ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ເປັນ​ສາ​ນຸ​ສິດ​ທີ່​ກ້າ​ຫານ​ໃນ​ຍຸກ​ສຸດ​ທ້າຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ເປັນ​ສາ​ນຸ​ສິດ​ທີ່​ກ້າ​ຫານ​ໃນ​ຍຸກ​ສຸດ​ທ້າຍ

ຂໍ​ໃຫ້​ເຮົາ​ໝັ້ນ​ໃຈ, ບໍ່​ຂໍ​ໂທດ, ກ້າ​ຫານ, ບໍ່​ຂີ້​ຢ້ານ, ຊື່​ສັດ, ບໍ່​ຢ້ານ​ກົວ ຂະ​ນະ​ທີ່​ເຮົາ​ຍົກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂຶ້ນ ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ເຫລົ່າ​ນີ້.

ອຳ​ເພີ​ໃຈ​ທາງ​ສິນ​ທຳ​ເປັນ​ຂອງ​ປະ​ທານ​ອັນ​ລ້ຳ​ຄ່າ​ຈາກ​ພຣະ​ເຈົ້າ​ທີ່​ມອບ​ໃຫ້​ແກ່​ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ.1 ເຮົາ “ເປັນ​ອິດ​ສະ​ລະ​ທີ່​ຈະ​ເລືອກ​ເສ​ລີ​ພາບ ແລະ ຊີ​ວິດ​ນິ​ລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະ​ນຸດ​ທັງ​ປວງ, ຫລື ຈະ​ເລືອກ​ການ​ເປັນ​ຊະ​ເລີຍ ແລະ ຄວາມ​ຕາຍ, ຕາມ​ການ​ເປັນ​ຊະ​ເລີຍ ແລະ ອຳ​ນາດ​ຂອງ​ມານ.”2 ພຣະ​ເຈົ້າ ຈະ​ບໍ່ ບັງ​ຄັບ​ເຮົາ​ໃຫ້​ເຮັດ​ຄວາມ​ດີ, ແລະ ມານ ບໍ່​ສາ​ມາດ ບັງ​ຄັບ​ເຮົາ​ໃຫ້​ເຮັດ​ຄວາມ​ຊົ່ວ​ໄດ້.3 ເຖິງ​ແມ່ນ​ວ່າ ບາງ​ຄົນ​ອາດ​ຄິດ​ວ່າ​ຄວາມ​ເປັນ​ມະ​ຕະ​ເປັນ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ພຣະ​ເຈົ້າ​ກັບ​ຜູ້​ປໍ​ລະ​ປັກ, ແຕ່​ພຣະ​ຄຳ​ດຽວ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ “ແລ້ວ​ຊາ​ຕານ​ກໍ​ມິດ​ງຽບ ແລະ ຖືກ​ໄລ່​ອອກ​ໄປ. … ແມ່ນ​ພະ​ລັງ [ຂອງ​ເຮົາ] ທີ່​ຖືກ​ທົດ​ສອບ—ບໍ່​ແມ່ນ​ຂອງ​ພຣະ​ເຈົ້າ.”4

ດັ່ງ​ນັ້ນ​ໃນ​ທີ່​ສຸດ​ເຮົາ​ຈະ​ເກັບ​ກ່ຽວ​ສິ່ງ​ທີ່​ເຮົາ​ເລືອກ​ມາ​ຕະ​ຫລອດ​ຊີ​ວິດ​ຂອງ​ເຮົາ.5 ສະ​ນັ້ນ​ຄວາມ​ຄິດ, ຄວາມ​ປາດ​ຖະ​ໜາ, ຄຳ​ເວົ້າ, ແລະ ວຽກ​ງານ​ທັງ​ໝົດ​ຂອງ​ເຮົາ ຈະ​ກ່າວ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຮັບ​ໃຊ້​ທີ່​ພຣະ​ອົງ​ໄດ້​ເລືອກ, ແລະ ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ? ການ​ບັບ​ຕິ​ສະ​ມາ, ຖາ​ນະ​ປະ​ໂລ​ຫິດ, ແລະ ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ຫລາຍ​ກວ່າ​ຄຳ​ຍ້ອງ​ຍໍ​ຂອງ​ໂລກ ຫລື ຈຳ​ນວນ “ກົດ​ໄລ້” ຢູ່​ໃນ​ສື່​ສັງ​ຄົມ​ຫລື​ບໍ່? ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ແຂງ​ແກ່ນ​ຫລາຍ​ກວ່າ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ສິ່ງ​ໃດ ຫລື ຄົນ​ໃດ​ໃນ​ຊີ​ວິດ​ນີ້​ຫລື​ບໍ່?

ຜູ້​ປໍ​ລະ​ປັກ ແລະ ບໍ​ລິ​ວານ​ຂອງ​ມັນ​ໄດ້​ພະ​ຍາ​ຍາມ​ທຳ​ລາຍ​ວຽກ​ງານ​ຂອງ​ພຣະ​ຄຣິດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ສະ​ເໝີ. ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຖ້າ​ຫາກ​ບໍ່​ຖືກ​ລະ​ເລີຍ​ທັງ​ໝົດ, ກໍ​ຖືກ​ໃຫ້​ເຫດ​ຜົນ​ວ່າ​ບໍ່​ມີ​ຄວາມ​ໝາຍ ໂດຍ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃນ​ທຸກ​ວັນ​ນີ້. ຜູ້​ສົ່ງ​ຂ່າວ​ຂອງ​ພຣະ​ເຈົ້າ​ທີ່​ສິດ​ສອນ​ຄວາມ​ຈິງ​ທີ່ “ບໍ່​ສະ​ດວກ” ມັກ​ຈະ​ຖືກ​ປະ​ຕິ​ເສດ. ແມ່ນ​ແຕ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ອົງ​ເອງ​ກໍ​ເຄີຍ​ຖືກ​ເອີ້ນ​ວ່າ “ເປັນ​ຄົນ​ກິນ​ເກີນ​ສ່ວນ, ແລະ ມັກ​ເມົາ,”6 ຖືກ​ກ່າວ​ຫາ​ວ່າ​ລົບ​ກວນ​ຄວາມ​ຮູ້​ສຶກ​ສາ​ທາ​ລະ​ນະ ແລະ ສ້າງ​ຄວາມ​ແຕກ​ແຍກ. ຜູ້​ຄົນ​ທີ່​ອ່ອນ​ແອ ແລະ ຮູ້​ເຫັນ​ເປັນ​ໃຈ “ໄດ້​ປຶກ​ສາ​ກັນ​ວາງ​ແຜນ ເພື່ອ​ຈັບ​ຜິດ,”7 ແລະ “ນິ​ກາຍ” ຂອງ​ພຣະ​ອົງ ຊາວ​ຄຣິດ​ລຸ້ນ​ທຳ​ອິດ ກໍ​ໄດ້​ຖືກ “ກ່າວ​ຕໍ່​ຕ້ານ … ໃນ​ທຸກ​ບ່ອນ.”8

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຜູ້​ຕິດ​ຕາມ​ລຸ້ນ​ທຳ​ອິດ​ຂອງ​ພຣະ​ອົງ​ໄດ້​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ​ທີ່​ຮ້າຍ​ແຮງ ທັງ​ພາຍ​ໃນ ແລະ ພາຍ​ນອກ, ແລະ ເຮົາ​ກໍ​ປະ​ເຊີນ​ເຊັ່ນ​ກັນ. ທຸກ​ວັນ​ນີ້​ເກືອບ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ສັດ​ທາ​ຂອງ​ເຮົາ​ຢ່າງ​ກ້າ​ຫານ ໂດຍ​ປາດ​ສະ​ຈາກ​ການ​ດູ​ຖູກ ແລະ ການ​ຖືກ​ຊີ້​ມື​ເຍາະ​ເຍີ້ຍ​ຕໍ່​ໜ້າ ຫລື ໃນ​ອອນ​ລາຍ ຈາກ​ທາງ​ໂລກ​ເປັນ​ບາງ​ຄັ້ງ. ການ​ເຮັດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ໝັ້ນ​ໃຈ​ແມ່ນ​ເປັນ​ລາງ​ວັນ, ແຕ່​ບາງ​ຄັ້ງ​ເຮົາ​ອາດ​ກາຍ​ເປັນ​ເປົ້າ​ຂອງ​ຜູ້​ສະ​ໜັບ​ສະ​ໜູນ​ທິດ​ສະ​ດີ​ທີ່​ວ່າ “ຈົ່ງ​ກິນ, ຈົ່ງ​ດື່ມ, ແລະ ເຮັດ​ໃຫ້​ຕົນ​ເອງ​ມ່ວນ​ຊື່ນ”9 ຊຶ່ງ​ສັດ​ທາ​ໃນ​ພຣະ​ຄຣິດ, ການ​ເຊື່ອ​ຟັງ, ແລະ ການ​ກັບ​ໃຈ​ຖືກ​ແທນ​ທີ່​ດ້ວຍ​ພາບ​ລວງ​ຕາ ວ່າ​ພຣະ​ເຈົ້າ​ຈະ​ຍອມ​ຕໍ່​ການ​ກະ​ທຳ​ບາບ​ເລັກ​ນ້ອຍ ເພາະ​ພຣະ​ອົງ​ຮັກ​ເຮົາ​ຫລາຍ.

ການ​ກ່າວ “ໂດຍ​ສຽງ [ຂອງ​ພຣະ​ອົງ] ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້ [ຂອງ​ພຣະ​ອົງ],”10 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ກ່າວ​ກ່ຽວ​ກັບ​ວັນ​ເວ​ລາ​ຂອງ​ເຮົາ​ບໍ​ວ່າ “ເພາະ​ຈະ​ເຖິງ​ເວ​ລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຄຳ​ສອນ​ອັນ​ແທ້​ຈິງ; ແຕ່​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຂົາ​ເອງ ແລະ ຈະ​ຮວບ​ຮວມ​ຄຳ​ສອນ​ໄວ້​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ເຂົາ” ແລະ ຄົນ​ຫລາຍ​ຄົນ​ເຫລົ່າ​ນັ້ນ “ຈະ​ບໍ່​ຟັງ​ຄວາມ​ຈິງ​ອີກ​ຕໍ່​ໄປ; ເຂົາ​ຈະ​ຫັນ​ໄປ​ສົນ​ໃຈ​ນິ​ຍາຍ​ເລື່ອງ​ຕ່າງໆ”?11 ພຣະ​ອົງ​ບໍ່​ໄດ້​ຄ່ຳ​ຄວນ​ບໍ​ວ່າ “ການ​ທີ່​ພວກ​ເຂົາ​ນະ​ມັດ​ສະ​ການ​ເຮົາ​ນັ້ນ ເປັນ​ການ​ໄຮ້​ປະ​ໂຫຍດ, ເພາະ​ພວກ​ເຂົາ​ເອົາ​ຄຳ​ສັ່ງ​ສອນ​ຕາມ​ທຳ​ນຽມ​ຂອງ​ມະ​ນຸດ”?12 ພຣະ​ອົງ​ບໍ່​ໄດ້​ເຕືອນ​ບໍ​ວ່າ “ໃນ​ທ່າມ​ກາງ​ພວກ​ທ່ານ​ເອງ ຈະ​ມີ​ຄົນ​ເວົ້າ​ປີ້ນ​ຄວາມ​ຈິງ, ແລະ ຊັກ​ຊວນ​ເອົາ​ຄົນ​ທີ່​ເຊື່ອ​ໃຫ້​ຫລົງ​ໄປ​ຕາມ​ພວກ​ເຂົາ”?13 ພຣະ​ອົງ​ບໍ່​ໄດ້​ຫລິງ​ເຫັນ​ລ່ວງ​ໜ້າ​ບໍ​ວ່າ “ສິ່ງ​ທີ່​ຊົ່ວ [ຈະ​ຖືກ​ເອີ້ນ​ວ່າ] ສິ່ງ​ທີ່​ດີ, ແລະ ສິ່ງ​ທີ່​ດີ​ຈະ​ຖືກ​ເອີ້ນ​ວ່າ​ສິ່ງ​ທີ່​ຊົ່ວ”14 ແລະ ວ່າ “ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຕົນ​ກໍ​ຈະ​ເປັນ​ສັດ​ຕູ​ຜູ້​ຮ້າຍ​ຕໍ່​ກັນ”?15

ແລ້ວ​ເຮົາ​ເດ? ເຮົາ​ຄວນ​ຖືກ​ຂົ່ມ​ຂູ່ ຫລື ຢ້ານ​ກົວ​ບໍ? ເຮົາ​ຄວນ​ດຳ​ລົງ​ຊີ​ວິດ​ຕາມ​ສາດ​ສະ​ໜາ​ຂອງ​ເຮົາ​ແບບ​ລັບໆ​ບໍ? ຄົງ​ບໍ່​ເປັນ​ແນວ​ນັ້ນ​ດອກ! ດ້ວຍ​ສັດ​ທາ​ໃນ​ພຣະ​ຄຣິດ, ເຮົາ​ບໍ່​ຕ້ອງ​ຢ້ານ​ກົວ​ຄຳ​ຕຳ​ນິ​ຂອງ​ມະ​ນຸດ ຫລື ຢ່າ​ຢ້ານ​ຄຳ​ປ້ອຍ​ດ່າ​ຂອງ​ພວກ​ເຂົາ.16 ໂດຍ​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຫາງ​ເສືອ ແລະ ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ເພື່ອ​ນຳ​ພາ ແລະ ຊີ້​ນຳ​ພວກ​ເຮົາ, “ຜູ້​ໃດ​ຈະ​ຕໍ່​ສູ້​ພວກ​ເຮົາ​ໄດ້?”17 ຂໍ​ໃຫ້​ເຮົາ​ໝັ້ນ​ໃຈ, ບໍ່​ຂໍ​ໂທດ, ກ້າ​ຫານ, ບໍ່​ຂີ້​ຢ້ານ, ຊື່​ສັດ, ບໍ່​ຢ້ານ​ກົວ ຂະ​ນະ​ທີ່​ເຮົາ​ຍົກ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂຶ້ນ ໃນ​ວັນ​ເວ​ລາ​ສຸດ​ທ້າຍ​ເຫລົ່າ​ນີ້.18

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງ​ວ່າ “ທຸກ​ຄົນ​ທີ່​ຮັບ​ເຮົາ​ຕໍ່​ໜ້າ​ມະ​ນຸດ, ເຮົາ​ກໍ​ຈະ​ຮັບ​ຜູ້​ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ​ໃນ​ສະ​ຫວັນ​ເໝືອນ​ກັນ. … ແຕ່​ຖ້າ​ຜູ້​ໃດ​ປະ​ຕິ​ເສດ​ເຮົາ​ຕໍ່​ໜ້າ​ມະ​ນຸດ, ເຮົາ​ກໍ​ຈະ​ປະ​ຕິ​ເສດ​ຜູ້ນັ້ນ​ຕໍ່​ພຣະ​ພັກ​ພຣະ​ບິ​ດາ​ຂອງ​ເຮົາ​ໃນ​ສະ​ຫວັນ​ເໝືອນ​ກັນ.”19

ເພາະ​ເຫດ​ນີ້, ໃນ​ຂະ​ນະ​ທີ່​ບາງ​ຄົນ​ອາດ​ມັກ​ໃຫ້​ມີ​ພຣະ​ເຈົ້າ​ຜູ້​ສະ​ເດັດ​ມາ​ໂດຍ​ບໍ່​ມີ​ພຣະ​ບັນ​ຍັດ, ແຕ່​ຂໍ​ໃຫ້​ເຮົາ​ເປັນ​ພະ​ຍານ​ຢ່າງ​ກ້າ​ຫານ, ໃນ​ຖ້ອຍ​ຄຳ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ວ່າ “ພຣະ​ເຈົ້າ​ທີ່​ບໍ່​ມີ​ການ​ຮຽກ​ຮ້ອງ ກໍ​ເທົ່າ​ກັບ​ເປັນ​ພຣະ​ເຈົ້າ​ທີ່​ບໍ່​ມີ​ຢູ່.”20

ເຖິງ​ແມ່ນ​ບາງ​ຄົນ​ອາດ​ມັກ​ເລືອກ​ທີ່​ຈະ​ເຮັດ​ຕາມ​ພຣະ​ບັດ​ຍັດ​ຂໍ້​ທີ່​ພວກ​ເຂົາ​ມັກ, ຂໍ​ໃຫ້​ເຮົາ​ຈົ່ງ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃຫ້ “ດຳ​ລົງ​ຊີ​ວິດ​ຕາມ ທຸກ ຄຳ​ຊຶ່ງ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ.”21

ໃນ​ຂະ​ນະ​ທີ່​ຫລາຍ​ຄົນ​ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຮັບ​ຮູ້​ການ “ເຮັດ​ສິ່ງ​ໃດ​ກໍ​ຕາມ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ [ເຮົາ],”22 ຂໍ​ໃຫ້​ເຮົາ​ຈົ່ງ​ປະ​ກາດ​ຢ່າງ​ກ້າ​ຫານ​ວ່າ ມັນ​ຜິດ​ທີ່​ຈະ “ເຂົ້າ​ຂ້າງ​ສຽງ​ສ່ວນ​ຫລາຍ​ເມື່ອ​ພວກ​ເຂົາ​ເຮັດ​ຜິດ,”23 ເພາະ​ວ່າ “ຝູງ​ຊົນ​ບໍ່​ສາ​ມາດ​ເຮັດ​ໃຫ້​ຖືກ​ຕ້ອງ​ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ປະ​ກາດ​ວ່າ​ຜິດ.”24

“ໂອ້ ຈົ່ງ​ຈື່​ຈຳ​ໄວ້, ຈື່​ຈຳ​ໄວ້ … ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນັ້ນ​ເຄັ່ງ​ຄັດ [ແຕ່​ຍັງ​ປົດ​ປ່ອຍ] ພຽງ​ໃດ.”25 ບາງ​ຄັ້ງ​ການ​ສິດ​ສອນ​ພຣະ​ບັນ​ຍັດ​ຢ່າງ​ແຈ່ມ​ແຈ້ງ ອາດ​ຈະ​ຖືກ​ເຫັນ​ວ່າ​ເປັນ​ການ​ບໍ່​ອົດ​ທົນ. ສະ​ນັ້ນ​ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແດງ​ຄວາມ​ນັບ​ຖື​ວ່າ ມັນ​ບໍ່​ພຽງ​ເປັນ​ໄປ​ໄດ້​ເທົ່າ​ນັ້ນ ແຕ່​ຈຳ​ເປັນ​ທີ່​ຈະ​ຮັກ​ລູກ​ຂອງ​ພຣະ​ເຈົ້າ​ຜູ້​ຮັບ​ເອົາ​ຄວາມ​ເຊື່ອ​ທີ່​ແຕກ​ຕ່າງ​ໄປ​ຈາກ​ເຮົາ​ນຳ​ອີກ.

ເຮົາ​ສາ​ມາດ​ຍອມ​ຮັບ ແລະ ນັບ​ຖື​ຄົນ​ອື່ນ​ໂດຍ​ບໍ່​ຕ້ອງ​ສະ​ໜັບ​ສະ​ໜູນ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ ຫລື ການ​ກະ​ທຳ​ທີ່​ບໍ່​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ. ບໍ່​ຈຳ​ເປັນ​ຕ້ອງ​ປະ​ຖິ້ມ​ຄວາມ​ຈິງ ຍ້ອນ​ການ​ເຫັນ​ດ້ວຍ ແລະ ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ສັງ​ຄົມ.

ຊີ​ໂອນ ແລະ ບາ​ບີ​ໂລນ​ປຽບ​ທຽບ​ກັນ​ບໍ່​ໄດ້. “ບໍ່​ຫ່ອນ​ມີ​ຜູ້​ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້.”26 ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ຈື່​ຈຳ​ຄຳ​ຖາມ​ທີ່​ເຈາະ​ເລິກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ວ່າ, “ເປັນ​ຫຍັງ​ເຈົ້າ​ທັງ​ຫລາຍ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ພຣະ​ອົງ​ເຈົ້າ​ຂ້າ, ພຣະ​ອົງ​ເຈົ້າ​ຂ້າ, ແຕ່ ບໍ່ ໄດ້​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ພວກ​ເຈົ້າ?”27

ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ການ​ເຊື່ອ​ຟັງ​ທີ່​ເຕັມ​ໃຈ ແລະ ດ້ວຍ​ຄວາມ​ສະ​ໝັກ​ໃຈ.

ຖ້າ​ຫາກ​ທ່ານ​ຮູ້​ສຶກ​ຢູ່​ລະ​ຫວ່າງ​ກາງ​ການ​ເປັນ​ສາ​ນຸ​ສິດ​ກັບ​ໂລກ, ຂໍ​ໃຫ້​ຈື່​ຈຳ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ “ໄດ້​ສົ່ງ​ຄຳ​ເຊີນ … , ເພາະ​ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ເດ່​ອອກ​ມາ [ຫາ​ທ່ານ], ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ກັບ​ໃຈ​ເຖີດ, ແລະ ເຮົາ​ຈະ​ຮັບ​ເຈົ້າ​ໄວ້.”28

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຄຣິດ “ຈະ​ສະ​ແດງ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ອົງ ນັບ​ຈາກ​ເວ​ລາ​ນີ້​ໄປ ຈົນ​ເຖິງ​ເວ​ລາ​ທີ່​ພຣະ​ອົງ​ສະ​ເດັດ​ມາ​ອີກ.”29 ແຕ່​ເພິ່ນ​ກໍ​ໄດ້​ສິດ​ສອນ​ອີກ​ວ່າ “ຜູ້​ທີ່​ເລືອກ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເບິ່ງ​ຄື​ວ່າ​ຈະ​ອົດ​ທົນ​ຕໍ່​ການ​ຂົ່ມ​ເຫັງ.”30 ການ “ຖື​ວ່າ​ຕົນ​ເປັນ​ຜູ້​ສົມ​ຄວນ​ທີ່​ຕ້ອງ​ຖືກ​ໝິ່ນ​ປະ​ໝາດ ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ພຣະ​ອົງ”31 ບາງ​ເທື່ອ​ອາດ​ເປັນ​ເລື່ອງ​ທີ່​ເຮົາ​ຕ້ອງ​ຈັດ​ການ ຂະ​ນະ​ທີ່​ເຮົາ “ອະ​ນຸ​ຍາດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ມີ​ຄວາມ​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ.”32

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຜູ້​ໃດ​ທີ່ ບໍ່ ສົງ​ໄສ​ເຮົາ​ກໍ​ເປັນ​ສຸກ.”33 ໃນ​ບ່ອນ​ອື່ນໆ​ເຮົາ​ຮຽນ​ຮູ້​ວ່າ “ຄົນ​ທີ່ ຮັກ ກົດ​ບັນ​ຍັດ​ກໍ​ປອດ​ໄພ​ດີ: ແລະ ບໍ່​ມີ​ສິ່ງ​ໃດ ທີ່​ເຮັດ​ໃຫ້​ພວກ​ເຂົາ​ລົ້ມ​ລົງ​ໄດ້.”34 ບໍ່​ມີ​ສິ່ງ​ໃດ! ສະ​ນັ້ນ​ຂໍ​ໃຫ້​ເຮົາ​ຖາມ​ຕົວ​ເອງ​ວ່າ, “ເຮົາ​ທົນ​ຢູ່​ໄດ້​ດົນ​ບໍ, ເມື່ອ​ເກີດ​ຄວາມ​ຍາກ​ລຳ​ບາກ ຫລື ຖືກ​ຂົ່ມ​ເຫັງ ເພາະ​ພຣະ​ທຳ​ນັ້ນ ຕົນ​ຈຶ່ງ​ເຊົາ​ເຊື່ອ​ພຣະ​ທຳ​ນັ້ນ​ທັນ​ທີ?35 ເຮົາ​ຖືກ​ສ້າງ​ຂຶ້ນ​ເທິງ​ດານ​ຫີນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຫລື​ບໍ່?”

ນັກ​ສຳ​ພັນ​ທາງ​ສິນ​ທຳ​ສະ​ໜັບ​ສະ​ໜູນ​ວ່າ ຄວາມ​ຈິງ​ນັ້ນ​ເປັນ​ພຽງ​ໂຄງ​ສ້າງ​ທາງ​ສັງ​ຄົມ​ເທົ່າ​ນັ້ນ, ວ່າ​ມັນ​ບໍ່​ມີ​ຄວາມ​ສົມ​ບູນ​ທາງ​ສິນ​ທຳ​ເລີຍ. ສິ່ງ​ທີ່​ພວກ​ເຂົາ​ເວົ້າ​ແທ້ໆ​ແມ່ນ​ວ່າ ມັນ​ບໍ່​ມີ​ບາບ,36 ວ່າ “ແມ່ນ​ຫຍັງ​ກໍ​ຕາມ​ທີ່​ຕົນ​ເອງ [ເຮັດ] ຈະ​ບໍ່​ມີ​ຄວາມ​ຜິດ​ເລີຍ,”37 ເປັນ​ປັດ​ຊະ​ຍາ​ທີ່​ຜູ້​ປໍ​ລະ​ປັກ​ອ້າງ​ວ່າ​ເປັນ​ຜູ້​ປະ​ພັນ​ທີ່​ພາກ​ພູມ​ໃຈ! ສະ​ນັ້ນ​ຂໍ​ໃຫ້​ເຮົາ​ຈົ່ງ​ລະ​ວັງ​ໝາ​ໄນ​ທີ່​ນຸ່ງ​ຂົນ​ແກະ ຊຶ່ງ​ກຳ​ລັງ​ຮັບ​ສະ​ໝັກ​ຢູ່ ແລະ “ມັກ​ໃຊ້​ຄວາມ​ສົງ​ໄສ​ທາງ​ປັນ​ຍາ​ເປັນ​ຂໍ້​ແກ້​ຕົວ​ສຳ​ລັບ​ການ​ປະ​ພຶດ​ທີ່​ບໍ່​ດີ​ຂອງ [ຕົນ​ເອງ].”38

ຖ້າ​ຫາກ​ເຮົາ​ຢາກ​ເປັນ​ສາ​ນຸ​ສິດ​ທີ່​ກ້າ​ຫານ​ຂອງ​ພຣະ​ຄຣິດ​ແທ້ໆ, ເຮົາ​ຈະ​ພົບ​ຫົນ​ທາງ. ຖ້າ​ບໍ່​ດັ່ງ​ນັ້ນ, ຜູ້​ປໍ​ລະ​ປັກ​ຈະ​ສະ​ເໜີ​ທາງ​ເລືອກ​ທີ່​ດຶງ​ດູດ​ໃຈ. ແຕ່​ໃນ​ຖາ​ນະ​ສາ​ນຸ​ສິດ​ທີ່​ຊື່​ສັດ, “ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ຂໍ​ໂທດ​ສຳ​ລັບ​ຄວາມ​ເຊື່ອ​ຂອງ​ເຮົາ ຫລື ຖອຍ​ຫລັງ​ຈາກ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ເປັນ​ຄວາມ​ຈິງ.”39

ສຸດ​ທ້າຍ​ນີ້, ມີ​ຄຳ​ເວົ້າ​ກ່ຽວ​ກັບ​ຜູ້​ຮັບ​ໃຊ້ 15 ທ່ານ​ຂອງ​ພຣະ​ເຈົ້າ​ທີ່​ນັ່ງ​ຢູ່​ຂ້າງ​ຫລັງ​ຂ້າ​ພະ​ເຈົ້າ. ໃນ​ຂະ​ນະ​ທີ່​ຊາວ​ໂລກ “ບອກ​ຜູ້​ທຳ​ນາຍ​ໃຫ້​ມິດ​ງຽບ,”40 ຜູ້​ຊື່​ສັດ “ໄດ້​ຮັບ​ມົງ​ກຸດ​ດ້ວຍ​ພອນ​ຈາກ​ເບື້ອງ​ເທິງ, ແທ້​ຈິງ​ແລ້ວ, ແລະ ດ້ວຍ​ບັນ​ຍັດ​ທີ່​ບໍ່​ແມ່ນ​ໜ້ອຍ, ແລະ ດ້ວຍ​ການ​ເປີດ​ເຜີຍ​ໃນ​ເວ​ລາ​ທີ່​ເໝາະ​ສົມ​ຂອງ​ມັນ.”41

ບໍ່​ເປັນ​ໜ້າ​ແປກ​ໃຈ​ເລີຍ​ທີ່, ທ່ານ​ເຫລົ່າ​ນີ້​ກາຍ​ເປັນ​ສາຍ​ຟ້າ​ແມບ​ເຫລື້ອມ​ສຳ​ລັບ​ຜູ້​ທີ່​ບໍ່​ເພິ່ງ​ພໍ​ໃຈ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ທີ່​ສາດ​ສະ​ດາ​ປະ​ກາດ. ຜູ້​ທີ່​ປະ​ຕິ​ເສດ​ສາດ​ສະ​ດາ ບໍ່​ຮູ້​ວ່າ “ຜູ້​ໃດ​ຜູ້​ໜຶ່ງ​ຈະ​ຕີ​ຄວາມ​ໝາຍ​ຂອງ​ຄຳ​ທຳ​ນາຍ​ໃນ​ພຣະ​ຄຳ​ພີ​ເອງ​ບໍ່​ໄດ້” ຫລື ເປັນ​ຜົນ​ຈາກ​ຄວາມ​ປະ​ສົງ​ຂອງ​ມະ​ນຸດ, “ແຕ່​ມະ​ນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະ​ເຈົ້າ ຕາມ​ທີ່​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊົງ​ດົນ​ໃຈ.”42

ເໝືອນ​ດັ່ງ​ໂປ​ໂລ, ທ່ານ​ເຫລົ່າ​ນີ້​ຂອງ​ພຣະ​ເຈົ້າ “ບໍ່​ໄດ້ … ລະ​ອາຍ​ທີ່​ຈະ​ເປັນ​ພະ​ຍານ​ຝ່າຍ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຮົາ​ທັງ​ຫລາຍ” ແລະ ຖືກ “ຈຳ​ຈອງ”43 ໃນ​ແງ່​ທີ່​ຄຳ​ສອນ​ທີ່​ພວກ​ເພິ່ນ​ສິດ​ສອນ​ບໍ່​ໄດ້​ເປັນ​ຂອງ​ພວກ​ເພິ່ນ ແຕ່​ເປັນ​ຂອງ​ພຣະ​ອົງ​ຜູ້​ໄດ້​ເອີ້ນ​ພວກ​ເພິ່ນ. ເໝືອນ​ດັ່ງ​ເປ​ໂຕ, ຈະ​ໃຫ້​ພວກ​ເພິ່ນ “ປິດ​ບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ ແລະ ສິ່ງ​ທີ່ [ພວກ​ເພິ່ນ] ໄດ້​ຍິນ​ບໍ່​ໄດ້.”44 ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເປັນ​ຄົນ​ດີ ແລະ ຊື່​ສັດ ທີ່​ຮັກ​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ ແລະ ເປັນ​ທີ່​ຮັກ​ຂອງ​ພຣະ​ອົງ. ເຮົາ​ຄວນ​ຮັບ​ເອົາ​ຖ້ອຍ​ຄຳ​ຂອງ​ພວກ​ເພິ່ນ ຄື​ກັບ​ວ່າ​ມັນ​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ “ດ້ວຍ​ຄວາມ​ອົດ​ທົນ​ທີ່​ສຸດ ແລະ ສັດ​ທາ​ທັງ​ໝົດ. ເພາະ​ໂດຍ​ການ​ເຮັດ​ສິ່ງ​ເຫລົ່າ​ນີ້ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ [ເຮົາ] ບໍ່​ໄດ້;… ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ອຳ​ນາດ​ແຫ່ງ​ຄວາມ​ມືດ​ກະ​ຈາຍ​ໄປ​ຕໍ່​ໜ້າ [ເຮົາ].”45

“ມື​ທີ່​ບໍ່​ສັກ​ສິດ​ບໍ່​ສາ​ມາດ​ຢຸດ​ຢັ້ງ​ວຽກ​ງານ​ໃຫ້​ກ້າວ​ໜ້າ​ໄດ້”;46 ມັນ​ຈະ​ເດີນ​ໄປ​ດ້ວຍ​ໄຊ​ຊະ​ນະ ບໍ່​ວ່າ​ຈະ​ມີ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ຢູ່​ນຳ​ກໍ​ຕາມ, ສະ​ນັ້ນ “ຈົ່ງ​ຕັດ​ສິນ​ໃຈ​ໃນ​ມື້​ນີ້​ວ່າ ພວກ​ເຈົ້າ​ຈະ​ບົວ​ລະ​ບັດ​ຮັບ​ໃຊ້​ຜູ້​ໃດ.”47 ຢ່າ​ຕົກ​ໂງ່ ຫລື ຢ້ານ​ກົວ​ໂດຍ​ສຽງ​ຂອງ​ຝ່າຍ​ຄ້ານ​ທີ່​ດັງ​ກ້ອງ​ມາ​ຈາກ​ອາ​ຄານ​ໃຫຍ່ ແລະ ກວ້າງ​ຂວາງ​ນັ້ນ. ສຽງ​ດັງ​ກ້ອງ​ສະ​ນັ່ນ​ຢ່າງ​ສິ້ນ​ຫວັງ​ຂອງ​ພວກ​ເຂົາ​ບໍ່​ມີ​ພະ​ລັງ​ເທົ່າ​ກັບ​ສຽງ​ອັນ​ເບົາໆ​ທີ່​ເຂົ້າ​ສູ່​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຣິດ​ຊົງ​ພຣະ​ຊົນ​ຢູ່, ວ່າ​ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແລະ ວ່າ​ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ຜ່ານ​ທາງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ດັ່ງ​ນັ້ນ ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ ເຮົາ​ບໍ່​ໄດ້ “ຖືກ​ພັດ​ໄປ​ພັດ​ມາ, ແລະ ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ.”48

“ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ເຢ​ຊູ​ຄຣິດ,” ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ຈະ​ເຕັມ​ໃຈ​ທີ່​ຈະ​ຢືນ​ຂຶ້ນ, ກ້າ​ເວົ້າ, ແລະ ແຕກ​ຕ່າງ​ຈາກ​ຄົນ​ອື່ນ​ໃນ​ໂລກ. ເຂົາ​ເຈົ້າ​ຈະ​ບໍ່​ຫວາດ​ຫວັ່ນ, ອຸ​ທິດ​ຕົນ, ແລະ ກ້າ​ຫານ.”49

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ມັນ​ເປັນ​ມື້​ທີ່​ດີ ທີ່​ຈະ​ເປັນ​ຄົນ​ດີ! ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.