ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຢ່າ​ວິ​ຕົກ​ເລີຍ: ຈົ່ງ​ເຊື່ອ​ເທົ່າ​ນັ້ນ!
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຢ່າ​ວິ​ຕົກ​ເລີຍ: ຈົ່ງ​ເຊື່ອ​ເທົ່າ​ນັ້ນ!

ໃຫ້​ເລີ່ມ​ຕົ້ນ​ສະ​ແຫວງ​ຫາ​ຄວາມ​ສຸກ​ຂອງ​ທ່ານ ໂດຍ​ການ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ສິ່ງ​ທີ່​ດີ ແລະ ຄວາມ​ສຸກ​ທີ່​ເຮົາ​ມີ​ຢູ່​ແລ້ວ ຈາກ​ຜູ້​ໃຫ້​ຂອງ​ປະ​ທານ​ທີ່​ດີ​ທຸກ​ຢ່າງ.

ຂ້າ​ພະ​ເຈົ້າ​ຈະ​ກ່າວ​ຄຳ​ປາ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ກັບ​ຄົນ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ສະ​ເພາະ, ໝາຍ​ເຖິງ​ທຸກ​ຄົນ​ທີ່​ມີ​ອາ​ຍຸ​ເທົ່າ​ກັບ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຫລື ນ້ອຍ​ກວ່າ​ນັ້ນ. ໜ້ອຍ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ຮູບ​ພາບ, ແຕ່​ຂ້າ​ພະ​ເຈົ້າ​ອົດ​ແບ່ງ​ປັນ​ຮູບ​ພາບ​ນີ້​ບໍ່​ໄດ້.

ຮູບ​ພາບ
ຈົດ​ໝາຍ​ຈາກ​ນາງ​ມາ​ຣິນ ອາ​ນົນ

ຈົດ​ໝາຍ cri de couer ນີ້​ມາ​ຈາກ​ນາງ​ມາ​ຣິນ ອາ​ນົນ ເພື່ອນ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ອາ​ຍຸ​ແປດ​ປີ, ຊຶ່ງ​ຂຽນ​ຕອນ​ນາງ​ອາ​ຍຸ​ເຈັດ​ປີ. ຂ້າ​ພະ​ເຈົ້າ​ຊິ​ແປ​ການ​ຂຽນ​ພາ​ສາ​ເອ​ຢິບ​ທີ່​ປັບ​ປຸງ​ໃໝ່​ຂອງ​ນາງ​ໃຫ້​ທ່ານ​ຟັງ:

ອະ​ທິ​ການ​ທີ່​ຮັກ​ແພງ

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ

ເປັນ​ຫຍັງ​ຈຶ່ງ​ໜ້າ​ເບື່ອ

ພວກ​ເຮົາ​ຕ້ອງ

ເບິ່ງ​ຢູ່​ບໍ? ບອກ​ຂ້າ​ນ້ອຍ​ແນ່​ວ່າ​ເປັນ​ຫຍັງ

ດ້ວຍ​ຄວາມ​ນັບ​ຖື, ມາ​ຣິນ

ອາ​ນົນ.1

ເອີ, ນາງ​ມາ​ຣິນ​ເອີຍ, ຄຳ​ປາ​ໄສ​ທີ່​ຂ້າ​ພະ​ເຈົ້າ​ຈະ​ກ່າວ ອາດ​ຊິ​ເຮັດ​ໃຫ້​ເຈົ້າ​ຜິດ​ຫວັງ​ຫລາຍ​ຕື່ມ​ອີກ. ແຕ່​ເມື່ອ​ເຈົ້າ​ຂຽນ​ຫາ​ອະ​ທິ​ການ​ເພື່ອ​ເວົ້າ​ຈົ່ມ, ມັນ​ສຳ​ຄັນ​ທີ່​ເຈົ້າ​ຈະ​ບອກ​ເພິ່ນ​ວ່າ ຂ້າ​ພະ​ເຈົ້າ​ຊື່ “ຄີ​ໂຣນ. ແອວ​ເດີ ແພ​ທຣິກ ຄີ​ໂຣນ.”

ເປັນ​ເວ​ລາ​ເກືອບ​ສອງ​ປີ​ແລ້ວ​ທີ່​ການ​ລະ​ບາດ​ທີ່​ຮ້າຍ​ແຮງ​ເໝືອນ​ໃນ​ພຣະ​ຄຳ​ພີ ໄດ້​ປົກ​ຄຸມ​ໂລກ​ຂອງ​ເຮົາ, ແລະ ໃນ​ຂະ​ນະ​ທີ່​ໂຣກ​ລະ​ບາດ​ນັ້ນ​ໄດ້​ເຮັດ​ໃຫ້​ເກືອບ​ທຸກ​ສິ່ງ​ໃນ​ສັງ​ຄົມ​ຢຸດ​ສະ​ຫງັກ, ເຫັນ​ໄດ້​ຢ່າງ​ແຈ້ງ​ຊັດ​ວ່າ, ມັນ​ບໍ່​ໄດ້​ຢຸດ​ຢັ້ງ​ຄວາມ​ໂຫດ​ຮ້າຍ, ຄວາມ​ຮຸນ​ແຮງ, ແລະ ການ​ທາ​ລຸນ​ທາງ​ດ້ານ​ການ​ເມືອງ​ເລີຍ—ທັງ​ໃນ​ປະ​ເທດ ຫລື ທົ່ວ​ໂລກ. ຄື​ກັບ​ວ່າ​ນັ້ນ​ຍັງ​ບໍ່​ພໍ, ເຮົາ​ຍັງ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທາງ​ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ຍາວ​ນານ​ນຳ​ອີກ, ຈາກ​ການ​ກີດ​ກັນ​ທາງ​ເສດ​ຖະ​ກິດ​ຈົນ​ເຖິງ​ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ ໄປ​ຈົນ​ເຖິງ​ຄວາມບໍ່​ເທົ່າ​ທຽມ​ກັນ​ທາງ​ເຊື້ອ​ຊາດ ແລະ ອື່ນໆ.

ລົມ​ທີ່​ພັດ​ແຮງ ແລະ ວັນ​ທີ່​ມືດ​ມົນ​ສາ​ມາດ​ເຮັດ​ໃຫ້​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ທໍ້​ແທ້​ໃຈ, ຄົນ​ທີ່​ເຮົາ​ຫລຽວ​ຫາ​ເພື່ອ​ການ​ມອງ​ໂລກ​ໃນ​ແງ່​ດີ ແລະ ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຊີ​ວິດ. ມີ​ການ​ເວົ້າ​ວ່າ “ພະ​ລັງ​ຂອງ​ຊາວ​ໜຸ່ມ​ເປັນ​ຄວາມ​ຮັ່ງ​ມີ​ສ່ວນ​ລວມ ສຳ​ລັບ​ຄົນ​ທັງ​ໂລກ. ຊາວ … ໜຸ່ມ … ເປັນ​ໃບ​ໜ້າ​ຂອງ … ອະ​ນາ​ຄົດ​ຂອງ​ເຮົາ.”2 ນອກ​ຈາກ​ນີ້, ລູກໆ​ຂອງ​ເຮົາ​ກໍ​ຍັງ​ເປັນ​ຜູ້​ດູ​ແລ ຊຶ່ງ​ມື້​ໜຶ່ງ​ສາດ​ສະ​ໜາ​ຈັກ​ນີ້​ຈະ​ຖືກ​ສົ່ງ​ຕໍ່​ໃຫ້​ເຂົາ​ເຈົ້າ.

ເມື່ອ​ພິ​ຈາ​ລະ​ນາ​ເບິ່ງ​ສະ​ຖາ​ນະ​ການ​ໃນ​ປະ​ຈຸ​ບັນ, ກໍ​ເຂົ້າ​ໃຈ​ໄດ້​ຖ້າ​ຫາກ​ວ່າ​ຄວາມ​ເພີ້​ຝັນ​ຂອງ​ຄົນ​ໜຸ່ມ​ມີ​ໜ້ອຍ​ລົງ​ກວ່າ​ເກົ່າ. ດຣ. ລໍ​ຣີ ຊານ​ໂທສ໌, ອາ​ຈານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຢວ, ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ຕັ້ງ​ຊື່​ຫ້ອງ​ຮຽນ​ໜຶ່ງ​ວ່າ ຈິດ​ຕະ​ວິ​ທະ​ຍາ ແລະ ຊີ​ວິດ​ທີ່​ດີ. “ໃນ​ປີ​ທຳ​ອິດ​ຂອງ​ການ​ເປີດ​ຫ້ອງ​ຮຽນ​ນີ້, ເກືອບ [ໜຶ່ງ​ສ່ວນ​ສີ່] ຂອງ​ນັກ​ສຶກ​ສາ​ປະ​ລິນ​ຍາ​ຕີ [ທັງ​ໝົດ] ໄດ້​ສະ​ໝັກ​ເຂົ້າ​ຮຽນ.”3 ຜູ້​ຄົນ​ຫລາຍກວ່າ 64 ລ້ານ​ຄົນ ໄດ້​ເປີດ​ຟັງ​ພອດ​ແຄສ໌​ຂອງ​ເພິ່ນ. ໂດຍ​ທີ່​ກຳ​ລັງ​ຂຽນ​ກ່ຽວ​ກັບ​ສິ່ງ​ທີ່​ປະ​ຫລາດ​ນີ້, ​ນັກ​ຂ່າວ​ຄົນ​ໜຶ່ງ​ໄດ້​ສັງ​ເກດ​ວ່າ ມັນ​ເຈັບ​ປວດ​ຫລາຍ​ພຽງ​ໃດ​ທີ່​ເຫັນ​ນັກ​ສຶກ​ສາ​ໄວ​ລຸ້ນ—ແລະ ຜູ້​ໃຫຍ່—​ທີ່​ສົດ​ໃສ​ຈຳ​ນວນ​ຫລວງ​ຫລາຍ “ຊອກ​ຫາ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ສູນ​ເສຍ​ໄປ” ຫລື, ຮ້າຍ​ກວ່າ​ນັ້ນ, ຄື​ການ​ໂຫຍ​ຫາ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ບໍ່​ເຄີຍ​ມີ.4

ຄຳ​ວິງ​ວອນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້​ຕໍ່​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ, ແລະ ຕໍ່​ພວກ​ທ່ານ​ຜູ້​ເປັນ​ພໍ່​ແມ່ ແລະ ຜູ້​ໃຫຍ່​ທີ່​ໃຫ້​ຄຳ​ແນະ​ນຳ​ແກ່​ເຂົາ​ເຈົ້າ, ໃຫ້​ເລີ່ມ​ຕົ້ນ​ສະ​ແຫວງ​ຫາ​ຄວາມ​ສຸກ ໂດຍ​ການ​ມີ​ຄວາມ​ກະ​ຕັນ​ຍູ​ຕໍ່​ສິ່ງ​ທີ່​ດີ ແລະ ຄວາມ​ສຸກ​ທີ່​ເຮົາ​ມີ​ຢູ່​ແລ້ວ ຈາກ​ຜູ້​ໃຫ້​ຂອງ​ປະ​ທານ​ທີ່​ດີ​ທຸກ​ຢ່າງ.5 ໃນ​ຂະ​ນະ​ທີ່​ຫລາຍ​ຄົນ​ກຳ​ລັງ​ຖາມ​ຄຳ​ຖາມ​ເລິກໆ​ກ່ຽວ​ກັບ​ຈິດ​ວິນ​ຍານ, ເຮົາ​ຄວນ​ຕອບ​ດ້ວຍ “ຂ່າວ​ປະ​ເສີດ”6 ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຊຶ່ງ​ມີ​ພາ​ລະ​ກິດ ແລະ ຂ່າວ​ສານ​ທີ່​ສຳ​ຄັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ໂລກ, ສະ​ເໜີ​ວິ​ທີ​ອັນ​ສຳ​ຄັນ​ນິ​ລັນ​ດອນ ທັງ​ໃຫ້​ພົບ​ສິ່ງ​ທີ່​ດີ ແລະ ໃຫ້​ເຮັດ​ສິ່ງ​ທີ່​ດີ ໃນ​ຊ່ວງ​ເວ​ລາ​ທີ່​ຈຳ​ເປັນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ ຊາວ​ໜຸ່ມ​ລຸ້ນ​ນີ້​ມີ​ຄວາມ​ສາ​ມາດ​ທີ່​ຈະ “​ເປັນ​ຜົນ​ກະ​ທົບ​ຕໍ່​ໂລກ [ໃນ​ທາງ​ດີ] ຫລາຍ​ກວ່າ​ຄົນ​ລຸ້ນ​ກ່ອນ.”7 ເຮົາ, ໃນ​ຜູ້​ຄົນ​ທັງ​ໝົດ, ຄວນ “[ຮ້ອງ] ເພງ​ສັນ​ລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່,”8 ແຕ່​ຕ້ອງ​ຢູ່​ໃນ​ວິ​ໄນ—ອີກ​ຄຳ​ໜຶ່ງ​ແມ່ນ “ການ​ເປັນ​ສາ​ນຸ​ສິດ,”—ແບບ​ທີ່​ປ້ອງ​ກັນ​ທັດ​ສະ​ນະ​ຄະ​ຕິໃນ​ທາງ​ລົບ ແລະ ນິ​ໄສ​ທຳ​ລາຍ ຊຶ່ງ​ຈະ​ດຶງ​ເຮົາ​ອອກ​ຈາກ​ທຳ​ນອງ ໃນ​ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ຮ້ອງ​ເພງ​ແຫ່ງ​ຄວາມ​ລອດ​ນິ​ລັນ​ດອນ.

ເຖິງ​ແມ່ນ​ເຮົາ “ເບິ່ງ​ໂລກ​ໃນ​ແງ່​ດີ,”9 ແຕ່​ບາງ​ຄັ້ງ​ເຮົາ​ກໍ​ຈະ​ພົບ​ກັບ​ບາງ​ຄົນ​ທີ່​ເບິ່ງ​ໂລກ​ໃນ​ແງ່​ຮ້າຍ​ກ່ຽວ​ກັບ​ທຸກ​ສິ່ງ. ທ່ານ​ຄົງ​ຮູ້​ຄຳ​ຂວັນ​ນີ້ ທີ່​ວ່າ: “ມັນ​ຈະ​ມືດ​ສະ​ຫລົວ​ກ່ອນ​ທີ່​ມັນ​ຈະ​ມືດ​ມົວ​ສະ​ເໝີ.” ມັນ​ເປັນ​ມຸມ​ມອງ​ທີ່​ຊົ່ວ​ຮ້າຍ, ແລະ ການ​ເປັນ​ຢູ່​ທີ່​ໜ້າ​ສັງ​ເວດ​ແທ້ໆ! ແມ່ນ​ແລ້ວ, ບາງ​ເທື່ອ​ເຮົາ​ອາດ​ຢາກ​ແລ່ນ​ໜີ​ຈາກ​ບ່ອນ​ທີ່​ເຮົາ​ຢູ່, ແຕ່​ແນ່​ນອນ​ເຮົາ​ບໍ່​ຄວນ​ແລ່ນ​ໜີ​ຈາກ​ຜູ້​ທີ່​ເຮົາ​ເປັນ—ນັ້ນ​ຄື ລູກ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ ຜູ້​ຮັກ​ເຮົາ, ຜູ້​ພ້ອມ​ສະ​ເໝີ​ທີ່​ຈະ​ໃຫ້​ອະ​ໄພ​ເຮົາ, ແລະ ຜູ້​ຈະ​ບໍ່​ເຄີຍ, ບໍ່​ເຄີຍ​ປະ​ຖິ້ມ​ເຮົາ​ຈັກ​ເທື່ອ. ທ່ານ​ຄື​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ພຣະ​ອົງ. ທ່ານ​ເປັນ​ລູກ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ໄດ້​ປະ​ທານ​ສາດ​ສະ​ດາ ແລະ ຄຳ​ສັນ​ຍາ​ໃຫ້, ຂອງ​ປະ​ທານ​ທາງ​ວິນ​ຍານ ແລະ ການ​ເປີດ​ເຜີຍ, ການ​ມະ​ຫັດ​ສະ​ຈັນ ແລະ ຂ່າວ​ສານ, ແລະ ເຫລົ່າ​ທູດ​ຢູ່​ທັງ​ສອງ​ຟາກ​ມ່ານ.10

ພຣະ​ອົງ​ກໍ​ໄດ້​ປະ​ທານ​ສາດ​ສະ​ໜາ​ຈັກ​ໃຫ້​ທ່ານ​ນຳ​ອີກ ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ສຳ​ລັບ​ຊ່ວງ​ມະ​ຕະ ແລະ ຜູກ​ມັດ​ເຂົາ​ເຈົ້າ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ມີ​ຫວອດ ແລະ ສາ​ຂາ​ຫລາຍ​ກວ່າ 31,000 ແຫ່ງ ບ່ອນ​ທີ່​ຜູ້​ຄົນ​ເຕົ້າ​ໂຮມ ແລະ ຮ້ອງ​ເພງ ແລະ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ເພື່ອ​ກັນ​ແລະ​ກັນ ແລະ ບໍ​ລິ​ຈາກ​ຊັບ​ສິນ​ໃຫ້​ຄົນ​ຍາກ​ຈົນ. ນີ້​ຄື​ບ່ອນ​ທີ່​ທຸກ​ຄົນ​ຖືກ​ຈົດ​ຊື່, ຖືກ​ນັບ, ແລະ ຖືກ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່ ແລະ ບ່ອນ​ທີ່​ໝູ່​ເພື່ອນ ແລະ ເພື່ອນ​ບ້ານ​ອາ​ສາ​ສະ​ໝັກ​ຮັບ​ໃຊ້​ກັນ​ແລະ​ກັນ​ໃນ​ການ​ເອີ້ນ ນັບ​ຈາກ​ວຽກ​ງານ​ຝ່າຍ​ສະ​ໝຽນ ເຖິງ​ໜ້າ​ທີ່​ຜູ້​ຮັກ​ສາ​ຄວາມ​ສະ​ອາດ. ຜູ້​ໃຫຍ່​ໜຸ່ມ—ແລະ ຄູ່​ສາ​ມີ​ພັນ​ລະ​ຍາ​ອາ​ວຸ​ໂສ​ເຊັ່ນ​ກັນ—ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ຈຳ​ນວນ​ພັນໆ ໂດຍ​ໃຊ້​ຊັບ​ສິນ​ຂອງ​ຕົວ​ເອງ ໄປ​ຫາ​ບ່ອນ​ໃດ​ກໍ​ຕາມ​ທີ່​ຖືກ​ສົ່ງ​ໄປ, ແລະ ສະ​ມາ​ຊິກ​ຄົນ​ໜຸ່ມ ແລະ ຄົນ​ແກ່ ກໍ​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ສັກ​ສິດ​ທີ່​ຈຳ​ເປັນ​ໃນ​ການ​ຜູກ​ມັດ​ຄອບ​ຄົວ​ມະ​ນຸດ​ເຂົ້າ​ກັນ—ເປັນ​ກິດ​ຈະ​ກຳ​ທີ່​ກ້າ​ຫານ ໃນ​ໂລກ​ທີ່​ແບ່ງ​ແຍກ ແຕ່​ເປັນ​ຢ່າງ​ໜຶ່ງ​ທີ່​ປະ​ກາດ​ວ່າ ການ​ແບ່ງ​ແຍກ​ດັ່ງ​ກ່າວ​ເປັນ​ພຽງ​ຊົ່ວ​ຄາວ​ເທົ່າ​ນັ້ນ. ນີ້​ແມ່ນ​ສອງ​ສາມ​ເຫດ​ຜົນ​ທີ່​ເຮົາ​ໃຫ້​ສຳ​ລັບ “ຄວາມ​ຫວັງ [ທີ່​ຢູ່​ໃນ​ເຮົາ].”11

ແນ່​ນອນ, ໃນ​ຍຸກ​ປະ​ຈຸ​ບັນ, ສາ​ນຸ​ສິດ​ຄົນ​ໃດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ປະ​ເຊີນ​ກັບ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ຂອງ​ພຣະ​ອົງ ກໍ​ມອບ​ທັງ​ຊີ​ວິດ ເພື່ອ​ສະ​ແຫວງ​ຫາ​ການ​ນຳ​ພາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ແກ້​ບັນ​ຫາ​ຂອງ​ການ​ທ້າ​ທາຍ​ເຫລົ່າ​ນີ້. ຖ້າ​ຫາກ​ບາງ​ຢ່າງ ບໍ່ ຖືກ​ແກ້​ໄຂ ຈົນ​ເປັນ​ທີ່​ພໍ​ໃຈ​ຂອງ​ບາງ​ຄົນ, ບາງ​ທີ​ມັນ​ຮ່ວມ​ດ້ວຍ​ໄມ້​ກາງ​ແຂນ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ເຮົາ​ຄວນ​ຮັບ​ແບກ​ໄມ້​ກາງ​ແຂນ​ຂອງ​ເຮົາ ແລ້ວ​ຕິດ​ຕາມ​ພຣະ​ອົງ​ໄປ.12 ແນ່ນອນ ເພາະ​ຈະ​ມີມື້​​ທີ່​ມືດ​ມົນ ແລະ ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ພຣະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ນຳ​ພາ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ຢູ່​ໃນ​ກ້ອນ​ເມກ​ໃນ​ຕອນ​ກາງ​ເວັນ, ແລະ ຢູ່​ໃນ​ເລົາ​ໄຟ​ໃນ​ຕອນ​ກາງ​ຄືນ, ມອບ​ຮາວ​ເຫລັກ​ໃຫ້, ເປີດ​ປະ​ຕູ​ແຄບ​ທີ່​ນຳ​ໄປ​ສູ່​ທາງ​ຄັບ, ແລະ ເໜືອ​ສິ່ງ​ອື່ນ​ໃດ ໃຫ້​ພະ​ລັງ​ແກ່​ເຮົາ ເພື່ອ​ສຳ​ເລັດ​ໃນ​ການ​ເດີນ​ທາງ.13

ດັ່ງ​ນັ້ນ​ກະ​ລຸ​ນາ, ກະ​ລຸ​ນາ, ຢູ່​ຮ່ວມ​ງານ​ລ້ຽງ​ທັງ​ຄືນ ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ຜັກ​ຄະ​ນາ​ກໍ​ຕາມ. ໃຫ້​ອາບ​ແສງ ຂອງ​ພຣະ​ອົງ ແລະ ໃຫ້​ຄົນ​ອື່ນ​ຢືມ​ໂຄມ​ໄຟ ຂອງ​ທ່ານ ເພື່ອ​ອຸ​ດົມ​ການ.14 ເຂົາ​ເຈົ້າ​ເຂົ້າ​ໃຈ​ຖືກ​ໃນ​ຊັ້ນ​ປະ​ຖົມ​ໄວ​ທີ່​ວ່າ: ພຣະ​ເຢ​ຊູ “[ຕ້ອງ​ການ​ເຈົ້າ] ເປັນ​ແສງ​ສ່ອງ” ແທ້ໆ.15

ເມື່ອ​ຢາ​ອີ​ໂຣ ຜູ້​ນຳ​ຊາວ​ຢິວ​ໄດ້​ອ້ອນ​ວອນ​ພຣະ​ເຢ​ຊູ​ໃຫ້​ປິ່ນ​ປົວ​ລູກ​ສາວ​ອາ​ຍຸ 12 ປີ​ຂອງ​ລາວ ທີ່​ກຳ​ລັງ​ຈະ​ຕາຍ​ຢູ່​ທີ່​ບ້ານ, ແຕ່​ຝູງ​ຊົນ​ທີ່​ຢູ່​ອ້ອມ​ຮອບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ນ່ວງ​ພຣະ​ອົງ​ໄວ້​ດົນ​ນານ​ຈົນ​ຜູ້​ຮັບ​ໃຊ້​ຄົນ​ໜຶ່ງ​ໄດ້​ມາ​ບອກ​ພໍ່​ຜູ້​ຮ້ອນ​ຮົນ​ໃຈ​ວ່າ, “ລູກ​ສາວ​ຂອງ​ເຈົ້າ​ຕາຍ​ແລ້ວ ຢ່າ​ລົບ​ກວນ​ອາ​ຈານ​ຕໍ່​ໄປ​ອີກ​ເລີຍ.”

“ແຕ່​ພຣະ​ເຢ​ຊູ​ໄດ້​ຍິນ​ຂ່າວ​ນັ້ນ, ຈຶ່ງ​ກ່າວ​ແກ່​ຢາ​ອີ​ໂຣ​ວ່າ, ຢ່າ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍ​ດີ.”16

ແລະ ນາງ​ກໍ​ຫາຍ​ດີ. ແລະ ທ່ານ​ກໍ​ຈະ​ຫາຍ​ດີ​ຄື​ກັນ. “ຢ່າ​ວິ​ຕົກ​ເລີຍ: ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”

ເພາະ​ວ່າ​ທ່ານ​ແຕ່​ລະ​ຄົນ​ໃນ​ກອງ​ປະ​ຊຸມນີ້​ມີ​ຄ່າ​ປະ​ເສີດ​ລ້ຳ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ສາດ​ສະ​ໜາ​ຈັກ​ນີ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ປິດ​ທ້າຍ​ດ້ວຍ​ຄຳ​ປະ​ກາດ​ພິ​ເສດ​ຂອງ​ອັກ​ຄະ​ສາ​ວົກ. ກ່ອນ​ທ່ານ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ທ່ານ​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​​ທີ່​ໃສ່​ໄວ້​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ທ່ານ​ແລ້ວ,17 “ຄວາມ​ສະ​ຫວ່າງ​ຊຶ່ງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ, … ໃຫ້​ຊີ​ວິດ​ແກ່​ທຸກ​ສິ່ງ​ທັງ​ປວງ,”18 ແລະ ເປັນ​ອິດ​ທິ​ພົນ​ໃນ​ທາງ​ດີ ໃນ​ໃຈ​ຂອງ​ຜູ້​ຄົນ​ທັງ​ປວງ​ທີ່​ເຄີຍ​ມີ​ຊີ​ວິດ ຫລື ຈະ​ມີ​ຊີ​ວິດ. ຄວາມ​ສະ​ຫວ່າງນັ້ນ​ໄດ້​ຖືກມອບ​ໃຫ້​ເພື່ອ​ປົກ​ປ້ອງ​ທ່ານ ແລະ ສິດ​ສອນ​ທ່ານ. ຈຸດ​ໃຈ​ກາງ​ຂອງ​ຂ່າວ​ສານນັ້ນ​ແມ່ນ​ວ່າ ຊີ​ວິດ​ແມ່ນ​ຂອງ​ປະ​ທານ​ທີ່​ມີ​ຄ່າ​ທີ່​ສຸດ​ໃນ​ຂອງ​ປະ​ທານ​ທັງ​ໝົດ, ເປັນ​ຂອງ​ປະ​ທານ​ທີ່​ເຮົາ​ຈະ​ຮັບ​ໄດ້ ພຽງ​ແຕ່​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ເທົ່າ​ນັ້ນ. ໃນ​ຖາ​ນະ​ຄວາມ​ສະ​ຫວ່າງ ແລະ ຊີ​ວິດ​ຂອງ​ໂລກ,19 ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ ໄດ້​ມາ​ເພື່ອ​ມອບ​ຊີ​ວິດ​ໃຫ້​ເຮົາ​ໂດຍ​ການ​ເອົາ​ຊະ​ນະ​ຄວາມ​ຕາຍ.

ເຮົາ​ຕ້ອງ​ອຸ​ທິດ​ຕົນ​ໃຫ້​ເຕັມ​ທີ່​ກັບ​ຂອງ​ປະ​ທານ​ແຫ່ງ​ຊີ​ວິດ​ນັ້ນ ແລະ ແລ່ນ​ໄປ​ຊ່ວຍ​ຜູ້​ທີ່​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍ​ຂອງ​ປະ​ທານ​ສັກ​ສິດ​ນີ້​ໄປ. ຜູ້​ນຳ, ທີ່​ປຶກ​ສາ, ໝູ່​ເພື່ອນ, ຄອບ​ຄົວ—ຈົ່ງ​ສັງ​ເກດ​ເບິ່ງ​ສັນ​ຍານ​ຂອງ​ຄວາມ​ຊຶມ​ເສົ້າ, ສິ້ນ​ຫວັງ, ຫລື ສິ່ງ​ໃດ​ກໍ​ຕາມ​ທີ່​ບົ່ງ​ບອກ​ເຖິງ​ການ​ທຳ​ຮ້າຍ​ຕົນ​ເອງ. ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ. ຮັບ​ຟັງ. ເຮັດ​ບາງ​ສິ່ງ​ເພື່ອ​ເຂົ້າ​ແຊກ​ແຊງ​ຕາມ​ຄວາມ​ເໝາະ​ສົມ.

ສຳ​ລັບ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ທີ່​ກຳ​ລັງ​ດີ້ນ​ລົນ, ບໍ່​ວ່າ​ບັນ​ຫາ ຫລື ຄວາມ​ຫຍຸ້ງ​ຍາກ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ແບບ​ໃດ, ຄວາມ​ຕາຍ​ໂດຍ​ການ​ຂ້າ​ຕົວ​ຕາຍ ບໍ່​ແມ່ນ ຄຳ​ຕອບ​ທີ່​ສະ​ແດງ​ໃຫ້​ປະ​ຈັກ. ມັນ​ຈະ​ບໍ່​ບັນ​ເທົາ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຈົ້າ​ຮູ້​ສຶກ ຫລື ພວກ​ເຈົ້າ​ຄິດ​ວ່າ​ຕົວ​ເອງ​ເປັນ​ຄົນ​ກໍ່. ໃນ​ໂລກ​ທີ່​ຕ້ອງ​ການ​ຄວາມ​ສະ​ຫວ່າງ​ຫລາຍ​ທີ່​ສຸດ, ກະ​ລຸ​ນາ ຢ່າ ລົດ​ຄວາມ​ສະ​ຫວ່າງ​ນິ​ລັນ​ດອນ​ທີ່​ພຣະ​ເຈົ້າ​ໄດ້​ໃສ່​ໄວ້​ໃນ​ຈິດ​ວິນ​ຍານ ຂອງ​ພວກ​ເຈົ້າ ກ່ອນ​ໂລກ​ນີ້​ມີ​ມາ. ໃຫ້​ເວົ້າ​ລົມ​ກັບ​ບາງ​ຄົນ. ຂໍ​ຄວາມ​ຊ່ວຍ​ເຫລືອ. ຈົ່ງ ຢ່າ ທຳ​ລາຍ​ຊີ​ວິດ​ທີ່​ພຣະ​ຄຣິດ​ໄດ້​ມອບ​ຊີ​ວິດ ຂອງ​ພຣະ​ອົງ ເພື່ອ​ຮັກ​ສາ​ມັນ​ໄວ້. ພວກ​ເຈົ້າ​ສາ​ມາດ​ອົດ​ທົນ​ກັບ​ການ​ດີ້ນ​ລົນ​ຂອງ​ຊີ​ວິດ​ມະ​ຕະ​ນີ້​ໄດ້ ເພາະ​ພວກ​ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ແບກ​ຫາບ​ມັນ. ພວກ​ເຈົ້າ​ເຂັ້ມ​ແຂງ​ຫລາຍ​ກວ່າ​ທີ່​ພວກ​ເຈົ້າ​ຄິດ. ຄວາມ​ຊ່ວຍ​ເຫລືອ ມີ ຢູ່, ຈາກ​ຄົນ​ອື່ນ ແລະ ໂດຍ​ສະ​ເພາະ​ຈາກ​ພຣະ​ເຈົ້າ. ພວກ​ເຈົ້າ​ເປັນ​ທີ່​ຮັກ ແລະ ມີ​ຄ່າ ແລະ ເປັນ​ທີ່​ຕ້ອງ​ການ. ພວກ​ເຮົາ​ຕ້ອງ​ການ​ພວກ​ເຈົ້າ. “ຢ່າ​ວິ​ຕົກ​ເລີຍ: ຈົ່ງ​ເຊື່ອ​ເທົ່າ​ນັ້ນ.”

ມີ​ຄົນ​ໜຶ່ງ​ໄດ້​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ສິ້ນ​ຫວັງ​ຫລາຍ​ກວ່າ​ພວກ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ຈະ​ເຄີຍ​ປະ​ເຊີນ ຄັ້ງ​ໜຶ່ງ​ໄດ້​ຮ້ອງ​ອອກ​ມາ: “ກ້າວ​ໄປ​ໜ້າ [ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ]. ຈົ່ງ​ກ້າ​ຫານ, … ແລະ ກ້າວ​ຕໍ່​ໄປ, ຕໍ່​ໄປ​ເຖິງ​ໄຊ​ຊະ​ນະ! ໃຫ້​ໃຈ​ຂອງ​ພວກ​ທ່ານ​ປິ​ຕິ​ຍິນ​ດີ​ເຖີດ, ແລະ ດີ​ໃຈ​ຢ່າງ​ຍິ່ງ.”20 ເຮົາ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ໜ້າ​ຍິນ​ດີ. ເຮົາ​ມີ​ກັນ​ແລະ​ກັນ, ແລະ ເຮົາ​ມີ​ພຣະ​ອົງ. ຢ່າ​ປະ​ຕິ​ເສດ​ໂອ​ກາດ​ທີ່​ຈະ​ໃຫ້​ພວກ​ເຮົາ​ມີ​ພວກ​ເຈົ້າ, ຂ້າ​ພະ​ເຈົ້າ​ອ້ອນ​ວອນ, ໃນ​ພຣະ​ນາມ​ອັນ​ສັກ​ສິດ ແລະ ບໍ​ລິ​ສຸດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ພຣະ​ອາ​ຈານ​ຂອງ​ເຮົາ, ອາ​ແມນ.