ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ

ບໍ່​ວ່າ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ພົບ​ຄວາມ​ຊື່ນ​ຊົມ​ໃນ​ພຣະ​ອົງ.

ເໝືອນ​ດັ່ງ​ໂຢບ​ໃນ​ພຣະ​ຄຳ​ພີ​ເດີມ, ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ບາງ​ຄົນ​ອາດ​ຈະ​ຮູ້​ສຶກວ່າ​ພຣະ​ເຈົ້າ​ໄດ້​ປະ​ຖິ້ມ​ພວກ​ເຂົາ. ເພາະ​ເຮົາ​ຮູ້​ວ່າ​ພຣະ​ເຈົ້າ​ມີ​ອຳ​ນາດ​ໃນ​ການ​ປ້ອງ​ກັນ ຫລື ກຳ​ຈັດ​ຄວາມ​ທຸກ​ໃດໆ, ເຮົາ​ອາດ​ຄິດ​ຢາກ​ເວົ້າ​ຈົ່ມ​ຖ້າ​ຫາກ​ພຣະ​ອົງ​ບໍ່​ເຮັດ, ບາງ​ທີ​ອາດ​ຖາມ​ວ່າ, “ຖ້າ​ຫາກ​ພຣະ​ເຈົ້າ​ບໍ່​ປະ​ທານ​ຄວາມ​ຊ່ວຍ​ເຫລືອ​ດັ່ງ​ທີ່​ເຮົາ​ໄດ້​ອະ​ທິ​ຖານ​ທູນ​ຂໍ, ແລ້ວ​ເຮົາ​ຈະ​ມີ​ສັດ​ທາ​ໃນ​ພຣະ​ອົງ​ໄດ້​ແນວ​ໃດ?” ໃນ​ຈຸດ​ໜຶ່ງ​ຂອງ​ການ​ທົດ​ລອງ​ທີ່​ແສນ​ສາ​ຫັດ​ຂອງ​ເພິ່ນ, ໂຢບ​ຜູ້​ຊອບ​ທຳ​ໄດ້​ກ່າວ​ວ່າ:

“ພວກ​ເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນ​ພຣະ​ເຈົ້າ​ທີ່​ໄດ້​ທຳ​ການ. ພຣະ​ອົງ​ໄດ້​ວາງ​ແຜນ​ເພື່ອ​ດັກ​ຈັບ​ຂ້ອຍ.

“ຂ້ອຍ​ປະ​ທ້ວງ​ຕໍ່​ຄວາມ​ຮຸນ​ແຮງ, ‘ແຕ່​ບໍ່​ມີ​ຜູ້​ໃດ​ຟັງ​ເລີຍ!’ ບໍ່​ມີ​ຜູ້​ໃດ​ໄດ້​ຍິນ​ຄຳ​ຮ້ອງ​ຂໍ​ຄວາມ​ຍຸດ​ຕິ​ທຳ​ສຳ​ລັບ​ຂ້ອຍ.”1

ຄຳ​ຕອບ​ຂອງ​ພຣະ​ອົງ​ຕໍ່​ໂຢບ, ພຣະ​ອົງ​ໄດ້​ຖາມ​ວ່າ “ເຈົ້າ​ຫາ​ວ່າ​ເຮົາ​ເປັນ​ຝ່າຍ​ຜິດ ເຈົ້າ​ເປັນ​ຝ່າຍ​ຖືກ​ຫລື​ນີ້?”2 ຫລື ໃນ​ອີກ​ຄຳ​ໜຶ່ງ, “ເຈົ້າ​ກຳ​ລັງ​ພິ​ສູດ​ເບິ່ງ​ວ່າ​ເຮົາ​ບໍ່​ທ່ຽງ​ທຳ​ບໍ? ຫາ​ວ່າ​ເປັນ​ຝ່າຍ​ຜິດ ເຈົ້າ​ເປັນ​ຝ່າຍ​ຖືກ​ບໍ?”3 ພຣະ​ເຢ​ໂຮ​ວາ​ເຕືອນ​ໂຢບ​ຢ່າງ​ຮຸນ​ແຮງ​ເຖິງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່ ແລະ ຮອບ​ຮູ້​ທຸກ​ຢ່າງ, ແລະ ໂຢບ​ໃນ​ຄວາມ​ຖ່ອມ​ໃຈ​ທີ່​ສຸດ ກໍ​ຍອມ​ຮັບ​ວ່າ​ເພິ່ນ​ບໍ່​ມີ​ຍັງ​ຢູ່​ໃກ້​ຄວາມ​ຮູ້, ອຳ​ນາດ, ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ເຈົ້າ ແລະ ບໍ່​ສາ​ມາດ​ຢືນ​ຢູ່​ໃນ​ການ​ພິ​ພາກ​ສາ​ຂອງ​ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່:

“ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ມີ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່,” ເພິ່ນ​ກ່າວ, “ແລະ ພຣະ​ອົງ​ເຮັດ​ທຸກໆ​ສິ່ງ​ຕາມ​ໃຈ​ມັກ​ດ້ວຍ.

“… ຂ້າ​ນ້ອຍ​ໄດ້​ເວົ້າ​ເຖິງ​ສິ່ງ​ທີ່​ຂ້າ​ນ້ອຍ​ບໍ່​ເຂົ້າ​ໃຈ; ເຖິງ​ສິ່ງ​ທີ່​ອັດ​ສະ​ຈັນ​ຍິ່ງ​ໃຫຍ່​ທີ່​ຂ້າ​ນ້ອຍ​ຈະ​ຮູ້​ໄດ້. …

“ດັ່ງ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ອັບ​ອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ. ຂ້າ​ນ້ອຍ​ເສຍ​ໃຈ​ຈຶ່ງ​ນັ່ງ​ທີ່​ຂີ້​ຝຸ່ນ​ດິນ ແລະ ຂີ້​ເຖົ່າ.”4

ໃນ​ທີ່​ສຸດ, ໂຢບ​ກໍ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ທີ່​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ຊີ​ວິດ​ບັ້ນ​ປາຍ​ຂອງ​ໂຢບ ຫລາຍ​ກວ່າ​ພຣະ​ອົງ​ໄດ້​ອວຍ​ພອນ​ຊີ​ວິດ​ບັ້ນ​ຕົ້ນ​ຂອງ​ເພິ່ນ.”5

ມັນ​ເປັນ​ເລື່ອງ​ໂງ່​ແທ້ໆ​ສຳ​ລັບ​ເຮົາ​ກັບ​ສາຍ​ຕາ​ສັ້ນ​ໃນ​ຄວາມ​ເປັນ​ມະ​ຕະ​ຂອງ​ເຮົາ ທີ່​ຈະ​ສັນ​ນິ​ຖານ​ຕັດ​ສິນ​ພຣະ​ເຈົ້າ, ທີ່​ຈະ​ຄິດ, ຍົກ​ຕົວ​ຢ່າງ, “ເຮົາ​ບໍ່​ມີ​ຄວາມ​ສຸກ, ສະ​ນັ້ນ ພຣະ​ເຈົ້າ​ຄົງ​ເຮັດ​ບາງ​ສິ່ງ​ທີ່​ຜິດ.” ສຳ​ລັບ​ເຮົາ​ແລ້ວ, ລູກໆ​ແຫ່ງ​ມະ​ຕະ​ຂອງ​ພຣະ​ອົງ​ໃນ​ໂລກ​ທີ່​ຕົກ, ຜູ້​ຮູ້​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ​ພຽງ​ເລັກ​ນ້ອຍ, ພຣະ​ອົງ​ປະ​ກາດ​ວ່າ, “ທຸກ​ສິ່ງ​ທັງ​ປວງ​ຢູ່​ຕໍ່​ໜ້າ​ເຮົາ, ເພາະ​ເຮົາ​ຮູ້​ຈັກ​ມັນ​ທັງ​ໝົດ.”6 ຢາ​ໂຄບ​ໄດ້​ຖືກ​ແນະ​ນຳ​ຢ່າງ​ສະ​ຫລາດ​ວ່າ: “ຢ່າ​ພະ​ຍາ​ຍາມ​ແນະ​ນຳ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ໃຫ້​ຮັບ​ເອົາ​ຄຳ​ແນະ​ນຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ.” ເພາະ​ຈົ່ງ​ເບິ່ງ, ຕົວ​ຂອງ​ພວກ​ທ່ານ​ກໍ​ຮູ້​ຈັກ​ແລ້ວ​ວ່າ ພຣະ​ອົງ​ໄດ້​ແນະ​ນຳ​ດ້ວຍ​ຄວາມ​ສະ​ຫລຽວ​ສະ​ຫລາດ ແລະ ດ້ວຍ​ຄວາມ​ຍຸດ​ຕິ​ທຳ ແລະ ດ້ວຍ​ຄວາມ​ເມດ​ຕາ​ອັນ​ຍິ່ງ​ໃຫຍ່ ຕໍ່​ວຽກ​ງານ​ທັງ​ໝົດ​ຂອງ​ພຣະ​ອົງ.”7

ບາງ​ຄົນ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ທີ່​ໝາຍ​ຄວາມ​ວ່າ ການ​ເຊື່ອ​ຟັງ​ພຣະ​ອົງ​ເຮັດ​ໃຫ້​ເກີດ​ຜົນ​ຮັບ​ສະ​ເພາະ​ໃດ​ໜຶ່ງ ຕາມ​ຕາ​ຕະ​ລາງ​ທີ່​ກຳ​ນົດ​ໄວ້. ພວກ​ເຂົາ​ອາດ​ຄິດ​ວ່າ, “ຖ້າ​ຂ້ອຍ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ​ຢ່າງ​ພາກ​ພຽນ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ຂ້ອຍ​ດ້ວຍ​ການ​ແຕ່ງ​ງານ ແລະ ມີ​ລູກ​ທີ່​ມີ​ຄວາມ​ສຸກ,” ຫລື “ຖ້າ​ຂ້ອຍ​ຫລີກ​ເວັ້ນ​ຈາກ​ການ​ເຮັດ​ການ​ບ້ານ​ໃນ​ວັນ​ຊະ​ບາ​ໂຕ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ຂ້ອຍ​ດ້ວຍ​ຄະ​ແນນ​ທີ່​ດີ” ຫລື “ຖ້າ​ຂ້ອຍ​ຈ່າຍ​ເງິນ​ສ່ວນ​ສິບ, ແລ້ວ​ພຣະ​ເຈົ້າ​ຈະ​ອວຍ​ພອນ​ຂ້ອຍ​ດ້ວຍ​ການ​ງານ​ທີ່​ຂ້ອຍ​ຕ້ອງ​ການ.” ຖ້າ​ຫາກ​ຊີ​ວິດບໍ່​ເປັນ​ໄປ​ຕາມ​ວິ​ທີ​ນີ້ ຫລື ອີງ​ຕາມ​ຕາ​ຕະ​ລາງ​ເວ​ລາ​ທີ່​ຄາດ​ໝາຍ​ໄວ້, ແລ້ວ​ພວກ​ເຂົາ​ຈະ​ຮູ້​ສຶກ​ຖືກ​ທໍ​ລະ​ຍົດ​ໂດຍ​ພຣະ​ເຈົ້າ. ແຕ່​ສິ່ງ​ຕ່າງໆ​ຈະ​ບໍ່​ເປັນ​ແບບ​ອັດ​ຕະ​ໂນ​ມັດ​ໃນ​ການ​ບໍ​ລິ​ຫານ​ງານ​ຂອງ​ສະ​ຫວັນ. ເຮົາ​ບໍ່​ຄວນ​ຄິດ​ວ່າ​ແຜນ​ຂອງ​ພຣະ​ເຈົ້າ​ເປັນ​ຄື​ກັນ​ກັບ​ຕູ້​ປ່ອນ​ເງິນ​ເລືອກ​ເອົາ​ສິ່ງ​ຂອງ (1) ເລືອກ​ເອົາ​ພອນ​ທີ່​ຢາກ​ໄດ້, (2) ປ່ອນ​ຈຳ​ນວນ​ວຽກ​ງານ​ດີ​ຕາມ​ຂໍ້​ຮຽກ​ຮ້ອງ, ແລ້ວ (3) ກໍ​ກົດ​ເອົາ​ທັນ​ທີ.8

ພຣະ​ເຈົ້າ​ຈະ​ນັບ​ຖື​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ເຮົາ​ແຕ່​ລະ​ຄົນ​ສະ​ເໝີ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ເລື່ອງ​ນັ້ນ.9 ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ—ຜູ້​ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ ແລະ ແລ້ວ​ໄດ້​ສະ​ເດັດ​ຂຶ້ນ​ເບື້ອງ​ບົນ10 ແລະ ຜູ້​ທີ່​ມີ​ອຳ​ນາດ​ທັງ​ໝົດ​ໃນ​ສະ​ຫວັນ ແລະ ທີ່​ແຜ່ນ​ດິນ​ໂລກ11—ຮັບ​ປະ​ກັນ​ວ່າ​ພຣະ​ເຈົ້າ​ສາ​ມາດ ແລະ ຈະ​ບັນ​ລຸ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຮົາ​ໃຫ້​ກຽດ ແລະ ເຊື່ອ​ຟັງ​ກົດ​ຂອງ​ພຣະ​ອົງ, ແຕ່​ບໍ່​ແມ່ນ​ພອນ​ທຸກ​ປະ​ການ​ທີ່​ຖືກ​ກຳ​ນົດ​ໄວ້​ກັບ​ການ​ເຊື່ອ​ຟັງ​ຕໍ່​ກົດ​ນັ້ນ12 ຖືກ​ປັ້ນ​ແຕ່ງ, ຖືກ​ອອກ​ແບບ, ແລະ ຖືກ​ຕັ້ງ​ໄວ້​ອີງ​ຕາມ​ຄວາມ​ຄາດ​ໝາຍ​ຂອງ​ເຮົາ. ເຮົາ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ເຮົາ ແຕ່​ຈະ​ຕ້ອງ​ປ່ອຍ​ໃຫ້​ພຣະ​ອົງ​ຈັດ​ການ​ກັບ​ພອນ, ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ.

ປະ​ທານ​ບຣິ​ກຳ ຢັງ ໄດ້​ອະ​ທິ​ບາຍ​ວ່າ ສັດ​ທາ​ຂອງ​ເພິ່ນ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ຈາກ​ຜົນ​ໄດ້​ຮັບ ຫລື ພອນ​ໃດ​ໜຶ່ງ ແຕ່​ຈາກ​ການ​ເປັນ​ພະ​ຍານ ແລະ ຄວາມ​ສຳ​ພັນ​ຂອງ​ເພິ່ນ​ກັບ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ໄດ້​ກ່າວ​ວ່າ: “ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຂຶ້ນ​ກັບ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ເກາະ​ໃນ​ທະ​ເລ, ຊຶ່ງ​ໄດ້​ພາ​ຜູ້​ຄົນ​ມາ​ທີ່​ນີ້, … ທັງ​ບໍ່​ໄດ້​ຂຶ້ນ​ກັບ​ຄວາມ​ໂປດ​ປານ​ທີ່​ພຣະ​ອົງ​ມີ​ຕໍ່​ຜູ້​ຄົນ​ເຫລົ່າ​ນີ້ ຫລື ຜູ້​ຄົນ​ເຫລົ່າ​ນັ້ນ, ຫລື ຂຶ້ນ​ກັບ​ການ​ໄດ້​ຮັບ​ພອນ ຫລື ບໍ່​ໄດ້​ຮັບ​ພອນ, ແຕ່ ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ແລະ ຄວາມ​ຮູ້​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈາກ​ພຣະ​ອົງ.”13

ການ​ກັບ​ໃຈ ແລະ ການ​ເຊື່ອ​ຟັງ​ຂອງ​ເຮົາ, ການ​ຮັບ​ໃຊ້ ແລະ ການ​ເສຍ​ສະ​ລະ​ຂອງ​ເຮົາ​ແມ່ນ​ສຳ​ຄັນ. ເຮົາ​ຢາກ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ອີ​ເທີ​ບັນ​ຍາຍ​ວ່າ “ເຮັດ​ວຽກ​ງານ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ.”14 ແຕ່​ມັນ​ມີ​ບໍ່​ຫລາຍ​ປານ​ໃດ ເພາະ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ປຶ້ມ​ເລື່ອງ​ລາວ​ຊັ້ນ​ສູງ. ສິ່ງ​ເຫລົ່າ​ນີ້​ມີ​ຄວາມ​ສຳ​ຄັນ ເພາະ​ມັນ​ມີ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແລະ ມັນ​ເປັນ​ຊ່ອງ​ທາງ​ທີ່​ເຮົາ​ຮ່ວມ​ມື​ກັບ​ພຣະ​ອົງ ໃນ​ການ​ປ່ຽນ​ຈາກ​ການ​ເປັນ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເພື່ອ​ກາຍ​ເປັນ​ໄພ່​ພົນ.15 ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສະ​ເໜີ​ມອບ​ໃຫ້​ເຮົາ​ແມ່ນ​ພຣະ​ອົງ​ເອງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ທີ່​ຍືນ​ຍົງ​ກັບ​ພວກ​ພຣະ​ອົງ ຜ່ານ​ທາງ​ພຣະ​ຄຸນ ແລະ ການ​ເປັນ​ກາງ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ຖືກມອບ​ໝາຍ​ສຳ​ລັບ​ຊີ​ວິດ​ອະ​ມະ​ຕະ ແລະ ນິ​ລັນ​ດອນ. ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຮົາ​ຄື​ການ​ເປັນ​ທາ​ຍາດ​ຂອງ​ພຣະ​ອົງ, “ເປັນ​ຜູ້​ຮ່ວມ​ຮັບ​ມໍ​ລະ​ດົກ​ກັບ​ພຣະ​ຄຣິດ.”16 ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ເຕັມ​ພຣະ​ໄທ​ທີ່​ຈະ​ນຳ​ພາ​ເຮົາ​ແຕ່​ລະ​ຄົນ​ໄປ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ ດ້ວຍ​ຂັ້ນ​ຕອນ​ທີ່​ໄດ້​ອອກ​ແບບ​ໄວ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຄົນ ແລະ ປັບ​ໃຫ້​ເຂົ້າ​ກັບ​ແຜນ​ຂອງ​ພຣະ​ອົງ ເພື່ອ​ຄວາມ​ສຸກ​ອັນ​ສູງ​ສຸດ​ກັບ​ພຣະ​ອົງ. ເຮົາ​ສາ​ມາດ​ມີ​ຄວາມ​ຫວັງ​ທີ່​ຈະ​ໄວ້​ວາງ​ໃຈ ແລະ ມີ​ສັດ​ທາ​ຫລາຍ​ຂຶ້ນ​ໃນ​ພຣະ​ບິ​ດາ ແລະ ພຣະ​ບຸດ, ມີ​ຄວາມ​ຮູ້​ສຶກ​ຫລາຍ​ຂຶ້ນ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ, ແລະ ການ​ປອບ​ໂຍນ ແລະ ການ​ນຳ​ພາ​ທີ່​ສະ​ໝ່ຳ​ສະ​ເໝີ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເສັ້ນ​ທາງ​ນີ້​ຈະ​ບໍ່​ງ່າຍ​ສຳ​ລັບ​ຄົນ​ໃດ​ເລີຍ​ໃນ​ພວກ​ເຮົາ. ມັນ​ຈະ​ຕ້ອງ​ມີ​ການ​ຫລໍ່​ຫລອມ​ຫລາຍ​ສົມ​ຄວນ​ກ່ອນ​ຈະ​ງ່າຍ​ຂຶ້ນ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ:

“ເຮົາ​ເປັນ​ເຄືອ​ອະ​ງຸ່ນ​ອັນ​ແທ້​ຈິງ, ແລະ ພຣະ​ບິ​ດາ​ຂອງ​ເຮົາ​ເປັນ​ຜູ້​ດູ​ແລ​ຮັກ​ສາ.

“ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່ບໍ່​ເກີດ​ຜົນ [ພຣະ​ບິ​ດາ] ຊົງ​ລິ​ຖິ້ມ​ເສຍ: ແລະ ກິ່ງ​ທຸກ​ກິ່ງ​ທີ່​ເກີດ​ຜົນ, ພຣະ​ອົງ​ຊົງ​ຕອນ, ເພື່ອ​ໃຫ້​ເກີດ​ຜົນ​ຫລາຍ​ຂຶ້ນ.”17

ຂະ​ບວນ​ການ​ຫລໍ່​ຫລອມ ແລະ ເຮັດ​ໃຫ້​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຈຳ​ເປັນ, ຈະ​ກະ​ທັນ​ຫັນ ແລະ ເຈັບ​ປວດ​ເປັນ​ບາງ​ຄັ້ງ. ເມື່ອ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ໂປ​ໂລ, ເຮົາ “ເປັນ​ຜູ້​ຮ່ວມ​ຮັບ​ມໍ​ລະ​ດົກ​ກັບ​ພຣະ​ຄຣິດ; ຖ້າ​ແມ່ນ​ເຮົາ​ທັງ​ຫລາຍ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ດ້ວຍ​ກັນ​ກັບ​ພຣະ​ອົງ​ນັ້ນ, ພວກ​ເຮົາ​ກໍ​ຈະ​ໄດ້​ຮັບ​ສະ​ຫງ່າ​ລາ​ສີ​ກັບ​ພຣະ​ອົງ​ເໝືອນ​ກັນ.”18

ສະ​ນັ້ນ, ທ່າມ​ກາງ​ໄຟ​ຫລໍ່​ຫລອມ​ນີ້, ແທນ​ທີ່​ຈະ​ໃຈ​ຮ້າຍ​ໃຫ້​ພຣະ​ເຈົ້າ, ເຮົາ​ຄວນ​ເຂົ້າ​ໃກ້​ພຣະ​ເຈົ້າ. ເອີ້ນ​ຫາ​ພຣະ​ບິ​ດາ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ. ເດີນ​ໄປ​ກັບ​ພວກ​ພຣະ​ອົງ​ໃນ​ພຣະ​ວິນ​ຍານ, ທຸກ​ວັນ. ຍອມ​ໃຫ້​ພວກ​ພຣະ​ອົງ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ເມື່ອ​ເວ​ລາ​ຜ່ານ​ໄປ. ຮູ້​ຈັກ​ພວກ​ພຣະ​ອົງ​ຢ່າງ​ສົມ​ບູນ ແລະ ຮູ້​ຈັກ​ຕົວ​ທ່ານ​ເອງ​ຢ່າງ​ສົມ​ບູນ.19 ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ.20 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ເຮົາ​ໝັ້ນ​ໃຈ​ໄດ້​ວ່າ:

“ຈົ່ງ​ຟັງ​ພຣະ​ອົງ ຜູ້​ວິງ​ວອນ​ແທນ​ພວກ​ເຈົ້າ​ນຳ​ພຣະ​ບິດາ, ຜູ້​ອ້ອນ​ວອນ​ແກ້​ຕາງ​ພວກ​ເຈົ້າ​ນຳ​ພຣະ​ອົງ—

“ມີ​ຄວາມ​ວ່າ: ພຣະ​ບິ​ດາ​ເອີຍ, ຈົ່ງ​ເບິ່ງ ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ຕາຍ​ຂອງ​ຄົນ​ທີ່​ບໍ່​ໄດ້​ເຮັດ​ບາບ, ຜູ້​ຊຶ່ງ​ພຣະ​ອົງ​ພໍ​ພຣະ​ໄທ​ຫລາຍ, ຂໍ​ພຣະ​ອົງ​ຈົ່ງ​ເບິ່ງ​ໂລ​ຫິດ​ຂອງ​ບຸດ​ຂອງ​ພຣະ​ອົງ​ທີ່​ໄດ້​ຫລັ່ງ​ໄຫລ, ໂລ​ຫິດ​ຂອງ​ຄົນ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້ ເພື່ອ​ພຣະ​ອົງ​ເອງ​ຈະ​ໄດ້​ຮັບ​ສະ​ຫງ່າ​ລາ​ສີ;

ດັ່ງ​ນັ້ນ, ພຣະ​ບິ​ດາ​ເອີຍ, ຈົ່ງ​ໂຜດ [ພວກ​ນ້ອງ​ຊາຍ ແລະ ນ້ອງ​ສາວ] ເຫລົ່າ​ນີ້​ຂອງ​ລູກ​ທີ່ ເຊື່ອ​ໃນ​ນາມ​ຂອງ​ລູກ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ມາ​ຫາ​ລູກ ແລະ ມີ​ຊີ​ວິດ​ອັນ​ເປັນ​ນິດ.”21

ໃຫ້​ພິ​ຈາ​ລະ​ນາ​ບາງ​ຕົວ​ຢ່າງ​ຂອງ​ຊາຍ ແລະ ຍິງ​ທີ່​ຊື່​ສັດ ຜູ້​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ໝັ້ນ​ໃຈ​ວ່າ​ພອນ​ທີ່​ສັນ​ຍາ​ໄວ້​ຂອງ​ພຣະ​ອົງ​ຈະ​ມາ​ສູ່​ເຂົາ​ເຈົ້າ​ໃນ​ຊີ​ວິດ ຫລື ໃນ​ຄວາມ​ຕາຍ. ສັດ​ທາ​ຂອງ​ເຂົາ​ເຈົ້າ​ບໍ່​ໄດ້​ຂຶ້ນ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ ຫລື ບໍ່​ໄດ້​ກະ​ທຳ ໃນ​ສະ​ພາບ​ການ​ສະ​ເພາະ ຫລື ໃນ​ຊ່ວງ​ເວ​ລາ​ໜຶ່ງ ແຕ່​ການ​ຮູ້​ຈັກ​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ບິ​ດາ​ຜູ້​ມີ​ເມດ​ຕາ ແລະ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ໄຖ່​ທີ່​ຊື່​ສັດ​ຂອງ​ເຂົາ​ເຈົ້າ.

ເມື່ອ​ອັບ​ຮາ​ຣາມ​ກຳ​ລັງ​ຈະ​ຖືກ​ຖວາຍ​ໂດຍ​ປະ​ໂລ​ຫິດ​ຊາວ​ເອ​ຢິບ​ຂອງ​ເອ​ເຄ​ນາ, ເພິ່ນ​ໄດ້​ເອີ້ນ​ຫາ​ພຣະ​ເຈົ້າ​ຂໍ​ໃຫ້​ຊ່ວຍ​ຊີ​ວິດ​ເພິ່ນ​ໄວ້, ແລະ ພຣະ​ເຈົ້າ​ກໍ​ໄດ້​ຊ່ວຍ.22 ອັບ​ຮາ​ຮາມ​ໄດ້​ມີ​ຊີ​ວິດ​ເພື່ອ​ກາຍ​ເປັນ​ບິ​ດາ​ຂອງ​ຜູ້​ທີ່​ຊື່​ສັດ ຊຶ່ງ​ຜ່ານ​ທາງ​ເພິ່ນ​ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.23 ກ່ອນ​ໜ້າ​ນັ້ນ, ເທິງ​ແທ່ນ​ບູ​ຊາ​ບ່ອນ​ດຽວ​ກັນ​ນີ້, ປະ​ໂລ​ຫິດ​ຜູ້​ດຽວ​ກັນ​ນັ້ນ​ຂອງ​ເອ​ເຄ​ນາ​ໄດ້​ຖວາຍ​ຜູ້​ຍິງ​ບໍ​ລິ​ສຸດ​ສາມ​ຄົນ “ເພາະ​ຄຸນ​ນະ​ທຳ​ຂອງ​ພວກ​ນາງ … ບໍ່​ໄດ້​ກົ້ມ​ຂາບ​ລົງ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ທີ່​ເປັນ​ໄມ້ ຫລື ຫີນ.”24 ພວກ​ນາງ​ຕາຍ​ຢູ່​ທີ່​ນັ້ນ​ໃນ​ຖາ​ນະ​ຜູ້​ທີ່​ຖືກ​ຂ້າ​ຍ້ອນ​ຄວາມ​ເຊື່ອ.

ໂຢ​ເຊັບ​ໃນ​ສະ​ໄໝ​ບູ​ຮານ, ທີ່​ຖືກ​ຂາຍ​ໄປ​ເປັນ​ຂ້າ​ທາດ​ຕອນ​ເປັນ​ໜຸ່ມ​ໂດຍ​ພວກ​ອ້າຍ​ຂອງ​ເພິ່ນ, ໃນ​ຄວາມ​ທຸກ​ລຳ​ບາກ​ຂອງ​ເພິ່ນ ໄດ້​ຫັນ​ຫາ​ພຣະ​ເຈົ້າ. ເພິ່ນ​ຄ່ອຍ​ມີ​ຊື່​ສຽງ​ຂຶ້ນ​ຢູ່​ໃນ​ບ້ານ​ຂອງ​ເຈົ້າ​ນາຍ​ຂອງ​ເພິ່ນ​ໃນ​ເອ​ຢິບ ແຕ່​ແລ້ວ​ຄວາມ​ກ້າວ​ໜ້າ​ທັງ​ໝົດ​ນີ້​ໄດ້​ພັງ​ທະ​ລາຍ​ລົງ ເພາະ​ການ​ກ່າວ​ຫາ​ເທັດ​ຂອງ​ເມຍ​ຂອງ​ໂປ​ຕີ​ຟາ. ໂຢ​ເຊັບ​ສາ​ມາດ​ຄິດ​ວ່າ “ເຮົາ​ໄດ້​ເຂົ້າ​ຄຸກ​ເພາະ​ການ​ຮັກ​ສາ​ກົດ​ພົມ​ມະ​ຈັນ.” ແຕ່​ແທນ​ທີ່​ຈະ​ຄິດ​ແນວ​ນັ້ນ ເພິ່ນ​ໄດ້​ຫັນ​ຫາ​ພຣະ​ເຈົ້າ ແລະ ຈະ​ເລີນ​ຮຸ່ງ​ເຮືອງ​ແມ່ນ​ແຕ່​ຢູ່​ໃນ​ຄຸກ. ໂຢ​ເຊັບ​ຮູ້​ສຶກ​ຜິດ​ຫວັງ​ຢ່າງ​ໜັກ​ເມື່ອ​ນັກ​ໂທດ​ທີ່​ເພິ່ນ​ເປັນ​ເພື່ອນ​ດ້ວຍ, ເຖິງ​ແມ່ນ​ສັນ​ຍາ​ກັບ​ໂຢ​ເຊັບ, ແຕ່​ໄດ້​ລືມ​ທຸກ​ຢ່າງ​ກ່ຽວ​ກັບ​ເພິ່ນ​ຫລັງ​ຈາກ​ທີ່​ຖືກ​ນຳ​ກັບ​ຄືນ​ສູ່​ຕຳ​ແໜ່ງ​ເດີມ ໃນ​ສຳ​ນັກ​ຂອງ​ຟາ​ໂຣ. ເມື່ອ​ເຖິງ​ເວ​ລາ​ທີ່​ເໝາະ​ສົມ, ດັ່ງ​ທີ່​ທ່ານ​ຮູ້​ຈັກ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຂົ້າ​ແຊກ​ແຊງ ເພື່ອ​ໃຫ້​ໂຢ​ເຊັບ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ສູງ​ສຸດ​ຂອງ​ຄວາມ​ໄວ້​ວາງ​ໃຈ ແລະ ອຳ​ນາດ​ຖັດ​ຈາກ​ຟາ​ໂຣ, ເຮັດ​ໃຫ້​ໂຢ​ເຊັບ​ສາ​ມາດ​ຊ່ວຍ​ກູ້​ລູກ​ຫລານ​ອິດ​ສະ​ຣາ​ເອນ. ແນ່​ນອນ ໂຢ​ເຊັບ​ສາ​ມາດ​ຢືນ​ຢັນ​ວ່າ “ພຣະ​ເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງ​ຫລາຍ​ທີ່​ຮັກ​ພຣະ​ອົງ ເພື່ອ​ໃຫ້​ເກີດ​ຜົນ​ດີ​ໃນ​ທຸກ​ສິ່ງ.”25

ອະ​ບີ​ນາ​ໄດ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ບັນ​ລຸ​ການ​ມອບ​ໝາຍ​ຈາກ​ສະ​ຫວັນ​ຂອງ​ເພິ່ນ. “ຂ້າ​ພະ​ເຈົ້າ​ຈົບ​ຂ່າວ​ຂອງ​ຂ້າ​ພະ​ເຈົ້າ,” ເພິ່ນ​ກ່າວ, “ແລະ ບໍ່​ສຳ​ຄັນ​ເລີຍ​ວ່າ [ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຂ້າ​ພະ​ເຈົ້າ], ຖ້າ​ຫາກ​ເປັນ​ໄປ​ວ່າ​ຂ້າ​ພະ​ເຈົ້າ​ລອດ.”26 ເພິ່ນບໍ່​ລອດ​ຈາກ​ການ​ຕາຍ​ຍ້ອນ​ຄວາມ​ເຊື່ອ, ແຕ່​ແນ່​ນອນ​ວ່າ​ເພິ່ນ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ແອວ​ມາ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ລ້ຳ​ຄ່າ​ຂອງ​ເພິ່ນ​ໄດ້​ປ່ຽນ​ເສັ້ນ​ທາງ​ປະ​ຫວັດ​ສາດ​ຂອງ​ຊາວ​ນີ​ໄຟ ທີ່​ນຳ​ໄປ​ສູ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ.

ແອວ​ມາ​ກັບ​ແອມ​ມິວ​ເລັກ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄຸກ​ໃນ​ເມືອງ​ອຳ​ໂມນ​ໂນ​ຮາ ໃນ​ການ​ຕອບ​ສະ​ໜອງ​ຕໍ່​ຄຳ​ຂໍ​ຮ້ອງ​ຂອງ​ພວກ​ເພິ່ນ, ແລະ ພວກ​ທີ່​ຂົ່ມ​ເຫັງ​ພວກ​ເພິ່ນ​ໄດ້​ຖືກ​ຂ້າ.27 ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ໜ້າ​ນັ້ນ, ພວກ​ທີ່​ຂົ່ມ​ເຫັງ​ເຫລົ່າ​ນີ້​ໄດ້​ໂຍນ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຂົາ​ເຂົ້າ​ໃນ​ກອງ​ໄຟ. ແອວ​ມາ, ຂະ​ນະ​ທີ່​ຫລຽວ​ເບິ່ງ​ພາບ​ທີ່​ສະ​ຫຍົດ​ສະ​ຫຍອງ​ດ້ວຍ​ຄວາມ​ເຈັບ​ປວດ ຖືກ​ຫັກ​ຫ້າມ​ໂດຍ​ພຣະ​ວິນ​ຍານ​ບໍ່​ໃຫ້​ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ຊ່ວຍ​ຜູ້​ຄົນ “ໃຫ້​ພົ້ນ​ຈາກ​ແປວ​ໄຟ,”28 ເພື່ອ​ວ່າ​ພວກ​ເຂົາ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ຫາ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ.29

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ອ່ອນ​ເພຍ​ໃຈ​ໃນ​ຄຸກ​ທີ່​ເມືອງ​ລີ​ເບີ​ຕີ, ລັດ​ມີ​ເຊີ​ຣີ, ບໍ່​ມີ​ອຳ​ນາດ​ທີ່​ຈະ​ຊ່ວຍ​ໄພ່​ພົນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຖືກ​ປຸ້ນ ແລະ ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ລະ​ດູ​ໜາວ​ທີ່​ເຢັນ​ທີ່​ສຸດ. “ໂອ້​ພຣະ​ອົງ​ເຈົ້າ, ພຣະ​ອົງ​ຊົງ​ປະ​ທັບ​ຢູ່​ບ່ອນ​ໃດ?” ໂຈ​ເຊັບ​ໄດ້​ຮ້ອງ​ຂຶ້ນ. “ອີກ​ດົນ​ປານ​ໃດ​ທີ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຢັ້ງ​ໄວ້?”30 ໃນ​ການ​ຕອບ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ: “ຄວາມ​ຍາກ​ລຳ​ບາກ​ຂອງ​ເຈົ້າ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຈົ້າ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ; ແລະ ແລ້ວ, ຖ້າ​ຫາກ​ເຈົ້າ​ອົດ​ທົນ​ມັນ​ໄດ້​ດີ, ພຣະ​ເຈົ້າ​ຈະ​ຍົກ​ເຈົ້າ​ຂຶ້ນ​ສູ່​ເບື້ອງ​ບົນ. … ເຈົ້າ​ຍັງ​ບໍ່​ໄດ້​ເປັນ​ດັ່ງ​ໂຢບ.”31

ໃນ​ທີ່​ສຸດ, ໂຈ​ເຊັບ​ສາ​ມາດ​ປະ​ກາດ​ຮ່ວມ​ກັບ​ໂຢບ​ໄດ້​ວ່າ, “[ເຖິງ​ແມ່ນ​ພຣະ​ເຈົ້າ​ປະ​ຫານ​ຂ້າ​ເສຍ, ແຕ່​ຂ້າ​ກໍ​ຍັງ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ].”32

ແອວ​ເດີ ບະ​ຣຸກ ພີ ແຮວສ໌ ໄດ້​ເລົ່າ​ເລື່ອງ​ຂອງ​ຊິດ​ສະ​ເຕີ ພາ​ທຣິ​ເຊຍ ພາ​ກິນ​ສັນ ຜູ້​ໄດ້​ເກີດ​ມາ​ກັບ​ສາຍ​ຕາ​ທີ່​ດີ​ປົກ​ກະ​ຕິ ແຕ່​ນາງ​ໄດ້​ຕາ​ບອດ​ຕອນ​ອາ​ຍຸ 11 ປີ.

ແອວ​ເດີ ແຮວສ໌ ໄດ້​ເລົ່າ​ວ່າ: “ຂ້າ​ພະ​ເຈົ້າ​ຮູ້​ຈັກ​ນາງ​ແພັດ​ມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ບອກ​ນາງ​ວ່າ ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມ​ຄິດ​ໃນ​ແງ່​ດີ ແລະ ຄວາມ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ສະ​ເໝີ​ຂອງ​ນາງ. ນາງ​ໄດ້​ຕອບ​ວ່າ, ‘ໂອ້, ທ່ານ​ບໍ່​ເຄີຍ​ຢູ່​ເຮືອນ​ນຳ​ຂ້າ​ນ້ອຍ​ເນາະ? ຂ້າ​ນ້ອຍ​ກໍ​ເຄີຍ​ມີ​ອາ​ລົມ​ຮ້າຍ​ຢູ່. ຂ້າ​ນ້ອຍ​ກໍ​ເຄີຍ​ໂສກ​ເສົ້າ​ຢ່າງ​ໜັກ, ແລະ ກໍ​ເຄີຍ​ຮ້ອງ​ໄຫ້​ຫລາຍ​ເທື່ອ.’ ແຕ່​ນາງ​ໄດ້​ເວົ້າ​ຕື່ມ​ວ່າ, ‘ນັບ​ຈາກ​ເວ​ລາ​ທີ່​ຂ້າ​ນ້ອຍ​ໄດ້​ເສຍ​ສາຍ​ຕາ, ມັນ​ແປກ​ຫລາຍ, ແຕ່​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ ແລະ ຢູ່​ກັບ​ຂ້າ​ນ້ອຍ. ຕໍ່​ຜູ້​ທີ່​ຖາມ​ຂ້າ​ນ້ອຍ​ວ່າ ຂ້າ​ນ້ອຍ​ໃຈ​ຮ້າຍ​ບໍ​ທີ່​ຕາ​ບອດ, ຂ້າ​ນ້ອຍ​ໄດ້​ຕອບ​ວ່າ, ‘ຂ້າ​ນ້ອຍ​ຊິ​ໃຈ​ຮ້າຍ​ໃຫ້​ໃຜ? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ກັບ​ຂ້າ​ນ້ອຍ​ໃນ​ເລື່ອງ​ນີ້; ຂ້າ​ນ້ອຍ​ບໍ່​ໄດ້​ຢູ່​ຄົນ​ດຽວ. ພຣະ​ອົງ​ຢູ່​ກັບ​ຂ້າ​ນ້ອຍ​ຕະ​ຫລອດ​ເວ​ລາ.’”33

ໃນ​ທີ່​ສຸດ, ມັນ​ເປັນ​ພອນ​ຂອງ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ ແລະ ແນບ​ສະ​ໜິດ​ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ​ທີ່​ເຮົາ​ສະ​ແຫວງ​ຫາ. ມັນ​ສ້າງ​ຄວາມ​ແຕກ​ຕ່າງ ແລະ ກຸ້ມ​ຄ່າ​ອັນ​ເປັນ​ນິດ. ພວກ​ເຮົາ​ຈະ​ເປັນ​ພະ​ຍານ​ຮ່ວມ​ກັບ​ໂປ​ໂລ “ວ່າ​ຄວາມ​ທຸກ​ລຳ​ບາກ​ຂອງ​ພວກ​ເຮົາ​ໃນ​ເວ​ລາ​ປະ​ຈຸ​ບັນ [ໃນ​ມະ​ຕະ] ນີ້ ບໍ່​ອາດ​ທຽບ​ໃສ່​ກັບ​ສະ​ຫງ່າ​ລາ​ສີ ທີ່​ຈະ​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຮົາ​ໃນ​ພາຍ​ໜ້າ​ໄດ້.”34 ​ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ບໍ່​ວ່າ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ ແລະ ພົບ​ຄວາມ​ຊື່ນ​ຊົມ​ໃນ​ພຣະ​ອົງ.

“ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.”35

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.