ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຕິດ​ຕາມ​ພຣະ​ເຢ​ຊູ: ການ​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2022


ການ​ຕິດ​ຕາມ​ພຣະ​ເຢ​ຊູ: ການ​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ

ຜູ້​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ບໍ່​ໄດ້​ຢູ່​ເສີຍໆ; ເຂົາ​ເຈົ້າ​ຖືກ​ຊັກ​ຊວນ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ຊ່ວງ​ເວ​ລາ​ທີ່​ສັບ​ສົນ​ວຸ້ນ​ວາຍ, ຂັດ​ແຍ້ງ, ແລະ ສຳ​ລັບ​ຫລາຍ​ຄົນ, ທຸກ​ທໍ​ລະ​ມານ​ຢ່າງ​ໜັກ, ໃຈ​ຂອງ​ພວກ​ເຮົາ​ເຕັມ​ປ່ຽມ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ພອນ​ນິ​ລັນ​ດອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຮົາ​ຮັກ​ພຣະ​ອົງ ແລະ ພວກ​ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ແລະ ພວກ​ເຮົາ​ອະ​ທິ​ຖານ​ວ່າ ພວກ​ເຮົາ​ຈະ​ຕິດ​ຕາມ​ພຣະ​ອົງ​ຕະ​ຫລອດ​ໄປ.

ການ​ທ້າ​ທາຍ​ຂອງ​ສື່​ສັງ​ຄົມ

ຜົນ​ກະ​ທົບ​ທີ່​ມີ​ພະ​ລັງ​ຂອງ​ອິນ​ເຕີ​ເນັດ​ແມ່ນ​ເປັນ​ພອນ ແລະ ເປັນ​ການ​ທ້າ​ທາຍ, ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ໃນ​ໂລກ​ສື່​ສັງ​ຄົມ ແລະ ຂໍ້​ມູນ​ແຜ່​ຂະ​ຫຍາຍ​ເໝືອນ​ສາຍ​ຟ້າ​ແລບ, ສຽງ​ຂອງ​ຄົນໆ​ໜຶ່ງ​ກໍ​ສາ​ມາດ​ທະ​ວີ​ຄູນ​ໄດ້​ຢ່າງ​ຫລວງ​ຫລາຍ. ສຽງ​ນັ້ນ, ບໍ່​ວ່າ​ຈະ​ຈິງ ຫລື ບໍ່​ຈິງ, ບໍ່​ວ່າ​ຈະ​ຍຸດ​ຕິ​ທຳ ຫລື ອະ​ຄະ​ຕິ, ບໍ່​ວ່າ​ຈະ​ດີ ຫລື ໂຫດ​ຮ້າຍ, ກໍ​ສາ​ມາດ​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ໂລກ​ໃນ​ທັນ​ທີ​ທັນ​ໃດ.

ຄຳ​ເວົ້າ​ທີ່​ຮອບ​ຄອບ ແລະ ດີ​ໃນ​ສື່​ສັງ​ຄົມ ສ່ວນ​ຫລາຍ​ຈະ​ມິດ​ງຽບ​ບໍ່​ໂດ່ງ​ດັງ, ໃນ​ຂະ​ນະ​ທີ່​ຄຳ​ເວົ້າ​ດູ​ໝິ່ນ ແລະ ຄຽດ​ແຄ້ນ​ມັກ​ຈະ​ດັງ​ກ້ອງ​ຢູ່​ໃນ​ຫູ​ຂອງ​ເຮົາ, ບໍ່​ວ່າ​ຈະ​ເປັນ​ປັດ​ຊະ​ຍາ​ທາງ​ການ​ເມືອງ, ຜູ້​ຄົນ​ໃນ​ຂ່າວ, ຫລື ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ການ​ລະ​ບາດ​ກໍ​ຕາມ. ບໍ່​ມີ​ໃຜ ຫລື ປະ​ທານ​ຄົນ​ໃດ, ລວມ​ທັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ, ລອດ​ພົ້ນ​ຈາກ​ປະ​ກົດ​ການ​ທາງ​ສັງ​ຄົມ ຂອງ​ສຽງ​ຝ່າຍ​ກົງ​ກັນ​ຂ້າມ.

ການ​ກາຍ​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ

ຄຳ​ເທດ​ສະ​ໜາ​ທີ່​ໂນນ​ພູ​ເປັນ​ຂ່າວ​ສານ​ສຳ​ລັບ​ທຸກ​ຄົນ ແຕ່​ມອບ​ໃຫ້​ໂດຍ​ສະ​ເພາະ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ເລືອກ​ຕິດ​ຕາມ​ພຣະ​ອົງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ວິ​ທີ​ດຳ​ລົງ​ຊີ​ວິດ, ໃນ​ສະ​ໄໝ​ນັ້ນ ແລະ ໃນ​ເວ​ລາ​ນີ້, ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຂັດ​ແຍ້ງ ແລະ ຄວາມ​ຫຍາບ​ຄາຍ. “ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ,” ພຣະ​ອົງ​ປະ​ກາດ, “ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ບຸດ.”1

ໂດຍ​ເຄື່ອງ​ປ້ອງ​ກັນ​ແຫ່ງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ກາຍ​ເປັນ​ຄົນ​ມັກ​ສ້າງ​ຄວາມ​ສະ​ຫງົບ​ສຸກ, ເອົາ​ຊະ​ນະ—ໝາຍ​ເຖິງ​ການ​ລະ​ງັບ, ການ​ເຮັດ​ໃຫ້​ເຢັນ​ລົງ, ຫລື ການ​ດັບ​ມອດ—ລູກ​ສອນ​ໄຟ​ທັງ​ໝົດ​ຂອງ​ຜູ້​ປໍ​ລະ​ປັກ.2

ເມື່ອ​ເຮົາ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ, ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຄື ເຮົາ​ຈະ​ຖືກ​ເອີ້ນ​ວ່າ “ລູກ​ຂອງ​ພຣະ​ເຈົ້າ.” ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ເປັນ “ເຊື້ອ​ສາຍ”3 ຂອງ​ພຣະ​ເຈົ້າ, ແຕ່​ການ​ຖືກ​ເອີ້ນ​ວ່າ “ລູກ​ຂອງ​ພຣະ​ເຈົ້າ” ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ນັ້ນ. ເມື່ອ​ເຮົາ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, ເຮົາ​ກາຍ​ເປັນ “ລູກ​ຫລານ” ຂອງ​ພຣະ​ອົງ ແລະ “ທາ​ຍາດ​ຂອງ​ອາ​ນາ​ຈັກ,”4 “ລູກ​ຂອງ​ພຣະ​ຄຣິດ, ບຸດ​ຂອງ​ພຣະ​ອົງ, ແລະ ທິ​ດາ​ຂອງ​ພຣະ​ອົງ.”5

ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຈະ​ລະ​ງັບ ແລະ ເຮັດ​ໃຫ້​ລູກ​ສອນ​ໄຟ​ເຢັນ​ລົງ​ໄດ້​ແນວ​ໃດ? ແນ່ນອນ​ວ່າບໍ່​ແມ່ນ​ໂດຍ​ການ​ຫົດ​ຕົວ​ລົງ​ຢູ່​ຕໍ່​ໜ້າ​ຜູ້​ທີ່​ດູ​ຖູກ​ເຮົາ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ເຮົາ​ສືບ​ຕໍ່​ໝັ້ນ​ຄົງ​ໃນ​ສັດ​ທາ​ຂອງ​ເຮົາ, ແບ່ງ​ປັນ​ຄວາມ​ເຊື່ອ​ຂອງ​ເຮົາ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ ແຕ່​ຈະ​ຫລີກ​ລ້ຽງ​ຈາກ​ການ​ຄຽດ​ແຄ້ນ ຫລື ການ​ປອງ​ຮ້າຍ.6

ເມື່ອ​ບໍ່​ດົນ​ມາ​ນີ້, ຫລັງ​ຈາກ​ໄດ້​ເຫັນ​ຄວາມ​ຄິດ​ເຫັນ​ຢ່າງ​ຮຸນ​ແຮງ ທີ່​ວິ​ຈານ​ສາດ​ສະ​ໜາ​ຈັກ, ຄຸນ​ພໍ່ ເອ​ມັສ ຊີ ບຣາວ, ຜູ້​ນຳ​ດ້ານ​ສິດ​ທິ​ປະ​ຊາ​ຊົນ ແລະ ເປັນ​ສິດ​ຍາ​ພິ​ບານ​ຂອງ​ໂບດ Third Baptist ໃນ​ເມືອງ​ແຊນ​ແຟນ​ຊິດ​ສະ​ໂກ, ໄດ້​ຕອບ​ວ່າ:

“ຂ້າ​ພະ​ເຈົ້າ​ນັບ​ຖື​ປະ​ສົບ​ການ ແລະ ມຸມ​ມອງ​ຂອງ​ບຸກ​ຄົນ​ທີ່​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້. ແມ່ນ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ເຫັນ​ດ້ວຍ​ກັບ​ສິ່ງ​ທີ່​ລາວ​ເຫັນ.”

ຂ້າ​ພະ​ເຈົ້າ​ຖື​ວ່າ​ມັນ​ເປັນ​ຄວາມ​ສຸກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ໄດ້​ຮູ້​ຈັກ​ຜູ້​ນຳ​ເຫລົ່າ​ນີ້ [ຂອງ​ສາດ​ສະ​ໜາ​ຈັກ], ລວມ​ທັງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ພວກ​ເພິ່ນ, ໃນ​ການ​ຄາດ​ຄະ​ເນ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ຕົວ​ຢ່າງ​ຂອງ​ການ​ເປັນ​ຜູ້​ນຳ​ທີ່​ດີ​ທີ່​ສຸດ ໃນ​ປະ​ເທດ​ຂອງ​ພວກ​ເຮົາ.”

ຮູບ​ພາບ
ປະ​ທານ​ແນວ​ສັນ​ກັບ​ຄຸນ​ພໍ່​ບຣາວ

ເພິ່ນ​ໄດ້​ກ່າວ​ຕື່ມ​ວ່າ: “ເຮົາ​ສາ​ມາດ​ເວົ້າ​ຕໍ່​ຕ້ານ​ສິ່ງ​ທີ່​ເຄີຍ​ເປັນ​ມາ. ເຮົາ​ສາ​ມາດ​ປະ​ຕິ​ເສດບໍ່​ຮັບ​ຮູ້​ສິ່ງ​ທີ່​ດີ​ທັງ​ໝົດ​ທີ່​ເກີດ​ຂຶ້ນ​ໃນ​ປະ​ຈຸ​ບັນ. … ແຕ່​ວິ​ທີ​ການ​ເຫລົ່າ​ນີ້​ຈະ​ບໍ່​ແກ້​ໄຂ​ຄວາມ​ແຕກ​ແຍກ​ຂອງ​ປະ​ຊາ​ຊາດ​ຂອງ​ພວກ​ເຮົາ​ໄດ້. … ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ, ເຮົາ​ຈະ​ບໍ່​ກຳ​ຈັດ​ຄວາມ​ຊົ່ວ​ຮ້າຍ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ​ຫລາຍ​ຂຶ້ນ. ເຮົາ​ຮັກ​ຄວາມ​ເອື້ອ​ເຟື້ອ​ເພື່ອ​ແຜ່ ແລະ ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ເມດ​ຕາ, ແມ່ນ​ແຕ່​ຕໍ່​ຜູ້​ທີ່​ເຮົາ​ຄິດ​ວ່າ​ເປັນ​ສັດ​ຕູ​ຂອງ​ເຮົາ.”7

ຄຸນ​ພໍ່​ບຣາວ​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ. ເພິ່ນ​ເຮັດ​ໃຫ້​ລູກ​ສອນ​ໄຟ​ເຢັນ​ລົງ​ດ້ວຍ​ຄວາມ​ນັບ​ຖື. ຜູ້​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ບໍ່​ໄດ້​ຢູ່​ເສີຍໆ; ເຂົາ​ເຈົ້າ​ຖືກ​ຊັກ​ຊວນ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.8

ແມ່ນ​ຫຍັງ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ເຂັ້ມ​ແຂງ​ພາຍ​ໃນ ເພື່ອ​ເຮັດ​ໃຫ້​ລູກ​ສອນ​ໄຟ​ທີ່​ດິ່ງ​ໄປ​ໃສ່​ຄວາມ​ຈິງ​ທີ່​ເຮົາ​ຮັກ​ເຢັນ​ລົງ, ຖືກ​ລະ​ງັບ, ແລະ ມອດ​ດັບ​ໄດ້? ຄວາມ​ເຂັ້ມ​ແຂງ​ມາ​ຈາກ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ.

“​ເມື່ອ​ຄົນ​ກ່າວ​ນິນ​ທາ​ເຈົ້າ​ທັງ​ຫລາຍ, … ແລະ ເວົ້າ​ຄວາມ​ຊົ່ວ​ອັນ​ບໍ່​ຈິງ​ທຸກ​ຢ່າງ​ຕໍ່​ສູ້​ເຈົ້າ​ທັງ​ຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກ​ເຈົ້າ​ກໍ​ເປັນ​ສຸກ.

“… ເພາະ​ພວກ​ເຈົ້າ​ມີ​ບຳ​ເໜັດ​ອັນ​ຍິ່ງ​ໃຫຍ່​ໃນ​ສະ​ຫວັນ​ແລ້ວ: ບັນ​ດາ [ສາດ​ສະ​ດາ] ກໍ​ຖືກ​ຂົ່ມ​ເຫັງ​ຢ່າງ​ດຽວ​ກັນ​ນີ້​ແຫຼະ.”9

ຄວາມ​ສຳ​ຄັນ​ຂອງ​ອຳ​ເພີ​ໃຈ

ຫລັກ​ທຳ​ທີ່​ສຳ​ຄັນ​ສອງ​ຢ່າງ​ຊີ້​ນຳ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ທີ່​ຈະ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

ຢ່າງ​ທີ​ໜຶ່ງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ມອບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໃຫ້​ແຕ່​ລະ​ຄົນ, ດ້ວຍ​ຄວາມ​ສາ​ມາດ​ທີ່​ຈະ​ເລືອກ​ເສັ້ນ​ທາງ​ຂອງ​ຕົນ​ເອງ.10 ອຳ​ເພີ​ໃຈ​ນີ້​ເປັນ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ພຣະ​ເຈົ້າ.

ຢ່າງ​ທີ​ສອງ, ດ້ວຍ​ອຳ​ເພີ​ໃຈ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ອະ​ນຸ​ຍາດ​ໃຫ້​ມີ “ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ.”11 ເຮົາ “ໄດ້​ຊີມ​ລົດ​ຊາດ​ອັນ​ຂົມ​ຂື່ນ, ເພື່ອ​ວ່າ [ເຮົາ] ຈະ​ຮູ້​ຈັກ​ໃຫ້​ຄຸນ​ຄ່າ​ແກ່​ຄວາມ​ດີ.”12 ການ​ກົງ​ກັນ​ຂ້າມບໍ່​ຄວນ​ເຮັດ​ໃຫ້​ເຮົາ​ແປກ​ໃຈ. ເຮົາ​ຮຽນ​ຮູ້​ທີ່​ຈະ​ຈຳ​ແນກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ.

ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພອນ​ແຫ່ງ​ອຳ​ເພີ​ໃຈ, ໂດຍ​ເຂົ້າ​ໃຈ​ວ່າ​ຈະ​ມີ​ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ສິ່ງ​ທີ່​ເຮົາ​ເຊື່ອ. ຕາມ​ຈິງ​ແລ້ວ, ມີ​ໜ້ອຍ​ຄົນ​ໃນ​ຍຸກ​ສຸດ​ທ້າຍ​ທີ່​ຈະ​ເລືອກ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຈຸດ​ໃຈ​ກາງ​ໃນ​ທຸກ​ສິ່ງ​ທີ່​ພວກ​ເຂົາ​ຄິດ ແລະ ກະ​ທຳ.13

ຍ້ອນ​ຖານ​ສື່​ສັງ​ຄົມ, ສຽງ​ດຽວ​ຂອງ​ຄວາມບໍ່​ເຊື່ອ​ຖື ກໍ​ສາ​ມາດ​ປະ​ກົດ​ວ່າ​ເປັນ​ຈຳ​ນວນ​ຫລາຍ​ສຽງ​ທີ່​ເປັນ​ທາງ​ລົບ, ແຕ່​ເຖິງ​ແມ່ນ​ວ່າ​ມັນ​ເປັນ​ຫລາຍ​ສຽງ,14 ເຮົາ​ກໍ​ເລືອກ​ເສັ້ນ​ທາງ​ຂອງ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

ຜູ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ

ບາງ​ຄົນ​ເບິ່ງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ວ່າ​ມີ​ແຮງ​ຈູງ​ໃຈ​ທາງ​ໂລກ, ຄື​ກັນ​ກັບ​ຜູ້​ນຳ​ທາງ​ດ້ານ​ການ​ເມືອງ, ທຸ​ລະ​ກິດ, ແລະ ວັດ​ທະ​ນະ​ທຳ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ແຕກ​ຕ່າງ​ກັນ. ເຮົາ​ບໍ່​ໄດ້​ຖືກ​ເລືອກ​ຕັ້ງ ຫລື ຖືກ​ເລືອກ​ຈາກ​ໃບ​ສະ​ໝັກ. ໂດຍ​ບໍ່​ມີ​ການ​ກະ​ກຽມ​ທາງ​ດ້ານ​ຄວາມ​ຊ່ຽວ​ຊານ​ໃດໆ, ເຮົາ​ຖືກ​ເອີ້ນ ແລະ ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຕະ​ຫລອດ​ທົ່ວ​ໂລກ ຈົນ​ເຖິງ​ລົມ​ຫາຍ​ໃຈ​ສຸດ​ທ້າຍ. ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄົນ​ເຈັບ​ປ່ວຍ, ຄົນ​ໂດດ​ດ່ຽວ, ຄົນ​ທໍ້​ແທ້​ໃຈ, ແລະ ຄົນ​ຍາກ​ຈົນ ແລະ ຄ້ຳ​ຈູນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮູ້​ຈັກ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ປະ​ກາດ​ມັນ, ໂດຍ​ສະ​ເພາະ​ກັບ​ຜູ້​ທີ່​ສະ​ແຫວງ​ຫາ​ຊີ​ວິດ​ນິ​ລັນ​ດອນ.15

ເຖິງ​ແມ່ນ​ວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຖ່ອມ​ຕົນ​ຂອງ​ເຮົາ​ແມ່ນ​ເພື່ອ​ໃຫ້​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ​ກຽດ​ຈາກ​ທຸກ​ຄົນ, ແຕ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ ມັກ​ຈະ​ຂັດ​ກັບ​ແນວ​ຄິດ ແລະ ແນວ​ໂນ້ມ​ຂອງ​ໂລກ. ມັນ​ເຄີຍ​ເປັນ​ແບບ​ນັ້ນ​ສະ​ເໝີ​ມາ.16

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ:

“ຖ້າ​ໂລກ [ກຽດ​ຊັງ] ເຈົ້າ, ເຈົ້າ​ກໍ​ຮູ້​ວ່າ​ມັນ​ກຽດ​ຊັງ​ເຮົາ​ກ່ອນ​ທີ່​ມັນ​ຈະ​ກຽດ​ຊັງ​ເຈົ້າ. …

“… ສິ່ງ​ທັງ​ໝົດ​ນີ້​ພວກ​ເຂົາ​ຈະ​ເຮັດ … ເພາະ​ວ່າ ບໍ່​ຮູ້​ຈັກ​ພຣະ​ອົງ ທີ່​ໄດ້​ໃຊ້​ເຮົາ​ມາ.”17

ຫ່ວງ​ໃຍ​ທຸກ​ຄົນ

ເຮົາ​ກໍ​ສາ​ມາດ​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ດ້ວຍ​ຄວາມ​ຈິງ​ໃຈ, ບໍ່​ວ່າ​ເຂົາ​ເຈົ້າ​ເຊື່ອ​ຄື​ກັບ​ເຮົາ​ຫລື​ບໍ່​ກໍ​ຕາມ. ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ໄທ​ຊາ​ມາ​ເຣຍ​ຜູ້​ໃຈ​ດີ​ວ່າ ຜູ້​ທີ່​ມີ​ຄວາມ​ເຊື່ອ​ແຕກ​ຕ່າງ​ກັນ ຄວນ​ເອື້ອມ​ອອກ​ໄປ​ຫາ​ຄົນ​ທີ່​ຂັດ​ສົນ​ດ້ວຍ​ຄວາມ​ຈິງ​ໃຈ, ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ, ແລະ ສະ​ແຫວງ​ຫາ​ອຸ​ດົມ​ການ​ທີ່​ດີ ແລະ ມີ​ກຽດ.

ໃນ​ເດືອນ​ກຸມ​ພາ, ຫົວ​ຂໍ້​ຂ່າວ Arizona Republic ກ່າວ​ວ່າ, “ກົດ​ໝາຍ​ສອງ​ຝ່າຍ​ທີ່​ຮັບ​ຮູ້​ໂດຍ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈະ​ປົກ​ປ້ອງ​ຊາວ​ອາ​ຣິ​ໂຊ​ນາ​ທີ່​ເປັນ​ກະ​ເທີຍ ແລະ ຄົນ​ປ່ຽນ​ເພດ.”18

ພວກ​ເຮົາ, ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ກໍ “ຍິນ​ດີ​ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ພັນ​ທະ​ມິດ​ກັບ​ສາດ​ສະ​ໜາ​ອື່ນ, ທຸ​ລະ​ກິດ​ຕ່າງໆ, ກຸ່ມ​ຄົນ LGBTQ ແລະ ຜູ້​ນຳ​ຊຸມ​ຊົນ ຜູ້​ໄດ້​ທຳ​ງານ​ຮ່ວມ​ກັນ​ດ້ວຍ​ທັດ​ສະ​ນະ​ຂອງ​ຄວາມ​ໄວ້​ວາງ​ໃຈ ແລະ ການ​ນັບ​ຖື​ກັນ​ແລະ​ກັນ.”19

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຄັ້ງ​ໜຶ່ງ​ເຄີຍ​ຖາມ​ເພື່ອ​ໃຫ້​ຄິດ​ວ່າ, “ຂໍ​ໃຫ້​ເປັນ​ເສັ້ນ​ຊາຍ​ແດນ ແທນ​ທີ່​ຈະ​ເປັນ​ເສັ້ນ​ຮົບ​ໄດ້​ບໍ?”20

ພວກ​ເຮົາ​ພະ​ຍາ​ຍາມ​ເປັນ “ຜູ້​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະ​ຄຣິດ.”21

ເວ​ລາ​ທີ່​ບໍ່​ໂຕ້​ຕອບ

ການ​ໂຈມ​ຕີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບາງ​ຢ່າງ​ແມ່ນ​ຮ້າຍ​ແຮງ​ຫລາຍ ຈົນ​ວ່າ​ພຣະ​ອົງ​ບໍ່​ໄດ້​ກ່າວ​ຫຍັງ. “ພວກ​ຫົວ​ໜ້າ​ປະ​ໂລ​ຫິດ ແລະ ພວກ​ທຳ​ມະ​ຈານ … ກ່າວ​ຟ້ອງ​ພຣະ​ອົງ [ຢ່າງ​ຮຸນ​ແຮງ] … ແລະ ດູ​ໝິ່ນ​ພຣະ​ອົງ,” ແຕ່​ພຣະ​ເຢ​ຊູ “ບໍ່​ໄດ້​ຕອບ [ພວກ​ເຂົາ] ເລີຍ.”22 ມີ​ບາງ​ຄັ້ງ​ເມື່ອ​ເປັນ​ຄົນ​ສ້າງ​ຄວາມ​ສະ​ຫງົບ​ສຸກ ໝາຍ​ຄວາມ​ວ່າ​ເຮົາ​ຕ້ານ​ທານ​ກັບ​ແຮງ​ກະ​ຕຸ້ນ​ໃຫ້​ຕອບ ແລະ ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ເຮົາ​ສະ​ຫງົບ​ດ້ວຍ​ກຽດ​ສັກ​ສີ.23

ມັນ​ເປັນ​ຄວາມ​ໂສກ​ເສົ້າ​ສຳ​ລັບ​ເຮົາ​ທຸກ​ຄົນ​ເມື່ອ​ຖ້ອຍ​ຄຳ​ທີ່​ຫຍາບ​ຄາຍ ຫລື ໝິ່ນ​ປະ​ໝາດ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້​ຕິດ​ຕາມ​ພຣະ​ອົງ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຖືກ​ກ່າວ ຫລື ຖືກ​ເຜີຍ​ແຜ່​ໂດຍ​ຜູ້​ທີ່​ເຄີຍ​ເປັນ​ສະ​ມາ​ຊິກ​ນຳ​ກັນ, ຮັບ​ເອົາ​ສິນ​ລະ​ລຶກ​ນຳ​ກັນ, ແລະ ເປັນ​ພະ​ຍານ​ນຳ​ກັນ​ເຖິງ​ພາ​ລະ​ກິດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຢ​ຊູ​ຄຣິດ.24

ສິ່ງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ກັນ.

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ບາງ​ຄົນ​ທີ່​ໄດ້​ຢູ່​ກັບ​ພຣະ​ອົງ​ໃນ​ລະ​ຫວ່າງ​ການ​ອັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່ ໄດ້​ຕັ້ງ​ໃຈ​ທີ່​ຈະ “ບໍ່ [ເດີນ] ໄປ​ກັບ​ພຣະ​ອົງ​ອີກ.”25 ໜ້າ​ເສຍ​ໃຈ​ທີ່, ບໍ່​ແມ່ນ​ທຸກ​ຄົນ​ຈະ​ຍຶດ​ໝັ້ນ​ໃນ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຂົາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.26

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຮົາ​ໃຫ້​ຖອນ​ຕົວ​ອອກ​ຈາກ​ບ່ອນ​ທີ່​ມີ​ຄວາມ​ຄຽດ​ແຄ້ນ ແລະ ມີ​ການ​ຂັດ​ແຍ້ງ. ໃນ​ຕົວ​ຢ່າງ​ໜຶ່ງ, ຫລັງ​ຈາກ​ພວກ​ຟາ​ຣີ​ຊາຍ​ໄດ້​ປະ​ເຊີນ​ໜ້າ​ກັບ​ພຣະ​ເຢ​ຊູ ແລະ ໄດ້​ປຶກ​ສາ​ກັນ​ວ່າ​ຈະ​ທຳ​ລາຍ​ພຣະ​ອົງ​ແນວ​ໃດ, ພຣະ​ຄຳ​ພີ​ກ່າວ​ວ່າ​ພຣະ​ເຢ​ຊູ​ໄດ້​ຖອນ​ຕົວ​ອອກ​ຈາກ​ພວກ​ເຂົາ,27 ແລະ ການ​ອັດ​ສະ​ຈັນ​ໄດ້​ເກີດ​ຂຶ້ນ ເມື່ອ​ມີ “ປະ​ຊາ​ຊົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຕິດ​ຕາມ​ພຣະ​ອົງ​ໄປ, ພຣະ​ອົງ​ໄດ້​ຊົງ​ໂຜດ​ຮັກ​ສາ​ທຸກ​ຄົນ​ໃຫ້​ດີ​ພະ​ຍາດ.”28

ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ

ເຮົາ​ກໍ​ສາ​ມາດ​ຖອຍ​ໜີ​ຈາກ​ການ​ຂັດ​ແຍ້ງ ແລະ ເປັນ​ພອນ​ໃຫ້​ແກ່​ຊີ​ວິດ​ຂອງ​ຄົນ​ອື່ນ​ໄດ້29 ໃນ​ຂະ​ນະ​ທີ່​ບໍ່​ໄດ້​ແຍກ​ຕົວ​ຢູ່​ຄົນ​ດຽວ.

ໃນ​ເມືອງ​ເອັມ​ບູ​ຈີ-ເມ​ຢີ, ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ, ໃນ​ຕອນ​ຕົ້ນ​ບາງ​ຄົນ​ໄດ້​ວິ​ຈານ​ສາດ​ສະ​ໜາ​ຈັກ, ບໍ່​ເຂົ້າ​ໃຈ​ຄວາມ​ເຊື່ອ​ຂອງ​ພວກ​ເຮົາ ຫລື ຮູ້​ຈັກ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ.

ດົນ​ນານ​ມາ​ແລ້ວ, ແຄ​ຕີ ແລະ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ການ​ຮັບ​ໃຊ້​ພິ​ເສດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ເອັມ​ບູ​ຈີ-ເມ​ຢີ. ກຸ່ມ​ເດັກ​ນ້ອຍ​ໄດ້​ນຸ່ງ​ເຄື່ອງ​ຮຽບ​ຮ້ອຍ​ດີ, ແລະ ຍິ້ມ​ຢ່າງ​ໃຫຍ່. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ເວົ້າ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ການ​ສຶກ​ສາ​ຂອງ​ພວກ​ເຂົາ ແຕ່​ໄດ້​ຍິນ​ວ່າ​ຫລາຍ​ຄົນ​ບໍ່​ໄດ້​ເຂົ້າ​ໂຮງ​ຮຽນ. ຜູ້​ນຳ​ຂອງ​ພວກ​ເຮົາ, ດ້ວຍ​ທຶນ​ມະ​ນຸດ​ສະ​ທຳ​ເລັກ​ນ້ອຍ, ໄດ້​ຊອກ​ຫາ​ທາງ​ຊ່ວຍ​ເຫລືອ.30 ປະ​ຈຸ​ບັນ​ນີ້, ມີ​ນັກ​ສຶກ​ສາ—ເດັກ​ຍິງ ແລະ ຊາຍ, ສະ​ມາ​ຊິກ ແລະ ທັງ​ຜູ້​ທີ່​ບໍ່​ໄດ້​ນັບ​ຖື​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ຫລາຍ​ກວ່າ 400 ຄົນ—ໄດ້​ຮັບ​ການ​ຕ້ອນ​ຮັບ ແລະ ສິດ​ສອນ​ໂດຍ​ນາຍ​ຄູ 16 ຄົນ ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຮູບ​ພາບ
ຄາ​ລາງ​ກາ ມູ​ຢາ

ຄາ​ລາງ​ກາ ມູ​ຢາ ອາ​ຍຸ​ສິບ​ສີ່​ປີ ໄດ້​ເວົ້າ​ວ່າ, “[ໂດຍ​ທີ່​ມີ​ເງິນ​ໜ້ອຍ,] ຂ້າ​ນ້ອຍ​ບໍ່​ໄດ້​ເຂົ້າ​ໂຮງ​ຮຽນ​ເປັນ​ເວ​ລາ​ສີ່​ປີ. … ຂ້າ​ນ້ອຍ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ສຳ​ລັບ​ສິ່ງ​ທີ່​ສາດ​ສະ​ໜາ​ຈັກ​ໄດ້​ເຮັດ. … ດຽວ​ນີ້​ຂ້າ​ນ້ອຍ​ສາ​ມາດ​ອ່ານ, ຂຽນ, ແລະ ເວົ້າ​ພາ​ສາ​ຝຣັ່ງ​ໄດ້.”31 ເມື່ອ​ເວົ້າ​ກ່ຽວ​ກັບ​ການ​ລິ​ເລີ່ມ​ນີ້, ເຈົ້າ​ເມືອງ​ເອັມ​ບູ​ຈີ-ມາ​ຢີ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ເພາະ​ວ່າ​ໃນ​ຂະ​ນະ​ທີ່​ໂບດ [ອື່ນໆ] ກຳ​ລັງ​ແຍກ​ກັນ​ຢູ່​ຄົນ​ລະ​ແຈ … [ແຕ່​ພວກ​ທ່ານ​ກຳ​ລັງ​ເຮັດ​ວຽກ] ກັບ [ຄົນ​ອື່ນໆ] ເພື່ອ​ຊ່ວຍ​ຊຸມ​ຊົນ​ທີ່​ຂັດ​ສົນ.”32

ຮັກ​ຊຶ່ງ​ກັນ​ແລະ​ກັນ

ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ອ່ານ ໂຢ​ຮັນ ບົດ​ທີ 13, ຂ້າ​ພະ​ເຈົ້າ​ຖືກ​ເຕືອນ​ໃຈ​ເຖິງ​ຕົວ​ຢ່າງ​ອັນ​ສົມ​ບູນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ. ພຣະ​ເຢ​ຊູ​ໄດ້​ລ້າງ​ຕີນ​ໃຫ້​ອັກ​ຄະ​ສາ​ວົກ​ດ້ວຍ​ຄວາມ​ຮັກ. ແລ້ວ​ເຮົາ​ອ່ານ “ພຣະ​ອົງ​ກໍ​ວຸ້ນ​ວາຍ​ໃຈ”33 ເມື່ອ​ພຣະ​ອົງ​ຄິດ​ເຖິງ​ຄົນ​ໜຶ່ງ​ທີ່​ພຣະ​ອົງ​ຮັກ ທີ່​ກຳ​ລັງ​ກຽມ​ທໍ​ລະ​ຍົດ​ຕໍ່​ພຣະ​ອົງ. ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຈິນ​ຕະ​ນາ​ການ​ເຖິງ​ຄວາມ​ຄິດ ແລະ ຄວາມ​ຮູ້​ສຶກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ຂະ​ນະ​ທີ່​ຢູ​ດາ​ຈາກ​ໄປ. ໜ້າ​ສົນ​ໃຈ​ທີ່, ໃນ​ຊ່ວງ​ເວ​ລາ​ທີ່​ມີ​ສະ​ຕິ​ລະ​ວັງ​ຕົວ​ນັ້ນ, ພຣະ​ເຢ​ຊູ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ “ຄວາມ​ວຸ້ນ​ວາຍ​ໃຈ” ຂອງ​ພຣະ​ອົງ ຫລື ກ່ຽວ​ກັບ​ການ​ທໍ​ລະ​ຍົດ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ, ພຣະ​ອົງ​ໄດ້​ເວົ້າ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ຄວາມ​ຮັກ, ຊຶ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ​ມີ​ອິດ​ທິ​ພົນ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ:

“ເຮົາ​ມອບ​ກົດ​ບັນ​ຍັດ​ຂໍ້​ໃໝ່​ໃຫ້​ພວກ​ເຈົ້າ​ຄື, ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ; ເຮົາ​ຮັກ​ພວກ​ເຈົ້າ​ຢ່າງ​ໃດ, ພວກ​ເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ຢ່າງ​ນັ້ນ. …

“ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ, ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”34

ຂໍ​ໃຫ້​ເຮົາ​ຈົ່ງ​ຮັກ​ພຣະ​ອົງ ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ. ຂໍ​ໃຫ້​ເຮົາ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ​ເອີ້ນ​ວ່າ “ລູກ​ຂອງ​ພຣະ​ເຈົ້າ,” ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມັດ​ທາຍ 5:9.

  2. ເບິ່ງ ເອ​ເຟ​ໂຊ 6:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:8.

  3. ກິດ​ຈະ​ການ 17:28.

  4. ໂມ​ໄຊ​ຢາ 15:11.

  5. ໂມ​ໄຊ​ຢາ 5:7.

  6. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ: “ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ​ຄວນ​ເປັນ​ຕົວ​ຢ່າງ​ຂອງ​ພຶດ​ຕິ​ກຳ​ທີ່​ສຸ​ພາບ​ອ່ອນ​ໂຍນ. ພວກ​ເຮົາ​ຄວນ​ຮັກ​ທຸກ​ຄົນ, ເປັນ​ຜູ້​ຮັບ​ຟັງ​ທີ່​ດີ, ແລະ ສະ​ແດງ​ຄວາມ​ຫ່ວງ​ໃຍ​ສຳ​ລັບ​ຄວາມ​ເຊື່ອ​ຖື​ທີ່​ຈິງ​ໃຈ​ຂອງ​ຄົນ​ອື່ນ. ເຖິງ​ແມ່ນ​ວ່າ​ເຮົາ​ອາດບໍ່​ເຫັນ​ດີ​ດ້ວຍ, ເຮົາ​ກໍ​ບໍ່​ຄວນ​ມີ​ອາ​ລົມ​ຮ້າຍ. ຈຸດ​ຢືນ, ແລະ ການ​ສື່​ສານ​ຂອງ​ເຮົາ​ກ່ຽວ​ກັບ​ເລື່ອງ​ທີ່​ກໍ່​ໃຫ້​ມີ​ການ​ໂຕ້​ຖຽງ​ກັນ​ຫລາຍ ກໍ​ບໍ່​ຄວນ​ກໍ່​ໃຫ້​ເກີດ​ການ​ຂັດ​ແຍ້ງ” (“Loving Others and Living with Differences,” Liahona, Nov. 2014, 27).

  7. “Amos C. Brown: Follow the LDS Church’s Example to Heal Divisions and Move Forward,” Salt Lake Tribune, Jan. 20, 2022, sltrib.com.

  8. ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ກ່າວ​ວ່າ, “ເມື່ອ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ພັດ​ທະ​ນາ​ໃນ​ຊີ​ວິດ​ຂອງ​ເຮົາ, ເຮົາ​ຈະ​ສາ​ມາດ​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ​ດ້ວຍ​ຄວາມ​ອ່ອນ​ນ້ອມ, ຄວາມ​ອົດ​ທົນ, ແລະ ຄວາມ​ເມດ​ຕາ” (“The Peace of Christ Abolishes Enmity,” Liahona, Nov. 2021, 84).

  9. ມັດ​ທາຍ 5:11–12.

  10. ເບິ່ງ 2 ນີ​ໄຟ 10:23.

  11. 2 ນີ​ໄຟ 2:11.

  12. ໂມ​ເຊ 6:55.

  13. ເບິ່ງ 1 ນີ​ໄຟ 14:12.

  14. ຂໍ້​ມູນ​ລ່າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ຄົນ​ຫລາຍ​ເຖິງ 3 ໃນ 5 ຄົນ ແບ່ງ​ປັນ​ຫົວ​ເລື່ອງ​ທີ່​ພວກ​ເຂົາ​ບໍ່​ໄດ້​ອ່ານ (ເບິ່ງ Caitlin Dewey, “6 in 10 of You Will Share This Link without Reading It, a New, Depressing Study Says,” Washington Post, June 16, 2015, washingtonpost.com; Maksym Gabielkov and others, “Social Clicks: What and Who Gets Read on Twitter?” [paper presented at the 2016 ACM Sigmetrics International Conference on Measurement and Modeling of Computer Science, June 14, 2016], dl.acm.org).

  15. ຢ່າ​ຕື່ນ​ຕົກ​ໃຈ ຖ້າ​ຫາກ​ໃນ​ເວ​ລາ​ນັ້ນ ຄວາມ​ຄິດ​ໃນ​ຕອນ​ຕົ້ນ​ຂອງ​ທ່ານ ບໍ່​ສອດ​ຄ່ອງ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ເປັນ​ເວ​ລາ​ແຫ່ງ​ການ​ຮຽນ​ຮູ້, ທີ່​ຕ້ອງ​ຖ່ອມ​ຕົວ, ເມື່ອ​ເຮົາ​ຄຸ​ເຂົ່າ​ອະ​ທິ​ຖານ. ເຮົາ​ເດີນ​ໄປ​ດ້ວຍ​ສັດ​ທາ, ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ, ຮູ້​ວ່າ​ເມື່ອ​ເວ​ລາ​ຜ່ານ​ໄປ ເຮົາ​ຈະ​ໄດ້​ຮັບ​ຄວາມ​ແຈ່ມ​ແຈ້ງ​ທາງ​ວິນ​ຍານ​ຫລາຍ​ຂຶ້ນ ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:14–16.

  17. ໂຢ​ຮັນ 15:18, 21; ເນັ້ນ​ຄຳ​ເນີ້ງ.

  18. “Bipartisan Bill Supported by Latter-day Saints Would Protect Gay and Transgender Arizonans,” Arizona Republic, Feb. 7, 2022, azcentral.com.

  19. Why the Church of Jesus Christ Supports a New Bipartisan Religious Freedom and Non-discrimination Bill in Arizona,” Feb. 7, 2022, newsroom.ChurchofJesusChrist.org.

  20. Russell M. Nelson, “Teach Us Tolerance and Love,” Ensign, May 1994, 69.

  21. ໂມ​ໂຣ​ໄນ 7:3. ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ວ່າ: “ເຮົາ​ບໍ່​ພຽງ​ແຕ່​ຕ້ອງ​ອົດ​ທົນ​ເທົ່າ​ນັ້ນ, ແຕ່​ເຮົາ​ຕ້ອງ​ປູກ​ຝັງ​ວິນ​ຍານ​ຂອງ​ຄວາມ​ກະ​ຕັນ​ຍູ​ທີ່​ຢັ້ງ​ຢືນ​ສຳ​ລັບ​ຜູ້​ທີ່ບໍ່​ເຫັນ​ສິ່ງ​ທີ່​ເຮົາ​ເຫັນ​ນັ້ນ. ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ປະ​ນີ​ປະ​ນອມ​ທາງ​ສາດ​ສະ​ໜາ, ຄວາມ​ເຊື່ອ​ໝັ້ນ​ຂອງ​ເຮົາ, ຄວາມ​ຮູ້​ຂອງ​ເຮົາ​ເຖິງ​ຄວາມ​ຈິງ​ນິ​ລັນ​ດອນ​ດັ່ງ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ໂດຍ​ພຣະ​ເຈົ້າ​ແຫ່ງ​ສະ​ຫວັນ. ເຮົາ​ສາ​ມາດ​ສະ​ເໜີ​ພະ​ຍານ​ຂອງ​ເຮົາ​ເອງ​ເຖິງ​ຄວາມ​ຈິງ, ຢ່າງ​ງຽບໆ, ດ້ວຍ​ຄວາມ​ຈິງ​ໃຈ, ຊື່​ສັດ, ແຕ່​ບໍ່​ເຄີຍ​ໃນ​ລັກ​ສະ​ນະ​ທີ່​ຈະ​ເຮັດ​ຜິດ​ຕໍ່​ຄົນ​ອື່ນ. … ເຮົາ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ເຫັນ​ຄຸນ​ຄ່າ ແລະ ເຄົາ​ລົບ​ຄົນ​ອື່ນ​ທີ່​ຈິງ​ໃຈ​ຕໍ່​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ ເຊັ່ນ​ດຽວ​ກັນ​ກັບ​ເຮົາ” (“Out of Your Experience Here” [Brigham Young University devotional, Oct. 16, 1990], 6, speeches.byu.edu).

  22. ເບິ່ງ ລູ​ກາ 23:9–11.

  23. ແອວ​ເດີ ດີ​ເດີ ແອັຟ ອຸກດອບ ໄດ້​ກ່າວ​ວ່າ: “ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ເຮັດ​ຕາມ​ຕົວ​ຢ່າງ [ຂອງ​ພຣະ​ອົງ]. ເຮົາ​ບໍ່​ອັບ​ອາຍ ຫລື ໂຈມ​ຕີ​ຄົນ​ອື່ນ. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮັກ​ພຣະ​ເຈົ້າ ແລະ ຮັບ​ໃຊ້​ເພື່ອນ​ບ້ານ​ຂອງ​ເຮົາ. ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ”(“Five Messages That All of God’s Children Need to Hear” [Brigham Young University Education Week devotional, Aug. 17, 2021], 5, speeches.byu.edu).

  24. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ກ່າວ​ວ່າ: “ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ຢູ່​ໃນ​ສະ​ພາບ​ເປັນ​ແບບ​ເຂົ້າ​ດີ ແລະ ເຂົ້າ​ນົກ ຈົນ​ກວ່າ​ເຖິງ​ຊ່ວງ​ໄລ​ຍະ​ໜຶ່ງ​ພັນ​ປີ. ເຂົ້າ​ນົກ​ບາງ​ຕົ້ນ​ຈະ​ປອມ​ຕົວ​ເປັນ​ເຂົ້າ​ດີ, ລວມ​ທັງ​ບຸກ​ຄົນ​ຈຳ​ນວນ​ໜ້ອຍ​ໜຶ່ງ​ທີ່​ສັ່ງ​ສອນ​ພວກ​ເຮົາ​ຢ່າງ​ກະ​ຕື​ລື​ລົ້ນ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ພວກ​ເຂົາ​ບໍ່​ເຊື່ອ​ອີກ​ຕໍ່​ໄປ. ພວກ​ເຂົາ​ວິ​ຈານ​ການ​ໃຊ້​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ພວກ​ເຂົາ​ບໍ່​ໄດ້​ບໍ​ລິ​ຈາກ​ອີກ​ຕໍ່​ໄປ. ພວກ​ເຂົາ​ສະ​ແຫວງ​ຫາ​ທີ່​ຈະ​ແນະ​ນຳ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ແບບ​ອວດ​ໃຫຍ່​ໃຝ່​ສູງ ຊຶ່ງ​ພວກ​ເຂົາ​ບໍ່​ໄດ້​ສະ​ໜັບ​ສະ​ໜູນ​ອີກ​ຕໍ່​ໄປ. ປະ​ເຊີນ​ໜ້າ, ຍົກ​ເວັ້ນ​ຕົວ​ພວກ​ເຂົາ​ເອງ, ແນ່ນອນ, ພວກ​ເຂົາ​ໄດ້​ໜີ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ, ແຕ່​ບໍ່​ຍອມ​ປ່ອຍ​ໃຫ້​ສາດ​ສະ​ໜາ​ຈັກ​ຢູ່​ຢ່າງ​ສະ​ຫງົບ​ສຸກ” (“Becometh As a Child,” Ensign, May 1996, 68).

  25. ໂຢ​ຮັນ 6:66.

  26. “ຄວາມ​ເພີດ​ເພີນ​ໃນ​ບາບ [ເປັນ​ພຽງ] ຊົ່ວ​ຄາວ” (ເບິ່ງ ເຮັບ​ເຣີ 11:24–26).

  27. ເບິ່ງ ມັດ​ທາຍ 12:1–15.

  28. ມັດ​ທາຍ 12:15.

  29. ເບິ່ງ 3 ນີ​ໄຟ 11:29–30.

  30. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ມູນ​ນິ​ທິ ດອນ ໂບສໂກ, ໂຄງ​ການ​ໂຮງ​ຮຽນ​ໄດ້​ຮັບ​ການ​ສິດ​ສອນ​ຈາກ​ຜູ້​ຊ່ຽວ​ຊານ ແລະ ໄດ້​ຮັບ​ອຸ​ປະ​ກອນ​ຕ່າງໆ.

  31. ມູ​ລີ​ກາ ແມ່​ຄົນ​ໜຶ່ງ ໄດ້​ເວົ້າ​ວ່າ: “ຂ້ອຍ​ຮັກ​ໂຄງ​ການ​ນີ້ ເພາະ​ວ່າ​ມັນ​ໄດ້​ໃຫ້​ລູກ​ສາວ​ຂອງ​ຂ້ອຍ … ມີ​ໂອ​ກາດ … ໄດ້​ຮຽນ​ຂຽນ​ອ່ານ ແລະ ຫວັງ​ວ່າ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີ​ກວ່າ​ເກົ່າ. ຂ້ອຍ​ບໍ່​ສາ​ມາດ​ສົ່ງ​ລູກ​ໄປ​ໂຮງ​ຮຽນ ເພາະ​ຂ້ອຍ​ພຽງ​ແຕ່​ຂາຍ​ແປ້ງ​ສາ​ລີ​ໃນ​ຕະ​ຫລາດ ມີ​ລາຍ​ຮັບ … ພຽງ​ພໍ​ສຳ​ລັບ​ອາ​ຫານ​ເທົ່າ​ນັ້ນ. ຂໍ​ຂອບ​ໃຈ​ສາດ​ສະ​ໜາ​ຈັກ​ຫລາຍໆ​ສຳ​ລັບ​ສິ່ງ​ນີ້.” ຊິດ​ສະ​ເຕີ ໂມ​ນິກ ຜູ້​ເປັນ​ນາຍ​ຄູ ໄດ້​ເວົ້າ​ວ່າ, “ໂຄງ​ການ​ນີ້​ໄດ້​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ເດັກ​ນ້ອຍ​ເຫລົ່າ​ນີ້. ໃນ​ຫ້ອງ​ຮຽນ​ຂອງ​ຂ້ອຍ … ສ່ວນ​ຫລາຍ​ແມ່ນ​ເດັກ​ກຳ​ພ້າ. ພວກ​ເຂົາ​ມັກ​ຮຽນ, ມາ​ຫ້ອງ​ຮຽນ​ເປັນ​ປະ​ຈຳ ແລະ ເຮັດ​ການ​ບ້ານ​ຂອງ​ພວກ​ເຂົາ” (ຄວາມ​ຄິດ​ຄວາມ​ເຫັນ ແລະ ຮູບ​ພາບ ມອບ​ໃຫ້​ໂດຍ ແອວ​ເດີ ໂຈ​ເຊັບ ດັບ​ເບິນ​ຢູ ສີ​ຕາ​ຕີ, ວັນ​ທີ 24 ເດືອນ​ກຸມ​ພາ, 2022.)

  32. ເຈົ້າ​ເມືອງ ລູ​ອິສ ດໍ ເອັນ​ທຳ​ບາ ຊິ​ໂພ​ຕາ, ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສາ​ທາ​ລະ​ນະ​ຊົນ ກ່ຽວ​ກັບ​ໂຄງ​ການ​ລິ​ເລີ່ມ​ການ​ຮູ້​ໜັງ​ສື​ໃນ​ເມືອງ​ເອັມ​ບູ​ຈີ-ເມ​ຢີ ໂດຍ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ວັນທີ 10 ເດືອນ​ຕຸ​ລາ, 2021.

  33. ໂຢ​ຮັນ 13:21.

  34. ໂຢ​ຮັນ 13:34–35.