​2010–2019
ພຣະຄຣິດ: ຄວາມສະຫວ່າງທີ່ສ່ອງແສງໃນຄວາມມືດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2019


ພຣະຄຣິດ: ຄວາມສະຫວ່າງທີ່ສ່ອງແສງໃນຄວາມມືດ

ຖ້າຫາກທ່ານຮູ້ສຶກວ່າຄວາມສະຫວ່າງຂອງປະຈັກພະຍານຂອງທ່ານກຳລັງດັບລົງ ແລະ ຄວາມມືດກຳລັງເຂົ້າມາແທນ, ໃຫ້ມີຄວາມກ້າຫານເຖີດ. ໃຫ້ຮັກສາຄຳສັນຍາຂອງທ່ານທີ່ມີຕໍ່ພຣະເຈົ້າ.

ຈາກຫ້ອງທຳງານຂອງຂ້າພະເຈົ້າ ໃນຕຶກສະມາຄົມສະຕີສົງເຄາະ ສາມາດຫລຽວເຫັນພຣະວິຫານເຊົາເລັກໄດ້ດີທີ່ສຸດ. ທຸກໆຄືນ, ສະໝ່ຳສະເໝີກົງກັບເວລາ, ໄຟຢູ່ນອກພຣະວິຫານຈະເປີດ​ຕອນດວງ​ຕາ​ເວັນ​ຍໍ​ແສງ. ພຣະວິຫານເປັນແສງສັນຍານທີ່ໝັ້ນຄົງ ບໍ່ໄກຈາກປ່ອງຢ້ຽມຂອງຂ້າພະເຈົ້າ.

ຮູບ​ພາບ
ພຣະ​ວິ​ຫານເຊົາເລັກ ຕອນດວງ​ຕາ​ເວັນ​ຍໍ​ແສງ

ຄືນໜຶ່ງໃນເດືອນກຸມພາຜ່ານມານີ້, ຫ້ອງການຂອງຂ້າພະເຈົ້າມືດເປັນພິເສດຕອນຕາເວັນຕົກດິນ. ຕອນຫລຽວອອກໄປນອກປ່ອງຢ້ຽມ, ພຣະວິຫານກໍມົວໆ. ໄຟຍັງບໍ່ທັນເປີດ. ຂ້າພະເຈົ້າ​ໄດ້​ຮູ້​ສຶກ​ເສົ້າ​ໃຈ. ຂ້າ​ພະ​ເຈົ້າ​ຫລຽວບໍ່​ເຫັນ​ຍອດ​ແຫລມ​ຂອງພຣະ​ວິ​ຫານ ທີ່​ຂ້າ​ພະ​ເຈົ້າ​ໄດ້​ແນມ​ເບິ່ງ ໃນ​ຕອນ​ຄ່ຳ ເປັນ​ເວ​ລາ​ຫລາຍ​ປີ.

ຮູບ​ພາບ
ພຣະ​ວິ​ຫານ​ເຊົາ​ເລັກ ຕອນບໍ່​ເປີດ​ໄຟຍອດ​ແຫລມ

ການ​ຫລຽວ​ເຫັນ​ຄວາມ​ມືດ ໃນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ເຫັນ​ຄວາມ​ສະ​ຫວ່າງ ໄດ້​ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ພື້ນຖານຢ່າງໜຶ່ງທີ່ເຮົາຕ້ອງການ ເພື່ອຈະເຕີບໂຕ ແມ່ນທີ່ຈະເຊື່ອມຕໍ່​ເຂົ້າ​ກັບ​ແຫລ່ງ​ແຫ່ງ​ຄວາມ​ສະ​ຫວ່າງ​ຂອງ​ເຮົາ—ພຣະເຢຊູຄຣິດ. ພຣະອົງເປັນແຫລ່ງຂອງພະລັງຂອງເຮົາ, ເປັນຄວາມສະຫວ່າງ ແລະ ຊີວິດຂອງໂລກ. ປາດສະຈາກຄວາມສຳພັນທີ່ແຂງແກ່ນກັບພຣະອົງ ເຮົາກໍເລີ່ມຕາຍທາງວິນຍານ. ເພາະຮູ້ເລື່ອງນີ້, ຜູ້ປໍລະປັກຈຶ່ງສະແຫວງຫາ ທີ່ຈະຂູດຮີດຄວາມກົດດັນທາງໂລກ ທີ່ເຮົາທຸກຄົນປະເຊີນ. ມັນພະຍາຍາມເຮັດໃຫ້ແສງສະຫວ່າງຂອງເຮົາມືດລົງ, ສາຍໄຟຊ໊ອດ, ຕັດແຫລ່ງພະລັງໄຟ, ປ່ອຍປະໃຫ້ເຮົາຢູ່ໃນຄວາມມືດ. ຄວາມກົດດັນເຫລົ່ານີ້ເປັນສະພາບທຳມະດາໃນຊີວິດມະຕະ, ແຕ່ຊາຕານພະຍາຍາມຈະແຍກເຮົາອອກໄປ ແລະ ບອກເຮົາວ່າເຮົາເປັນຄົນດຽວເທົ່ານັ້ນທີ່ມີປະສົບການແບບນີ້.

ເຮົາບາງຄົນກໍຫົດຫູ່ຢູ່ດ້ວຍຄວາມໂສກເສົ້າ

ເມື່ອຄວາມໂສກເສົ້າເອົາຊະນະເຮົາ, ເມື່ອຊີວິດເຈັບປວດຫລາຍຈົນເຮົາຫາຍໃຈບໍ່ໄດ້, ເມື່ອເຮົາຖືກທຳຮ້າຍເໝືອນຜູ້ຊາຍທີ່ຢູ່ຕາມທາງໄປສູ່ ເຢຣິໂກ ແລະ ຖືກປະຢູ່ໃຫ້ຕາຍ, ພຣະເຢຊູກໍສະເດັດມາເຖິງ ແລະ ເທນ້ຳມັນໃສ່ບາດແຜຂອງເຮົາ, ຍົກເຮົາຂຶ້ນຢ່າງລະ​ມັດ​ລະ​ວັງ, ພັນແຜໃຫ້ເຮົາ, ພາເຮົາໄປສົ່ງທີ່ໂຮງແຮມ, ດູແລເຮົາ.1 ກັບເຮົາຜູ້ມີຄວາມໂສກເສົ້າ ພຣະອົງກ່າວວ່າ, “ເຮົາຈະໃຫ້ພາລະແບກຫາບຢູ່ບ່າຂອງພວກເຈົ້າ ເບົາບາງລົງ ຈົນວ່າພວກເຈົ້າບໍ່ຮູ້ສຶກວ່າ ມີຫຍັງຢູ່ເທິງຫລັງເລີຍ, ... ເພື່ອພວກເຈົ້າຈະຮູ້ຈັກຢ່າງແນ່ນອນວ່າ ເຮົາຄື ອົງພຣະຜູ້ເປັນເຈົ້າ, ໄດ້ມາຢ້ຽມຢາມຜູ້ຄົນຂອງເຮົາ ໃນຄວາມທຸກຂອງພວກເຂົາ.”2 ພຣະຄຣິດປິ່ນປົວບາດແຜ.

ເຮົາບາງຄົນກໍເມື່ອຍລ້າຫລາຍ

ແອວເດີ ແຈັບ​ຟະ​ຣີ ອາ ຮໍແລນ ໄດ້​ກ່າວວ່າ: “ບໍ່ໄດ້ມີເຈດຕະນາວ່າ ໃຫ້ເຮົາແລ່ນໄວເກີນກວ່າທີ່ເຮົາມີກຳລັງ. ... ແຕ່ເຖິງແມ່ນວ່າຈະເປັນແບບນັ້ນ, ຂ້າພະເຈົ້າຮູ້ວ່າພວກທ່ານຫລາຍຄົນກໍແລ່ນໄວໆ ແລະ ແຫລ່ງຂອງພະລັງ ແລະ ຈິດອາລົມບາງເທື່ອກໍເກືອບໝົດໄປເລີຍ.”3 ເມື່ອຄວາມຄາດຫວັງເຮັດໃຫ້ເຮົາໜັກໃຈ, ເຮົາກໍສາມາດຢຸດ ແລະ ທູນຂໍຕໍ່ພຣະບິດາເທິງສະຫວັນວ່າ ເຮົາຄວນປ່ອຍວາງຫຍັງໄປແດ່. ພາກສ່ວນໜຶ່ງຂອງປະສົບການໃນຊີວິດຂອງເຮົາ ແມ່ນທີ່ຈະຮຽນຮູ້ສິ່ງທີ່ບໍ່ຕ້ອງເຮັດ. ເຖິງ​ແມ່ນ​ແນວນັ້ນ, ບາງ​ເທື່ອ​ຊີ​ວິດ​ກໍ​ເຮັດ​ໃຫ້​ເຮົາ​ເມື່ອຍ​ຫລາຍ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຈົ່ງມາຫາເຮົາທຸກຄົນທີ່ອິດເມື່ອຍຈາກການແບກຫາບພາລະໜັກ ແລະ ເຮົາຈະໃຫ້ພວກເຈົ້າໄດ້ພັກຜ່ອນ.”4

ພຣະເຢຊູເຕັມພຣະໄທທີ່ຈະຢູ່ກັບເຮົາ ແລະ ຊ່ວຍເຮົາດຶງ ເພື່ອວ່າພາລະແບກຫາບຂອງເຮົາຈະເບົາລົງ. ພຣະຄຣິດຄືການພັກຜ່ອນ.

ເຮົາບາງຄົນກໍຮູ້ສຶກວ່າເຮົາບໍ່ເຂົ້າກັບ​ຮູບ​ແບບດັ້ງເດີມ

ເປັນເພາະເຫດຜົນບາງຢ່າງ, ເຮົາຮູ້ສຶກວ່າບໍ່ຖືກຍອມຮັບ ຫລື ເປັນທີ່ຍອມຮັບ. ພຣະຄຳພີໃໝ່ສະແດງໃຫ້ເຫັນ ຄວາມພະຍາຍາມອັນໃຫຍ່ຫລວງຂອງພຣະເຢຊູ ທີ່ຈະເອື້ອມອອກໄປຫາຜູ້ຄົນທຸກປະເພດ: ຄົນຂີ້ທູດ, ຄົນເກັບພາສີ, ເດັກນ້ອຍ, ຊາວຄາລີເລ, ຍິງໂສເພນີ, ບັນດາຜູ້ຍິງ, ພວກ​ຟາ​ລີ​ຊາຍ, ຄົນບາບ, ຊາວຊາມາເຣຍ, ແມ່ໝ້າຍ, ຜູ້ບັງຄັບກອງຮ້ອຍຊາວໂຣມ, ຄົນຫລິ້ນຊູ້, ຄົນທີ່ມີມົນທິນ. ໃນເກືອບທຸກໆເລື່ອງ, ພຣະອົງກໍເອື້ອມອອກໄປຫາຄົນໃດຄົນໜຶ່ງທີ່ບໍ່ຖືກຍອມຮັບໃນສັງຄົມ.

ລູກາ 19 ເລົ່າເຖິງເລື່ອງນາຍດ່ານພາສີຄົນໜຶ່ງໃນ ເມືອງເຢຣິໂກ ຊື່ ຊັກຂ່າຍ. ລາວໄດ້ປີນຂຶ້ນຕົ້ນໄມ້ເພື່ອຈະໄດ້ເຫັນພຣະເຢຊູສະເດັດຜ່ານໄປ. ຊັກຂ່າຍທຳ​ງານ​ໃຫ້​ແກ່​ລັດ​ຖະ​ບານ​ໂຣມ ແລະ ເບິ່ງຄືວ່າ ລາວເປັນ​ຄົນ​ສໍ້​ລາດ​ບັງ​ຫລວງ. ພຣະເຢຊູໄດ້ເຫັນລາວຢູ່ເທິງຕົ້ນໄມ້ ແລະ ໄດ້ເອີ້ນຫາລາວວ່າ, “ຊັກຂ່າຍເອີຍ, ຮີບລົງມາ; ເພາະວັນນີ້ເຮົາຕ້ອງພັກຢູ່ທີ່ເຮືອນຂອງເຈົ້າ.”5 ແລະ ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ຄວາມ​ດີ​ຂອງ​ຊັກ​ຂ່າຍ ແລະ ໄດ້​ເຫັນ​ສິ່ງ​ທີ່​ລາວ​ໄດ້​ກະ​ທຳ​ແກ່​ຄົນ​ອື່ນ, ພຣະ​ອົງ​ຈຶ່ງ​ໄດ້ຍອມ​ຮັບ​ຄຳ​ສະ​ເໜີ​ຂອງ​ລາວ, ໂດຍ​ເວົ້າ​ວ່າ, “ໃນວັນນີ້ຄວາມພົ້ນມາເຖິງເຮືອນຫລັງນີ້ແລ້ວ, [ເພາະ] ຄົນນີ້ເປັນລູກຫລານຂອງອັບຣາຮາມເໝືອນກັນ.”6

ພຣະຄຣິດໄດ້ບອກຊາວນີໄຟຢ່າງລະອຽດອ່ອນວ່າ, “ເຮົາບໍ່ໄດ້ສັ່ງໃຫ້ຜູ້ໃດໃນພວກເຈົ້າອອກໄປ.”7 ເປໂຕກໍໄດ້ຮັບການເປີດເຜີຍທີ່ມີພະລັງນັ້ນ ໃນ ​ກິດ​ຈະ​ການ 10 ເມື່ອເພິ່ນໄດ້ປະກາດວ່າ, “ພຣະເຈົ້າໄດ້ໂຜດ​ສະແດງໃຫ້ຂ້າພະເຈົ້າເຫັນວ່າ ບໍ່ຕ້ອງຖື [ຄົນໃດຄົນໜຶ່ງ] ວ່າເປັນຄົນຕ້ອງຫ້າມ ຫລື ​ມີມົນທິນ.”8 ມັນເປັນຂໍ້ຮຽກຮ້ອງທີ່ໝັ້ນຄົງ ຂອງການເປັນສານຸສິດຊາວຄຣິດ ແລະ ໄພ່ພົນຍຸກສຸດທ້າຍ ທີ່ຈະສະແດງຄວາມຮັກທີ່ແທ້ຈິງຕໍ່ກັນແລະກັນ.9 ພຣະເຢຊູສະເໜີຄຳເຊື້ອເຊີນອັນດຽວກັນນີ້ໃຫ້ແກ່ເຮົາ ທີ່ພຣະອົງໄດ້ສະເໜີໃຫ້ແກ່ຊັກຂ່າຍ ວ່າ: “ເບິ່ງແມ! ເຮົາຢືນເຄາະຢູ່ທີ່ປະຕູ: ຖ້າ [ພວກເຈົ້າ] ໄດ້ຍິນສຽງຂອງເຮົາ ແລະ ໄຂປະຕູ, ເຮົາຈະເຂົ້າໄປຫາ [ພວກເຈົ້າ], ແລະ ຈະຮ່ວມຮັບປະທານອາຫານກັບ [ພວກເຈົ້າ], ແລະ [ພວກເຈົ້າ] ຈະຮ່ວມຮັບປະທານອາຫານກັບເຮົາ.”10 ພຣະຄຣິດເຫັນເຮົາຢູ່ເທິງຕົ້ນໄມ້.

ເຮົາບາງຄົນກໍຮ້ອນອົກຮ້ອນໃຈດ້ວຍຄຳຖາມຕ່າງໆ

ເມື່ອບໍ່ຫລາຍປີຜ່ານມານີ້ ຂ້າພະເຈົ້າກໍກະວົນກະວາຍ ແລະ ບໍ່ສະບາຍໃຈກັບຄຳຖາມຕ່າງໆທີ່ຂ້າພະເຈົ້າຫາຄຳຕອບບໍ່ໄດ້. ເຊົ້າມືດ​ຂອງວັນເສົາມື້ໜຶ່ງ ຂ້າພະເຈົ້າໄດ້ຝັນໄປໜ້ອຍໜຶ່ງ. ໃນຄວາມຝັນນັ້ນ ຂ້າພະເຈົ້າໄດ້ເຫັນສາລາຫລັງໜຶ່ງ ແລະ ຂ້າພະເຈົ້າໄດ້ເຂົ້າໃຈວ່າ ຂ້າພະເຈົ້າຄວນໄປຢືນຢູ່ໃນທີ່ນັ້ນ. ມັນມີປະຕູໂຂງອ້ອມຢູ່, ແຕ່ປ່ອງຢ້ຽມແມ່ນເຮັດດ້ວຍກ້ອນຫີນ. ຂ້າພະເຈົ້າໄດ້ຈົ່ມ​ໃນ​ຄວາມ​ຝັນ, ບໍ່ຢາກເຂົ້າໄປທາງໃນເພາະມັນຄັບແຄບຫລາຍ. ແລ້ວຄວາມຄິດກໍໄດ້ເຂົ້າມາໃນໃຈວ່າ ນ້ອງຊາຍຂອງຢາເຣັດ ກໍໄດ້ລະລາຍກ້ອນຫີນຢ່າງອົດທົນໃຫ້ເປັນແກ້ວໃສ. ແກ້ວກໍເປັນຫີນທີ່ໄດ້ຜ່ານຜ່າການປ່ຽນແປງ. ເມື່ອພຣະຜູ້ເປັນເຈົ້າໄດ້ແຕະຕ້ອງກ້ອນຫີນຂອງນ້ອງຊາຍຂອງຢາເຣັດ, ມັນໄດ້ຮຸ່ງແຈ້ງດ້ວຍຄວາມສະຫວ່າງ​ຢູ່ໃນເຮືອທີ່ມືດມົວ.11 ໃນທັນໃດນັ້ນ ຂ້າພະເຈົ້າກໍເຕັມໄປດ້ວຍຄວາມປາດຖະໜາ ທີ່ຈະເຂົ້າໄປຢູ່ໃນສາລານັ້ນຫລາຍກວ່າທີ່ອື່ນ. ມັນເປັນບ່ອນນັ້ນ—ເປັນບ່ອນດຽວເທົ່ານັ້ນ—ທີ່ຂ້າພະເຈົ້າຈະ “ເຫັນ” ໄດ້ຢ່າງຊັດເຈນແທ້ໆ. ຄຳຖາມຕ່າງໆທີ່ເຮັດໃຫ້ຂ້າພະເຈົ້າໜັກໃຈບໍ່ໄດ້ຫາຍໄປ, ແຕ່ແຈ້ງຊັດກວ່ານັ້ນໃນຄວາມຄິດຂອງຂ້າພະເຈົ້າກໍແມ່ນ ຄຳຖາມທີ່ຂ້າພະເຈົ້າມີໃນໃຈຫລັງຕື່ນຂຶ້ນ ທີ່ວ່າ: “ເຈົ້າຈະເຮັດໃຫ້ສັດທາຂອງເຈົ້າເພີ່ມທະວີຂຶ້ນແນວໃດ, ເໝືອນດັ່ງນ້ອງຊາຍຂອງຢາເຣັດ, ເພື່ອວ່າກ້ອນຫີນຂອງເຈົ້າຈະກາຍເປັນຄວາມສະຫວ່າງໄດ້?”12

ສະໝອງມະຕະຂອງເຮົາແມ່ນມີໄວ້ເພື່ອໃຫ້ສະແຫວງຫາຄວາມເຂົ້າໃຈ ແລະ ຄວາມໝາຍທີ່ຢູ່ໃນຫໍ່ນ້ອຍໆ. ຂ້າພະເຈົ້າບໍ່ຮູ້ເຫດຜົນທຸກຢ່າງວ່າເປັນຫຍັງຜ້າມ່ານໃນຊ່ວງມະຕະນີ້ຈຶ່ງໜາແທ້. ທີ່ນີ້ບໍ່ແມ່ນຂັ້ນຕອນໃນການພັດທະນານິລັນດອນຂອງເຮົາ ບ່ອນທີ່ເຮົາຈະມີຄຳຕອບທັງໝົດ. ມັນເປັນຂັ້ນຕອນບ່ອນທີ່ເຮົາພັດທະນາຄວາມໝັ້ນໃຈ (ຫລື ບາງເທື່ອກໍເປັນຄວາມຫວັງ​ຂອງ​ເຮົາ) ໃນຫລັກຖານເຖິງສິ່ງທີ່ເຮົາຍັງບໍ່ເຫັນໄດ້ກັບຕາ. ຄວາມໝັ້ນໃຈຈະມີມາໃນວິທີທາງທີ່ຈຳແນກບໍ່ໄດ້ງ່າຍໆສະເໝີ, ແຕ່ກໍຍັງມີຄວາມສະຫວ່າງຢູ່ ໃນຄວາມມືດຂອງເຮົາ. ພຣະເຢຊູ ໄດ້ກ່າວວ່າ, “ເຮົາຄືຄວາມສະຫວ່າງ, ແລະ ຊີວິດ ແລະ ຄວາມຈິງຂອງໂລກ.”13 ສຳລັບຜູ້ທີ່ສະແຫວງຫາຄວາມຈິງ, ໃນຕອນຕົ້ນມັນອາດປະກົດຄືວ່າ ຄວາມຄັບແຄບທີ່ໂງ່ຈ້າຂອງປ່ອງຢ້ຽມທີ່ເຮັດດ້ວຍກ້ອນຫີນ. ແຕ່ດ້ວຍຄວາມອົດທົນ ແລະ ຄຳຖາມທີ່ຊື່ສັດ, ພຣະເຢຊູສາມາດປ່ຽນປ່ອງຢ້ຽມທີ່ເປັນກ້ອນຫີນຂອງເຮົາໃຫ້ເປັນແກ້ວ ແລະ ຄວາມສະຫວ່າງໄດ້. ພຣະຄຣິດຄືຄວາມສະຫວ່າງທີ່ໃຫ້ເຫັນໄດ້.

ເຮົາບາງຄົນກໍຮູ້ສຶກວ່າ ເຮົາຈະບໍ່​ມັນວັນດີພໍເລີຍ

ສີແດງເຂັ້ມຢູ່ໃນພຣະຄຳພີເດີມ ບໍ່ພຽງແຕ່ເປັນ​ສີສົດ​ໃສ ແຕ່ມັນຍັງເປັນສີທີ່ບໍ່ຕາຍສີ, ໝາຍຄວາມວ່າມັນເປັນສີເຈີດຈ້າທີ່ຕິດຢູ່ກັບ​ດ້າຍ​ຂົນ​ແກະ ແລະ ມັນຈະບໍ່ຈືດຈາງລົງ ບໍ່ວ່າຈະຊັກມັນຫລາຍເທື່ອເທົ່າໃດກໍຕາມ.14 ຊາຕານໄດ້​ກ່າວ​ແບບ​​ໃຫ້​ເຮົາ​ໝົດ​ຫວັງວ່າ: ດ້າຍ​ຂົນ​ແກະສີຂາວ​ທີ່​ຖືກ​ຍ້ອມ​ເປັນສີແດງເຂັ້ມຈະກັບຄືນໄປເປັນສີຂາວອີກບໍ່ໄດ້ດອກ. ແຕ່ພຣະເຢຊູຄຣິດ ປະກາດວ່າ, “ວິຖີທາງທັງຄວາມຄິດເຮົາ [ກໍ] ສູງກວ່າສັນນັ້ນ,”15 ແລະ ຄວາມມະຫັດສະຈັນແຫ່ງພຣະຄຸນຂອງພຣະອົງກໍຄື ເມື່ອເຮົາກັບໃຈຈາກບາບຂອງເຮົາ, ໂລຫິດທີ່ແດງເຂັ້ມຂອງພຣະອົງຈະຊ່ວຍໃຫ້ເຮົາກັບຄືນສູ່ຄວາມບໍລິສຸດ. ມັນບໍ່ມີເຫດຜົນ, ແຕ່ມັນກໍເປັນຄວາມຈິງຢູ່ດີ.

ຮູບ​ພາບ
ດ້າຍ​ຂົນ​ແກະທີ່​ຖືກຍ້ອມ​ເປັນ​ສີ​ແດງ

ຮູບ​ພາບ​ຈາກ iStock.com/iinwibisono

“ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ, ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ; ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ, ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.”16 ພຣະຜູ້ເປັນເຈົ້າໄດ້ກ່າວເນັ້ນໜັກວ່າ: ຖ້າຜູ້ໃດກັບໃຈຈາກ … [ບາບ], ເຂົາຈະໄດ້ຮັບການອະໄພໂທດ, ແລະ ພຣະຜູ້ເປັນເຈົ້າ, ຈະບໍ່ຈົດຈຳບາບນັ້ນອີກຕໍ່ໄປ.17 ແທ້ໆແລ້ວແມ່ນ: ຈົ່ງມາ, ຕົກລົງເລື່ອງລາວກັນເທາະ.18 ພວກເຈົ້າໄດ້ເຮັດຜິດພາດ; ທຸກຄົນໄດ້ເຮັດຜິດບາບ.19 ຈົ່ງມາຫາເຮົາ ແລະ ກັບໃຈ.20 ເຮົາຈະບໍ່ຈົດຈຳບາບນັ້ນອີກຕໍ່ໄປ.21 ເຈົ້າຈະຫາຍດີໄດ້ອີກ.22 ເຮົາມີວຽກງານໃຫ້ເຈົ້າເຮັດ.23 ພຣະຄຣິດເຮັດ​ໃຫ້ດ້າຍຂົນແກະຂາວ​ຄືນ.

ແຕ່ແມ່ນຫຍັງຄືຂັ້ນຕອນທີ່ໃຊ້ໄດ້ເຫລົ່ານັ້ນ? ແມ່ນຫຍັງຄື​ສິ່ງທີ່ຈະເຊື່ອມໂຍງເຖິງອຳນາດຂອງພຣະເຢຊູຄຣິດ ເມື່ອເຮົາກຳລັງຫວັ່ນໄຫວຢູ່? ປະທານຣະ​ໂຊ ເອັມ ແນວສັນ ໄດ້ກ່າວຢ່າງລຽບງ່າຍວ່າ: “ສິ່ງສຳຄັນແມ່ນການເຮັດ ແລະ ຮັກສາພັນທະສັນຍາທີ່ສັກສິດ. … ມັນບໍ່ສັບສົນເລີຍ.”24 ໃຫ້ພຣະຄຣິດເປັນຈຸດໃຈກາງຂອງຊີວິດທ່ານ.25

ຖ້າຫາກທ່ານຮູ້ສຶກວ່າຄວາມສະຫວ່າງຂອງປະຈັກພະຍານຂອງທ່ານກຳລັງດັບລົງ ແລະ ຄວາມມືດກຳລັງເຂົ້າມາແທນ, ໃຫ້ມີຄວາມກ້າຫານເຖີດ. ໃຫ້ຮັກສາຄຳສັນຍາຂອງທ່ານທີ່ມີຕໍ່ພຣະເຈົ້າ. ທູນຖາມຄຳຖາມຂອງທ່ານ. ໃຫ້​ລະ​ລາຍ​ຫີນ​ໃຫ້​ເປັນ​ແກ້ວ. ຈົ່ງຫັນໄປຫາພຣະເຢຊູຄຣິດ, ຜູ້​ທີ່​ຍັງ​ຮັກ​ທ່ານ​ຢູ່.

ພຣະ​ເຢຊູໄດ້ກ່າວວ່າ ພຣະອົງເປັນຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ, ແລະ ຄວາມມືດບໍ່ເຂົ້າໃຈມັນເລີຍ.26 ນີ້ໝາຍຄວາມວ່າ ບໍ່ວ່າມັນຈະພະຍາຍາມເທົ່າໃດກໍຕາມ, ຄວາມມືດຈະດັບຄວາມສະຫວ່າງນັ້ນບໍ່ໄດ້. ບໍ່ມີວັນດັບໄດ້ເລີຍ. ທ່ານໄວ້ວາງໃຈໄດ້ວ່າ ຄວາມສະຫວ່າງຂອງພຣະອົງຈະຢູ່ທີ່ນັ້ນເພື່ອທ່ານ.

ຮູບ​ພາບ
ພຣະ​ວິ​ຫານເຊົາເລັກ ຕອນ​ໄຟເປີດ

ເຮົາ, ຫລື ຜູ້ຄົນທີ່ເຮົາຮັກ, ອາດດັບໄປໃນຄວາມມືດເປັນຊົ່ວຄາວ. ໃນກໍລະນີພຣະວິຫານເຊົາເລັກ ຜູ້​ຈັດ​ການສະ​ຖານ​ທີ່, ບຣາເດີ ວາລ໌ ໄວ້ທ໌, ກໍໄດ້ຮັບໂທລະສັບເກືອບທັນທີ. ຜູ້ຄົນໄດ້ເຫັນ. ມີຫຍັງເກີດຂຶ້ນກັບໄຟທີ່ພຣະວິຫານ? ທຳອິດ, ພະນັກງານໄດ້ອອກໄປສຳຫລວດແຜ່ນໄຟຟ້າຢູ່ທຸກໆບ່ອນໃນພຣະວິຫານ ແລະ ໄດ້ເປີດໄຟເຫລົ່ານັ້ນດ້ວຍມື. ແລ້ວເຂົາເຈົ້າໄດ້ເອົາຖ່ານໃສ່ແຫລ່ງພະລັງໄຟ ແລະ ໄດ້ທົດລອງມັນເພື່ອຈະພົບເຫັນວ່າອັນໃດທີ່ໃຊ້ການບໍ່ໄດ້.

ມັນຍາກທີ່ຈະໄຕ້ໄຟນັ້ນຄືນດ້ວຍຕົວເອງ. ພວກເຮົາຕ້ອງການໝູ່​ເພື່ອນ. ພວກເຮົາຕ້ອງການກັນແລະກັນ. ເໝືອນດັ່ງພະນັກງານສະຖານທີ່ພຣະວິຫານ, ເຮົາສາມາດຊ່ວຍກັນແລະກັນ ໂດຍການສະເໜີໜ້າຢູ່ທີ່ນັ້ນ, ສາກຖ່ານໄຟທາງວິນຍານຂອງເຮົາ, ສ້ອມແຊມສິ່ງທີ່ຜິດພາດໄປ.

ຮູບ​ພາບ
ພຣະ​ວິ​ຫານເຊົາເລັກ ໃນຊ່ວງ​ບຸນ​ຄຣິດ​ສະ​ມັດ

ຄວາມ​ສະ​ຫວ່າງ​ສ່ວນ​ຕົວ​ຂອງ​ເຮົາ ອາດ​ເປັນເໝືອນດັ່ງດອກໄຟດອກດຽວເທົ່ານັ້ນຢູ່ເທິງຕົ້ນໄມ້. ແຕ່ເຮົາຍັງສາມາດສ່ອງແສງນ້ອຍໆຂອງເຮົາອອກໄປ, ແລະ ຮ່ວມກັນ, ເໝືອນ​ດັ່ງພຣະ​ວິ​ຫານເຊົາເລັກ ​ໃນຊ່ວງ​ບຸນ​ຄຣິດ​ສະ​ມັດ, ເຮົາສາມາດຈັບໃຈຜູ້ຄົນຫລາຍໆລ້ານຄົນ ໃຫ້ມາຫາ​ບ້ານ​ຂອງພຣະຜູ້ເປັນເຈົ້າໄດ້. ດີທີ່ສຸດຄື, ດັ່ງທີ່ ປະທານແນວສັນ ໄດ້ຊຸກຍູ້, ເຮົາສາມາດນຳຄວາມສະຫວ່າງຂອງພຣະຜູ້​ຊ່ວຍ​ໃຫ້​ລອດມາສູ່ຕົວເຮົາເອງ ແລະ ຜູ້ຄົນທີ່ສຳຄັນຂອງເຮົາ​ໄດ້ ໂດຍການກະທຳທີ່​ລຽບງ່າຍ ຂອງການຮັກສາພັນທະສັນຍາຂອງເຮົາ. ໃນຫລາຍໆວິທີທາງ, ພຣະຜູ້ເປັນເຈົ້າປະທານລາງວັນໃຫ້ແກ່ການກະທຳທີ່ຊື່ສັດນັ້ນ ດ້ວຍອຳນາດ ແລະ ດ້ວຍຄວາມຊື່ນຊົມ.27

ຂ້າພະເຈົ້າເປັນພະຍານວ່າ ທ່ານເປັນທີ່ຮັກ. ພຣະຜູ້ເປັນເຈົ້າຮູ້ວ່າທ່ານພະຍາຍາມຫລາຍຂະໜາດໃດ. ທ່ານມີຄວາມກ້າວໜ້າດີ. ສູ້ຕໍ່ໄປ. ພຣະອົງເຫັນການເສຍສະລະທີ່ຊ້ອນຢູ່ຂອງທ່ານທັງໝົດ ແລະ ນັບມັນເພື່ອເປັນຄວາມດີຂອງທ່ານ ແລະ ຂອງຜູ້ຄົນທີ່ທ່ານຮັກ. ວຽກງານຂອງທ່ານບໍ່ໄດ້ໄຮ້ຜົນ. ທ່ານບໍ່ໄດ້ຢູ່ຄົນດຽວຕາມລຳພັງ. ພຣະນາມຂອງພຣະອົງຄື, ເອມານູເອນ, ທີ່ໝາຍຄວາມວ່າ, “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ.”28 ພຣະອົງສະຖິດຢູ່ກັບທ່ານແນ່ນອນ.

ຂໍໃຫ້ກ້າວໄປໜ້າອີກຈັກສາມສີ່ບາດກ້າວ ຢູ່ໃນເສັ້ນທາງແຫ່ງພັນທະສັນຍາ, ແມ່ນແຕ່ມັນຈະມືດເກີນທີ່ທ່ານຈະເຫັນໄດ້ໄກກໍຕາມ. ຄວາມສະຫວ່າງນັ້ນຈະກັບມາ. ຂ້າພະເຈົ້າເປັນພະຍານເຖິງຄວາມຈິງໃນພຣະຄຳຂອງພຣະເຢຊູ, ແລະ ມັນກໍເຕັມໄປດ້ວຍຄວາມສະຫວ່າງວ່າ ເມື່ອ​ເຮົາ​ເຂົ້າໃກ້ພຣະອົງ ແລ້ວພຣະອົງຈະເຂົ້າໃກ້ເຮົາ; ເມື່ອ​ເຮົາສະແຫວງຫາພຣະອົງດ້ວຍຄວາມພາກພຽນ ແລ້ວ ເຮົາຈະພົບພຣະອົງ; ເມື່ອ​ເຮົາໝັ່ນຂໍ ແລ້ວເຮົາຈະໄດ້ຮັບ; ເມື່ອ​ເຮົາໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້.”29 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.