ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ສັນ​ຕິ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ສັນ​ຕິ​ສຸກ

ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ ທີ່​ຈະ​ແບ່ງ​ປັນ​ອຳ​ນາດ ແລະ ສັນ​ຕິ​ສຸກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ທຸກ​ຄົນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂໍ​ຕ້ອນ​ຮັບ​ທ່ານ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ! ຂ້າ​ພະ​ເຈົ້າ​ໄດ້​ລໍ​ຖ້າ​ວັນ​ນີ້​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ເພື່ອ​ທ່ານ ທຸກ​ວັນ. ຂ້າ​ພະ​ເຈົ້າ​ຍັງ​ໄດ້​ອະ​ທິ​ຖານ​ວ່າ ກອງ​ປະ​ຊຸມ​ນີ້​ຈະ​ເປັນ​ເວ​ລາ​ແຫ່ງ​ການ​ຟື້ນ​ຟູ​ທາງ​ວິນ​ຍານ​ສຳ​ລັບ​ທ່ານ​ແຕ່​ລະ​ຄົນ.

ນັບ​ຕັ້ງ​ແຕ່​ກອງ​ປະ​ຊຸມ​ເທື່ອ​ແລ້ວ​ນີ້, ຄວາມ​ຫຍຸ້ງ​ຍາກ​ໃນ​ໂລກ​ກໍ​ຍັງ​ມີ​ຢູ່​ຢ່າງ​ຕໍ່​ເນື່ອງ. ການ​ລະ​ບາດ​ທົ່ວ​ໂລກ​ກໍ​ຍັງ​ກະ​ທົບ​ກະ​ເທືອນ​ຊີ​ວິດ​ຂອງ​ເຮົາ​ຢູ່. ບັດ​ນີ້​ໂລກ​ສັ່ນ​ສະ​ເທືອນ​ດ້ວຍ​ການ​ຂັດ​ແຍ້ງ ທີ່​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ກັບ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ຜູ້​ບໍ​ລິ​ສຸດ​ຫລາຍ​ລ້ານ​ຄົນ.

ບັນ​ດາ​ສາດ​ສະ​ດາ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ​ວັນ​ເວ​ລາ​ຂອງ​ເຮົາ, ວ່າ​ມັນ​ຈະ​ມີ​ສົງ​ຄາມ ແລະ ຂ່າວ​ເລົ່າ​ລື​ເລື່ອງ​ສົງ​ຄາມ ແລະ ເມື່ອ​ທັງ​ແຜ່ນ​ດິນ​ໂລກ​ຈະ​ສັບ​ສົນ​ວຸ້ນ​ວາຍ ແລະ ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ແທ້.1 ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ອ້ອນ​ວອນ​ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ​ໃຫ້​ຫາ​ທາງ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ຂອງ​ພວກ​ເພິ່ນ​ຢ່າງ​ສັນ​ຕິ. ພວກ​ເຮົາ​ຂໍ​ໃຫ້​ຜູ້​ຄົນ​ໃນ​ທຸກ​ແຫ່ງ​ຫົນ​ອະ​ທິ​ຖານ​ເພື່ອ​ຄົນ​ຂັດ​ສົນ, ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ທີ່​ເຂົາ​ເຈົ້າ​ເຮັດ​ໄດ້​ເພື່ອ​ຊ່ວຍ​ຄົນ​ຕົກ​ທຸກ​ໄດ້​ຍາກ, ແລະ ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ຢຸດ​ຕິ​ການ​ຂັດ​ແຍ້ງ​ທີ່​ຮ້າຍ​ແຮງ​ໃດໆ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ບໍ່​ມີ​ເວ​ລາ​ໃດ​ທີ່​ຕ້ອງ​ການ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຫລາຍ​ກວ່າ​ໃນ​ເວ​ລາ​ນີ້. ການ​ຂັດ​ແຍ້ງລະ​ເມີດ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຍຶດ​ຖື ແລະ ສິດ​ສອນ. ຂ້າ​ພະ​ເຈົ້າ​ຮັກ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ເປັນ​ພະ​ຍານ​ວ່າ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ການ​ແກ້​ໄຂ​ວິ​ທີ​ດຽວ ເທົ່າ​ນັ້ນ ສຳ​ລັບ​ສັນ​ຕິ​ສຸກ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ສັນ​ຕິ​ສຸກ.2

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ເປັນ​ຄຳ​ຕອບ​ດຽວ ເທົ່າ​ນັ້ນ ເມື່ອ​ຫລາຍ​ຄົນ​ໃນ​ໂລກ​ຕົກ​ຕະ​ລຶງ​ດ້ວຍ​ຄວາມ​ຢ້ານ​ກົວ.3 ສິ່ງ​ນີ້​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຮີບ​ດ່ວນ​ສຳ​ລັບ​ເຮົາ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້ “ໄປ ທົ່ວ ໂລກ ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ມະ​ນຸດ​ສະ​ໂລກ ທັງ​ຫລາຍ.”4 ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ ທີ່​ຈະ​ແບ່ງ​ປັນ​ອຳ​ນາດ ແລະ ສັນ​ຕິ​ສຸກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ກັບ​ທຸກ​ຄົນ​ທີ່​ຈະ​ຮັບ​ຟັງ ແລະ ທຸກ​ຄົນ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຂົາ.

ທຸກ​ຄົນ​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ໄດ້​ສັນ​ຍາ​ວ່າ​ຈະ​ດູ​ແລ​ຄົນ​ອື່ນ ແລະ ຮັບ​ໃຊ້​ຄົນ​ຂັດ​ສົນ. ເຮົາ​ສາ​ມາດ​ສະ​ແດງ​ສັດ​ທາ​ໃນ​ພຣະ​ເຈົ້າ ແລະ ພ້ອມ​ສະ​ເໝີ​ທີ່​ຈະ​ຕອບ​ຄົນ​ທີ່​ຖາມ​ວ່າ “[ເຮົາ] ມີ​ເຫດ​ຜົນ​ປະ​ການ​ໃດ​ຈຶ່ງ​ມີ​ຄວາມ​ຫວັງ​ຢ່າງ​ນັ້ນ.”5 ເຮົາ​ແຕ່​ລະ​ຄົນ​ມີ​ບົດ​ບາດ​ໃນ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ມື້​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຢືນ​ຢັນ​ຢ່າງ​ໜັກ​ແໜ້ນ​ອີກ​ຄັ້ງ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ຊາຍ​ໜຸ່ມ​ທີ່​ມີ​ຄ່າ​ຄວນ ແລະ ສາ​ມາດ ທຸກ​ຄົນ ກຽມ​ພ້ອມ ແລະ ຮັບ​ໃຊ້​ເຜີຍ​ແຜ່. ສຳ​ລັບ​ຊາຍ​ໜຸ່ມ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ການ​ຮັບ​ໃຊ້​ເຜີຍ​ແຜ່​ເປັນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ພວກ​ເຈົ້າ​ຊາຍ​ໜຸ່ມ​ທັງ​ຫລາຍ​ໄດ້​ຖືກ​ສະ​ຫງວນ​ໄວ້​ສຳ​ລັບ​ເວ​ລາ​ນີ້ ເມື່ອ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ກຳ​ລັງ​ເກີດ​ຂຶ້ນ. ຂະ​ນະ​ທີ່​ພວກ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່, ພວກ​ເຈົ້າ​ຈະ​ມີ​ບົດ​ບາດ​ອັນ​ສຳ​ຄັນ ໃນ​ເຫດ​ການ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນີ້!

ສຳ​ລັບ​ເອື້ອຍ​ນ້ອງ​ຄົນ​ໜຸ່ມ ແລະ ສາ​ມາດ, ການ​ເຜີຍ​ແຜ່​ກໍ​ເປັນ​ໂອ​ກາດ​ທີ່​ມີ​ພະ​ລັງ​ຄື​ກັນ, ແຕ່ ເລືອກ​ເຮັດ​ໄດ້. ພວກ​ເຮົາ ຮັກ ບັນ​ດາ​ເອື້ອຍ​ນ້ອງ​ຜູ້​ສອນ​ສາດ​ສະ​ໜາ ແລະ ຕ້ອນ​ຮັບ​ເຂົາ​ເຈົ້າ​ຢ່າງ​ສຸດ​ໃຈ. ສິ່ງ​ທີ່​ພວກ​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ນີ້​ແມ່ນ​ສະ​ຫງ່າ​ງາມ​ຫລາຍ! ຈົ່ງ​ອະ​ທິ​ຖານ​ເພື່ອ​ຈະ​ໄດ້​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ຮັບ​ໃຊ້​ເຜີຍ​ແຜ່​ຫລື​ບໍ່, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຕອບ​ຈິດ​ໃຈ ແລະ ຄວາມ​ຄິດ​ຂອງ​ພວກ​ເຈົ້າ.

ເພື່ອນ​ໜຸ່ມ​ທີ່​ຮັກ​ແພງ​ທັງ​ຫລາຍ, ພວກ​ເຈົ້າ​ແຕ່​ລະ​ຄົນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ອົງ​ໄດ້​ເກັບ ແລະ ສະ​ຫງວນ​ພວກ​ເຈົ້າ​ໄວ້​ເພື່ອ​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ. ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຈົ້າ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່, ບໍ່​ວ່າ​ຈະ​ເປັນ​ການ​ເລາະ​ເຜີຍ​ແຜ່ ຫລື ການ​ຮັບ​ໃຊ້​ບໍ​ລິ​ການ, ຈະ​ເປັນ​ພອນ​ໃຫ້​ແກ່​ພວກ​ເຈົ້າ ແລະ ຄົນ​ອື່ນໆ​ຢ່າງ​ຫລວງ​ຫລາຍ. ພວກ​ເຮົາ​ກໍ​ຕ້ອນ​ຮັບ​ຄູ່​ສາ​ມີ​ພັນ​ລະ​ຍາ​ອາ​ວຸ​ໂສ​ນຳ​ອີກ ເພື່ອ​ຮັບ​ໃຊ້​ເມື່ອ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ​ເອື້ອ​ອຳ​ນວຍ. ການ​ຮັບ​ໃຊ້​ຂອງ​ເຂົາ​ເຈົ້າ​ມີ​ຄ່າ​ຢ່າງ​ທົດ​ແທນ​ບໍ່​ໄດ້.

ຜູ້​ສອນ​ສາດ​ສະ​ໜາ ທຸກ​ຄົນ ສິດ​ສອນ ແລະ ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຄວາມ​ມືດ​ທາງວິນ​ຍານ​ຢູ່​ໃນ​ໂລກ​ເຮັດ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຈຳ​ເປັນ​ຕ້ອງ​ຮຸ່ງ​ແຈ້ງ​ຫລາຍ​ກວ່າ​ທີ່​ຜ່ານ​ມາ. ທຸກ​ຄົນ​ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ໂອ​ກາດ​ໃຫ້​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ. ທຸກ​ຄົນ​ສົມ​ຄວນ​ທີ່​ຈະ​ຮູ້​ວ່າ ເຂົາ​ສາ​ມາດ​ພົບ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ​ທີ່ “ເກີນ​ຄວາມ​ເຂົ້າ​ໃຈ​ທັງ​ໝົດ.”6

ຂໍ​ໃຫ້​ກອງ​ປະ​ຊຸມນີ້​ເປັນ​ເວ​ລາ​ແຫ່ງ​ສັນ​ຕິ​ສຸກ ແລະ ເປັນ​ງານ​ລ້ຽງ​ທາງ​ວິນ​ຍານ​ສຳ​ລັບ​ທ່ານ. ຂໍ​ໃຫ້​ທ່ານ​ຈົ່ງ​ສະ​ແຫວງ​ຫາ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ລະ​ຫວ່າງ​ກອງ​ປະ​ຊຸມ​ພາກ​ຕ່າງໆ​ເຫລົ່າ​ນີ້, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.