ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຄວາມ​ຮູ້​ສຶກ​ໃນ​ໃຈ​ທັງ​ໝົດ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຄວາມ​ຮູ້​ສຶກ​ໃນ​ໃຈ​ທັງ​ໝົດ​ຂອງ​ເຮົາ

ຖ້າ​ຫາກ​ເຮົາ​ຢາກ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍົກ​ເຮົາ​ຂຶ້ນ​ສູ່​ຟ້າ​ສະ​ຫວັນ, ແລ້ວ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ອົງ ແລະ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ເປັນ​ເລື່ອງ​ທຳ​ມະ​ດາ ຫລື ເປັນ​ບາງ​ຄັ້ງ​ບາງ​ຄາວ​ບໍ່​ໄດ້.

ສິ່ງ​ຖວາຍ​ແດ່​ພຣະ​ອົງ

ບໍ່​ເທົ່າ​ໃດ​ມື້​ກ່ອນ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໃຫ້​ເຮົາ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຢູ່​ທີ່​ພຣະ​ວິ​ຫານ​ໃນ​ເຢ​ຣູ​ຊາ​ເລັມ, ກຳ​ລັງ​ເບິ່ງ​ຜູ້​ຄົນ​ທີ່​ມາ​ປ່ອນ​ເງິນ​ໃສ່​ຫີບ​ຖວາຍ​ໃນ​ພຣະ​ວິ​ຫານ​ຢູ່. “ຄົນ​ຮັ່ງ​ມີ​ຫລາຍ​ຄົນ​ໄດ້​ປ່ອນ​ເງິນ​ລົງ​ຢ່າງ​ຫລວງ​ຫລາຍ,” ແຕ່​ແລ້ວ, ມີ​ແມ່​ໝ້າຍ​ທີ່​ຍາກ​ຈົນ​ຄົນ​ໜຶ່ງ​ມາ, “ໄດ້​ເອົາ​ຫລຽນ​ທອງ​ແດງ​ສອງ​ຫລຽນ” ປ່ອນ​ລົງ. ມັນ​ມີ​ຄ່າ​ໜ້ອຍ​ທີ່​ສຸດ, ຄົງ​ບໍ່​ກຸ້ມ​ຄ່າ​ທີ່​ຈະ​ບັນ​ທຶກ​ມັນ​ໄວ້.

ຮູບ​ພາບ
ແມ່​ໝ້າຍ​ກຳ​ລັງ​ຖວາຍ​ຫລຽນ​ທອງ​ແດງ​ສອງ​ຫລຽນ

ແຕ່​ການ​ບໍ​ລິ​ຈາກ​ທີ່​ເບິ່ງ​ຄື​ວ່າ​ບໍ່​ສຳ​ຄັນ​ນີ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຕາມ​ຈິງ​ແລ້ວ, ມັນ​ປະ​ທັບ​ໃຈ​ພຣະ​ອົງ​ຫລາຍ​ເຖິງ​ກັບ​ວ່າ “ພຣະ​ອົງ​ຈຶ່ງ​ເອີ້ນ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ມາ, ແລະ ກ່າວ​ແກ່​ພວກ​ເພິ່ນ​ວ່າ, ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ, ແມ່​ໝ້າຍ​ຍາກ​ຈົນ​ຄົນ​ນີ້​ໄດ້​ປ່ອນ​ເງິນ​ລົງ​ໃນ​ຫີບ​ຖວາຍ ຫລາຍ​ກວ່າ​ຄົນ​ອື່ນ​ທັງໝົດ​ທີ່​ປ່ອນ​ໃສ່​ນັ້ນ:

“ເພາະ​ຄົນ​ອື່ນ​ນັ້ນ​ໄດ້​ເອົາ​ເງິນ​ທີ່​ເຂົາ​ເຫລືອ​ໃຊ້​ມາ​ປ່ອນ​ລົງ; ແຕ່​ສ່ວນ​ຍິງ​ຜູ້​ນີ້​ຍາກ​ຈົນ​ທີ່​ສຸດ ນາງ​ໄດ້​ຖວາຍ​ທຸກ​ສິ່ງ​ທີ່​ນາງ​ມີ​ສຳ​ລັບ​ລ້ຽງ​ຊີບ.”1

ດ້ວຍ​ການ​ສັງ​ເກດ​ງ່າຍໆ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ການ​ວັດ​ແທກ​ສິ່ງ​ຖວາຍ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ—ແລະ ມັນ​ແຕກ​ຕ່າງ​ກັນ​ຫລາຍ​ຈາກ​ວິ​ທີ​ທີ່​ເຮົາ​ວັດ​ແທກ​ຕາມ​ປົກ​ກະ​ຕິ. ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ມູນ​ຄ່າ​ຂອງ​ການ​ບໍ​ລິ​ຈາກ​ບໍ່​ໄດ້​ຖືກ​ວັດ​ແທກ​ໂດຍ​ຜົນ​ກະ​ທົບ​ທີ່​ມັນ​ມີ​ຢູ່​ໃນ​ຫີບ​ຖວາຍ ແຕ່​ໂດຍ​ຜົນ​ກະ​ທົບ​ທີ່​ມັນ​ມີ​ຢູ່​ໃນ​ຫົວ​ໃຈ​ຂອງ​ຜູ້​ໃຫ້​ບໍ​ລິ​ຈາກ.

ໃນ​ການ​ຍ້ອງ​ຍໍ​ແມ່​ໝ້າຍ​ທີ່​ຊື່​ສັດ​ຄົນ​ນີ້, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຫ້​ເຮົາ​ມີ​ມາດ​ຕະ​ຖານ​ເພື່ອ​ວັດ​ແທກ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ໃນ​ທຸກ​ການ​ກະ​ທຳ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ ສິ່ງ​ຖວາຍ​ຂອງ​ເຮົາ​ອາດ​ໃຫຍ່ ຫລື ເລັກ​ນ້ອຍ, ແຕ່​ແນວ​ໃດ​ກໍ​ຕາມ, ມັນ​ຕ້ອງ​ມາ​ຈາກ ຄວາມ​ຮູ້​ສຶກ​ໃນ​ໃຈ​ທັງ​ໝົດ ຂອງ​ເຮົາ.

ຫລັກ​ທຳ​ນີ້​ໄດ້​ດັງ​ກ້ອງ​ຢູ່​ໃນ​ຄຳ​ອ້ອນ​ວອນ​ຂອງ​ສາດ​ສະ​ດາ​ອາ​ມາ​ລະ​ໄຄ ໃນ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ ຈົ່ງ: “ມາ​ຫາ​ພຣະ​ຄຣິດ, ຜູ້​ເປັນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດ​ສະ​ຣາ​ເອນ, ແລະ ຮັບ​ສ່ວນ​ຄວາມ​ລອດ​ຈາກ​ພຣະ​ອົງ, ແລະ ອຳ​ນາດ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ. ແທ້​ຈິງ​ແລ້ວ, ຈົ່ງ​ມາ​ຫາ​ພຣະ​ອົງ​ເຖີດ, ແລະ ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ອົງ.”2

ແຕ່​ຈະ​ເປັນ​ໄປ​ໄດ້​ແນວ​ໃດ? ສຳ​ລັບ​ພວກ​ເຮົາ​ຫລາຍ​ຄົນ, ມາດ​ຕະ​ຖານ​ດັ່ງ​ກ່າວ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດ​ຈິດ​ວິນ​ຍານ ອາດ​ເບິ່ງ​ຄື​ຍາກ​ທີ່​ຈະ​ບັນ​ລຸ​ໄດ້. ເຮົາ​ກໍ​ຫຍຸ້ງ​ຫລາຍ​ຢູ່​ແລ້ວ. ເຮົາ​ຈະ​ສ້າງ​ຄວາມ​ສົມ​ດູນ​ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຢ່າງ​ຫລວງ​ຫລາຍ​ຂອງ​ຊີ​ວິດ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ເຮົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນວ​ໃດ?

ບາງ​ທີ​ການ​ທ້າ​ທາຍ​ຂອງ​ເຮົາ​ແມ່ນ​ວ່າ ເຮົາ​ຄິດ​ວ່າ ຄວາມ​ສົມ​ດູນ​ໝາຍ​ເຖິງ​ການ​ແບ່ງ​ເວ​ລາ​ຂອງ​ເຮົາ​ໃຫ້​ເທົ່າ​ທຽມ​ກັນ​ລະ​ຫວ່າງ​ຄວາມ​ສົນ​ໃຈ​ທີ່​ແຂ່ງ​ຂັນ​ກັນ. ເມື່ອ​ເບິ່ງ​ໃນ​ທາງ​ນີ້, ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ຈະ​ເປັນ​ໜຶ່ງ​ໃນ​ຫລາຍໆ​ສິ່ງ ທີ່​ເຮົາ​ຕ້ອງ​ລວມ​ໃສ່​ກັບ​ຕາ​ຕະ​ລາງ​ທີ່​ຫຍຸ້ງ​ຍາກ​ຂອງ​ເຮົາ. ແຕ່​ອາດ​ມີ​ວິ​ທີ​ເບິ່ງ​ຢ່າງ​ອື່ນ​ອີກ.

ຄວາມ​ສົມ​ດູນ: ຄື​ກັນ​ກັບ​ການ​ຂີ່​ລົດ​ຖີບ

ແຮ​ຣີ​ແອດ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ມັກ​ໄປ​ຂີ່​ລົດ​ຖີບ​ນຳ​ກັນ. ມັນ​ເປັນ​ວິ​ທີ​ທີ່​ດີ​ເລີດ​ທີ່​ຈະ​ໄດ້​ອອກ​ກໍາ​ລັງ​ກາຍ​ໃນ​ຂະ​ນະ​ທີ່​ໃຊ້​ເວ​ລາ​ນຳ​ກັນ. ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຂີ່​ລົດ​ຖີບ, ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຫາຍ​ໃຈ​ຫອບ​ຫລາຍ, ພວກ​ເຮົາ​ກໍ​ເພີດ​ເພີນ​ກັບ​ໂລກ​ທີ່​ສວຍ​ງາມ​ຢູ່​ອ້ອມ​ຮອບ​ຕົວ​ພວກ​ເຮົາ ແລະ ແມ່ນ​ແຕ່​ໄດ້​ເວົ້າ​ລົມ​ກັນ​ຢ່າງ​ມີ​ຄວາມ​ສຸກ. ພວກ​ເຮົາບໍ່​ຄ່ອຍ​ໄດ້​ເອົາ​ໃຈ​ໃສ່​ຫລາຍ​ກັບ​ຄວາມ​ສົມ​ດູນ​ຂອງ​ພວກ​ເຮົາ​ກັບ​ລົດ​ຖີບ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຂີ່​ລົດ​ຖີບ​ມາ​ດົນ​ພໍ​ແລ້ວ ຈົນ​ພວກ​ເຮົາ​ບໍ່​ຄິດ​ກ່ຽວ​ກັບ​ເລື່ອງ​ນັ້ນ—ມັນ​ໄດ້​ກາຍ​ເປັນ​ເລື່ອງ​ທຳ​ມະ​ດາ ແລະ ທຳ​ມະ​ຊາດ​ສຳ​ລັບ​ພວກ​ເຮົາ.

ແຕ່​ເມື່ອ​ໃດ​ກໍ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ເບິ່ງ​ບາງ​ຄົນ​ທີ່​ກຳ​ລັງ​ຮຽນ​ຂີ່​ລົດ​ຖີບ​ເປັນ​ເທື່ອ​ທຳ​ອິດ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ການ​ຄຶງ​ຕົວ​ຢູ່​ເທິງ​ກົງ​ລໍ້​ແຄບໆ​ສອງ​ກົງ​ນັ້ນ ບໍ່​ແມ່ນ​ເລື່ອງ​ງ່າຍ. ຕ້ອງ​ໃຊ້​ເວ​ລາ. ຕ້ອງ​ຝຶກ​ຝົນ. ຕ້ອງ​ໃຊ້​ຄວາມ​ອົດ​ທົນ. ເຖິງ​ແມ່ນ​ຈະ​ລົ້ມ​ລົງ​ເທື່ອ​ໜຶ່ງ ຫລື ສອງ​ເທື່ອ​ກໍ​ຕາມ.

ສຳ​ຄັນ​ທີ່​ສຸດ, ຜູ້​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຄຶງ​ຕົວ​ຢູ່​ເທິງ​ລົດ​ຖີບ​ໄດ້​ຮຽນ​ຮູ້​ຄຳ​ແນະ​ນຳ​ສຳ​ຄັນ​ເຫລົ່າ​ນີ້:

ຢ່າ​ຫລຽວ​ເບິ່ງ​ຕີນ​ຂອງ​ເຈົ້າ.

ເບິ່ງ​ໄປ​ຂ້າງ​ໜ້າ.

ຫລຽວ​ເບິ່ງ​ທາງ​ຢູ່​ໜ້າ​ເຈົ້າ. ຕັ້ງ​ໃຈ​ຢູ່​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຈົ້າ. ແລະ ໃຫ້​ຖີບ​ລົດ​ຕໍ່​ໄປ. ການ​ມີ​ຄວາມ​ສົມ​ດູນ​ຄື​ການ​ກ້າວ​ໄປ​ຂ້າງ​ໜ້າ.

ຫລັກ​ການ​ທີ່​ຄ້າຍ​ຄື​ກັນ​ນີ້​ກໍ​ຖືກ​ນຳ​ໃຊ້​​ໃນ​ການ​ຫາ​ຈຸດ​ສົມ​ດູນ​ໃນ​ຊີ​ວິດ​ຂອງ​ເຮົາ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື​ກັນ. ວິ​ທີ​ແບ່ງ​ປັນ​ເວ​ລາ ແລະ ກຳ​ລັງ​ວັງ​ຊາ​ຂອງ​ທ່ານ​ໃນ​ວຽກ​ງານ​ຫລາຍໆ​ຢ່າງ ຈະ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ບຸກ​ຄົນ ແລະ ໃນ​ແຕ່​ລະ​ຈຸດ​ຂອງ​ຊີ​ວິດ. ແຕ່​ຈຸດ​ປະ​ສົງ​ທີ່​ເໝືອນ​ກັນ ແລະ ໂດຍ​ລວມ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ເຮັດ​ຕາມ​ວິ​ທີ​ຂອງ​ພຣະ​ອາ​ຈານ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ຈຸດ​ປະ​ສົງ​ນີ້​ຈະ​ຕ້ອງ​ຄົງ​ທີ່ ແລະ ສະ​ໝ່ຳ​ສະ​ເໝີ, ບໍ່​ວ່າ​ເຮົາ​ຈະ​ເປັນ​ໃຜ ແລະ ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ເຮົາ​ກໍ​ຕາມ.3

ຍົກ​ຂຶ້ນ: ຄື​ກັນ​ກັບ​ການ​ຂັບ​ຍົນ

ບັດ​ນີ້, ສຳ​ລັບ​ນັກ​ຂີ່​ລົດ​ຖີບ, ການ​ປຽບ​ທຽບ​ຄວາມ​ເປັນ​ສາ​ນຸ​ສິດ​ໃສ່​ກັບ​ການ​ຂີ່​ລົດ​ຖີບ​ອາດ​ເປັນ​ການ​ປຽບ​ທຽບ​ທີ່​ເປັນ​ປະ​ໂຫຍດ​ໄດ້. ສຳ​ລັບ​ຜູ້​ບໍ່​ໄດ້​ເປັນ, ກໍ​ບໍ່​ຕ້ອງ​ເປັນ​ຫ່ວງ. ຂ້າ​ພະ​ເຈົ້າ​ມີ​ຄຳ​ປຽບ​ທຽບ​ໜຶ່ງ​ອີກ ທີ່​ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ​ທັງ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ຈະ​ສາ​ມາດ​ເຂົ້າ​ໃຈ​ໄດ້.

ການ​ເປັນ​ສາ​ນຸ​ສິດ, ຄື​ກັນ​ກັບ​ສິ່ງ​ສ່ວນ​ຫລາຍ, ກໍ​ສາ​ມາດ​ປຽບ​ທຽບ​ໃສ່​ກັບ​ການ​ຂັບ​ຍົນ​ໄດ້.

ທ່ານ​ເຄີຍ​ຢຸດ​ຄິດ​ບໍ​ວ່າ ມັນ​ໜ້າ​ປະ​ຫລາດ​ໃຈ​ຫລາຍ​ພຽງ​ໃດ​ທີ່​ຍົນ​ໂດຍ​ສານ​ລຳ​ໃຫຍ່ໆ​ກໍ​ສາ​ມາດ​ຂຶ້ນ​ຈາກ​ພື້ນ​ດິນ ແລະ ບິນ​ໄດ້? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ເຄື່ອງ​ບິນ​ເຫລົ່າ​ນີ້​ບິນ​ໄປ​ຢ່າງ​ສະ​ຫງ່າ​ງາມ​ຢູ່​ໃນ​ທ້ອງ​ຟ້າ, ຂ້າມ​ນ້ຳ​ຂ້າມ​ທະ​ເລ ແລະ ທະ​ວີບ​ໄດ້?

ເວົ້າ​ງ່າຍໆ, ເຮືອ​ບິນ​ຈະ​ບິນ​ໄດ້​ກໍ​ຕໍ່​ເມື່ອ​ມີ​ອາ​ກາດ​ເຄື່ອນ​ໄຫວ​ຜ່ານ​ປີກ​ຂອງ​ມັນ​ເທົ່າ​ນັ້ນ. ການ​ເຄື່ອນ​ໄຫວ​ນັ້ນ​ໄດ້​ສ້າງ​ຄວາມ​ແຕກ​ຕ່າງ​ໃນ​ການ​ກົດ​ດັນ​ຂອງ​ອາ​ກາດ ທີ່​ເຮັດ​ໃຫ້​ຍົນ​ຍົກ​ຕົວ​ຂຶ້ນ. ແລະ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ອາ​ກາດ​ເຄື່ອນ​ໄຫວ​ຜ່ານ​ປີກ​ເພື່ອ​ສ້າງ​ການ​ຍົກ​ຂຶ້ນ​ໄດ້? ຄຳ​ຕອບ​ຄື ແຮງ​ດັນ​ໄປ​ຂ້າງ​ໜ້າ.

ຍົນ​ຈະ​ບໍ່​ຂຶ້ນ​ສູງ​ຖ້າ​ມັນ​ພຽງ​ແຕ່​ຈອດ​ຢູ່​ທາງ​ແລ່ນ​ເທົ່າ​ນັ້ນ. ແມ່ນ​ແຕ່​ໃນ​ມື້​ທີ່​ມີ​ລົມ​ແຮງ, ການ​ຍົກ​ຈະ​ບໍ່​ມີ​ພຽງ​ພໍ ເວັ້ນ​ເສຍ​ແຕ່​ຍົນ​ຈະ​ເຄື່ອນ​ຕົວ​ໄປ​ຂ້າງ​ໜ້າ​ເສຍ​ກ່ອນ, ໂດຍ​ມີ​ແຮງ​ດັນ​ຫລາຍ​ພໍ​ຕ້ານ​ກັບ​ແຮງ​ທີ່​ຍຶດ​ມັນ​ໄວ້.

ຄື​ກັນ​ກັບ​ການ​ຖີບ​ລົດ​ໄປ​ເລື້ອຍໆ​ຊ່ວຍ​ໃຫ້​ລົດ​ຖີບ​ມີ​ຄວາມ​ສົມ​ດູນ ແລະ ຕັ້ງ​ທ່ຽງ​ຢູ່, ການ​ເຄື່ອນ​ຍ້າຍ​ໄປ​ຂ້າງ​ໜ້າ​ຈະ​ຊ່ວຍ​ໃຫ້​ເຮືອ​ບິນ​ເອົາ​ຊະ​ນະ​ແຮງ​ໂນ້ມ​ຖ່ວງ ແລະ ແຮງ​ຕ້ານ​ໄດ້.

ສິ່ງ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ​ສຳ​ລັບ​ເຮົາ​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ? ມັນ​ໝາຍ​ຄວາມ​ວ່າ ຖ້າ​ຫາກ​ເຮົາ​ຢາກ​ພົບ​ຄວາມ​ສົມ​ດູນ​ໃນ​ຊີ​ວິດ, ແລະ ຖ້າ​ຫາກ​ເຮົາ​ຢາກ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍົກ​ເຮົາ​ຂຶ້ນ​ສູ່​ຟ້າ​ສະ​ຫວັນ, ແລ້ວ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຮົາ​ຕໍ່​ພຣະ​ອົງ ແລະ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຈະ​ເປັນ​ເລື່ອງ​ທຳ​ມະ​ດາ ຫລື ເປັນ​ບາງ​ຄັ້ງ​ບາງ​ຄາວ​ບໍ່​ໄດ້. ຄື​ກັນ​ກັບ​ແມ່​ໝ້າຍ​ທີ່​ເຢ​ຣູ​ຊາ​ເລັມ, ເຮົາ​ຕ້ອງ​ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ເຮົາ​ແດ່​ພຣະ​ອົງ. ການ​ຖວາຍ​ຂອງ​ເຮົາ​ອາດ​ເລັກ​ນ້ອຍ, ແຕ່​ມັນ​ຕ້ອງ​ມາ​ຈາກ​ໃຈ ແລະ ຈິດ​ວິນ​ຍານ​ຂອງ​ເຮົາ.

ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ບໍ່​ແມ່ນ​ພຽງ​ເປັນ​ຢ່າງ​ໜຶ່ງ​ໃນ​ຫລາຍໆ​ຢ່າງ​ທີ່​ເຮົາ​ເຮັດ​ເທົ່າ​ນັ້ນ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ແຮງ​ຈູງ​ໃຈ​ຢູ່​ຂ້າງ​ຫລັງ​ໃນ ທຸກ​ສິ່ງ ທີ່​ເຮົາ​ເຮັດ. ພຣະ​ອົງ​ບໍ່​ແມ່ນ​ຜູ້​ທີ່​ເຮົາ​ຄວນ​ຄິດ​ຫາ​ໃນ​ເວ​ລາ​ວ່າງ​ເທົ່າ​ນັ້ນ. ພຣະ​ອົງ​ບໍ່​ແມ່ນ​ຜູ້​ທີ່​ເຮົາ​ຄວນ​ຊົມ​ຊອບ​ເປັນ​ບາງ​ຄັ້ງ​ເທົ່າ​ນັ້ນ. ພຣະ​ອົງ “ເປັນ​ທາງ​ນັ້ນ, ເປັນ​ຄວາມ​ຈິງ, ແລະ ເປັນ​ຊີ​ວິດ: ບໍ່​ມີ​ຜູ້​ໃດ​ມາ​ເຖິງ​ພຣະ​ບິ​ດາ​ໄດ້, ນອກ​ຈາກ​ມາ​ທາງ [ພຣະ​ເຢ​ຊູ​ຄຣິດ].”4 ນັ້ນ​ຄື​ທາງ ແລະ ຈຸດ​ໝາຍ​ປາຍ​ທາງ​ສູງ​ສຸດ​ຂອງ​ເຮົາ.

ຄວາມ​ສົມ​ດູນ ແລະ ການ​ຍົກ​ຂຶ້ນ​ສູງ​ເກີດ​ຂຶ້ນ​ເມື່ອ​ເຮົາ “ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ.”5

ການ​ເສຍ​ສະ​ລະ ແລະ ການ​ອຸ​ທິດ​ຖວາຍ

ແລະ ສ່ວນ​ວຽກ​ງານ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຫລາຍໆ​ຢ່າງ​ທີ່​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ຫຍຸ້ງ​ຍາກ​ຈະ​ເປັນ​ແນວ​ໃດ? ການ​ໃຊ້​ເວ​ລາ​ກັບ​ຄົນ​ທີ່​ເຮົາ​ຮັກ, ການ​ໄປ​ໂຮງ​ຮຽນ ຫລື ການ​ກຽມ​ພ້ອມ​ສຳ​ລັບ​ອາ​ຊີບ, ການ​ຫາ​ລ້ຽງ​ຊີບ, ການ​ດູ​ແລ​ຄອບ​ຄົວ, ການ​ຮັບ​ໃຊ້​ໃນ​ຊຸມ​ຊົນ—ເຮົາ​ຊິ​ຫາ​ເວ​ລາ​ໃດ​ໄປ​ເຮັດ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ຮອງ​ວ່າ:

“ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຈົ້າ​ຮູ້​ວ່າ ເຈົ້າ​ຕ້ອງ​ການ​ສິ່ງ​ທັງ​ໝົດ​ນີ້.

“ແຕ່​ເຈົ້າ​ຈົ່ງ​ສະ​ແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ເສຍ​ກ່ອນ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ.”6

ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ມັນ​ຈະ​ງ່າຍ.7 ມັນ​ຮຽກ​ຮ້ອງ​ທັງ ການ​ເສຍ​ສະ​ລະ ແລະ ການ​ອຸ​ທິດ​ຖວາຍ.

ມັນ​ຮຽກ​ຮ້ອງ​ໃຫ້ ປ່ອຍ​ວາງ ບາງ​ສິ່ງ ແລະ ປ່ອຍ​ໃຫ້​ສິ່ງ​ອື່ນໆ ເຕີບ​ໂຕ.

ການ​ເສຍ​ສະ​ລະ ແລະ ການ​ອຸ​ທິດ​ຖວາຍ ແມ່ນ​ກົດ​ສອງ​ປະ​ການ​ຂອງ​ສະ​ຫວັນ ທີ່​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ​ວ່າ ຈະ​ເຊື່ອ​ຟັງ. ກົດ​ສອງ​ປະ​ການ​ເຫລົ່າ​ນີ້​ແມ່ນ​ຄ້າຍ​ຄື​ກັນ ແຕ່​ບໍ່​ກົງ​ກັນ. ການ​ເສຍ​ສະ​ລະ ໝາຍ​ເຖິງ​ການ​ເສຍ​ສະ​ລະ​ບາງ​ສິ່ງ​ເພື່ອ​ສິ່ງ​ທີ່​ມີ​ຄ່າ​ຫລາຍ​ກວ່າ. ໃນ​ສະ​ໄໝ​ບູ​ຮານ, ຜູ້​ຄົນ​ຂອງ​ພຣະ​ເຈົ້າ​ໄດ້​ເສຍ​ສະ​ລະ​ລູກ​ຫົວ​ປີ​ຂອງ​ຝູງ​ສັດ ເພື່ອ​ເປັນ​ກຽດ​ແກ່​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ. ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ໄພ່​ພົນ​ທີ່​ຊື່​ສັດ​ໄດ້​ເສຍ​ສະ​ລະ​ຄວາມ​ປາດ​ຖະ​ໜາ, ຄວາມ​ສຸກ​ສະ​ບາຍ, ແລະ ແມ່ນ​ແຕ່​ຊີ​ວິດ​ຂອງ​ຕົນ​ເພື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ເຮົາ​ທຸກ​ຄົນ​ມີ​ບາງ​ສິ່ງ, ບໍ່​ວ່າ​ຈະ​ໃຫຍ່ ຫລື ນ້ອຍ, ທີ່​ເຮົາ​ຕ້ອງ​ເສຍ​ສະ​ລະ ເພື່ອ​ຈະ​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ຢ່າງ​ເຕັມ​ທີ່​ຫລາຍ​ກວ່າ.8 ການ​ເສຍ​ສະ​ລະ​ຂອງ​ເຮົາ​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ເຮົາ​ເຫັນ​ຄຸນ​ຄ່າ​ແທ້ໆ. ການ​ເສຍ​ສະ​ລະ​ແມ່ນ​ສັກ​ສິດ ແລະ ເປັນ​ກຽດ​ແກ່​ພຣະ​ຜູ້​ເປັນ​ເຈົ້າ.9

ການ​ອຸ​ທິດ​ຖວາຍ ແມ່ນ​ແຕກ​ຕ່າງ​ຈາກ​ການ​ເສຍ​ສະ​ລະ ຢ່າງ​ໜ້ອຍ​ໃນ​ທາງ​ທີ່​ສຳ​ຄັນ​ຢ່າງ​ໜຶ່ງ. ເມື່ອ​ເຮົາ​ອຸ​ທິດ​ຖວາຍ​ບາງ​ສິ່ງ, ເຮົາ​ບໍ່​ໄດ້​ປະ​ມັນ​ໄວ້​ຢູ່​ເທິງ​ແທ່ນ​ບູ​ຊາ ເພື່ອ​ໃຫ້​ຖືກ​ສະ​ເຫວີຍ. ກົງ​ກັນ​ຂ້າມ, ເຮົາ​ນຳ​ໃຊ້​ມັນ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ອຸ​ທິດ​ມັນ​ໃຫ້​ແກ່​ພຣະ​ອົງ ແລະ ຈຸດ​ປະ​ສົງ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.10 ເຮົາ​ໄດ້​ຮັບ​ຕາ​ລັນ​ຕົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ເຮົາ ແລະ ພະ​ຍາ​ຍາມ​ຂະ​ຫຍາຍ​ມັນ​ເປັນ​ຫລາຍ​ເທົ່າ, ເພື່ອ​ກາຍ​ເປັນ​ບຸກ​ຄົນ​ທີ່​ເປັນ​ປະ​ໂຫຍດ​ຫລາຍ​ກວ່າ​ເກົ່າ ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.11

ໜ້ອຍ​ຄົນ​ທີ່​ສຸດ​ໃນ​ພວກ​ເຮົາ​ທີ່​ຈະ​ຖືກ​ຮຽກ​ຮ້ອງ​ໃຫ້ ເສຍ​ສະ​ລະ ຊີ​ວິດ​ຂອງ​ເຮົາ​ເພື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເຮົາ​ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້ ອຸ​ທິດ​ຖວາຍ ຊີ​ວິດ​ຂອງ​ເຮົາ​ເພື່ອ​ພຣະ​ອົງ.

ວຽກ​ງານ​ດຽວ, ຄວາມ​ຊື່ນ​ຊົມ​ດຽວ, ຈຸດ​ປະ​ສົງ​ດຽວ

ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຊຳ​ລະ​ຊີ​ວິດ​ໃຫ້​ສະ​ອາດ ແລະ ເບິ່ງ​ທີ່​ພຣະ​ຄຣິດ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ,12 ທຸກ​ສິ່ງ​ຈະ​ເລີ່ມ​ຕົ້ນ​ເຂົ້າ​ທີ່​ເຂົ້າ​ທາງ​ຂອງ​ມັນ. ຊີ​ວິດ​ກໍ​ບໍ່​ຮູ້​ສຶກ​ວ່າ​ຄື​ກັນ​ກັບ​ຄວາມ​ພະ​ຍາ​ຍາມ​ຫລາຍໆ​ຢ່າງ​ທີ່​ຫ້ອຍ​ຢູ່​ກັບ​ຄວາມ​ສົມ​ດູນ​ທີ່​ແຕກ​ຫັກ​ງ່າຍ​ອີກ​ຕໍ່​ໄປ.

ເມື່ອ​ເວ​ລາ​ຜ່ານ​ໄປ, ທຸກ​ສິ່ງ​ຈະ​ກາຍ​ເປັນ​ວຽກ​ງານ​ດຽວ.

ຄວາມ​ຊື່ນ​ຊົມ​ດຽວ.

ຈຸດ​ປະ​ສົງ​ທີ່​ສັກ​ສິດ​ດຽວ.

ມັນ​ເປັນ​ວຽກ​ງານ​ຂອງ​ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ພຣະ​ເຈົ້າ. ມັນ​ເປັນ​ການ​ຮັກ ແລະ ການ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ.13

ເມື່ອ​ເຮົາ​ເບິ່ງ​ຊີ​ວິດ​ຂອງ​ເຮົາ ແລະ ເຫັນ​ສິ່ງ​ທີ່​ຕ້ອງ​ເຮັດ​ຫລາຍ​ຮ້ອຍ​ຢ່າງ, ເຮົາ​ຈະ​ຮູ້​ສຶກ​ໜັກ​ໃຈ. ເມື່ອ​ເຮົາ​ເຫັນ​ສິ່ງ​ດຽວ—ຄວາມ​ຮັກ ແລະ ການ​ຮັບ​ໃຊ້​ພຣະ​ເຈົ້າ ແລະ ລູກໆ​ຂອງ​ພຣະ​ອົງ, ໃນ​ຫລາຍ​ຮ້ອຍ​ວິ​ທີ​ທາງ—ແລ້ວ​ເຮົາ​ຈະ​ສາ​ມາດ​ຈັດ​ການ​ກັບ​ສິ່ງ​ເຫລົ່າ​ນັ້ນ​ດ້ວຍ​ຄວາມ​ຊື່ນ​ຊົມ.

ນີ້​ແມ່ນ​ວິ​ທີ​ທີ່​ເຮົາ​ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ເຮົາ—ໂດຍ​ການ​ເສຍ​ສະ​ລະ​ທຸກ​ສິ່ງ​ທີ່​ຢັບ​ຢັ້ງ​ເຮົາ ແລະ ອຸ​ທິດ​ຖວາຍ​ສ່ວນ​ທີ່​ເຫລືອ​ຢູ່​ທັງ​ໝົດ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ຄຳ​ໃຫ້​ກຳ​ລັງ​ໃຈ ແລະ ປະ​ຈັກ​ພະ​ຍານ

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈະ​ມີ​ເວ​ລາ​ໃດ​ໜຶ່ງ​ທີ່​ທ່ານ​ຈະ​ຄິດ​ເສຍ​ໃຈ​ກັບ​ການ​ບໍ່​ສາ​ມາດ​ເຮັດ​ໄດ້​ຫລາຍ​ກວ່າ​ນັ້ນ. ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ທ່ານ​ຮູ້​ຈັກ​ໃຈ​ທ່ານ​ດີ. ພຣະ​ອົງ​ຮູ້​ວ່າ​ທ່ານ​ບໍ່​ສາ​ມາດ​ເຮັດ​ທຸກ​ສິ່ງ​ດັ່ງ​ທີ່​ໃຈ​ປາດ​ຖະ​ໜາ​ໄດ້. ແຕ່​ທ່ານ​ສາ​ມາດ​ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ. ທ່ານ​ສາ​ມາດ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ທ່ານ​ສາ​ມາດ​ຮັກ ແລະ ຮັບ​ໃຊ້​ລູກໆ​ຂອງ​ພຣະ​ອົງ. ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ຈະ​ຊຳ​ລະ​ໃຈ​ທ່ານ​ໃຫ້​ສະ​ອາດ ແລະ ກະ​ກຽມ​ທ່ານ​ສຳ​ລັບ​ອະ​ນາ​ຄົດ​ທີ່​ຮຸ່ງ​ເຫລື້ອມ.

ນີ້​ຄື​ສິ່ງ​ທີ່​ແມ່​ໝ້າຍ​ຜູ້​ຢູ່່​ທີ່​ຫີບ​ຖວາຍ​ເງິນ​ໃນ​ພຣະ​ວິ​ຫານ​ເບິ່ງ​ຄື​ວ່າ​ເຂົ້າ​ໃຈ. ນາງ​ຮູ້​ຢ່າງ​ແນ່​ນອນ​ວ່າ ເງິນ​ຖວາຍ​ຂອງ​ນາງ​ຈະ​ບໍ່​ປ່ຽນ​ແປງ​ໂຊກ​ຊະ​ຕາ​ຂອງ​ອິດ​ສະ​ຣາ​ເອນ, ແຕ່​ມັນ​ສາ​ມາດ​ປ່ຽນ​ແປງ ແລະ ເປັນ​ພອນ​ໃຫ້​ແກ່ ນາງ—ຍ້ອນ​ວ່າ, ເຖິງ​ແມ່ນ​ຈະ​ເລັກ​ນ້ອຍ, ມັນ​ກໍ​ແມ່ນ​ທັງ​ໝົດ​ທີ່​ນາງ​ມີ.

ສະ​ນັ້ນ, ໝູ່​ເພື່ອນ ແລະ ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຢ່າ​ໃຫ້​ເຮົາ “ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ,” ເພາະ [ເຮົາ] ພວມ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່.” ແລະ ຈາກ​ສິ່ງ​ເລັກ​ນ້ອຍ​ຂອງ​ເຮົາ “ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ.”14

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ສິ່ງນີ້​ເປັນ​ຄວາມ​ຈິງ, ແລະ ຂ້າ​ພະ​ເຈົ້າ​ກໍ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ອາ​ຈານ​ຂອງ​ເຮົາ, ພຣະ​ຜູ້​ໄຖ່​ຂອງ​ເຮົາ, ແລະ ເປັນ​ທາງ​ດຽວ​ເທົ່າ​ນັ້ນ​ຂອງ​ເຮົາ ທີ່​ຈະ​ພາ​ກັບ​ໄປ​ຫາ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມາ​ຣະ​ໂກ 12:41–44.

  2. ອອມ​ໄນ 1:26.

  3. ລູກໆ ແລະ ຊາວ​ໜຸ່ມ​ຂອງ​ເຮົາ​ຖືກ​ເຊື້ອ​ເຊີນ​ໃຫ້​ເຕີບ​ໂຕ​ຂຶ້ນ​ໃນ​ວິ​ທີ​ທີ່​ສົມ​ດູນ ຂະ​ນະ​ທີ່​ພວກ​ເຂົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ໃນ​ຕອນ​ໄວ​ໜຸ່ມ ພຣະ​ອົງ​ໄດ້ “ຈະ​ເລີນ​ເຕີບ​ໂຕ​ຂຶ້ນ​ໃນ​ດ້ານ​ສະ​ຕິ​ປັນ​ຍາ, ແລະ ໃນ​ດ້ານ​ຮ່າງ​ກາຍ, ແລະ ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະ​ນຸດ​ດ້ວຍ” (ລູ​ກາ 2:52).

  4. ໂຢ​ຮັນ 14:6.

  5. 2 ນີ​ໄຟ 31:20.

  6. 3 ນີ​ໄຟ 13:32–33; ເບິ່ງ ມັດ​ທາຍ 6:32–33 ນຳ​ອີກ. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 6:38 ໄດ້​ໃຫ້​ຄວາມ​ຮູ້​ເພີ່ມ​ເຕີມ​ທີ່​ວ່າ: “ກ່ອນ​ອື່ນ​ໝົດ ຈົ່ງ​ສະ​ແຫວງ​ຫາ​ທີ່​ຈະ​ສ້າງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ທີ່​ຈະ​ສະ​ຖາ​ປະ​ນາ​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ” (ໃນ ມັດ​ທາຍ 6:33, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

  7. ຕົວ​ຢ່າງ​ໜຶ່ງ​ທີ່​ມາ​ຈາກ​ສາດ​ສະ​ດາ​ຂອງ​ເຮົາ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຕອນ​ອາ​ຊີບ​ຂອງ​ເພິ່ນ​ກຳ​ລັງ​ຢູ່​ໃນ​ລະ​ດັບ​ສູງ​ສຸດ ໃນ​ຖາ​ນະ​ເປັນ​ໝໍ​ຜ່າ​ຕັດ​ຫົວ​ໃຈ, ເພິ່ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ສະ​ເຕກ. ແອວ​ເດີ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ແລະ ແອວ​ເດີ ລີ​ກະ​ແຣນ ຣິ​ເຈີດສ໌ ໄດ້​ສະ​ເໜີ​ມອບ​ການ​ເອີ້ນ​ໃຫ້​ເພິ່ນ. ໂດຍ​ທີ່​ຮັບ​ຮູ້​ເຖິງ​ຊີ​ວິດ​ການ​ງານ​ທີ່​ຫຍຸ້ງ​ຍາກ​ຂອງ​ເພິ່ນ, ພວກ​ເພິ່ນ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ຫຍຸ້ງ​ຍາກ​ຫລາຍ ແລະ ບໍ່​ຄວນ​ຮັບ​ເອົາ​ການ​ເອີ້ນ​ນີ້, ແລ້ວ​ນັ້ນ​ກໍ​ຄື​ສິດ​ທິ​ພິ​ເສດ​ຂອງ​ທ່ານ.” ເພິ່ນ​ໄດ້​ຕອບ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ເພິ່ນ​ກ່ຽວ​ກັບ​ວ່າ ຈະ​ຮັບ​ໃຊ້​ຫລືບໍ່ ແມ່ນ​ໄດ້​ເຮັດ​ດົນ​ນານ​ມາ​ແລ້ວ, ຕອນ​ເພິ່ນ​ກັບ​ພັນ​ລະ​ຍາ​ຂອງ​ເພິ່ນ​ເຮັດ​ພັນ​ທະ​ສັນ​ຍາ​ຢູ່​ໃນ​ພຣະ​ວິ​ຫານ​ນຳ​ພຣະ​ຜູ້​ເປັນ​ເຈົ້າ. “ພວກ​ເຮົາ​ໄດ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ໃນ​ເວ​ລາ​ນັ້ນ,” ເພິ່ນ​ເວົ້າ, “ເພື່ອ ‘ກ່ອນ​ອື່ນ​ໝົດ … ​ສະ​ແຫວງ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ, ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ’ [ມັດ​ທາຍ 6:33], ໂດຍ​ທີ່​ຮູ້​ສຶກ​ໝັ້ນ​ໃຈ​ວ່າ ທຸກ​ສິ່ງ​ອື່ນ​ອີກ​ຈະ​ຖືກ​ຕື່ມ​ໃຫ້​ພວກ​ເຮົາ, ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ” (Russell Marion Nelson, From Heart to Heart: An Autobiography [1979], 114).

  8. ປະ​ທານ​ແນວ​ສັນ​ໄດ້​ກ່າວ​ເມື່ອ​ບໍ່​ດົນ​ນີ້​ກ່ຽວ​ກັບ “ຊາກ​ເສດ​ເຫລືອ​ເກົ່າໆ​ທີ່​ເຮົາ​ແຕ່​ລະ​ຄົນ​ຈຳ​ເປັນ​ຕ້ອງ​ກຳ​ຈັດ​ອອກ​ຈາກ​ຊີ​ວິດ​ຂອງ​ເຮົາ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. … ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ອະ​ທິ​ຖານ,” ເພິ່ນ​ກ່າວ, “ເພື່ອ​ລະ​ບຸ​ຊາກ​ເສດ​ເຫລືອ​ຕ່າງໆ​ທີ່​ທ່ານ​ຄວນ​ເອົາ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ທ່ານ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ມີ​ຄ່າ​ຄວນ​ຫລາຍ​ຂຶ້ນ” (“Welcome Message,” Liahona, May 2021, 7).

  9. ພຣະ​ຄຳ​ພີ​ກ່າວ​ວ່າ, ຕໍ່​ພຣະ​ເຈົ້າ, ການ​ເສຍ​ສະ​ລະ​ຂອງ​ເຮົາ​ແມ່ນ​ສັກ​ສິດ​ຫລາຍ​ກວ່າ​ຄວາມ​ສຳ​ເລັດ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 117:13). ນີ້​ອາດ​ເປັນ​ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄຸນ​ຄ່າ​ແກ່​ເງິນ​ຂອງ​ແມ່​ໝ້າຍ ຫລາຍ​ກວ່າ​ການ​ບໍ​ລິ​ຈາກ​ຂອງ​ຄົນ​ຮັ່ງ​ມີ. ທຳ​ອິດ​ແມ່ນ​ການ​ເສຍ​ສະ​ລະ, ຊຶ່ງ​ມີ​ຜົນ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ຕໍ່​ຜູ້​ໃຫ້. ທີ​ຫລັງ, ເຖິງ​ແມ່ນ​ຈະ​ສຳ​ເລັດ​ດ້ວຍ​ເງິນ​ຫລາຍກວ່າ, ແຕ່​ກໍ​ບໍ່​ແມ່ນ​ການ​ເສຍ​ສະ​ລະ, ແລະ ​ເຮັດ​ໃຫ້​ຜູ້​ໃຫ້​ບໍ່​ປ່ຽນ​ແປງ.

  10. ໜ້ອຍ​ຄົນ​ທີ່​ສຸດ​ໃນ​ພວກ​ເຮົາ​ທີ່​ຈະ​ຖືກ​ຮຽກ​ຮ້ອງ​ໃຫ້ ເສຍ​ສະ​ລະ ຊີ​ວິດ​ຂອງ​ເຮົາ​ເພື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ເຮົາ​ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້ ອຸ​ທິດ​ຖວາຍ ຊີ​ວິດ​ຂອງ​ເຮົາ​ເພື່ອ​ພຣະ​ອົງ.

  11. ເບິ່ງ ມັດ​ທາຍ 25:14–30.

  12. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  13. ໃນ​ທາງ​ນີ້, ເຮົາ​ເຫັນ​ໃນ​ຊີ​ວິດ​ຂອງ​ເຮົາ​ເຖິງ​ຄຳ​ທຳ​ນາຍ​ຂອງ​ອັກ​ຄະ​ສາ​ວົກ​ໂປ​ໂລ​ທີ່​ເກີດ​ເປັນ​ຈິງ ທີ່​ວ່າ: “ເມື່ອ​ເວ​ລາ​ກຳ​ນົດ​ຄົບ​ບໍ​ລິ​ບູນ​ແລ້ວ [ພຣະ​ເຈົ້າ​ຈະ] ຮວບ​ຮວມ​ສິ່ງ​ສາ​ລະ​ພັດ ທັງ​ມີ​ຢູ່​ໃນ​ຟ້າ​ສະ​ຫວັນ ແລະ ເທິງ​ແຜ່ນ​ດິນ​ໂລກ​ໄວ້​ໃນ​ພຣະ​ຄຣິດ ຜູ້​ຊົງ​ເປັນ​ພຣະ​ປະ​ມຸກ” (ເອ​ເຟ​ໂຊ 1:10).

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33.