​ພຣະ​ຄຳ​ພີ​ຈະ​ຕ້ອງ​ເປັນ​ຂອງ​ທ່ານ​ເອງ.5 ການ​ອ່ານ ຫລື ການ​ໄດ້​ຍິນ​ປະ​ສົບ​ການ ແລະ ຄວາມ​ຮູ້​ຂອງ​ຄົນ​ອື່ນ​ອາດ​ເປັນ​ປະ​ໂຫຍດ, ແຕ່​ນັ້ນ​ຈະ​ບໍ່​ນຳ​ພະ​ລັງ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ແບບ​ດຽວ​ກັນ​ມາ​ໃຫ້. ບໍ່​ມີ​ສິ່ງ​ໃດ​ທີ່​ສາ​ມາດ​ທົດ​ແທນ​ເວ​ລາ​ທີ່ ທ່ານ ໃຊ້​ໃນ​ພຣະ​ຄຳ​ພີ, ໄດ້​ຍິນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກ່າວ​ກັບ ທ່ານ ໂດຍ​ກົງ.

ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສິດ​ສອນ​ເຮົາ​ຫຍັງ​ແດ່?

ແຕ່​ລະ​ອາ​ທິດ​ເມື່ອ​ຂ້າ​ພະ​ເຈົ້າ​ເປີດ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ, ຂ້າ​ພະ​ເຈົ້າ​ຂຽນ​ຄຳ​ຖາມນີ້​ໃສ່​ສົ້ນ​ເທິງ​ໜ້າ​ປຶ້ມ: “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສິດ​ສອນ​ເຮົາ​ຫຍັງ​ແດ່​ໃນ​ອາ​ທິດ​ນີ້ ຂະ​ນະ​ທີ່​ເຮົາ​ອ່ານ​ບົດ​ເຫລົ່າ​ນີ້?”

ໃນ​ຂະ​ນະ​ທີ່​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ຄຳ​ຖາມ​ນັ້ນ​ຫລາຍໆ​ເທື່ອ. ແລະ ຢ່າງ​ບໍ່​ເຄີຍ​ພາດ, ຄວາມ​ປະ​ທັບ​ໃຈ​ທາງ​ວິນ​ຍານ​ຈະ​ເກີດ​ຂຶ້ນ​ສະ​ເໝີ, ແລະ ຂ້າ​ພະ​ເຈົ້າ​ກໍ​ຂຽນ​ມັນ​ໄວ້​ໃນ​ປຶ້ມ​ຂອງ​ຂ້າ​ພະ​ເຈົ້າ.

ບັດ​ນີ້, ຂ້າ​ພະ​ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ເມື່ອ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກຳ​ລັງ​ສິດ​ສອນ​ຂ້າ​ພະ​ເຈົ້າ? ເປັນ​ແນວ​ນີ້, ຕາມ​ປົກ​ກະ​ຕິ​ແລ້ວ ມັນ​ເກີດ​ຂຶ້ນ​ໃນ​ວິ​ທີ​ທາງ​ທີ່​ເລັກ​ນ້ອຍ ແລະ ລຽບ​ງ່າຍ. ບາງ​ເທື່ອ​ຂໍ້​ພຣະ​ຄຳ​ພີ​ຈະ​ເບິ່ງ​ຄື​ກັບ​ວ່າ ກະ​ໂດດ​ອອກ​ມາ​ຈາກ​ໜ້າ​ປຶ້ມ​ໃສ່​ຂ້າ​ພະ​ເຈົ້າ. ໃນ​ເວ​ລາ​ອື່ນ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຮູ້ ພ້ອມ​ກັບ​ການ​ເຂົ້າ​ໃຈ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ນັ້ນ. ຂ້າ​ພະ​ເຈົ້າ​ຍັງ​ຮູ້​ສຶກ​ເຖິງ​​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ອີກ ເມື່ອ ແອນ ມາ​ຣີ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ອ່ານ. ມຸມ​ມອງ​ຂອງ​ລາວ​ຈະ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ສະ​ເໝີ.

ສາດ​ສະ​ດາ ແລະ ປັດ​ສະ​ຄາ

ໃນ​ປີນີ້​ພວກ​ເຮົາ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ​ເດີມ—ພຣະ​ຄຳ​ພີ​ສັກ​ສິດ​ທີ່​ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ພວກ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ. ໃນ​ຂະ​ນະ​ທີ່​ອ່ານ​ພຣະ​ຄຳ​ພີ​ເດີມ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ວ່າ ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ກັບ​ຜູ້​ນຳ​ທາງ​ທີ່​ໄວ້​ວາງ​ໃຈ​ໄດ້​ເຊັ່ນ: ອາ​ດາມ, ເອ​ວາ, ເອ​ນົກ, ໂນ​ອາ, ອັບ​ຣາ​ຮາມ, ແລະ ຄົນ​ອື່ນໆ.

ໃນ​ອາ​ທິດ​ນີ້, ຂະ​ນະ​ທີ່​ສຶກ​ສາ ອົບ​ພະ​ຍົບ ບົດ​ທີ 7–13, ພວກ​ເຮົາ​ໄດ້​ຮຽນ​ຮູ້​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ຈາກ​ການ​ເປັນ​ຊະ​ເລີຍ​ໃນ​ເອ​ຢິບ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ. ພວກ​ເຮົາ​ໄດ້​ອ່ານ​ກ່ຽວ​ກັບ​ໄພ​ພິ​ບັດ​ເກົ້າ​ຢ່າງ—ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ໜ້າ​ປະ​ທັບ​ໃຈ​ເກົ້າ​ຢ່າງ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ—ທີ່​ຟາ​ໂຣ​ໄດ້​ເປັນ​ພະ​ຍານ ແຕ່​ບໍ່​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ເພິ່ນ​ອ່ອນ​ລົງ.

ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ ສາດ​ສະ​ດາ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ໄພ​ພິ​ບັດ​ຢ່າງ​ທີ​ສິບ—ແລະ ວິ​ທີ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ແຕ່​ລະ​ຄອບ​ຄົວ​ສາ​ມາດ​ກຽມ​ພ້ອມ​ສຳ​ລັບ​ມັນ. ໃນ​ພາກ​ສ່ວນ​ໜຶ່ງ​ຂອງ​ພິ​ທີ​ກຳ ພວກ​ເຂົາ​ຈະ​ເອີ້ນ​ມັນ​ວ່າ ປັດ​ສະ​ຄາ, ຊາວ​ອິດ​ສະ​ຣາ​ເອນ​ຕ້ອງ​ຖວາຍ​ແກະ​ເຖິກ​ໂຕ​ໜຶ່ງ, ທີ່​ບໍ່​ມີ​ບ່ອນ​ຕຳ​ໜິ. ແລ້ວ​ພວກ​ເຂົາ​ຕ້ອງ​ໄດ້​ໝາຍ​ຂອບ​ປະ​ຕູ​ເຮືອນ​ຂອງ​ພວກ​ເຂົາ​ດ້ວຍ​ເລືອດ​ແກະ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ທຸກ​ເຮືອນ​ທີ່​ຖືກ​ໝາຍ​ດ້ວຍ​ເລືອດ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ໄພ​ພິ​ບັດ​ທີ່​ຮ້າຍ​ແຮງ ທີ່​ກຳ​ລັງ​ຈະ​ມາ​ເຖິງ.

ພຣະ​ຄຳ​ພີ​ກ່າວ​ວ່າ, “ແລ້ວ [ລູກ​ຫລານ​ອິດ​ສະ​ຣາ​ເອນ] … ກໍ​ພາ​ກັນ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ … ໄດ້​ສັ່ງ​ໂມ​ເຊ” (ອົບ​ພະ​ຍົບ 12:28). ມີ​ບາງ​ສິ່ງ​ທີ່​ມີ​ພະ​ລັງ​ຫລາຍ​ໃນ​ຄຳ​ເວົ້າ​ອັນ​ລຽບ​ງ່າຍ​ຂອງ​ການ​ເຊື່ອ​ຟັງ.

ເພາະ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ໂມ​ເຊ ແລະ ໄດ້​ກະ​ທຳ​ດ້ວຍ​ສັດ​ທາ, ພວກ​ເຂົາ​ຈຶ່ງ​ລອດ​ຈາກ​ໄພ​ພິ​ບັດ ແລະ, ໃນ​ທີ່​ສຸດ, ກໍ​ໄດ້​ພົ້ນ​ຈາກ​ການ​ເປັນ​ຊະ​ເລີຍ​ຂອງ​ພວກ​ເຂົາ.

ສະ​ນັ້ນ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ຫຍັງ​ແດ່​ໃນ​ບົດ​ເຫລົ່າ​ນີ້ ໃນ​ອາ​ທິດ​ນີ້?

ຕໍ່​ໄປ​ນີ້​ແມ່ນ​ຄວາມ​ຄິດ​ສອງ​ສາມ​ຢ່າງ​ທີ່​ຢູ່​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ:

  • ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ວຽກ​ງານ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ເພື່ອ​ປົກ​ປ້ອງ ແລະ ຊ່ວຍ​ຊີ​ວິດ​ຜູ້​ຄົນ​ຂອງ​ພຣະ​ອົງ.

  • ສັດ​ທາ ແລະ ຄວາມ​ຖ່ອມ​ຕົວ​ທີ່​ຈະ​ເຮັດ​ຕາມ​ສາດ​ສະ​ດາ ຈະ​ມາ​ກ່ອນ​ການ​ມະ​ຫັດ​ສະ​ຈັນ​ຂອງ​ການ​ປົກ​ປ້ອງ ແລະ ການ​ປົດ​ປ່ອຍ.

  • ເລືອດ​ຢູ່​ເທິງ​ຂອບ​ປະ​ຕູ​ເປັນ​ເຄື່ອງ​ໝາຍ​ທາງ​ນອກ​ຂອງ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

ສາດ​ສະ​ດາ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມ​ເທົ່າ​ທຽມ​ກັນ​ລະ​ຫວ່າງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ພອນ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ເລື່ອງ​ລາວ​ພຣະ​ຄຳ​ພີ​ເດີມ ແລະ ວິ​ທີ​ທີ່​ພຣະ​ອົງ​ກຳ​ລັງ​ໃຫ້​ພອນ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ປະ​ຈຸ​ບັນ​ນີ້.

ເມື່ອ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ປະ​ທານ​ແນວ​ສັນ, ໄດ້​ນຳ​ສະ​ເໜີ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຕໍ່​ພວກ​ເຮົາ ໃຫ້​ເປັນ​ຊ່ອງ​ທາງ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ, ເພິ່ນ​ໄດ້​ເຊື້ອ​ເຊີນ​ໃຫ້​ເຮົາ​ປ່ຽນ​ບ້ານ​ເຮືອນ​ຂອງ​ເຮົາ​ໃຫ້​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແຫ່ງ​ສັດ​ທາ ແລະ ເປັນ​ສູນ​ກາງ​ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.

ແລ້ວ​ເພິ່ນ​ໄດ້​ສັນ​ຍາ​ພອນ​ສະ​ເພາະ​ສີ່​ຢ່າງ:

  1. ວັນ​ຊະ​ບາ​ໂຕ ຂອງ​ທ່ານ ຈະ​ເປັນ​ມື້​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ,

  2. ລູກໆ ຂອງ​ທ່ານ ຈະ​ຕື່ນ​ເຕັ້ນ​ທີ່​ຈະ​ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ,

  3. ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ ໃນ​ຊີ​ວິດ ຂອງ​ທ່ານ ໃນ​ບ້ານ​ເຮືອນ ຂອງ​ທ່ານ ຈະ​ລົດ​ນ້ອຍ​ຖອຍ​ລົງ, ແລະ

  4. ການ​ປ່ຽນ​ແປງ​ເຫລົ່າ​ນີ້​ໃນ​ຄອບ​ຄົວ ຂອງ​ທ່ານ ຈະ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ຄ້ຳ​ຈູນ.6

ຕອນ​ນີ້, ເຮົາ​ບໍ່​ມີ​ບັນ​ທຶກ​ຈາກ​ຜູ້​ທີ່​ເຄີຍ​ມີ​ປະ​ສົບ​ການ​ກັບ​ງານ​ປັດ​ສະ​ຄາ​ກັບ​ໂມ​ເຊ​ໃນ​ເອ​ຢິບ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຍັງ​ມີ​ປະ​ຈັກ​ພະ​ຍານ​ຈາກ​ໄພ່​ພົນ​ຜູ້​ທີ່, ດ້ວຍ​ສັດ​ທາ​ທີ່​ເທົ່າ​ທຽມ​ກັນ, ໄດ້​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ແນວ​ສັນ​ໃນ​ເວ​ລາ​ນີ້ ແລະ ຮັບ​ເອົາ​ພອນ​ທີ່​ສັນ​ຍາ​ໄວ້.

ຕໍ່​ໄປ​ນີ້​ແມ່ນ​ປະ​ຈັກ​ພະ​ຍານ​ບາງ​ຈຳ​ນວນ​ດັ່ງ​ກ່າວ:

ແມ່​ຂອງ​ຄອບ​ຄົວ​ໜຸ່ມ​ໄດ້​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ເວົ້າ​ລົມ​ກັນ​ເຖິງ​ພຣະ​ຄຣິດ ແລະ ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ ໃນ​ບ້ານ​ຂອງ​ພວກ​ເຮົາ. ສຳ​ລັບ​ຂ້າ​ນ້ອຍ​ແລ້ວ ນັ້ນ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ—ທີ່​ລູກໆ​ຂອງ​ຂ້າ​ນ້ອຍ​ສາ​ມາດ​ເຕີບ​ໂຕ​ຂຶ້ນ​ກັບ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ໃນ​ບ້ານ ທີ່​ຊ່ວຍ​ໃຫ້​ພວກ​ເຂົາ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ຂຶ້ນ.”7

ອ້າຍ​ນ້ອງ​ອະ​ວຸ​ໂສ​ຄົນ​ໜຶ່ງ​ເອີ້ນ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ລາວ ຜ່ານ​ທາງ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ວ່າ​ເປັນ “ຊ່ອງ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ແສງ​ສະ​ຫວ່າງ​ຈາກ​ສະ​ຫວັນ ທີ່​ຊ່ວຍ​ເຮົາ​ໃຫ້​ເຫັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ ຊຶ່ງ​ຈຳ​ເປັນ​ສຳ​ລັບ​ຄວາມ​ຜາ​ສຸກ​ທາງ​ວິນ​ຍານ​ຂອງ​ເຮົາ.”8

ພັນ​ລະ​ຍາ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ບັນ​ຍາຍ​ເຖິງ​ພອນ​ໃນ​ການ​ແຕ່ງ​ງານ​ຂອງ​ນາງ​ວ່າ: “ຂ້າ​ນ້ອຍ​ສາ​ມາດ​ຮູ້​ໃຈ​ສາ​ມີ​ຂອງ​ຂ້າ​ນ້ອຍ​ຢ່າງ​ເລິກ​ເຊິ່ງ​ຫລາຍ​ກວ່າ​ເກົ່າ, ແລະ ຂ້າ​ນ້ອຍ​ສາ​ມາດ​ເປີດ​ໃຈ​ກັບ​ລາວ​ຫລາຍ​ຂຶ້ນ ຂະ​ນະ​ທີ່​ສຶກ​ສາ​ນຳ​ກັນ.”9

ແມ່​ຄົນ​ໜຶ່ງ​ຂອງ​ຄອບ​ຄົວ​ໃຫຍ່​ໄດ້​ສັງ​ເກດ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ນາງ​ທີ່​ຈະ​ສິດ​ສອນ​ຄອບ​ຄົວ​ຂອງ​ນາງ​ມີ​ການ​ປ່ຽນ​ແປງ​ແນວ​ໃດ. ນາງ​ໄດ້​ເວົ້າ​ວ່າ: “ເມື່ອ​ເບິ່ງ​ຄືນ, ມັນ​ຄື​ກັບ​ວ່າ​ຂ້າ​ນ້ອຍ​ຫລິ້ນ​ປີ​ອາ​ໂນ​ດ້ວຍ​ຖົງ​ມື​ກັນ​ໜາວ. ຂ້າ​ນ້ອຍ​ໄດ້​ຫລິ້ນ​ໄປ​ຕາມ​ໂນດ, ແຕ່​ສຽງ​ດົນ​ຕີ​ບໍ່​ຖືກ​ຕ້ອງ. ບັດ​ນີ້ ເມື່ອ​ຖອດ​ຖົງ​ມື​ອອກ​ແລ້ວ, ເຖິງ​ແມ່ນ​ສຽງ​ເພງ​ຂອງ​ຂ້າ​ນ້ອຍ​ຍັງ​ບໍ່​ສົມ​ບູນ​ແບບ, ແຕ່​ຂ້າ​ນ້ອຍ​ກໍ​ໄດ້​ຍິນ​ຄວາມ​ແຕກ​ຕ່າງ. ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ໄດ້​ໃຫ້​ຂ້າ​ນ້ອຍ​ມີ​ວິ​ໄສ​ທັດ, ຄວາມ​ສາ​ມາດ, ຈຸດ​ສຸມ, ແລະ ຈຸດ​ປະ​ສົງ.”10

ສາ​ມີ​ໜຸ່ມ​ຄົນ​ໜຶ່ງ​ໄດ້​ເວົ້າ​ວ່າ: “ລຳ​ດັບ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ຂ້າ​ນ້ອຍ​ຢູ່​ທີ່​ບ້ານ​ໄດ້​ແຈ້ງ​ຊັດ​ຫລາຍ​ຂຶ້ນ ນັບ​ຕັ້ງ​ແຕ່​ຂ້າ​ນ້ອຍ​ໄດ້​ເຮັດ​ໃຫ້​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ເປັນ​ພາກ​ສ່ວນ​ປົກ​ກະ​ຕິ​ຂອງ​ຕອນ​ເຊົ້າ​ຂອງ​ຂ້າ​ນ້ອຍ. ການ​ສຶກ​ສາ​ພາ​ໃຫ້​ຂ້າ​ນ້ອຍ​ຄິດ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ສິ່ງ​ທີ່​ສຳ​ຄັນ​ຫລາຍກວ່າ​ໝູ່​ໝົດ​ຕໍ່​ຂ້າ​ນ້ອຍ, ເຊັ່ນ​ພຣະ​ວິ​ຫານ, ຄວາມ​ສຳ​ພັນ​ຂອງ​ຂ້າ​ນ້ອຍ​ກັບ​ພັນ​ລະ​ຍາ, ແລະ ການ​ເອີ້ນ​ຂອງ​ຂ້າ​ນ້ອຍ. ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ບ້ານ​ຂອງ​ຂ້າ​ນ້ອຍ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ທີ່​ພຣະ​ເຈົ້າ​ມາ​ກ່ອນ.”11

ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ໄດ້​ແບ່ງ​ປັນ​ວ່າ: “ປະ​ສົບ​ການ​ປະ​ຈຳ​ວັນ​ຂອງ​ຂ້າ​ນ້ອຍ​ກັບ​ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ບໍ່​ຄ່ອຍ​ເປັນ​ທີ່​ສັງ​ເກດ, ແຕ່​ເມື່ອ​ເວ​ລາ​ຜ່ານ​ໄປ ຂ້າ​ນ້ອຍ​ສາ​ມາດ​ເຫັນ​ວ່າ ຂ້າ​ນ້ອຍ​ປ່ຽນ​ແປງ​ແນວ​ໃດ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ​ຕະ​ຫລອດ​ເວ​ລາ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ນັ້ນ. ການ​ຮຽນ​ຮູ້​ແບບ​ນີ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຖ່ອມ​ຕົວ, ສິດ​ສອນ​ຂ້າ​ນ້ອຍ, ແລະ ປ່ຽນ​ແປງ​ຂ້າ​ນ້ອຍ​ເທື່ອ​ລະ​ໜ້ອຍ.”12

ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ​ໄດ້​ລາຍ​ງານ​ວ່າ: “ໂຄງ​ການ ຈົ່ງ​ຕາມ​ເຮົາ​ມາ ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ເຂົ້າ​ໃກ້​ລະ​ດັບ​ການ​ສຶກ​ສາ​ພຣະ​ຄຳ​ພີທີ່​ເຄີຍ​ເຮັດ​ຂະ​ນະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ແລະ ຂ້າ​ນ້ອຍ​ໄດ້​ຍ້າຍ​ຈາກ​ການ​ສຶກ​ສາ​ພຣະ​ຄຳ​ພີ​ແບບ​ເຮັດ​ພໍ​ໃຫ້​ແລ້ວ​ໄປ​ວັນໆ ໄປ​ຫາ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທີ່​ເພີ່ມ​ພູນ​ຄຸນ​ຄ່າ​ໃນ​ການ​ທຳ​ຄວາມ​ຮູ້​ຈັກ​ກັບ​ພຣະ​ເຈົ້າ.”13

ອ້າຍ​ນ້ອງ​ຄົນ​ໜຶ່ງ​ໄດ້​ກ່າວ​ວ່າ: “ຂ້າ​ນ້ອຍ​ຮູ້​ສຶກ​ວ່າ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຖືກ​ຕ້ອນ​ຮັບ​ເຂົ້າ​ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ​ຫລາຍ​ຂຶ້ນ ແລະ ໄດ້​ຮັບ​ການ​ນຳ​ພາ​ດ້ວຍ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ໃນ​ການ​ຕັດ​ສິນ​ໃຈ. ຂ້າ​ນ້ອຍ​ມີ​ການ​ສົນ​ທະ​ນາ​ທີ່​ເລິກ​ເຊິ່ງ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ຄວາມ​ງາມ​ໃນ​ຄຳ​ສອນ​ທີ່​ລຽບ​ງ່າຍ​ຂອງ​ພຣະ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”14

ເດັກ​ອາ​ຍຸ​ເຈັດ​ປີ​ໄດ້​ແບ່ງ​ປັນ​ວ່າ: “ບໍ່​ດົນ​ຂ້າ​ນ້ອຍ​ຊິ​ຮັບ​ບັບ​ຕິ​ສະ​ມາ, ແລະ ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ກຳ​ລັງ​ຊ່ວຍ​ຂ້າ​ນ້ອຍ​ກຽມ​ພ້ອມ. ຄອບ​ຄົວ​ຂອງ​ຂ້າ​ນ້ອຍ​ກັບ​ຂ້າ​ນ້ອຍ​ໄດ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ການ​ບັບ​ຕິ​ສະ​ມາ, ແລະ ຂ້າ​ນ້ອຍ​ບໍ່​ຮູ້​ສຶກ​ຢ້ານ​ກ່ຽວ​ກັບ​ການ​ຮັບ​ບັບ​ຕິ​ສະ​ມາ​ຕອນ​ນີ້. ປຶ້ມ ຈົ່ງ​ຕາມ​ເຮົາ​ມາ ຊ່ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົ້າ​ມາ​ສູ່​ໃຈ​ຂອງ​ຂ້າ​ນ້ອຍ, ແລະ ຂ້າ​ນ້ອຍ​ຮູ້​ສຶກ​ອົບ​ອຸ່ນ​ເມື່ອ​ຂ້າ​ນ້ອຍ​ອ່ານ​ພຣະ​ຄຳ​ພີ.”15

ແລະ ແລ້ວ​ສຸດ​ທ້າຍ, ຈາກ​ແມ່​ຂອງ​ລູກ​ຫລາຍ​ຄົນ: “ເມື່ອ​ພວກ​ເຮົາ​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ພຣະ​ອົງ​ໄດ້​ຊ່ວຍ​ຄອບ​ຄົວ​ຂອງ​ພວກ​ເຮົາ​ຍ້າຍ​ຈາກ​ຄວາມ​ເປັນ​ຫ່ວງ​ໄປ​ຫາ​ພະ​ລັງ; ຈາກ​ການ​ທ້າ​ທາຍ​ໄປ​ຫາ​ການ​ປົດ​ປ່ອຍ; ຈາກ​ການ​ຂັດ​ແຍ້ງ ແລະ ການ​ວິ​ຈານ​ໄປ​ຫາ​ຄວາມ​ຮັກ ແລະ ຄວາມ​ສະ​ຫງົບ​ສຸກ; ແລະ ຈາກ​ອິດ​ທິ​ພົນ​ຂອງ​ຜູ້​ປໍ​ລະ​ປັກ​ໄປ​ຫາ​ອິດ​ທິ​ພົນ​ຂອງ​ພຣະ​ເຈົ້າ.”16

ຜູ້​ຕິດ​ຕາມ​ພຣະ​ຄຣິດ​ທີ່​ຊື່​ສັດ​ເຫລົ່າ​ນີ້ ແລະ ຫລາຍ​ຄົນ​ອື່ນ​ອີກ ໄດ້​ທາ​ໂລ​ຫິດ​ຂອງ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄວ້​ເທິງ​ຂອບ​ປະ​ຕູ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ແບບ​ສັນ​ຍາ​ລັກ. ເຂົາ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ພາຍ​ໃນ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ມາ​ກ່ອນ​ການ​ມະ​ຫັດ​ສະ​ຈັນ. ມັນ​ເປັນ​ການ​ມະ​ຫັດ​ສະ​ຈັນ​ເມື່ອ​ບຸກ​ຄົນ​ໜຶ່ງ​ມີ​ປະ​ສົບ​ການ​ໃນ​ພຣະ​ຄຳ​ພີ ແລະ ປະ​ສົບ​ການ​ນັ້ນ​ໄດ້​ຮັບ​ພອນ​ໂດຍ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, ມັນ​ຈະ​ບໍ່​ມີ​ຄວາມ​ອຶດ​ຢາກ​ທາງ​ວິນ​ຍານ​ໃນ​ແຜ່ນ​ດິນ. ດັ່ງ​ທີ່​ນີ​ໄຟ​ໄດ້​ກ່າວ, “ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຈະ​ຍຶດ​ໝັ້ນ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ​ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ​ຜູ້​ປໍ​ລະ​ປັກ​ກໍ​ຈະ​ບໍ່​ອາດ​ເອົາ​ຊະ​ນະ​ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິ​ນາດ​ໄດ້” (1 ນີ​ໄຟ 15:24).

ໃນ​ສະ​ໄໝ​ບູ​ຮານ, ເມື່ອ​ລູກ​ຫລານ​ອິດ​ສະ​ຣາ​ເອນ​ໄດ້​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ໂມ​ເຊ, ພວກ​ເຂົາ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ປອດ​ໄພ ແລະ ອິດ​ສະ​ລະ​ພາບ. ໃນ​ທຸກ​ວັນ​ນີ້, ເມື່ອ​ເຮົາ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ຂອງ​ເຮົາ, ປະ​ທານ​ແນວ​ສັນ, ແລ້ວ​ເຮົາ​ກໍ​ໄດ້​ຮັບ​ພອນ​ເທົ່າ​ທຽມ​ກັນ ດ້ວຍ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ໃຈ​ຂອງ​ເຮົາ ແລະ ການ​ປົກ​ປ້ອງ​ໃນ​ບ້ານ​ເຮືອນ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ໄດ້​ຖືກ​ຟື້ນ​ຟູ​ເທິງ​ແຜ່ນ​ດິນ​ໂລກ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ວັນ​ນີ້. ຂ້າ​ພະ​ເຈົ້າ​ຮັກ ແລະ ສະ​ໜັບ​ສະ​ໜູນ​ເພິ່ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ເດີມ 2022, vii.

  2. “We are each responsible for our individual spiritual growth” (Russell M. Nelson, “Opening Remarks,” Liahona, Nov. 2018, 8).

  3. ເບິ່ງ Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 93–96.

  4. ນີ້​ເປັນ​ເຫດ​ຜົນ​ສຳ​ຄັນ​ທີ່​ປະ​ທານ​ແນວ​ສັນ​ໄດ້​ອ້ອນ​ວອນ​ເຮົາ “ໃຫ້​ຫາ​ເວ​ລາ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ! ຈົ່ງ​ໃຫ້​ຮາກ​ຖານ​ທາງ​ວິນ​ຍານ​ຂອງ​ທ່ານ​ໝັ້ນ​ຄົງ ແລະ ສາ​ມາດ​ທົນ​ກັບ​ການ​ທົດ​ສອບ​ຂອງ​ເວ​ລາ ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ທີ່​ອະ​ນຸ​ຍາດ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ກັບ​ທ່ານ ສະ​ເໝີ” (“Make Time for the Lord,” Liahona, Nov. 2021, 120).

  5. ບໍ່​ວ່າ​ໃຜ​ຈະ​ເວົ້າ​ຫຍັງ ຫລື ເຮັດ​ຫຍັງ, ບໍ່​ມີ​ໃຜ​ສາ​ມາດ​ເອົາ​ປະ​ຈັກ​ພະ​ຍານ​ທີ່​ກ່າວ​ແກ່​ໃຈ​ທ່ານ ກ່ຽວ​ກັບ​ສິ່ງ​ໃດ​ທີ່​ເປັນ​ຄວາມ​ຈິງ ໄປ​ຈາກ​ທ່ານ​ໄດ້” (Russell M. Nelson, “Revelation for the Church, Revelation for Our Lives,” Liahona, May 2018, 95).

  6. ເບິ່ງ Russell M. Nelson, “Becoming Exemplary Latter-day Saints,” Liahona, Nov. 2018, 113–14. ປະ​ທານ​ແນວ​ສັນ​ໄດ້​ເຊື້ອ​ເຊີນ​ຊ້ຳ​ອີກ​ໃນ​ເດືອນ​ເມ​ສາ​ແລ້ວ​ນີ້​ວ່າ: “ຄຳ​ສັນ​ຍາ​ຂອງ​ທ່ານ​ທີ່​ຈະ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ສະ​ຖານ​ທີ່​ສັກ​ສິດ ບ່ອນ​ທຳ​ອິດ ແຫ່ງ​ສັດ​ທາ ຄວນ ບໍ່​ເຄີຍ ສິ້ນ​ສຸດ​ລົງ. ຂະ​ນະ​ທີ່​ສັດ​ທາ ແລະ ຄວາມ​ບໍ​ລິ​ສຸດ​ນັບ​ມື້​ນັບ​ມີ​ໜ້ອຍ​ລົງ​ຢູ່​ໃນ​ໂລກ​ທີ່​ເສື່ອມ​ໂຊມ​ນີ້, ທ່ານ​ຈະ​ຢາກ​ມີ​ສະ​ຖານ​ທີ່​ສັກ​ສິດ​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ທ່ານ​ໃຫ້​ສືບ​ຕໍ່​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ແທ້ໆ ‘ແລະ ບໍ່​ຫວັ່ນ​ໄຫວ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 87:8; ເນັ້ນ​ຄຳ​ເນີ້ງ] ຈາກ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຍິ່ງ​ນັ້ນ” (“What We Are Learning and Will Never Forget,” Liahona, May 2021, 79).

  7. ການ​ຕິດ​ຕໍ່​ສ່ວນ​ຕົວ; ເບິ່ງ 2 ນີ​ໄຟ 25:26 ນຳ​ອີກ.

  8. ການ​ຕິດ​ຕໍ່​ສ່ວນ​ຕົວ.

  9. ການ​ຕິດ​ຕໍ່​ສ່ວນ​ຕົວ.

  10. ການ​ຕິດ​ຕໍ່​ສ່ວນ​ຕົວ.

  11. ການ​ຕິດ​ຕໍ່​ສ່ວນ​ຕົວ.

  12. ການ​ຕິດ​ຕໍ່​ສ່ວນ​ຕົວ.

  13. ການ​ຕິດ​ຕໍ່​ສ່ວນ​ຕົວ.

  14. ການ​ຕິດ​ຕໍ່​ສ່ວນ​ຕົວ.

  15. ການ​ຕິດ​ຕໍ່​ສ່ວນ​ຕົວ.

  16. ການ​ຕິດ​ຕໍ່​ສ່ວນ​ຕົວ.