ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຮົາ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ເຮົາ ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ

ສາດ​ສະ​ໜາ​ຈັກ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຕຶກ​ຕ່າງໆ ແລະ ໂຄງ​ສ້າງ​ທາງ​ຝ່າຍ​ສາດ​ສະ​ໜາ; ສາດ​ສະ​ໜາ​ຈັກ​ຄື​ພວກ​ເຮົາ, ທີ່​ເປັນ​ສະ​ມາ​ຊິກ, ພ້ອມ​ດ້ວຍ​ພຣະ​ຄຣິດ​ທີ່​ເປັນ​ປະ​ມຸກ ແລະ ສາດ​ສະ​ດາ​ທີ່​ເປັນ​ຜູ້​ກ່າວ​ແທນ​ພຣະ​ອົງ.

ຫລັງ​ຈາກ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້ “ມາ​ເບິ່ງ​ເອົາ,”1 ຂ້າ​ພະ​ເຈົ້າ​ໄດ້​ໄປ​ໂບດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເປັນ​ເທື່ອ​ທຳ​ອິດ​ຕອນ​ອາ​ຍຸ 26 ປີ. ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ແຍກ​ທາງ​ຈາກ​ສາ​ມີ​ຄົນ​ທຳ​ອິດ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ມີ​ລູກ​ຊາຍ​ນ້ອຍ​ອາ​ຍຸ​ສາມ​ປີ. ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ສິ້ນ​ຫວັງ​ດ້ວຍ​ຄວາມ​ຢ້ານ​ກົວ. ຕອນ​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ຕຶກ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສັດ​ທາ ແລະ ຄວາມ​ຊື່ນ​ຊົມ​ຂອງ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ຂ້າ​ພະ​ເຈົ້າ. ມັນ​ໄດ້​ເປັນ “ບ່ອນ​ຊົ້ນ​ຈາກ​ພະ​ຍຸ​ຮ້າຍ” ແທ້ໆ.2 ສາມ​ອາ​ທິດ​ຕໍ່​ຈາກ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ແຫ່ງ​ການ​ບັບ​ຕິ​ສະ​ມາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ໄດ້​ເລີ່ມ​ຕົ້ນ​ໃນ​ການ​ເດີນ​ທາງ ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ, ເຖິງ​ແມ່ນ​ວ່າ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ສົມ​ບູນ​ແບບ​ຕະ​ຫລອດ​ການ​ເດີນ​ທາງ​ນັ້ນ​ກໍ​ຕາມ.

ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ນິ​ລັນ​ດອນ​ເຫລົ່າ​ນັ້ນ, ອົງ​ປະ​ກອບ​ຫລາຍ​ຢ່າງ​ທາງ​ຮ່າງ​ກາຍ ແລະ ວິນ​ຍານ​ຕ້ອງ​ຢູ່​ໃນ​ທີ່​ຂອງ​ມັນ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຖືກ​ຟື້ນ​ຟູ ແລະ ຖືກ​ສິດ​ສອນ; ຕຶກ​ໂບດ​ກໍ​ຖືກ​ສ້າງ​ຂຶ້ນ ແລະ ຖືກ​ຮັກ​ສາ; ມີ​ໂຄງ​ສ້າງ​ທາງ​ຝ່າຍ​ສາດ​ສະ​ໜາ, ຈາກ​ສາດ​ສະ​ດາ​ລົງ​ໄປ​ເຖິງ​ຜູ້​ນຳ​ໃນ​ທ້ອງ​ຖິ່ນ; ແລະ ສາ​ຂາ​ທີ່​ເຕັມ​ໄປ​ດ້ວຍ​ສະ​ມາ​ຊິກ​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ກໍ​ພ້ອມ​ທີ່​ຈະ​ຕ້ອນ​ຮັບ​ຂ້າ​ພະ​ເຈົ້າ ແລະ ລູກ​ຊາຍ ຂະ​ນະ​ທີ່​ພວກ​ເຮົາ​ຖືກ​ພາ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, “ຖືກ​ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ,”3 ແລະ ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ຮັບ​ໃຊ້.4

ຕັ້ງ​ແຕ່​ຕົ້ນ, ພຣະ​ເຈົ້າ​ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ເຕົ້າ​ໂຮມ ແລະ ຈັດ​ລະ​ບຽບ​ລູກໆ​ຂອງ​ພຣະ​ອົງ5 “ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ [ຂອງ​ເຮົາ].”6 ດ້ວຍ​ຈຸດ​ປະ​ສົງ​ນັ້ນ, ພຣະ​ອົງ​ໄດ້​ແນະ​ນຳ​ເຮົາ​ໃຫ້​ສ້າງ​ສະ​ຖານ​ທີ່​ນະ​ມັດ​ສະ​ການ7 ບ່ອນ​ທີ່​ເຮົາ​ຮັບ​ເອົາ​ຄວາມ​ຮູ້ ແລະ ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ; ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ຜູກ​ມັດ​ເຮົາ​ເຂົ້າ​ກັບ​ພຣະ​ເຢ​ຊູ​ຄຣິດ;8 ໄດ້​ຮັບ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ”;9 ແລະ ຊຸມ​ນຸມ​ກັນ​ເລື້ອຍໆ ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ ແລະ ເສີມ​ກຳ​ລັງ​ໃຫ້​ກັນ​ແລະ​ກັນ​ໃນ​ພຣະ​ອົງ.10 ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຕຶກ​ຕ່າງໆ​ກໍ​ມີ​ຢູ່​ເພື່ອ​ຜົນ​ປະ​ໂຫຍດ​ທາງ​ວິນ​ຍານ​ຂອງ​ເຮົາ. “ສາດ​ສະ​ໜາ​ຈັກ … ​ເປັນ​ໂຄງ​ສ້າງ​ທີ່​ຊ່ວຍ​ເຮົາ​ສ້າງ​ຄອບ​ຄົວ​ນິ​ລັນ​ດອນ.”11

ຂະ​ນະ​ທີ່​ເວົ້າ​ລົມ​ກັບ​ເພື່ອນ​ຄົນ​ໜຶ່ງ​ທີ່​ກຳ​ລັງ​ຜ່ານ​ຜ່າ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ​ລາວ​ຢູ່​ລອດ​ໄດ້​ແນວ​ໃດ​ທາງ​ການ​ເງິນ. ດ້ວຍ​ນ້ຳ​ຕາ, ລາວ​ໄດ້​ຕອບ​ວ່າ ອະ​ທິ​ການ​ຂອງ​ລາວ​ໄດ້​ຊ່ວຍ​ລາວ​ໂດຍ​ການ​ໃຊ້​ເງິນ​ທຶນ​ບໍ​ລິ​ຈາກ​ຖື​ສິນ​ອົດ​ເຂົ້າ. ລາວ​ໄດ້​ເວົ້າ​ຕື່ມ​ວ່າ, “ຂ້ອຍ​ບໍ່​ຮູ້​ວ່າ​ຄອບ​ຄົວ ແລະ ຂ້ອຍ​ຈະ​ເປັນ​ແນວ​ໃດ ປາດ​ສະ​ຈາກ​ສາດ​ສະ​ໜາ​ຈັກ.” ຂ້າ​ພະ​ເຈົ້າ​ຕອບ​ໄປ​ວ່າ, “ສາດ​ສະ​ໜາ​ຈັກ​ຄື ສະ​ມາ​ຊິກ. ເຂົາ​ເຈົ້າ​ເປັນ​ຜູ້​ທີ່​ໃຫ້​ເງິນ​ບໍ​ລິ​ຈາກ​ຢ່າງ​ເຕັມ​ໃຈ ແລະ ຢ່າງ​ຊື່ນ​ຊົມ ເພື່ອ​ຊ່ວຍ​ເຫລືອ​ເຮົາ​ໃນ​ຍາມ​ຂັດ​ສົນ. ເຈົ້າ​ກຳ​ລັງ​ໄດ້​ຮັບ​ໝາກ​ຜົນ​ແຫ່ງ​ສັດ​ທາ ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.”

ເພື່ອນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຢ່າ​ປະ​ໝາດ​ວຽກ​ງານ​ທີ່​ໜ້າ​ອັດ​ສະ​ຈັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ກະ​ທຳ​ຢູ່​ຜ່ານ​ທາງ ເຮົາ, ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ມີ​ຂໍ້​ບົກ​ພ່ອງ​ກໍ​ຕາມ. ບາງ​ເທື່ອ​ເຮົາ​ກໍ​ເປັນ​ຜູ້​ໃຫ້ ແລະ ບາງ​ເທື່ອ​ເຮົາ​ກໍ​ເປັນ​ຜູ້​ຮັບ, ແຕ່​ເຮົາ​ທຸກ​ຄົນ​ກໍ​ເປັນ​ຄອບ​ຄົວ​ດຽວ​ກັນ​ໃນ​ພຣະ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ເປັນ​ໂຄງ​ສ້າງ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເພື່ອ​ຊີ້​ນຳ ແລະ ໃຫ້​ພອນ​ເຮົາ ຂະ​ນະ​ທີ່​ເຮົາ​ນະ​ມັດ​ສະ​ການ​ພຣະ​ອົງ ແລະ ຮັບ​ໃຊ້​ກັນ​ແລະ​ກັນ.

ເອື້ອຍ​ນ້ອງ​ບາງ​ຄົນ​ໄດ້​ຂໍ​ໂທດ​ນຳ​ຂ້າ​ພະ​ເຈົ້າ, ໂດຍ​ຄິດ​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ທີ່​ເຂັ້ມ​ແຂງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ເພາະ​ວ່າ​ເຂົາ​ເຈົ້າ​ຮັບ​ໃຊ້​ຢູ່​ໃນ​ຊັ້ນ​ປະ​ຖົມ​ໄວ ຫລື ອົງ​ການ​ຍິງ​ໜຸ່ມ. ເອື້ອຍ​ນ້ອງ​ເຫລົ່າ​ນັ້ນ​ກໍ​ຢູ່​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ເຂັ້ມ​ແຂງ​ທີ່​ສຸດ ເພາະ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຊ່ວຍ​ເຫລືອ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ທີ່​ລ້ຳ​ຄ່າ ເພື່ອ​ເສີມ​ສ້າງ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ.

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ບໍ່​ໄດ້​ຈຳ​ກັດ​ຢູ່​ທີ່​ຫ້ອງ​ໃດ​ຫ້ອງ​ໜຶ່ງ​ໃນ​ຕຶກ​ໂບດ, ໃນ​ບົດ​ຮຽນ​ວັນ​ອາ​ທິດ, ກິດ​ຈະ​ກຳ, ຫລື ຝ່າຍ​ປະ​ທານ​ໃດໆ​ຢູ່​ໃນ​ທ້ອງ​ຖິ່ນ ຫລື ລະ​ດັບ​ສາ​ມັນ. ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຄື​ສະ​ຕີ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ສາດ​ສະ​ໜາ​ຈັກ, ມັນ​ແມ່ນ ພວກ​ເຮົາເຮົາ​ແຕ່​ລະ​ຄົນ ແລະ ເຮົາ​ທຸກ​ຄົນ. ມັນ​ແມ່ນ “ຊຸມ​ຊົນ​ແຫ່ງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ການ​ຮັບ​ໃຊ້​ຕະ​ຫລອດ​ທົ່ວ​ໂລກ”12 ຂອງ​ເຮົາ. ໃນ​ທຸກ​ບ່ອນ ແລະ ຢູ່​ທົ່ວ​ທຸກ​ແຫ່ງ​ຫົນ​ທີ່​ເຮົາ​ໄປ, ເຮົາ​ກໍ​ເປັນ​ພາກ​ສ່ວນ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສະ​ເໝີ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ບັນ​ລຸ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ, ຊຶ່ງ​ແມ່ນ​ເພື່ອ​ໃຫ້​ບັນ​ດາ​ສະ​ຕີ​ສຳ​ເລັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ວິ​ທີ​ທາງ​ຂອງ​ສ່ວນ​ບຸກ​ຄົນ ແລະ ສ່ວນ​ລວມ13 ໂດຍ​ການ​ໃຫ້​ການ​ບັນ​ເທົາ​ທຸກ: “ບັນ​ເທົາ​ຈາກ​ຄວາມ​ທຸກ​ຍາກ, ບັນ​ເທົາ​ຈາກ​ຄວາມ​ເຈັບ​ປ່ວຍ; ບັນ​ເທົາ​ຈາກ​ຄວາມ​ສົງ​ໄສ, ບັນ​ເທົາ​ຈາກ​ຄວາມ​ໂງ່​ຈ້າ—ການ​ບັນ​ເທົາ​ຈາກ​ທຸກ​ສິ່ງ​ທີ່​ກີດ​ກັນ … ຄວາມ​ຊື່ນ​ຊົມ ແລະ ຄວາມ​ກ້າວ​ໜ້າ.”14

ການ​ເປັນ​ພາກ​ສ່ວນ​ຄ້າຍ​ຄື​ກັນ​ນີ້​ກໍ​ມີ​ຢູ່​ໃນ​ກຸ່ມ​ແອວ​ເດີ ແລະ ໃນ​ອົງ​ການ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ ສຳ​ລັບ​ທຸກໆ​ໄວ, ລວມ​ທັງ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ຂອງ​ເຮົາ. ສາດ​ສະ​ໜາ​ຈັກ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ຕຶກ​ຕ່າງໆ ແລະ ໂຄງ​ສ້າງ​ທາງ​ຝ່າຍ​ສາດ​ສະ​ໜາ; ສາດ​ສະ​ໜາ​ຈັກ​ຄື ພວກ​ເຮົາ, ທີ່​ເປັນ​ສະ​ມາ​ຊິກ. ເຮົາ ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພ້ອມ​ດ້ວຍ​ພຣະ​ຄຣິດ​ທີ່​ເປັນ​ປະ​ມຸກ ແລະ ສາດ​ສະ​ດາ​ທີ່​ເປັນ​ຜູ້​ກ່າວ​ແທນ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ເຮົາ—ຄົນ​ໃດ​ກໍ​ຕາມ​ທີ່​ກັບ​ໃຈ ແລະ ມາ​ຫາ​ເຮົາ, ຄົນໆ​ນັ້ນ​ກໍ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ. …

“ແລະ … ຄົນ​ໃດ​ກໍ​ຕາມ​ທີ່​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ອົດ​ທົນ​ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈົນ​ເຖິງ​ທີ່​ສຸດ, ຄົນໆ​ນັ້ນ​ເຮົາ​ຈະ​ສະ​ຖາ​ປະ​ນາ​ໄວ້​ເທິງ​ດານ​ຫີນ​ຂອງ​ເຮົາ.”15

ເອື້ອຍ​ອ້າຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ຮູ້​ວ່າ​ເຮົາ​ມີ​ສິດ​ທິ​ພິ​ເສດ​ພຽງ​ໃດ​ທີ່​ໄດ້​ເປັນ​ພາກ​ສ່ວນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ບ່ອນ​ທີ່​ເຮົາ​ສາ​ມາດ​ຮ່ວມ​ສັດ​ທາ, ຫົວ​ໃຈ, ພະ​ລັງ, ຈິດ​ໃຈ, ແລະ ມື​ຂອງ​ເຮົາ​ເພື່ອ​ພຣະ​ອົງ​ຈະ​ໄດ້​ກະ​ທຳ​ສິ່ງ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ. “ດ້ວຍ​ວ່າ​ຮ່າງ​ກາຍ [ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ] ບໍ່​ໄດ້​ປະ​ກອບ​ດ້ວຍ​ອະ​ໄວ​ຍະ​ວະ​ອັນ​ດຽວ, ແຕ່​ໄດ້​ປະ​ກອບ​ດ້ວຍ​ອະ​ໄວ​ຍະ​ວະ​ຫລາຍ​ອັນ.”16

ຊາຍ​ໄວ​ລຸ້ນ​ຄົນ​ໜຶ່ງ​ໄດ້​ບອກ​ແມ່​ລາວ​ວ່າ, “ຕອນ​ລູກ​ຍັງ​ນ້ອຍ, ທຸກໆ​ເທື່ອ​ທີ່​ລູກ​ໄດ້​ມອບ​ໜຶ່ງ​ໂດ​ລາ​ໃນ​ການ​ຈ່າຍ​ສ່ວນ​ສິບ, ລູກ​ໄດ້​ຄິດ​ວ່າ ດ້ວຍ​ເງິນ ໜຶ່ງ ໂດ​ລາ​ນັ້ນ​ຕຶກ​ໂບດ ທັງ​ຕຶກ ຈະ​ຖືກ​ສ້າງ​ຂຶ້ນ. ນັ້ນ​ກໍ​ຕະ​ຫລົກ​ດີ​ແມ່ນ​ບໍ?”

ດ້ວຍ​ຄວາມ​ຊາບ​ຊຶ້ງ​ໃຈ, ນາງ​ໄດ້​ຕອບ​ວ່າ, “ນັ້ນ​ຊ່າງ​ສວຍ​ງາມ​ແທ້! ລູກ​ໄດ້​ວາດ​ພາບ​ເຫັນ​ມັນ​ໃນ​ຄວາມ​ຄິດ​ຂອງ​ລູກ​ບໍ?”

“ໂດຍ!” ລາວ​ໄດ້​ຕອບ. “ມັນ​ສວຍ​ງາມ, ແລະ ກໍ​ມີ​ຫລາຍ​ເປັນ​ລ້ານໆ​ແຫ່ງ!”17

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ມີ​ສັດ​ທາ​ຂອງ​ເດັກ​ນ້ອຍ ແລະ ປິ​ຕິ​ຍິນ​ດີ​ໃນ​ການ​ຮູ້​ວ່າ ແມ່ນ​ແຕ່​ຄວາມ​ພະ​ຍາ​ຍາມ​ທີ່​ນ້ອຍ​ທີ່​ສຸດ​ຂອງ​ເຮົາ​ກໍ​ກຳ​ລັງ​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ຈຸດ​ປະ​ສົງ​ຂອງ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຄວນ​ເປັນ​ທີ່​ຈະ​ນຳ​ເອົາ​ກັນ​ແລະ​ກັນ​ມາ​ຫາ​ພຣະ​ຄຣິດ. ຕາມ​ທີ່​ເຮົາ​ໄດ້​ອ່ານ​ໃນ​ພຣະ​ຄຳ​ພີ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ເໜີ​ຄຳ​ເຊື້ອ​ເຊີນ​ແກ່​ຊາວ​ນີ​ໄຟ​ວ່າ:

“ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນ​ດາ​ພວກ​ເຈົ້າ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່ … ເປັນ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນ​ປົວ​ພວກ​ເຂົາ, ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ເຈົ້າ; ອຸ​ທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງ​ສານ.

“… ເຮົາ​ເຫັນ​ວ່າ​ເຈົ້າ​ມີ​ສັດ​ທາ​ພຽງ​ພໍ​ທີ່​ຈະ​ໃຫ້​ເຮົາ​ປິ່ນ​ປົວ​ເຈົ້າ.”18

ເຮົາ​ທຸກ​ຄົນ​ກໍ​ມີ​ຄວາມ​ເປັນ​ທຸກ​ທີ່​ສາ​ມາດ​ນຳ​ມາ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ບໍ? ເຖິງ​ແມ່ນ​ວ່າ​ເຮົາ​ບາງ​ຄົນ​ມີ​ການ​ທ້າ​ທາຍ​ທາງ​ຮ່າງ​ກາຍ, ອີກ​ຫລາຍ​ຄົນ​ກໍ​ຕໍ່​ສູ້​ຢູ່​ກັບ​ການ​ຂັດ​ແຍ້ງ​ທາງ​ຈິດ​ໃຈ, ຫລາຍ​ຄົນ​ອື່ນ​ອີກ​ກໍ​ດີ້ນ​ລົນ​ທີ່​ຈະ​ບຳ​ລຸງ​ລ້ຽງ​ການ​ເຊື່ອມ​ຕໍ່​ທາງ​ສັງ​ຄົມ, ແລະ ທຸກ​ຄົນ​ກໍ​ສະ​ແຫວງ​ຫາ​ການ​ພັກ​ຜ່ອນ​ເມື່ອ​ວິນ​ຍານ​ຂອງ​ເຮົາ​ຖືກ​ທ້າ​ທາຍ. ເຮົາ ທຸກ​ຄົນ ກໍ​ເປັນ​ທຸກ​ໃນ​ທາງ​ໃດ​ທາງ​ໜຶ່ງ.

ເຮົາ​ໄດ້​ອ່ານ​ວ່າ “ຝູງ​ຊົນ​ທັງ​ໝົດ​ໄດ້​ອອກ​ໄປ​ພ້ອມ​ກັນ, ພ້ອມ​ດ້ວຍ​ຄົນ​ເຈັບ​ຂອງ​ພວກ​ເຂົາ ແລະ … ພ້ອມ​ດ້ວຍ​ຄົນ ທັງ​ໝົດ ທີ່​ເປັນ​ທຸກ​ໃດໆ; ແລະ ພຣະ​ອົງ ໄດ້ ປິ່ນ​ປົວ​ພວກ​ເຂົາ ທຸກ​ຄົນ ເມື່ອ​ພວກ​ເຂົາ​ຖືກ​ພາ​ມາ​ຫາ​ພຣະ​ອົງ.

“ແລະ ພວກ​ເຂົາ​ທັງ​ໝົດ ທັງ​ຜູ້​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ຜູ້​ມີ​ສຸ​ຂະ​ພາບ​ແຂງ​ແຮງ, ໄດ້​ກົ້ມ​ຂາບ​ລົງ​ແທບ​ພຣະ​ບາດ ແລະ ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ.”19

ຈາກ​ເດັກ​ຊາຍ​ນ້ອຍ​ທີ່​ຈ່າຍ​ສ່ວນ​ສິບ​ດ້ວຍ​ສັດ​ທາ​ຕະ​ຫລອດ​ເຖິງ​ແມ່​ລ້ຽງ​ດ່ຽວ​ທີ່​ຕ້ອງ​ການ​ພຣະ​ຄຸນ​ທີ່​ປ່ຽມ​ດ້ວຍ​ພະ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ເຖິງ​ພໍ່​ຄົນ​ໜຶ່ງ​ທີ່​ດີ້ນ​ລົນ​ເພື່ອ​ຈັດ​ຫາ​ໃຫ້​ຄອບ​ຄົວ​ຂອງ​ລາວ, ຕະ​ຫລອດ​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ທີ່​ຕ້ອງ​ການ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ ຈົນ​ເຖິງ​ເຮົາ​ແຕ່​ລະ​ຄົນ ຜູ້​ທີ່​ຕໍ່​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ທຸກໆ​ອາ​ທິດ, ເຮົາ​ຕ້ອງ​ການ​ກັນ​ແລະ​ກັນ, ແລະ ເຮົາ​ສາ​ມາດ​ນຳ​ເອົາ​ກັນ​ແລະ​ກັນ​ມາ​ຫາ​ການ​ປິ່ນ​ປົວ​ທີ່​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເອື້ອຍ​ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ໃຫ້​ນຳ​ເອົາ​ຕົວ​ເຮົາ​ເອງ ແລະ ຄວາມ​ທຸກ​ໃດໆ​ຂອງ​ເຮົາ​ມາ​ຫາ​ພຣະ​ອົງ. ເມື່ອ​ເຮົາ​ມາ​ຫາ​ພຣະ​ອົງ ແລະ ນຳ​ເອົາ​ຜູ້​ຄົນ​ທີ່​ເຮົາ​ຮັກ​ມາ​ຫາ​ພຣະ​ອົງ, ພຣະ​ອົງ​ຈະ​ເຫັນ​ສັດ​ທາ​ຂອງ​ເຮົາ. ພຣະ​ອົງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຫາຍ​ດີ, ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ເຮົາ​ຫາຍ​ດີ.

ໃນ​ຖາ​ນະ “ຜູ້​ຕິດ​ຕາມ ແລະ ເປັນ​ຜູ້​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ,”20 ເຮົາ​ພະ​ຍາ​ຍາມ​ຈະ​ກາຍ​ເປັນ​ຄົນ​ທີ່​ມີ “ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ”21 ແລະ ຖ່ອມ​ຕົວ; ເປັນ​ຄົນ​ສອນ​ງ່າຍ; ອ່ອນ​ໂຍນ; ເຮັດ​ຕາມ​ຄຳ​ຂໍ​ຮ້ອງ; ເຕັມ​ໄປ​ດ້ວຍ​ຄວາມ​ອົດ​ທົນ ແລະ ຄວາມ​ອົດ​ກັ້ນ; ຮູ້​ຈັກ​ຫ້າມ​ຕົນ​ເອງ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ; ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ເວ​ລາ; ມີ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ, ແລະ ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ມີ​ວຽກ​ງານ​ດີ​ຫລວງ​ຫລາຍ​ສະ​ເໝີ​ໄປ.22 ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ຖາ​ນະ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ເຮົາ​ຄື​ຊ່ອງ​ທາງ​ທີ່ “ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ແດງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບ​ຈາກ​ເວ​ລາ​ນີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ.”23

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ:

“ຈົ່ງ​ເບິ່ງ, ເຮົາ​ຈະ​ເລັ່ງ​ວຽກ​ງານ​ຂອງ​ເຮົາ​ເມື່ອ​ເຖິງ​ເວ​ລາ​ຂອງ​ມັນ.

“ແລະ ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ … ບັນ​ຍັດ​ຂໍ້​ໜຶ່ງ​ວ່າ ໃຫ້​ພວກ​ເຈົ້າ​ຈັດ​ການ​ຊຸມ​ນຸມ​ກັນ, ແລະ ວາງ​ລະ​ບຽບ​ຕົນ​ເອງ, ແລະ ຕຽມ​ຕົນ​ເອງ, ແລະ ຊຳ​ລະ​ຕົນ​ເອງ​ໃຫ້​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ເຮັດ​ໃຫ້​ຫົວ​ໃຈ​ຂອງ​ພວກ​ເຈົ້າ​ບໍ​ລິ​ສຸດ, ແລະ ຊຳ​ລະ​ມື ແລະ ຕີນ​ຂອງ​ພວກ​ເຈົ້າ​ຢູ່​ຕໍ່​ໜ້າ​ເຮົາ, ເພື່ອ​ວ່າ​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ສະ​ອາດ.”24

ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ແຫ່ງ​ສະ​ຫວັນ​ນີ້ ແລະ ຈັດ​ການ​ຊຸມ​ນຸມ​ກັນ, ວາງ​ລະ​ບຽບ, ຕຽມ​ຕົວ​ຢ່າງ​ຊື່ນ​ຊົມ, ແລະ ຊຳ​ລະ​ຕົວ​ເຮົາ​ເອງ​ໃຫ້​ບໍ​ລິ​ສຸດ, ນີ້​ຄື​ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.