ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ເຮັດ​ສິ່ງ​ສຳ​ຄັນ​ທີ່​ສຸດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຈົ່ງ​ເຮັດ​ສິ່ງ​ສຳ​ຄັນ​ທີ່​ສຸດ

ເມື່ອ​ເຮົາ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ຄວາມ​ພໍ​ໃຈ, ແລະ ຄວາມ​ຊື່ນ​ຊົມ.

ບໍ່​ດົນ​ມາ​ນີ້, ເພື່ອນ​ຮັກ​ຄົນ​ໜຶ່ງ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ໃຫ້​ໄປ​ຢ້ຽມ​ຢາມ​ຍິງ​ຄົນ​ໜຶ່ງ​ໃນ​ຫວອດ​ຂອງ​ລາວ. ລາວ​ໄດ້​ປັດ​ປ່າຍ​ການ​ກະ​ຕຸ້ນ​ນັ້ນ​ຍ້ອນ​ວ່າ​ລາວ​ບໍ່​ຮູ້​ຈັກ​ກັບ​ຍິງ​ຄົນ​ນັ້ນ​ຫລາຍ​ປານ​ໃດ—ມັນ​ບໍ່​ສົມ​ເຫດ​ສົມ​ຜົນ. ແຕ່​ໃນ​ເມື່ອ​ຄວາມ​ຄິດ​ນັ້ນ​ກັບ​ມາ​ຫາ​ລາວ​ຕະ​ຫລອດ, ລາວ​ກໍ​ເລີຍ​ຕັດ​ສິນ​ໃຈ​ເຮັດ​ຕາມ​ການ​ກະ​ຕຸ້ນ​ນັ້ນ. ຍ້ອນ​ວ່າ​ລາວ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ກັບ​ການ​ຢ້ຽມ​ຢາມ​ທີ່​ໃກ້​ຈະ​ມາ​ຮອດ, ລາວ​ກໍ​ເລີຍ​ຕັ້ງ​ໃຈ​ວ່າ​ການ​ເອົາ​ຂອງ​ຝາກ​ຂອງ​ຕ້ອນ​ໄປ​ໃຫ້​ເອື້ອຍ​ນ້ອງ​ຄົນ​ນັ້ນ​ຈະ​ຊ່ວຍ​ບັນ​ເທົາ​ຄວາມ​ກັງ​ວົນ​ຂອງ​ລາວ​ໄດ້. ແນ່​ນອນ​ເລີຍ​ວ່າ ລາວ​ຈະ​ໄປ​ມື​ເປົ່າ​ບໍ່​ໄດ້! ສະ​ນັ້ນ​ລາວ​ກໍ​ເລີຍ​ຊື້​ກະ​ແລັມ​ໄປ​ນຳ​ກ່ອງ​ໜຶ່ງ, ແລະ ລາວ​ກໍ​ໄດ້​ໄປ​ເພື່ອ​ເລີ່ມ​ຕົ້ນ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ເປັນ​ກັງ​ວົນ​ວ່າ​ອາດ​ຈະ​ເປັນ​ການ​ຢ້ຽມ​ຢາມ​ແບບ​ເຂີນໆ.

ລາວ​ໄດ້​ເຄາະ​ປະ​ຕູ​ຂອງ​ຍິງ​ຄົນ​ນັ້ນ, ແລະ ບໍ່​ດົນ​ເອື້ອຍ​ນ້ອງ​ຄົນ​ນັ້ນ​ກໍ​ເປີດ​ປະ​ຕູ​ໃຫ້. ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍື່ນ​ກະ​ແລັມ​ໃນ​ຖົງ​ເຈ້ຍ​ສີ​ນ້ຳ​ຕານ​ໃຫ້​ກັບ​ລາວ, ແລ້ວ​ການ​ສົນ​ທະ​ນາ​ກໍ​ເລີ່ມ​ຂຶ້ນ. ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໃຊ້​ເວ​ລາ​ບໍ່​ດົນ​ກໍ​ຮູ້​ເຫດ​ຜົນ​ວ່າ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ມາ​ຢ້ຽມ. ຂະ​ນະ​ທີ່​ເຂົາ​ເຈົ້າ​ນັ່ງ​ນຳ​ກັນ​ຢູ່​ທີ່​ລະ​ບຽງ​ໜ້າ​ບ້ານ, ຍິງ​ຄົນ​ນັ້ນ​ກໍ​ໄດ້​ເປີດ​ເຜີຍ​ການ​ທ້າ​ທາຍ​ຫລາຍ​ຢ່າງ​ທີ່​ລາວ​ກຳ​ລັງ​ປະ​ເຊີນ​ຢູ່. ຫລັງ​ຈາກ​ການ​ລົມ​ກັນ​ເປັນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ​ໃນ​ຄວາມ​ອົບ​ອຸ່ນ​ຂອງ​ອາ​ກາດ​ລະ​ດູ​ຮ້ອນ, ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ​ກະ​ແລັມ​ກຳ​ລັງ​ເປື່ອຍ​ອອກ​ມາ​ຈາກ​ຖົງ​ເຈ້ຍ​ສີ​ນ້ຳ​ຕານ​ນັ້ນ.

ລາວ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໂທດ​ເດີ ກະ​ແລັມ​ຂອງ​ເຈົ້າ​ເປື່ອຍ​ແລ້ວ!”

ຜູ້​ຍິງ​ຄົນ​ນັ້ນ​ໄດ້​ຕອບ​ຢ່າງ​ອ່ອນ​ຫວານ​ວ່າ, “ບໍ່​ເປັນ​ຫຍັງ​ດອກ! ຂ້ອຍ​ແພ້​ນ້ຳ​ຕານ​ໃນ​ນົມ​ຢູ່​ແລ້ວ!”

ໃນ​ຄວາມ​ຝັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ກັບ​ສາດ​ສະ​ດາ​ລີ​ໄຮ​ວ່າ, “ເຈົ້າ​ເປັນ​ສຸກ​ແລ້ວ​ລີ​ໄຮ, ເພາະ​ສິ່ງ​ທີ່​ເຈົ້າ ກະ​ທຳ​ໄວ້.”1

ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ຫລາຍ​ກວ່າ​ການ​ມີ​ຄວາມ​ຫວັງ ຫລື ຄວາມ​ເຊື່ອ​ເທົ່າ​ນັ້ນ. ມັນ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ພະ​ຍາ​ຍາມ, ການ​ເຄື່ອນ​ໄຫວ, ແລະ ຄວາມ​ມຸ່ງ​ໝັ້ນ. ມັນ​ຮຽກ​ຮ້ອງ​ໃຫ້​ເຮົາ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ “ບໍ່​ພຽງ​ແຕ່​ຟັງ​ເທົ່າ​ນັ້ນ, ແຕ່​ຈົ່ງ​ປະ​ຕິ​ບັດ​ຕາມ.”2

ໃນ​ກໍ​ລະ​ນີ​ຂອງ​ກະ​ແລັມ​ທີ່​ລະ​ລາຍ​ແລ້ວ, ແມ່ນ​ຫຍັງ​ສຳ​ຄັນ​ທີ່​ສຸດ? ກະ​ແລັມ​ນັ້ນ​ບໍ? ຫລື ວ່າ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ບາງ​ສິ່ງ?

ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ອັນ​ແສນ​ຫວານ​ກັບ​ຍິງ​ໜຸ່ມ​ທີ່​ໜ້າ​ຮັກ​ຄົນ​ໜຶ່ງ​ຜູ້​ທີ່​ໄດ້​ຖາມ​ຄຳ​ຖາມ​ທີ່​ຈິງ​ໃຈ​ຫລາຍ​ວ່າ: “ຊິດ​ສະ​ເຕີ ຄະ​ເຣ​ເວັນ, ທ່ານ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ກ່ຽວ​ກັບ​ສາດ​ສະ​ໜາ​ຈັກ​ເປັນ​ຄວາມ​ຈິງ? ເພາະ​ວ່າ​ຂ້າ​ນ້ອຍ​ບໍ່​ຮູ້​ສຶກ​ຫຍັງ​ເລີຍ.”

ກ່ອນ​ຈະ​ຕອບ​ທັນ​ທີ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄຳ​ຖາມ​ນາງ​ກ່ອນ. “ຈົ່ງ​ບອກ​ຂ້ອຍ​ກ່ຽວ​ກັບ​ພຣະ​ຄຳ​ພີ​ທີ່​ເຈົ້າ​ສຶກ​ສາ​ເປັນ​ການ​ສ່ວນ​ຕົວ.”

ລາວ​ໄດ້​ຕອບ​ວ່າ, “ຂ້າ​ນ້ອຍ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ.”

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ແລະ ກັບ​ຄອບ​ຄົວ​ຂອງ​ເຈົ້າ​ເດ?” ພວກ​ເຈົ້າ​ໄດ້​ສຶກ​ສາ ຈົ່ງ​ຕາມ​ເຮົາ​ມາ ນຳ​ກັນ​ບໍ?”

ນາງ​ໄດ້​ເວົ້າ​ວ່າ, “ບໍ່​ເລີຍ.”

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຂອງ​ນາງ​ວ່າ: “ເຈົ້າ​ຮູ້​ສຶກ​ເຖິງ​ຫຍັງ​ບໍ​ຕອນ​ເຈົ້າ​ອະ​ທິ​ຖານ?

ຄຳ​ຕອບ​ຂອງ​ນາງ​ຄື: “ຂ້າ​ນ້ອຍ​ບໍ່​ໄດ້​ອະ​ທິ​ຖານ.”

ຄຳ​ຕອບ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ນາງ​ແມ່ນ​ລຽບ​ງ່າຍ: “ຖ້າ​ເຈົ້າ​ຢາກ​ຮູ້​ອັນ​ໃດ, ເຈົ້າ​ຈະ​ຕ້ອງ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ.”

ນັ້ນ​ຄື​ຄວາມ​ຈິງ​ແມ່ນ​ບໍ​ກັບ​ອັນ​ໃດ​ທີ່​ເຮົາ​ຕ້ອງ​ການ​ຮຽນ​ຮູ້ ຫລື ຮູ້​ຈັກ? ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເພື່ອນ​ຄົນ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ​ຄົນ​ນີ້​ໃຫ້​ເລີ່ມ ການ​ກະ​ທຳ ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື: ການ​ອະ​ທິ​ຖານ, ການ​ສຶກ​ສາ, ການ​ຮັບ​ໃຊ້​ຄົນ​ອື່ນ, ແລະ ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ນັ້ນ​ຈະ​ບໍ່​ມາ​ເຖິງ​ໄດ້​ໃນ​ຂະ​ນະ​ທີ່​ບໍ່​ມີ​ການ​ກະ​ທຳ​ຫຍັງ​ເລີຍ. ມັນ​ມາ​ໂດຍ​ຜ່ານ​ທາງ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຂະ​ນະ​ທີ່​ເຮົາ​ຕັ້ງ​ໃຈ​ພະ​ຍາ​ຍາມ​ຮູ້​ໂດຍ​ການ​ທູນ​ຂໍ, ການ​ຊອກ​ຫາ, ແລະ ການ​ເຄາະ. ມັນ​ມາ​ໂດຍ​ການ​ກະ​ທຳ.3

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເປັນ​ບາງ​ຄັ້ງ​ວ່າ, “ມັນ​ບໍ່​ສຳ​ຄັນ.”4 ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄຕ່​ຕອງ​ວ່າ ຖ້າ​ຫາກ​ມີ​ສິ່ງ​ທີ່​ບໍ່​ສຳ​ຄັນ, ຫລື ສຳ​ຄັນ​ໜ້ອຍ​ກວ່າ, ມັນ​ກໍ​ຕ້ອງ​ມີ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ໃນ​ການ ເຮັດ​ບາງ​ສິ່ງ​ບາງ​ຢ່າງ ຫລື ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ, ເຮົາ​ອາດ​ຕ້ອງ​ຖາມ​ຕົວ​ເອງ​ວ່າ, “ແມ່ນ​ຫຍັງ​ສຳ​ຄັນ​ທີ່​ສຸດ?”

ຜູ້​ໂຄ​ສະ​ນາ​ມັກ​ໃຊ້​ຄຳ​ໂຄ​ສະ​ນາ​ທີ່​ວ່າ “ຈຳ​ເປັນ” ຫລື “ຕ້ອງ​ມີ” ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ລໍ້​ເຮົາ​ໃຫ້​ເຊື່ອ​ໃນ​ຜະ​ລິດ​ຕະ​ພັນ​ທີ່​ເຂົາ​ເຈົ້າ​ຂາຍ​ນັ້ນ ວ່າ​ຈຳ​ເປັນ​ສຳ​ລັບ​ຄວາມ​ສຸກ​ຂອງ​ເຮົາ ຫລື ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂອງ​ເຮົາ. ແຕ່​ສິ່ງ​ທີ່​ເຂົາ​ເຈົ້າ​ຂາຍ​ນັ້ນ​ແມ່ນ ຈຳ​ເປັນ ແທ້ໆ ບໍ? ເຮົາ​ຈຳ​ເປັນ​ຕ້ອງ​ມີ​ມັນ ແທ້ໆ ບໍ? ມັນ​ສຳ​ຄັນ ແທ້ໆ ບໍ?

ຕໍ່​ໄປ​ນີ້​ແມ່ນ​ຄວາມ​ຄິດ​ບາງ​ຢ່າງ ເພື່ອ​ໃຫ້​ພິ​ຈາ​ລະ​ນາ. ແມ່ນ​ຫຍັງ​ທີ່​ສຳ​ຄັນ​ທີ່​ສຸດ?

  • ເຮົາ​ໄດ້​ຮັບ “ການ​ກົດ​ໄລ້” ຈັກ​ຄັ້ງ​ຂອງ​ການ​ລົງ​ຂໍ້​ຄວາມ​ຂອງ​ເຮົາ​ໃນ​ສື່​ສັງ​ຄົມ? ຫລື ວ່າ​ເຮົາ​ເປັນ​ທີ່​ຮັກ ແລະ ມີ​ຄຸນ​ຄ່າ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ປານ​ໃດ?

  • ການ​ສວມ​ໃສ່​ເສື້ອ​ຜ້າ​ແບບ​ສະ​ໄໝ​ນິ​ຍົມ​ບໍ? ຫລື ການ​ໃຫ້​ຄວາມ​ເຄົາ​ລົບ​ຕໍ່​ຮ່າງ​ກາຍ​ເຮົາ​ເອງ​ໂດຍ​ການ​ນຸ່ງ​ຖື​ແບບ​ສຸ​ພາບ?

  • ການ​ຊອກ​ຫາ​ຄຳ​ຕອບ​ຜ່ານ​ທາງ​ການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ເນັດ​ບໍ? ຫລື ການ​ໄດ້​ຮັບ​ຄຳ​ຕອບ​ຈາກ​ພຣະ​ເຈົ້າ​ຜ່ານ​ທາງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

  • ຕ້ອງ​ການ​ເພີ່ມ​ອີກ​ບໍ? ຫລື ພໍ​ໃຈ​ກັບ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ມາ?

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ:

“ໂດຍ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ເພື່ອນ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ສາ​ມາດ​ເບິ່ງ​ເຫັນ​ໄດ້​ຖືກ​ຕ້ອງ ຜ່ານ​ວັດ​ທະ​ນະ​ທຳ​ຂອງ​ຄົນ​ມີ​ຊື່​ສຽງ​ທີ່​ທຳ​ລາຍ​ສັງ​ຄົມ​ຂອງ​ເຮົາ. ພວກ​ເຈົ້າ​ສາ​ມາດ​ເປັນ​ຄົນ​ສະ​ຫລາດ​ຫລາຍ​ກວ່າ​ລຸ້ນ​ຄົນ​ກ່ອນໆ​ທີ່​ເຄີຍ​ເປັນ​ມາ. …

ຈົ່ງ​ຕັ້ງ​ມາດ​ຕະ​ຖານ​ໃຫ້​ກັບ​ໂລກ​ທັງ​ໝົດ!”5

ມັນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ໃນ​ການ​ເອົາ​ໃຈ​ໃສ່​ກັບ​ສິ່ງ​ທີ່ ຈຳ​ເປັນ​ແທ້ໆ ສຳ​ລັບ​ຄວາມ​ສຸກ​ທີ່​ຍືນ​ຍົງ. ຊາ​ຕານ​ບໍ່​ຕ້ອງ​ການ​ຫຍັງ​ຫລາຍ​ໄປ​ກວ່າ​ການ​ທີ່​ເຮົາ​ວາງ​ຄຸນ​ຄ່າ​ນິ​ລັນ​ດອນ​ຂອງ​ເຮົາ​ໄວ້​ຜິດ​ບ່ອນ, ເຮັດ​ໃຫ້​ເຮົາ​ເສຍ​ເວ​ລາ​ອັນ​ມີ​ຄຸນ​ຄ່າ, ພອນ​ສະ​ຫວັນ, ຫລື ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ກັບ​ສິ່ງ​ທີ່​ບໍ່​ສຳ​ຄັນ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ​ເຖິງ​ສິ່ງ​ເຫລົ່າ​ນັ້ນ​ທີ່​ລົບ​ກວນ​ເຮົາ​ຈາກ​ການ​ເຮັດ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ.

ນາຍ​ຄູ ຊັ້ນ ປ3 ຂອງ​ລູກ​ຊາຍ​ກົກ​ຂອງ​ພວກ​ເຮົາ​ໄດ້​ສອນ​ຫ້ອງ​ຮຽນ​ຂອງ​ລາວ​ໃຫ້ “ຄວບ​ຄຸມ​ສະ​ໝອງ​ຂອງ​ຕົວ​ເອງ.” ມັນ​ເປັນ​ການ​ເຕືອນ​ສະ​ຕິ​ເດັກ​ນັກ​ຮຽນ​ຂອງ​ລາວ​ວ່າ ພວກ​ເຂົາ​ຄວບ​ຄຸມ​ຄວາມ​ຄິດ​ຂອງ​ຕົນ​ເອງ​ໄດ້ ແລະ ສະ​ນັ້ນ​ຈຶ່ງ​ສາ​ມາດ​ຄວບ​ຄຸມ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ເຊັ່ນ​ກັນ. ຂ້າ​ພະ​ເຈົ້າ​ເຕືອນ​ຕົວ​ເອງ​ໃຫ້ “​ຄວບ​ຄຸມ​ສະ​ໝອງ ຂອງ​ຂ້າ​ພະ​ເຈົ້າ ເອງ” ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຕົວ​ເອງ​ກຳ​ລັງ​ລ່ອງ​ລອຍ​ໄປ​ຫາ​ສິ່ງ​ທີ່​ສຳ​ຄັນ​ໜ້ອຍ​ກວ່າ.

ບໍ່​ດົນ​ມາ​ນີ້​ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ປາຍ​ຄົນ​ໜຶ່ງ​ໄດ້​ບອກ​ກັບ​ຂ້າ​ພະ​ເຈົ້າ​ວ່າ ມັນ​ກາຍ​ເປັນ​ທີ່​ນິ​ຍົມ​ກັນ​ໃນ​ໝູ່​ຊາວ​ໜຸ່ມ​ບາງ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ບໍ່​ສົນ​ໃຈ​ພຣະ​ບັນ​ຍັດ ໂດຍ​ມີ​ແຜນ​ຈະ​ກັບ​ໃຈ​ໃນ​ພາຍ​ຫລັງ. “ພວກ​ເຂົາ​ພູມ​ໃຈ​ກັບ​ສິ່ງ​ທີ່​ພວກ​ເຂົາ​ເຮັດ,” ຂ້າ​ພະ​ເຈົ້າ​ໄດ້​ຖືກ​ບອກ. ແນ່​ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສືບ​ຕໍ່​ໃຫ້​ອະ​ໄພ​ຜູ້​ທີ່​ກັບ​ໃຈ​ຢ່າງ​ຖ່ອມ​ຕົນ “ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ.”6 ແຕ່​ການ​ຊົດ​ໃຊ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ຄວນ​ຖືກ​ນຳ​ໃຊ້​ໃນ​ວິ​ທີ​ທີ່​ເຍາະ​ເຍີ້ຍ​ແບບ​ນີ້. ເຮົາ​ຮູ້​ຄຳ​ອຸ​ປະ​ມາ​ເລື່ອງ​ແກະ​ໂຕ​ໜຶ່ງ​ທີ່​ເສຍ​ໄປ. ແນ່​ນອນ​ວ່າ, ຜູ້​ລ້ຽງ​ແກະ​ຈະ​ປະ​ແກະ 99 ໂຕ​ນັ້ນ​ໄວ້​ເພື່ອ​ໄປ​ຊອກ​ຫາ​ແກະ​ໂຕ​ໜຶ່ງ​ທີ່​ຫລົງ​ທາງ​ໄປ. ແຕ່​ວ່າ​ທ່ານ​ສາ​ມາດ​ຈິນ​ຕະ​ນາ​ການ​ເຖິງ​ຄວາມ​ສຸກ​ທີ່​ຜູ້​ເລືອກ​ເປັນ​ແກະ​ໃນ​ບັນ​ດາ 99 ໂຕ ນຳ​ມາ​ໃຫ້​ຜູ້​ທີ່​ລ້ຽງ​ແກະ​ທີ່​ດີ​ໄດ້​ບໍ? ຜູ້​ທີ່​ຍຶດ​ໝັ້ນ​ຢູ່​ນຳ​ກັນ ແລະ ຊ່ວຍ​ເຫລືອ​ຊຶ່ງ​ກັນ​ແລະ​ກັນ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ? ທ່ານ​ສາ​ມາດ​ວາດ​ພາບ​ໄດ້​ບໍ​ວ່າ​ໂລກ​ນີ້ ຫລື ໂຮງ​ຮຽນ​ຂອງ​ທ່ານ ຫລື ບ່ອນ​ເຮັດ​ວຽກ​ຂອງ​ທ່ານ ຫລື ບ້ານ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ​ຖ້າ​ວ່າ​ການ​ເຊື່ອ​ຟັງ​ເປັນ​ສິ່ງ​ທີ່​ນິ​ຍົມ​ກັນ​ເຮັດ? ມັນ​ບໍ່​ກ່ຽວ​ກັບ​ການ ເຮັດ ໃຫ້​ຊີ​ວິດ​ສົມ​ບູນ​ແບບ—ແຕ່​ມັນ​ກ່ຽວ​ກັບ​ການ​ພົບ​ເຫັນ​ຄວາມ​ສຸກ​ໃນ​ຂະ​ນະ​ທີ່​ກຳ​ລັງ ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ເຈົ້າ.

ເມື່ອ​ໂລກ​ສະ​ແດງ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ພຣະ​ເຈົ້າ​ຫລາຍ​ຂຶ້ນ ແລະ ຄວາມ​ສັບ​ສົນ ແລະ ແຮງ​ກົດ​ດັນ​ກໍ​ກຳ​ລັງ​ເພີ່ມ​ຂຶ້ນ, ນີ້​ແມ່ນ​ເວ​ລາ​ທີ່​ເຮົາ​ຈະ​ຕ້ອງ​ຢູ່​ໃກ້​ກັບ​ສາດ​ສະ​ດາ​ຫລາຍ​ທີ່​ສຸດ. ໃນ​ຖາ​ນະ​ທີ່​ເພິ່ນ​ເປັນ​ກະ​ບອກ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ໄວ້​ວາງ​ໃຈ​ໄດ້​ວ່າ​ສິ່ງ​ທີ່​ເພິ່ນ​ຮຽກ​ຮ້ອງ, ແນະ​ນຳ, ແລະ ວິງ​ວອນ​ໃຫ້​ເຮົາ​ເຮັດ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ.

ເຖິງ​ແມ່ນ​ວ່າ​ມັນ​ອາດ​ຈະ​ບໍ່​ງ່າຍ, ແຕ່​ຍ່ອມ​ມີ​ຫົນ​ທາງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ​ສະ​ເໝີ. ໃນ​ຂະ​ນະ​ທີ່​ກຳ​ລັງ​ລົມ​ກັບ​ໝູ່​ເພື່ອນ​ກຸ່ມ​ໜຶ່ງ​ທີ່​ໂຮງ​ຮຽນ, ຍິງ​ໜຸ່ມ​ຄົນ​ໜຶ່ງ​ຮູ້​ສຶກ​ຕົກ​ໃຈ​ເມື່ອ​ການ​ສົນ​ທະ​ນາ​ກາຍ​ເປັນ​ການ​ວິ​ຈານ​ມາດ​ຕະ​ຖານ​ຂອງ​ສາດ​ສະ​ໜາ​ຈັກ. ລາວ​ໄດ້​ຮັບ​ຮູ້​ວ່າ​ລາວ​ບໍ່​ສາ​ມາດ​ຢູ່​ໂດຍ​ບໍ່​ມີ​ປາກ​ສຽງ​ຫຍັງ​ໄດ້—ລາວ​ຕ້ອງ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ. ດ້ວຍ​ຄວາມ​ເຄົາ​ລົບ, ລາວ​ໄດ້​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບັນ​ຍັດ​ທີ່​ພຣະ​ອົງ​ຊົງ​ກຳ​ນົດ​ໄວ້​ເພື່ອ​ເປັນ​ພອນ ແລະ ປົກ​ປ້ອງ​ລູກໆ​ຂອງ​ພຣະ​ອົງ. ມັນ​ອາດ​ຈະ​ງ່າຍ​ກວ່າ​ສຳ​ລັບ​ລາວ​ທີ່​ຈະ​ບໍ່​ເຮັດ​ຫຍັງ​ເລີຍ. ແຕ່​ແມ່ນ​ຫຍັງ​ລະ​ທີ່​ສຳ​ຄັນ​ທີ່​ສຸດ? ເປັນ​ເຊັ່ນ​ດຽວ​ກັນ​ກັບ​ໝູ່​ພວກ​ບໍ? ຫລື ຈະ​ຢືນ ຂຶ້ນ ເປັນ​ພະ​ຍານ​ຂອງ​ພຣະ​ເຈົ້າ ໃນ “ທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ​ບໍ”?7

ຖ້າ​ວ່າ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈະ​ອອກ​ມາ​ຈາກ​ຄວາມ​ມືດ​ມົວ, ເຮົາ​ກໍ​ຕ້ອງ​ອອກ​ມາ​ຈາກ​ຄວາມ​ມືດ​ມົວ​ນັ້ນ​ເຊັ່ນ​ກັນ. ໃນ​ຖາ​ນະ​ທີ່​ເປັນ​ສະ​ຕີ​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ, ເຮົາ​ຕ້ອງ​ສາຍ​ແສງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໄປ​ທົ່ວ​ໂລກ​ໂດຍ​ການ​ກ້າວ​ຂຶ້ນ ແລະ ໂດດ​ເດັ່ນ. ເຮົາ​ເຮັດ​ສິ່ງ​ນີ້​ນຳ​ກັນ​ໃນ​ຖາ​ນະ​ທິ​ດາ​ຂອງ​ພຣະ​ເຈົ້າ—ພະ​ລັງ​ຂອງ​ສະ​ຕີ 8.2 ລ້ານ​ຄົນ​ອາ​ຍຸ 11 ປີ​ຂຶ້ນ​ໄປ, ຊຶ່ງ​ມີ​ວຽກ​ງານ​ອັນ​ດຽວ​ກັນ​ທຸກ​ປະ​ການ. ເຮົາ​ກຳ​ລັງ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ຂະ​ນະ​ທີ່​ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ: ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ດູ​ແລ​ຄົນ​ຂັດ​ສົນ, ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ, ແລະ ເຕົ້າ​ໂຮມ​ຄອບ​ຄົວ​ສຳ​ລັບ​ນິ​ລັນ​ດອນ.8 ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກະ​ທຳ ແລະ ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ສຸກ! ຂໍ​ໃຫ້​ເຮົາ​ຢ່າ​ປະ​ໝາດ​ຄວາມ​ສາ​ມາດ​ຂອງ​ເຮົາ​ໃນ​ການ​ເຮັດ​ສິ່ງ​ເຫລົ່າ​ນັ້ນ​ທີ່​ສຳ​ຄັນ​ທີ່​ສຸດ. ມໍ​ລະ​ດົກ​ສືບ​ທອດ​ຈາກ​ສະ​ຫວັນ​ຂອງ​ເຮົາ​ໃຫ້​ຄວາມ​ກ້າ​ຫານ ແລະ ຄວາມ​ໝັ້ນ​ໃຈ​ແກ່​ເຮົາ​ເພື່ອ​ໃຫ້​ເຮັດ ແລະ ເປັນ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ​ຮູ້​ຈັກ​ວ່າ​ເຮົາ​ສາ​ມາດ​ເປັນ​ໄດ້.

ຫົວ​ຂໍ້​ຂອງ​ຊາວ​ໜຸ່ມ​ສໍາ​ລັບ​ປີ​ນີ້​ແມ່ນ​ມາ​ຈາກ ສຸ​ພາ​ສິດ 3:5–6:

“ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ, ຢ່າ​ເຊື່ອ​ໝັ້ນ​ຈັກ​ເທື່ອ​ໃນ​ສິ່ງ​ທີ່​ເຈົ້າ​ຄິດ​ວ່າ​ເຈົ້າ​ຮູ້​ຈັກ.

“ຈົ່ງ​ລະ​ນຶກ​ເຖິງ​ພຣະ​ເຈົ້າ​ໃນ​ທຸກ​ສິ່ງ​ທີ່​ເຈົ້າ​ກະ​ທຳ, ແລະ ພຣະ​ອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນ​ທາງ​ອັນ​ຖືກ​ຕ້ອງ.”

ອົງ​ປະ​ກອບ​ສຳ​ຄັນ​ໃນ​ການ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ການ​ກ້າວ​ໄປ​ທາງ​ໜ້າ, ໂດຍ​ເຊື່ອ​ວ່າ​ພຣະ​ອົງ​ຈະ​ນຳ​ທາງ​ເຮົາ ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ເຮົາ​ບໍ່​ໄດ້​ຮັບ​ຄຳ​ຕອບ​ທັງ​ໝົດ.

ເອື້ອຍ​ນ້ອງ​ເອີຍ, ມັນ​ບໍ່​ໄດ້​ກ່ຽວ​ກັບ​ກະ​ແລັມ. ແລະ ມັນ​ບໍ່​ໄດ້​ກ່ຽວ​ກັບ​ວ່າ​ຕ້ອງ​ເຮັດ​ຫລາຍ​ຂຶ້ນ. ມັນ​ກ່ຽວ​ກັບ​ການ​ເຮັດ​ສິ່ງ​ທີ່​ສຳ​ຄັນ. ມັນ​ຄື​ການ​ນຳ​ໃຊ້​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃນ​ຊີ​ວິດ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ.

ເມື່ອ​ເຮົາ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຢ່າງ​ໝັ້ນ​ຄົງ​ຫລາຍ​ຂຶ້ນ​ເທົ່າ​ໃດ, ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກໍ​ຈະ​ຍິ່ງ​ເຕີບ​ໂຕ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ເມື່ອ​ສັດ​ທາ​ຂອງ​ເຮົາ​ເຕີບ​ໂຕ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ຍິ່ງ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ໃຈ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ແລະ ເມື່ອ​ເຮົາ​ກັບ​ໃຈ​ຫລາຍ​ຂຶ້ນ​ເທົ່າ​ໃດ, ເຮົາ​ຈະ​ຍິ່ງ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ເຈົ້າ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ນັ້ນ​ຈະ​ນຳ​ເຮົາ​ໄປ​ພຣະ​ວິ​ຫານ ເພາະ​ວ່າ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ​ເປັນ​ວິ​ທີ​ທີ່​ເຮົາ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.

ເມື່ອ​ເຮົາ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ຖືກ​ຊີ້​ນຳ​ໃຫ້​ເຮັດ​ສິ່ງ​ສຳ​ຄັນ​ທີ່​ສຸດ. ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ດ້ວຍ​ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ, ຄວາມ​ພໍ​ໃຈ, ແລະ ດ້ວຍ​ຄວາມ ຊື່ນ​ຊົມ! ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.