ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ໄປ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ຕະ​ຫລອດ​ໄປ

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພວກ​ເຈົ້າ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ແລະ ພໍ່​ແມ່​ຂອງ​ພວກ​ເຈົ້າ​ຈະ​ເຫັນ ແລະ ຮູ້​ວ່າ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ເຈົ້າ​ຕະ​ຫລອດ​ໄປ​ແນວ​ໃດ.

ຂໍ​ຂອບ​ໃຈ, ປະ​ທານ​ແນວ​ສັນ, ທີ່​ແບ່ງ​ປັນ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່​ນັ້ນ​ອີກ​ຄັ້ງ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເມື່ອ​ຫລາຍ​ປີ​ກ່ອນ ຕອນ​ກ່າວ​ປາ​ໄສ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ໃນ​ທັນ​ໃດ​ນັ້ນ​ສາຍ​ຕາ​ເບື້ອງ​ຊ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປ່ຽນ​ໄປ ເພາະ​ພະ​ຍາດ​ທີ່​ເອີ້ນ​ວ່າ ສາຍ​ຕາ​ເສື່ອມ, ຊຶ່ງ​ຕໍ່​ຈາກ​ນັ້ນ​ມັນ​ໄດ້​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ ແລະ ໄດ້​ເຮັດ​ໃຫ້​ສາຍ​ຕາ​ເບື້ອງ​ຊ້າຍ​ໃຊ້​ການ​ບໍ່​ໄດ້​ເລີຍ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ຮັບ​ມື​ກັບ​ການ​ທ້າ​ທາຍ​ນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ບຸນ​ຄຸນ​ສຳ​ລັບ​ການ​ມອງ​ເຫັນ​ແບບ​ອື່ນ, ລວມ​ທັງ​ການ​ມອງ​ເຫັນ​ອະ​ດີດ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກັບ​ໄປ​ໄຕ່​ຕອງ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ປະ​ສົບ​ການ​ບາງ​ຢ່າງ​ທີ່​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ທີ່​ສຳ​ຄັນ. ໜຶ່ງ​ໃນ​ປະ​ສົບ​ການ​ເຫລົ່າ​ນັ້ນ​ກໍ​ແມ່ນ​ວ່າ ການ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ ຕອນ​ຍັງ​ໜຸ່ມ​ຢູ່​ທີ່​ປະ​ເທດ​ອັງ​ກິດ ໄດ້​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ປັບ​ປ່ຽນ​ຈຸດ​ໝາຍ​ທາງ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ແນວ​ໃດ.

ຂ້າ​ພະ​ເຈົ້າ​ໄດ້​ສະ​ທ້ອນ​ຄິດ​ເຖິງ​ການ​ທ້າ​ທາຍ​ທາງ​ດ້ານ​ເສດ​ຖະ​ກິດ ທີ່​ກ່ຽວ​ພັນ​ກັບ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ຄັ້ງ​ໃຫຍ່​ໃນ​ປີ 1930 ທີ່​ເປັນ​ໂຊກ​ຮ້າຍ​ສຳ​ລັບ​ພໍ່​ແມ່ ແລະ ຄອບ​ຄົວ​ຂອງ​ພວກ​ເຮົາ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ຮັກ​ສາ​ຮ້ານ​ຂາຍ​ລົດ​ຂອງ​ເພິ່ນ​ໃຫ້​ລອດ ແລະ ຈັດ​ຫາ​ໃຫ້​ຄອບ​ຄົວ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ນັ້ນ ຈົນ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໄປ​ໂບດ.

ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ບໍ່​ໄດ້​ໄປ​ໂບດ​ເປັນ​ຄອບ​ຄົວ, ແຕ່​ນັ້ນ​ກໍ​ບໍ່​ໄດ້​ກີດ​ກັນ​ຂ້າ​ພະ​ເຈົ້າ​ຈາກ​ການ​ໄປ​ຮ່ວມ​ເປັນ​ບາງ​ຄັ້ງ​ບາງ​ຄາວ ກັບ​ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ.

ໃນ​ສະ​ໄໝ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ຢາກ​ໄປ​ເຜີຍ​ແຜ່, ແຕ່​ມັນ​ບໍ່​ໄດ້​ເປັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ລົມ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ.

ຕອນ​ໄປ​ຮຽນ​ທີ່​ວິ​ທະ​ຍາ​ໄລ, ໝູ່​ເພື່ອນ​ຫລາຍ​ຄົນ ແລະ ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ຈະ​ໄປ​ເຜີຍ​ແຜ່. ຫລັງ​ຈາກ​ໄດ້​ພົບ​ກັບ​ອະ​ທິ​ການ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ປະ​ກອບ​ໃບ​ສະ​ໝັກ​ຕອນ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ອອກ​ໄປ​ຕ່າງ​ເມືອງ. ເມື່ອ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກັບ​ມາ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເພິ່ນ​ແປກ​ໃຈ​ດ້ວຍ​ຂ່າວ​ທີ່​ວ່າ ຂ້າ​ພະ​ເຈົ້າ​ຖືກ​ເອີ້ນ​ໄປ​ຮັບ​ໃຊ້​ຢູ່​ທີ່​ປະ​ເທດ​ອັງ​ກິດ. ຂ້າ​ພະ​ເຈົ້າ​ກະ​ຕັນ​ຍູ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ທີ່​ຕື່ນ​ເຕັ້ນ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ນີ້ ແລະ ສຳ​ລັບ​ໝູ່​ເພື່ອນ​ທີ່​ດີ ຜູ້​ທີ່​ໄດ້​ຊ່ວຍ​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ໄປ​ຮັບ​ໃຊ້.

ການ​ຮັບ​ໃຊ້​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກະ​ກຽມ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ສາ​ມີ ແລະ ພໍ່​ທີ່​ດີ ແລະ ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ທາງ​ດ້ານ​ທຸ​ລະ​ກິດ. ມັນ​ໄດ້​ກະ​ກຽມ​ຂ້າ​ພະ​ເຈົ້າ​ນຳ​ອີກ ສຳ​ລັບ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຕະ​ຫລອດ​ຊີ​ວິດ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ ປີ 1985, ຂ້າ​ພະ​ເຈົ້າ​ຖືກ​ມອບ​ໝາຍ​ໃຫ້​ກ່າວ​ປາ​ໄສ​ໃນ​ພາກ​ຖາ​ນະ​ປະ​ໂລ​ຫິດ. ຂ້າ​ພະ​ເຈົ້າ​ໄດ້​ເຈາະ​ຈົງ​ຂ່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ບັນ​ດາ​ຊາຍ​ໜຸ່ມ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ການ​ກະ​ກຽມ ທີ່​ຈະ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ. ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ວ່າ, “ໃນ​ບັນ​ດາ​ການ​ຝຶກ​ອົບ​ຮົມ​ທັງ​ໝົດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ ໃນ​ການ​ມອບ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສາດ​ສະ​ໜາ​ຈັກ, ບໍ່​ມີ​ອັນ​ໃດ​ສຳ​ຄັນ​ຕໍ່​ຂ້າ​ພະ​ເຈົ້າ​ຫລາຍ​ໄປ​ກວ່າ ການ​ຝຶກ​ອົບ​ຮົມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຕອນ​ເປັນ​ແອວ​ເດີ​ອາ​ຍຸ​ສິບ​ເກົ້າ​ປີ ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ.”1

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ພວກ​ເຈົ້າ. ເມື່ອ​ພວກ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່, ພວກ​ເຈົ້າ​ຈະ​ມີ​ປະ​ສົບ​ການ​ທີ່​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ມາ​ຮູ້​ຈັກ​ພຣະ​ອົງ​ດີ​ຂຶ້ນ. ພວກ​ເຈົ້າ​ຈະ​ເຕີບ​ໂຕ​ທາງ​ວິນ​ຍານ​ໃນ​ການ​ຮັບ​ໃຊ້​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ພວກ​ເຈົ້າ​ຈະ​ຖືກ​ສົ່ງ​ໄປ​ປະ​ຕິ​ບັດ​ວຽກ​ງານ​ຮັບ​ໃຊ້​ຄົນ​ອື່ນ. ພຣະ​ອົງ​ຈະ​ປະ​ທານ​ປະ​ສົບ​ການ​ໃຫ້​ແກ່​ພວກ​ເຈົ້າ ດ້ວຍ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະ​ທານ​ສິດ​ອຳ​ນາດ​ໃຫ້​ແກ່​ພວກ​ເຈົ້າ ເພື່ອ​ສິດ​ສອນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ. ພວກ​ເຈົ້າ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ວ່າ ພຣະ​ອົງ​ສາ​ມາດ​ໄວ້​ພຣະ​ໄທ​ພວກ​ເຈົ້າ ແລະ ສາ​ມາດ​ເພິ່ງ​ອາ​ໄສ​ພວກ​ເຈົ້າ​ໄດ້.

ພຽງ​ແຕ່​ຫ້າ​ເດືອນ​ຜ່ານ​ມາ​ນີ້, ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ແລະ ແອວ​ເດີ ຄວິນ​ຕິນ ແອວ ຄຸກ, ຜູ້​ທີ່​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໃນ​ເຂດ​ເກາະ​ອັງ​ກິດ​ຄື​ກັນ, ໄດ້​ໄປ​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ​ໃນ​ການ​ຢ້ຽມ​ຢາມ​ສະ​ມາ​ຊິກ ແລະ ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໃນ​ແຜ່ນ​ດິນ​ທີ່​ສວຍ​ງາມ​ນັ້ນ. ຂະ​ນະ​ຢູ່​ທີ່​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສະ​ທ້ອນ​ຄິດ​ເຖິງ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ ຕອນ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ຄື​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ຮູ້​ຈັກ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ຮູ້​ຈັກ ແລະ ຮັກ​ຂ້າ​ພະ​ເຈົ້າ.

ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ມີ​ປະ​ທານ​ເຜີຍ​ແຜ່​ທີ່​ດີ​ເລີດ​ສອງ​ທ່ານ, ແຊວ​ໂວຍ ເຈ ໂບ​ເຍີ ແລະ ສະ​ເຕ​ເນີ ຣິ​ເຈີດສ໌, ພ້ອມ​ທັງ​ຄູ່​ຄອງ​ທີ່​ອຸ​ທິດ​ຕົນ​ຂອງ​ພວກ​ເພິ່ນ ກະ​ແລ​ດັສ ໂບ​ເຍີ ແລະ ເຈນ ຣິ​ເຈີດສ໌. ເມື່ອ​ຫວນ​ຄິດ​ຄືນ​ຫລັງ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ຢ່າງ​ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ​ວ່າ ພວກ​ເພິ່ນ​ໄດ້​ໄວ້​ວາງ​ໃຈ​ຂ້າ​ພະ​ເຈົ້າ ແລະ ຮັກ​ຂ້າ​ພະ​ເຈົ້າ. ພວກ​ເພິ່ນ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຂ້າ​ພະ​ເຈົ້າ. ພວກ​ເພິ່ນ​ໄດ້​ມີ​ຄວາມ​ຄາດ​ຫວັງ​ສູງ​ຈາກ​ຂ້າ​ພະ​ເຈົ້າ. ພວກ​ເພິ່ນ​ໄດ້​ມອບ​ການ​ມອບ​ໝາຍ ແລະ ໂອ​ກາດ​ການ​ເປັນ​ຜູ້​ນຳ​ທີ່​ທ້າ​ທາຍ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ເພື່ອ​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ເຕີບ​ໂຕ ແລະ ກະ​ກຽມ​ສຳ​ລັບ​ຊີ​ວິດ​ແຫ່ງ​ການ​ຮັບ​ໃຊ້.

ຂ້າ​ພະ​ເຈົ້າ​ຍັງ​ໄດ້​ສະ​ທ້ອນ​ຄິດ​ເຖິງ​ຕອນ​ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ໃຫ້​ເປັນ​ປະ​ທານ​ເຂດ​ເຜີຍ​ແຜ່​ກາ​ນາ​ດາ ໂຕ​ຣອນ​ໂຕ ກັບ​ບາ​ບາ​ຣາ ພັນ​ລະ​ຍາ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ ແລະ ລູກໆ​ຂອງ​ພວກ​ເຮົາ​ຢູ່​ຄຽງ​ຂ້າງ. ປະ​ທານ​ຄິມ​ໂບ​ໄດ້​ເອີ້ນ​ພວກ​ເຮົາ​ໃຫ້​ຮັບ​ໃຊ້​ໃນ​ເດືອນ​ເມ​ສາ ປີ 1974, ບໍ່​ດົນ​ຫລັງ​ຈາກ​ເພິ່ນ​ໄດ້​ກ່າວ​ປາ​ໄສ​ຂ່າວ​ສານ​ທີ່​ດົນ​ໃຈ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ທີ່​ມີ​ຊື່​ວ່າ “ວັນ​ເວ​ລາ​ທີ່​ຊາວ​ໂລກ​ຈະ​ປ່ຽນ​ໃຈ​ເຫລື້ອມ​ໃສ.”2 ຢູ່​ໃນ​ຂ່າວ​ສານ​ນັ້ນ ປະ​ທານ​ຄິມ​ໂບ​ໄດ້​ອະ​ທິ​ບາຍ​ເຖິງ​ວິ​ໄສ​ທັດ​ຂອງ​ເພິ່ນ​ວ່າ ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ນຳ​ອອກ​ໄປ​ສູ່​ຊາວ​ໂລກ​ແນວ​ໃດ. ເພິ່ນ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຜູ້​ສອນ​ສາດ​ສະ​ໜາ​ອີກ​ຫລາຍ​ຄົນ ຈາກ​ທົ່ວ​ໂລກ. ເພິ່ນ​ໄດ້​ເຕືອນ​ເຮົາ​ເຖິງ​ຄວາມ​ຄາດ​ຫວັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ໃຫ້​ມະ​ນຸດ​ທຸກ​ຄົນ … ເປັ່ງ​ສຽງ​ເຕືອນ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ.”3 ຄຳ​ສອນ​ຂອງ​ປະ​ທານ​ຄິມ​ໂບ​ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ສຳ​ລັບ​ຊາຍ​ໜຸ່ມ ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່​ກໍ​ໄດ້​ກາຍ​ມາ​ເປັນ​ຫົວ​ຂໍ້​ການ​ສົນ​ທະ​ນາ ຢູ່​ທີ່​ບ້ານ​ຕະ​ຫລອດ​ທົ່ວ​ໂລກ. ຄວາມ​ຄາດ​ຫວັງ​ນັ້ນ​ຍັງ​ບໍ່​ປ່ຽນ​ແປງ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ກະ​ຕັນ​ຍູ​ທີ່​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ກໍ​ໄດ້​ຢືນ​ຢັນ​ຄວາມ​ຄາດ​ຫວັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເຊົ້າ​ມື້​ນີ້​ເຊັ່ນ​ກັນ.

ເກືອບ 10 ປີ​ແລ້ວ​ຕັ້ງ​ແຕ່​ປະ​ທານ​ທອມ​ມັສ ແອັສ ມອນ​ສັນ ໄດ້​ປະ​ກາດ​ການ​ຫລຸດ​ອາ​ຍຸ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ສຳ​ລັບ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ.4 ໃນ​ມຸມ​ມອງ​ຂອງ​ຂ້າ​ພະ​ເຈົ້າ, ເຫດ​ຜົນ​ຕົ້ນ​ຕໍ​ສຳ​ລັບ​ການ​ປ່ຽນ​ແປງ​ນີ້​ຄື​ເພື່ອ​ເປີດ​ໂອ​ກາດ​ປ່ຽນ​ແປງ​ຊີ​ວິດ​ແກ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ຫລາຍ​ຂຶ້ນ ໃນ​ການ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ.

ໃນ​ຖາ​ນະ​ອັກ​ຄະ​ສາ​ວົກ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຮ້ອງ​ໃຫ້​ພວກ​ເຈົ້າ​ຊາຍ​ໜຸ່ມ​ທັງ​ຫລາຍ—ແລະ ຍິງ​ໜຸ່ມ​ຜູ້​ທີ່​ປາດ​ຖະ​ໜາ​ຈະ​ຮັບ​ໃຊ້​ເຜີຍ​ແຜ່—ໃຫ້​ເລີ່ມ​ຕົ້ນ​ເວົ້າ​ລົມ​ກັບ​ພໍ່​ແມ່​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່​ດຽວ​ນີ້​ເລີຍ. ຂ້າ​ພະ​ເຈົ້າ​ຍັງ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ ໃຫ້​ເວົ້າ​ລົມ​ກັບ​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ​ນຳ​ອີກ ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່, ແລະ ຖ້າ​ຫາກ​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້, ກໍ​ຊຸກ​ຍູ້​ພວກ​ເຂົາ​ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ພວກ​ເຂົາ.

ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ຕົວ​ເອງ ແລະ ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ຈະ​ໄປ​ຮັບ​ໃຊ້​ເຜີຍ​ແຜ່ ແລະ ວ່າ​ນັບ​ຕັ້ງ​ແຕ່​ເວ​ລາ​ນີ້​ເປັນ​ຕົ້ນ​ໄປ ພວກ​ເຈົ້າ​ຈະ​ພະ​ຍາ​ຍາມ​ຮັກ​ສາ​ຫົວ​ໃຈ, ມື, ແລະ ຈິດ​ໃຈ​ຂອງ​ພວກ​ເຈົ້າ​ໃຫ້​ສະ​ອາດ ແລະ ມີ​ຄ່າ​ຄວນ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ ໃຫ້​ມີ​ປະ​ຈັກ​ພະ​ຍານ​ທີ່​ໜັກ​ແໜ້ນ ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພໍ່ ແລະ ແມ່​ທັງ​ຫລາຍ​ຂອງ​ຊາວ​ໜຸ່ມ​ທີ່​ປະ​ເສີດ​ເຫລົ່າ​ນີ້, ພວກ​ທ່ານ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ຂັ້ນ​ຕອນ​ຂອງ​ການ​ກະ​ກຽມ​ນີ້. ໃຫ້​ເລີ່ມ​ຕົ້ນ​ເວົ້າ​ລົມ​ກັບ​ລູກໆ​ຂອງ​ພວກ​ທ່ານ ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່​ໃນ​ມື້​ນີ້​ເລີຍ. ພວກ​ເຮົາ​ຮູ້​ວ່າ​ຄອບ​ຄົວ​ມີ​ອິດ​ທິ​ພົນ​ທີ່​ເລິກ​ເຊິ່ງ​ທີ່​ສຸດ ໃນ​ການ​ຊ່ວຍ​ເຫລືອ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ເຮົາ​ກະ​ກຽມ.

ຖ້າ​ຫາກ​ພວກ​ເຈົ້າ​ຍັງ​ຢູ່​ໃນ​ໄວ​ຂອງ​ການ​ຮັບ​ໃຊ້​ເຜີຍ​ແຜ່ ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ໃຊ້​ເທື່ອ​ເພາະ​ການ​ແຜ່​ລະ​ບາດ ຫລື ເຫດ​ຜົນ​ອື່ນໆ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ພວກ​ເຈົ້າ​ໃຫ້​ຮັບ​ໃຊ້​ໃນ​ເວ​ລາ​ນີ້. ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ພວກ​ເຈົ້າ, ແລະ ກະ​ກຽມ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ.

ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ພວກ​ທ່ານ​ອະ​ທິ​ການ ໃຫ້​ຊ່ວຍ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຜູ້​ທີ່​ໃກ້​ຈະ​ເຖິງ​ໄວ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ກະ​ກຽມ​ທີ່​ຈະ​ຮັບ​ໃຊ້, ແລະ ຂ້າ​ພະ​ເຈົ້າ​ຍັງ​ຂໍ​ຊຸກ​ຍູ້​ພວກ​ທ່ານ​ອະ​ທິ​ການ​ນຳ​ອີກ ໃຫ້​ກວດ​ເບິ່ງ​ວ່າ ມີ​ຜູ້​ໃດ​ແດ່​ທີ່​ມີ​ອາ​ຍຸ​ພໍ​ທີ່​ຈະ​ຮັບ​ໃຊ້​ແຕ່​ຍັງ​ບໍ່​ທັນ​ຮັບ​ໃຊ້​ເທື່ອ. ເຊື້ອ​ເຊີນ​ຊາຍ​ໜຸ່ມ​ແຕ່​ລະ​ຄົນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ, ພ້ອມ​ທັງ​ຍິງ​ໜຸ່ມ​ແຕ່​ລະ​ຄົນ​ທີ່​ປາດ​ຖະ​ໜາ​ຈະ​ຮັບ​ໃຊ້​ນຳ​ອີກ.

ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ກຳ​ລັງ​ຮັບ​ໃຊ້​ຢູ່​ໃນ​ເວ​ລາ​ນີ້, ພວກ​ເຮົາ​ຂໍ​ຂອບ​ໃຈ​ພວກ​ເຈົ້າ. ການ​ເຜີຍ​ແຜ່​ຂອງ​ພວກ​ເຈົ້າ​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ການ​ແຜ່​ລະ​ບາດ​ທົ່ວ​ໂລກ. ເພາະ​ເຫດ​ນີ້, ປະ​ສົບ​ການ​ເຜີຍ​ແຜ່​ຂອງ​ພວກ​ເຈົ້າ​ກໍ​ບໍ່​ຄື​ກັນ​ກັບ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ ຫລື ປະ​ສົບ​ການ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ໃດໆ​ທີ່​ໄດ້​ຮັບ​ໃຊ້​ກ່ອນ​ປີ 2020. ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ບໍ່​ໄດ້​ເປັນ​ເລື່ອງ​ງ່າຍ. ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ມີ​ວຽກ​ງານ​ໃຫ້​ພວກ​ເຈົ້າ​ເຮັດ, ແລະ ພວກ​ເຈົ້າ​ກໍ​ໄດ້​ສຳ​ເລັດ​ວຽກ​ງານ​ນັ້ນ​ໄດ້​ດີ​ຫລາຍ. ຍົກ​ຕົວ​ຢ່າງ, ພວກ​ເຈົ້າ​ໄດ້​ໃຊ້​ເທັກ​ໂນ​ໂລ​ຈີ​ໃນ​ວິ​ທີ​ທາງ​ໃໝ່ ເພື່ອ​ຊອກ​ຫາ​ຜູ້​ຄົນ​ທີ່​ພ້ອມ​ແລ້ວ ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໃຊ້​ຢ່າງ​ພາກ​ພຽນ ແລະ ອີງ​ຕາມ​ຄວາມ​ສາ​ມາດ​ຂອງ​ພວກ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ພໍ​ພຣະ​ໄທ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ການ​ຮັບ​ໃຊ້​ຂອງ​ພວກ​ເຈົ້າ ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ເຈົ້າ.

ເມື່ອ​ພວກ​ເຈົ້າ​ຖືກ​ປົດ​ຈາກ​ການ​ເຜີຍ​ແຜ່​ຂອງ​ພວກ​ເຈົ້າ, ຂໍ​ໃຫ້​ຈຳ​ໄວ້​ວ່າ ພວກ​ເຈົ້າ​ບໍ່​ໄດ້​ຖືກ​ປົດ​ຈາກ​ກິດ​ຈະ​ກຳ​ໃນ​ສາດ​ສະ​ໜາ​ຈັກ. ໃຫ້​ພັດ​ທະ​ນາ​ນິ​ໄສ​ທີ່​ພວກ​ເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ການ​ເຜີຍ​ແຜ່​ຂອງ​ພວກ​ເຈົ້າ, ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ​ເຂັ້ມ​ແຂງ, ຂະ​ຫຍັນ​ໝັ່ນ​ພຽນ, ອະ​ທິ​ຖານ, ແລະ ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໄປ. ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເຮັດ. ເປັນ​ພອນ ແລະ ຮັບ​ໃຊ້​ຄົນ​ອື່ນ​ຕໍ່​ໄປ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ​ພວກ​ເຈົ້າ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ ແລະ ພໍ່​ແມ່​ຂອງ​ພວກ​ເຈົ້າ​ຈະ​ເຫັນ ແລະ ຮູ້​ວ່າ​ການ​ຮັບ​ໃຊ້​ເຜີຍ​ແຜ່​ຈະ​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ພວກ​ເຈົ້າ​ຕະ​ຫລອດ​ໄປ​ແນວ​ໃດ. ຂໍ​ໃຫ້​ພວກ​ເຈົ້າ​ຈົ່ງ​ຮູ້​ໃນ​ຈິດ​ໃຈ ແລະ ຮູ້​ສຶກ​ໄດ້​ໃນ​ຫົວ​ໃຈ​ຂອງ​ພວກ​ເຈົ້າ ເຖິງ​ພະ​ລັງ​ຂອງ​ຄຳ​ເຊື້ອ​ເຊີນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກ​ລູກ​ຊາຍ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຍິ່ງ​ໃຫຍ່​ຂອງ​ໂມ​ໄຊ​ຢາ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຈົ່ງ​ອອກ​ໄປ … ແລະ ສະ​ຖາ​ປະ​ນາ​ຄຳ​ຂອງ​ເຮົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຈົ້າ​ຈົ່ງ​ອົດ​ທົນ​ໃນ​ຄວາມ​ອົດ​ກັ້ນ ແລະ ຄວາມ​ທຸກ, ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສະ​ແດງ​ຕົວ​ຢ່າງ​ອັນ​ດີ … ໃນ​ເຮົາ, ແລະ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ເຮົາ ເພື່ອ​ຈິດ​ວິນ​ຍານ​ຫລາຍ​ດວງ​ຈະ​ໄດ້​ຮັບ​ຄວາມ​ລອດ.”5

ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ອວຍ​ພອນ​ຊາວ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ໃຫ້​ປາດ​ຖະ​ໜາ​ທີ່​ຈະ​ກະ​ກຽມ ແລະ ຮັບ​ໃຊ້​ພຣະ​ອົງ ນີ້​ຄື​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າ​ກ່າວ​ໃນ​ເຊົ້າ​ມື້​ນີ້ ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. M. Russell Ballard, “Prepare to Serve,” Ensign, May 1985, 41.

  2. ເບິ່ງ Spencer W. Kimball, “When the World Will Be Converted,” Ensign, Oct. 1974, 2–14. ຄຳ​ປາ​ໄສ​ນີ້​ຖືກ​ກ່າວ​ເມື່ອ​ວັນ​ທີ 4 ເດືອນ​ເມ​ສາ, 1974, ຢູ່​ທີ່​ສຳ​ມະ​ນາ​ຜູ້​ແທນ​ອະ​ນາ​ເຂດ.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:37.

  4. ເບິ່ງ Thomas S. Monson, “Welcome to Conference,” Liahona, Nov. 2012, 4–5.

  5. ແອວ​ມາ 17:11.