​2010–2019
ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ

ພຣະ​ບິ​ດາ​ຮູ້​ກ່ຽວ​ກັບ​ເຮົາ, ຮູ້​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ເຮົາ, ແລະ ຈະ​ຊ່ວຍ​ເຫລືອເຮົາ​ຢ່າງ​ສົມ​ບູນ​ແບບ.

ຄຳ​ສອນ​ທີ່​ສຳ​ຄັນ ແລະ ໃຫ້​ຄວາມ​ປອບ​ໂຍນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຄວາມ​ຮັກ​ທີ່​ສົມ​ບູນ​ແບບ​ຕໍ່​ລູກໆຂອງ​ພຣະ​ອົງ. ເພາະ​ຄວາມ​ຮັກ​ທີ່​​ສົມ​ບູນ​ແບບນັ້ນ, ພຣະ​ອົງ​ຈຶ່ງອວຍ​ພອນ​ເຮົາ ບໍ່​ພຽງ​ແຕ່​ອີງ​ຕາມ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຕ້ອງ​ການ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ອີງ​ຕາມ​ຄວາມ​ສະ​ຫລຽວ​ສະ​ຫລາດ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ​ນຳ​ອີກ. ສາດ​ສະ​ດາ​ນີ​ໄຟ ໄດ້​ກ່າວ​ຢ່າງ​ແຈ່ມ​ແຈ້ງວ່າ, “ຂ້າ​ນ້ອຍ​ຮູ້​ວ່າ [ພຣະ​ເຈົ້າ] ຮັກ​ລູກໆ​ຂອງ​ພຣະ​ອົງ.”1

ດ້ານ​ໜຶ່ງ​ອີກ​ຂອງຄວາມ​ຮັກ​​ທີ່​ສົມ​ບູນ​ແບບນັ້ນ​ຄື ພຣະ​ບິ​ດາ​ເທິງ​ສະ​ຫວັນມີສ່ວນ​ກ່ຽວ​ຂ້ອງ​ໃນ​ຊີ​ວິດ​ຂອງ​ເຮົາ, ແມ່ນ​ແຕ່​​ໃນເວ​ລາ​ທີ່​ເຮົາ​ບໍ່​ຮູ້​ຕົວ ຫລື ເຂົ້າ​ໃຈ​ເລີຍ. ເຮົາ​ສະ​ແຫວງ​ຫາ​ການ​ຊີ້​ນຳ ແລະ ຄວາມ​ຊ່ວຍ​ເຫລືອທີ່​ສູງ​ສົ່ງ​ຂອງ​ພຣະ​ບິ​ດາ ຜ່ານ​ທາງ​ການ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ແລະ ຢ່າງພາກ​ພຽນ. ເມື່ອ​ເຮົາ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ເກົ່າ, ເຮົາ​ມີ​ສິດ​ທີ່​ຈະ​ໄດ້​ຮັບການ​ຊີ້​ນຳ​ຈາກ​ສະ​ຫວັນ​ທີ່ບໍ່​ເຄີຍ​ຂາດ2 ຜ່ານ​ທາງ​ອິດ​ທິ​ພົນ ແລະ ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ, “ເພາະ​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ​ຮູ້​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ການ ກ່ອນ​ພວກ​ເຈົ້າ​ອະ​ທິ​ຖານ​ຂໍ,”3 ແລະ ພຣະ​ອົງ “ຮູ້​ທຸກ​ສິ່ງ, ເພາະ​ທຸກ​ສິ່ງ​ໄດ້​ຢູ່​ຕໍ່ພຣະ​ພັກ [ຂອງ​ພຣະ​ອົງ].”4

ສາດ​ສະ​ດາ​ມໍ​ມອນ ໄດ້​ເປັນ​ຕົວ​ຢ່າງ​ໃນ​ເລື່ອງນີ້. ເພິ່ນບໍ່​ໄດ້ມີ​ຊີ​ວິດ​ຢູ່ ຈົນ​ໄດ້​ເຫັນ​ຜົນ​​ງານ​ຂອງ​ເພິ່ນ. ແຕ່​​ເພິ່ນ​ເຂົ້າ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ເພິ່ນ​ໄປຢ່າງ​ລະ​ມັດ​ລະ​ວັງ. ເມື່ອ​ເພິ່ນ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ ໃຫ້ເອົາ​ແຜ່ນ​ຈາ​ລຶກ​ນ້ອຍ​ລວມ​ໄວ້​ກັບ​ບັນ​ທຶກ​ຂອງ​ເພິ່ນ, ມໍ​ມອນ​ໄດ້​ຂຽນ​ວ່າ: “ແລະ ຂ້າພະ​ເຈົ້າກະທຳ​ການ​ນີ້​ເພື່ອ​ຈຸດປະສົງ​ອັນ​ສະຫລາດ; ເພາະ​ພຣະ​ອົງ​ໄດ້​ຊື່ມ​ໃສ່​ຫູ​ຂອງ​ຂ້າພະ​ເຈົ້າ​ແບບ​ນີ້, ອັນ​ເປັນ​ໄປ​ຕາມການ​ເຮັດ​ວຽກ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າ ຊຶ່ງຢູ່​ໃນ​ຕົວ​ຂອງ​ຂ້າພະ​ເຈົ້າ. ແລະ ບັດ​ນີ້, ຂ້າພະ​ເຈົ້າບໍ່​ຮູ້ຈັກ​ໝົດ​ທຸກ​ເລື່ອງ; ແຕ່​ວ່າ​ພຣະຜູ້​ເປັນ​ເຈົ້າຮູ້​ທຸກ​ເລື່ອງ​ທີ່​ຈະ​ມາ​ເຖິງ; ສະນັ້ນ, ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າພະ​ເຈົ້າ​ເພື່ອ​ໃຫ້​ມັນ​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.”5 ເຖິງ​ແມ່ນ​ວ່າ​ມໍ​ມອນບໍ່​ຮູ້​ວ່າ ໃນ​ອະ​ນາ​ຄົດ ຕົ້ນ​ສະ​ບັບ 116 ໜ້າ ຈະ​ສູນ​ເສຍ​ໄປ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ ແລະ ໄດ້​ຕຽມ​ວິ​ທີ​ທີ່​ຈະ​ເອົາ​ຊະ​ນະ​ອຸ​ປະ​ສັກໄດ້ ເມື່ອ​ເຫດ​ການ​ເກີດ​ຂຶ້ນ.

ພຣະ​ບິ​ດາ​ຮູ້​ກ່ຽວ​ກັບ​ເຮົາ, ຮູ້​ເຖິງ​ຄວາມ​ຕ້ອງ​ການ​ຂອງ​ເຮົາ, ແລະ ຈະ​ຊ່ວຍ​ເຫລືອເຮົາ​ຢ່າງ​ສົມ​ບູນ​ແບບ. ບາງ​ເທື່ອ​ຄວາມ​ຊ່ວຍ​ເຫລືອນັ້ນ ໄດ້​ຖືກມອບ​ໃຫ້​ໃນ​ທັນ​ທີ ຫລື ໃນ​ໄວໆ​ນັ້ນ ຫລັງ​ຈາກ​ທີ່​ເຮົາ​ໄດ້​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ. ບາງ​ເທື່ອ​ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ ແລະ ມີ​ຄ່າ​ຄວນ​ຂອງ​ເຮົາ ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ທາງ​ທີ່​ເຮົາ​ຄາດ​ຫວັງ, ແຕ່​ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ຈະ​ປະ​ທານ​ພອນ​ທີ່​ຍິ່ງ​ໃຫຍ່ກວ່ານັ້ນໃຫ້​ເຮົາ. ແລະ ບາງ​ເທື່ອຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ເຮົາ ບໍ່​ໄດ້​ເກີດ​ເປັນ​ຈິງໃນ​ຊີ​ວິດນີ້. ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ສາມ​ເລື່ອງ ເຖິງວິ​ທີ​ທີ່​ພຣະ​ບິ​ດາຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນຂອງ​ເຮົາ ຕອບຄຳ​ອ້ອນວອນ​ທີ່​ຈິງ​ໃຈ​ຂອງ​ເຮົາ.

ລູກ​ຊາຍ​ຫລ້າ​ຂອງ​ພວກ​ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ສອນ​ສາດ​ສະ​ໜາ​ຢູ່ທີ່​ເຂດ​ເຜີຍ​ແຜ່​ປາ​ຣີ ຝະຣັ່ງ. ໃນ​ການ​ກະ​ກຽມ​ໄປ​ຮັບ​ໃຊ້​ນັ້ນ, ພວກ​ເຮົາ​ໄດ້​ພາ​ລາວ​ໄປ​​ຊື້ເສື້ອ​ເຊີດ, ຊຸດ, ກາ​ລະ​ວັດ, ແລະ ຖົງ​ເທົ້າ, ແລະ ເສື້ອກັນ​ໜາວ. ໜ້າ​ເສຍ​ດາຍ​ທີ່​ເສື້ອ​ກັນ​ໜາວ​ທີ່​ລາວ​ຢາກ​ໄດ້ ບໍ່​ມີ​ໂຕ​ທີ່​ພໍ​ດີ​ລາວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພະ​ນັກ​ງານ​ໄດ້​ບອກວ່າ ເຂົາ​ເຈົ້າ​ຈະ​ມີເສື້ອ​ກັນ​ໜາວ​ທີ່​ລາວ​ຢາກ​ໄດ້ ໃນສອງ​ສາມ​ອາ​ທິດ​ຂ້າງ​ໜ້າ ແລະ ຈະ​ສົ່ງ​ມັນ​ໄປ​ທີ່​ສູນ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ ໃນ​ເມືອງ​ໂພຼ​ໂວ ກ່ອນ​ລູກ​ຊາຍ​ຂອງ​ພວກ​ເຮົາ​ຈະ​ອອກ​ເດີນ​ທາງ​ໄປ​ປະ​ເທດ​ຝະ​ຣັ່ງ. ພວກ​ເຮົາ​ກໍ​ໄດ້​ຈ່າຍ​ຄ່າ​ເສື້ອ​ກັນ​ໜາວ ແລະ ກໍ​ບໍ່​ໄດ້​ຄິດ​ກ່ຽວ​ກັບ​ມັນ​ອີກ.

ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ເຂົ້າ​ສູນ​ອົບ​ຮົມ​ໃນ​ເດືອນ​ມິ​ຖຸ​ນາ, ແລະ ລາວ​ໄດ້​ຮັບ​ເສື້ອ​ກັນ​ໜາວ​ ສອງ​ສາມມື້​ກ່ອນ​ລາວ​ອອກ​ເດີນ​ທາງ ໃນ​ເດືອນ​ສິງ​ຫາ. ລາວບໍ່​ໄດ້​ລອງ​ເສື້ອ​ກັນ​ໜາວ ແຕ່​ໄດ້​ຈັດ​ຈ້ອນມັນ​ໃສ່​ຫີບ​ເຄື່ອງ.

ເມື່ອ​ລະ​ດູ​ໜາວ​ເລື່ອນ​ເຂົ້າ​ມາ​ໃກ້ຢູ່​ກຸງ​ປາຣີ, ໃນບ່ອນ​ທີ່​ລູກ​ຊາຍ​ຂອງ​ພວກ​ເຮົາ​ຮັບ​ໃຊ້​ຢູ່ນັ້ນ, ລາວ​ໄດ້​ຂຽນ​ຫາພວກ​ເຮົາ​ວ່າ ລາວ​ໄດ້​ເອົາ​ເສື້ອ​ກັນ​ໜາວ​ອອກ​ມາ, ແລະ ໄດ້​ນຸ່ງ​ລອງ​ເບິ່ງ, ແຕ່​ມັນ​ນ້ອຍ​ເກີນ​ໄປ​ສຳ​ລັບ​ລາວ. ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ເອົາ​ເງິນ​ເຂົ້າ​ບັນ​ຊີ​ລາວ ເພື່ອ​ວ່າ​ລາວ​ຈະ​ໄດ້​ຊື້​ເສື້ອ​ກັນ​ໜາວໂຕ​ໃໝ່​ຢູ່​ກຸງ​ປາຣີ, ຊຶ່ງ​ລາວ​ກໍ​ໄດ້​ເຮັດ. ດ້ວຍ​ຄວາມ​ຫງຸດ​ຫງິດ​ໃຈ​ບາງ​ຢ່າງ, ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ຫາ​ລາວ ແລະ ບອກ​ໃຫ້​ລາວ​ບໍ​ລິ​ຈາກ​ເສື້ອ​ກັນ​ໜາວ​ໂຕທຳ​ອິດນັ້ນ ເພາະ​ເກັບ​ໄວ້​ກໍ​ໃຊ້​ບໍ່​ໄດ້.

ຕໍ່​ມາ​ພວກ​ເຮົາ​ໄດ້​ຮັບ​ອີ​ເມວນີ້​ຈາກ​ລາວ: “ມັນ​ໜາວ​ຫລາຍ​ຂະ​ໜາດຢູ່​ພີ້. … ລົມ​ພັດ​ເຢັນ​ຫລາຍ, ເຖິງ​ແມ່ນ​ວ່າ​ເສື້ອ​ກັນ​ໜາວ​ໂຕ​ໃໝ່​ຂອງ​ລູກ ກໍ​ດີ ແລະ ໜາກໍ​ຕາມ. … ລູກ​ໄດ້​ເອົາ​ເສື້ອ​ກັນ​ໜາວ​ໂຕ​ເກົ່າ​ໃຫ້ [ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ ທີ່​ຢູ່​ໃນຫ້ອງ​ແຖວ​ດຽວ​ກັນ​] ຜູ້​ທີ່​ເວົ້າ​ວ່າ ລາວ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ມີ​ເສື້ອ​ກັນ​ໜາວ​ໂຕ​ທີ່​ດີກວ່າ ທີ່​ລາວ​ມີ​ຢູ່. ເມື່ອ​ຫລາຍ​ປີ​ກ່ອນ ລາວ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ລາວ​ມີ​ແຕ່​ແມ່ … ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ໃຫ້​ບັບ​ຕິ​ສະ​ມາ​ລາວ ໄດ້ຊ່ວຍ​ລາວ​ເລື່ອງ​ການ​ໄປ​ເຜີຍ​ແຜ່ ແລະ ສະ​ນັ້ນເສື້ອ​ກັນ​ໜາວ​ໂຕນີ້ ຈຶ່ງໄດ້​ເປັນ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ລາວ, ແລ້ວລູກ​ກໍ​ຮູ້​ສຶກ​ດີ​ໃຈ​ຫລາຍ.”6

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຮູ້​ວ່າ ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້ ທີ່ຮັບ​ໃຊ້​ຢູ່​ປະ​ເທດ​ຝະຣັ່ງ ຫ່າງໄກ​ຈາກ​ບ້ານ 6,200 ໄມ (10,000 ກິ​ໂລ​ແມັດ) ຈະ​ຕ້ອງ​ການ​ເສື້ອ​ກັນ​ໜາວ​ໂຕ​ໃໝ່ ສຳ​ລັບ​ລະ​ດູ​ໜາວ​ທີ່​ເຍືອກ​ເຢັນຢູ່​ກຸງ​ປາຣີ ແຕ່​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ນີ້ ບໍ່​ມີ​ເງິນຊື້. ພຣະ​ບິ​ດາ​ເທິງ​ສະ​ຫວັນກໍ​ຍັງ​ຮູ້​ອີກວ່າ ລູກ​ຊາຍ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮັບ​ເສື້ອ​ກັນ​ໜາວຈາກ​ຮ້ານ​ຄ້າ​ຢູ່​ເມືອງ​ໂຟຼ​ໂວ, ລັດ​ຢູ​ທາ, ທີ່​ນ້ອຍ ແລະ ນຸ່ງບໍ່​ໄດ້. ພຣະ​ອົງ​ຮູ້​ວ່າ ຜູ້​ສອນ​ສາດ​ສະ​ໜາ​ສອງ​ຄົນ​ນີ້ ຈະ​ຮັບ​ໃຊ້​ນຳ​ກັນ​ໃນ​ກຸງ​ປາຣີ ແລະ ເສື້ອ​ກັນ​ໜາວ​ຈະ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄຳ​ອະ​ທິ​ຖານ​ທີ່​ຖ່ອມ​ຕົວ ແລະ ຈິງ​ໃຈຂອງ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອຢ່າງ​ຮີບ​ດ່ວນ.

ພຣະຜູ້ຊ່ວຍໃຫ້ລອດ ໄດ້ສອນວ່າ:

“ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາ​ຄາ​ອັດ​ໜຶ່ງ​ບໍ່​ແມ່ນ​ບໍ? ແຕ່​ນົກ​ຈອກ​ໂຕ​ດຽວ​ຈະ​ຕົກ​ລົງ​ດິນ​ກໍ​ບໍ່​ໄດ້ ຖ້າ​ພຣະ​ບິ​ດາ​ຂອງ​ພວກ​ເຈົ້າ​ບໍ່​ເຫັນ​ດ້ວຍ.

“ແມ່ນ​ແຕ່​ຜົມ​ເທິງ​ຫົວ​ຂອງ​ພວກເຈົ້າ ກໍ​ຖືກ​ນັບ​ໄວ້​ໝົດ​ທຸກ​ເສັ້ນ​ແລ້ວ.

“ດັ່ງ​ນັ້ນ ຢ່າ​ສູ່​ຢ້ານ, ພວກ​ເຈົ້າ​ກໍ​ປະ​ເສີດ​ຫລາຍ​ກວ່າ​ນົກ​ຈອກ​ຫລາຍ​ໂຕ.”7

ໃນ​ເລື່ອງໜຶ່ງ​ອີກ, ເມື່ອຄວາມ​ປາດ​ຖະ​ໜາ​ທີ່​ດີ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ຄຳ​ຕອບ ໃນ​ທາງ​ທີ່​ເຮົາ​ຄາດ​ຫວັງ, ແທ້​ຈິງ​ແລ້ວ ມັນ​ອາດ​ເປັນຜົນ​ດີ​ທີ່​ສຸດ​ສຳ​ລັບ​ເຮົາ. ຍົກ​ຕົວ​ຢ່າງ, ໂຢ​ເຊັບ ລູກ​ຊາຍ​ຂອງ​ຢາ​ໂຄບ ໄດ້​ຖືກພວກ​ອ້າຍ​ອິດ​ສາ ແລະ ຖືກ​ກຽດ​ຊັງ ຈົນ​ເຖິງ​ຂັ້ນ​ທີ່​ພວກ​ເຂົາ​ໄດ້​ວາງ​ແຜນ​ຂ້າ​ໂຢ​ເຊັບ. ແຕ່ພວກ​ເຂົາ​ໄດ້​ຂາຍ​ເພິ່ນໄປເປັນ​ຂ້າ​ທາດ​ຢູ່​ປະ​ເທດ​ເອ​ຢິບ.8 ຖ້າ​ມີ​ບຸກຄົນ​ໃດ​ຮູ້​ສຶກວ່າ ຄຳ​ອະ​ທິ​ຖານ​ຂອງ​ຕົນບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ທາງ​ທີ່​ເຂົາ​ຄາດ​ຫວັງ​ໄວ້, ບຸກ​ຄົນ​ນັ້ນ​ຄົງ​ເປັນ​ໂຢ​ເຊັບ. ໃນ​ຄວາມ​ເປັນ​ຈິງ, ໂຊກ​ຮ້າຍ​ຂອງ​ເພິ່ນໄດ້​ກາຍ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ຕໍ່​ເພິ່ນ ແລະ ໄດ້​ຊ່ວຍ​ຊີ​ວິດ​ຄອບ​ຄົວ​ຂອງ​ເພິ່ນ ຈາກ​ຄວາມ​ອຶດ​ຢາກ. ຕໍ່​ມາ, ຫລັງ​ຈາກ​ໄດ້​ກາຍ​ເປັນ​ຜູ້​ນຳ​ທີ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຢູ່​ປະ​ເທດ​ເອຢິບ​ແລ້ວ, ດ້ວຍ​ສັດ​ທາ ແລະ ສະ​ຕິ​ປັນ​ຍາ​ຢ່າງ​ຫລວງ​ຫລາຍ ເພິ່ນ​ໄດ້​ກ່າວ​ກັບ​ພວກ​ອ້າຍ​ຂອງ​ເພິ່ນ​ວ່າ:

“ບັດ​ນີ້ ຢ່າ​ເປັນ​ທຸກ​ໃຈ ຫລື​ ກ່າວ​ໂທດ​ຕົນ​ເອງ ທີ່​ໄດ້​ຂາຍ​ຂ້ອຍ​ມາ​ທີ່ນີ້, ແມ່ນ​ພຣະ​ເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມານີ້ກ່ອນ ເພື່ອ​ຊ່ວຍ​ຊີ​ວິດ​ມະ​ນຸດ.

“ດຽວນີ້​ເປັນ​ພຽງ​ປີ​ທີ​ສອງ​ຂອງ​ການ​ອຶດ​ຢາກ​ທີ່​ດິນ​ແດນນີ້​ເທົ່າ​ນັ້ນ, ແຕ່​ຍັງ​ຈະ​ມີ​ອີກ​ຫ້າ​ປີ​ທີ່ບໍ່​ມີ​ການ​ປູກ​ຝັງ ແລະ ການ​ເກັບ​ກ່ຽວ.

“ພຣະ​ເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນ ເພື່ອ​ຊ່ວຍ​ຊີ​ວິດ​ຂອງ​ພວກ​ເຈົ້າ​ໄວ້​ແບບ​ອັດ​ສະ​ຈັນ ກໍ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ພວກ​ເຈົ້າ ແລະ ເຊື້ອ​ສາຍ​ຈະ​ມີ​ຊີ​ວິດ​ຢູ່.

“ດັ່ງ​ນັ້ນ ຈຶ່ງບໍ່​ແມ່ນ​ພວກ​ເຈົ້າ​ທີ່​ໄດ້​ສົ່ງ​ຂ້ອຍ​ມາ​ທີ່ນີ້, ແຕ່​ແມ່ນ​ພຣະ​ເຈົ້າ.”9

ຂະ​ນະ​ທີ່​ສຶກ​ສາ​ຢູ່​ວິ​ທະ​ຍາ​ໄລ, ລູກ​ຊາຍ​ກົກ​ຂອງ​ພວກ​ເຮົາ​ໄດ້​ຖືກ​ຮັບ​ເຂົ້າ​ທຳ​ງານບໍ່​ເຕັມ​ເວ​ລາໃນ​ບ່ອນ​ທີ່​ດີ, ຊຶ່ງ​ອາດ​ເປັນ​ບ່ອນ​ທີ່​ລາວ​ຈະໄດ້​ທຳ​ງານ​ຖາ​ວອນ ຫລັງ​ຈາກ​ທີ່​ຮຽນ​ຈົບ. ລາວ​ກໍ​ໄດ້​ທຳ​ງານ​ຢາກ​ຂະ​ຫຍັນ​ຢູ່​ບ່ອນນັ້ນເປັນ​ເວ​ລາ​ສີ່​ປີ ຂະ​ນະ​ທີ່​ເຂົ້າ​ໂຮງ​ຮຽນ, ໄດ້​ກາຍ​ເປັນ​ຜູ້​ໜຶ່ງ​ທີ່​ມີ​ຄວາມເໝາະ​ສົມ​ສູງ, ແລະ ກໍ​ໄດ້​ຮັບ​ຄວາມ​ນັບ​ຖື​ຈາກໝູ່​ເພື່ອນ ແລະ ຫົວ​ໜ້າ ໃນ​ບ່ອນ​ທຳ​ງານ. ໃນ​ປີສຸດ​ທ້າຍ​ຂອງ​ການ​ຮຽນ, ເກືອບ​ຄື​ກັບ​ວ່າ ສະ​ຫວັນ​ໄດ້​ຈັດ​ຕຽມ​ທຸກ​ສິ່ງ​ໄວ້ໃຫ້ (ຢ່າງ​ໜ້ອຍ​ຕາມ​ຄວາມ​ຄິດ​ຂອງລູກ​ຊາຍ​ພວກ​ເຮົາ), ຕຳ​ແໜ່ງ​ຖາ​ວອນ​ກໍ​ວ່າງ ແລະ ລາວ​ກໍ​ເປັນ​ຜູ້​ໜຶ່ງ​ຢູ່​ໃນ​ກຸ່ມ​​ຜູ້​ສະ​ໝັກທີ່​ມີ​ຄວາມເໝາະ​ສົມ​ສູງ​ທີ່​ສຸດ, ຊຶ່ງ​ຫລາຍ​ສິ່ງ​ໄດ້​ບົ່ງ​ບອກ ແລະ ກໍ​ຫວັງ​ວ່າ ລາວ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ຕຳ​ແໜ່ງນັ້ນ.

ແຕ່ແລ້ວ ລາວ​ບໍ່​ໄດ້​ຖືກ​ເລືອກ. ພວກ​ເຮົາ​ທຸກ​ຄົນ​ກໍບໍ່​ເຂົ້າ​ໃຈ​ເລີຍ. ລາວ​ໄດ້​ກະ​ກຽມ​ເປັນ​ຢ່າງ​ດີ, ການ​ສຳ​ພາດ​ກໍ​ລ່ວງ​ໄປ​ດ້ວຍດີ, ລາວເປັນ​ຜູ້​ສະ​ໝັກທີ່​ມີ​ຄວາມ​ເໝາະ​ສົມ​ສູງ​ທີ່​ສຸດ, ແລະ ກໍ​ໄດ້​ອະ​ທິ​ຖານ​ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຄາດ​ໝາຍ​ຫລາຍ​ທີ່​ສຸດ! ລາວ​ຜິດ​ຫວັງ​ຫລາຍ, ແລະ ເຮັດ​ໃຫ້​ພວກ​ເຮົາ​ທຸກ​ຄົນ​ງົງ​ງັນ. ດ້ວຍ​ເຫດ​ໃດ​ພຣະ​ເຈົ້າ​ຈຶ່ງບໍ່​ຕອບ​ຄວາມ​ປາດ​ຖະ​ໜາ​ທີ່​ຊອບ​ທຳ​ຂອງ​ລາວ?

ຫລາຍ​ປີ​ຈາກນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ຄຳ​ຕອບ​ຢ່າງ​ແຈ່ມ​ແຈ້ງ. ຖ້າ​ຫາກ​ລາວ​ໄດ້​ຮັບ​ວຽກ​ງານ​ຕາມ​ຄວາມ​ຝັນ​ຂອງ​ລາວ, ລາວ​ຄົງ​ພາດ​ໂອ​ກາດ ທີ່​ເປັນປະ​ສົບ​ການປ່ຽນ​ແປງ​ຊີ​ວິດ ຊຶ່ງ​ບັດ​ນີ້​ໄດ້​ພິ​ສູດ​ວ່າ ມັນ​ເປັນ​ພອນ​ສຳ​ລັບ​ຜົນ​ປະ​ໂຫຍດ​ນິ​ລັນ​ດອນ​ຂອງ​ລາວ. ພຣະ​ເຈົ້າ​ຮູ້​ຈັກ​ຈຸດ​ຈົບ ນັບຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ (ດັ່ງ​ທີ່​ພຣະ​ອົງ​ຮູ້​ມາ​ສະ​ເໝີ), ແລະ ໃນ​ກໍ​ລະ​ນີນີ້, ຄຳ​ຕອບ​ຕໍ່​ຄຳ​ຖາມ​ຫລາຍໆ​ຢ່າງ​ທີ່​ຊອບ​ທຳ, ແມ່ນ​ເພື່ອ​ຜົນ​ປະ​ໂຫຍດ​ທີ່​ດີ​ເລີດກວ່າ.

ແລະ ບາງ​ເທື່ອ, ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ທີ່​ເຮົາສະ​ແຫວງ​ຫາ​ຢ່າງ​ຊອບ​ທຳ, ຢ່າງແທ້​ຈິງ, ແລະ ຢ່າງຈິງ​ໃຈ ຈະ​ບໍ່​ມາ​ເຖິງໃນ​ຊີ​ວິດນີ້.

ຊິດ​ສະ​ເຕີ ພາທຼິເຊຍ ພາກິນສັນ ໄດ້​ເກີດ​ມາ​ດ້ວຍ​ສາຍ​ຕາ​ທີ່​ດີ​ປົກ​ກະ​ຕິ, ແຕ່​ເມື່ອ​ເຖິງ​ອາ​ຍຸເຈັດ​ປີ, ແສງ​ຕາ​ໄດ້​ເລີ່ມ​ມົວ. ເມື່ອ​ເຖິງ​ອາ​ຍຸ​ເກົ້າ​ປີ, ນາງແພັດໄດ້​ໄປ​ເຂົ້າໂຮງ​ຮຽນສຳ​ລັບ​ຄົນ​ຫູ​ໜວກ​ຕາ​ບອດ ຢູ່​ເມືອງ ອອກເດັນ, ລັດຢູທາ, ຫ່າງ​ໄກ​ຈາກ​ບ້ານ​ຂອງ​ນາງ 90 ໄມ (145 ກິ​ໂລ​ແມັດ), ຊຶ່ງ​ນາງ​ຈຳ​ເປັນ​ຕ້ອງ​ໄດ້ເຂົ້າ​ໂຮງ​ຮຽນ​ກິນນອນ—​ຊຶ່ງ​ມີ​ທັງ​ຄວາມ​ຄິດ​ຮອດ​ບ້ານ ທີ່​ເດັກ​ນ້ອຍ​ອາ​ຍຸ​ເກົ້າ​ປີ​ຕ້ອງ​ປະ​ເຊີນ​.

ເມື່ອ​ເຖິງ​ອາ​ຍຸ 11 ປີ, ນາງ​ບໍ່​ເຫັນ​ຫຸ່ງ​ເລີຍ. ນາງແພັດໄດ້​ກັບ​ບ້ານ​ແບບ​ຖາ​ວອນ ເມື່ອ​ເຖິງ​ອາ​ຍຸ 15 ປີ ເພື່ອ​ເຂົ້າ​ໂຮງ​ຮຽນ​ມັດ​ທະ​ຍົມ​ຢູ່​ໃນ​ທ້ອງ​ຖິ່ນ. ນາງ​ໄດ້​ເຂົ້າໂຮງ​ຮຽນ​ວິ​ທະ​ຍາ​ໄລ​ຕໍ່ ແລະ ໄດ້​ຮຽນ​ຈົບ​ຂັ້ນອະ​ນຸ​ປະ​ລິນ​ຍາ ຝ່າຍ​ການ​ສື່​ສານທີ່​ບໍ່ປົກ​ກະ​ຕິ ແລະ ຈິດ​ຕະ​ວິ​ທະ​ຍາ, ແລະ ຫລັງ​ຈາກ​ທີ່​ໄດ້​ເອົາ​ຊະ​ນະ​ຄວາມບໍ່​ແນ່ນອນ​ໃຈ​ຂອງຝ່າຍ​ເຈົ້າ​ໜ້າ​ທີ່​ຮັບ​ນັກ​ສຶກ​ສາ​ເຂົ້າ​ຮຽນ, ນາງ​ໄດ້​ຮຽນ​ຕໍ່ ແລະ ຈົບ​ປະ​ລິນ​ຍາ​ໂທ ຝ່າຍ​ພະ​ຍາດວິ​ທະ​ຍາ​ພາ​ສາ​ເວົ້າ. ເວ​ລານີ້ ນາງແພັດໄດ້​ທຳ​ງານ​ຊ່ວຍ​ເຫລືອ​ນັກ​ຮຽນ​ຊັ້ນປະ​ຖົມ 53 ຄົນ ແລະ ເປັນ​ຫົວ​ໜ້າ​ນັກ​ວິ​ຊາ​ການ​ຝ່າຍ​ພາ​ສາ​ເວົ້າ ຢູ່​ທີ່​ຫ້ອງ​ການ​ເຂດ​ສຶກ​ສາ​ຂອງ​ນາງ. ນາງ​ມີ​ເຮືອນ​ຂອງ​ນາງ​ເອງ ແລະ ມີ​ລົດ​ເອງ, ຊຶ່ງ​ໝູ່​ເພື່ອນ ແລະ ສະ​ມາ​ຊິກ​ໃນ​ຄອບ​ຄົວ ຊ່ວຍ​ຂັບ​ໃຫ້​ນາງ.

ຮູບ​ພາບ
ຊິດ​ສະ​ເຕີ ພາທຼິເຊຍ ພາກິນສັນ

ຕອນ​ມີ​ອາ​ຍຸ​ໄດ້ 10 ປີ, ນາງແພັດໄດ້​​ມີ​ນັດ​ອີກ​ເທື່ອ​ໜຶ່ງ ເພື່ອ​ຜ່າ​ຕັດ​ຕາ​ທີ່​ກຳ​ລັງ​ຈະ​ບອດ. ໂດຍ​ປົກ​ກະ​ຕິ​ແລ້ວ ພໍ່​ແມ່​ຂອງ​ນາງ​ໄດ້​ບອກ​ນາງ​ສະ​ເໝີ ເລື່ອງ​ການ​ປິ່ນ​ປົວທຸກ​ເທື່ອ, ແຕ່​ເປັນ​ເພາະ​ບາງ​ເຫດ​ຜົນ ພໍ່​ແມ່​ຂອງ​ນາງບໍ່​ໄດ້​ບອກ​ນາງ​ເລື່ອງ​ການ​ຜ່າ​ຕັດ​ເທື່ອນີ້. ເມື່ອ​ພໍ່​ແມ່​ຂອງ​ນາງ​ໄດ້​ບອກ​ນາງ​ວ່າ ເຂົາ​ເຈົ້າ​ໄດ້​ເຮັດ​ນັດ​ໝາຍ​ການ​ຜ່າ​ຕັດ, ແມ່​ນາງ​ເວົ້າ​ວ່າ ນາງແພັດ “ໄດ້​ໂມ​ໂຫ​ຢ່າງ​ໃຫຍ່.” ນາງແພັດໄດ້​ແລ່ນ​ໄປ​ຫາ​ອີກ​ຫ້ອງ​ໜຶ່ງ ແລ້ວ​ໄດ້​ກັບ​ຄືນ​ມາ ແລ້ວ​ເວົ້າ​ດ້ວຍ​ຄວາມບໍ່​ພໍ​ໃຈ​ວ່າ, “ລູກ​ຊິ​ບອກ​ໃຫ້​ຮູ້. ວ່າ​ລູກ​ຮູ້, ພຣະ​ເຈົ້າ​ກໍ​ຮູ້, ແລະ ພໍ່​ແມ່​ກໍ​ຄົງຮູ້​ຄື​ກັນ. ວ່າລູກ​ຊິ​ຕາ​ບອດ​ຕະ​ຫລອດ​ຊີ​ວິດ!”

ເມື່ອ​ຫລາຍ​ປີ​ກ່ອນ, ນາງ​ແພັດໄດ້​ເດີນ​ທາງ​ໄປ​ລັດ​ແຄລິ​ໂຟເນຍ ເພື່ອ​ຢ້ຽມ​ຢາມ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຜູ້​ອາ​ໄສ​ຢູ່​ລັດ​ນັ້ນ. ຂະ​ນະ​ທີ່​ຫລິ້ນ​ຢູ່​ກັບ​ຫລານ​ຊາຍ​ອາ​ຍຸ​ສາມ​ປີ, ລາວ​ໄດ້​ເວົ້າ​ກັບ​ນາງວ່າ, “ອາແພັດ, ເປັນ​ຫຍັງ​ເຈົ້າ​ຈຶ່ງບໍ່​ທູນ​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເອົາ​ຕາ​ໜ່ວຍ​ໃໝ່​ໃຫ້​ເຈົ້າ? ເພາະ​ວ່າ ຖ້າ​ຫາກ​ເຈົ້າ​ທູນ​ຂໍ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ແລ້ວ​ພຣະ​ອົງ​ຈະ​ມອບ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ​ໃຫ້​ເຈົ້າ. ເຈົ້າ​ພຽງ​ແຕ່​ທູນ​ຂໍ​ຈາກ​ພຣະ​ອົງ​ເທົ່າ​ນັ້ນ.”

ຄຳ​ຖາມນັ້ນ​ໄດ້​ເຮັດ​ໃຫ້ນາງ​ແພັດ​ງົງ​ງັນ ແຕ່​ໄດ້​ຕອບ​ໄປ​ວ່າ, “ເອີ, ບາງ​ເທື່ອ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ກໍ​ບໍ່​ໄດ້ທຳ​ງານ​ແບບນັ້ນ. ບາງ​ເທື່ອ​ພຣະ​ອົງ​ຢາກ​ໃຫ້​ເຮົາ​ຮຽນ​ຮູ້ບາງ​ສິ່ງ, ແລະ ສະ​ນັ້ນ​ແລ້ວ ພຣະ​ອົງ​ຈຶ່ງບໍ່​ມອບ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ໃຫ້​ເຮົາ. ບາງ​ເທື່ອ​ເຮົາ​ຕ້ອງ​ລໍ​ຖ້າ. ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳ​ລັບເຮົາ ແລະ ເຮົາ​ຕ້ອງ​ການ​ສິ່ງ​ໃດ​ຫລາຍ​ທີ່​ສຸດ. ສະ​ນັ້ນ ພວກ​ພຣະ​ອົງ​ຈະ​ບໍ່​ມອບ​ທຸກ​ສິ່ງ​​ໃຫ້​ເຮົາ ທັນ​ທີ​ທີ່​ເຮົາ​ຢາກ​ໄດ້.”

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ນາງແພັດມາເປັນ​ເວ​ລາ​ຫລາຍ​ປີ ແລະ ເມື່ອບໍ່​ດົນມາ​ນີ້ ໄດ້​ບອກ​ນາງວ່າ ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມ​ຄິດ​ໃນ​ແງ່​ດີ​ ແລະ ຄວາມ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ສະ​ເໝີ​ຂອງ​ນາງ. ນາງ​ໄດ້​ຕອບ​ວ່າ, “ໂອ້, ທ່ານບໍ່​ເຄີຍຢູ່​ເຮືອນ​ນຳ​ຂ້າ​ນ້ອຍ​ເນາະ? ຂ້າ​ນ້ອຍ​ກໍ​ເຄີຍ​ມີ​ອາ​ລົມ​ຮ້າຍ​ຢູ່. ຂ້າ​ນ້ອຍ​ກໍ​ເຄີຍ​ໂສກ​ເສົ້າ​ຢ່າງ​ໜັກ, ແລະ ກໍ​ເຄີຍ​ຮ້ອງ​ໄຫ້ຫລາຍ​ເທື່ອ.” ແຕ່​ນາງ​ໄດ້ເວົ້າ​ຕື່ມ​ວ່າ, “ນັບຈາກ​ເວ​ລາທີ່​ຂ້າ​ນ້ອຍ​ໄດ້​ເສຍ​ສາຍຕາ, ມັນ​ແປກ​ຫລາຍ, ແຕ່​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຢູ່​ກັບ​ຄອບ​ຄົວ​ຂອງ​ຂ້າ​ນ້ອຍ ແລະ ຢູ່​ກັບຂ້ານ້ອຍ. ພວກ​ຂ້າ​ນ້ອຍ​ກໍ​ໄດ້​ຈັດ​ການ​ກັບ​ມັນ​ຈົດ​ສຸດ​ຄວາມ​ສາ​ມາດ, ຕາມ​ຄວາມ​ຄິດ​ເຫັນ​ຂອງ​ຂ້າ​ນ້ອຍ​ແລ້ວ, ພວກ​ຂ້າ​ນ້ອຍ​ໄດ້​ຈັດ​ການ​ກັບ​ມັນ​ໃນ​ວິ​ທີທາງ​ທີ່​ຖືກ​ຕ້ອງ. ຂ້າ​ນ້ອຍ​ໄດ້​ກາຍ​ເປັນ​ຜູ້​ສຳ​ເລັດ​ຫລາຍ​ຢ່າງ​ຄົນ​ໜຶ່ງ, ແລະ ຕາມ​ປົກ​ກະ​ຕິແລ້ວ ຂ້າ​ນ້ອຍ​ກໍ​ເປັນ​ຄົນ​ຍິ້ມ​ແຍ້ມ​ແຈ່ມ​ໃສ​ຢູ່​ແລ້ວ. ຂ້າ​ນ້ອຍ​ຈື່​ຈຳ​ວ່າ ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກສິ່ງ. ຕໍ່​ຜູ້​ທີ່​ຖາມ​ຂ້າ​ນ້ອຍ​ວ່າ ຂ້າ​ນ້ອຍ​ໃຈ​ຮ້າຍ​ບໍ​ທີ່​​ຕາ​ບອດ, ຂ້າ​ນ້ອຍ​ໄດ້ຕອບ​ວ່າ, ‘ຂ້ອຍ​ຊິ​ໃຈ​ຮ້າຍ​ໃຫ້​ໃຜ? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ກັບ​ຂ້າ​ນ້ອຍ​ໃນ​ເລື່ອງນີ້; ຂ້າ​ນ້ອຍບໍ່​ໄດ້​ຢູ່​ຄົນ​ດຽວ. ພຣະ​ອົງ​ຢູ່​ກັບ​ຂ້າ​ນ້ອຍ​ຕະ​ຫລອດ​ເວ​ລາ.’”

ໃນ​ກໍ​ລະ​ນີນີ້, ຄວາມ​ປາດ​ຖະ​ໜາ​ຂອງ​ນາງແພັດທີ່​ຈະ​ໄດ້​ຮັບ​ສາຍ​ຕາ​ຄືນ ຄົງ​ບໍ່​ເປັນໃນ​ຊີ​ວິດນີ້. ແຕ່​ຄຳ​ຂວັນ​ຂອງ​ນາງ, ທີ່​ໄດ້​ຮຽນ​ຈາກ​ພໍ່​ຂອງ​ນາງ, ແມ່ນ “ສິ່ງນີ້​ຈະ​ຜ່ານ​ພົ້ນ​ໄປ.”10

ປະ​ທານ​ເຮັນຣີ ບີ ໄອຣິງ ໄດ້​ກ່າວ​ວ່າ, “ພຣະ​ບິ​ດາ​ຮູ້​ຈັກຕົວ​ທ່ານ​ໃນ​ເວ​ລານີ້, ຮູ້​ຈັກຄວາມ​ຮູ້ສຶກ​ຂອງ​ທ່ານ, ແລະ ຄວາມ​ຕ້ອງ​ການ​ທາງ​ວິນ​ຍານ ແລະ ທາງ​ໂລກ​ຂອງ​ທຸກ​ຄົນ​ທີ່​ຢູ່​ອ້ອມ​ຮອບ​ທ່ານ.”11 ຄວາມ​ຈິງ​ທີ່​ປະ​ເສີດ ແລະ ໃຫ້​ຄວາມ​ປອບ​ໂຍນນີ້ ສາ​ມາດ​ພົບ​ເຫັນ​ໄດ້​ຢູ່​ໃນ​ປະ​ສົບ​ການ​ສາມ​ຢ່າງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ມານັ້ນ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ບາງ​ເທື່ອ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ ຈະ​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ໄວ ດັ່ງ​ທີ່​ເຮົາ​ຄາດ​ຫວັງ​ໄວ້. ບາງ​ເທື່ອ ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຈະບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ທາງ​ທີ່​ເຮົາ​ຄາດ​ຫວັງ​ໄວ້, ແຕ່​ເມື່ອ​ເວ​ລາ​ຜ່ານ​ໄປ ເຮົາ​ໄດ້ຮຽນ​ຮູ້​ວ່າ ພຣະ​ເຈົ້າ​ມີພອນ​ທີ່​ຍິ່ງ​ໃຫຍ່ກວ່າ​ໄວ້​ໃຫ້​ເຮົາ ເກີນກວ່າ​ທີ່​ເຮົາ​ຄາດ​ໝາຍ. ແລະ ບາງ​ເທື່ອ​ການ​ອ້ອນວອນ​ທີ່​ຊອບ​ທຳ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ​ໃນ​ຊີ​ວິດນີ້.12 ດັ່ງທີ່ ແອວເດີ ນຽວ ເອ ແມ໊ກສະແວວ ໄດ້​ກ່າວ​ວ່າ, “ສັດ​ທາ​ແມ່ນ​ຮ່ວມ​ດ້ວຍ ການ​ໄວ້​ວາງ​ໃຈ​ໃນ​ເວ​ລາ​ຂອງ​ພຣະ​ເຈົ້າ​ນຳ​ອີກ.”13

ເຮົາ​ໄດ້​ຮັບ​ຄວາມໝັ້ນ​ໃຈ​ວ່າ ໃນວິ​ທີ ແລະ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ອວຍ​ພອນ​ເຮົາ ແລະ ແກ້​ໄຂ​ບັນ​ຫາ, ຄວາມບໍ່ຍຸ​ດຕິ​ທຳ, ແລະ ຄວາມ​ຜິດ​ຫວັງ​ທັງ​ໝົດ.

ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ວ່າ: “ແລະ ຍິ່ງ​ໄປ​ກວ່ານັ້ນ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ອັນ​ເປັນ​ພອນ ແລະ ຄວາມ​ສຸກ​ຂອງ​ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຂົາ​ໄດ້​ຮັບ​ພອນ​ທຸກ​ຢ່າງ ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ແລະ ຖ້າ​ຫາກ​ເຂົາ​ອົດທົນ​ຢ່າງ​ຊື່ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ເຂົາ​ຈະ​ຖືກ​ຮັບ​ເຂົ້າສູ່​ສະຫວັນ, ແລ້ວ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະພາບ​ແຫ່ງ​ຄວາມສຸກ​ທີ່​ບໍ່​ມີ​ວັນ​ສິ້ນສຸດ. ໂອ້ ຈົ່ງ​ຈື່​ຈຳ, ຈົ່ງ​ຈື່​ຈຳ​ໄວ້​ວ່າ ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ໄວ້.”14

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.15 ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ຖາ​ນະ​ເປັນ​ພຣະ​ບິ​ດາ​ທີ່​ຮູ້​ທຸກ​ສິ່ງ ແລະ ຊົງ​ຮັກ, ພຣະ​ອົງ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ຢ່າງສົມ​ບູນ​ແບບ, ອີງ​ຕາມ​ຄວາມ​ສະ​ຫລຽວ​ສະ​ຫລາດ​ອັນ​ເປັນ​ນິດ​ຂອງ​ພຣະ​ອົງ, ແລະ ໃນ​ທາງ​ທີ່​ຈະ​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ພອນຫລາຍ​ທີ່​ສຸດ​ສຳ​ລັບ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.