ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຂ່າວ​ສານ​ທີ່​ເປັນ​ການ​ແນະ​ນຳ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ຂ່າວ​ສານ​ທີ່​ເປັນ​ການ​ແນະ​ນຳ

ພວກ​ເຮົາ​ໃຫ້​ກຽດ​ທິ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປະ​ຊຸມ​ພາກ​ພິ​ເສດ​ນີ້​ໂດຍ​ການ​ສຸມ​ໃສ່​ຂໍ້​ກັງ​ວົນ​ຂອງ​ເຂົາ​ເຈົ້າ ແລະ ອົງ​ການ​ຂອງ​ເຂົາ​ເຈົ້າ.

ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂະ​ນະ​ທີ່​ພວກ​ເຮົາ​ເລີ່ມ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ສະ​ຕີ​ທີ່​ພິ​ເສດ​ນີ້, ຂ້າ​ພະ​ເຈົ້າ​ຍິນ​ດີ​ທີ່​ຈະ​ນຳ​ສະ​ເໜີ​ຂ່າວ​ສານ​ທີ່​ເປັນ​ການ​ແນະ​ນຳ ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ.

ກອງ​ປະ​ຊຸມ​ພາກ​ວັນ​ເສົາ​ຂອງ​ພວກ​ເຮົາ​ແມ່ນ​ມີ​ປະ​ຫວັດ​ຂອງ​ຈຸດ​ປະ​ສົງ​ທີ່​ແຕກ​ຕ່າງ​ກັນ ແລະ ຜູ້​ຟັງ​ທີ່​ແຕກ​ຕ່າງ​ກັນ. ໃນ​ຕອນ​ແລງ​ນີ້​ພວກ​ເຮົາ​ກໍ​ເພີ່ມ​ເຂົ້າ​ໄປ​ໃນ​ປະ​ຫວັດ​ສາດ​ນັ້ນ​ເມື່ອ​ເຮົາ​ໄດ້​ດຳ​ເນີນ​ຕາມ​ຈຸດ​ປະ​ສົງ ແລະ ຂັ້ນ​ຕອນ​ໃໝ່​ສຳ​ລັບ​ອະ​ນາ​ຄົດ​ທີ່​ຄາດ​ໄວ້. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ມີ​ການ​ປ່ຽນ​ແປງ. ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ບໍ່​ມີ​ການ​ປ່ຽນ​ແປງ. ພັນ​ທະ​ສັນ​ຍາ​ສ່ວນ​ຕົວ​ຂອງ​ເຮົາ​ບໍ່​ມີ​ການ​ປ່ຽນ​ແປງ. ແຕ່​ໄລ​ຍະ​ຫລາຍ​ປີ​ຜ່ານ​ມາ, ການ​ປະ​ຊຸມ​ຕ່າງໆ​ທີ່​ພວກ​ເຮົາ​ໄດ້​ຈັດ​ຂຶ້ນ​ເພື່ອ​ສື່​ສານ​ຂ່າວ​ສານ​ຂອງ​ພວກ​ເຮົາ​ແມ່ນ​ມີ​ການ​ປ່ຽນ​ແປງ ແລະ ມີ​ແນວ​ໂນ້ມ​ວ່າ​ຈະ​ປ່ຽນ​ແປງ​ຕໍ່​ໄປ​ໃນ​ອີກ​ຫລາຍ​ປີ.

ສະ​ເພາະ​ປະ​ຈຸ​ບັນ​ນີ້, ການ​ປະ​ຊຸມ​ວັນ​ເສົາ​ພາກ​ຄ່ຳ​ນີ້​ແມ່ນ​ພາກ​ໜຶ່ງ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ບໍ່​ແມ່ນ​ພາກ​ຂອງ​ອົງ​ການ​ໃດໆ. ເຊັ່ນ​ດຽວ​ກັນ​ກັບ​ທຸກ​ພາກ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ການ​ວາງ​ແຜນ, ຜູ້​ກ່າວ​ປາ​ໄສ, ແລະ ເພງ​ໄດ້​ຖືກ​ກຳ​ນົດ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ.

ພວກ​ເຮົາ​ຂໍ​ໃຫ້​ປະ​ທານ​ຈີນ ບີ ບິງ​ກຳ, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ເປັນ​ຄົນ​ດຳ​ເນີນ​ພາກ​ນີ້. ວັນ​ເສົາ​ພາກ​ຄ່ຳ​ໃນ​ອະ​ນາ​ຄົດ​ອາດ​ຈະ​ຖືກ​ດຳ​ເນີນ​ການ​ໂດຍ​ເຈົ້າ​ໜ້າ​ທີ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ໃດ​ຄົນ​ໜຶ່ງ, ເຊັ່ນ​ວ່າ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ, ຍິງ​ໜຸ່ມ, ແລະ ປະ​ຖົມ​ໄວ, ທີ່​ຖືກ​ກຳ​ນົດ​ໂດຍ​ຝ່າຍ​ປະ​ທານ​ສູງ​ສຸດ.

ໃນ​ຄ່ຳ​ຄືນ​ນີ້ ວັນ​ເສົາ​ພາກ​ຄ່ຳ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຈະ​ສຸມ​ໃສ່​ຂໍ້​ກັງ​ວົນ​ຂອງ​ສະ​ຕີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ໃນ​ນີ້​ແມ່ນ​ຈະ​ລວມ​ທັງ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ຕີ​ໂດຍ​ສະ​ເພາະ, ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ທົ່ວ​ໄປ ແລະ ວຽກ​ງານ​ຂອງ​ອົງ​ການ​ຕ່າງໆ​ລວມ​ທັງ​ສະ​ຕີ ແລະ ເດັກ​ຍິງ​ຂອງ​ສາດ​ສະ​ໜາ​ຈັກ. ເຖິງ​ແມ່ນ​ວ່າ​ພາກ​ນີ້​ຈະ​ຖ່າຍ​ທອດ​ໃຫ້​ກັບ​ຜູ້​ຟັງ​ທົ່ວ​ໂລກ​ໂດຍ​ເຈດ​ຕະ​ນາ​ເຊັ່ນ​ດຽວ​ກັນ​ກັບ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທຸກ​ພາກ, ແຕ່​ຜູ້​ຟັງ​ທີ່​ໄດ້​ຮັບ​ເຊີນ​ໃຫ້​ເຂົ້າ​ຮ່ວມ​ໃນ​ສູນ​ກາງ​ປະ​ຊຸມ​ໃຫຍ່​ສຳ​ລັບ​ພາກ​ນີ້​ແມ່ນ​ສະ​ຕີ ແລະ ເດັກ​ຍິງ​ທີ່​ມີ​ອາ​ຍຸ 12 ປີ​ຂຶ້ນ​ໄປ. ພວກ​ເຮົາ​ໄດ້​ເຊີນ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ຈຳ​ນວນ​ໜຶ່ງ​ທີ່​ເປັນ​ປະ​ທານ​ໃນ​ອົງ​ການ​ຕ່າງໆ​ໃຫ້​ເຂົ້າ​ຮ່ວມ​ນຳ.

ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ລິ​ເລີ່ມ​ຢູ່​ທີ່​ນີ້​ແມ່ນ​ການ​ຕອບ​ສະ​ໜອງ​ຕໍ່​ແຫລ່ງ​ຂໍ້​ມູນ​ການ​ສື່​ສານ​ທີ່​ປະ​ຈຸ​ບັນ​ມີ​ໃຫ້​ກັບ​ການ​ເປັນ​ຜູ້​ນຳ ແລະ ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ທົ່ວ​ໂລກ. ຄຳ​ສອນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສຳ​ລັບ​ທຸກໆ​ຄົນ, ດັ່ງ​ນັ້ນ ນີ້​ແມ່ນ​ແຮງ​ຈູງ​ໃຈ​ຫລັກ ແລະ ການ​ເຜີຍ​ແຜ່​ຂະ​ຫຍາຍ​ກວ້າງ​ອອກ​ໄປ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໃຫ້​ກຽດ​ທິ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ປະ​ຊຸມ​ພາກ​ພິ​ເສດ​ນີ້​ໂດຍ​ການ​ສຸມ​ໃສ່​ຂໍ້​ກັງ​ວົນ​ຂອງ​ເຂົາ​ເຈົ້າ ແລະ ອົງ​ການ​ຂອງ​ເຂົາ​ເຈົ້າ.

ພວກ​ເຮົາ​ຮູ້​ສຶກ​ກະ​ຕັນ​ຍູ​ສຳ​ລັບ​ເທັກ​ໂນ​ໂລ​ຈີ​ຂອງ​ການ​ຖ່າຍ​ທອດ​ທີ່​ບັດ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ສາ​ມາດ​ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ແບບ​ລະ​ອຽດ ໂດຍ​ການ​ກ່າວ​ເຖິງ​ຜູ້​ຟັງ​ແບບ​ສະ​ເພາະ​ເຈາະ​ຈົງ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ. ພວກ​ເຮົາ​ດີ​ໃຈ​ທີ່​ໂອ​ກາດ​ການ​ເດີນ​ທາງ​ເປີດ​ຂະ​ຫຍາຍ​ກວ້າງ​ຫລາຍ​ຂຶ້ນ​ໃນ​ປະ​ຈຸ​ບັນ. ສິ່ງ​ນີ້​ໄດ້​ເອື້ອ​ອຳ​ນວຍ​ພວກ​ເຮົາ​ໃຫ້​ສົ່ງ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄປ​ດຳ​ເນີນ​ການ​ຝຶກ​ອົບ​ຮົມ​ແບບ​ໜ້າ​ຕໍ່​ໜ້າ​ເປັນ​ປະ​ຈຳ ຕາມ​ຄວາມ​ຈຳ​ເປັນ​ໃນ​ສະ​ໜາມ.

ນີ້​ແມ່ນ​ວຽກ​ງານ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ຖືກ​ຊີ້​ນຳ​ໂດຍ​ພຣະ​ວິນ​ຍານ​ສັກ​ສິດ​ຂອງ​ພຣະ​ອົງ. ພວກ​ເຮົາ​ອ້ອນ​ວອນ​ຂໍ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ຈົ່ງ​ມາ​ສູ່​ຜູ້​ນຳ​ອົງ​ການ​ເຫລົ່າ​ນີ້ ແລະ ສະ​ຕີ ແລະ ເດັກ​ຍິງ ຜູ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ອົງ​ການ​ເຫລົ່າ​ນີ້ ແລະ ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາ​ແມນ.